ປະເທດໄທ

ປະເທດໃນອາຊີຕາເວັນອອກສຽງໃຕ້
(ປ່ຽນເສັ້ນທາງມາຈາກ ລາຊະອານາຈັກສະຫຍາມ)

ພິກັດພູມສາດ: 15°N 101°E / 15°N 101°E / 15; 101

ປະເທດໄທ (ໄທ: ประเทศไทย, ອັງກິດ: Thailand) ມີຊື່ຢ່າງເປັນທາງການວ່າ ລາຊະອານາຈັກໄທ (ໄທ: ราชอาณาจักรไทย, ອັງກິດ: Kingdom of Thailand) ຕັ້ງຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຊື່ອະດີດແມ່ນ ສະຫຍາມ ລັດຖະບານໄດ້ມີການປ່ຽນຊື່ຢ່າງເປັນທາງການໃນປີ 1939 ປະເທດໄທມີຂະໜາດໃຫຍ່ລຳດັບທີ 50 ຂອງໂລກ ມີພື້ນທີ່ 513,120 ຕາລາງກິໂລແມັດ ແລະ ມີປະຊາກອນຫຼາຍເປັນອັນດັບ 20 ຂອງໂລກ ມີຂົງເຂດຕິດຕໍ່ກັບປະເທດມຽນມາທາງທິດເໜືອ ແລະ ຕາເວັນຕົກ ປະເທດລາວທາງທິດເໜືອ ແລະ ຕາເວັນອອກ ປະເທດກຳປູເຈຍທາງທິດຕະເວັນອອກ ແລະ ປະເທດມາເລເຊຍທາງທິດໃຕ້ ມີບາງກອກເປັນສູນກາງບໍລິຫານລັດຖະການແຜ່ນດິນ ແລະ ເປັນນະຄອນທີ່ໃຫຍ່ທີ່ສຸດຂອງປະເທດ ການປົກຄອງພາກພື້ນແບ່ງອອກເປັນ 76 ແຂວງ ຫຼື ຈັງຫວັດ ເຖິງປະເທດໄທໄດ້ມີການສະຖາປະນາລະບອບລາຊາທິປະໄຕໃຫ້ຢູ່ໃຕ້ລັດຖະທຳມະນູນ ແລະ ປະຊາທິປະໄຕລະບົບລັດຖະສະພາໃນປີ 1932 ແຕ່ກອງທັບທະຫານຍັງມີບົດບາດສູງໃນການເມືອງຂອງໄທ ເຊີ່ງມີລັດຖະປະຫານຄັ້ງຫຼ້າສຸດໃນປີ 2014

ລາຊະອານາຈັກໄທ

ราชอาณาจักรไทย (ໄທ)

ທີ່ຕັ້ງຂອງ ປະເທດໄທ  (ຂຽວ)

– ໃນອາຊີ  (ຂຽວອ່ອນ & ເທົາເຂັ້ມ)
– ໃນອາຊຽນ  (ຂຽວອ່ອນ)

ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ບາງກອກ
13°45′N 100°29′E / 13.750°N 100.483°E / 13.750; 100.483
ພາສາລັດຖະການໄທ[1]
ພາສາທ້ອງຖິ່ນ
ກຸ່ມຊົນເຜົ່າ
(2019)[2]
ສາສະໜາ
(2018)[3]
ເດມະນິມຊາວໄທ
ຊາວສະຫຍາມ (ອະດີດ)
ການປົກຄອງປະຊາທິປະໄຕອັນມີພະມະຫາກະສັດເປັນປະມຸກແຫ່ງຊາດ (ໂດຍນິຕິໄນ)
ລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ແລະ ປະຊາທິປະໄຕລະບົບລັດຖະສະພາ (ໂດຍພຶດຕິໄນ)
ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ
ແພທອງທານ ຊິນນະວັດ
ສະພານິຕິບັນຍັດລັດຖະສະພາ
ວຸທິສະພາ
ສະພາຜູ້ແທນລາຊະດອນ
ສະຖາປະນາ
ຄ.ສ. 1238 – 1448
ຄ.ສ. 1351 – 1767
ຄ.ສ. 1767 – 1782
6 ເມສາ ຄ.ສ. 1782
24 ມິຖຸນາ ຄ.ສ. 1932
6 ເມສາ ຄ.ສ. 2017
ພື້ນທີ່
• ລວມ
513,120 ຕາລາງກິໂລແມັດ (198,120 ຕາລາງໄມລ໌) (ອັນດັບທີ 50)
0.4 (2,230 ຕາລາງກິໂລແມັດ)
ປະຊາກອນ
• 2021 ປະມານ
ເພີ່ມຂຶ້ນເປັນກາງ 70,008,190[4] (ອັນດັບທີ 20)
• ສຳມະໂນປະຊາກອນ 2010
64,785,909[5] (ອັນດັບທີ 21)
132.1 ຕໍ່ຕາລາງກິໂລແມັດ (342.1 ຕໍ່ຕາລາງໄມລ໌) (ອັນດັບທີ 73)
GDP (ອຳນາດຊື້)2022 (ປະມານ)
• ລວມ
Increase 1.475 ພັນຕື້ໂດລາສະຫະລັດ[6] (ອັນດັບທີ 23)
Increase 21,057 ໂດລາສະຫະລັດ[6] (ອັນດັບທີ 77)
GDP (ລາຄາຕະຫຼາດ)2022 (ປະມານ)
• ລວມ
Increase 522,012 ລ້ານໂດລາສະຫະລັດ [6] (ອັນດັບທີ 28)
Increase 7,449 ໂດລາສະຫະລັດ[6] (ອັນດັບທີ 89)
ຈີນີ (2020)Negative increase 35.0[7]
ປານກາງ
HDI (2564)Increase 0.800[8]
ສູງຫຼາຍ · ອັນດັບທີ 66
ສະກຸນເງິນບາທໄທ (฿) (THB)
ເຂດເວລາUTC+7 (ICT)
ຮູບແບບວັນທີວວ/ດດ/ປປປປ (ພ.ສ.)
ຂັບລົດດ້ານຊ້າຍມື
ລະຫັດໂທລະສັບ+66
ລະຫັດ ISO 3166TH
ລະຫັດອິນເຕີເນັດ

ໃນອານາເຂດປະເທດໄທພົບຫຼັກຖານຂອງມະນຸດເຊິ່ງມີອາຍຸເກົ່າແກ່ເຖິງຫ້າແສນປີ ນັກປະຫວັດສາດມັກຖືວ່າອານາຈັກສຸໂຂໄທເປັນຈຸດເຣີ່ມຕົ້ນຂອງປະຫວັດໄທ ເຊິ່ງຕໍ່ຕົກຢູ່ໃນອິດທິພົນຂອງອານາຈັກອະຍຸດທະຍາອັນມີຄວາມຍິ່ງໃຫຍ່ກວ່າ ແລະມີການຕິດຕໍ່ກັບຊາດຕາເວັນຕົກ ອານາຈັກອະຍຸດທະຍາມີອາຍຸຍືນຍາວ 417 ປີກໍເສື່ອມອຳນາດ ແລະ ລົ້ມສະຫຼາຍໄປໂດຍສິ້ນເຊີງ ສົມເດັດພຣະເຈົ້ານະຄອນທົນບຸລີຊົງກອບກູ້ເອກະລາດແລະ ສະຖາປະນາອານາຈັກທົນບຸຣີເຫດການຄວາມວຸ່ນວາຍໃນໄລຍະປາຍອານາຈັກນຳໄປສູ່ຍຸກສະໄໝຂອງລາຊະວົງຈັກກີແຫ່ງນະຄອນລັດຕະນະໂກສິນ ໃນລະຍະຕົ້ນນະຄອນປະເທດຜະເຊີນໄພຄຸກຄາມຈາກຊາດໃກ້ຄຽງ ແຕ່ຫຼັງຣາດຊະສະໄໝພຣະບາດສົມເດັດພຣະຈອມເກົ້າເຈົ້າຢູ່ຫົວເປັນຕົ້ນມາ ຊາດຕາເວັນຕົກເລີ່ມມີອິດທິພົນໃນພາກພື້ນເປັນຢ່າງຫຼາຍ ນຳໄປສູ່ການເຂົ້າເປັນພາຄີແຫ່ງສົນທິສັນຍາຫຼາຍສະບັບ ແລະ ການເສຍດິນແດນບາງສ່ວນ ແຕ່ສະຫຍາມກໍຍັງຍືນຕົນບໍ່ໄດ້ເປັນອານານິຄົມຂອງຊົນຊາດໃດໆ ຕໍ່ມາຈົນໄລຍະສົງຄາມໂລກຄັ້ງທີ 1 ໄທໄດ້ເຂົ້າຮ່ວມກັບຝ່າຍສຳພັນທະມິດ

ໃນປີ ຄ.ສ. 1932 ປະເທດໄທໄດ້ມີການປະຕິວັດປ່ຽນແປງລະບອບສົມບູລະນາຍາສິດທິລາດມາເປັນລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນຕາມບໍລິບົດຂອງການປ່ຽນແປງທົ່ວໂລກ ແລະ ໄທໄດ້ເຂົ້າກັບຝ່າຍອັກສະໃນລະຫວ່າງສົງຄາມໂລກຄັ້ງທີສອງຈົນໄລຍະສົງຄາມເຢັນ ສະຫຍາມໄດ້ດຳເນີນນະໂຍບາຍເປັນສຳພັນທະມິດກັບອາເມຣິກາ ແລະ ເຂົ້າມາມີບົດບາດໃນການສະໜັບສະໜູນລັດຖະບານທະຫານໃນຍຸກນັ້ນຢ່າງຫຼາຍ ແລະ ແມ່ນປະເທດໄທຈະເລີ່ມປ່ຽນມາສູ່ຍຸກລັດຖະບານຂອງພົນລະເຮືອນ ແຕ່ຄວາມສະຖຽນລະພາບຂອງລະບົບການເມືອງການປົກຄອງໄທຍັງຄົງຂາດຄວາມຕໍ່ເນື່ອງອັນມີບັນຫາມາຈາກການແຊກແຊງໂດຍກອງທັບຈົນຮອດປັດຈຸບັນ

ຊື່ເອີ້ນ

ເບິ່ງຕື່ມຢູ່ ສະຫຍາມ

ຊາວຕ່າງຊາດເອິ້ນອານາຈັກອະຍຸດທະຍາວ່າ "ສະຫຍາມ" ເມື່ອຮາວ ຄ.ສ. 1457 ເດີມປະເທດໄທກໍ່ເຄີຍໃຊ້ຊື່ວ່າ ສະຫຍາມ ມາແຕ່ຣັດຊະການພຣະບາດສົມເດັດພຣະຈອມເກົ້າເຈົ້າຢູ່ຫົວ ໂດຍຜາກົດໃຊ້ເປັນຊື່ປະເທດຊັດເຈນໃນ ຄ.ສ. 1856 ແຕ່ຄົນໄທບໍ່ເຄີຍຕົນເອງວ່າ "ສະຫຍາມ" ຫຼື "ຊາວສະຫຍາມຢ່າງຊາວຕ່າງຊາດຫຼືຊື່ປະເທດຢ່າງເປັນທາງການໃນສະໄໝນັ້ນເລີຍ ສ່ວນຄຳວ່າ "ຄົນໄທ" ນັ້ນ ຈົດໝາຍລາລູແບຣ໌ໄດ້ບັນທຶກຊັດເຈນວ່າ ຊາວອະຍຸດທະຍາຮຽກຕົນເອງເຊັ່ນນັ້ນມາດົນແລ້ວ

ຕໍ່ມາເມື່ອວັນທີ 24 ມິຖຸນາ ຄ.ສ. 1939 ຣັດຖະບານຈອມພົນປ. ພິບູນສົງຄາມ ອອກປະກາດສຳນັກນາຍົກຣັດຖະມົນຕຣີວ່າດ້ວຍຣັດນິຍົມ ສະບັບທີ 1 ປ່ຽນຊື່ປະເທດ ພ້ອມກັບຮຽກປະຊາຊົນແລະສັນຊາດ ຈາກ "ສະຫຍາມ" ມາເປັນ "ໄທ" ເຊິ່ງຈອມພົນປ. ຕ້ອງການບອກວ່າດິນແດນແມ່ນຂອງຊາວໄທ ບໍ່ແມ່ນເຊື້ອຊາດອື່ນ ຕາມລັດທິຊາດນິຍົມໃນເວລານັ້ນ ໂດຍໃນຣະຍະຕໍ່ມາໄດ້ປ່ຽນກັບເປັນສະຫຍາມເມື່ອປີ ພ.ສ. 2488 ແຕ່ກໍ່ໄດ້ປ່ຽນກັບມາເປັນຊື່ໄທອີກຄັ້ງເມື່ອ ພ.ສ. 2491 ເຊິ່ງແມ່ນຣະຍະຈອມພົນປ. ແມ່ນນາຍຍົກການປ່ຽນຊື່ໃນຄັ້ງນີ້ຍັງປ່ຽນຈາກ "Siam" ໃນພາສາອັງກິດແລະພາສາຝະຣັ່ງ ແມ່ນ "Thaïlande" ໃນພາສາຝະຣັ່ງແລະ "Thailand" ໃນພາສາອັງກິດຢ່າງໃນປັດຈຸບັນ ແບບໃດກໍ່ຕາມ ຊື່ ສະຫຍາມ ຍັງຄົງເປັນທີຮູ້ຈັກທັງໃນແລະຕ່າງປະເທດ ຊື່ປະເທດໄທໃນພາສາອັງກິດ

ປະຫວັດສາດ

ເບິ່ງຕື່ມຢູ່ ປະຫວັດສາດໄທ

ຍຸກກ່ອນປະຫວັດສາດ

ໃນອະດີດ ພື້ນທີ່ເຊິ່ງປັດຈຸບັນເປັນປະເທດໄທນັ້ນມີມະນຸດເຂົ້າມາຢູ່ອາໄສຕັ້ງແຕ່ຍຸກຫິນເກົ່າ ຄື20,000 ປີທີ່ແລ້ວ ພາກພື້ນດັ່ງກ່າວໄດ້ຮັບອິດທິພົນທາງວັດທະນະທຳແລະທາງສາດສະໜາຈາກອິນເດຍ ນັບຕັ້ງແຕ່ອານາຈັກຟູນັນ ເມື່ອສະຕະວັດທີ່ 1 ແຕ່ສຳລັບຂອງຄົນໄທແລ້ວ ຕາມຕຳນານໂຍນົກໄດ້ບັນທຶກວ່າ ການກໍ່ຕັ້ງອານາຈັກຂອງຄົນໄທຄັ້ງທຳອິດເກີດຂຶ້ນເມື່ອຮາວ ພ.ສ. 1400

ອານາຈັກສຸໂຂໄທ

ພາຍຫຼັງການລົ່ມສະຫຼາຍຂອງຈັກກະວັດຂະເໝນ ເມື່ອຕົ້ນຄຣິສຕະສະຕະວັດທີ່ 13 ເຮັດໃຫ້ເກີດຣັດໃໝ່ຂຶ້ນເປັນຈຳນວນຫຼາຍໃນເວລາໄລ່ເລ່ຍກັນ ອາທິ ຊາວໄທ ມອນ ຂະເໜນແລະມະລາຢູ ນັກປະຫວັດສາດໄທເລີ່ມຖືເອົາສະໄໝອານາຈັກສຸໂຂໄທ ນັບຕັ້ງແຕ່ ພ.ສ. 1781 ເປັນຈຸດເລີ່ມຕົ້ນຂອງປະຫວັດສາດໄທ ເຊິ່ງກົງກັບສະໄໝຮຸ່ງເຮືອງຂອງອານາຈັກລ້ານນາແລະອານາຈັກລ້ານຊ້າງ ອານາຈັກສຸໂຂໄທມີການປົກຄອງ ປິຕຸລາຊາ ຫຼື ພໍ່ປົກຄອງລູກທີ່ຜູ້ປົກຄອງໄກ້ຊິດກັບຜູ້ໃຕ້ປົກຄອງ ອານາຈັກສຸໂຂໄທແຜ່ຂະຫຍາຍດິນແດນອອກໄປຢ່າງກວ້າງຂວາງໃນລາຊະສະໄໝພໍ່ຂຸນຮາມຄຳແຫງມະຫາລາດ ຜູ້ປະດິດອັກສອນໄທ ແຕ່ສະຖຽນລະພາບຂອງອານາຈັກໄດ້ອ່ອນແອລົງພາຍຫຼັງການສະຫວັນຄົດຂອງພຣະອົງ ລາຊະສະໄໝພະຍາລິໄທມີການປ່ຽນຮູບແບບການປົກຄອງມາເປັນທຳມະລາຊາ ຈາກການຮັບອິດທິພົນຂອງສາສະໜານິກາຍເຖລະວາດແບບລັງກາວົງ ອານາຈັກສຸໂຂໄທເສື່ອມລົງແລະຕົກເປັນເມືອງຂຶ້ນຂອງອານາຈັກອະຍຸດທະຍາ

ພູມປະເທດ ພູມອາກາດແລະສິ່ງແວດລ້ອມ

ເບິ່ງຕື່ມຢູ່ ພູມິສາດໄທ ແລະ ພູມິອາກາດໄທ

ປະເທດໄທຕັ້ງຢູ່ກາງຄາບສະໝຸດອິນໂດຈີນໃນອາຊີຕາເວັນອອກສຽງໃຕ້ ແລະຍັງຢູ່ບົນຄາບສະໝຸດມະລາຍູນຳ ຢູ່ລະຫວ່າງລະຕິຈູດ 5° ເຖິງ 21° ເໜືອ ແລະລອງຕິຈູດ 97° ເຖິງ 106° ຕາເວັນອອກ ປະເທດໄທມີພື້ນທີ່ 512,115 ຕາລາງກິໂລແມັດ ເປັນອັນດັບທີ່ 51 ຂອງໂລກແລະອັນດັບທີ່ 3 ຂອງອາຊີຕາເວັນອອກສຽງໃຕ້ ຮອງຈາກປະເທດອິນໂດເນເຊຍແລະມຽນມາ

ປະເທດໄທມີລັກສະນະພູມິປະເທດທີ່ຫຼາກຫຼາຍ ພາກເໜືອເປັນພື້ນທີ່ພູເຂົາສູງສະຫຼັບຊັບຊ້ອນ ຈຸດທີ່ສູງທີ່ສຸດໃນປະເທດໄທຄື ດອຍອິນທະນົນ ປະມານ 2,565 ແມັດເໜືອລະດັບນ້ຳທະເລ ຮວມທັ້ງຍັງປົກຄຸມດ້ວຍປ່າໄມ້ອັນເປັນຕົ້ນນ້ຳສຳຄັນຂອງປະເທດ ພາກຕາເວັນອອກສຽງເໜືອສ່ວນໃຫຍ່ເປັນພື້ນທີ່ຂອງທີ່ຣາບສູງໂຄລາດສະພາບຂອງດິນຄ່ອນຂ້າງແຫ້ງແລ້ງແລະບໍ່ຄ່ອຍຕໍ່ການເພາະປູກ ພາກກາງເປັນພື້ນທີ່ຣາບລຸ່ມນ້ຳທ່ວມເຖິງ ມີແມ່ນ້ຳເຈົ້າພະຍາ ແມ່ນ້ຳໃຫຍ່ທີ່ສຸດໃນປະເທດເຊິ່ງເກີດຈາກແມ່ນ້ຳປິງແລະແມ່ນ້ຳນ່ານທີ່ໄຫຼມາບັນຈົບກັນທີ່ປາກນ້ຳໂພ ຈັງຫວັດນະຄອນສະຫວັນ ເຮັດໃຫ້ພາກກາງເປັນພາກທີ່ອຸດົມສົມບູນທີ່ສຸດ ແລະຖືໄດ້ວ່າເປັນແຫຼ່ງປູກເຂົ້າທີ່ສຳຄັນແຫ່ງໜຶ່ງຂອງໂລກ ພາກໃຕ້ເປັນສ່ວນນຶ່ງຂອງຄາບສະໝຸດໄທ-ມະລາຍູ ຂະໜາບດ້ວຍທະເລທັງສອງດ້ານ ມີຈຸດທີ່ແຄບລົງ ນະ ຄໍຄອດກະ ແລ້ວຂະຫຍາຍໃຫຍ່ເປັນຄາບສະໝຸດມະລາຍູ ທະເລສາບສົງຂາເປັນທະເລສາບທີ່ໃຫຍ່ທີ່ສຸດຂອງປະເທດໄທ ສ່ວນພາກຕາເວັນຕົກເປັນຫຸບເຂົາແລະແນວເທືອກເຂົາເຊິ່ງພາດຕົວມາຈາກທາງຕາເວັນຕົກຂອງພາກເໜືອ

ແມ່ນ້ຳເຈົ້າພະຍາແລະແມ່ນ້ຳຂອງຖືເປັນແຫຼ່ງກະເສດຕະກຳທີ່ສຳຄັນຂອງປະເທດໄທ ການຜະລິດຂອງພາກອຸສາຫະກຳການກະເສດຕ້ອງອາໄສຜົນຜະລິດທີ່ເກັບກ່ຽວໄດ້ຈາກແມ່ນ້ຳທັງສອງແລະສາຂາ ອ່າວໄທມີພື້ນທີ່ປະມານ 320,000 ຕາລາງກິໂລແມັດ ຮອງຮັບນ້ຳເຊິ່ງໄຫຼມາຈາກແມ່ນ້ຳເຈົ້າພະຍາ ແມ່ນ້ຳແມ່ກອງ ແມ່ນ້ຳບາງປະກົງແລະແມ່ນ້ຳຕາປີ ຖືເປັນແຫຼ່ງດຶງດູດນັກທ່ອງທ່ຽວ ເນື່ອງຈາກນ້ຳຕື້ນໃສຕາມແນວຊາຍຝັ່ງຂອງພາກໃຕ້ແລະຄໍຄອດກະ ນອກຈາກນີ້ ອ່າວໄທຍັງເປັນສູນກາງທາງອຸສາຫະກຳຂອງປະເທດ ເພາະມີທ່າເຮືອຫຼັກທີ່ສັດຕະຫີບ ຖືໄດ້ວ່າເປັນປະຕູທີ່ຈະນຳໄປສູ່ທ່າເຮືອອື່ນໆ ໃນບາງກອກ ພາກໃຕ້ມີບ່ອນທ່ອງທ່ຽວເຊິ່ງດຶງດູດນັກທ່ອງທ່ຽວຫຼາຍຕັ້ງແຕ່ຈັງຫວັດພູເກັດ ຈັງຫວັດກະບີ່ ຈັງຫວັດລະນອງ ຈັງຫວັດພັງງາ ຈັງຫວັດຕັງ ແລະໝູ່ເກາະຕາມແນວຊາຍຝັ່ງຂອງທະເລອັນດາມັນ

ພູມິອາກາດຂອງໄທເປັນແບບເຂດຮ້ອນ ຫຼື ແບບສະວັນນາ ມີອຸນຫະພູມ ສະເລ່ຍ 18-34°C ແລະມີປະລິມານຝົນຕົກສະເລ່ຍຕະຫຼອດປີກວ່າ 1,500 ມິລລິແມັດ ສາມາດແບ່ງໄດ້ເປັນ 3 ລະດູການ ຄື ລະຫວ່າງເດືອນກຸມພາຮອດເດືອນເມສາເປັນລະດູຮ້ອນ ລະຫວ່າງເດືອນພຶດສະພາຮອດເດືອນຕຸລາເປັນລະດູຝົນ ປະເທດໄທໄດ້ຮັບອິດທິພົນຈາກລົມມໍລະສຸມຕາເວັນຕົກສຽງໃຕ້ຈາກທະເລຈີນໃຕ້ແລະພາຍຸໝຸນເຂດຮ້ອນ ສ່ວນໃນເດືອນພະຈິກຮອດກາງເດືອນມີນາເປັນລະດູໜາວ ປະເທດໄທໄດ້ຮັບອິດທິພົນລົມມໍລະສຸມຕາເວັນສຽງເໜືອຈາກປະເທດຈີນ ສ່ວນພາກໃຕ້ມີສະພາບອາກາດແບບປ່າດົງດິບ ເຊິ່ງມີອາກາດຮ້ອນຊື້ນຕະຫຼອດທັງປີ ແບ່ງໄດ້ເປັນ 2 ລະດູຄື ລະດູຝົນແລະລະດູຮ້ອນ ໂດຍທະເລຝັ່ງຕາເວັນອອກ ລະດູຮ້ອນເລິ່ມຕັ້ງແຕ່ເດືອນພຶດສະພາຮອດເດືອນກັນຍາ ແລະທະເລຝັ່ງຕາເວັນຕົກ ລະດູຮ້ອນເລິ່ມຕັ້ງແຕ່ເດືອນພະຈິກຮອດເດືອນເມສາ

ປະເທດໄທມີຄວາມຫຼາກຫຼາຍທາງຊີວະພາບຂອງທັງພືດແລະສັດຢູ່ຫຼາຍ ອັນເປັນຣາກຖານອັນມັ່ນຄົງຂອງການຜະລິດໃນພາກກະເສດຕະກຳແລະປະເທດໄທມີໝາກໄມ້ເມືອງຮ້ອນຫຼາກຊະນິດພື້ນທີ່ຮາວ 29% ຂອງປະເທດເປັນປ່າໄມ້ ຮວມໄປເຖິງພື້ນທີ່ປູກຍາງພາລາແລະກິດຈະກຳປູກປ່າບາງແຫ່ງ ປະເທດໄທມີເຂດຮັກສາພັນສັດປ່າກວ່າ 50 ແຫ່ງ ເຂດຫ້າມລ່າສັດປ່າອີກ 56 ແຫ່ງ ໂດຍພື້ນທີ່ 12% ຂອງປະເທດເປັນອຸດທະຍານແຫ່ງຊາດ (ປະຈຸບັນມີ 110 ແຫ່ງ) ແລະອີກເກືອບ 20% ເປັນເຂດປ່າສະຫງວນ ປະເທດໄທມີພືດ 15,000 ສະປີຊີ ຄິດເປັນ 8% ຂອງສະປີຊີພືດທັງໝົດບົນໂລກ ໃນປະເທດໄທ ພົບນົກ 982 ຊະນິດ ນອກຈາກນີ້ຍັງເປັນຖິ່ນທີ່ຢູ່ຂອງສັດສະເທີນນ້ຳສະເທີນບົກ ນົກ ສັດລ້ຽງລູກດ້ວຍນ້ຳນົມ ແລະສັດເລື້ອຍຄານກວ່າ 1,715 ສະປີຊີເຊິ່ງມີການບັນທຶກ

ເຂດການປົກຄອງ

ພາກເໜືອ

ມີ 9 ຈັງຫວັດ :

ພາກຕາເວັນອອກສຽງເໜືອ

ມີ 20 ຈັງຫວັດ :

ພາກກາງ

ມີບາງກອກແລະ 21 ຈັງຫວັດ :

ພາກຕາເວັນອອກ

ມີ 7 ຈັງຫວັດ :

ພາກຕາເວັນຕົກ

ມີ 5 ຈັງຫວັດ :

ພາກໃຕ້

ມີ 14 ຈັງຫວັດ

ເມືອງໃຫຍ່ແລະແຂວງ

ອັນດັບ ເມືອງ / ເທດສະບານ ພົນລະເມືອງ ແຂວງ
1 ບາງກອກ 6,121,672 ບາງກອກ
2 ນົນທະບູລີ 266,941 ນົນທະບູລີ
3 ປາກເກັດ 167,138 ນົນທະບູລີ
4 ຫາດໃຫຍ່ 157,678 ສົງຂາ
5 ຊຽງໃໝ່ 150,805 ຊຽງໃໝ່
6 ນະຄອນໂຄລາດ 149,938 ນະຄອນລາຊະສີມາ
7 ອຸດອນ 142,670 ອຸດອນທານີ
8 ສຸລາດທານີ 124,665 ສຸລາດທານີ
9 ຂອນແກ່ນ 121,283 ຂອນແກ່ນ
10 ນະຄອນສີທຳມະລາດ 106,293 ນະຄອນສີທຳມະລາດ
ອັນດັບ ແຂວງ ຈຳນວນພົນລະເມືອງ ພາກ
1 ບາງກອກ 6,121,672 ພາກກາງ
2 ນະຄອນລາຊະສີມາ 2,546,763 ພາກຕາເວັນອອກສຽງເໜືອ
3 ອຸບົນລາຊະທານີ 1,774,808 ພາກຕາເວັນອອກສຽງເໜືອ
4 ຂອນແກ່ນ 1,747,542 ພາກຕາເວັນອອກສຽງເໜືອ
5 ຊຽງໃໝ່ 1,650,009 ພາກເໜືອ
6 ບຸລີລຳ 1,531,430 ພາກຕາເວັນອອກສຽງເໜືອ
7 ອຸດອນທານີ 1,523,802 ພາກຕາເວັນອອກສຽງເໜືອ
8 ນະຄອນສີທຳມະລາດ 1,504,420 ພາກໃຕ້
9 ສີສະເກດ 1,443,975 ພາກຕາເວັນອອກສຽງເໜືອ
10 ສຸລິນ 1,374,700 ພາກຕາເວັນອອກສຽງເໜືອ

ເສດຖະກິດ

ປະເທດໄທມີເສດຖະກິດແບບປະສົມ ມີລາຍໄດ້ຫຼັກຈາກອຸດສາຫະກຳ ການສົ່ງອອກສິນຄ້າແລະການບໍລິການ ການທ່ອງທ່ຽວ ການບໍລິການ ກະເສຕະກຳແລະຊັບພະຍາກອນທຳມະຊາດ. ປະເທດໄທແມ່ນປະເທດທີ່ມີມູນຄ່າການສົ່ງອອກເປັນອັນດັບທີ 24 ຂອງໂລກ ແລະມີມູນຄ່າການນຳເຂົ້າເປັນອັນດັບທີ 23 ຂອງໂລກ. ຕະຫຼາດນຳເຂົ້າສິນຄ້າໄທທີ່ສຳຄັນ ໄດ້ແກ່ ຍີ່ປຸ່ນ ຈີນ ສະຫະລັດອາເມລິກາ ມາເລເຊຍ ສະຫະລັດອາຫຼັບເອມິເລດ ສິງກະໂປ ໄຕ້ຫວັນ ເກົາຫຼີໃຕ້ ຊາອຸດິອາລະເບຍ ແລະອິນໂດເນເຊຍ.[9] ຂໍ້ມູນໃນເດືອນກຸມພາ ຄ.ສ. 2009 ປະເທດໄທສົ່ງອອກສິນຄ້າກວ່າ 406,990 ລ້ານບາດ ໂດຍສິນຄ້າສົ່ງອອກທີ່ສຳຄັນ ໄດ້ແກ່ ເຄື່ອງຈັກ 141,401 ລ້ານບາດ ອາຫານ 52,332 ລ້ານບາດ ສິນຄ້າອຸດສາຫະກຳ 45,959 ລ້ານບາດ ແລະມີມູນຄ່າການນຳເຂົ້າປະມານ 285,965 ລ້ານບາດ ໂດຍສິນຄ້ານຳເຂົ້າທີ່ສຳຄັນ ໄດ້ແກ່ ເຄື່ອງຈັກ 113,421 ລ້ານບາດ ນ້ຳມັນແລະເຊື້ອເພີງ 50,824 ລ້ານບາດ ແລະເຄມີພັນ 46,376 ລ້ານບາດ ມີມູນຄ່າການຄ້າສຸທທິ 121,025 ລ້ານບາດ.[10]

ຢ່າງໃດກໍດີ ແຮງງານສ່ວນໃຫຍ່ຂອງໄທຢູ່ໃນພາກກະເສຕະກຳ[11] ໂດຍມີເຂົ້າເປັນພືດເສດຖະກິດຫຼັກທີ່ສຳຄັນທີ່ສຸດຂອງປະເທດ[12] ແລະຖືໄດ້ວ່າເປັນປະເທດເຊິ່ງສົ່ງອອກເຂົ້າເປັນອັນດັບ 1 ຂອງໂລກ[13]ດ້ວຍສັດສ່ວນການສົ່ງອອກຄິດເປັນຮ້ອຍລະ 36 ຂອງໂລກ.[14] ປະເທດໄທມີພື້ນທີ່ເຊິ່ງເໝາະຕໍ່ການເພາະປູກກວ່າ 27.25%[15] ເຊິ່ງໃນຈຳນວນນີ້ກວ່າ 55% ໃຊ້ສຳລັບການປູກເຂົ້າ.[16] ສ່ວນພືດຜົນທາງການກະເສດອື່ນ ໆ ໄດ້ແກ່ ຢາງພາລາ ຜັກແລະໝາກໄມ້ຕ່າງ ໆ ລວມໄປເຖິງມີການເພາະລ້ຽງປະສຸສັດ ເຊ່ນ ງົວ ໝູ ເປັດ ໄກ່ ສັດນ້ຳທັງປານ້ຳຈືດ ປານ້ຳເຄັມໃນກະຊັງ ການເຮັດນາກຸ້ງ ການລ້ຽງຫອຍ ລວມໄປເຖິງການປະມົງທາງທະເລ. ເນື່ອງຈາກປະເທດໄທມີຄວາມອຸດົມສົມບູນດ້ານພືດພັນທັນຍາຫານຕະຫຼອດປີ ຈຶ່ງໄດ້ຊື່ວ່າເປັນແຫຼ່ງຜະລິດອາຫານທີ່ສຳຄັນຂອງໂລກ ແລະເປັນຜູ້ສົ່ງອອກອາຫານລາຍໃຫຍ່ຂອງໂລກເປັນອັນດັບທີ 5.[17]

ວິທະຍາສາດແລະເຕັກໂນໂລຊີ

ໄດ້ມີການບັນຈຸແຜນການໃຊ້ແລະພັດທະນາວິທະຍາສາດແລະເຕັກໂນໂລຊີນັບຕັ້ງແຕ່ແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ ໄລຍະທີ 5 (ຄ.ສ. 1982-1986) ເປັນຕົ້ນມາ. ແຕ່ໃນຂະນະນັ້ນຍັງພໍ້ວ່າມີອຸປະສັກດ້ານສະໝັດຖະພາບຂອງປະເທດໃນດ້ານວິທະຍາສາດແລະເຕັກໂນໂລຊີຂອງປະເທດຍັງບໍ່ເຂັ້ມແຂງ ຈົນເຖິງແຜນພັດທະນາເສດຖະກິດແລະສັງຄົມແຫ່ງຊາດ ໄລຍະທີ 6 (ຄ.ສ. 1987-1991) ຈຶ່ງໄດ້ຈັດແຜນພັດທະນາວິທະຍາສາດແລະເຕັກໂນໂລຊີໃຫ້ເປັນ 1 ໃນ 10 ຂອງແຜນ ເພື່ອພັດທະນາຂີດຄວາມສາມາດດ້ານການຜະລິດແລະການແປຮູບສິນຄ້າ.[18]

ພະບາດສມເດັດພະຈອມເກົ້າເຈົ້າຢູ່ຫົວຊົງໄດ້ຮັບພະສະໄໝຍານາມວ່າ "ພະບິດາແຫ່ງວິທະຍາສາດໄທ" ຈາກການທີ່ໄດ້ຊົງຄຳນວນສຸລິຍຸປະລາຄາເຕັມດວງ 18 ສິງຫາ ຄ.ສ. 1868 ຢ່າງແມ່ນຍຳ ເມື່ອວັນທີ 14 ເມສາ ຄ.ສ. 1982 ໂດຍລັດຖະບານກຳໜົດໃຫ້ວັນທີ 18 ສິງຫາ ຂອງທຸກປີເປັນວັນວິທະຍາສາດແຫ່ງຊາດ.[19]


ໃນປັດຈຸບັນວິທະຍາສາດໄດ້ເຂົ້າມາມີສ່ວນຮ່ວມໃນປະເທດໄທຫຼາຍຂຶ້ນໃນເລື່ອງການແພດ ການຄົມມະນາຄົມ ການສຶກສາ ການສື່ສານເຮັດໃຫ້ວິທະຍາສາດແລະເຕັກໂນໂລຊີຂອງປະເທດໄທກ້າວໜ້າຢ່າງໄວວາ.[20]

ການຄົມມະນາຄົມ

ການຄົມມະນາຄົມສ່ວນຫຼາຍໃນປະເທດໄທຈະໃຊ້ການຂົນສົ່ງທາງບົກເປັນຫຼັກ ແມ່ນ ອາໄສລົດແລະລົດຈັກ ທາງຫຼວງສາຍຫຼັກໃນປະເທດໄທ ໄດ້ແກ່ ຖະໜົນພະຫົນໂຍທິນ ຖະໜົນມິຕະພາບ ຖະໜົນສຸຂຸມວິດ ແລະຖະໜົນເພັດກະເສມ. ນອກຈາກນີ້ລະບົບຂົນສົ່ງມວນຊົນຈະມີການບໍລິການຕາມເມືອງໃຫຍ່ຕ່າງໆ ໄດ້ແກ່ ລະບົບລົດເມ ແລະລົດໄຟ ລວມເຖິງລະບົບທີ່ເລີ່ມມີການໃຊ້ງານລົດໄຟລອຍຟ້າ ແລະລົດໄຟໃຕ້ດິນ ແລະໃນຫຼາຍພື້ນທີ່ຈະມີການບໍລິການລົດສອງແຖວ ລວມເຖິງລົດຮັບຈ້າງຕ່າງໆ ໄດ້ແກ່ ຕັກຊີ ເມວເຄື່ອງ ລົດຈັກຮັບຈ້າງ ແລະລົດຕຸກຕຸກ. ໃນອະດີດປະເທດໄທເຄີຍມີການຄົມມະນາຄົມໂດຍໃຊ້ລົດຮາງທີ່ມີລັກສະນະຄ້າຍລົດໄຟ.

ສຳລັບການຄົມມະນາຄົມທາງອາກາດນັ້ນ ປັດຈຸບັນປະເທດໄທໄດ້ເປີດໃຊ້ສະໜາມບິນສຸວັນນະພູມ ເຊິ່ງຖືໄດ້ວ່າເປັນສະໜາມບິນຂະໜາດໃຫຍ່ທີ່ສຸດຂອງປະເທດ ໂດຍເປີດຢ່າງເປັນທາງການຕັ້ງແຕ່ວັນທີ 28 ກັນຍາ ຄ.ສ. 2006[21] ເພື່ອໃຊ້ແທນທີ່ສະໜາມບິນນານາຊາດດອນເມືອງ ສ່ວນການຄົມມະນາຄົມທາງນ້ຳ ໂດຍອາໄສເຮືອເປັນຫຼັກ. ປະເທດໄທມີທ່າເຮືອຫຼັກ ໆ ແມ່ນ ທ່າເຮືອບາງກອກ ຄອງເຕີຍ ແລະທ່າເຮືອແຫຼມສະບັງ.

ການສື່ສານ

ການສື່ສານໃນປະເທດໄທເດີມໃຊ້ຈົດໝາຍ ໂດຍໄປສະນີໄທເປັນຜູ້ຮັບສົ່ງຈົດໝາຍ ແຕ່ການຂຽນຈົດໝາຍທີ່ຫຼ້າຊ້າຈຶ່ງໄດ້ມີການນຳໂທລະເລກມາໃຊ້ໃນປະເທດໄທ ໂດຍກົມໄປສະນີໂທລະເລກແລະເລີກໃຊ້ໄປແລ້ວໃນປັດຈຸບັນ ໂດຍມີໂທລະສັບແລະໂທລະສານເປັນເຄື່ອງສື່ສານທີ່ສະດວກໄວວາທີ່ສຸດແລະລາຄາປະຫຍັດ ຢ່າງໃດກໍດີຍັງມີອິນເຕີເນັດໃຊ້ເປັນເຄື່ອງສື່ສານຢູ່ກັນບໍ່ໜ້ອຍ.

ການທ່ອງທ່ຽວ

ການທ່ອງທ່ຽວເຮັດລາຍໄດ້ໃຫ້ກັບປະເທດເປັນສັດສ່ວນສູງເມື່ອທຽບໃສ່ສັດສ່ວນຂອງຫຼາຍໆ ປະເທດໃນທະວີບອາຊີ (ປະມານ 6% ຂອງຈີດີພີ). ນັກທ່ອງທ່ຽວສ່ວນຫຼາຍທີ່ເດີນທາງມາຍັງປະເທດໄທດ້ວຍເຫດຜົນຫຼາຍປະການ ສ່ວນໃຫຍ່ມາທ່ອງທ່ຽວຕາມຊາຍຫາດແລະພັກຜ່ອນ ເຖິງແມ້ນວ່າຈະມີຄວາມບໍ່ສະຫງົບໃນສາມຈັງຫວັດຊາຍແດນພາກໃຕ້ກໍຕາມ[22] ໂດຍແຫຼ່ງທ່ອງທ່ຽວທີ່ສຳຄັນໄດ້ແກ່ ບາງກອກ ເມືອງພັດທະຍາ ພາກໃຕ້ຝັ່ງທະເລອັນດາມັນ ແລະຈັງຫວັດຊຽງໃໝ່. [23]

ໃນປີ ຄ.ສ. 2010 ມີນັກທ່ອງທ່ຽວລວມ 15.94 ລ້ານຄົນ ເພິ່ມຂຶ້ນຈາກປີກ່ອນເຖິງຮ້ອຍລະ 12.63 ໂດຍຫຼາຍກວ່າ 1 ໃນ 4 ເປັນນັກທ່ອງທ່ຽວຈາກອາຊຽນກົມການທ່ອງທ່ຽວ. [24] ອີກທັງປະເທດໄທຍັງໄດ້ຮັບສົມຍານາມວ່າ "ສະຫຍາມເມືອງຍິ້ມ" ເຊິ່ງຊາວຕ່າງຊາດຈັດອັນດັບວ່າຄົນໄທມີຮອຍຍິ້ມທີ່ສວຍງາມທີ່ສຸດໃນໂລກໃນຕ້ອນຮັບຊາວຕ່າງຊາດທີ່ມາທ່ຽວໃນປະເທດໄທອີກດ້ວຍ

ຊາຍແດນ

ແຫຼ່ງຂໍ້ມູນອື່ນ

  1. Thailand, The World Factbook.
  2. John Draper; Joel Sawat Selway (January 2019). "A New Dataset on Horizontal Structural Ethnic Inequalities in Thailand in Order to Address Sustainable Development Goal 10". Social Indicators Research. 141 (4): 284. doi:10.1007/s11205-019-02065-4. S2CID 149845432. Retrieved 6 Feb 2020.
  3. "Population by religion, region and area, 2018". NSO. Archived from the original on 24 April 2021. Retrieved 9 March 2021.
  4. "Thailand Population 1950-2021".
  5. (ໃນພາສາThai) National Statistics Office, "100th anniversary of population censuses in Thailand: Population and housing census 2010: 11th census of Thailand" Archived 12 ກໍລະກົດ 2012 at the Wayback Machine. popcensus.nso.go.th.
  6. 6.0 6.1 6.2 6.3 "Report for Selected Countries and Subjects". International Monetary Fund. Retrieved 14 February 2022.
  7. "Gini Index". World Bank. Retrieved 12 August 2021.
  8. "Human Development Report 2021/2022" (PDF) (in ອັງກິດ). United Nations Development Programme. 8 September 2022. Retrieved 8 September 2022.
  9. Office of Commercial Affiar, Royal Thai Embassy, Washington DC. Thai economic overview Archived 2011-09-10 at the Wayback Machine. p.2
  10. ທະນາຄານແຫ່ງປະເທດໄທ. ສິນຄ້າອອກແລະສິນຄ້າເຂົ້າຈຳແນກຕາມກຸ່ມສິນຄ້າ Archived 2016-03-04 at the Wayback Machine
  11. ທະນາຄານແຫ່ງປະເທດໄທ. Thailand at a Glance Archived 2013-06-28 at the Wayback Machine
  12. ຕະຫຼາດສິນຄ້າກະເສດລ່ວງໜ້າແຫ່ງປະເທດໄທ. ເຂົ້າຂາວ 5% Both Options (BWR5) Archived 2013-08-13 at the Wayback Machine. ສືບຄົ້ນເມື່ອ 7 ພະຈິກ 2553.
  13. www.ch7.com. ປີ 52 ໄທສົ່ງອອກເຂົ້າທະລຸເປົ້າ ເງິນເຟີ້ຕິດລຶບໜ້ອຍ. ສືບຄົ້ນເມື່ອ 8 ພະຈິກ 2553.
  14. Thailand backs away from rice cartel plan." The International Herald Tribune 7 May 2008: 12. 2 Feb. 2009 [1]
  15. CIA - The World Factbook :: Land use Archived 2014-03-26 at the Wayback Machine (ອັງກິດ)
  16. IRRI - Science - Rice Statistics - Info by Country - Thailand Archived 2008-03-27 at the Wayback Machine (ອັງກິດ)
  17. ເອກະລັກປະຈຳຊາດຂອງໄທ. ສຳນັກງານຄະນະກຳມະການວັດທະນະທຳແຫ່ງຊາດ. ສືບຄົ້ນ 9-12-2553.
  18. ຄະນະກຳມະການສະເພາະກິດຈັດເຮັດໜັງສືເມືອງໄທຂອງເຮົາ ເຫຼ້ມ 2. ໜ້າ 116.
  19. ຄະນະກຳມະການສະເພາະກິດຈັດເຮັດໜັງສືເມືອງໄທຂອງເຮົາ ເຫຼ້ມ 2. ໜ້າ 117.
  20. "Archive copy". Archived from the original on 2013-12-11. Retrieved 2013-08-14.{{cite web}}: CS1 maint: archived copy as title (link)
  21. ສະໜາມບິນສຸວັນນະພູມ. ປະຫວັດຄວາມເປັນມາຂອງສະໜາມບິນສຸວັນນະພູມ Archived 2009-11-09 at the Wayback Machine. ສືບຄົ້ນເມື່ອ 18 ເມສາ 2553.
  22. ການທ່ອງທ່ຽວແຫ່ງປະເທດໄທ. International tourist arrival to Thailand by nationality and mode of transport Archived 2012-09-20 at the Wayback Machine
  23. Thailand and the World Bank Archived 2005-12-16 at the Wayback Machine, World Bank on Thailand country overview.The Guardian, Country profile: Thailand, 25 April 2009.
  24. [2]. ສືບຄົ້ນຂໍ້ມູນ 31 ກໍລະກົດ 2554