ຈັງຫວັດບຶງການ

ຈັງຫວັດບຶງການ ເປັນຈັງຫວັດໃນພາກຕະເວັນອອກສຽງເໜືອຂອງປະເທດໄທຕອນເທິງ ແຍກຕົວອອກມາຈາກຈັງຫວັດໜອງຄາຍ ເມື່ອວັນທີ່ 22 ມີນາ ຄ.ສ. 2011 ມີພື້ນທີ່ສ່ວນໃຫຍ່ຕິດແຄມແມ່ນ້ຳຂອງ ກົງ​ກັນ​ຂ້າມປະເທດລາວ ມີພື້ນທີ່ແຄບແຕ່ຍາວ ມີຊື່ສຽງດ້ານການທ່ອງທ່ຽວ ໂດຍສະເພາະການຊົມບັ້ງໄຟພະຍານາກໃນມື້ອອກພັນສາ

ບັນດາເມືອງ ດັດແກ້

ມີ 8 ບັນດາເມືອງ

  1. ເມືອງບຶງການ
  2. ເມືອງພອນຈະເລີນ
  3. ເມືອງໂຊ່ພິໄສ
  4. ເມືອງເຊກາ
  5. ເມືອງປາກຄາດ
  6. ເມືອງບຶງໂຊງຫຼົງ
  7. ເມືອງສີວິໄລ
  8. ເມືອງບຸ່ງຄ້າ