ສົມບູລະນາຍາສິດທິລາດ

(ປ່ຽນເສັ້ນທາງມາຈາກ ລະບອບສົມບູລະນາຍາສິດທິລາດ)

ສົມບູລະນາຍາສິດທິລາດ (ຄຳເຄົ້າ: ສົມບູຣນາຍາສິທທິຣາຊຍ໌[1]; ອັງກິດ: Absolute Monarchy) ແມ່ນລະບອບການປົກຄອງທີ່ມີກະສັດເປັນຜູ້ປົກຄອງແລະມີສິດຂາດໃນການບໍລິຫານປະເທດ ໃນລະບອບການປົກຄອງນີ້ ກະສັດກໍຄືກົດໝາຍ ກ່າວຄື ທີ່ມາຂອງກົດໝາຍທັງປວງຢູ່ທີ່ກະສັດ ຄຳສັ່ງ ຄວາມຕ້ອງການຕ່າງ ໆ ລ້ວນມີຜົນເປັນກົດໝາຍ ກະສັດມີອຳນາດໃນການປົກຄອງແຜ່ນດິນແລະພົນລະເມືອງໂດຍອິດສະຫຼະ ໂດຍບໍ່ມີກົດໝາຍຫຼືອົງກອນຕາມກົດໝາຍໃດ ໆ ຈະຂັດຂວາງໄດ້ ເຖິງອົງກອນທາງສາສະໜາອາດຕ້ານທານກະສັດຈາກການເຮັດບາງຢ່າງອົງລັດຖາທິປັດ (ກະສັດ) ນັ້ນຈະຄາດຫວັງວ່າຈະປະຕິບັດຕາມທຳນຽມ ແຕ່ໃນລະບອບສົມບູລະນາຍາສິດທິລາດນັ້ນ ບໍ່ມີລັດຖະທຳມະນູນຫຼືກົດໝາຍໃດ ໆ ທີ່ຈະຢູ່ເໜືອກວ່າຄຳຊີ້ຂາດຂອງລັດຖາທິປັດ ຕາມທິດສະດີພົນລະເມືອງນັ້ນ ລະບອບສົມບູລະນາຍາສິດທິລາດມອບຄວາມໄວ້ວາງໃຈທັງໝົດໃຫ້ກັບພະເຈົ້າແຜ່ນດິນທີ່ດີທາງສາຍເລືອດແລະໄດ້ຮັບການລ້ຽງດູເຝິກຝົນມາຢ່າງດີຕັ້ງແຕ່ເກີດ[2]

ໃນທາງທິດສະດີ ກະສັດໃນລະບອບສົມບູລະນາຍາສິດທິລາດຈະມີອຳນາດທັງໝົດເໜືອປະຊາຊົນແລະແຜ່ນດິນ ຮວມທັງເໜືອອະພິຊົນແລະບາງຄັ້ງກໍເໜືອຄະນະສົງດ້ວຍ ສ່ວນໃນທາງປະຕິບັດກະສັດໃນລະບອບສົມບູລະນາຍາສິດທິລາດມັກຈະຖືກຈຳກັດອຳນາດ ໂດຍທົ່ວໄປກຸ່ມທີ່ກ່າວມາຫຼືກຸ່ມອື່ນ

ກະສັດບາງພະອົງ (ເຊັ່ນຈັກກະວັດເຢຍລະມັນ ຄ.ສ. 1871-1918) ມີລັດຖະສະພາທີ່ບໍ່ມີອຳນາດຫຼືເປັນພຽງສັນຍະລັກແລະອົງກອນບໍລິຫານອື່ນ ໆ ທີ່ກະສັດສາມາດປ່ຽນແປງຫຼືຍຸບເລີກໄດ້ຕາມຕ້ອງການ ເຖິງຈະມີຜົນເທົ່າກັບລະບອບສົມບູລະນາຍາສິດທິລາດແຕ່ໂດຍທາງເຕັກນິກທີ່ເປັນໄປໄດ້ແລ້ວ ນີ້ຄືລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ (contitutional monarchy) ເນື່ອງຈາກການມີຢູ່ຂອງລັດຖະທຳມະນູນແລະກົດໝາຍພື້ນຖານຂອງປະເທດ

ປະເທດທີ່ໃຊ້ລະບອບສົມບູລະນາຍາສິດທິລາດໃນປັດຈຸບັນຄື ຊາອຸດິອາຣະເບຍ ບຣູໄນ ໂອມານ ສະວາຊີແລນ ກາຕາ ຮວມທັງນະຄອນລັດວາຕິກັນ ນຳ

ລະບອບສົມບູລະນາຍາສິດທິລາດໃນປະເທດໄທ ດັດແກ້

ປະເທດໄທເຄີຍປົກຄອງດ້ວຍລະບອບສົມບູລະນາຍາສິດທິລາດ ພະມະຫາກະສັດມີອຳນາດສິດຂາດໃນການປົກຄອງແຜ່ນດິນດັງຄຳກ່າວທີ່ວ່າ "ພະບໍລົມລາຊານຸພາບຂອງພະເຈົ້າແຜ່ນດິນກຸງສະຫຍາມນີ້ບໍ່ໄດ້ປາກົດໃນກົດໝາຍອັນນຶ່ງອັນໃດ ດ້ວຍເຫດທີ່ຖືວ່າເປັນທີ່ລົ້ນພົ້ນ ບໍ່ມີຂໍ້ສັ່ງອັນໃດຈະເປັນຜູ້ບັງຄັບຂັດຂວາງໄດ້"

ໃນທັດສະນະຂອງ ນະຄະລິນ ເມກໄຕລັດ ອະດີດຄະນະບະດີຄະນະລັດຖະສາດ ມະຫາວິທະຍາໄລທຳມະສາດ ເຫັນວ່າລະບອບສົມບູລະນາຍາສິດທິລາດຂອງໄທນັ້ນ ບໍ່ໄດ້ເປັນລະບອບທີ່ມີຕັ້ງແຕ່ສະໄໝບູຮານ ແຕ່ເພິ່ງມີມາໃນສະໄໝລາຊະການທີ່ 5 ເນື່ອງຈາກໃນລາຊະການນີ້ ພະອົງຊົງຮວບຮວມອຳນາດຈາກເຫຼົ່າຂຸນນາງ ຂ້າລາຊະການ ທີ່ເຄີຍມີອຳນາດແລະບົດບາດມາກ່ອນໜ້ານັ້ນ ມາໄວ້ທີ່ສູນກາງການປົກຄອງ ຄື ຕົວພະອົງແລະພະປະຍູນລະຢາດ ເຮັດໃຫ້ພະມະຫາກະສັດຊົງດຳລົງສະຖານະເປັນທັງປະມຸກຂອງລັດແລະປະມຸກຂອງຝ່າຍບໍລິຫານຢ່າງແທ້ຈິງ ເທົ່າກັບວ່າລະບອບສົມບູລະນາຍາສິດທິລາດຂອງໄທມີພຽງ 3 ລາຊະການເທົ່ານັ້ນ ຄື ລາຊະການທີ່ 5,ລາຊະການທີ່ 6ແລະລາຊະການທີ່ 7[3]

ການສິ້ນສຸດລະບອບ ດັດແກ້

ເມື່ອມີການປະຕິວັດຍຶດອຳນາດຈາກລັດຊະການທີ່ 7 ແລະປ່ຽນແປງການຄອງຈາກສົມບູລະຍາສິດທິລາດມາເປັນລະບອບປະຊາທິປະໄຕໃນວັນທີ 10 ທັນວາ ຄ.ສ.1932 ແລ້ວ ໃນທາງນິຕິໄນ ພະລາຊະອຳນາດທີເຄີຍມີມາຢ່າງລົ້ນພົ້ນບໍ່ໄດ້ຖືກຈຳກັດຢູ່ໃນກອບຂອງລັດຖະທຳມະນູນ ຮຽກຂານກັນຕໍ່ມາວ່າ "ລາຊາທິປະໄຕ" ຜູ້ໃຫ້ຈຳກັດຄວາມໂດຍ ພົນຕຳລວດເອກ ວິສິດ ເດດກຸນຊອນ

ຄຳສັບ ດັດແກ້

"ສົມບູລະນາຍາສິດທິລາດ" ບັນຍັດມາຈາກພາສາອັງກິດວ່າ "Absolute Monarchy" ມີຄວາມໝາຍໂດຍກົງວ່າ ຄວາມເປັນກະສັດເຊິ່ງມີອາຍາສິດ (ອຳນາດເດັດຂາດ) ໂດຍສົມບູນ

ເບິ່ງຕື່ມ ດັດແກ້

ອ້າງອີງ ດັດແກ້

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
  2. "พระราชอำนาจตามกฎหมาย". Archived from the original on 2007-09-27. Retrieved 2016-07-21.
  3. หน้า 110, รศ.นครินทร์ เมฆไตรรัตน์ เหตุแห่งการปฏิวัติสยาม ๒๔๗๕. สัมภาษณ์. นิตยสารสารคดี "๒๔ มิถุนายน ๒๔๗๕" ฉบับที่ ๑๗๒: มิถุนายน ๒๕๔๒