ພາສາອັງກິດ
ພາສາອັງກິດ (English, ຄຳເຄົ້າ: ພາສາອັງກລິສ[2]) ແມ່ນພາສາເຢຍລະມັນຕາເວັນຕົກພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດອັງກິດ ຈົນປະຈຸບັນນີ້ ມີການເວົ້າກັນທົ່ວໂລກ. ແມ່ນພາສາທາງການ ຢູ່ສະຫະລາຊະອານາຈັກ,ປະເທດອະເມລິກາ ແລະ ຫຼາຍປະເທດໃນໂລກ. ນອກຈາກນີ້ ຍັງເປັນ ພາສາທຸລະກິດ, ພາສາສື່ສານ ແລະ ພາສາຕ່າງປະເທດທີ່ໜຶ່ງທີ່ໃຊ້ກັນແຜ່ຫຼາຍທີ່ສຸດໃນໂລກພາສາໜຶ່ງ.
ພາສາອັງກິດ | ||
---|---|---|
ສຽງອ່ານ: | [ˈɪŋɡlɪʃ][1] | |
ເວົ້າໃນ: | (ເບິ່ງໃນບົດຄວາມ) | |
ຈຳນວນຜູ້ເວົ້າ: | 360 ລ້ານຄົນ | |
ຕະກູນພາສາ: | ອິນດູ-ເອີລົບ ພາສາເຢຍລະມັນ ພາສາເຢຍລະມັນຕາເວັນຕົກ ພາສາອັງກິດ-ຟະລິດ ພາສາອັງກິດ ພາສາອັງກິດ | |
ລະບົບການຂຽນ: | ອັກສອນລາແຕັງ (ອັກສອນອັງກິດ) | |
ສະຖານະທາງການ | ||
ພາສາທາງການໃນ: | 54 ປະເທດ 27 ອົງການບໍ່ແມ່ນລັດ ແລະບ່ອນອື່ນອີກຫຼາຍຫຼວງ | |
ຜູ້ວາງລະບຽບ: | ບໍ່ມີ | |
ລະຫັດພາສາ | ||
ISO 639-1: | en | |
ISO 639-2: | eng | |
ISO 639-3: | eng | |
![]() | ||
ໝາຍເຫດ: ບົດຄວາມນີ້ມີສັນຍະລັກສັດທະອັກສອນສາກົນປາກົດຢູ່ ທ່ານອາດຕ້ອງໃຊ້ໄທປ໌ເຟຊທີ່ຮອງຮັບຢູນິໂຄດເພື່ອການສະແດງຜົນທີ່ສົມບູນ. | ||
![]() |
ພາສາອັງກິດແມ່ນພາສາແມ່ທີ່ມີຈຳນວນຜູ້ເວົ້າຫຼາຍທີ່ສຸດເປັນອັນດັບທີ່ 3 ຂອງໂລກ ຮອງລົງມາຈາກພາສາຈີນກາງແລະພາສາແອສະປາໂຍນ.
ຄວາມເປັນມາແກ້ໄຂ
ພາສາອັງກິດມາຈາກບັນດາອານາຈັກອັງກະໂລ-ຊັກຊັງແຫ່ງເມືອງອັງກິດ ແລະແຫ່ງເມືອງເອກົດຕອນຕະເວັນອອກສຽງໃຕ້ໃນປະຈຸບັນ ຢ່າງໃດກໍ່ດີ ແຕ່ກ່ອນນັ້ນແມ່ນບ່ອນທີ່ຢູ່ພາຍໃຕ້ການປົກຄອງຂອງອານາຈັກນອກແຕມບະລີ.
ພາສາອັງກິດແມ່ນພາສາທີ່ມີການໃຊ້ແຜ່ຫຼາຍທົ່ວແຫຼ່ງຫຼ້າຍ້ອນມາຈາກອິທິພົນໃຫຍ່ຂອງອານາຈັກອັງກິດແຕ່ສະຕະວັດທີ 17 ຫາສະຕະວັດທີ 20 ຊ່ວງກາງ ແລະກໍ່ຂອງອິທິພົນຂອງອາເມລິກາຕັ້ງແຕ່ສະຕະວັດທີ 20 ຊ່ວງກາງ.
ອ້າງອີງແກ້ໄຂ
- ↑ "English Adjective". Oxfordadvancedlearnersdictionary.com. Retrieved 2013-04-20.
- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.