ທຸງຊາດໄທ (ໄທ: ธงชาติไทย) ຫຼືເອີ້ນອີກຢ່າງໜຶ່ງວ່າ ທຸງໄຕລົງ (ໄທ: ธงไตรรงค์) ແມ່ນທຸງຊາດຂອງລາຊະອານາຈັກໄທ. ມີລັກສະນະເປັນທຸງສີ່ຫຼ່ຽມຜືນຜ້າ ໃຊ້ສີຫຼັກໃນທຸງ 3 ສີ ແມ່ນ ສີແດງ ຂາວ ແລະຟ້າແກ່. ພາຍໃນແບ່ງເປັນແຖບ 5 ແຖບ ແຖບໃນສຸດສີຟ້າແກ່ ຖັດມາດ້ານນອກທັງດ້ານເທິງແລະກ້ອງແມ່ນສີຂາວແລະສີແດງຕາມລຳດັບ ແຖບສີຟ້າແກ່ມີສ່ຳໃຫຍ່ກວ່າແຖບສີອື່ນເປັນ 2 ເທົ່າ. ຄວາມໝາຍສຳຄັນຂອງທຸງໄຕລົງນັ້ນໝາຍເຖິງສະຖາບັນຫຼັກທັງສາມຂອງປະເທດໄທ ແມ່ນ ຊາດ (ສີແດງ) ສາສະໜາ (ສີຂາວ) ແລະພະມະຫາກະສັດ (ສີຟ້າແກ່). ສີທັງສາມນີ້ເອງແມ່ນທີ່ມາຂອງການເອີ້ນຊື່ທຸງນີ້ວ່າທຸງໄຕລົງ (ໄຕ (ໄຕຣ) = ສາມ, ລົງ (ຣົງຄ໌) = ສີ).


ທຸງຊາດໄທ
ຊື່ທຸງ ທຸງໄຕລົງ
ການໃຊ້ ທຸງຊາດ
ສັດສ່ວນທຸງ 2:3
ປະກາດໃຊ້ 28 ກັນຍາ ຄ.ສ. 1917 (106 ປີ) (ມີຜົນບັງຄັບໃຊ້ເມື່ອພົ້ນກຳໜົດ 30 ວັນ ຫຼັງຈາກປະກາດໃນລາຊະກິດຈານຸເບກສາ), ກຳໜົດມາດຕະຖານເມື່ອ 30 ກັນຍາ ຄ.ສ. 2017
ລັກສະນະ ທຸງ 3 ສີ 5 ແຖບ ພື້ນແດງ-ຂາວ-ຟ້າແກ່-ຂາວ-ແດງ ແຖບກາງກວ້າງເປັນ 2 ເທົ່າຂອງແຖບສີແດງແລະສີຂາວ
ອອກແບບໂດຍ ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ
ທຸງຊາດໄທໃນຮູບແບບຕ່າງໆ
ຊື່ທຸງ ທຸງລາຊະນາວີ
ການໃຊ້ ທຸງນາວີ
ສັດສ່ວນທຸງ 2:3
ປະກາດໃຊ້ 28 ກັນຍາ ຄ.ສ. 1917 (106 ປີ) (ມີຜົນບັງຄັບໃຊ້ເມື່ອພົ້ນກຳໜົດ 30 ວັນ ຫຼັງຈາກປະກາດໃນລາຊະກິດຈານຸເບກສາ), ກຳໜົດມາດຕະຖານເມື່ອ 30 ກັນຍາ ຄ.ສ. 2017
ລັກສະນະ ທຸງຊາດ ກາງເປັນວົງມົນສີແດງ ມີຮູບຊ້າງເຜືອກຊົງເຄື່ອງຍືນແທ່ນຫັນໜ້າເຂົ້າເສົາ

ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ ຊົງພະກະລຸນາໂປດເກົ້າຯ ໃຫ້ໃຊ້ທຸງນີ້ເປັນທຸງຊາດໄທ (ຂະນະນັ້ນຍັງເອີ້ນຊື່ປະເທດວ່າສະຫຍາມ) ເມື່ອຊ່ວງປາຍປີ ຄ.ສ. 1917 ເພື່ອດັດແກ້ບັນຫາການຊັກທຸງຊ້າງເຜືອກ (ອັນໃຊ້ເປັນທຸງຊາດມາຕັ້ງແຕ່ລັດຊະກາຍທີ 4) ກັບດ້ານ ແລະເພື່ອເປັນອະນຸສອນໃນການເຂົ້າຮ່ວມສົງຄາມໂລກເທື່ອທີ 1 ກັບຝ່າຍສຳພັນທະມິດ.