ພິກັດພູມສາດ
ພິກັດພູມສາດແມ່ນສິ່ງທີ່ບອກໃຫ້ເຮົາຮູ້ເຖິງຕຳແໜ່ງຂອງທີ່ຕັ້ງເຊິ່ງເຮົາຕ້ອງການຮູ້ເທິງຜິວໂລກ ໂດຍເອົາຕາມລະບົບພິກັດຊົງກົມ (spherical coordinate system) ທີ່ຊາວບາບິໂລເນຍເປັນຜູ້ຄິດແນວທາງຂຶ້ນ ຕໍ່ມາໂຕເລມີ ນັກປາດຊາວກຣີກເປັນຜູ້ປັບປຸງແນວຄິດນີ້້ຂຶ້ນອີກຄັ້ງ ໂດຍໃຫ້ໜຶ່ງວົງກົມມີມຸມ 360 ອົງສາ
![](http://upload.wikimedia.org/wikipedia/commons/thumb/a/ab/WorldMapLongLat-eq-circles-tropics-non.png/440px-WorldMapLongLat-eq-circles-tropics-non.png)
![](http://upload.wikimedia.org/wikipedia/commons/thumb/d/d9/Geographic_coordinates_sphere.svg/400px-Geographic_coordinates_sphere.svg.png)
ພິກັດພູມສາດໃນປັຈຈຸບັນປະກອບດ້ວຍສອງສ່ວນ ຄຶລະຕິຈູດແລະລອງຈິຈູດ ອະທິບາຍໄດ້ດັງນີ້
- ລະຕິຈູດ ແມ່ນມຸມທີ່ແທກລະຫວ່າງຈຸດໃດ ໆ ກັບເສັ້ນສູນສູດ ມີຄ່າສູງສຸດ 90 ອົງສາ ເສັ້ນທີ່ລາກຕໍ່ເຊື່ອມທຸກຈຸດທີ່ມີລະຕິຈູດເທົ່າກັນ ເຮົາເອີ້ນວ່າ ເສັ້ນຂະໜານ (parallel) ວຽນເປັນວົງກົມຮອບໂລກ ໂດຍຂົ້ວໂລກແຕ່ລະຂົ້ວຈະມີຄ່າລະຕິຈູດເປັນ 90 ອົງສາ ເຊັ່ນ ຂົ້ວໂລກເໜືອມີລະຕິຈູດ 90 ອົງສາເໜືອ ເປັນຕົ້ນ
- ລອງຈິຈູດ ແມ່ນມຸມທີ່ແທກລະຫວ່າງຈຸດໃດ ໆ ກັບເສັ້ນເມີຣິດຽນທີ່ສູນ ມີຄ່າສູງສຸດ 180 ອົງສາ ຊຶ່ງພາດຜ່ານຫໍເບິ່ງດາວຫຼວງກຣີນິຊ ປະເທດອັງກິດ ເສັ້ນທີ່ລາກຕໍ່ເຊື່ອມທຸກຈຸດທີ່ມີລອງຈິຈູດເທົ່າກັນຈະເອີ້ນວ່າ ເສັ້ນເມີຮິດຽນ (meridian)