ຈັງຫວັດບຸລີລຳ

ຈັງຫວັດໃນປະເທດໄທ
ຈັງຫວັດບຸລີລຳ
ຂໍ້ມູນທົ່ວໄປ
ຊື່ພາສາລາວ ຈັງຫວັດບຸລີລຳ
ເມືອງເອກ ເມືອງບຸລີລຳ
ISO 3166-2 TH-31
ຂໍ້ມູນສະຖິຕິ
​|-
ເນື້ອທີ່ 10,322.885 km²
ພົນລະເມືອງ​ 1,584,661 ຄົນ

ຈັງຫວັດບຸລີລຳ ແມ່ນຈັງຫວັດໃນພາກຕາເວັນອອກສຽງເໜືອຕອນລ່າງ ມີຈຳນວນປະຊາກອນຫຼາຍເປັນອັນດັບ 6 ແລະມີພື້ນທີ່ກວ້າງເປັນອັນດັບທີ່ 17 ຂອງປະເທດໄທ ໃນສະໄໝກ່ອນບຸລີລຳເຄີຍເປັນສ່ວນໜຶ່ງຂອງອານາຈັກໂຄດຕະບູນແລະອານາຈັກທະວາຣະວະດີເຄີຍເປັນເມືອງຂຶ້ນກັບເມືອງນະຄອນລາຊະສີມາ

ປະຫວັດ ດັດແກ້

 
ອຸທະຍານປະຫວັດສາດພະນົມຮຸ້ງ

ບຸລີລຳເປັນເມືອງແຫ່ງຄວາມຣື່ນຣົມຕາມຄວາມໝາຍຂອງຊື່ເມືອງທີ່ນ່າຢູ່ສຳລັບທ້ອງຖິ່ນແລະເປັນເມືອງທີ່ນ່າມາເຍືອນສຳລັບຄົນຕ່າງຖິ່ນ ເມືອງປາສາດຫິນໃນເຂດຈັງຫວັດບຸລີລຳມີປາສາດຫິນໃຫຍ່ໜ້ອຍ ອັນໝາຍເຖິງຄວາມຣຸ່ງເຣືອງມາແຕ່ອະດີດ ຈາກການສຶກສາຂອງນັກໂບຮານຄະດີພົບຫຼັກຖານການຢູ່ອາໄສຂອງມະນຸດມາຕັ້ງແຕ່ສະໄໝກ່ອນປະຫວັດສາດສະໄໝທະວາຣະວະດີແລະທີ່ສຳຄັນທີ່ສຸດພົບກະຈາຍຢູ່ທົ່ວໄປໃນຈັງຫວັດບຸລີລຳຫຼາຍຄື ຫຼັກຖານທາງວັດທະນະທຳຂອງຂະເໝນບູຮານເຊິ່ງມີປາສາດອິດ ແລະປາສາດຫິນເປັນຈຳນວນຫຼາຍກວ່າ 60 ແຫ່ງ ຮວມໄດ້ທັ້ງພົບແຫຼ່ງໂບຮານຄະດີທີ່ສຳຄັນຄືເຕົາເຜົາ ພາຊະນະດິນເຜົາ ແລະພາຊະນະດິນເຜົາແບບທີ່ຮຽກວ່າເຄື່ອງຖ້ວຍຂະເໝນເຊິ່ງກຳໜົດອາຍຸໄດ້ປະມານພຸດທະສະຕະວັດທີ່ 15 ເຖິງ 18 ຢູ່ທົ່ວໄປຫຼັງຈາກສະໄໝຂອງວັດທະນະທຳຂອມຫຼືຂະເໝນບູຮານແລ້ວຫຼັກຖານທາງປະຫວັດສາດຂອງຈັງຫວັດບຸລີລຳ ເລິ່ມມີຂຶ້ນອີກຄັ້ງຕອນປາຍສະໄໝກຸງສີອະຍຸທະຍາ ໂດຍປະກົດຊື່ວ່າເປັນເມືອງຂຶ້ນຂອງເມືອງນະຄອນລາຊະສີມາແລະປະກົດຊື່ຕໍ່ມາໃນສະໄໝກຸງທົນບຸລີຮອດສະໄໝກຸງລັດຕະນະໂກສິນວ່າບຸລີລຳມີຖານະເປັນເມືອງໆ ໜຶ່ງຈົນຮອດ ຄ.ສ. 1933 ໄດ້ມີການຈັດລະບຽບລາຊະການບໍລິຫານສ່ວນພາກພື້ນໃໝ່ຈຶ່ງໄດ້ຊື່ເປັນຈັງຫວັດບຸລີລຳມາຈົນຮອດປັດຈຸບັນນີ້ຊື່ເມືອງບຸລີລຳບໍ່ປະກົດໃນເອກະສານປະຫວັດສາດສະໄໝອະຍຸທະຍາແລະທົນບຸລີສະເພາະຊື່ເມືອງອື່ນ ເຊິ່ງປັດຈຸບັນເປັນອຳເພີໃນຈັງຫວັດບຸລີລຳ ໄດ້ແກ່ ເມືອງນາງຮອງ ເມືອງພຸດໄທສົງແລະເມືອງປະໂຄນໄຊ ຄ.ສ. 1776

ລາຊະສະໄໝສົມເດັດພະເຈົ້າຕາກສິນມະຫາລາດກຸງທົນບຸລີ ກົມການເມືອງນະຄອນລາຊະສີມາ ມີໃບຍອກເຂົ້າມາວ່າ ພະຍານາງຮອງຄົບຄິດເປັນກະບົດຮ່ວມກັບເຈົ້າໂອ ເຈົ້າອິນ ແລະອຸປະຮາດເມືອງຈຳປາສັກ ຈຶງໂປດໃຫ້ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ເມື່ອຍັງດຳລົງຕຳແໜ່ງ ເຈົ້າພະຍາຈັກກີເປັນແມ່ທັບໄປປາບຈັບຕົວພະຍານາງຮອງປະຫານຊີວິດແລະສົມທົບເຈົ້າພະຍາສຸລະສີ (ສົມເດັດພະບໍວອນລາດເຈົ້າມະຫາສຸລະສິງຫະນາດ) ຄຸມກອງທັບຫົວເມືອງຝ່າຍເໜືອຍົກໄປຕີເມືອງຈຳປາສັກ ເມືອງໂຂງ ແລະເມືອງອັດຕະປື ໄດ້ທັງ 3 ເມືອງ ປະຫານຊີວິດ ເຈົ້າໂອ ເຈົ້າອິນ ອຸປະຮາດ ເມືອງຈຳປາສັກ ແລ້ວເກ້ຍກ່ອມເມືອງຕ່າງ ໆ ໄກ້ຄຽງໃຫ້ສະຫວາມິພັກ ໄດ້ແກ່ ຂະເໝນປ່າດົງ ຕະລຸງ ສຸລິນ ສັງຂະ ເມືອງຂຸຂັນ ຮວບຮວມຜູ້ຄົນຕັ້ງເມືອງຂຶ້ນໃນເຂດຂອມ ເອິ້ນວ່າ ເມືອງແປະ ແຕ່ງຕັ້ງບຸລີລຳ ແລະໃຫ້ບຸດເຈົ້າເມືອງຜະໄທສະມັນແຫ່ງພຸດໄທສົງເປັນເຈົ້າເມືອງຄົນທຳອິດ

ຕໍ່ມາປະມານ ພ.ສ. 2440-2441 ເມືອງບຸລີລຳໄດ້ກັບໄປຂຶ້ນກັບມົນທົນນະຄອນລາຊະສີມາ ເອິ້ນວ່າ "ບໍລິເວນນາງຮອງ" ປະກອບດ້ວຍ ເມືອງບຸລີລຳ ນາງຮອງ ລັດຕະນະບຸລີ ປະໂຄນໄຊ ແລະພຸດໄທສົງ ພ.ສ. 2442 ມີປະກາດປ່ຽນຊື່ ໃນຄາວນີ້ປ່ຽນຊື່ ບໍລິເວນນາງຮອງແມ່ນ "ເມືອງນາງຮອງ" ມີຖານະແມ່ນ ເມືອງຈັດຕະວາ ຕັ້ງທີ່ວ່າການຢູ່ເມືອງບຸລີລຳ ແຕ່ກາຕຳແໜ່ງແມ່ນກາຜູ້ວ່າການນາງຮອງ ກະຊວງມະຫາດໄທຈຶງໄດ້ປະກາດປ່ຽນຊື່ເມືອງແມ່ນ "ເມືອງບຸລີລຳ" ແລະປ່ຽນກາຕຳແໜ່ງແມ່ນຜູ້ວ່າການເມືອງບຸລີລຳ ຕັ້ງແຕ່ວັນທີ່ 3 ສິງຫາ ພ.ສ. 2444 ເປັນຕົ້ນມາ

ຄ.ສ. 1907 ກະຊວງມະຫາດໄທປັບປຸງຫົວເມືອງໃນພາກຕາເວັນອອກສຽງເໜືອ ໃຫ້ມົນທົນນະຄອນລາຊະສີມາປະກອບດ້ວຍ 3 ເມືອງ 17 ອຳເພີ ຄືເມືອງນະຄອນລາຊະສີມາ 10 ອຳເພີ ເມືອງໄຊຍະພູມ 3 ອຳເພີ ແລະເມືອງບຸລີລຳ 4 ອຳເພີ ຄື

ຕໍ່ມາໄດ້ມີການຕາພະລາຊະບັນຍັດລະບຽບບໍລິຫານແຫ່ງລາຊະອານາຈັກສະຫຍາມ ຄ.ສ. 1933 ຂຶ້ນ ຍຸບມົນທົນນະຄອນລາຊະສີມາ ຈັດລະບຽບບໍລິຫານລາຊະການສ່ວນພາກພື້ນອອກເປັນຈັງຫວັດແລະອຳເພີ ເມືອງບຸລີລຳຈຶງມີຖານະແມ່ນ ຈັງຫວັດບຸລີລຳ ຕັ້ງແຕ່ນັ້ນເປັນຕົ້ນມາ

ສັນຍາລັກປະຈຳຈັງຫວັດ ດັດແກ້

ອັກສອນຫຍໍ້ຈັງ

ບຣ

ກາປະຈຳຈັງຫວັດ

ແມ່ນຮູບເທວະດາຮຳແລະປາສາດຫິນ

  • ເທວະດາຮຳ ໝາຍເຖິງດິນແຫ່ງເທບພະເຈົ້າຜູ້ສ້າງ ຜູ້ປາບຍຸກເຂັນ ແລະຜູ້ປາສາດສູກ
  • ທ່າຮຳ ໝາຍເຖິງຄວາມສຳຮານຊື່ນຊົມຍິນດີ ເຊິ່ງກົງກັບພະຍາງສຸດທ້າຍຂອງຊື່ຈັງຫວັດ
  • ປາສາດຫິນ ຄືປາສາດເຂົາພະນົມຮຸ້ງເຊິ່ງມີກຳແພງລ້ອມຮອບ ພາຍໃນທ້ອງພະໂຮງມີເທວະສະຖານ
ຄຳຂວັນປະຈຳຈັງຫວັດ

ເມືອງປາສາດຫິນ ຖິ່ນພູເຂົາໄຟ ຜ້າໄໝສວຍ ຣວຍວັດທະນະທຳ

— ຄຳຂວັນປະຈຳຈັງຫວັດບຸລີລຳ
ຄວາມໝາຍຂອງຄຳຂວັນ
  • ເມືອງປາສາດຫິນ ໝາຍເຖິງບຸລີລຳມີປາສາດຫິນເຂົາພະນົມຮຸ້ງ ແມ່ນເອກະລັກຂອງຈັງຫວັດ
  • ຖິ່ນພູເຂົາໄຟ ໝາຍເຖິງ ບຸລີລຳມີພູເຂົາໄຟທີ່ດັບສະນິດແລ້ວຫຼາຍແຫ່ງ
  • ຜ້າໄໝສວຍ ໝາຍເຖິງ ບຸລີລຳມີການທໍຜ້າໄໝຂຶ້ນຊື່ ທີ່ອຳເພີນາໂພ
  • ຣວຍວັດທະນະທຳ ໝາຍເຖິງ ບຸລີລຳມີເທດສະການງານປະເພນີທີ່ຮຸ່ງເຮືອງມາຫຼາຍປີ
ພັນໄມ້ມົງຄົນພະລາຊະທານປະຈຳຈັງຫວັດ

ຕົ້ນການພຶກ ([Cassia grandis] Error: {{Lang}}: text has italic markup (help))

ຕົ້ນໄມ້ປະຈຳຈັງຫວັດ

ຕົ້ນແປະ ([Vitex quinata] Error: {{Lang}}: text has italic markup (help))

ດອກໄມ້ປະຈຳຈັງຫວັດ
 
ດອກສຸພັນນິກາ

ດອກສຸພັນນິກາ ([Cochlospermum regium] Error: {{Lang}}: text has italic markup (help))

ສັດນ້ຳປະຈຳຫວັດ

ກຸ້ງຝອຍນ້ຳຈືດຊະນິດ [Macrobrachium lanchesteri] Error: {{Lang}}: text has italic markup (help)

ທຸງປະຈຳຈັງຫວັດ

ທຸງພື້ນສີມ່ວງ-ແສດ ແບ່ງເຄິ່ງຕາມແນວຕັ້ງ ກາງທຸງມໍລະຕາເທບພະຍະດາຟ້ອນຮຳໜ້າປາສາດຫິນພະນົມຮຸ້ງ


ໜ່ວຍການປົກຄອງ ດັດແກ້

ການປົກຄອງສ່ວນພູມິພາກ ດັດແກ້

ການປົກຄອງແບ່ງອອກເປັນ 23 ອຳເພີ 189 ຕຳບົນ 2,212 ໝູ່ບ້ານ ເຊິ່ງອຳເພີທັງ 23 ອຳເພີມີດັງນີ້

 
ແຜນທີ່ຈັງຫວັດບຸລີລຳ
ໝາຍເລກ ອຳເພີ ປະຊາກອນ
(ພ.ສ. 2557)
ພື້ນທີ່
(ຕລ.ກມ.)
ຄວາມໜາແໜ້ນ
(ຄົນ/ຕລ.ກມ.)
ລະຫັດໄປສະນີ
1 ອຳເພີເມືອງບຸລີລຳ 217,715 718.235 303.12 31000
2 ອຳເພີຄູເມືອງ 67,420 442.000 152.53 31190
3 ອຳເພີກະສັງ 104,949 652.700 160.79 31160
4 ອຳເພີນາງຮອງ 112,641 769.800 146.32 31110
5 ອຳເພີໜອງກີ່ 69,992 385.000 181.79 31210
6 ອຳເພີລະຫານຊາຍ 72,950 735.000 99.25 31170
7 ອຳເພີປະໂຄນໄຊ 135,835 890.121 152.60 31140
8 ອຳເພີບ້ານກວດ 76,052 583.900 130.24 31180
9 ອຳເພີພຸດໄທສົງ 46,738 330.000 141.63 31120
10 ອຳເພີລຳປາຍມາດ 134,274 802.500 167.31 31130
11 ອຳເພີສະຕຶກ 111,774 803.000 139.19 31150
12 ອຳເພີປະຄຳ 45,376 296.029 153.28 31220
13 ອຳເພີນາໂພ 33,080 255.000 129.72 31230
14 ອຳເພີໜອງຫົງ 49,987 335.000 149.21 31240
15 ອຳເພີພັບພາໄຊ 44,293 306.670 144.43 31250
16 ອຳເພີຫ້ວຍລາດ 37,216 182.120 204.34 31000
17 ອຳເພີໂນນສຸວັນ 24,974 189.630 131.69 31110
18 ອຳເພີຊຳນິ 34,825 242.000 143.90 31110
19 ອຳເພີບ້ານໃໝ່ໄຊຍະພົດ 27,046 175.000 154.54 31120
20 ອຳເພີໂນນດິນແດງ 28,120 448.000 62.76 31260
21 ອຳເພີບ້ານດ່ານ 30,908 159.100 194.26 31000
22 ອຳເພີແຄນດົງ 32,955 298.000 110.58 31150
23 ອຳເພີສະເຫຼີມພະກຽດ 40,128 349.690 114.75 31110, 31170
ຮວມ 1,579,248 10,322.885 152.69

ການປົກຄອງສ່ວນທ້ອງຖິ່ນ ດັດແກ້

 
ເທດສະບານເມືອງບຸລີລຳ

ແບ່ງອອກເປັນ 3 ເທດສະບານເມືອງ 59 ເທດສະບານຕຳບົນ 1 ອົງການບໍລິຫານສ່ວນຈັງຫວັດ ແລະ 146 ອົງການບໍລິຫານສ່ວນຕຳບົນ ໂດຍມີລາຍຊື່ເທດສະບານດັ່ງນີ້

ອຳເພີເມືອງ

ອຳເພີນາງຮອງ

ອຳເພີຄູເມືອງ

ອຳເພີກະສັງ

ອຳເພີໜອງກີ່

ອຳເພີລະຫັນຊາຍ

ອຳເພີປະໂຄນໄຊ

ອຳເພີບ້ານກວດ

ອຳເພີພຸດໄທສົງ

ອຳເພີລຳປາຍມາດ

ອຳເພີສະຕຶກ

ອຳເພີປະຄຳ

ອຳເພີນາໂພ

ອຳເພີໜອງຫົງ

ອຳເພີພັບພາໄຊ

ອຳເພີຫ້ວຍລາດ

ອຳເພີໂນນສຸວັນ

ອຳເພີຊຳນິ

ອຳເພີບ້ານໃໝ່ໄຊຍະພົດ

ອຳເພີໂນນດິນແດງ

ອຳເພີບ້ານດ່ານ

ອຳເພີແຄນດົງ

ອຳເພີສະເຫຼີມພະກຽດ

ປະຊາກອນໃນຈັງຫວັດ ດັດແກ້

      ໝາຍເຖິງຈຳນວນປະຊາກອນໄດ້ເພີ່ມຂຶ້ນເມື່ອທຽບກັບປີກ່ອນ
      ໝາຍເຖີງຈຳນວນປະຊາກອນໄດ້ລົດລົງເມື່ອທຽບກັບປີກ່ອນ
ອັນດັບ
(ປີຫຼ້າສຸດ)
ອຳເພີໃນຈັງຫວັດບຸລີລຳ ຄ.ສ. 2015[1] ຄ.ສ 2014[2] ຄ.ສ. 2013[3] ຄ.ສ. 2012[4] ຄ.ສ. 2011[5] ຄ.ສ. 2010[6] ຄ.ສ. 2009[7] ຄ.ສ. 2008[8]
1 ເມືອງບຸລີລຳ 218,802 217,715 215,379 214,142 212,489 210,785 209,286 207,850
2 ປະໂຄນໄຊ 138,232 135,835 135,516 134,999 134,367 134,052 133,389 133,190
3 ລຳປາຍມາດ 134,414 134,274 134,168 133,900 133,331 132,934 132,566 132,311
4 ນາງຮອງ 113,005 112,641 112,198 111,720 111,175 110,930 110,412 110,076
5 ສະຕຶກ 112,258 111,774 111,519 111,165 110,513 110,275 110,038 110,228
6 ກະສັງ 105,290 104,949 104,709 104,335 104,032 103,757 103,435 103,159
7 ບ້ານກວດ 76,512 76,052 75,655 75,086 74,526 74,215 73,745 73,208
8 ລະຫານຊາຍ 73,339 72,950 72,744 72,161 71,742 71,364 70,888 70,825
9 ໜອງກີ່ 70,258 69,992 69,823 69,631 69,333 69,324 68,906 68,584
10 ຄູເມືອງ 67,633 67,420 67,219 66,927 66,717 66,655 66,715 66,464
11 ໜອງຫົງ 50,047 49,987 49,893 49,705 49,411 49,286 49,110 48,759
12 ພຸດໄທສົງ 46,639 46,738 46,695 46,652 46,589 46,503 46,381 46,367
13 ປະຄຳ 45,580 45,376 45,189 44,964 44,678 44,443 44,220 44,055
14 ພັບພາໄຊ 44,468 44,293 44,041 43,811 43,551 43,315 43,088 43,056
15 ສະເຫຼີມພະກຽດ 40,272 40,128 40,030 39,975 39,951 39,918 39,841 39,855
16 ຫ້ວຍລາດ 37,349 37,216 37,053 36,770 36,639 36,451 36,328 36,125
17 ຊຳນິ 35,091 34,825 34,709 34,477 34,386 34,270 34,027 33,849
18 ນາໂພ 33,027 33,080 33,175 33,108 33,095 33,187 33,136 33,032
19 ແຄນດົງ 33,009 32,955 32,904 32,818 32,575 32,530 32,380 32,302
20 ບ້ານດ່ານ 31,053 30,908 30,931 30,802 30,735 30,729 30,597 30,598
21 ໂນນດິນແດງ 28,206 28,120 28,043 27,908 27,723 27,487 27,151 26,925
22 ບ້ານໃໝ່ໄຊຍະພົດ 27,090 27,046 27,065 27,077 27,091 27,107 27,062 26,975
23 ໂນນສຸວັນ 25,087 24,974 24,780 24,607 24,436 24,248 24,083 23,857
ຮວມ 1,584,661 1,579,248 1,573,438 1,566,740 1,559,085 1,553,765 1,546,784 1,541,650

ບ່ອນຕັ້ງແລະອານາເຂດ ດັດແກ້

ລັກສະນະພູມມິສາດ ດັດແກ້

ຈັງຫວັດບຸລີລຳ ຕັ້ງຢູ່ໃນພາກຕາເວັນອອກສຽງເໜືອຕອນລຸ່ມຂອງປະເທດໄທ ລະຫວ່າງເສັ້ນຮຸ້ງທີ 14 ອົງສາ 15 ລິບດາເໜືອກັບ 15 ອົງສາ 45 ລິບດາເໜືອ ເສັ້ນແວງທີ 102 ອົງສາ 30 ລິບດາກັບ 103 ອົງສາ 45 ລິບດາຕາເວັນອອກ ຫ່າງຈາກບາງກອກໂດຍທາງລົດຍົນປະມານ 412 ກິໂລແມັດ ທາງລົດໄຟປະມານ 376 ກິໂລແມັດ ມີອານາເຂດຕິດຕໍ່ກັບຈັງຫວັດແລະປະເທດໄກ້ຄຽງດັ່ງນີ້

ຈັງຫວັດບຸລີລຳ ມີເນື້ອທີ່ຮວມ 10,322,885 ຕາລາງກິໂລແມັດ ຫຼື 6,451,178,125 ໄຣ່ ຄິດເປັນຮ້ອຍລະ 6.11 ຂອງພື້ນທີ່ພາກຕາເວັນອອກສຽງເໜືອ ແລະຮ້ອຍລະ 2.01 ຂອງພື້ນທີ່ປະເທດ

ອ້າງອິງ ດັດແກ້

  1. กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2557." [ออนไลน์]. เข้าถึงได้จาก: http://stat.bora.dopa.go.th/stat/pk/pk_57.pdf 2558. สืบค้น 1 มีนาคม 2558.
  2. กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2557." [ออนไลน์]. เข้าถึงได้จาก: http://stat.bora.dopa.go.th/stat/pk/pk_57.pdf 2558. สืบค้น 1 มีนาคม 2558.
  3. ราชกิจจานุเบกษา, ประกาศสำนักทะเบียนกลาง เรื่อง จำนวนราษฎรทั่วราชอาณาจักร แยกเนกรุงเทพมหานครและจังหวัดต่างๆ ตามหลักฐานการทะเบียนราษฎร ณ วันที่ ๓๑ ธันวาคม ๒๕๕๖, เล่ม ๑๓๑, ตอน ๔๑ ง , ๔ มีนาคม พ.ศ. ๒๕๕๗, หน้า ๑
  4. กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2555." [ออนไลน์]. เข้าถึงได้จาก: http://stat.bora.dopa.go.th/stat/y_stat55.html 2555. สืบค้น 3 เมษายน 2556.
  5. กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2554." [ออนไลน์]. เข้าถึงได้จาก: http://stat.bora.dopa.go.th/stat/y_stat54.html 2555. สืบค้น 6 เมษายน 2555.
  6. กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2553." [ออนไลน์]. เข้าถึงได้จาก: http://stat.dopa.go.th/stat/y_stat53.html 2553. สืบค้น 30 มกราคม 2554.
  7. กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2552."203.113.86.149/stat/y_stat.htmlสืบค้น 30 มีนาคม 2553
  8. กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2551." [ออนไลน์]. เข้าถึงได้จาก: http://www.dopa.go.th/stat/y_stat51.html Archived 2012-07-30 at archive.today 2552. สืบค้น 30 มกราคม 2552.