ພະມະຫາກະສັດໄທ

ພະມະຫາກະສັດໄທ (ໄທ:พระมหากษัตริย์ไทย) (ຄຳເຄົ້າ: ພຣະມຫາກສັຕຣິຍ໌ໄທຍ໌[1]) ແມ່ນປະມຸກຂອງປະເທດໄທຕັ້ງແຕ່ອະດີດຈົນຮອດປັດຈຸບັນຕາມລະບອບສົມບູລະນາຍາສິດທິລາດແລະປະຊາທິປະໄຕ

ພະມະຫາກະສັດແຫ່ງລາຊະອານາຈັກໄທ
พระมหากษัตริย์แห่งราชอาณาจักรไทย

King's Standard of Thailand.svg
​​​ທຸງປະຈຳພະຍົດ​
​​​ພະອົງປັດຈຸບັນ​​
King Rama X official (crop).png
​​ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ
ຕັ້ງແຕ່ 13 ຕຸລາ ຄ.​ສ.​2016

ປະຖົມກະສັດ ພໍ່ຂຸນສີອິນທາທິດ
ສະຖາປະນາ​ ຄ.ສ.​1238
ທີ່ປະທັບ​ ພະບໍຣົມມະຫາລາຊະວັງ
ເວັບໄຊຕ໌ royaloffice
พระราชลัญจกรพระครุฑพ่าห์ ซึ่งเป็นตราแผ่นดินของประเทศไทย เป็นรูปครุฑรำกางกร (แขน) สยายปักษ์ (ปีก) พระราชลัญจกรองค์นี้แสดงถึงรัฐบาลและปวงชนชาวไทย (ในขณะที่พระวิษณุ ผู้ประทับบนหลังครุฑ แสดงถึงพระมหากษัตริย์ไทย).

ເຖິງແມ້ນວ່າພະລາຊະອຳນາດຂອງພະມະຫາກະສັດຈະຫຼຸດລົງລຸນຫຼັງການປະຕິວັດເມື່ອວັນທີ 24 ມິຖຸນາ 1932 ແລະຖືກຈຳກັດໂດຍລັດຖະທຳມະນູນແຫ່ງລາຊະອານາຈັກໄທ ແຕ່ສະຖາບັນພະມະຫາກະສັດກໍຍັງຄົງໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນຊາວໄທສ່ວນໃຫຍ່. ລັດຖະທຳມະນູນແຫ່ງລາຊະອານາຈັກສະຫຍາມ ຄ.ສ. 1932 ກັບທັງລັດຖະທຳມະນູນແຫ່ງລາຊະອານາຈັກໄທທຸກສະບັບວ່າ ພະມະຫາກະສັດ "ຊົງດຳລົງຢູ່ໃນຖານະອັນເປັນທີ່ເຄົາລົບສັກກາລະ ຜູ້ໃດຈະລະເມີດບໍ່ໄດ້". ນອກຈາກນັ້ນ ພະມະຫາກະສັດຍັງຊົງໄດ້ຮັບຄວາມຄຸ້ມຄອງດ້ວຍກົດໝາຍອາຍາ ເຊິ່ງເຮັດໃຫ້ການວິພາກວິຈານພະອົງເປັນຄວາມຜິດຕໍ່ອົງພະມະຫາກະສັດ.

ຕາມລັດຖະທຳມະນູນແຫ່ງລາຊະອານາຈັກໄທ ຄ.ສ. 2007 ອັນເປັນສະບັບປັດຈຸບັນ ພະມະຫາກະສັດຊົງເປັນປະມຸກແຫ່ງລັດ ຊົງໃຊ້ອຳນາດອະທິປະໄຕຜ່ານຄະນະລັດຖະມົນຕີ ລັດຖະສະພາ ແລະສານ ຊົງເປັນຈອມທັບໄທ ພຸດທະມາມະກະ ແລະອັກຄະລະສາສະນູປະຖຳມະພົກ. ມີພະລາຊະອຳນາດສະຖາປະນາແລະພະລາຊະທານເຄື່ອງລາຊະອິສະລິຍາພອນກັບຖານັນດອນສັກ ພະລາຊະທານອະໄພຍະໂທດ ປະກາດສົງຄາມແລະສະຫງົບເສິກ ລວມຕະຫຼອດເຖິງພະລາຊະອຳນາດອື່ນໆ ອັນຈະຊົງໃຊ້ໄດ້ກໍແຕ່ໂດຍຫຼັກເກນ ວິທີການ ແລະເງື່ອນໄຂທີ່ກົດໝາຍກຳໜົດໄວ້ ຍົກເວ້ນພະລາຊະອຳນາດບາງປະການທີ່ຊົງໃຊ້ໄດ້ຕາມພະລາຊະອັດທະຍາໄສ ແມ່ນ ຕັ້ງແລະຖອດອົງຄະມົນຕີກັບບັນດາຂ້າລາຊະການໃນພະອົງ.

ພະມະຫາກະສັດໄທພະອົງປັດຈຸບັນແມ່ນພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ເປັນພະມະຫາກະສັດລຳດັບທີ 9 ແຫ່ງລາຊະວົງຈັກກີ ແລະເປັນປະມຸກລາຊະວົງຈັກກີ. ມີບ່ອນປະທັບຢ່າງເປັນທາງການແມ່ນພະບໍລົມມະຫາລາຊະວັງບາງກອກ. ສະເຫວີຍລາດຕັ້ງແຕ່ວັນທີ 9 ມິຖຸນາ ຄ.ສ. 1946 ແລະເປັນພະມະຫາກະສັດທີ່ຄອງລາດໃນຖານະປະມຸກແຫ່ງລັດທີ່ດົນທີ່ສຸດໃນໂລກ.

ລັດຊະທາຍາດຂອງພະມະຫາກະສັດໄທມີຕຳແໜ່ງເອີ້ນວ່າສະຫຍາມມຸງກຸດລາຊະກຸມານ. ພະອົງປັດຈຸບັນແມ່ນສົມເດັດພຣະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິຣາລົງກອນ ສະຫຍາມມຸງກຸດລາຊະກຸມານ. ການສືບມໍລະດົກຂອງພະມະຫາກະສັດເປັນໄປຕາມກົດມົນເທຍລະບານວ່າດ້ວຍການສືບລາຊະສັນຕິວົງ ຄ.ສ. 1924 ໂດຍມີລັກສະນະເປັນການໂອນຈາກບິດາສູ່ບຸດຕາມຫຼັກບຸກຄົນຫົວປີສະເພາະທີ່ເປັນຊາຍ ແຕ່ລັດຖະທຳມະນູນແຫ່ງລາຊະອານາຈັກສະບັບປັດຈຸບັນເປີດໃຫ້ສະເໜີພະນາມພະລາຊະທິດາຂຶ້ນສືບລາຊະບັນລັງກໍໄດ້ ໃນກໍລະນີທີ່ພະມະຫາກະສັດບໍ່ໄດ້ຊົງຕັ້ງລັດຊະທາຍາດໄວ້

ປະຫວັດແກ້ໄຂ

ກຳເໜິດແກ້ໄຂ

ຮູບແບບການປົກຄອງແບບລາຊາທິປະໄຕຂອງປະເທດໄທໄດ້ພັດທະນາຂຶ້ນມາຕະຫຼອດ 800 ປີ ພາຍໃຕ້ການປົກຄອງແບບສົມບູລະນາຍາສິດທິລາດໂດຍພະມະຫາກະສັດໄທພະອົງທຳອິດທີ່ຮວບຮວມດິນແດນຈົນເປັນປິກແຜ່ນເປັນອານາຈັກສຸໂຂໄທ ໂດຍມີພໍ່ຂຸນສີອິນທາທິດເປັນປະຖົມກະສັດ ແນວຄິດການປົກຄອງແບບລາຊາທິປະໄຕສະໄໝທຳອິດເລິ່ມຢູ່ບົນພື້ນຖານຂອງສາສະໜາພາມ (ເຊິ່ງຮັບເຂົ້າມາຈາກຈັກກະວັດຂະເໝນ) ແລະຫຼັກຄວາມເຊື່ອແບບພະພຸດທະສາສະໜານິກາຍເຖຣະວາດ ເຊິ່ງແນວຄິດທຳອິດນັ້ນມາຈາກວັນນະກະສັດຂອງສາສະໜາພາມ ເນື່ອງຈາກພະມະຫາກະສັດຈະໄດ້ຮັບອຳນາດມາຈາກອຳນາດທະຫານ ສ່ວນແນວຄິດທີ່ສອງມາຈາກແນວຄິດທຳມະລາຊາຂອງພະພູດທະສາສະໜານິກາຍເຖຣະວາດ ລຸນຫຼັງທີ່ພະພຸດເຂົ້າມາໃນປະເທດໄທໃນຮາວຄິດສະຕະວັດທີ່ 6 ອັນເປັນແນວຄິດທີ່ວ່າພະມະຫາກະສັດຄວນທີ່ຈະປົກຄອງປະຊາຊົນໂດຍທຳ

ສະໄໝກຸງສຸໂຂໄທມີການປົກຄອງແບບພໍ່ປົກຄອງລູກ ພະມະຫາກະສັດຈະມີພະນາມຂຶ້ນຕົ້ນວ່າ "ພໍ່ຂຸນ" ມີຄວາມໄກ້ຊິດລະຫວ່າງກະສັດກັບປະຊາຊົນຫຼາຍ ລຸນຫຼັງລາຊະການພໍ່ຂຸນຮາມຄຳແຫງມະຫາລາດແລ້ວ ພະມະຫາກະສັດສຸໂຂໄທມີພະນາມຂຶ້ນຕົ້ນວ່າ "ພະຍາ" ເພື່ອຍົກຖານະກະສັດໃຫ້ສູງຂຶ້ນ ໃນລາຊະການພະຍາລິໄທ ພະພຸດທະສາສະໜາລັດທິລັງກາວົງ ເຟື່ອງຟູຫຼາຍຈຶງມີແນວຄິດທຳມະລາຊາ ຕາມຄະຕິພຸດຂຶ້ນມາ ເຮັດໃຫ້ພະນາມຂຶ້ນຕົ້ນຂອງພະມະຫາກະສັດຕັ້ງແຕ່ລາຊະການພະຍາາລິໄທຮຽກວ່າ "ພະມະຫາທຳມະລາຊາ" ໃນສະໄໝກຸງສີອະຍຸທະຍາໄດ້ຮັບຄະຕິພາມມາຈາກຂອມຮຽກວ່າ ເທວະລາຊາ ຫຼື ສົມມຸດຕິມາດ ໝາຍເຖິງພະມະຫາກະສັດຊົງເປັນເທບພະມາອະວະຕານເພື່ອປົກປ້ອງມວນມະນຸດ ເຮັດໃຫ້ຊົນຊັ້ນກະສັດມີສິດອຳນາດຫຼາຍທີ່ສຸດໃນອານາຈັກແລະຫ່າງຈາກຊົນຊັ້ນປະຊາຊົນຫຼາຍຂຶ້ນ ຄຳຂຶ້ນຕົ້ນພະນາມຮຽກວ່າ "ສົມເດັດ" ຫຼັງການປ່ຽນແປງການປົກຄອງເປັນລະບອບປະຊາທິປະໄຕ ພະລາຊະອຳນາດດ້ານການປົກຄອງຖືກໂອນມາເປັນຂອງລັດຖະບານພົນລະເຮືອນແລະທະຫານ ພະມະຫາກະສັດຈະຊົງພະລາຊະອຳນາດຜ່ານຝ່າຍນິຕິບັນຍັດ ບໍລິຫານ ແລະຕຸລາການ

ການປ່ຽນແປງແກ້ໄຂ

ໃນເດືອນມິຖຸນາ ຄ.ສ. 1932 ກຸ່ມນັກສຶກສາເຊິ່ງໄດ້ຮັບການສຶກສາແບບຕາເວັນຕົກແລະນາຍທະຫານເອິ້ນ "ຜູ້ກໍ່ການ" ໄດ້ປະຕິວັດຍຶດອຳນາດແລະຮຽກຮ້ອງໃຫ້ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວພະລາຊະທານລັດຖະທຳມະນູນແກ່ຊາວສະຫຍາມໃນເດືອນທັນວາປີນັ້ນ ພະອົງຊົງພະລາຊະທານລັດຖະທຳມະນູນ ປ່ຽນຮູບແບບການປົກຄອງມາສູ່ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນແລ້ວຈາກນັ້ນບົດບາດຂອງພະມະຫາກະສັດກໍເຫຼືອພຽງປະມຸກແຫ່ງລັດເຊິງສັນຢາລັກເທົ່ານັ້ນ ນາຍົກລັດຖະມົນຕີແລະສະພານິຕິບັນຍັດເປັນຜູ້ໃຊ້ພະລາຊະອຳນາດຂອງພະອົງແທນ

ໃນປີ ຄ.ສ. 1934 ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວຊົງສະຫຼະລາຊະສົມບັດ ຫຼັງຊົງບໍ່ລົງຮອຍກັບລັດຖະບານທີ່ເປັນອຳນາດນິຍົມຫຼາຍຂຶ້ນ ພະອົງຊົງປະທັບໃນສະຫະລາຊະອານາຈັກຈົນສະຫວັນຄົດ ພະບາດສົມເດັດພະປໍຣະເມນມະຫາອານັນທະມະຫິດົນ ພະອັດມະຣາມາທິບໍດິນຊົງສືບລາຊະສັນຕະຕິວົງ ຂະນະພະອົງມີພະຊົນມາຍຸ 10 ພັນສາແລະສະເດັດຢູ່ຕ່າງປະເທດໃນປະເທດສະວິດເຊີແລນ ຈຶງມີການແຕ່ງຕັ້ງສະພາຜູ້ສຳເລັດລາຊະການແທນໃນຊ່ວງນັ້ນ ບົດບາດແລະພະລາຊະອຳນາດຂອງພະມະຫາກະສັດຖືກຍຶດໂດຍລັດຖະບານຟາສຊິສຕ໌ຈອມພົນ ແປກ ພິບູນສົງຄາມຜູ້ນຳສະຫຍາມເຂົ້າກັບຝ່າຍອັກສະລະລະຫວ່າງສົງຄາມໂລກຄັ້ງທີ່ສອງ ເມື່ອສົງຄາມຍຸດຕິຈອມພົນແປກຖືກຖອດອອກແລະພະມະຫາກະສັດສະເດັດກັບປະເທດ ລະຫວ່າງສົງຄາມພະຍາດຫຼາຍພະອົງຂອງພະມະຫາກະສັດເປັນຂະບວນການສະມາຊິກເສລີໄທ ເຂິ່ງຕໍ່ຕ້ານການຍຶດຄອງຂອງຕ່າງຊາດລະຫວ່າງສົງຄາມແລະຊ່ອຍກູ້ຖານະຂອງປະເທດໄທຫຼັງສົງຄາມ

ຫຼັງພະບາດສົມເດັດພະປໍຣະເມນມະຫາອານັນທະມະຫິດົນ ພະອັດມະຣາມາທິບໍດິນສະເດັດສະຫວັນຄົດໃນປີ 1946 ສົມເດັດພະເຈົ້ານ້ອງຍາເທີ ເຈົ້າຟ້າພູມິພົນອະດຸນຍະເດດ ເຊິ່ງຂະນະນັ້ນມີພະຊົນມາຍຸ 19 ພັນສາກາຍເປັນພະມະຫາກະສັດລາຊະການຖັດມາ ປັດຈຸບັນພະອົງເປັນພະມະຫາກະສັດທີ່ຄອງລາດຢູ່ນານທີ່ສຸດຂອງໂລກ ພະອົງມີປະຖົມບໍຣົມລາຊະໂອງການດັງນີ້ "ເຮົາຈະຄອງແຜ່ນດິນໂດຍທັມ ເພື່ອປະໂຍດສຸກແຫ່ງມະຫາຊົນຊາວສະຫຍາມ"

ເລິ່ມເມື່ອປະມານ ຄ.ສ. 2000 ບົດບາດຂອງພະມະຫາກະສັດໄທຖືກນັກວິຊາການ ສື່ ຜູ້ສັງເກດການແລະນັກປະເພນີນິຍົມຄັດຄ້ານຫຼາຍຂຶ້ນ ແລະເມື່ອຜູ້ສົນໃຈນິຍົມທີ່ມີການສຶກສາເລິ່ມສະແດງອອກເຊິ່ງສິດທິຄຳເວົ້າຂອງເຂົາຫຼາຍຄົນຖືວ່າຊຸດກົດໝາຍແລະມາດຕະການກ່ຽວຂ້ອງກັບຄວາມຜິດຕໍ່ອົງພະມະຫາກະສັດໃນປະເທດໄທເຊິ່ງມຸ່ງຄຸ້ມຄອງພະມະຫາກະສັດແລະລາຊະວົງເປັນອຸປະສັກຕໍ່ເສລີພາບການສະແດງອອກ ມີການຈັບກຸມ ການສືບສວນອາຢາແລະຈຳຄຸກຫຼາຍເທື່ອໂດຍອາໄສກົດໝາຍເຫຼົ່ານີ້ ໃນປີ 2005 ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດຊົງມີພະລາຊະດຳຣັດວ່າສາມາດວິຈານພະອົງໄດ້ຫາກສ້າງສັນແລະບໍ່ມີແຮງຈູງໃຈທາງການເມືອງ

ສຳນັກລາຊະເລຂາທິການແລະສະພາອົງຄະມົນຕີໄທສະນັບສະໜຸນພາລະໜ້າທີ່ຂອງພະມະຫາກະສັດໂດຍປຶກສາກັບນາຍົກລັດຖະມົນຕີ ພະລາຊະວັງແລະພະລາຊະຊັບຂອງພະມະຫາກະສັດມີສຳນັກພະລາຊະວັງແລະສຳນັກງານຊັບສິນສ່ວນພະມະຫາກະສັດເປັນຜູ້ຈັດການຕາມລຳດັບ ໜ່ວຍງານເຫຼົ່ານີ້ບໍ່ຖືເປັນສ່ວນໜຶ່ງຂອງລັດຖະບານໄທແລະພະມະຫາກະສັດຊົງແຕ່ງຕັ້ງພະນັກງານທັງໝົດ

ລັດຊະທາຍາດຂອງພະມະຫາກະສັດໄທພະອົງປັດຈຸບັນຄື ສົມເດັດພະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິລາລົງກອນ ສະຫຍາມມຸງກຸດລາຊະກຸມານການສືບລາຊະສັນຕະຕິວົງເປັນໄປຕາມກົດກົດມົນເທຍລະບານວ່າດ້ວຍການສືບລາຊະສັນຕະຕິວົງພະພຸດທະສັກກະຫຼາດ 2467 ການແກ້ໄຂກົດມົນເທຍລະບານວ່າຍັງເປັນພະລາຊະອຳນາດຂອງພະມະຫາກະສັດ

ເບິ່ງເພິ່ມເຕີມແກ້ໄຂ

ອ້າງອີງແກ້ໄຂ

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.