ຈັງຫວັດປາຈີນບຸລີ
ຈັງຫວັດປາຈີນບຸລີ (ໄທ: จังหวัดปราจีนบุรี) ແມ່ນຈັງຫວັດໃນພາກຕາເວັນອອກຂອງປະເທດໄທ ນັບເປັນຈັງຫວັດແຫ່ງມໍລະດົກໂລກ ເນື່ອງຈາກມີອຸທະຍານແຫ່ງຊາດອັນເປັນມໍລະດົກໂລກເຖິງ 3 ແຫ່ງ ແລະເປັນເມືອງທີ່ມີປະຫວັດສາດດົນນານ. ມີການພົບຊາກບູຮານສະຖານໃນຫຼາຍພື້ນທີ່ຂອງຈັງຫວັດ. ນອກຈາກນີ້ຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດຫຼາຍແຫ່ງ ທັງຍັງເປັນຈັງຫວັດທີ່ມີພື້ນທີ່ປ່າຫຼາຍທີ່ສຸດໃນພາກຕາເວັນອອກອີກນຳ.
ຈັງຫວັດປາຈີນບຸລີ จังหวัดปราจีนบุรี ປາຈີນ | |
---|---|
ຄຳຂວັນ: ศรีมหาโพธิ์คู่บ้าน ไผ่ตงหวานคู่เมือง ผลไม้ลือเลื่อง เขตเมืองทวารวดี (ສີມະຫາໂພຄູ່ບ້ານ ໄຜ່ຕົງຫວານຄູ່ເມືອງ ໝາກລືເລື່ອງ ເຂດເມືອງທະວາລະວະດີ) | |
ເພງ: ມາຣ໌ຊປາຈີນບຸລີ | |
ແຜນທີ່ປະເທດໄທ ຈັງຫວັດປາຈີນບຸລີເນ້ນສີແດງ | |
ປະເທດ | ໄທ |
ອຳເພີເມືອງ | ເມືອງປາຈີນບຸລີ |
ສ້າງຕັ້ງ | ກ່ອນ ຄ.ສ. 1448 |
ການປົກຄອງ | |
• ຜູ້ວ່າລາຊະການ | ຣົນນະຣົງ ນະຄອນຈິນດາ |
• ນາຍົກອົງການບໍລິຫານ | ສຸນທອນ ວິລາວັນ |
ພື້ນທີ່ | |
• ທັງໝົດ | 4,762.362 ຕລ.ກມ. ( | 1,800 ຕລ.ໄມລ໌)
ອັນດັບພື້ນທີ່ | 44 |
ປະຊາກອນ (ຄ.ສ. 2023) | |
• ທັງໝົດ | 499,563 ຄົນ |
• ຄວາມໜາແໜ້ນ | 100 ຄົນ/ຕລ.ກມ. (270 ຄົນ/ຕລ.ໄມລ໌) |
ເດມະນິມ | ຊາວປາຈີນບຸລີ |
ເຂດເວລາ | UTC+7 (ICT) |
ລະຫັດ ISO 3166 | TH-25 |
ທະບຽນພາຫະນະ | ปราจีนบุรี |
ເວັບໄຊ | prachinburi |
ແຕ່ເດີມຈັງຫວັດປາຈີນບຸລີມີພື້ນທີ່ກວ້າງໃຫຍ່ຫຼາຍ ເນື່ອງຈາກໃນອະດີດເຄີຍມີການຍຸບລວມຈັງຫວັດນະຄອນນາຍົກເຂົ້າກັບຈັງຫວັດປາຈີນບຸລີໃນປີ ຄ.ສ. 1943 ເພື່ອເປັນການປະຫຍັດງົບປະມານໃນສະພາວະທີ່ເສດຖະກິດຂອງປະເທດຕົກຕ່ຳລະຫວ່າງສົງຄາມ. ຕໍ່ມາໃນປີ ຄ.ສ. 1946 ຈຶ່ງມີພະລາຊະບັນຫຍັດຈັດຕັ້ງຈັງຫວັດນະຄອນນາຍົກຂຶ້ນອີກເທື່ອ. ຢ່າງໃດກໍດີພື້ນທີ່ຂອງຈັງຫວັດປາຈີນບຸລີກໍຍັງຄົງມີຄວາມກວ້າງໃຫຍ່ ເຮັດໃຫ້ເກີດບັນຫາໃນການປົກຄອງແລະໃຫ້ບໍລິການປະຊາຊົນເນື່ອງຈາກບາງອຳເພີຢູ່ຫ່າງໄກຈາກໂຕຈັງຫວັດຫຼາຍ ຈຶ່ງໄດ້ມີການກາພະລາຊະບັນຫຍັດຯ ໃຫ້ແຍກບາງອຳເພີທາງດ້ານທິດຕາເວັນອອກຂອງຈັງຫວັດປາຈີນບຸລີແລ້ວລວມກັນຈັດຕັ້ງເປັນຈັງຫວັດສະແກ້ວໃນປີ ຄ.ສ. 1993 ຈົນຮອດປັດຈຸບັນ.