ທ່າເຮືອແຫຼມສະບັງ

ທ່າເຮືອແຫຼມສະບັງ (ໄທ: ท่าเรือแหลมฉบัง) ແມ່ນທ່າເຮືອນ້ຳເລິກຫຼັກໃນການຂົນສົ່ງສິນຄ້າລະຫວ່າງປະເທດຂອງລາຊະອານາຈັກໄທ ກໍ່ຕັ້ງຢູ່ໃນເຂດເທສະບານນະຄອນແຫຼມສະບັງ ອຳເພີສີລາຊາ ແລະ ອຳເພີບາງລະມຸງ ຈັງຫວັດຊົນບຸລີຂອງປະເທດໄທ. ຕັ້ງຢູ່ພາຍໃຕ້ການເບິ່ງແຍງຂອງການທ່າເຮືອແຫ່ງເມືອງໄທໃນເລື່ອງການບໍລິຫານພັດທະນາທ່າເຮືອໂດຍລວມ ແລະມີເອກກະຊົນຮັບຜິດຮັບຊອບໃນເລື່ອງດ້ານການປະຕິບັດ.