ຈັງຫວັດໜອງບົວລຳພູ
ແຂວງໜອງບົວລຳພູ (ໄທ: จังหวัดหนองบัวลำภู, ໄທນ້ອຍ: , ທຳອີສານ: , ອັງກິດ: Nongbua Lamphu Province, ຈີນ: 農磨喃普府 Nóng mó nán pǔ fǔ) ເປັນແຂວງໃນພາກຕາເວັນອອກສຽງເໜືອຕອນເທີງຂອງປະເທດໄທ ເປັນໜຶ່ງໃນສາມແຂວງທີ່ແຍກຕົວອອກມາຈາກແຂວງອຸດອນທານີ ພ.ສ. ໒໕໓໖ ພ້ອມກັນກັບແຂວງອຳນາດຈະເລີນແລະແຂວງສະແກ້ວ
ຈັງຫວັດໜອງບົວລຳພູ จังหวัดหนองบัวลำภู ໜອງບົວ | |
---|---|
ຊື່: ນະຄອນເຂື່ອນຂັນກາບແກ້ວບົວບານ | |
ຄຳຂວັນ: ศาลสมเด็จพระนเรศวรมหาราช อุทยานแห่งชาติภูเก้า-ภูพานคำ แผ่นดินธรรมหลวงปู่ขาว เด่นสกาวถ้ำเอราวัณ นครเขื่อนขันธ์กาบแก้วบัวบาน (ສານສົມເດັດພະນະເຣສວນມະຫາລາດ ອຸທະຍານແຫ່ງຊາດພູເກົ້າ-ພູພານຄຳ ແຜ່ນດິນທຳຫຼວງປູ່ຂາວ ເດົ່ນສະກາວຖ້ຳເອຣາວັນ ນະຄອນເຂື່ອນຂັນກາບແກ້ວບົວບານ) | |
ເພງ: ມົນເມືອງລຸ່ມພູ | |
ແຜນທີ່ປະເທດໄທ ຈັງຫວັດໜອງບົວລຳພູເນ້ນສີແດງ | |
ປະເທດ | ໄທ |
ອຳເພີເມືອງ | ເມືອງໜອງບົວລຳພູ |
ສ້າງຕັ້ງຄັ້ງທຳອິດ | ຄ.ສ. 1563 |
ສ້າງຕັ້ງໃໝ່ | 1 ທັນວາ ຄ.ສ. 1993 |
ຜູ້ກໍ່ຕັ້ງ | ພະເຈົ້າໄຊເສດຖາທິຣາດ ຊວນ ຫຼີກໄພ |
ການປົກຄອງ | |
• ຜູ້ວ່າລາຊະການ | ສຸວິດ ຈັນຫວນ |
• ນາຍົກອົງການບໍລິຫານ | ວຸທິພົງ ສິຣິສະຖິດ |
ພື້ນທີ່ | |
• ທັງໝົດ | 3,859.086 ຕລ.ກມ. ( | 1,500 ຕລ.ໄມລ໌)
ອັນດັບພື້ນທີ່ | 55 |
ປະຊາກອນ (ຄ.ສ. 2023) | |
• ທັງໝົດ | 506,872 ຄົນ |
• ຄວາມໜາແໜ້ນ | 130 ຄົນ/ຕລ.ກມ. (340 ຄົນ/ຕລ.ໄມລ໌) |
ເດມະນິມ | ຊາວໜອງບົວລຳພູ |
ເຂດເວລາ | UTC+7 (ICT) |
ລະຫັດ ISO 3166 | TH-39 |
ທະບຽນພາຫະນະ | หนองบัวลำภู |
ເວັບໄຊ | nongbualamphu |
ລາຍຊື່ເຈົ້າແຂວງໜອງບົວລຳພູ
ດັດແກ້1. ທ່ານປຣະພາ ຍຸວະນົນ | 1 ທັນວາ ພ.ສ. 2536 - 30 ມິຖຸນາ ພ.ສ. 2537 |
2. ທ່ານຂວັນໄຊ ວະສະວົງ | 1 ຕຸລາ ພ.ສ. 2537 - 30 ເມສາ ພ.ສ. 2540 |
3. ທ່ານນິຄົມ ບູລະນະພັນສີ | 1 ພຶດສະພາ ພ.ສ. 2540 - 16 ເມສາ ພ.ສ. 2541 |
4. ທ່ານນິຣັດ ວັດຈະນະພູມ | 17 ເມສາ ພ.ສ. 2541 - 30 ກັນຍາ ພ.ສ. 2542 |
5. ທ່ານປັນຍາຣັດ ປານທອງ | 1 ຕຸລາ ພ.ສ. 2542 - 30 ກັນຍາ ພ.ສ. 2544 |
6. ທ່ານສຸຂຸມຣັດ ສາຣິບຸດ | 1 ຕຸລາ ພ.ສ. 2544 - 30 ກັນຍາ ພ.ສ. 2546 |
7. ທ່ານຈາລຶກ ປະລິນຍາພົນ | 1 ຕຸລາ ພ.ສ. 2546 - 30 ກັນຍາ ພ.ສ. 2547 |
8. ທ່ານຕໍ່ພົງ ອ່ຳພັນ | 1 ຕຸລາ ພ.ສ. 2547 - 4 ມິຖຸນາ ພ.ສ. 2549 |
9. ທ່ານໄພຣັດ ສະກົນພັນ | 5 ມິຖຸນາ ພ.ສ. 2549 - 30 ກັນຍາ ພ.ສ. 2550 |
10. ທ່ານເດຊາ ຕັນຕິຍະວະຣົງ | 1 ຕຸລາ ພ.ສ. 2550 - 5 ພຶດສະພາ ພ.ສ. 2551 |
11. ທ່ານອະທິພົງ ສຸວັນນະພົງ | 6 ພຶດສະພາ ພ.ສ. 2551 - 30 ກັນຍາ ພ.ສ. 2552 |
12. ທ່ານສົມສັກ ສຸວັນນະສຸດຈະຫຼິດ | 1 ຕຸລາ ພ.ສ. 2552 - 30 ກັນຍາ ພ.ສ. 2553 |
13. ທ່ານວິໄນ ບົວປຣະດິດ | 1 ຕຸລາ ພ.ສ. 2553 - 27 ພຶດສະຈິກ ພ.ສ. 2554 |
14. ທ່ານຣະພີ ຜ່ອງບຸບພະກີດ | 28 ພຶດສະຈິກ ພ.ສ. 2554 - 30 ກັນຍາ ພ.ສ. 2556 |
15. ທ່ານຊະຍະພົນ ທິຕິສັກ | 1 ຕຸລາ ພ.ສ. 2556 - 1 ກຸມພາ ພ.ສ. 2558 |
16. ທ່ານອຳນວຍ ຕັ້ງຈະເລີນໄຊ | 2 ກຸມພາ ພ.ສ. 2558 - 30 ກັນຍາ ພ.ສ. 2558 |
17. ທ່ານພະສິນ ໂກມົນວິດ | 1 ຕຸລາ ພ.ສ. 2558 - 30 ກັນຍາ ພ.ສ. 2559 |
18. ທ່ານທະນາກອນ ອຶ້ງຈິດໄພສານ | 1 ຕຸລາ ພ.ສ. 2559 - 30 ກັນຍາ ພ.ສ. 2561 |
19. ທ່ານໄຊທະວັດ ນຽມສິຣິ | 1 ຕຸລາ ພ.ສ. 2561 - 30 ກັນຍາ ພ.ສ. 2562 |
20. ທ່ານສົມເຈດ ຈົງສຸພະວິສານກິດ | 1 ຕຸລາ ພ.ສ. 2562 - 30 ກັນຍາ ພ.ສ. 2563 |
21. ທ່ານສິວະພອນ ສົ່ວສະຫວັດ | 1 ຕຸລາ ພ.ສ. 2563 - 30 ກັນຍາ ພ.ສ. 2565 |
22. ທ່ານສຸວິດ ຈັນຫວນ | 2 ທັນວາ ພ.ສ. 2565 - 30 ປັດຈຸບັນ |
ສັນຍາລັກປະຈຳແຂວງ
ດັດແກ້- ເຄື່ອງໝາຍປະຈຳແຂວງ: ຮູບສົມເດັດພະນະເລສວນມະຫາລາດຍືນໜ້າທີ່ປະທັບຂອງພະອົງ ເຊີ່ງຕັ້ງຢູ່ເມືອງໜອງບົວລຳພູ
- ດອກໄມ້ປະຈຳແຂວງ: ດອກບົວຫຼວງ (Nymphaea lotus)
- ໄມ້ປະຈຳແຂວງ: ໄມ້ຂະຍູງ (Dalbergia cochinchinensis)
- ຄຳຂວັນປະຈຳແຂວງ: ສານສົມເດັດພະນະເລສວນມະຫາລາດ ອູດທະຍານແຫ່ງຊາດພູເກົ້າ-ພູພານຄຳ ແຜ່ນດິນທຳຫຼວງປູ່ຂາວ ເດັ່ນສະກາວຖ້ຳເອລາວັນ ນະຄອນເຂື່ອນຂັນກາບແກ້ວບົວບານ
ອານາເຂດ
ດັດແກ້ແຂວງໜອງບົວລຳພູ ມີອານາເຂດຕິດຕໍ່ດັງນີ້
- ທິດເໜືອຕິດຕໍ່ກັບ ແຂວງອຸດອນທານີ
- ທິດໄຕ້ຕິດຕໍ່ກັບ ແຂວງຂອນແກ່ນ
- ທິດຕາເວັນອອກຕິດຕໍ່ກັບ ແຂວງອຸດອນທານີ
- ທິດຕາເວັນຕົກຕິດຕໍ່ກັບ ແຂວງເລີຍ
ປະຫວັດສາດ
ດັດແກ້ສະໄໝກ່ອນປະຫວັດສາດ - ສະໄໝຂະແມ
ດັດແກ້ແຂວງໜອງບົວລຳພູ ເຄີຍເປັນທີ່ຢູ່ຂອງມະນຸດຕັ້ງແຕ່ສະໄໝກ່ອນປະຫວັດສາດ ຈາກຫຼັກຖານການຂຸດພໍ້ໃນແຫຼ່ງບູຮານຄະດີກຸດກວາງສ້ອຍ-ກຸດຄໍ້ເມີຍ [1] ຂຸດພໍ້ໂຄງກະດູກມະນຸດ ກຳໄລສຳລິດ ກຳໄລຫີນ ແມ່ພິມເຮັດມາຈາກຫີນຊາຍເອົາໄວ້ຜະລິດຫົວຂວານສຳລິດ ເຄື່ອງມືເຫຼັກ ລູກປັດແກ້ວ ເປັນຕົ້ນ ອາຍຸປະມານ 2500 ປີ ບ່ອນຂຸດພໍ້ຢູ່ບ້ານກຸດກວາງສ້ອຍແລະບ້ານກູດຄໍ້ເມີຍ ເມືອງໂນນສັງ ໃກ້ກັບຕີນພູພານດ້ານທິດຕາເວັນຕົກແລະຕີນພູເກົ້າດ້ານທິດຕາເວັນອອກ ເຊີ່ງແຫຼ່ງບູຮານຄະດີທັ້ງສອງນີ້ມີອາຍຸໃກ້ຄຽງກັບວັດທະນະທຳບ້ານຊຽງ ອຸດອນທານີ
ປະມານ ພ.ສ. 1100 - ພ.ສ. 1500 ໃນບໍລິເວນແຂວງໜອງບົວລຳພູໄດ້ພໍ້ວັດຖຸບູຮານສະໄໝທະວານວາດີ ເຊັ່ນ ໃບສີມາຢູ່ພູນ້ອຍ ວັດພະທາດເມືອງພິນ ເມືອງນາກາງ ແລະວັດປ່າໂນນຄຳວິເວກ ເມືອງສຸວັນນະຄູຫາ
ປະມານ ພ.ສ. 1500 - ພ.ສ. 1700 ໃນບໍລິເວນແຂວງໜອງບົວລຳພູໄດ້ຮັບວັດທະນະທຳຂະແມ ພໍ້ບູຮານສະຖານແລະບູຮານວັດຖຸທີ່ເປັນສິນລະປະຂະແມ ເຊັ່ນ ຖານສິມທີ່ເປັນສິລາແລງ ສິລາຈາເລກວັດພະທາດເມືອງພິນ ເມືອງນາກາງ ແລະຕົວໜັງສືຂະແມບູຮານທີ່ວັດປ່າໂນນຄຳວິເວກ ເມືອງສຸວັນນະຄູຫາ
ສະໄໝສຸໂຂໄທ
ດັດແກ້ພ.ສ. 1796 - ພ.ສ. 1961 ໃນສະໄໝສຸໂຂໄທ ເປັນສະໄໝອານາຈັກລ້ານຊ້າງສ້າງຕັ້ງໃນບໍລິເວນນ້ຳຂອງ ເຊີ່ງກົງກັບສະໄໝພະເຈົ້າຟ້າງຸ້ມແລະພະເຈົ້າສາມແສນໄທ [2] ພື້ນທີ່ສ່ວນຫຼາຍຂອງພາກຕາເວັນອອກສຽງເໜືອໄດ້ຮັບອິດທິພົນແລະຢູ່ໃນຂົງເຂດອານາຈັກລ້ານຊ້າງຄອບຄຸມພາກຕາເວັນອອກສຽງເໜືອຕອນເທີງໄປຫາແອ່ງໂຄຣາຊ ແລະກະຈາຍຊຸມຊົນຫາແອ່ງສະກົນນະຄອນຮອດບໍລິເວນພຣະທາດພະນົມແລະຕອນເທີງຂອງເຂດແດນຂະເໝນ ປັດຈຸບັນເອີ້ນວ່າ ອີສານໃຕ້ (ອີສານ ແປວ່າ ຕະເວັນອອກສຽງເໜືອ ຕາມຄວາມຫມາຍຂອງພາສາໄທ) ພື້ນທີ່ໃນແຂວງໜອງບົວລຳພູໄດ້ຮັບອິດທິພົນລ້ານຊ້າງເຊີ່ງແພ່ຫຼາຍບໍລິເວນແອ່ງສະກົນນະຄອນ ແລະຮັບສາດສະໜາພຸດລັດທິລັງກາວົງ ຫຼືນິກາຍເຖລະວາດ ເປັນສາດສະໜາປະຈຳເມືອງຕາມຜູ້ປົກຄອງອານາຈັກ
ສະໄໝອະຍຸດທະຍາ
ດັດແກ້ປະມານ ພ.ສ. 2016 ພະເຈົ້າໄຊຍະເສດຖາ ຜູ້ປົກຄອງເມືອງສີສັດຕະນາຄະນະຫຸດ (ศรีสัตนาคนหุต) ຫຼືເມືອງວຽງຈັນ [3] ໄດ້ນຳລາດສະດອນອົບພະຍົບຈາກເມືອງຫຼວງພະບາງແລະວຽງຈັນມາຊອກບ່ອນອາໄສໃນບໍລິເວນແຂວງໜອງບົວລຳພູ ເຊີ່ງຢູ່ໃນລະຫວ່າງຊ່ວງສ້າງພຣະທາດສີສອງຮັກກໍ່ແມ່ນຍັງຢູ່ໃນຂົງເຂດອານາຈັກລ້ານຊ້າງ ແມ່ນມີຫຼັກຖານປາກົດໃນຫຼັກສິລາຈາເລກແລະໄດ້ສ້າງພະພຸດທະຮູບໄວ້ໃນຖ້ຳສຸຫວັນນະຄູຫາ ເມືອງສຸວັນນະຄູຫາ ແລະພາລາດສະດອນມາສ້າງຕັ້ງນະຄອນໜອງບົວລຳພູຂຶ້ນໃໝ່ໃກ້ແຄມໜອງບົວ ຫຼືໜອງຊຳຊ້າງ ເຊີ່ງເປັນເມືອງເກົ່າໃນສະໄໝຂະແນຍັງມີອິດທິພົນໃນບໍລິເວນນີ້ ພະເຈົ້າໄຊຍະເສດຖາ ໄດ້ສ້າງພະພຸດທະຮູບ ສິມ ແລະກຸດນ້ຳບໍລິເວນວັດສີຄູນເມືອງ (ປັດຈຸບັນຕັ້ງຢູ່ໃນເຂດເທດສະບານເມືອງໜອງບົວລຳພູ ໃກ້ກັບຕະຫຼາດແມ່ສຳນຽງ) [4] ແລະປ່ຽນຊື່ໃໝ່ເປັນ "ເມືອງວຽງຈຳປານະຄອນກາບແກ້ວບົວບານ" ມີຖານະເປັນເມືອງເອກໜ້າດ່ານຂອງເມືອງວຽງຈັນດ້ານທິດຕາເວັນຕົກ ຄົນສ່ວນຫຼາຍມັກເອີ້ນ "ໜອງບົວລຸ່ມພູ"
ພ.ສ. 2117 ສະໄໝກຸງສີອະຍຸດທະຍາ ຊ່ວງໄທເສຍເອກະລາດເທື່ອທີ່ 1 ໃຫ້ພະມ້າສະໄໝພະເຈົ້າຫົງສາວະດີ ສົມເດັດພະມະຫາທຳມະຣາຊາທິຣາຊໄດ້ຊ່ວຍພະມ່າລົບກັບວຽງຈັນ ເຊີ່ງມີສົມເດັດພະນະເຣສວນມານຳພະບິດາ ເຊິ່ງໃນໄລຍະເວລານັ້ນພະເຈົ້າໄຊຍະເສດຖາໄດ້ສູນຫາຍໄປໃນລະຫວ່າງເຮັດສົງຄາມລົບກັບຍວນ ວຽງຈັນກໍ່ໄດ້ເກີດການຍາດແຍ່ງສົມບັດ ກອງທັບພະມ່າຈຶງສັ່ງໃຫ້ກອງທັບໄທໄປຊ່ວຍລົບກັບວຽງຈັນ ກອງທັບຂອງສົມເດັດພະມະຫາທຳມະຣາຊາທິຣາຊແລະສົມເດັດພະນະເຣສວນໄດ້ແວພັກນອນຢູ່ບໍລິເວນແຄມໜອງບົວ ເພາະມີທັດສະນີຍະພາບທີ່ງາມແລະມີໜອງນ້ຳເອົາໄວ້ໃຊ້ ແຕ່ລະຫວ່າງນັ້ນສົມເດັດພະນະເຣສວນໄດ້ເກີດປ່ວຍຍ້ອນໄຂ້ປ່າ ພະເຈົ້າຫົງສາວະດີໄດ້ຮັບຂ່າວຈຶງສັ່ງໃຫ້ສົມເດັດພະນະເຣສວນກັບມາປິ່ນປົວຕົວເອງ
ປະມານ ພ.ສ. 2302 ກົງກັບສະໄໝພະເຈົ້າເອກະທັດກະສັດອົງສຸດທ້າຍຂອງກຸງສີອະຍຸດທະຍາ ພະເຈົ້າສຸວັນປາງຄຳປາຫຼັງພ້ອມເສນາບະດີຈາກເມືອງຊຽງຮຸ້ງແລະພະວໍມີຖານະເປັນພະວໍຣະຣາຊພັກດີ ແລະພະຕາ ຊາວບ້ານຫີນໂງມ ຖານະເສນາບະດີຂອງພະເຈົ້າກຸງວຽງຈັນມາຕັ້ງແຕ່ສະໄໝພະເຈົ້າອະນຸວົງ ພະວໍພະຕາໄດ້ອົບພະຍົບລາດສະດອນຂ້າມຂອງມາສ້າງຕັ້ງຊຸມຊົນຢູ່ "ເມືອງວຽງຈຳປານະຄອນກາບແກ້ວບົວບານ" ໃຫ້ເປັນເມືອງໃໝ່ແລະປ່ຽນຊື່ເປັນ "ວຽງໃໝ່ນະຄອນເຂື່ອນຂັນກາບແກ້ວບົວບານ" ເຊີ່ງບໍ່ຂຶ້ນຕໍ່ເມືອງໃດ ມີຮີດຄອງປະເພນີ ມີກະສັດປົກຄອງ ມີກຳແພງຄູນ້ຳອ້ອມເມືອງພ້ອມກັບປະຕູເມືອງ ມີແມ່ນ້ຳແມ່ພະນຽງເປັນສາຍຫຼັກ ມີເມືອງໜ້າດ່ານເປັນຂອງຕັວເອງ ໄດ້ແກ່ ເມືອງນາດ້ວງ ພູວຽງ ຜາຂາວ ພັນນາ ລາດສະດອນແລະຊ້າງດ່ອນຄູ່ວຽງ
ສະໄໝທົນບຸລີ
ດັດແກ້ປະມານ ພ.ສ. 2310 ກົງກັບຕົ້ນສະໄໝສົມເດັດພະເຈົ້າຕາກສິນ [5] ເຈົ້າເມືອງວຽງຈັນຍົກທັບມາຕີພະວໍພະຕາທີ່ເມືອງ "ນະຄອນເຂື່ອນຂັນກາບແກ້ວບົວບານ" ໄດ້ສູ້ລົບກັນຢູ່ຊ່ອງນ້ຳຈັ່ນ ຫຼືຕາດເຖົ້າໂຕ້ ເທີງພູພານຄຳ ໃຊ້ເວລາປະມານ ໓ ປີ ຝ່າຍວຽງຈັນຂໍກຳລັງທະຫານຈາກພະມ່າມາຊ່ວຍລົບ ຈຶງສາມາດຕີເມືອງແຕກໄດ້ ພະຕາຖືກກອງທັບວຽງຈັນຂ້າຕາຍໃນເດີ່ນລົບ ແລ້ວພະວໍໄດ້ອົບພະຍົບລາດສະດອນໄປຂໍເພີ່ງບາລະມີເຈົ້າເມືອງຈຳປາສັກ ແລະເຈົ້າເມືອງຈຳປາສັກໄດ້ໃຫ້ດີນສ້າງບ້ານແປງເມືອງຢູ່ດອນມົດແດງ (ປັດຈຸບັນແມ່ນແຂວງອຸບົນຣາຊທານີ) ແລະຂໍເພີ່ງບາລະມີພະເຈົ້າກຸງທົນບຸຣີ
ພ.ສ. 2321 ເຈົ້າເມືອງວຽງຈັນໄດ້ຍົກທັບມາຮຸກຮານພະວໍອີກ ແລະປາບພະວໍໄດ້ ພະເຈົ້າກຸງທົນບຸຣີຮູ້ ຈຶງສັ່ງໃຫ້ເຈົ້າພະຍາຈັກກຣີຍົກທັບໄປຊ່ວຍພະວໍ ແລະໄດ້ຕິດຕາມໄປຕີເມືອງວຽງຈັນຈົນໄດ້ຮັບໄຊຊະນະ ແລະໄດ້ຕົກເປັນປະເທສຮາຊຂອງອານາຈັກທົນບຸຣີ ແລະ"ເມືອງນະຄອນເຂື່ອນຂັນກາບແກ້ວບົວບານ" ຈຶງໄດ້ຂຶ້ນກັບອານາຈັກສະຫຍາມແຕ່ບັດນັ້ນເປັນຕົ້ນມາ
ສະໄໝລັດຕະນະໂກສິນ
ດັດແກ້ພ.ສ. 2433 ໃນຣັຊການທີ່ 5 ໄດ້ໃຫ້ມີການຈັດລະບຽບການປົກຄອງເມືອງຕ່າງໆໃນແຖບແມ່ນ້ຳຂອງໃໝ່ ເຊີ່ງໃຫ້ອຳນາດແກ່ເຈົ້າເມືອງໜອງຄາຍ ໂດຍມີເມືອງໜອງບົວລຳພູຂຶ້ນກົງກັບເມືອງໜອງຄາຍ ຕໍ່ມາໃຫ້ແຕ່ງຕັ້ງຂ້າຫຼວງໃຫຍ່ທີ່ເປັນພະເຈົ້ານ້ອງຍາເທີ ປະຈຳພາກຕາເວັນອອກສຽງເໜືອ ໓ ພະອົງ ປີ ພ.ສ. 2434 ກົມມະຫຼວງພິຊິດປຣີຊາກອນ ເອີ້ນວ່າ "ຂ້າຫຼວງເມືອງລາວກາວ" ເປັນຂ້າຫຼວງປະທັບຢູ່ເມືອງອຸບົນຣາຊທານີ ປີ ພ.ສ. 2436 ກົມມະຫຼວງປຣະຈັກສິນລະປະຄົມ ເປັນຂ້າຫຼວງໃຫຍ່ປະທັບຢູ່ເມືອງອຸດອນທານີ ເອີ້ນວ່າ "ຂ້າຫຼວງເມືອງລາວພວນ" ແລະຕໍ່ມາໄດ້ມີຮັບສັ່ງໃຫ້ກົມມະຫຼວງສັບພະສິດປະສົງ ເປັນຂ້າຫຼວງໃຫຍ່ປະທັບເມືອງອຸບົນຣາຊທານີ ເອີ້ນວ່າ "ຂ້າຫຼວງເມືອງລາວກາວ" ເມືອງໜອງບົວລຳພູໄດ້ຂຶ້ນກົງຕໍ່ເມືອງລາວພວນ ແລະແຕ່ງຕັ້ງໃຫ້ "ພະວິຊະດະຍະດົມກະມຸດທະເຂດ" ມາປົກຄອງເມືອງນະຄອນເຂື່ອນຂັນກາບແກ້ວບົວບານ ເຊີ່ງມີຖານະເປັນເມືອງເອກຂອງມົນທົນລາວພວນແລະປ່ຽນຊື່ໃໝ່ວ່າ "ເມືອງກະມຸດທາໄສບຸຣີຣົມ" ແລະເປັນຂ້າຫຼວງຄົນສຸດທ້າຍຂອງເມືອງ
ພ.ສ. 2447 ໃນຣັຊການທີ່ 5 ໄດ້ປ່ຽນຊື່ມົນທົນຝ່າຍເໜືອເປັນມົນທົນອຸດອນແລະຮວມຜັງແປງເມືອງຕ່າງໆ ໃນມົນທົນອຸດອນເປັນ 5 ບໍລິເວນ ໄດ້ແກ່ ບໍລິເວນບ້ານໝາກແຂ້ງ ບໍລິເວນທາດພະນົມ ບໍລິເວນສະກົນນະຄອນ ບໍລິເວນພາຊີ ບໍລິເວນນ້ຳເຫືອງ ເມືອງກະມຸດທາໄສຖືກຮວມຢູ່ກັບບໍລິເວນບ້ານໝາກແຂ້ງມີ ໗ ເມືອງ ຄື ເມືອງໝາກແຂ້ງ ໜອງຄາຍ ກຸມພະວາປີ ກະມຸດທາໄສ ໂພນພິໄສ ແລະ ຣັດຕະນະວາປີ ຕັ້ງຫ້ອງການເມືອງຢູ່ບ້ານໝາກແຂ້ງ [6]
ພ.ສ. 2449 ໄດ້ໃຫ້ປ່ຽນຊື່ເມືອງກະມຸດທາໄສ ເປັນ "ເມືອງໜອງບົວລຸ່ມພູແລະປະຊາຊົນໄດ້ອອກສຽງຜິດກາຍເປັນໜອງບົວລຳພູໃນປັດຈຸບັນ" ຂຶ້ນກັບບ້ານໝາກແຂ້ງ
ພ.ສ. 2450 ໄດ້ໃຫ້ກະຊວງມະຫາດໄທຮວມເມືອງຕ່າງໆ ໃນບໍລິເວນບ້ານໝາກແຂ້ງຕັ້ງເປັນເມືອງຈັດຕາວາ (ເມືອງຈັດຕາວາ ເປັນເມືອງຂະໜາດບໍ່ໃຫຍ່ຫຼາຍ) ເອີ້ນວ່າ "ເມືອງອຸດອນທານີ" ສ່ວນເມືອງໃນສັງກັດມີຖານະເປັນອຳເພີ ເມືອງໜອງບົວລຳພູ ຈຶງເປັນ ອຳເພີໜອງບົວລຳພູ ແລະມີການແຈກແບ່ງອຳເພີທີ່ເປັນສ່ວນໜຶ່ງຂອງອຳເພີໜອງບົວລຳພູ ເຊີ່ງຈັດຈັດຕັ້ງຕາມລຳດັບ 4 ກິ່ງອຳເພີ (ກິ່ງອຳເພີ ຄື ພື້ນທີ່ທີ່ກຳລັງກຽມແຍກຕົວອອກມາຈັດຕັ້ງເປັນອຳເພີໃໝ່) ຄື
1. ກິ່ງອຳເພີໂນນສັງ ໃນປີ ພ.ສ. 2491
2. ກິ່ງອຳເພີສີບຸນເຮືອງ ໃນວັນທີ່ 16 ກໍລະກົດ ພ.ສ. 2508
3. ກິ່ງອຳເພີນາກາງ ໃນວັນທີ່ 16 ກໍລະກົດ ພ.ສ. 2508
4. ກິ່ງອຳເພີສຸຫວັນນະຄູຫາ ໃນວັນທີ່ 17 ກໍລະກົດ ພ.ສ. 2516
ພ.ສ. 2536 ປະກາດຈັດຕັ້ງເປັນ ແຂວງໜອງບົວລຳພູ ໃນວັນທີ່ 1 ທັນວາ ພ.ສ. 2536 ເຊີ່ງປະກາດໃນປື້ມຣາຊກິດຈານຸເບກສາ ສະບັບພິເສດ ເລກທີ່ 110 ຕອນທີ່ 125 ລົງວັນທີ່ 2 ກັນຍາ 2536 [7]
ບັນດາເມືອງໃນການປົກຄອງ
ດັດແກ້ຂົງເຂດໃນການປົກຄອງຂອງແຂວງແບ່ງໄດ້ 6 ເມືອງ/ອຳເພີ 59 ຕຳບົນ 636 ບ້ານ
ອັນດັບ | ເມືອງ |
---|---|
1 | ເມືອງໜອງບົວລຳພູ |
2 | ເມືອງນາກາງ |
3 | ເມືອງໂນນສັງ |
4 | ເມືອງສີບຸນເຮືອງ |
5 | ເມືອງສຸວັນນະຄູຫາ |
6 | ເມືອງນາວັງ |
ການຄົມມະນາຄົມ
ດັດແກ້ໄລຍະທາງຈາກເມືອງໜອງບົວລຳພູໄປເມືອງຕ່າງໆ
- ເມືອງນາກາງ 30 ກິໂລແມັດ
- ເມືອງສີບຸນເຮືອງ 33 ກິໂລແມັດ
- ເມືອງໂນນສັງ 42 ກິໂລແມັດ
- ເມືອງນາວັງ 42 ກິໂລແມັດ
- ເມືອງສຸວັນນະຄູຫາ 65 ກິໂລແມັດ
ໄລຍະທາງຈາກເມືອງໜອງບົວລຳພູໄປແຂວງໃກ້ຄຽງ
- ແຂວງອຸດອນທານີ 46 ກິໂລແມັດ
- ແຂວງເລີຍ 92 ກິໂລແມັດ
- ແຂວງໜອງຄາຍ 104 ກິໂລແມັດ
- ແຂວງຂອນແກ່ນ 117 ກິໂລແມັດ
ລັກສະນະພູມປະເທດ
ດັດແກ້ແຂວງໜອງບົວລຳພູ ມີພື້ນທີສ່ວນຫຼາຍແມ່ນເປັນທີ່ລາບສູງ ບາງບ່ອນເປັນພື້ນທີ່ໂນນໂຄກຄ້ອຍລາດລຸ່ມໄປທາງທິດໃຕ້ແລະທິດຕາເວັນອອກ ມີຄວາມສູງຈາກລະດັບນ້ຳທະເລປານກາງປະມານ 200 ແມັດ ຕອນເທີງຂອງແຂວງແມ່ນເປັນພູສູງ ມີຍອດພູທີ່ສູງສຸດ ໄດ້ແກ່ ດອຍຜາວຽງ ພູສາມຍອດ ສູງປະມານ ໙໐໐ ແມັດ ແລະເປັນຕົ້ນແມ່ນ້ຳຫຼາຍສາຍ ພື້ນທີ່ສ່ວນຫຼາຍເປັນດີນປົນຊາຍແລະຂີ້ດີນແດງບໍ່ສາມາດເກັບນ້ຳແລະອຸ້ມນ້ຳໃນລະດູຮ້ອນໄດ້
ລັກສະນະພູມອາກາດ
ດັດແກ້ລັກສະນະອາກາດໃນແຂວງໜອງບົວລຳພູ ແບ່ງອອກເປັນ 3 ລະດູ ໄດ້ແກ່ ລະດູຮ້ອນ ລະດູຝົນ ລະດູໜາວ ສະພາບອາກາດສ່ວນຫຼາຍຂຶ້ນກັບມໍລະສຸມທີ່ພັດຜ່ານປະຈຳປີ ຈັດຢູ່ໃນປະເພດອາກາດເມືອງຮ້ອນສະເພາະລະດູ ຄື ຈະມີຝົນໃນລະດູຝົນ ສະລັບກັບຊ່ວງແລ້ງໃນລະດູໜາວແລະລະດູຮ້ອນ
- ລະດູຮ້ອນ ຢູ່ໃນລະຫວ່າງເດືອນ ມີນາ - ເມສາ ອຸນາຫະພູມສູງສຸດສະເຫຼ່ຍ 24 - 36 ອົງສາ
- ລະດູຝົນ ຢູ່ໃນລະຫວ່າງເດືອນ ພຶດສະພາ - ຕຸລາ ແລະຕົກໜັກໃນເດືອນ ສິງຫາ - ກັນຍາ
- ລະດູໜາວ ຢູ່ໃນລະຫວ່າງເດືອນ ພະຈິກ - ກຸມພາ ອາກາດຈະໜາວຫຼາຍຊ່ວງເດືອນທັນວາ - ມັກກະລາ ອຸນາຫະພູມສູງສຸດສະເຫຼ່ຍ 8 - 16 ອົງສາ
ປະຊາກອນ
ດັດແກ້ກຸ່ມຊາດພັນຕ່າງໆ ທີ່ຢູ່ໃນແຂວງໜອງບົວລຳພູ
ດັດແກ້- ກຸ່ມໄທ - ລາວ ອົບພະຍົບມາຈາກວຽງຈັນ ປະເທດລາວ ເຊີ່ງມີກຸ່ມພະວໍ - ພະຕາເປັນເຊື້ອສາຍລາວວຽງຈັນ
- ກຸ່ມໄທ - ຂະເໝນ ອົບພະຍົບມາກຈາກ ແຂວງບຸລີລຳ ສຸລິນ ສີສະເກດ
- ກຸ່ມໄທ - ສະຫຍາມ ອົບພະຍົບມາຈາກພາກກາງຂອງໄທ
- ກຸ່ມຈີນແລະວຽດນາມ ອົບພະຍົບມາເພື່ອປະກອບອາຊີບຄ້າຂາຍ ແລະໄດ້ມີການແຕ່ງດອງກັບຄົນທ້ອງຖິ່ນ ເກີດເປັນເຊື້ອສານຈີນແລະວຽດນາມ ແຕ່ຍັງມີຈຳນວນນ້ອຍ
- ກຸ່ມຝະຫຼັ່ງແລະອາຟຣິກາ ແມ່ນຄົນໃນທ້ອງຖິ່ນໄດ້ແຕ່ງດອກກັບຊາວຕ່າງຊາດທີ່ມາຈາກຍູໂຣບແລະອາຟຣິກາ ຈຶ່ງເຮັດໃຫ້ມີການເກີດຂອງລູກຊອດທັງຜິວຂາວແລະຜິວສີ ເຊິ່ງປັດຈຸບັນກໍ່ແມ່ນມີຈຳນວນຫຼາຍຂຶ້ນນັບມື້ ແລະບາງສ່ວນກໍ່ແມ່ນໄດ້ອົບພະຍົບໄປຢູ່ຕ່າງປະເທດເຊັ່ນກັນ
ປະຊາກອນທີ່ອາໄສຢູ່ໃນແຂວງໜອງບົວລຳພູ
ດັດແກ້ປະຊາກອນທີ່ອາໄສຢູ່ໃນແຂວງໜອງບົວລຳພູສາມາດແບ່ງອອກເປັນ 4 ກຸ່ມໃຫຍ່ ໄດ້ແກ່
- ກຸ່ມລາວພຸງຂາວ (ລ້ານຊ້າງວຽງຈັນ) ກຸ່ມນີ້ເປັນຄົນພື້ນເມືອງເກົ່າທີ່ອາໄສຢູ່ບໍລິເວນນອກເມືອງ ແລະເປັນກຸ່ມໃຫຍ່ສ່ວນຫຼາຍຂອງແຂວງໜອງບົວລຳພູ ເຊີ່ງມີສັນຍາລັກການສັກລາຍດຳໃຕ້ສະເອວລົງມາແລະກິນໝາກ ປັດຈູບັນຄົນພື້ນເມືອງກຸ່ມນີ້ມີແຂ່ວຂາວເພາະນະໂຍບາຍຂອງລັດຖະບານສະໄໝ ຈອມພົນ ປໍ ພິບູນສົງຄາມ ຫ້າມປະຊາຊົນກິນໝາກແລະສັກລາຍດຳ
- ກຸ່ມຄົນຈີນແລະວຽດນາມ ລັກສະນະເປັນຄົນຜິວຂາວເຫຼືອງ ອົບພະຍົບມາຈາກມົນທົນກວາງຕຸ້ງ ຍູນນານ ແລະວຽດນາມ ໃນລັດຊະການທີ່ 4 ໄດ້ແຈ້ງໃຫ້ຄົນຈີນກະຈາຍຢູ່ຕາມຫົວເມືອງຕ່າງໆ ໃນພາກຕະເວັນອອກສຽງເໜືອ ແລະຕໍ່ມາໄດ້ຍ້າຍມາຢູ່ແຊວງໜອງບົວລຳພູ
- ກຸ່ມຄົນໄຕ ກຸ່ມນີ້ແມ່ນເປັນຄົນເຜົ່າໄຕຫຼືໄທ ເຊີ່ງອົບພະຍົບເຂົ້າມາໃນຂົງເຂດແຂວງໜອງບົວລຳພູຊ່ວງສົງຄາມດຽນບຽນຟູ (ສົງຄາມວຽດນາມ - ຝະລັ່ງ) ຕໍ່ມາສົງຄາມຈົບລົງບາງຄົນກໍ່ໄດ້ຍ້າຍກັບພູມລຳເນົາແລະບາງຄົນກໍ່ສ້າງຕັ້ງບ້ານເຮືອນຢູ່ແຂວງໜອງບົວລຳພູ
- ກຸ່ມຝະຫຼັ່ງແລະອາຟຣິກາ ກຸ່ມນີ້ແມ່ນເກິດຈາກການແຕ່ງກັບຄົນໃນທ້ອງຖິ່ນ ແລະມີລູກຊອດຫ໌າຍຂຶ້ນນັບມື້ ເຊີ່ງປັດຈຸບັນສາມາດເຫັນໄດ້ຕາມບ້ານຕ່າງໆ ໃນແຂວງໜອງບົວລຳພຼ ບາງຄອບຄົວແມ່ອົບພະຍົບໄປຢູ່ຕ່າງປະເທດ ແລະບາງຄອບຄົວກໍ່ແມ່ນມາອາໄສຢູ່ໃນແຂວງຖາວອນ
ຈຳນວນປະຊາກອນໃນແຂວງ
ດັດແກ້ລຳດັບ | ຊື່ແຂວງ | ຊື່ໂຣມັນ | ຈຳນວນຕຳບົນ | ຈຳນວນປະຊາກອນ (ພ.ສ. 2563) |
ພື້ນທີ່ (ຕລ.ກມ.) |
ຄວາມໜາແນ່ນ (ຄົນ/ຕລ.ກມ.) |
---|---|---|---|---|---|---|
1 | ເມືອງໜອງບົວລຳພູ | Amphoe Mueang Nong Bua Lam Phu | 15 | 136,728 | 907.562 | 150.65 |
2 | ເມືອງສີບຸນເຮືອງ | Amphoe Si Bun Hueang | 12 | 109,532 | 830.643 | 131.86 |
3 | ເມືອງສຸວັນນະຄູຫາ | Amphoe Suwannakhuha | 8 | 67,802 | 646.1 | 104.94 |
4 | ເມືອງນາກາງ | Amphoe Na Klang | 9 | 92,743 | 769.756 | 120.48 |
5 | ເມືອງໂນນສັງ | Amphoe Non Sang | 10 | 65,262 | 577.736 | 112.96 |
6 | ເມືອງນາວັງ | Amphoe Na Wang | 5 | 37,403 | 322.500 | 115.98 |
ລວມ | 59 | 509,470 | 3,859.086 | 132.02 |
ລັກສະນະສະເພາະຂອງແຂວງ
ດັດແກ້ແຂວງໜອງບົວລຳພູແມ່ນເປັນແຂວງໜຶ່ງຂອງພາກຕາເວັນອອກສຽງເໜືອທີ່ມີມໍລະດົກທາງສິລະປະແລະມໍລະດັກທາງວັດທະນະທຳມາແຕ່ອະດີດຫາປັດຈຸບັນ ເຊັ່ນ ກາຍແຕ່ງເຄື່ອງ ການເຮັດເຄື່ອງດິນເຜົາ ພາສາປະຈຳຖິ່ນ
໑. ການແຕ່ງເຄື່ອງ
ລັກສະນະການແຕ່ງເຄື່ອງຂອງຊາວແຂວງໜອງບົວລຳພູແຕ່ອະດີດ
- ຜູ້ຍິງ ໃສ່ເສື້ອຂາວເປັນພື້ນບ່ຽງຜ້າແພ ໃສ່ຊິ້ນໄໝໝີ່ຂິດ ມີຫົວແລະຕົ່ງຊິ່ນທີ່ຕຳຫູກສາມຫູກ ເອົາໄປຫຍິບຕໍ່ກັນ ເອີ້ນວ່າ ສາມຊວງ ຍິງສາວແລະສາວເຖົ້າເອົາດອກໄມ້ເໜັບຫູແລະໃສ້ອົ້ມ (ອົ້ມແມ່ນຕົ້ນໄມ້ທີ່ມີໃບກິ່ນຫອມ ເອາໃບໄມ້ໄປຂາງໄຟອ່ອນຈະໄດ້ກິ່ນຫອມ) ໄວ້ຜົມຊົງມວຍສູງຫຼືດອກທົ່ມ
- ຜູ້ຊາຍ ໃສ່ເສື້ອດຳຫຼືເສື້ອຝ້າຍຍ້ອມສີເປັນພື້ນ ໃສ່ສະໂຫຼ່ງ ຊົ່ງຮູດສາຍໄດ້ເທີງໃນຫຼືເອົາໄວ້ໃສ່ຫຼິ້ນນຳບ້ານ
ລັກສະນະການແຕ່ງເຄື່ອງຂອງຊາວແຂວງໜອງບົວລຳພູປັດຈຸບັນ
- ຜູ້ຍິງໄວລຸ້ນ ໃສ່ເຄື່ອງຕາມສະໄໝນິຍົມ ເສື້ອຍືດແຂນສັ້ນແລະແຂນຍາວ ຊິ້ນສັ້ນຫຼືຊົ່ງຂາສັ້ນແລະຂາຍາວ ຫຼືຊຸດແຊັກ ມີເຄື່ອງປະດັບຕ່າງໆ ເຊັ່ນ ສ້ອຍຄໍ ແຫວນ ຕຸ້ມຫູ ກຳໄລແຂນ ເປັນຕົ້ນ ມັກໃສ່ເກີບສຸບຫຸ້ມນ່ອງບາດຍາມໄປນອກບ້ານ ໃສ່ສົ້ນຍ່ອງຕອນໄປຮ່ວມງານບຸນຕ່າງໆ
- ຜູ້ຍິງສູງໄວ ມັກໃສ່ເຄື່ອງລາຍດອກ ທັງແຂນສັ້ນແລະແຂນຍາວ ໃສ່ຊິ້ນລາຍຕ່າງໆ ຂອງແຕ່ລະທ້ອງຖິ່ນ ຫຼືຊົ່ງຂາວຍາວສີດຳຂາສັ້ນແລະຂາຍາວ
- ຜູ້ຊາຍໄວລຸ່ນ ໃສ່ເສື້ອຍືດຫຼືເສື້ອເຊີດແຂນສັ້ນແລະແຂນຍາວ ໃສ່ຊົ່ງຂາສັ້ນຫຼືຂາຍາວ ຊົ່ງຍີນຫຼືສະແລັກດຳ
- ຜູ້ຊາຍສູງໄວ ໃສ່ເສື້ອຍືດຫຼືເສື້ອເຊີດແຂນສັ້ນແລະແຂນຍາວ ໃສ່ສະໂລ່ງ ຜ້າຂາວມ້າ ໃສ່ຊົ່ງຂາສັ້ນຫຼືຂາຍາວ ຊົ່ງຍີນຫຼືສະແລັກດຳ
໒. ເຄື່ອງດິນເຜົາ ເຄື່ອງດິນເຜົາ ຄື ເອົາດິນໜຽວມາຕີແລ້ວປັ້ນເປັນເຄື່ອງໃຊ້ໃນຊີວິດປະຈຳວັນແລະເອົາໄປປະກອບພິທີກຳຕ່າງໆ ແຂວງໜອງບົວລຳພູມີມໍລະດົກທາງວັດທະນະທຳເຄື່ອງດິນເຜົາມາແຕ່ກ່ອນຍຸກປະຫວັດສາດປະມານ ໓,໕໐໐ - ໔,໐໐໐ ປີມາແລ້ວ ຈາກການຂຸດພໍ້ໂດຍຊາວບ້ານກ່ອນປີ ພ.ສ. ໒໕໑໔ ກົມສິລະປະກອນໄດ້ມາຂຸດເພື່ອການສຶກສາໃນ ພ.ສ. ໒໕໓໘ ຢູ່ປ່າພ້າວ ບ້ານກຸດຄໍ້ເມີຍ ຕຳບົນກຸດດູ່ ແລະບ້ານໂນນກ້ວຍ ບ້ານກຸດກວາງສ້ອຍ ເມືອງ/ອຳເພີໂນນສັງ ປັດຈຸບັນການເຮັດເຄື່ອງດິນເຜົາຢູ່ບ້ານໂຄ້ງສະຫວັນ ຕຳບົນໂນນທັນ ເມືອງ/ອຳເພີເມືອງໜອງບົວລຳພູ ສ່ວນຫຼາຍເຮັດເພື່ອໃຊ້ໃນຊີວິດປະຈຳວັນ
ຍ່ານການຄ້າ
ດັດແກ້- ຍ່ານການຄ້າບໍລິເວນສີ່ແຍກໄທກັນເອງ - ຕະຫຼາດໄນບາຊ່າ - ຫ້າແຍກສານເຈົ້າປູ່ຍ່າ ເປັນບໍລິເວນຍ່ານການຄ້າໃນຕົວເມືອງເກົ່າ ມີຮ້ານຂາຍເຄື່ອງຫຼາກຫຼາຍ ເຊ່ນ ຮ້ານກະສິກະ ຮ້ານເຄື່ອງຮຽນເຄື່ອງຂຽນ ຮ້ານສັງຄະພັນ ແລະມິນິມາດ ເປັນຕົ້ນ ມີຮ້ານກາເຟ ກະແລ່ມແລະເຄ້ກ ຮ້ານອາຫານ ຮ້ານເສີມສວຍ ຮ້ານຂາຍເສື້ອຜ້າ ເຄື່ອງໃໍ້ຊ້ໄຟຟ້າ ລວມໄປເຖີງມີຕະຫຼາດໄນບາຊ່າເປັນບ່ອນຂາຍອາຫາດຊ່ວງແລງໄປຫາເດີກ ບໍລິເວນໃກ້ໆ ມີສານເຈົ້າປູ່ຍ່າທີ່ຊາວໜອງບົວລຳພູເຊື້ອສາຍຈີນເຄົາລົບ ແລະໂຮງໝໍແລະຄິນິກເອກະຊົນ ອິກທັງເປັນຍ່ານໃຈກາງເມືອງທີ່ສຳຄັນຂອງແຂວງໜອງບົວລຳພູ
- ຍ່ານການຄ້າບໍລິເວນຕະຫຼາດແລງເມ່ສຳນຽງ ຕົວຕະຫຼາດເປັນບ່ອນຂາຍອາຫາດທັງກາງວັນແລະຊ່ວງແລງໄປຫາເດີກ ພາຍໃນຕະຫຼາດແມ່ນມີຂາຍເສື້ອຜ້າ ໝາກໄມ້ ຜັກ ອາຫານສົດ ອາຫານທະເລ ແລະອາຫານປ່າຫາຍາກ ອາຫານສຳເລັດທັງອາຫານອີສານ ອາຫານທຸກພາກ ລວມເຖີງອາຫານອິດສະລາມ ບໍລິເວນໃກ້ຄຽງ ມີທະນາຄານ ຮ້ານສະດວກຊື້ ຮ້ານຂາຍເຄື່ອງໃຊ້ຕ່າງໆ ເຊ່ນ ຮ້ານກະສິກະ ຮ້ານເຄື່ອງຮຽນ ຮ້ານສັງຄະພັນ ເປັນຕົ້ນ ແລະຍັງມີສວຍສາທາລະນະກາງເມືອງໃຫ້ພັກຜ່ອນຍ່ອນໃຈ
- ຍ່ານການຄ້າບໍລິເວນຕະຫຼາດເຊົ້າ - ວົງວຽນມູນນິທິປໍເຕັກຕຶ້ງ ເປັນຍ່ານການຄ້າເກົ່າແລະໃໝ່ຂອງເມືອງໜອງບົວລຳພູທີ່ຕິດກັນ ເຊີງເປັນບໍລິເວນຂອງສະຖາບັນການເງີນ ຂາຍລົດຈັກ ໄຟແນນ ໝູ່ບ້ານຈັດສັນ ແລະສະຖາບັນການສຶກສາ ມີຕະຫຼາດເຊົ້າທີ່ເປີດຕັ້ງແຕ່ທ່ຽງຄືນຫາເກົ້າໂມງ ສ່ວນຫຼາຍຂາຍໝາກໄມ້ ຜັກ ຊິ້ນສັດສົດຕ່າງໆ ບໍລິເວນຕະຫຼາດເຊົ້າມີຮ້ານຂາຍລົດ ໄຟແນນ ທະນາຄານ ແລະຮ້ານຂາຍເຄື່ອງຫຼາກຫຼາຍ ແລະບໍລິເວນວົງວຽນມູນນິທິປໍເຕັກຕຶ້ງເຊີ່ງເປັນຍ່ານການຄ້າໃໝ່ທີ່ເຊື່ອມຕໍ່ກັນ ກໍ່ມີຮ້ານຂາຍລົດຈັກ ຮ້ານນັ່ງຫຼິ້ນ ບາເບຍຕ່າງໆ ມີໝູ່ບ້ານຈັດສັນແລະໂຮງຮຽນ ວິທະຍາໄລເອກະຊົນບໍລິເວນນັ້ນ
- ຍ່ານການຄ້າບໍລິເວນສີ່ແຍກກາງເມືອງ - ຄິວລົດເມ ເປັນຍ່ານການຄ້າເກົ່າແລະໃໝ່ຂອງເມືອງສີບຸນເຮືອງທີ່ຕິດກັນ ເປັນເມືອງຍ່ານການຄ້າທີ່ມີຂະໜາດໃຫຍ່ເປັນອັນດັບສອງຮອງຈາກເມືອງໜອງບົວລຳພູ ບໍລິເວນຍ່ານການຄ້າມີການຂາຍເຄື່ອງໃຊ້ຕ່າງໆ ໂດຍສະເພາະກ່ຽວກັນລົດເຄື່ອງທີ່ໃຊ້ໃນການກະສິກຳເພາະເມືອງສີບຸນເຮືອງເປັນເມືອງທີ່ເຮັດກະສຶກຳໃຫຍ່ທີ່ສຸດຂອງແຂວງ ເຊັ່ນ ເຂົ້າ ອ້ອຍ ມັນ ເປັນຕົ້ນ ແລະເລີ່ມມີການປູຍາງພາລາແລະປາມ
- ຍ່ານການຄ້າບໍລິເວນກາງເມືອງ ເປັນເມືອງຍ່ານການຄ້າທີ່ມີຂະໜາດໃຫຍ່ເປັນອັນດັບສາມ ຕົວຍ່ານການຄ້າຈະຍາວຕາມຖະໜົນໝາຍເລກ ໒໑໐ ມີຮ້ານຂາຍເຄື່ອງໃຊ້ຕ່າງໆ ສະຖາບັນການເງີນທີ່ຫຼາຍທີ່ສຸດຮອງຈາກເມືອງໜອງບົວລຳພູ ເພາະເປັນເມືອງທີ່ຕັ້ງຂອງໂຮງງານຂະໜາດໃຫຍ່ຂອງແຂວງ ແລະເປັນທາງຜ່ານໄປພາກເໜືອຂອງໄທ ຈຶງເຮັດໃຫ້ປັດຈຸບັນຕົວເມືອງກໍ່ຂະຍາຍໃຫຍ່ອອກໄປເລື່ອຍໆ
- ຍ່ານການຄ້າບໍລິເວນເທດສະບານຕຳບົນກຸດດິນຈີ່ ເປັນເມືອງຍ່ານການຄ້າອີກບ່ອນໜຶ່ງຂອງເມືອງນາກາງ ທີ່ເລີ່ມຂະຍາຍຕົວເລື່ອຍໆ ຫ່າງຈາກຕົວເມືອງນາກາງປະມານ ໑໐ ກິໂລແມັດ ແລະເປັນຕຳບົນທີ່ມີປະຊາກອນອາໄສຢູ່ຫຼາຍ ແລະມີປະເພນີບຸນບັ້ງໄຟລ້ານຂອງເມືອງທີ່ເປັນທີ່ຮູ້ຈັກ
- ຍ່ານການຄ້າບໍລິເວນກາງເມືອງ ເປັນເມືອງຍ່ານການຄ້າທີ່ມີຂະໜາດໃຫຍ່ເປັນອັນດັບສີ່ ພາຍໃນຍ່ານການຄ້າທີ່ຂາຍເຄື່ອງໃຊ້ຕ່າງໆ ແລະມີຈະຫຼາດໃຈກາງຍ້ານການຄ້າ ເຊີ່ງຍ່ານການຕ້າກໍ່ໄດ້ຕັ້ງຢູ່ເທີງໂນນສູງຕ່ຳສະລັບກັນໄປ ຕົວຕະຫຼາຍກະມີການຂາຍກ່ຽວກັບເຄື່ອງມືກະສິກຳຕ່າງໆ ເພາະປະຊາຊົມ ເລີ່ມນ້ຳພິນຍາງພາລາແລະປາມມາປູກເພາະພູມປະເທດເປັນພູສະລັບໂນນສູງຕ່ຳເໝາະສຳລັບປູກຍາງພາລາແລະປາມ
- ຍ່ານການຄ້າບໍລິເວນກາງເມືອງ ເປັນເມືອງຍ່ານການຄ້າທີ່ມີຂະໜາດໃຫຍ່ເປັນອັນດັບຫ້າ ຍ້ານການຄ້າຕັ້ງຢູ່ໃກ້ເຂື່ອນອຸບົນຣັດ ສິນຄ້າສ່ວນຫຼາຍຈຶງເປັນກຸ້ງ ຫອຍ ປູ ປາ ອາຫານຕາກແຫ້ງ ປາແດກ ປາສ້ມ ທີ່ໄດ້ຈາກການເຮັດປະມົງຂອງຊາວບ້ານລະແວກນັ້ນ ເຊີ່ງຈະມີພໍ່ຄ້າແມ່ຄ້າຈາກຕ່າງເມືອງມາຮັບຊື້ໄປຂາຍຕໍ່
- ຍ່ານການຄ້າບໍລິເວນກາງເມືອງ ເປັນເມືອງຍ່ານການຄ້າທີ່ມີຂະໜາດນ້ອຍທີ່ສຸດໃນບັນດາເມືອງຕ່າງໆ ແຕ່ກະມີຮ້ານຂາຍເຄື່ອງຢູ່ບໍ່ນ້ອຍ ເຊ່ນ ຮ້ານກະສິກຳ ຮ້ານເຄື່ອງຮຽນເຄື່ອງຂຽນ ຮ້ານສັງຄະພັນ ແລະມິນິມາດ ເປັນຕົ້ນ ແລະມີຕະຫຼາດຂາຍຜັກ ໝາກໄມ້ ອາຫານສົດຕ່າງໆ
ບ່ອນທ່ອງທ່ຽວຂອງແຂວງ
ດັດແກ້ບ່ອນທ່ອງທ່ຽວທາງທຳມະຊາດ
ດັດແກ້- ອຸທະຍານແຫ່ງຊາດພູເກົ້າ - ພູພານຄຳ
- ອຸທະຍານຕາດເຖົ້າໂຕ້
- ອຸທະຍານບົວບານ
- ພິພິທະພັນສຸສານຫອຍຫີນ ໑໕໐ ລ້ານປີ
- ໜອງບົວ
- ຈຸດຊົວວິວຊ່ອງເຂົາຂາດ
- ຜາສາມຍອດ
- ພູພານຄຳ
- ພູເກົ້າ
- ພູນ້ອຍ
- ພູຫີນລາດຊໍ່ຟ້າ
- ພູຜາຍາ
- ພູແປກ
- ຖ້ຳສຸວັນນະຄູຫາ
- ຖ້ຳເອຣາວັນ
- ຖ້ຳຜາວຽງ
- ຫາດໂນນຍາວ (ເຂື່ອນອຸບົນລັດ)
- ອ່າງເກັບນ້ຳໂຄກນົກສາລິກາ
- ອ່າງເກັບນ້ຳຫ້ອຍໄຮ່
ບ່ອນທ່ອງທ່ຽວທາງສິລະປະແລະວັດທະນະທຳ
ດັດແກ້- ໝູ່ບ້ານຫັດຖະກຳເຮັດເຄື່ອງດິນເຜົາບ້ານໂຄ້ງສະຫວັນ
- ໝູ່ບ້ານຫັດຖະກຳສານກ່ອງເຂົ້າ
- ສູນພັດທະນາອາຊີບວັດສະຫວ່າງສິລາ
- ກຸ່ມຕຳຫູກໄໝບ້ານກຸດແຫ່
- ແຫຼ່ງບູຮານຄະດີພູຜາຍາ
- ແຫຼ່ງບູຮານຄະດີບ້ານກຸດກວາງສ້ອຍແລະບ້ານກຸດຄໍ້ເມີຍ
ບ່ອນທ່ອງທ່ຽວທາງສາດສະໜາແລະຄວາມເຊື່ອ
ດັດແກ້- ວັດຖ້ຳກອງເພນ
- ວັດຖ້ຳສຸວັນນະຄູຫາ
- ວັດຖ້ຳເອຣາວັນ
- ສານສັມເດັດພະນະເຣສວນມະຫາລາດ
- ສານພະວໍ-ພະຕາ
- ພິພິທະພັນຫຼວງປູ່ຫຼອດ ປະໂມທິຕະເຈດີ
- ວັດສີຄູນເມືອງ
- ວັດພະພຸດທະບາທພູເກົ້າ
- ວັດປ່າພູນ້ອຍ
- ວັດຖ້ຳຜາວຽງ
- ສິມໄມ້ບູຮານ ວັດຈະເລີນຊົງທຳ
- ໂນນວັດປ່າ
- ພະທາດເມືອງພິນ
- ພະທາດຫານເທົາ
ເທດສະການແລະງານປະເພນີ
ດັດແກ້- ງານບວງສວງສານສົມເດັດພຣະນະເຣສວນມະຫາຣາຊແລະງານກາຊາດເມືອງໜອງບົວລຳພູ (ຈັດຂຶ້ນທຸກປີ ລະຫວ່າງວັນທີ່ ໑໘ - ໒໗ ມັງກອນ ຢູ່ເດີ່ນສານສົມເດັດພຣະນະເຣສວນມະຫາຣາຊໜ້າຫ້ອງການເມືອງໜອງບົວລຳພູ)
- ເທດສະການຕາດເຖົ້າໂຕ້ (ຈັດຂຶ້ນທຸກປີ ຊ່ວງເດືອນກັນຍາ ຢູ່ບໍລິເວນອຸທະຍານຕາດເຖົ້າໂຕ້)
- ເທດສະການທ່ຽວຫອຍຫີນ ກິນລຳໄຍ ໄຫວ້ຫຼວງປູ່ຂາວ (ຈັດຂຶ້ນທຸກປີ ຊ່ວງເດືອນສິງຫາ ຢູ່ບ້ານຫ້ວຍເດື່ອ ຕຳບົນໂນນທັນ)
- ປະເພນີບຸນບັ້ງໄຟລ້ານ (ຈັດຂຶ້ນທຸກປີ ຊ່ວງເດືອນພຶດສະພາຫຼືມິຖຸນາ ຕາມເລີກຍາມທີ່ເບີ່ງໄວ້ ຢູ່ບໍລິເວນເທດສະບານເມືອງໜອງບົວລຳພູ)
- ງານສະເລີມສະຫຼອງພະຊົນໃນຫຼວງ ໕ ທັນວາມະຫາຮາຊ (ຈັດຂຶ້ນທຸກປີ ຊ່ວງວັນທີ່ ໑ - ໕ ທັນວາ ຢູ່ເດີ່ນໜ້າຫ້ອງການເມືອງນາກາງ)
- ງານຕັກບາດເທໂວ ຢູ່ ພູແປກ ວັດປ່ານ້ຳທິບ (ຈັດຂຶ້ນທຸກປີ ຊ່ວງວັນອອກພັນສາ ຢູ່ພາຍໃນວັດປ່ານ້ຳທິບ ບ້ານສະໜາມໄຊ ຕຳບົນກຸດແຫ່)
- ປະເພນີບຸນບັ້ງໄຟລ້ານ (ຈັດຂຶ້ນທຸກປີ ຊ່ວງເດືອນພຶດສະພາຫຼືມິຖຸນາ ຕາມເລີກຍາມທີ່ເບີ່ງໄວ້ ແຕ່ຈະຈັດງານກ່ອນປະເພນີບຸນບັ້ງໄຟລ້ານຂອງເມືອງໜອງບົວລຳພູ ເຊີ່ງຈະມີຂະບວນແຫ່ຍາວຫຼາຍກວ່າ ໑໕ ຂະບວນຂຶ້ນໄປ ຢູ່ບໍລິເວນເທດສະບານຕຳບົນກຸດດິນຈີ່)
- ເທດສະການກິນປາ (ຈັດຂຶ້ນທຸກປີ ຊ່ວງເດືອນຕຸລາ ຢູ່ເດີ່ນໜ້າຫ້ອງການເມືອງໂນນສັງ)
- ປະເພນີບຸນຊ່ວງເຮືອຍາວ (ຈັດຂຶ້ນທຸກປີ ຊ່ວງເດືອນຕຸລາ ຢູ່ເຂື່ອອຸບົນຣັດ)
- ປະເພນີບຸນພະເຫວດ (ຈັດຂຶ້ນທຸກປີ ຊ່ວງເດືອນມີນາ ຢູ່ເດີ່ນໜ້າຫ້ອງການເມືອງໂນນສັງ)
- ປະເພນີບຸນບັ້ງໄຟລ້ານ - ບັ້ງໄຟກື - ບັ້ງໄຟສອງກື (ກື ເປັນມາດວັດປະລິມານບູຮານຂອງຄົນອີສານ ໝາຍເຖີງ ສິບລ້ານ ສະນັ້ນ ບັ້ງໄຟກື ໝາຍເຖີງ ບັ້ງໄຟສິບລ້ານ - ບັ້ງໄຟສອງກື ໝາຍເຖີງ - ບັ້ງໄຟຊາວລ້ານ) (ຈັດຂຶ້ນທຸກປີ ຊ່ວງເດືອນພຶດສະພາຫຼືມິຖຸນາ ຕາມເລີກຍາມທີ່ເບີ່ງໄວ້ ແຕ່ຈະຈັດງານຫຼັງປະເພນີບຸນບັ້ງໄຟລ້ານຂອງເມືອງໜອງບົວລຳພູ ເຊີ່ງມີຂະໜາດງານໃຫຍ່ແລະເງີນລາງວັນຫຼາຍແສນບາດ ຫຼາຍກວ່າຂອງເມືອງໜອງບົວລຳພູ ຢູ່ບໍລິເວນເທດສະບານຕຳບົນສີບຸນເຮືອງ)
- ງານເຂົ້າຈີ່ຍັກ (ຈັດຂຶ້ນທຸກປີ ຊ່ວງເດືອນເມສາ ຢູ່ເດີ່ນໜ້າຫ້ອງການເມືອງສຸວັນນະຄູຫາແລະວັດຖ້ຳສຸວັນນະຄູຫາ)
- ເທດສະການຂຶ້ນພູໄຫວ້ພະຖ້ຳເອຣາວັນ (ຈັດຂຶ້ນທຸກປີ ຊ່ວງວັນທີ່ ໑໒ - ໑໖ ເດືອນເມສາ ຢູ່ພາຍໃນວັດຖ້ຳເອຣາວັນ)
ການສຶກສາ
ດັດແກ້ແຂວງໜອງບົວລຳພູມີລະດັບການສຶກສາຕັ້ງແຕ່ລະດັບອະນຸບານຮອດປະລິນຍາເອກ ໃນສັງກັດຂອງລັດຖະບານແລະເອກະຊົນຢູ່ຫຼາຍບ່ອນ ດັັງນີ້
ລະດັບອຸດົມສຶກສາ - ກຽມອຸດົມສຶກສາ ທັງໝົດໃນແຂວງແລະທຸກເມືອງ
ດັດແກ້ສະຖາບັນອຸດົມສຶກສາສັງກັດລັດຖະບານ
ດັດແກ້- ມະຫາວິທະຍາໄລຣາມຄຳແຫງ ສາຂາວິດທະຍະບໍລິການສະເລີມພະກຽດ ແຂວງໜອງບົວລຳພູ
- ມະຫາວິທະຍາໄລມະຫາມະກຸດຣາຊວິທະຍາໄລ ວິທະຍາເຂດອີສານ ສູນໜອງບົວລຳພູ
- ມະຫາວິທະຍາໄລສຸໂຂໄທທຳມາທິຣາຊ ສູນໜອງບົວລຳພູ
- ມະຫາວິທະຍາໄລລາດຊະພັດສວນດຸສິດ ສູນໜອງບົວລຳພູ
- ມະຫາວິທະຍາໄລລາດຊະພັດສວນສຸນັນທາ ສູນໜອງບົວລຳພູ
- ວິທະຍາໄລຊຸມຊົນໜອງບົວລຳພູ
- ວິທະຍາໄລເຕັກນິກໜອງບົວລຳພູ
- ວິທະຍາໄລການອາຊີບສີບຸນເຮືອງ
ສະຖາບັນອຸດົມສຶກສາສັງກັດເອກະຊົນ
ດັດແກ້- ວິທະຍາໄລພິດຊະຍະບັນດິດ
- ວິທະຍາໄລເທກໂນໂລຈີ ບໍລິຫານທຸລະກັດ ຣັກໄທ
ລະດັບມັດຖະຍົມສຶກສາ ທັງໝົດໃນແຂວງແລະທຸກເມືອງ
ດັດແກ້ໂຮງຮຽນລະດັບມັດຖະຍົມສົມບູນ ມໍ 1 - ມໍ 6 ໄດ້ແກ່
ໂຮງຮຽນສັງກັດລັດຖະບານ
ດັດແກ້- ໂຮງຮຽນສະເລີມພະກຽດສົມເດັດພຣະສຣີນະຄະຣິນ
- ໂຮງຮຽນໜອງບົວພິດທະຍາຄານ
- ໂຮງຮຽນບ້ານຂາມພິດທະຍາຄົມ
- ໂຮງຮຽນຍາງຫຼວງພິດທະຍາຄົມ
- ໂຮງຮຽນໜອງສະຫວັນວິດທະຍາຄານ
- ໂຮງຮຽນຄຳແສນວິດທະຍາສັນ
- ໂຮງຮຽນກຸດດິນຈີ່ພິດທະຍາຄົມ
- ໂຮງຮຽນຝັ່ງແດງວິດທະຍາສັນ
- ໂຮງຮຽນສີບຸນເຮືອງວິດທະຍາຄານ
- ໂຮງຮຽນກຸງແກ້ວວິດທະຍາຄານ
- ໂຮງຮຽນກຸດສະທຽນວິດທະຍາຄານ
- ໂຮງຮຽນນາກອກວິດທະຍາຄານ
- ໂຮງຮຽນຍາງຫຼໍ່ວິດທະຍາຄານ
- ໂຮງຮຽນໂນນສັງວິດທະຍາຄານ
- ໂຮງຮຽນໂນນເມືອງວິດທະຍາຄານ
- ໂຮງຮຽນໜອງເໝືອດແອ່ວິດທະຍາຄານ
- ໂຮງຮຽນກຸດດູ່ພິດທະຍາຄົມ
- ໂຮງຮຽນນາວັງສຶກສາວິດ
- ໂຮງຮຽນນາແກວິດທະຍາ
- ໂຮງຮຽນສຸວັນນະຄຸຫາພິດທະຍາສັນ
- ໂຮງຮຽນພູຊາງໃຫຍ່ວິດທະຍາຄົມ
- ໂຮງຮຽນດົງມະໄຟວິດທະຍາຄົມ
ໂຮງຮຽນສັງກັດເອກະຊົນ
ດັດແກ້- ໂຮງຮຽນພິດຊະຍະບັນດິດ
- ໂຮງຮຽນຈະຣິຍານຸສອນ
ສາທາລະນະສຸກ
ດັດແກ້- ໂຮງໝໍໜອງບົວລຳພູ
- ໂຮງໝໍນາກາງ
- ໂຮງໝໍສີບຸນເຮືອງ
- ໂຮງໝໍສຸວັນນະຄູຫາ
- ໂຮງໝໍໂນນສັງ
- ໂຮງໝໍນາວັງ
- ໂຮງໝໍວີຣະພົນການແພດ
ຜະລິດຕະພັນ
ດັດແກ້- ຜ້າໄໝມັດໝີ່ ຕຳບົນໂນນທັນ
- ຜ້າໄໝມັດໝີ່ ຕຳບົນນາຄຳໄຮ
- ຜ້າຝ້າຍລາຍສະລຸ ຕຳບົນປ່າໄມ້ງາມ
- ຜ້າສະໄບ ຕຳບົນໜອງສະຫວັນ
- ຂະໜົມທອງມ້ວນສະໝຸນໄພ ຕຳບົນບ້ານຂາມ
- ຜະລິດຕະພັນຈາກກະໂປໝາກພ້າວ
- ເຂົ້າກ້ອງ ຕຳບົນໜອງໄພສູນ
- ຜ້າຂິດໄໝ ຕຳບົນກຸດແຫ່
- ຂ້າວຮາງ/ໂມງ ໑໒ ລາສີ ຕຳບົນຝັ່ງແດງ
- ຜ້າຫົ່ມສຳລີ ຕຳບົນ ກຸດດິນຈີ່
- ເອັນງົວທອດກອບ ຕຳບົນໂນນເມືອງ
- ນ້ຳເຜີ້ງແທ້ສຸວັນຟາມ/ກ່ອງເຂົ້າສານ ຕຳບົນໜອງບົວໃຕ້
- ເສື້ອຫຍິບມື ຕຳບົນເມືອງໃໝ່
- ຜ້າໄໝມັດໝີ່ ຕຳບົນໂນນມ່ວງ
- ກ່ອງເຂົ້າສານ ຕຳບົນຊາຍທອງ
- ຜ້າລາຍລາຍຝົນ ຕຳບົນໜອງແກ
- ປາສົ້ມ ຕຳບົນໂນນສັງ
- ສິລະປະໃບລານ ຕຳບົນບ້ານຄໍ້
- ຜ້າຂິດຍົກດອກ/ປາສົ້ມ ຕຳບົນໂຄກມ່ວງ
- ຜ້າຝ້າຍຍົກດອກ ຕຳບົນໜອງເຮືອ
- ຜ້າຂິດຍ້ອມຄາມ/ຜ້າຂິດໝັກຕົມ ຕຳບົນໂນນເມືອງ
- ຜ້າລາຍຂິດ ຕຳບົນກຸດດູ່
- ຜະລິດຕະພັນໄຍບວບ ຕຳບົນນາດີ
- ຜ້າຝ້າຍລາຍນ້ຳໄຫຼ ຕຳບົນນາສີ
- ຜ້າຕຳມື ຕຳບົນນາດ່ານ
- ຖ່ານອັດ ຕຳບົນວັງປາປ້ອມ
- ຜ້າລາຍສາຍຝົນ ຕຳບົນເທບຄີຣີ
- ຜະລິດຕະພັນໄມ້ໄຜ່/ຜັກປອດສານພິດ ຕຳບົນວັງທອງ
ອ້າງອິງ
ດັດແກ້- ↑ ແຫຼ່ງບູຮານຄະດີກຸດກວາງສ້ອຍ-ກຸດຄໍ້ເມີຍ ຄົ້ນຫາ 20 ຕຸລາ ພ.ສ. 2557. ເວັບໄຊ້ http://www.thai-tour.com/thai-tour/northeast/nongbualampoo/data/place/souce-archaeology.html
- ↑ ບ້ານຈອມຍຸດ ປະຫວັດສາດລາວ ຄົ້ນຫາ 17 ຕຸລາ ພ.ສ. 2557 . ເວັບໄຊ້: http://www.baanjomyut.com/library/laos/index.html
- ↑ ສົມເດັດພະໄຊຍະເສດຖາທິຣາຊ. ສະບາຍດີອິນໂດໄຊນ່າທົວ. ຄົ້ນຫາ 17 ຕຸລາ ພ.ສ. 2558 . ເວັບໄຊ້ http://www.laos-discovery.com/chetthahis.html Archived 2011-09-14 at the Wayback Machine
- ↑ ສຳນັກພະພຸດທະສາດສະໜາ ແຂວງໜອງບົວລຳພູ. ວັດສີຄູນເມືອງ. ຄົ້ນຫາ 17 ຕຸລາ ພ.ສ. 2558 . ເວັບໄຊ້ http://nbp.onab.go.th/index.php?option=com_content&view=article&id=116&Itemid=148 Archived 2012-02-06 at the Wayback Machine
- ↑ ປະຫວັດສົມເດັດພະເຈົ້າຕາກສິນມະຫາຣາຊ. ມະຫາວິທະຍາໄລຣຳໄພພັນນີ ຄົ້ນຫາ 18 ຕຸລາ ພ.ສ. 2558 . ເວັບໄຊ້ http://www.arts.rbru.ac.th/chan/sin.php Archived 2015-11-18 at the Wayback Machine
- ↑ 116 ປີ ປະຫວັດສາດເມືອງອຸດອນທານີ. ອຸດອນໂຊນ. ຄົ້ນຫາ 17 ຕຸລາ ພ.ສ. 2558. ເວັບໄຊ້ https://blog.eduzones.com/clip/17914 Archived 2009-02-11 at the Wayback Machine
- ↑ ສຳນັກງານໜອງບົວລຳພູ ຄົ້ນຫາ 17 ຕຸລາ ພ.ສ. 2558 ເວັບໄຊ: http://www.treasury.go.th/pv_chainat/ewt_news.php?nid=458