ຈັງຫວັດປັດຕານີ
ແຂວງປັດຕານີ (ໄທ: จังหวัดปัตตานี, ມະລາຍູ: كراجأن ڤتاني; Kerajaan Patani, ອັງກິດ: Pattani, ຈີນ: 北大年 Běidànián) ເປັນແຂວງໃນພາກໃຕ້ປະເທດໄທ
ປັດຕານີ ລັງກາສຸກະ | |
---|---|
ແຂວງ | |
ແຜນທີ່ປັດຕານີ | |
ປະເທດ | ປະເທດໄທ |
ພູມິພາກ | ໃຕ້ |
ກໍ່ຕັ້ງ | ພ.ສ. 2059 |
ຈັດຕັ້ງ (ແຂວງ) | ພ.ສ. 2476 |
ຫ້ອງການແຂວງ | ຫ້ອງການແຊວງປັດຕານີ ຖະໜົນເດຊາ ຕຳບົນສະບາຣັງ ເມືອງປັດຕານີ ແຂວງປັດຕານີ 94000 |
ການປົກຄອງ | |
• ປະເພດ | ແຂວງ |
• ເຈົ້າແຂວງ | ຣາຊິດ ສຸດພຸ່ມ |
ພື້ນທີ່ | |
• ທັງໝົດ | 1,940.356 ຕລ.ກມ. ( | 750 ຕລ.ໄມລ໌)
ຄວາມສູງ | 20 - 200 ແມັດ ( | −640 ຟຸດ)
ປະຊາກອນ | |
• ທັງໝົດ | 726,013 ຄົນ |
• ຄວາມໜາແໜ້ນ | 374.17 ຄົນ/ຕລ.ກມ. (969.1 ຄົນ/ຕລ.ໄມລ໌) |
ເຂດເວລາ | UTC+7 (Thailand) |
ລະຫັດໄປສະນີ | 94000 |
ລະຫັດພື້ນທີ່ | 073 |
ໂທລະສັບ | (+66) 0 7334 9002, 0 7333 1154 |
ເວັບໄຊ | http://www.pattani.go.th |
ສັນຍາລັກປະຈຳແຂວງ
ດັດແກ້- ເຄື່ອງໝາຍປະຈຳແຂວງ: ປືນໃຫຍ່ນາງພະຍາຕານີ
- ດອກໄມ້ປະຈຳແຂວງ: ດອກຊະບາ (Hibiscus sp.)
- ໄມ້ປະຈຳແຂວງ: ຕະຄຽນທອງ (Hopes odorata)
- ຄຳຂວັນປະຈຳແຂວງ: ເມືອງງາມສາມວັດຖະນະທຳ ສູນຮາລານເລີດລ້ຳ ຊົນນ້ອມນຳສັດທາ ຖິ່ນທຳມະຊາດງາມຕາ ປັດຕານີສັນຕິສຸກແດນໃຕ້
ອານາເຂດ
ດັດແກ້ແຂວງປັດຕານີ ມີອານາເຂດຕິດຕໍ່ດັງນີ້
- ທິດເໜືອຕິດຕໍ່ກັບ ອ່າວໄທ
- ທິດໄຕ້ຕິດຕໍ່ກັບ ແຂວງສົງຂຼາ
- ທິດຕາເວັນອອກຕິດຕໍ່ກັບ ອ່າວໄທ
- ທິດຕາເວັນຕົກຕິດຕໍ່ກັບ ແຂວງສົງຂຼາ ແຂວງຍະລາ ແຂວງນະລາທິວາດ
ບັນດາເມືອງໃນການປົກຄອງ
ດັດແກ້ຂົງເຂດໃນການປົກຄອງຂອງແຂວງແບ່ງໄດ້ 12 ເມືອງ/ອຳເພີ 115 ຕຳບົນ 642 ບ້ານ
ການຄົມມະນາຄົມ
ດັດແກ້ໄລຍະທາງຈາກເມືອງປັດຕານີໄປເມືອງຕ່າງໆ
- ເມືອງໜອງຈິກ 9 ກິໂລແມັດ
- ເມືອງຍະຫລິ່ງ 14 ກິໂລແມັດ
- ເມືອງຍະລັງ 16 ກິໂລແມັດ
- ເມືອງໂຄກໂພ 26 ກິໂລແມັດ
- ເມືອງແມ່ລານ 27 ກິໂລແມັດ
- ເມືອງມາຍໍ 30 ກິໂລແມັດ
- ເມືອງສາຍບຸລີ 31 ກິໂລແມັດ
- ເມືອງປານາເລະ 44 ກິໂລແມັດ
- ເມືອງທົ່ງຍາງແດງ 50 ກິໂລແມັດ
- ເມືອງກະພໍ້ 60 ກິໂລແມັດ
- ເມືອງໄມ້ແກ່ນ 62 ກິໂລແມັດ
ໄລຍະທາງຈາກເມືອງປັດຕານີໄປແຂວງໃກ້ຄຽງ
- ແຂວງສົງຂຼາ 99 ກິໂລແມັດ
- ແຂວງຍະລາ 35 ກິໂລແມັດ
- ແຂວງນະລາທິວາດ 92 ກິໂລແມັດ
ປະຫວັດສາດ
ດັດແກ້ຫຼັກຖານທີ່ມາຈາກເອກະສານເກົ່າແກ່ບູຮານຂອງແຜ່ນຈາລຶກຈີນ ອາຣັບ ຈາວາ ມາເລເຊຍ ແລະອິນເດຍ ທີ່ປະກົດວຊື່ເມືອງສຳຄັນບ່ອນໜຶ່ງໃນໃນແຫຼມມາລາຍູ ເຊິ່ງອອກສຽງຕາມສຳນຽງໃນແຕ່ລະພາສາເຊັ່ນ: ຫຼັງຍາຊູ, ຫຼັງຍາຊີຈຽງ (ພາສາຈີນໃນພຸດທະສະຕະວັດທີ 11-12 ແລະ 16-18) ,ລັງກາໂສກະ ,ອິລັງກາໂສກະ (ພາສາຈີນໃນພຸດທະສະຕະວັດທີສັນສະກິດ ພາສາທະມິນ ໃນພຸດທະສະຕະວັດທີ 9 ແລະ 16) ,ເລັງກະສຸກະ (ພາສາຈາວາ ພຸດທະສະຕະວັດທີ 20) ,ລັງຄະສຸກະ (ພາສາອາຣັບ ພຸດທະສະຕະວັດທີ 21) ,ລັງກະສຸກະ ,ລັງກາສຸກະ (ພຸດທະສະຕະວັດທີ 24) [1]
ຊື່ທີ່ສະແດງຢູ່ນີ້ ນັກວິຊາການສັນນິຖານວ່າແມ່ນຊື່ເມືອງດຽວກັນ ທີ່ໄດ້ຕັ້ງຢູ່ໃນລັດເຄດະ ຂອງມາເລເຊຍ ແລະແຂວງປັດຕານີໃນປະເທດໄທ ແຕ່ວ່າໃນສະໄໝຫລັງສູນກາງຂອງເມືອງແຫ່ງນີ້ໜ້າຈະຢູ່ໃນແຂວງປັດຕານີ ເນື່ອງຈາກຊາວພື້ນເມືອງໃນຊ່ວງພຸດທະສະຕະວັດທີ 24 ເຖິງຕົ້ນພຸດທະສະຕະວັດທີ 25 ພ້ອມທັງກ່າວວ່າເມືອງປັດຕານີ ພັດທະນາມາຈາກເມືອງລັງກາສຸກະ ສອດຄ້ອງກັບຕຳນານຂອງເມືອງໄຊບຸລີ ທີ່ກ່າວວ່າ ກະສັດມະໂລງມະຫາວົງສ້າງເມືອງລັງກາສຸກະຢູ່ທາງທິດຕາເວັນຕົກຂອງເຄດະ ແລະຫລານສາວຂອງກະສັດໄດ້ສ້າງເມືອງລັງກາສຸກະຢູ່ປັດຕານີ ຄົນພື້ນເມືອງປັດຕານີເອີ້ນພື້ນທີ່ນີ້ວ່າ "ລັງກາສຸກະ" ຈົນແມ່ນໍ້າປັດຕານີໄດ້ປ່ຽນເສັ້ນທາງ
ປະມານພຸດທະສະຕະວັດທີ 19 ລັງກາສຸກະເລີ່ມເສື່ອມໂຊມຍ້ອນບັນຫາທາງດ້ານພູມສາດ ວັດຖະນະທຳ ແລະສາສະໜາທີ່ປ່ຽນໄປ ນັກວິຊາການປະຫວັດສາດແລະບູຮານຄະດີເຊື່ອວ່າເມືອງປັດຕານີແມ່ນບ່ອນພັກເຊົາສຳຫຼັບເຮືອເພື່ອແລກປ່ຽນແລະຂາຍຜະລິດຕະພັນລະຫວ່າງພໍ່ຄ້າທ້ອງຖິ່ນຊາວອິນເດຍຢູ່ທິດຕາເວັນຕົກແລະພໍ່ຄ້າຊາວຈີນຢູ່ທາງທິດຕາເວັນອອກ ຊົນເຜົ່າພື້ນເມືອງຢູ່ເທິງແຜ່ນດິນໃຫຍາແລະໃນໝູ່ເກາະໃກ້ຄຽງກໍ່ມີຄວາມເຊື່ອວ່າປັດຕານີ ແມ່ນອານາຈັກເກົ່າແກ່ດັ່ງທີ່ໄດ້ສະແດງໃນເອກະສານທີ່ກ່າວມາຂ້າງຕົ້ນ
ຫຼັກຖານທາງບູຮານຄະດີທີ່ສະແດງໃຫ້ເຫັນຮ່ອງຮອຍຂອງຄວາມຈະເລີນຮຸ່ງເຮືອງໃນອະດີດຂອງເມືອງປັດຕານີທີ່ບໍລິເວນເມືອງຍະລັງ ແມ່ນຊາກຂອງຮ່ອງຮອຍທີ່ທັບຊ້ອນກັນ 3 ເມືອງ ເຊິ່ງມີຊາກບູຮານສະຖານບໍ່ຕໍ່າກວ່າ 40 ແຫ່ງ ຊາກເນີນບູຮານສະຖານຈຳນວນໜຶ່ງໄດ້ຖືກຂຸດຄົ້ນແລະຮັກສາໄວ້ ເຊັ່ນ ໂບຮານສະຖານບ້ານຈາເລະ 3 ແຫ່ງ ເຊິ່ງເປັນຊາກຕຶກອາຄານສາດສະນະສະຖານທີ່ສ້າງດ້ວຍອິດທີ່ປະດັບປະດາຢູ່ຖານຊັ້ນລຸ່ມ ແລະຍັງຄົ້ນພົບວັດຖຸບູຮານຈຳນວນຫຼວງຫຼາຍ ເຊັ່ນ ສະຖູບດິນເຜົ່າ ແມ່ພິມດິນດິບ ແລະບາງສ່ວນຂອງດິນເຜົາມີຕົວອັກສອນທີ່ນັກພາສາບູຮານອ່ານແລະແປເປັນພາສາປັນລະວະ (ພາກໃຕ້ຂອງອິນເດຍ) ພາສາສັນສະກິດຖືກຂຽນເປັນຄາຖາໃນພຸດທະສາສະໜານິກາຍມະຫາຍານ ແລະເສດພາຊະນະດິນເຜົາປະເພດຕ່າງ ໆ ວັດຖຸບູຮານເຫຼົ່ານີ້ແມ່ນປະມານພຸດທະສະຕະວັດທີ 12-13
ສອດຄ້ອງກັບຈົດໝາຍຂອງຈີນທີ່ໄດ້ກ່າວມາ ນອກຈາກນັ້ນ ຫຼັກຖານທີ່ໄດ້ຖືກຂຸດຄົ້ນຍັງສະແດງໃຫ້ເຫັນວ່າພື້ນທີ່ທີ່ຕັ້ງຢູ່ຊອງເມືອງຍະລັງປະຈຸບັນ ເປັນຊຸມຊົນທີ່ມີຄວາມຈະເລີນທາງວັດຖະນະທຳຊັ້ນສູງ ໂດຍສະເພາະສາດສະໜາພຸດໄດ້ຮັບອິດທິພົນຢ່າງຊັດແຈ້ງຈາກປະເທດອິນເດຍ ມີຄວາມພົວພັນກັບເຂດແດນໃກ້ຄຽງເຊັ່ນພາກກາງຂອງປະເທດໄທ ແລະແຫຼມອິນດູຈີນເຊັ່ນກັນ ແລະຍັງເປັນຊຸມຊົນທີ່ໄດ້ມີກິດຈະກຳທາງສາດສະໜາຈົນເຖິງປະມານພຸດທະສະຕະວັດທີ 15 ກ່ອນທີ່ອານາຈັກສີວິໄຊໄດ້ມີອຳນາດໃນການປົກຄອງຂອງແຫຼມມາລາຍູ
ນັກພູມສາດເຊື່ອວ່າ ເມືອງເກົ່າແກ່ທີ່ໃຫຍ່ທີ່ສຸດໃນເຂດເມືອງຍະລັງ ໄດ້ສູນເສຍຄວາມສຳຄັນເນື່ອງຈາກການປ່ຽນແປງຂອງລະດັບນ້ຳທະເລໃນໄລຍະ 1,000 ປີຜ່ານມາ ໂດຍການຫຼຸດລົງໃນລະດັບໜຶ່ງ ເຮັດໃຫ້ບໍລິເວນຊາຍຝັ່ງທະເລຖອຍໄປຈາກບ່ອນເກົ່າ ສະນັ້ນທີ່ຕັ້ງຂອງຊຸມຊົນແມ່ນບໍ່ເໝາະສົມອີກຕໍ່ໄປທີ່ຈະຕັ້ງເປັນທ່າເຮືອການຄ້າ ແລະໄດ້ເຮັດໃຫ້ມີການຍົກຍ້າຍເມືອງຂື້ນໃນໄລຍະຕໍ່ມາ ເຊິ່ງກ່ຽວຂ້ອງກັບຕຳນານກ່ຽວກັບການກໍ່ສ້າງເມືອງປັດຕານີ ທີ່ກ່າວເຖິງໃນປື້ມຫຼາຍຫົວ ເຊັ່ນ Hikayat Patani ຂອງ A.Teeuw: ເລື່ອງຂອງ Patani ແລະ D.K.Wyatt: Sajaraj Kerajaan Melaya Patani. ຫຼືຕຳນານ Pattani ຂອງ ibrahim Syukri ເປັນຕົ້ນ ເຖິງແມ່ນວ່າບໍ່ສາມາດກຳໜົດເວລາທີ່ແນ່ນອນຂອງການສ້າງຕັ້ງເມືອງປັດຕານີ ແຕ່ວ່າປັດຕານີໄດ້ມີຊື່ສຽງແລະມີການຂະຫຍາຍຕົວຕາມລຳດັບ
ນັບຕັ້ງແຕ່ພຸດທະສະຕະວັດທີ 19 ປັດຕານີໄດ້ເປັນທີ່ຮູ້ຈັກເປັນຫົວເມືອງໃຕ້ຂອງແຫຼມມາລາຍູ ມີສະຖານະພາບເປັນປະເທດສະລາດເມືອງລາຊະອານາຈັກອະຍຸດທະຍານັບຕັ້ງແຕ່ການປົກຄອງຂອງກະສັດພະບໍລົມໄຕໂລກະນາດ (ພ.ສ. 1991-2031) ແລະພາຍໃຕ້ອໍານາດການປົກຄອງຂອງກະສັດອະຍຸດທະຍາ ໃນປີ 2054 ປອກຕຸຍການສາມາດເອົາຊະນະມະລະກາໄດ້ສຳເລັດ ແລະມີຄວາມພະຍາຍາມທີ່ຈະຂະຫຍາຍອິດທິພົນທາງການຄ້າໃນພາກເໜືອຂອງແຫຼມມາລາຍູ ແລະດ້ວຍກັບກະສັດພະລາຊາທິບໍດີທີສອງ (ພ.ສ. 2034-2072) ໄດ້ຕົກລົງທີ່ອະນຸຍາດໃຫ້ປອກຕຸຍການສ້າງຕັ້ງສະຖານີການຄ້າໃນເມືອງແຄມທະເລ ເຊັ່ນ ນະຄອນສີທຳມະລາດ ເມືອງມະລິດ ເມືອງຕະນາວສີ (ຂອງມຽນມາໃນປະຈຸບັນ) ລວມທັງປັດຕານີ ເຮັດໃຫ້ປັດຕານີກາຍເປັນໜຶ່ງໃນເມືອງທ່າເຮືອຫຼັກເຊີ່ງເປັນທີ່ຕັ້ງຂອງສະຖານີຄ້າຂາຍສຳລັບພໍ່ຄ້າຊາວຕາເວັນຕົກແລະຕາເວັນອອກ ທັງອິນເດຍ ຈີນແລະຍີ່ປຸ່ນ ຜະລິດຕະພັນສຳຄັນຂອງປັດຕານີໃນເວລານັ້ນແມ່ນໄມ້ເກດສະໜາ ໄມ້ຝາງ ເຄື່ອງເທດ ຂອງປ່າ ງາຊ້າງແລະນໍແຮດ ນອກຈາກນີ້ປັດຕານີຍັງແມ່ນຈຸດຮັບສົ່ງສິນຄ້າສາກົນເຊັ່ນ ເຄື່ອງຄົວ ອາວຸດ ດິນປືນ ກົ່ວແລະຜ້າໄໝ ເຖິງແມ່ນວ່າປັດຕານີແມ່ນປະເທດສະລາດຂອງລາຊະອານາຈັກອະຍຸດທະຍາ ແຕ່ຍ້ອນວ່າເມືອງໃນປັດຕານີມີສະຖຽນລະພາບທາງເສດຖະກິດທີ່ດີ ເຮັດໃຫ້ເຈົ້າເມືອງປັດຕານີຕ້ອງການແຍກຕົວເປັນເອກະລາດຫຼາຍຄັ້ງ
ໃນປີ ພ.ສ 2092 ສະໄໝພະມະຫາຈັກກະພັດ ກອງທັບມຽນມາໄດ້ໂຈມຕີອານາຈັກກຸງສີອະຍຸດທະຍາ ພະຍາຕານີສີສຸລະຕ່ານໄດ້ນຳເຮືອຫຍ່າຫຍັບ 200 ລຳ ໄປຊ່ວຍເຮັດສົງຄາມ ແຕ່ເມື່ອສັງເກດວ່າກອງທັບມຽນມາໄດ້ຮັບໄຊຊະນະ ຈຶ່ງຖືເອົາໂອກາດກໍ່ກະບົດແລະບຸກໂຈມຕີພະລາດຊະວັງ ພະມະຫາຈັກກະພັດໄດ້ໜີໄປຢູ່ເກາະມະຫາພາມ ຈົນເຖີງເວລາທີ່ກອງທັບໄທໄດ້ລວບລວມກໍາລັງຂອງຕົນແລ້ວ ຈຶ່ງໄດ້ຍົກກອງທັບຂຶ້ນມາອ້ອມຮອບແລະໂຈມຕີທະຫານປັດຕານີຈົນແຕກ ຕໍ່ມາໃນປີ ພ.ສ. 2146 ສົມເດັດພະນະເຣສວນໄດ້ສັ່ງໃຫ້ກຳລັງທະຫານອອກຍາເດໂຊໂຈມຕີເມືອງປັດຕານີເພື່ອຍຶດອຳນາດ ແຕ່ບໍ່ປະສົບຜົນສຳເລັດເພາະວ່າປັດຕານີໄດ້ຮັບການຊ່ວຍເຫລືອຈາກພໍ່ຄ້າຊາວເອີຣົບ ທັງອາວຸດປືນໃຫຍ່ແລະທຶນ
ໃນສະໄໝກະສັດພະເພດລາຊາ (ພ.ສ. 2231-2245) ປັດຕານີບໍ່ພໍໃຈກັບການປະກາດຕັ້ງກະສັດອົງໃໝ່ຂອງອະຍຸດທະຍາ ໄດ້ປະກາດບໍ່ຕົກລົງທີ່ຈະຂື້ນກັບກຸງສີອະນຸດທະຍາອີກຄັ້ງໜຶ່ງ ເຮັດໃຫ້ປັດຕານີເປັນເອກະລາດຢ່າງຕໍ່ເນື່ອງສືບມາ ຈົນອະຍຸດທະຍາໄດ້ສູນເສຍເອກະລາດໃຫ້ກັບມຽນມາອິກຄັ້ງໃນປີ ພ.ສ. 2301 ຕະຫຼອດຈົນໝົດສະໄໝກຸງສີອະຍຸດທະຍາແລະກຸງທົນບຸລີ ເມືອງປັດຕານີຕັ້ງແຕ່ພຸດທະສະຕະວັດທີ 19 ເປັນຕົ້ນໄປ ປະຊາຊົນສ່ວນຫຼາຍນັບຖືສາສະໜາອິດສະລາມຈາກຫຼັກຖານທາງບູຮານຄະດີທີ່ພົບໃນເມືອງຍະລັງສະແດງໃຫ້ເຫັນວ່າປະຊາຊົນໂດຍທົ່ວໄປກ່ອນນັ້ນແມ່ນນັບຖືສາສະໜາພຸດແລະພາມ ແລະໄດ້ປ່ຽນໄປນັບຖືອິດສະລາມ ຫຼັງຈາກອານາຈັກສີວິໄຊອຳນາດຫຼຸດລົງ ອິດທິພົນຂອງອິດສະລາມຈາກ ອານາຈັກມັດຊະປາຫິດໃນຈາວາໄດ້ມີການເຜີຍແຜ່ເຂົ້າໄປໃນແຫຼມມາລາຍູຈົນສ້າງຕັ້ງເປັນອານາຈັກມະລະກາ
ປະມານພຸດທະສະຕະວັດທີ 19 ໄດ້ແຜ່ລາມໄປສູ່ເມືອງຕ່າງໆ ເຊິ່ງເຮັດໃຫ້ເຈົ້າເມືອງຫັນມາປ່ຽນຈາກສາສະໜາເດີມໄປນັບຖືສາດສະໜາອິດສະລາມ ກໍ່ໃຫ້ເກີດການຮ່ວມມືດ້ານການເມືອງ ເສດຖະກິດແລະການຄ້າທີ່ເຂັ້ມແຂງໃນພູມິພາກນີ້ ສາດສະໜາອິດສະລາມໄດ້ຮຸ່ງເຮືອງພ້ອມໆ ກັນກັບການຄ້າ ໄດ້ມີການສ້າງມັດສະຍິດຂຶ້ນເພື່ອປະກອບພິທີກຳທາງສາດສະໜາ ມັດສະຍິດທີ່ສຳຄັນຄື ມັດສະຍັດກຣືເຊະ ເຊິ່ງເປັນມັດສະຍິດປະຈຳເມືອງ ແລະມັດສະຍິດບ້ານດາໂຕ໊ະເຊີ່ງເປັນບໍລິເວນທ່າເຮືອຢູ່ທາງເໜືອຂອງອ່າວປັດຕານີ ນອກຈາກນັ້ນຍັງໄດ້ສ້າງມັດສະຍິດແລະສຸເຫຼ່າໃນຊຸມຊົນອິດສະລາມອີກຫຼາຍແຫ່ງ
ໃນສະໄໝການປົກຄອງຂອງກະສັດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດຂອງກຸງລັດຕະນະໂກສິນ (ພ.ສ. 2325-2352) ໄດ້ໃຫ້ສົມເດັດກົມພະລາດຊະວັງບໍວອນມະຫາສຸລະສິງຫະນາດ ຍົກກອງທັບຫຼວງລົງໄປປາບປາມກຸ່ມມຽນມາທີ່ໄດ້ເຂົ້າໄປຕີບັນດາເມືອງໃນແຫຼມມາລາຍູໃຫ້ແລ້ວເສັດ ແລະໃນປີ ພ.ສ. 2328 ສົມເດັດກົມພະລາດຊະວັງບໍວອນມະຫາສຸລະສິງຫະນາດໄດ້ຮັບຄຳສັ່ງລົງໃຫ້ໄປພັກຢູ່ໃນເມືອງສົງຂຼາ ແລະໄດ້ໃຫ້ບັນດາເຈົ້າແຂວງໄດ້ເຊື້ອເຊີນຄໍາສັ່ງໄປຍັງເມືອງທີ່ເຫຼືອຄື ປັດຕານີ ໄຊບຸລີ ແລະເຕຣງການູ ໃຫ້ກັບມາເປັນເມືອງຂຶ້ນຄືແຕ່ກ່ອນ ແຕ່ສຸລະຕ່ານມູຮຳໝັດພະຍາປັດຕານີບໍ່ຍິນຍອມ ສົມເດັດກົມພະລາດຊະວັງບໍວອນມະຫາສຸລະສິງຫະນາດໄດ້ສັ່ງໃຫ້ພະຍາກະລາໂຮມຍົກກອງທັບໄປເມືອງປັດຕານີໃນປີ ພ.ສ. 2329 ກວດຕ້ອນຄອບຄົວແລະອາວຸດຈຳນວນຫຼວງຫຼາຍ ລວມທັງປືນໃຫຍ່ 2 ກະບອກ ແຕ່ສາມາດນຳມາໄດ້ພຽງແຕ່ໜຶ່ງກະບອກ ແລະຫຼັງຈາກນັ້ນໄດ້ນຳເອົາມາຖະຫວາຍສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ແລະໄດ້ກະລຸນາໃຫ້ຂຽນຊື່ວ່າ "ພະຍາຕານີ" ເຊິ່ງຖືວ່າເປັນປືນໃຫຍ່ທີ່ໃຫຍ່ທີ່ສຸດໃນປະເທດໄທ ປະຈຸບັນຕັ້ງຢູ່ຕໍ່ໜ້າ ກະຊວງກະລາໂຮມ ໃນກຸງເທບມະຫານະຄອນ [2]
ໃນປີ ພ.ສ. 2332 ຕົນກູລາມິດດິນເຈົ້າເມືອງປັດຕານີໄດ້ມີປື້ມເຊີນຊວນອົງຊຽງສືເຈົ້າອະນຳກົ໊ກ (ເມືອງໄຊງ່ອນ ວຽດນາມຕອນໃຕ້) [3] ເພື່ອເຂົ້່າຮ່ວມກັນຕີເອົາບັນດາເມືອງໃນອານາຈັກໄທ ເມື່ອກະສັດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດຮູ້ ໄດ້ສັ່ງໃຫ້ຍົກທັບໄປປາບເມືອງປັດຕານີອີກຄັ້ງ ຕໍ່ມາໃນປີພ.ສ. 2351 ດາຕະປັງກາລັນໄດ້ເຮັດການກະບົດ ກະສັດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ໄດ້ໃຫ້ເຈົ້າພະຍາພົນເທບ (ບຸນນາກ) ຍົກກອງທັບຫຼວງເຂົ້າຮ່ວມກັບເມືອງສົງຂຼາ ເມືອງພັດທະລຸງ ເມືອງຈະນະ ໄປຕີເມືອງປັດຕານີໄດ້ສຳເລັດ
ໃນສະໄໝພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ (ພ.ສ.2352-2367) ເກີດຄວາມບໍ່ສະຫງົບມາຕໍ່ເນື່ອງ ໄດ້ສັ່ງໃຫ້ພຣະຍາອະໄພສົງຄາມແລະພຣະຍາສົງຂຼາ (ຖ່ຽນຈ໋ອງ) ຜູ້ຄວບຄຸມຫົວເມືອງໃນແຫຼມມາລາຍູແບ່ງເຂດຂອງເມືອງປັດຕານີອອກເປັນ 7 ເມືອງ ແລະໄດ້ແຕ່ງຕັ້ງເຈົ້າເມືອງເປັນຜູ້ປົກຄອງນັບແຕ່ປີ ພ.ສ.2359 ເປັນຕົ້ນໄປ ດັງນີ້
- ເມືອງປັດຕານີ ຕ່ວນສຸຫຼົງ ເປັນເຈົ້າເມືອງ
- ເມືອງຍະຫຣິ່ງ ທ້າວພ່າຍ ເປັນເຈົ້າເມືອງ
- ເມືອງສາຍ ນະເດະ ເປັນເຈົ້າເມືອງ
- ເມືອງໜອງຈິກ ຕ່ວນນິ ເປັນເຈົ້າເມືອງ
- ເມືອງລະແງະ ນິດະ ເປັນເຈົ້າເມືອງ
- ເມືອງລາມັນ ຕ່ວນລັນໂຊ ເປັນເຈົ້າເມືອງ
- ເມືອງຍະລາ ຕ່ວນຍາລໍ ເປັນເຈົ້າເມືອງ
ສະໄໝພະບາດສົມເດັດພະຈຸນລະຈອມເກຼ້າເຈົ້າຢູ່ຫົວ ໃຫ້ຍົກເລີກລະບຽບວິທີການປົກຄອງແບບຈະຕຸສະດົມ (ຫຼືເສົາ 4 ເສົາ ປະກອບດ້ວຍ ວຽງ ວັງ ຄັງ ນາ) [4] ຕັ້ງແຕ່ປີ ພ.ສ. 2435 ຈັດການປົກຄອງອອກເປັນ 12 ກະຊວງ ມີກະຊວງມະຫາດໄທເປັນກະຊວງແຜ່ນດິນ ໃຫ້ຈັດລະບົບເປັນແບບສຸຂາພິບານ ຍຶດໝັ້ນນະໂຍບາຍການປະນີປະນອມແລະດຳເນີນການທີລະຂັ້ນຕອນໂດຍບໍ່ໃຫ້ສົ່ງຜົນກະທົບຕໍ່ການປົກຄອງຂອງບັນດາເຈົ້າເມືອງທັງ 7 ເມືອງ ໄດ້ແບ່ງການປົກຄອງເປັນ 4 ມົນທົນ ໄດ້ແກ່
- ມົນທົນພູເກັດ
- ມົນທົນຊຸມພອນ
- ມົນທົນນະຄອນສີທຳມະລາດ
- ມົນທົນໄຊບຸລີ
ມົນທົນນະຄອນສີທຳມະລາດ ປະກອບດ້ວຍ 10 ເມືອງ ລວມທັງ 7 ຫົວເມືອງຮວມເຂົ້າເຊັ່ນກັນ ປະກອບດ້ວຍ ເມືອງນະຄອນສີທຳມະລາດ ພັດທະລຸງ ສົງຂຼາ ປັດຕານີ ຍະຫຣິ່ງ ສາຍບຸລີ ໜອງຈິກ ຍະລາ ລະແງະ ແລະລາມັນ ມີຜູ້ວ່າລາດຊະການເມືອງດູແລ ຢູ່ໃນການປົກຄອງຂອງຂ້າຫຼວງເທສາພິບານມົນທົນ ປີ ພ.ສ. 2447 ໄດ້ແຍກຫົວເມືອງທັງ 7 ອອກຈາກມົນທົນນະຄອນສີທຳມະລາດ ມາຕັ້ງເປັນມົນທົນປັດຕານີ ພ້ອມທັງປ່ຽນຖານະເມືອງເປັນອຳເພີ ແລະຈັງຫວັດ ໄດ້ແກ່
- ຈັງຫວັດປັດຕານີ ລວມເມືອງໜອງຈິກ ແລະເມືອງຍະຫຣິ່ງ
- ຈັງຫວັດສາຍບຸລີ ລວມເມືອງລະແງະ
- ຈັງຫວັດຍະລາ ລວມເມືອງລາມັນ
ນອກຈາກນີ້ ຍັງແຍກເຂດເມືອງໜອງຈິກຍົກຖານະເປັນອຳເພີເມືອງເກົ່າ ເຊິ່ງຕໍ່ມາໄດ້ປ່ຽນຊື່ເປັນອຳເພີມະກຣູດແລະອຳເພີໂຄກໂພຕາມລຳດັບ ເມືອງປັດຕານີໄດ້ຖືກປ່ຽນຊື່ໃໝ່ເປັນເມືອງປະກາຮະລັງ ແລະໄດ້ສ້າງຕັ້ງອຳເພີຂຶ້ນໃໝ່ອີກ 2 ອຳເພີຄື ອຳເພີຍະລັງ ແລະອຳເພີປະນາເລະ ໃຫ້ຂຶ້ນກັບຈັງຫວັດປັດຕານີ
ໃນລະຫວ່າງການປົກຄອງຂອງກະສັດພຣະບາທສົມເດັດພຣະປົກເກຼົ້າເຈົ້າຢູ່ຫົວ ເສດຖະກິດຂອງປະເທດໄດ້ຫຼຸດລົງພາຍຫຼັງໄດ້ມີການປ່ຽນແປງກົດລະບຽບການປົກຄອງ ໃນປີພ.ສ. 2475 ເພື່ອລັດຖະບານຈະໄດ້ຕັດລາຍຈ່າຍເພື່ອຮັກສາສະຖຽນລະພາບດ້ານງົບປະມານຂອງປະເທດ ຈຶ່ງໄດ້ຍົກເລີກມົນທົນປັດຕານີ ແຕ່ຍັງຄົງສະຖານະຈັງຫວັດໄວ້ຄືເກົ່າ ຍົກເລີກຈັງຫວັດສາຍບຸລີປ່ຽນເປັນອຳເພີຕະລຸບັນ ແລະແບ່ງພື້ນທີ່ບາງສ່ວນຂອງສາຍບຸລີອອກເປັນ ອຳເພີລະແງະ ແລະອຳເພີບາເຈາະ ໄປຂຶ້ນກັບຈັງຫວັດນະລາທິວາດ ຕັ້ງແຕ່ປີ ພ.ສ. 2476 ຈັງຫວັດປັດຕານີໄດ້ມີການປົກຄອງໂດຍຜູ້ວ່າລາດຊະການ ພຣະຍາລັດຕະນະພັກຄີ (ແຈ້ງ ສຸວັນຈິນດາ) ເປັນຜູ້ວ່າລາດຊະການຄົນທຳອິດ ພາຍໃຕ້ການປົກຄອງລະບອບປະຊາທິປະໄຕ ເຊີ່ງກະຊວງມະຫາດໄທໄດ້ປະກາດໃຊ້ປີພ.ສ. 2476 ຈັດລະບຽບບໍລິຫານສ່ວນພູມິພາກ ແລະໄດ້ມີການປັບປຸງແກ້ໄຂ ພ.ສ. 2499 ແລະ ພ.ສ. 2509
ລັກສະນະພູມປະເທດ
ດັດແກ້ແບ່ງອອກເປັນ 3 ລັກສະນະ ປະກອບດ້ວຍທົ່ງພຽງແຄມຝັ່ງທະເລ ສ່ວນໃຫຍ່ແມ່ນປະມານ 1 ສ່ວນ 3 ຂອງພື້ນທີ່ແຂວງ ລວມທັງຕອນເໜືອ ແລະທິດຕາເວັນອອກຂອງແຂວງເປັນຊາຍຫາດຊາຍຍາວ ແລະເປັນເຂດທົ່ງພຽງແຄມທະເລກວ້າງ ປະມານ 10 - 30 ກິໂລແມັດ ພື່ນທີ່ລາບລຸ່ມບໍລິເວນຕອນກາງ ແລະຕອນໃຕ້ຂອງແຂວງ ມີແມ່ນ້ຳປັດຕານີໄຫຼຜ່ານເຮັດໃຫ້ເໝາະສົມກັບການກະສິກຳ ແລະເຂດພູດອຍເຊິ່ງແມ່ນສ່ວນນ້ອຍທາງຕອນໃຕ້ຂອງເມືອງໂຄກໂພ ເມືອງກະພໍ້ ແລະທິດຕາເວັນອອກຂອງເມືອງສາຍບຸລີ
ລັກສະນະພູມອາກາດ
ດັດແກ້ອ້າງອິງ
ດັດແກ້- ↑ ສຳນັກງານປະຊາສຳພັນປັດຕານີ. ກົມປະຊາສຳພັນ. "ປະຫວັດແຂວງປັດຕານີ ລົງວັນທີ່ 7 ກຸມພາ 2557." [1] Archived 2018-04-01 at the Wayback Machine. ຄົ້ນຄວ້າ 22 ພຶດສະພາ 2564.
- ↑ ไทยรัฐออนไลน์. "ปืนนางพญาตานี ລົງວັນທີ່ 6 ກຸມພາ 2560." [2]. ຄົ້ນຄວ້າ 23 ພຶດສະພາ 2564.
- ↑ วชิรญาณ พระราชพงศาวดารกรุงรัตนโกสินทร์ รัชกาลที่ ๑. "องเชียงสือตั้งตัวเป็นเจ้าอนัมก๊ก ລົງຂໍ້ມູນ 2333." [3]. ຄົ້ນຄວ້າ 23 ພຶດສະພາ 2564.
- ↑ ວິທຍຸເອເຊີຽເສຣີ "ບ້ານລາວໃນປະເທດໄທ ( ຕອນ 3 ) ລົງວັນທີ່ 20 ພະຈິກ 2550." [4]. ຄົ້ນຄວ້າ 23 ພຶດສະພາ 2564.