ປະເທດເກົາຫຼີໃຕ້
ປະເທດເກົາຫຼີໃຕ້ (South Korea) (대한민국, 大韓民國) ຫຼື ສາທາລະນະລັດເກົາຫຼີ ແມ່ນປະເທດໃນທະວີບອາຊີຕາເວັນອອກ ຕັ້ງຢູ່ທາງພາກໃຕ້ຂອງແຫຼມເກົາຫຼີ ໂດຍທາງ ພາກຕາເວັນອອກ, ຕາເວັນຕົກ ແລະ ພາກໃຕ້ ແມ່ນອ້ອມຮອບດ້ວຍທະເລ. ເກົາຫຼີໃຕ້ ແມ່ນປະເທດ ທີ່ບໍ່ມີຊັບພະຍາກອນທຳມະຊາດ, ຮູບຮ່າງຂອງປະເທດ ແມ່ນມີພູສູງຢູ່ທາງພາກຕາເວັນອອກ ແລະ ຄ່ອຍໆຕ່ຳລົງໄປທາງພວກຕາເວັນຕົກ, ໂດຍທົ່ງພຽງສ່ວນຫຼາຍ ແມ່ນຢູ່ລຽບຕາມແຄມທະເລທາງພາກຕາເວັນຕົກ.
ເກົາຫຼີໃຕ້ໃຊ້ພາສາເກົາຫຼີເປັນພາສາລັດຖະການ
ປະເທດເກົາຫຼີໃຕ້ ເປັນປະເທດທີ່ມີຄວາມຈະເລີນຮຸ່ງເຮືອງ ແລະ ມີພັດທະນາການຄ້າຍຄືກັບສະຫະລັດອະເມລິກາ, ເປັນປະເທດທຶນນິຍົມຍັກໃຫຍ່ອີກປະເທດໜຶ່ງໃນອາຊີ, ປະຊາກອນພາຍໃນປະເທດແມ່ນມີຄວາມເຂັ້ມແຂງໃນການພັດທະນາປະເທດຊາດ, ສ່ວນໜຶ່ງກໍມາຈາກສະເຖຍລະພາບທາງດ້ານການເມືອງທີ່ສາມາດເຮັດໃຫ້ນັກລົງທຶນເຂົ້າມາລົງທຶນຢູ່ເກົາຫຼີໃຕ້ຫຼາຍ ໂດຍສະເພາະແມ່ນຂະແໜງການບໍລິການ ເວົ້າໄດ້ເປັນລາຍໄດ້ຫຼັກຂອງປະເທດ. ພາຍຫຼັງທີ່ປະເທດເກົາຫຼີໃຕ້ໄດ້ຮັບເອກະລາດຈາກຍີ່ປຸ່ນໃນວັນທີ 15 ສິງຫາ 1945 ເກົາຫຼີໃຕ້ບຸກໜ້າພັດທະນາ ແລະ ສ້າງສາປະເທດຕາມລະບອບການເມືອງແບບທຶນນິຍົມ, ດຶງດູດນັກລົງທຶນມາລົງທຶນພາຍໃນປະເທດຢ່າງກວ້າງຂວາງ ພ້ອມດຽວກັນນັ້ນກໍເຫັນໄດ້ວ່າ ເກົາຫຼີໃຕ້ກໍໃສ່ໃຈຕໍ່ການສຶກສາ ໂດຍເນັ້ນການພັດທະນາການສຶກສາເປັນບາດກ້າວທໍາ ຍ້ອນເກົາຫຼີໃຕ້ມີແນວບຄິດວ່າ ຖ້າປະຊາຊົາຫາກມີຄວາມຮູ້, ຄວາມສາມາດແລ້ວ ການພັດທະນາປະເທດກໍເປັນເລື່ອງງ່າຍດາຍ ແລະ ສາ ມາດພັດທະນາໄດ້ໄວສົມຄວນ.
- ↑ "A New Way of Seeing Country Social Responsibility". Faculty of Philosophy and Social-Political Sciences: 6. Archived from the original on 25 September 2013. Unknown parameter
|access-date=
ignored (|accessdate=
suggested) (help); Unknown parameter|url-status=
ignored (help) - ↑ [Enforcement 2016.8.4. Law No. 13978, enacted on February 3, 2016]
|trans-title=
requires|title=
(help) (ໃນ ko). 2016. Unknown parameter|script-title=
ignored (help); Unknown parameter|access-date=
ignored (|accessdate=
suggested) (help) - ↑ http://kosis.kr/nsportalStats/nsportalStats_0102Body.jsp?menuId=10. Unknown parameter
|script-title=
ignored (help); Missing or empty|title=
(help) - ↑ ໔.໐ ໔.໑ "World Economic Outlook Database, October 2020". IMF.org. International Monetary Fund. Unknown parameter
|access-date=
ignored (|accessdate=
suggested) (help)