ປະເທດລາວ

ປະເທດໃນອາຊີຕາເວັນອອກສຽງໃຕ້

ລາວ ຫຼື ຊື່ທາງການແມ່ນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຕົວຫຍໍ້: ສປປ ລາວ) ເປັນສາທາລະນະລັດປະຊາທິປະໄຕໃນອາຊີຕາເວັນອອກສຽງໃຕ້ ມີເນື້ອທີ່ທັງໝົດ 236,800 ຕາລາງກິໂລແມັດ ເປັນປະເທດດຽວໃນອາຊີຕາເວັນອອກສຽງໃຕ້ທີ່ບໍ່ມີຊາຍແດນອອກສູ່ທະເລ ເຊິ່ງພາກເໜືອມີຊາຍແດນຕິດກັບປະເທດຈີນ ທິດໃຕ້ຕິດກັບປະເທດກຳປູເຈຍ ທິດຕາເວັນອອກຕິດກັບປະເທດຫວຽດນາມ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຄຳຂວັນ"ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ"
ທີ່ຕັ້ງຂອງ ປະເທດລາວ  (ຂຽວ)

ໃນອາຊຽນ  (ເທົາເຂັ້ມ)  —  [ຄຳອະທິບາຍສັນຍະລັກ]

ເມືອງຫຼວງນະຄອນຫຼວງວຽງຈັນ
17°58′N 102°36′E / 17.967°N 102.600°E / 17.967; 102.600
ພາສາລັດຖະການພາສາລາວ
ພາສາທີ່ເວົ້າ
ກຸ່ມຊົນເຜົ່າ
(2015[2])
ສາສະໜາ
ເດມະນິມຊາວລາວ
ການປົກຄອງລັດດ່ຽວ ລັດທິມາກ-ເລນິນ ພັກດຽວ ສາທາລະນະລັດປະຊາທິປະໄຕ ປະຊາຊົນ(ໂດຍນິຕິໄນ) ສັງຄົມນິຍົມ (ໂດຍພຶດຕິໄນ)
ທອງລຸນ ສີສຸລິດ
ສອນໄຊ ສີພັນດອນ
ບຸນທອງ ຈິດມະນີ
ປານີ ຍາທໍ່ຕູ້
ໄຊສົມພອນ ພົມວິຫານ
ສະພານິຕິບັນຍັດສະພາແຫ່ງຊາດ
ກໍ່ຕັ້ງ
1354–1707
1707–1778
• ອານາຈັກລ້ານຊ້າງຖືກປົກຄອງໂດຍສະຫຍາມ
1778–1893
1893–1953
• ຮວມລາຊະອານາຈັກ
11 ພຶດສະພາ 1947
22 ຕຸລາ 1953
2 ທັນວາ 1975
ພື້ນທີ່
• ລວມ
237,955 ຕາລາງກິໂລແມັດ (91,875 ຕາລາງໄມລ໌) (ອັນດັບທີ 82)
2
ປະຊາກອນ
• 2019 ປະມານ
7,123,205 (ອັນດັບທີ 105)
• ສຳມະໂນປະຊາກອນ 2015
6,492,228[4]
26.7 ຕໍ່ຕາລາງກິໂລແມັດ (69.2 ຕໍ່ຕາລາງໄມລ໌) (ອັນດັບທີ 151)
ຈີນີ (2012)36.4[5]
ປານກາງ
HDI (2021)Decrease 0.607[6]
ປານກາງ · ອັນດັບທີ 140
ສະກຸນເງິນກີບ (₭) (LAK)
ເຂດເວລາUTC+7 (ເວລາໃນປະເທດລາວ)
ຮູບແບບວັນທີວວ/ດດ/ປປປປ
ຂັບລົດດ້ານຂວາ
ລະຫັດໂທລະສັບ+856
ລະຫັດ ISO 3166LA
ລະຫັດອິນເຕີເນັດ.la

ຫຼັງຈາກຊ່ວງເວລາແຫ່ງຄວາມຂັດແຍ້ງພາຍໃນອານາຈັກລ້ານຊ້າງ ດິນແດນລາວຈຶ່ງໄດ້ແຕກແຍກອອກແມ່ນສາມສ່ວນ ຄື ຫຼວງພະບາງ ວຽງຈັນ ແລະຈຳປາສັກ[7] ກ່ອນຈະຕົກແມ່ນເມືອງໃນປົກຄອງຂອງສະຫຍາມໃນປີ ຄ.ສ. 1778 ຍາວນານນັບສະຕະວັດຈົນເມື່ອວິກິດການຝຣັ່ງ-ສະຫຍາມໃນປີ ຄ.ສ. 1893 ທຳໃຫ້ດິນແດນລາວທັ້ງໝົດຢູ່ພາຍໃຕ້ອານານິຄົມຂອງຝຣັ່ງແລະຮວມຕົວກັນແມ່ນປະເທດໃນປີ ຄ.ສ. 1949[8] ຫຼັງຈາກການຍຶດຄອງຂອງຍີ່ປຸ່ນ ຖືກຝຣັ່ງຍຶດຄອງອີກຫົນຈົນກະທັ່ງໄດ້ເອກະລາດໃນປີ ຄ.ສ. 1953[9] ພາຍຫຼັງສົງຄາມຫວຽດນາມຈົບລົງໃນປີ ຄ.ສ. 1975 ຂະບວນການນັກສຶກສາ 21 ອົງກອນຈຶ່ງຫັນໄປຮ່ວມມືກັບ "ກຸ່ມປະເທດລາວ" ຂະບວນການປະຕິວັດກອມມູນິດທີ່ໄດ້ຄອງອຳນາຈຢ່າງເດັດຂາດແລະສົງຄາມກາງເມືອງໄດ້ສິ້ນສຸດລົງ ປະກອບກັບກະແສຮຽກຮ້ອງຂອງປະຊາຊົນແລະນັກສຶກສາໄດ້ມີການລົງມະຕິລົ້ມລ້າງກະສັດຢ່າງສົມບູນ ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາຖືກເຊີນເຂົ້າຄ່າຍກັກກັນໃນວຽງໄຊແລະເສຍຊີວິດຢ່າງລຶກລັບ ມີການປ່ຽນແປງການປກລົກຄອງມາແມ່ນລະບອບສັງຄົມນິຍົມກອມມູນິດແລະສ້າງຕັ້ງປະເທດແມ່ນ "ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ" ຊຶ່ງໃນຊ່ວງແຮກ ລາວຕ້ອງພຶ່ງພາຄວາມຊ່ວຍເຫຼືອທາງເສດຖະກິດຈາກສະຫະພາບໂຊວຽດຈົນກະທັ່ງລົ່ມສະຫຼາຍໃນປີ ຄ.ສ. 1991[10]

ປະເທດລາວມີສ່ວນຮ່ວມໃນຂໍ້ຕົກລົງການຄ້າອາຊີປາຊີຟິກ ການປະຊຸມສຸດຍອດອາຊຽນ ການປະຊຸດອາຊີຕາເວັນອອກ ແລະເຂົ້າຮ່ວມແມ່ນສະມາຊິກອົງການການຄ້າໂລກຕັ້ງແຕ່ ຄ.ສ. 1997 ກ່ອນຈະໄດ້ຮັບການຕອບຮັບໃນປີ ຄ.ສ. 2013 ລາວແມ່ນປະເທດທີ່ສາມາດຜະລິດໄຟຟ້າໄດ້ດ້ວຍຕົນເອງ[11] ມີການສ້າງເຂື່ອນໂດຍຜະລິດຈາກພະລັງງານນ້ຳແລະສົ່ງຂາຍໄປຍັງປະເທດເພື່ອນບ້ານຢ່າງໄທ ຈີນ ແລະຫວຽດນາມ ໃນດ້ານເທັກໂນໂລຢີ ລາວໄດ້ເປີດໃຫ້ບໍລິການ 4G ແມ່ນປະເທດທີ່ສອງຂອງອາຊີຕາເວັນອອກສຽງໃຕ້ຕໍ່ຈາກສິງກະໂປ ມາຕັ້ງແຕ່ ຄ.ສ. 2012 ລາວແມ່ນຈຸດເຊື່ອມຕໍ່ຂອງການຄົມມະນະຄົມທາງລົດໄຟສູ່ປະເທດເພື່ອນບ້ານຈາກການມີกທາງລົດໄຟສາຍ 4 ແຫ່ງ ຊຶ່ງລ່າສຸດໄດ້ມີການເປີດໃຊ້ທທງລົດໄຟວຽງຈັນ–ບໍ່ເຕັນໃນປີ ຄ.ສ. 2021[12]

ທີ່ມາຂອງຄຳວ່າ "ລາວ"

ດັດແກ້

ຄຳວ່າ "ລາວ" ທີ່ໝາຍເຖິງປະເທດລາວນັ້ນ ແມ່ນມີຫຼາຍມູນເຫດດັ່ງນີ້:[13]

  1. ຄຳວ່າລາວ ກຳເນີດເກີດຂຶ້ນມາພ້ອມໆກັບການກຳເກີດມີສັງຄົມລາວ ຫຼື ກຳເນີດເກີດຂຶ້ນພ້ອມໆກັບການກຳເນີດຄົນລາວ.
  2. ຄຳວ່າລາວ ອາດມາຈາກພາສາປາລີ ລາວ ເຊິ່ງໝາຍເຖິງໝາກນ້ຳເຕົ້າ.
  3. ຄຳວ່າລາວ ອາດມາຈາກການເອີ້ນຊົນເຜົ່າລາວ ເຊິ່ງເປັນຊົນເຜົ່າດັ່ງເດີມ ດຳລົງຊີວິດຢູ່ກ່ອນມີປະເທດລາວ
  4. ຄົນລາວ ກຳເນີດຈາກຊົນເຜົ່າໝຶ່ງຢູ່ແຂວງຢູນນ່ານ ເຊິ່ງມີນາມເດີມວ່າ ເກົ້າຫຼວງ (ມາຈາກຄຳວ່າ ເກົ້າຫຼົງ ເປັນມັງກອນ ຫຼື ນາກ ເກົ້າອົງ ຫຼື ຊາຍທັງເກົ້າ). ຕໍ່ມາໄດ້ຍ້າຍມາເລື້ອຍລົງມາທາງພາກໃຕ້ເລື້ອຍໆ ແລະ ຖືກເອີ້ນສັ່ນໆວ່າ ຫຼວງ ແລະ ສຸດທ້າຍກໍກາຍມາເປັນ ລາວ
  5. ແຕ່ກ່ອນ ຄົນທ້ອງຖິ່ນຈະຢູ່ຕາມລຳນ້ຳ, ສ່ວນຄົນລາວຍ້າຍແຕ່ພາກເໜືອມາຢູ່ ຈະອາໄສຢູ່ຕາມບ່ອນສູງກ່ວາ, ຄົນທ້ອງຖິ່ນເອີ້ນຄົນລາວທີ່ມາຢູ່ນີ້ ແມ່ນຄົນດາວ, ເພາະເວລາເບິ່ງຈາກລຸ່ມຂຶ້ນເທິງ ຈະຕິດພັນກັບດວງດາວຢູ່ທ້ອງຟ້າ
  6. ຄົນຈີນບາງພວກບາງຫມູ່ໃນເຂດຢູນນານຂອງຈີນມັກອອກສຽງຕົວ "ດ"​ເປັນຕົວ"ລ"​ແລະອອກສຽງຕົວ "ລ"​ເປັນຕົວ "ດ"​ດ້ວຍເຫດນີ້ຈຶ່ງເອີ້ນພວກທີ່ຢູ່ທີ່ສູງອັນມີທ້ອງຟ້າດາວວະດິງສາພ້ຽນຈາກດາວກາຍເປັນລາວອັນພາໃຫ້ມີຄຳວ່າລາວ

ສ່ວນໃນພາສາອັງກິດ ຄຳວ່າລາວ ທີ່ໝາຍເຖິງປະເທດລາວ ສະກົດວ່າ "Laos" ແລະ ລາວທີ່ໝາຍເຖິງຄົນລາວ ໃຊ້ "Lao" ແລະ ບາງເທື່ອຈະມີການໃຊ້ຄຳວ່າ "Laotian" ເນື່ອງຈາກບໍ່ໃຫ້ສັບສົນກັບຄຳວ່າ "Lao ethnic group"[14][15][16][17][18]

ການເມືອງ

ດັດແກ້

ນັບຕັ້ງແຕ່ການຍຶດອຳນາດຂອງຂະບວນການມາກ-ເລນິນທີ່ນຳໂດຍພັກປະຊາຊົນປະຕິວັດລາວໃນປີ ຄ.ສ. 1975 ປະເທດລາວຈຶ່ງກາຍເປັນລັດພັກການເມືອງດຽວ ແລະແມ່ນໜຶ່ງໃນຫ້າລັດຂອງໂລກທີ່ຍັງຄົງຢູ່ພາຍໃຕ້ລະບອບຄອມມູນິດຫຼັງຈາກການລົ່ມສະຫຼາຍຂອງລະບອບສັງຄົມນິຍົມໃນຊ່ວງປີ ຄ.ສ. 1989 ແລະປີ ຄ.ສ. 1991 ການເມືອງຂອງປະເທດຖືກຄອບງຳໂດຍໂຄງສ້າງຄູ່ຂອງພັກແລະອຳນາດລັດ ຮວມເຖີງເຈົ້າໜ້າທີ່ລັດທັງໝົດກໍ່ແມ່ນສະມາຊິກພັກປະຊາຊົນປະຕິວັດເຊ່ນກັນ ດ້ວຍເຫດນີ້ ທຳໃຫ້ພັກປະຊາຊົນປະຕິວັດມີອຳນາດໃນການປົກຄອງແບບບໍ່ຈຳກັດ ແລະຄວບຄຸມກິດຈະການຕ່າງໆ ທັງມວນໃນປະເທດ[19]

ອຳນາດນິຕິບັນຍັດ

ດັດແກ້
 
ສະພາແຫ່ງຊາດໃນນະຄອນຫຼວງວຽງຈັນ

ຕາມລັດຖະທຳມະນູນ ໂຄງສ້າງສູງສຸດຂອງລັດລາວແລະສະພານິຕິບັນຍັດ ຄື ສະພາແຫ່ງຊາດ ແມ່ນສະພາດ່ຽວ ມີທັງໝົດ 132 ທີ່ນັ່ງ ຊຶ່ງຈະປ່ຽນແປງໃນທຸກໆ 5 ປີ ຜ່ານການເລືອກຕັ້ງທົ່ວໄປ ສະພາແຜ່ງຊາດຈະປະຊຸມປີລະສອງຫົນເປັນເວລາສອງສາມສັບປະດາ[19] ຫຼັງຈາກນັ້ນ ຄະນະກຳມະການປະຈຳຈະຕິດຕາມການດຳເນີນການຕາມການພິຈາລະນາ ຕີຄວາມລັດຖະທຳມະນູນ ແລະສະເໜີຜູ້ສະມັກຮັບຕຳແໜ່ງ ໂດຍຄະນະກຳມະການປະຈຳປະກອບດ້ວຍ ປະທານສະພາແຫ່ງຊາດ ຮອງປະທານ ແລະຜູ້ແທນແປດຄົນ ຊຶ່ງຄະນະກຳມະການສະພາແຕ່ລະສ່ວນ ໜົ່ວຍງານພາຍໃນ ແລະສຳນັກງານຂອງທັ້ງ 18 ແຂວງ ກໍ່ຢູ່ພາຍໃຕ້ສະພາແຫ່ງຊາດດ້ວຍ[20]

ຝ່າຍບໍລິຫານ

ດັດແກ້

ອຳນາດບໍລິຫານຢູ່ທີ່ປະທານປະເທດແລະຄະນະລັດຖະມົນຕີ ໂດຍນາຍົກລັດຖະມົນຕີເປັນປະທານຄະນະລັດຖະມົນຕີ ໃນທາງປະຕິບັດ ການຕັດສິນໃຈຂອງຄະນະກຳມະການກາງຂອງພັກປະຊາຊົນປະຕິວັດດຳເນີນການໂດຍຜູ້ບໍລິຫານ[20]

ເພີ່ມເຕີມ

ດັດແກ້

ຂໍ້ຄວາມຂະຫຍາຍ

ດັດແກ້

ອ້າງອີງ​

ດັດແກ້
  1. "The Languages spoken in Laos". Studycountry. Retrieved 16 September 2018.
  2. "Results of Population and Housing Census 2015" (PDF). Lao Statistics Bureau. Retrieved 1 May 2020.
  3. https://assets.pewresearch.org/wp-content/uploads/sites/11/2012/12/globalReligion-tables.pdf
  4. "Laos". Lao Department of Statistics. Archived from the original on 13 November 2016.
  5. "Gini Index". World Bank. Retrieved 2 March 2011.
  6. "Human Development Report 2021/2022" (PDF) (in ອັງກິດ). United Nations Development Programme. 8 September 2022. Retrieved 8 September 2022.
  7. "Laos - Under foreign rule". Encyclopedia Britannica (in ອັງກິດ).
  8. "Laos History". www.asia-discovery.com. Archived from the original on 2021-04-16. Retrieved 2021-07-07.
  9. "Laos profile - timeline", BBC News, 2018-01-09 (in en-GB)
  10. http://www.timelinesdb.com/listevents.php?subjid=129&title=Laos
  11. https://www.bangkokpost.com/business/1980027/chinese-firm-to-run-lao-electric-grid
  12. รถไฟจีน-ลาว เปิดให้บริการวันนี้ (3 ธ.ค.) ควรรู้อะไรบ้าง? ก่อนตกขบวน
  13. ມະຫາ ສີລາ ວີຣະວົງສ໌. "ບັ້ນທີ2 ກຳເນີດຊາດລາວ". In ສຸເນດ ບຸນຍາວົງ; ດວງເດືອນ ໂພທິສານ (eds.). (ພົງສາວະດານລາວ)ປວັດສາດລາວ ແຕ່ບູຮານເຖິງ 1946 (ຕົ້ນສະບັບ1958) (ພິມຄັ້ງທີ3 2001). ສ.ປ.ປ. ລາວ, ນະຄອນຫຼວງວຽງຈັນ: ຫໍສະໝຸດແຫ່ງຊາດ. pp. 7–9.
  14. Rodgers, Greg. "How to Say "Laos"". TripSavvy. Archived from the original on 3 March 2021. Retrieved 18 March 2020.
  15. Ragusa, Nina (4 April 2019). "10 Things You Need to Know Before Visiting Laos". Fodors. Archived from the original on 23 March 2021. Retrieved 18 March 2020.
  16. "Meaning of Laos in English". Cambridge Dictionary. Archived from the original on 8 March 2021. Retrieved 7 October 2019.
  17. "Laos – definition and synonyms". Macmillan Dictionary. Archived from the original on 8 March 2021. Retrieved 7 October 2019.
  18. "Definition of Laos by Merriam-Webster". Merriam-Webster. Archived from the original on 8 March 2021. Retrieved 27 March 2020.
  19. 19.0 19.1 Aurel Croissant (2016). Die politischen Systeme Südostasiens: eine Einführung. Wiesbaden: Springer VS. p. 211. ISBN 978-3-531-14349-1.
  20. 20.0 20.1 Aurel Croissant (2016). Die politischen Systeme Südostasiens: eine Einführung. Wiesbaden: Springer VS. p. 212. ISBN 978-3-531-14349-1.