ภาษาลาว พ าสาลาว'

ແມ່ນພາສາລັດຖະການຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ແລະເປັນພາສາແມ່ຂອງຄົນເຊື້ອຊາດລາວ ທັງຢູ່ພາຍໃນແລະຕ່າງປະເທດ. ພາສາລາວມີວັນນະຍຸດ ມີການປາກເວົ້າໃນພາກຕາເວັນອອກສຽງເໜືອຂອງປະເທດໄທແລະພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍ. ທາງລັດຖະບານປະເທດໄທມີການສະໜັບສະໜຸນໃຫ້ເອີ້ນພາສາຖິ່ນໄທວ່າ ພາສາອີສານ

ພາສາລາວສືບທອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະການປູກຝັງທຳນາຫາກິນ, ຄົນໄຕໄດ້ຍົກຍ້າຍລົງມາພາກໃຕ້ສູ່ດິນແດນສຸວັນນະພູມ ຕາມຮິມຝັ່ງແມ່ນ້ຳຂອງ. ການອົບພະຍົບຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູລົມລາຊາທິລາດ.

ສໍານຽງທ້ອງຖິ່ນແກ້ໄຂ

ສໍານຽງວຽງຈັນເປັນສໍານຽງທີ່ຊາວລາວຕ່າງເຂົ້າໃຈ ແລະຖືວ່າເປັນສໍານຽງທາງການທີ່ຄົນທົ່ວໄປມັກໃຊ້ໃນການເວົ້າລົມປະຈຳວັນ.

ປະເທດລາວ ແຂວງ ບໍລິຄຳໄຊ (ຢູ່ລາວ)
ພາກເໜືອ ຫລວງພະບາງ, ໄຊຍະບູລີ, ບໍລິຄຳໄຊ
ພາກຕາເວັນອອກສຽງເໜືອ ຊຽງຂວາງ, ຫົວພັນ
ພາກກາງ ສະວັນນະເຂດ, ຄຳມ່ວນ
ພາກໃຕ້ ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື
ວຽງຈັນ ວຽງຈັນ

ລະບົບສຽງແກ້ໄຂ

ເບິ່ງຕື່ມຢູ່ ລະບົບສຽງພາສາລາວ

ພະຍັນຊະນະແກ້ໄຂ

ສຽງສັດທະອັກສອນພະຍັນຊະນະໃນພາສາລາວ (ສຽງແປ) ມີຢູ່ນຳກັນ 21 ສຽງ

  ຮິມປາກ
ທັງສອງ
ຮິມປາກລຸ່ມ
-ແຂ້ວເທິງ
ປຸ່ມເຫງືອກ ປຸ່ມເຫງືອກ
-ເພດານແຂັງ
ເພດານແຂັງ ເພດານອ່ອນ ຜະໜັງຄໍ
ສຽງກັກ /p/
/pʰ/
ຜ,ພ
/b/
  /t/
/tʰ/
ຖ,ທ
/d/
    /k/
/kʰ/
ຂ,ຄ
  /ʔ/
*
ສຽງນາສິກ   /m/
    /n/
  /ɲ/
  /ŋ/
 
ສຽງສຽດແຊກ   /f/
ຝ,ຟ
/s/
ຊ,ສ
        /h/
ຫ,ຮ
ສຽງປະສົມສຽດແຊກ       /t͡ɕ/
       
ສຽງລົວລີ້ນ       /r/
       
ສຽງເປີດ         /j/
  /w/
 
ສຽງຂ້າງລີ້ນ       /l/
       
* ສຽງ /ʔ/ ມີປາກົດຢູ່ໃນຄຳທີ່ມີສະລະສຽງສັ້ນແລະບໍ່ມີພະຍັນຊະນະສະກົດ

ສະລະແກ້ໄຂ

ສຽງສະລະໃນພາສາລາວແບ່ງອອກເປັນ 3 ຊະນິດແມ່ນ ສະລະດ່ຽວ ສະລະປະສົມ ແລະສະລະເກີນ. ສະກົດດ້ວຍຮູບສະລະພື້ນຖານນຶ່ງໂຕຫຼືຫຼາຍໂຕຮ່ວມກັນ ສະລະດ່ຽວ ຫຼື ສະລະແທ້ ແມ່ນສະລະທີ່ເກີດຈາກຖານພຽງຖານດຽວ ມີທັງໝົດ 18 ສຽງ.

ສະລະດ່ຽວແກ້ໄຂ

  ລີ້ນສ່ວນໜ້າ ລີ້ນສ່ວນຫຼັງ
ປາກຢຽດ ປາກຢຽດ ປາກຫໍ່
ສັ້ນ ຍາວ ສັ້ນ ຍາວ ສັ້ນ ຍາວ
ລີ້ນຍໍສູງ /i/
xິ
/iː/
xີ
/ɯ/
xຶ
/ɯː/
xື
/u/
xຸ
/uː/
xູ
ລີ້ນກຶ່ງສູງ /e/
ເxະ, ເxັ
/eː/
ເx
/ɤ/
ເxິ
/ɤː/
ເxີ
/o/
ໂxະ, xົ
/oː/
ໂx
ລີ້ນກຶ່ງຕ່ຳ /ɛ/
ແxະ, ແxັ
/ɛː/
ແx
    /ɔ/
ເxາະ, xັອ
/ɔː/
xໍ, xອ
ລີ້ນຫຼຸດຕ່ຳ     /a/
xະ, xັ
/aː/
xາ
   

ສະລະປະສົມແກ້ໄຂ

ສະລະປະສົມ ແມ່ນສະລະທີ່ເກີດຈາກສະລະດ່ຽວສອງສຽງມາປະສົມກັນ. ເກີດການປ່ຽນບ່ອນຂອງລີ້ນໃນລະດັບສູງຫຼຸດລົງສູ່ລະດັບຕ່ຳ. ດັ່ງນັ້ນຈຶ່ງສາມາດເອີ້ນອີກຊື່ນຶ່ງວ່າ "ສະລະປ່ຽນບ່ອນ" ມີ 3 ສຽງດັ່ງນີ້.

  • ເxຍ /iːa/ ປະສົມຈາກສະລະ ອີ ແລະ ອາ
  • ເxືອ /ɯːa/ ປະສົມຈາກສະລະ ອື ແລະ ອາ
  • xົວ /uːa/ ປະສົມຈາກສະລະ ອູ ແລະ ອາ

ວັນນະຍຸດແກ້ໄຂ

ພາສາລາວມີວັນນະຍຸດ 6 ສຽງ ສະແດງໃນຕາລາງດັ່ງຕໍ່ໄປນີ້.[໑] ໃນຄໍລັມເສັ້ນສະແດງຮູບຮ່າງສຽງວັນນະຍຸດ 1 ໝາຍເຖິງລະດັບສຽງຕ່ຳ, 3 ໝາຍເຖິງລະດັບສຽງກາງ, ແລະ 5 ໝາຍເຖິງລະດັບສຽງສູງ.

ຊື່ ສັນຍະລັກໃຊ້ນຳ /e/ ເສັ້ນສະແດງຮູບຮ່າງສຽງວັນນະຍຸດ ໂຕຢ່າງ
ອັກສອນລາວ ສັດທະອັກສອນສາກົນ
ຈາກຕ່ຳໄປສູງ ě 24 ຫຼື 214 ຂາ /kʰǎː/
ສູງ é 4 ຄາ /kʰáː/
ຈາກສູງໄປຕ່ຳ ê 53 ຄ້າ /kʰâː/
ກາງ ē 3 ຄ່າ, ຂ່າ /kʰāː/
ຕ່ຳ è 1 ກາ /kàː/
ຈາກກາງໄປຕ່ຳ e᷆ 31 ຂ້າ /kʰa᷆ː/

ໄວຍາກອນແກ້ໄຂ

ໄວຍາກອນພາສາລາວມີລັກສະນະຄ້າຍຄືກັບພາສາໄຕອື່ນໆ ເຊັ່ນ

  • ໃນປະໂຫຍກທຳມະດາ ກັດຕຸວາຈົກ ລຳດັບຄຳຈະລຽນເປັນ ຄຳໂຕຕັ້ງ-ຄຳກຳມະ-ຄຳປະກອບ (subject-verb-object) ເຊັ່ນ: ຂ້ອຍເວົ້າພາສາລາວ ໂດຍ ຂ້ອຍ ເປັນ ຄຳໂຕຕັ້ງ, ເວົ້າ ເປັນຄຳກຳມະ, ແລະ ພາສາລາວ ເປັນຄຳປະກອບ. ສະນັ້ນຕາມຫຼັກໄວຍາກອນລາວ ຈະບໍ່ສາມາດເວົ້າວ່າ ພາສາລາວເວົ້າຂ້ອຍ ຫຼື ເວົ້າຂ້ອຍພາສາລາວ ເພື່ອທີ່ຈະໃຫ້ມີຄວາມໝາຍດຽວກັນ.
  • ບໍ່ມີການບົ່ງບອກການ (tense) ຢ່າງຊັດເຈນຄືພາສາເອີລົບທັງຫຼາຍ ເຊັ່ນ ໃນພາສາອັງກິດ go ມີຫຼາຍການ: I go (ຂ້ອຍໄປ), I went (ຂ້ອຍໄປແລ້ວ), I have gone (ຂ້ອຍໄດ້ໄປແລ້ວ).
  • ບໍ່ມີເພດໄວຍາກອນ (grammatical gender) ເຊັ່ນ ພາສາຝຣັ່ງ le chien (ໝາຜູ້), la chienne (ໝາແມ່).

ລະບົບການຂຽນແກ້ໄຂ

ອັກສອນລາວ ແມ່ນອັກສອນທີ່ລັດຖະບານລາວຮັບຮອງໃຫ້ໃຊ້ຂຽນພາສາລາວ ເຊິ່ງໃຊ້ເປັນພາສາລາຊະການໃນປັດຈຸບັນ.

ຄຳສັບແກ້ໄຂ

ຄຳສັບພາສາລາວມີຮາກເຫງົ້າຈາກຫຼາຍບ່ອນ. ຄຳສັບລາວເດີມ ຫຼື ຄຳສັບລາວແທ້ ໄດ້ພັດທະນາມາຈາກພາສາໄຕບູຮານ (proto-Tai language) ໂດຍພັດທະນາພ້ອມໆ ກັບພາສາໃນຕະກູນພາສາໄຕ (Tai languages) ອື່ນໆ ອັນມີພາສາໄທ ພາສາໂຍນ ພາສາພວນ ພາສາໄທລື້ ຯລຯ ເຊິ່ງບັນດາພາສາເຫຼົ່ານີ້ເຄີຍເປັນພາສາດຽວກັນມາກ່ອນກັບພາສາລາວໃນອະດີດ. ຍ້ອນມີຊົນຊາດອື່ນໆ ທີ່ເວົ້າພາສາຕະກູນມອນ-ຂະເໝນ (Mon-Khmer languages) ຢູ່ລ້ອມຮອບຊົນຊາດລາວ ກໍໄດ້ມີຄຳສັບຈາກພາສາເຫຼົ່ານີ້ອີກ ເຊັ່ນພາສາຂະເໝນບູຮານ. ນອກຈາກນັ້ນ ຍ້ອນພຸດທະສາສະໜາ ພາສາລາວຍັງມີຄຳສັບຈາກພາສາບາລີ ແລະ ພາສາສັນສະກິດອີກ. ຕອນຍຸກສະໄໝປະເທດລາວເປັນຫົວເມືອງຂອງຝຣັ່ງ ກໍໄດ້ມີການຢືມຄຳສັບຝຣັ່ງມາຫຼາຍ. ປັດຈຸບັນ ພາສາລາວມີຄຳສັບຈາກພາສາອັງກິດ ແລະ ພາສາໄທ ຜ່ານສື່ຕ່າງໆ ເຊັ່ນ ຈາກໂທລະພາບ ຮູບເງົາ ປຶ້ມ ຯລຯ.

ຕົວຢ່າງ ແຫຼ່ງຢືມ
ນ້ຳ (ຄຳລາວແທ້) < ລາວບູຮານ *nam.C
ຟ້າ (ຄຳລາວແທ້) < ລາວບູຮານ *va.C
ສາສະໜາ < ພາສາບາລີ sāsnā
ພາສາ < ພາສາບາລີ bhāsā
ສະຫຼາມ < ພາສາຂະເໝນບູຮານ chlaam
ຊຳນານ < ພາສາຂະເໝນບູຮານ jamnaan
ກະແລັມ < ພາສາຝຣັ່ງ crème glacée
ແວງ < ພາສາຝຣັ່ງ vin
ຄຸກກີ້ < ພາສາອັງກິດ cookie

ອ້າງອີງແກ້ໄຂ

  1. Blaine Erickson, 2001. "On the Origins of Labialized Consonants in Lao". Analysis based on T. Hoshino and R. Marcus (1981). Lao for Beginners: An Introduction to the Spoken and Written Language of Laos. Rutland/Tokyo: Tuttle. Accessed 2009-12-19.

ອ່ານຕື່ມແກ້ໄຂ

  • ANSI Z39.35-1979, System for the Romanization of Lao, Khmer, and Pali; ISBN 0-88738-968-6.
  • Hoshino, Tatsuo and Marcus, Russel. (1989). Lao for Beginners: An Introduction to the Spoken and Written Language of Laos. Tuttle Publishing. ISBN 0-8048-1629-8.
  • Enfield, N. J. (2007). A Grammar of Lao. Mouton de Gruyter Publishers. ISBN 3-11-018588-1.
  • Cummings, Joe. (2002). Lao Phrasebook: A Language Survival Kit. Lonely Planet. ISBN 1-74059-168-2.
  • Mollerup, Asger. Thai–Isan–Lao Phrasebook. White Lotus, Bangkok, 2001. ISBN 974-7534-88-6.
  • Kerr, Allen. (1994). Lao–English Dictionary. White Lotus. ISBN 974-8495-69-8.
  • Simmala, Buasawan and Benjawan Poomsan Becker (2003), Lao for Beginners. Paiboon Publishing. ISBN 1-887521-28-3

ແຫຼ່ງຂໍ້ມູນອື່ນແກ້ໄຂ