ປານີ ຍາທໍ່ຕູ້

ນາງ ພອນສະຫວັນ ໄຊຍະວົງ

ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ເກີດວັນທີ 18 ກຸມພາ 1951 ຢູ່ບ້ານສາມແຈ, ເມືອງໜອງແຮດ, ແຂວງຊຽງຂວາງ. ຊົນເຜົ່າມົ້ງ. ປະຈຸບັນ ຢູ່ບ້ານໜອງບົວທອງເໜືອ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ. ຊັ້ນຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ: ກຳມະການກົມການເມືອງສູນກາງພັກ, ກຳມະການ ຄະນະປະຈຳ, ຜູ້ປະຈຳການຄະນະປະຈຳ ສະພາແຫ່ງຊາດ.

ປານີ ຢາທໍ່ຕູ້ frameless
ປະທານສະພາແຫ່ງຊາດ
Assumed office
ວັນທີ 23 ທັນວາ ປີ 2010
Preceded byທອງສິງ ທຳມະວົງ
Personal details
Born18 ກຸມພາ ຄ.ສ. 1951(1951-02-18)
ບ້ານສາມແຈ, ເມືອງໜອງແຮດ, ແຂວງຊຽງຂວາງ
Political partyພັກປະຊາຊົນປະຕິວັດລາວ

ລະດັບສຶກສາສາມັນ ມ.6 ລະດັບວິຊາສະເພາະຊັ້ນສູງ, ລະດັບທິດສະດີການເມືອງ ຊັ້ນສູງ.

ວັນເດືອນປີເຂົ້າການປະຕິວັດ 19/05/1976.

ວັນເດືອນປີເຂົ້າພັກ 19/10/1979

ການເຄື່ອນໄຫວໂດຍຫຍໍ້ໃນແຕ່ລະໄລຍະ ດັດແກ້

1959-1970 ເປັນນັກຮຽນສາມັນສຶກສາ.

1971- 1975 ເປັນນັກສຶກສາທີ່ ສາທາລະນະລັດ ສັງຄົມນີຍົມ ຫວຽດນາມ.

1976-1977 ເປັນຮອງພະແນກງົບປະມານ ຢູ່ທະນາຄານພິເສດນະຄອນຫລວງວຽງຈັນ.

1977-1978 ເປັນພະນັກງານຂົນຂວາຍ ຢູ່ນະຄອນຫລວງວຽງຈັນ ແລະ ເປັນຫົວໜ້າ ສູນຝຶກອົບຮົມວິຊາການ ທະນາຄານ ແຫ່ງລັດ.

1978-1979 ເປັນຮອງກົມເງິນຕາ.

1979-1982 ເປັນຫົວໜ້າເງິນຕາ.

1982-1983 ເປັນຫົວໜ້າກົມເສດຖະກິດ ແລະ ແຜນການ.

1983-1986 ເປັນຫົວໜ້າກົມລົງທຶນ ກໍ່ສ້າງພື້ນຖານ.

1986-1987 ເປັນຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.

1987-1992 ເປັນກຳມະການສຳຮອງສູນກາງພັກ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.

1996-1997 ເປັນກຳມະການສູນກາງພັກ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.

1997-2001 ເປັນກຳມະການສູນກາງພັກ, ສະມາຊິກສະພາແຫ່ງຊາດຊຸດທີ IV, ກຳມະການຄະນະປະຈຳ,

ຜູ້ປະຈຳການ ຄະນະປະຈຳສະພາແຫ່ງຊາດ ແລະ ທັງເປັນຫົວໜ້າຄະນະກຳມະການບັນດາເຜົ່າ.

2002-2006 ເປັນກຳມະການສູນກາງພັກ, ສະມາຊິກສະພາແຫ່ງຊາດຊຸດທີ V, ຮອງປະທານສະພາແຫ່ງຊາດ,

ກຳມະການຄະນະປະຈຳ, ຜູ້ປະຈຳການຄະນະສະພາແຫ່ງຊາດ.

21/3/2006 ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກປະຊາຊົນ ປະຕິວັດລາວ ຖືກເລືອກຕັ້ງ ເປັນກຳມະການກົມ ການເມືອງສູນກາງພັກ.

2006 – 2010 ເປັນກຳມະການກົມການເມືອງສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຄະນະປະຈຳ ສະພາແຫ່ງຊາດ.

ໃນວັນທີ 23 ທັນວາ 2010 ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ​ຊຸດທີ VI.

21/3/2011 ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກປະຊາຊົນ ປະຕິວັດລາວ ຖືກເລືອກຕັ້ງ ເປັນກຳມະການກົມ ການເມືອງສູນກາງພັກ.

15/6/2011 ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ VII ກໍໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ​ຊຸດທີ VII.