ໄມ້ດູ່ (Ptesocarpus pedatus Pierre)

• ລັກສະນະທົ່ວໄປຂອງໄມ້: ມີລວງສູງເຖິງ 25m, ໜ້າຕັດກ້ວາງຕັ້ງແຕ່ 150cm, ບໍ່ສາມາດອັດສິດນ້ຳຢາເຂົ້າໃນຕົ້ນໄມ້ ຊະນິດນີ້ໄດ້ເປັນໄມ້ທີ່ມີຄວາມຕ້ານທານຕໍ່ແມງ ໄມ້ ແລະ ໃຊ້ສ້າງສາສະດວກດີ, ຂັດຖູໄດ້ສວຍງາມແລະຄົງທົນ, ສາມາດປອກແລະ ຝານໄດ້ແຕ່ວາເປັນໄມ້ຫນັກ ແລະ ເນື້ອແຂງຫຼາຍ.

• ມອກໄມ້: ມີສີຂາວແກມສີເຫຼືອງອ່ອນ.

• ແກ່ນໄມ້: ຈາກສີແດງຫາສີທອງສະຫຼັບ ກັນມີຈຸດດ່າງສີຊ້ຳຢາຍຢູ່ຕາມເສັ້ນ.

• ຄວາມໜາແໜ້ນ: 12%-15% MC ຂອງຄວາມຊຸ່ມຊື່ພາຍໃນຕົວ 0.90g/cm3

• ຄວາມທົນທານ:ມີຄວາມທົນທານຫຼາຍ

• ຄຸນສັມບັດໃນການອົບ: ການອົບຊ້າ ແລະໃຊ້ຄວາມລະມັດລະວັງ, ມີການຫົດຕົວຕ່ຳ.

• ການນຳໃຊ້: ໃຊ້ເຮັດເຄື່ອງໃຊ້ພາຍນອກທຸກຊະນິດ, ເຄື່ອງເຮືອນຢ່າງດີ. ຢູ່ຢຸໂຣບໃຊ້ເປັນໄມ້ຝານສຳລັບຕົກແຕ່ງ.

• ບ່ອນຄົ້ນພົບ: ແຂວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.

ເນື້ອໄມ້
ຕົ້ນໄມ້ດູ່