ປ່າໄມ້ໃບເຂັມ

ປ່າໄມ້ໃບເຂັມຢູ່ລາວລວມມີຊະນິດຕ່າງໆເຊັ່ນ: ໄມ້ແປກ, ໄມ້ຮິ້ງ, ໄມ້ສົນ... ໃນນັ້ນ ໄມ້ແປກ(ແປກແດງ ແລະ ແປກຄົວ) ກວມປະລິມານຫຼາຍກວ່າໝູ່. ໄມ້ແປກມີຄວາມທົນທານຕໍ່ອາກາດໜາວ ແລະ ແຫ້ງແລ້ງທົນທານຕໍ່ຄວາມຈືດຈາງຂອງດິນໄດ້ດີ. ເຂດທີ່ມີປ່າແປກຫຼາຍແມ່ນເເຂວງຫົວພັນ, ຊຽງຂວາງ, ຄຳມ່ວນ, ເຊກອງ, ສະຫວັນນະເຂດ, ພູພຽງຕະໂອ້ຍ, ພູພຽງບໍລະເວນ...ຢູ່ຕາມປ່າແປກນີ້ກໍມັກມີຕົ້ນໄມ້ໃບໃຫຍ່ປະປົນນຳ ເຊິ່ງສ່ວນຫຼາຍແມ່ນໄມ້ດູ່ຄ່າງ ແລະ ໄມ້ກໍ່. ຢູ່ພື້ນປ່າແປກສ່ວນຫຼາຍມັກມີຫຍ້າຄາ.