ເບຍ (ຄຳເຄົ້າ: ເບຍຣ໌[1]) ແມ່ນນ້ຳດື່ມອັນເຮັດໃຫ້ມົວເມົາຫຼາຍຮູບແບບທີ່ກາຍການສ່າຜະລິຕະພັນພວກທັນຍາຫານ. ປະຫວັດຄວາມເປັນມາຂອງເບຍ ແມ່ນມີມາດົນນານ. ເບຍເປັນເຄື່ອງດື່ມນ້ຳເຫຼົ້າຊະນິດທຳອິດຂອງໂລກ. ລິເລີ່ມຜະລິດ 6,000 ປີກ່ອນຄິດຕະການ ໂດຍຊົນຊາດບາບິໂລເນຍ. ເບຍເປັນທີ່ຮູ້ຈັກ​ໃນສະໄໝເອຢິບບູຮານແລະເມໂຊໂປເຕເມຍ ແລະມີຫຼັກຖານກັບຄືນໄປດົນນານເຖິງ 4,000 ປີກ່ອນຄິດຕະການ ໂດຍໃຊ້ເຂົ້າບາເລ ເປັນວັດຖຸດິບ. ໃນປະມານ 1,000 ປີກ່ອນຄິດຕະການ ແມ່ນມີການປະສົມປະສານພືດຜັກອີກໜຶ່ງຊະນິດເຂົ້າໄປແມ່ນ ຮັອບ (hops) ເຮັດໃຫ້ມີກິ່ນຫອມຮຶນ ລົດຊາດຂົມ ແລະ ສາມາດປົກປັກຮັກສາຄຸນະພາບຂອງເບຍໃຫ້ເກັບໄດ້ດົນນານຂຶ້ນ. ແຕ່ຢ່າງໃດກໍດີ ພວກເບຍແບບນີ້ແມ່ນແຕກຕ່າງຈາກເບຍໃນປະຈຸບັນ ແລະເນື່ອງຈາກເຄື່ອງປຸງແລະວິທີການເຮັດເບຍອັນແຕກຕ່າງກັນໄປຕາມແຕ່ບ່ອນ ລັກສະນະໜ້າຕາຂອງເບຍ ເຊັ່ນ ລົດຊາດ ແລະ ສີສັນ ຈັ່ງມີຄວາມແຕກຕ່າງກັນໄດ້ຫຼາຍຫຼວງ.

ອ້າງອີງ ດັດແກ້

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.