ປະເທດຝະຣັ່ງ
ປະເທດຝະຣັ່ງ (ຄຳເຄົ້າ: ປະເທດຝະຣັ່ງສ໌[໑], ຝຣັ່ງ: France) ຫຼື ສາທາລະນະລັດຝະຣັ່ງ (ຝຣັ່ງ: République Française) ແມ່ນປະເທດທີ່ມີສູນກາງຕັ້ງຢູ່ໃນພາກພື້ນເອີຣົບຕາເວັນຕົກ ທັງຍັງປະກອບໄປດ້ວຍເກາະແລະດິນແດນອື່ນໆ ໃນຕ່າງທະວີບ ປະເທດຝະຣັ່ງແຜ່ນດິນໃຫຍ່ທອດໂຕຕັ້ງແຕ່ທະເລເມດິແຕຣາເນຈົນເຖິງຊ່ອງແຄບອັງກິດແລະທະເລເໜືອ ແລະຈາກແມ່ນ້ຳແລງຈົນເຖິງມະຫາສະໝຸດອັດລັງຕິກ. ຊາວຝຣັ່ງມັກເອີ້ນແຜ່ນດິນໃຫຍ່ວ່າ ຫົກຫຼ່ຽມ ຫຼື ແລກຊາໂກນ (L'Hexagone) ເນື່ອງຈາກຮູບຊົງທາງກາຍະພາບຂອງປະເທດ. ປະເທດຝຣັ່ງປົກຄອງດ້ວຍຣະບອບກຶ່ງປະທານປະເທດ ໂດຍຍຶດອຸດົມການຈາກປະຕິນຍາວ່າດ້ວຍສິດທິຂອງມະນຸດແລະຂອງພົນລະເມືອງ.
ຊື່Edit
ຄຳວ່າ ຝະລັ່ງ (France) ມາຈາກຄຳໃນພາສາລາແຕັງວ່າ Francia ເຊິ່ງແປຕາມກົງວ່າ ດິນແດນຂອງຊາວຟະລັງ (Frankland) ແລະມີຫຼາຍທິສະດີທີ່ສັນນິດຖານເຖິງທີ່ມາຂອງຄຳວ່າ ຟະລັງ (Franks) ເຊິ່ງໜຶ່ງໃນນັ້ນແມ່ນຄຳໃນພາສາປະໂລໂຕ-ເຢຍລະມັນວ່າ Frankon ເຊິ່ງແປວ່າ ຫຼາວ ຫອກ ຫຼືທວນ ເຊິ່ງເປັນອາວຸດຂອງຊາວຟະລັງ ອັນເປັນທີ່ຮູ້ຈັກກັນໃນຊື່ ຟະລານຊິສະກາ (Francisca).
ອີກທິສະດີໜຶ່ງຕາມຫຼັກນິລຸກຕິສາດແມ່ນໃນພາສາເຢຍລະມັນບູຮານ ໂດຍຄຳວ່າ ຟະລັງ ແປວ່າອິສະລະ ເຊິ່ງກົງກັນຂ້າມກັບຄວາມເປັນຂ້ອຍຂ້າ ໂດຍຄຳດັ່ງກ່າວຍັງຄືຊິປາກົດໃນພາສາຝະລັ່ງປັດຈຸບັນໃນຮູບ ຟະລັງ (Franc) ເຊິ່ງແມ່ນສະກຸນເງິນຂອງປະເທດຝະລັ່ງຈົນກະທັ່ງປ່ຽນເປັນສະກຸນເງິນເອີໂລໃນປີ ຄ.ສ. 2002.
ໃນປັດຈຸບັນປະເທດເຢຍລະມະນີຍັງເອີ້ນປະເທດຝະລັ່ງວ່າ Frankreich ເຊິ່ງແປວ່າ ອານາຈັກຂອງຊາວຟະລັງ ອີກນຳ.
ການແບ່ງເຂດການປົກຄອງEdit
ປະເທດຝະລັ່ງແຜ່ນດິນໃຫຍ່ (Metropolitan France - "France métropolitaine, la Métropole, l'Hexagone") ແບ່ງການປົກຄອງເປັນ
- 13 ແຄວ້ນ (régions)
ໂດຍໃນແຕ່ລະແຄວ້ນແບ່ງອອກເປັນ ແຂວງ (départements) ລວມທັງໝົດ 96 ແຂວງ.
ນອກຈາກໃນເອີລົບແລ້ວ ປະເທດຝະລັ່ງຍັງມີເຂດການປົກຄອງໂພ້ນທະເລ (d'outre-mer) ຢູ່ໃນທະວີບຕ່າງ ໆ ທັງອາເມລິກາເໜືອ ອາເມລິກາໃຕ້ ອາຟະລິກ ອັງຕາກຕິກ ແລະໂອເຊອານີອີກ ແມ່ນ
- 5 ແຂວງໂພ້ນທະເລ (Départements d'outre-mers: DOM) ໄດ້ແກ່ ກົວເດີລຸບ (Guadeloupe) ກວີຢັນຟະລັງແຊດ (Guyane française) ມາກຕີນິກ (Martinique) ເລອູນີຢົງ (Réunion) ແລະມາຢົດ (Mayotte) ທັງຫ້າດິນແດນມີຖານະດຽວກັບແຄວ້ນໃນຝະລັ່ງພາກພື້ນທະວີບ ກ່າວຄື ເປັນທັງແຄວ້ນແລະແຂວງໃນເວລາດຽວກັນ.
- 4 ເຂດຊຸມຊົນໂພ້ນທະເລ (Collectivités d'outre-mer) ໄດ້ແກ່ ແຊງປີແຢແລະມີເກີລົງ (Saint Pierre and Miquelon) ວາລິດແລະຟູຕູນາ (Wallis-et-Futuna) ແຊງ-ບາກເຕເລມີ (Saint Barthélemy) ແລະແຊງ-ມາກແຕັງ (Saint Martin).
- 1 ປະເທດໂພ້ນທະເລ (Pays d'outre-mer: POM) ດິນແດນແຫ່ງດຽວຂອງຝະລັ່ງທີ່ໄດ້ຮັບການເອີ້ນຊື່ນີ້ແມ່ນ ໂປລີເນຊີຟະລັງແຊດ (Polynésie française) ເຊິ່ງເຄີຍເປັນດິນແດນໂພ້ນທະເລ (TOM) ມາກ່ອນ ແຕ່ໄດ້ຮັບການປ່ຽນແປງຖານະໃນວັນທີ 28 ມີນາ ຄ.ສ. 2003 ໂດຍແບ່ງອອກເປັນ 5 ເຂດບໍລິຫານຍ່ອຍ.
- 1 ເຂດຊຸມຊົນຮູບແບບພິເສດ (Collectivité sui generis) ແມ່ນ ນູແວນກາເລໂດນີ (Nouvelle-Calédonie) ເຄີຍມີຖານະເປັນດິນແດນໂພ້ນທະເລມາຈົນຮອດປີ ຄ.ສ. 1999 ຈຶ່ງໄດ້ຮັບການປ່ຽນແປງຖານະ ແບ່ງອອກເປັນ 3 ແຂວງ (provinces) ໄດ້ແກ່ ແຂວງນອກຊູດ ແລະອີນລົວໂຢເຕ.
- 1 ດິນແດນໂພ້ນທະເລ (Territoires d'outre-mer: TOM) ແມ່ນ ແຕກໂອສະຕະລານແລະອັງຕາກຕິກຟະລັງແຊດ (Terres australes et antarctiques françaises) ໂດຍແບ່ງອອກເປັນ 4 ຂົງເຂດ (districts) ໄດ້ແກ່ ໝູ່ເກາະແກກເກແລງ (Îles Kerguelen) ໝູ່ເກາະກະໂລເຊ (Îles Crozet) ເກາະອຳສະເຕີດຳແລະເກາະແຊັງ-ໂປນ (Île Amsterdam and Île Saint-Paul) ແລະແຕກອາເດລີ (Terre Adélie).
- ດິນແດນ 5 ເກາະໃນມະຫາສະໝຸດອິນເດຍ ເຊິ່ງບໍ່ມີຜູ້ອາໄສຢູ່ຢ່າງຖາວອນ ໂດຍຮູ້ຈັກກັນໃນຊື່ ໝູ່ເກາະຢາຍຫຼືອີນເຊປາກ (Îles Éparses) ໄດ້ແກ່ ບາຊັດດາອິນເດຍ (Bassas da India) ເອີໂລປາ (Île Europa) ຊູອັງເດີໂນວາ (Juan de Nova) ກະໂລລີໂອໂຊ (Glorioso) ແລະຕະລົມແລງ (Tromelin) ທັງໝົດຖືກປົກຄອງໂດຍແຂວງໂພ້ນທະເລເຣອູນີຢົງ.
- ເກາະທີ່ບໍ່ມີຜູ້ອາໄສ 1 ແຫ່ງ ແມ່ນ ເກາະກະລີແປກຕົງ (Île de Clipperton) ຢູ່ໃນມະຫາສະໝຸດປາຊີຟິກ ໃກ້ຊາຍຝັ່ງປະເທດເມັກຊິໂກ. ປົກຄອງໂດຍຂ້າຫຼວງໃຫຍ່ສາທາລະນະລັດຝະລັ່ງປະຈຳທ້ອງຖິ່ນໂພ້ນທະເລໂປລິເນຊີຟະລັງແຊດ.
ອ້າງອີງEdit
- ↑ ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
ເບິ່ງຕື່ມEdit
ແຫຼ່ງຂໍ້ມູນອື່ນEdit
- France from the BBC News
- France entry at The World Factbook
- France at UCB Libraries GovPubs
- ປະເທດຝະຣັ່ງ ຢູ່ Open Directory Project
- France Encyclopædia Britannica entry
- France at the EU
- Wikimedia Atlas ຂອງ France
- Key Development Forecasts for France from International Futures
- ລັດຖະບານ
- France.fr (in English) Official French tourism website
- (ພາສາຝະລັ່ງ) Élysée.fr – Official site of the French Presidency
- (ພາສາຝະລັ່ງ) Pages Jaunes – ເວັບໄຊຢ່າງເປັນທາງການຂອງສະໝຸດໂທລະສັບຂອງຝະລັ່ງ
- (ພາສາຝະລັ່ງ) Official Site of the Government
- Official site of the French public service – Links to various administrations and institutions
- Chief of State and Cabinet Members on The World Factbook
- Official site of the National Assembly
- ເສດຖະກິດ
- ການສຶກສາ
- ວັດທະນະທຳ
- Cocorico! French culture
- Contemporary French Civilization, journal, University of Illinois.
- ການທ່ອງທ່ຽວ
- FranceGuide – Official website of the French Government Tourist Office
|national_anthem = "La Marseillaise"
|image_map = EU-France.svg