ເພງຊາດລາວ (ຄຳເຄົ້າ: ເພຼງຊາຕລາວ[1]) ແຕ່ງ ເນື້ອຮ້ອງສະບັບທຳອິດໂດຍທ່ານມະຫາ ພູມີ ຈິດຕະພົງ ໂດຍມີທ່ານ ດຣ. ທອງດີ ສຸນທອນວິຈິດ (1905-1968) ເປັນຜູ້ວາງທຳນອງ ເມື່ອປີ 1941, ໄດ້ນຳໃຊ້ເປັນເພງຊາດລາວແຕ່ສະໄໝພຣະຣາຊອານາຈັກລາວເມື່ອປີ 1947.ບັນທຶກສຽງນຳໃຊ້ເປັນທາງການໂດຍໃຊ້ວົງມະໂຫລີ ຣາຊະສຳນັກຫຼວງພຣະບາງເປັນຜູ້ບັນເລງ ຄັດເລືອກເອົາທ້າວ ຈູ ນັກຮ້ອງສຽງເອກ ມາເປັນຜູ້ຮ້ອງ . ພາຍຫຼັງປະເທດລາວປ່ຽນການປົກຄອງເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ ປີ1975 ແລ້ວ, ໄດ້ມີການປ່ຽນເອົາເນື້ອຮ້ອງຂອງທ່ານສີຊະນະ ສີສານ ມາໃຊ້ ແຕ່ກໍ່ມີການດັດແປງເນື້ອຮ້ອງບາງທ່ອນໃຫ້ເຂົ້າກັບສະຖານະການໃນປີ 1988 ຕາມທີ່ກຳນົດໄວ້ໃນ ໝວດທີ 10 ມາດຕາ 92 ໃນ ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ເພງຊາດລາວ
ໂນ້ດເພງຊາດລາວ
ເນື້ອຮ້ອງມະຫາພູມີ (ເນື້ອຮ້ອງເດີມ)
ສີຊະນະ ສີສານ (ເນື້ອຮ້ອງປັດຈຸບັນ)
ທຳນອງດຣ.ທອງດີ ສຸນທອນວິຈິດ, ປີ 1941
ຮັບໄປໃຊ້ປີ 1947 (ເນື້ອຮ້ອງເດີມ)
ປະເທດລາວ ປີ 1975 (ເນື້ອຮ້ອງເພງຊາດລາວ ຊີມໂພນີ ອໍເຄສຕຣ້າວຽງຈັນ ປີ 1993 ປັດຈຸບັນ)
ຕົວຢ່າງສຽງ
ເພງຊາດລາວ (ບັນເລງ)

ເນື້ອຮ້ອງ ດັດແກ້

ສະໄໝສປປ.ລາວ (1975 - ປັດຈຸບັນ) ດັດແກ້

  • ທຳນອງ: ທອງດີ ສຸນທອນວິຈິດ
  • ຄຳຮ້ອງ: ສີຊະນະ ສີສານ

ຊາດລາວຕັ້ງແຕ່ໃດມາ ລາວທຸກທົ່ວໜ້າເຊີດຊູສຸດໃຈ
ຮ່ວມແຮງຮ່ວມຈິດຮ່ວມໃຈ ສາມັກຄີກັນເປັນກຳລັງດຽວ
ເດັດດ່ຽວພ້ອມກັນກ້າວໜ້າ ບູຊາຊູກຽດຂອງລາວ
ສົ່ງເສີມໃຊ້ສິດເປັນເຈົ້າ ລາວທຸກຊົນເຜົ່າສະເໝີພາບກັນ
ບໍ່ໃຫ້ພວກຈັກກະພັດ ແລະ ພວກຂາຍຊາດເຂົ້າມາລົບກວນ
ລາວທັງມວນຊູເອກະລາດ ອິດສະຫຼະພາບຂອງຊາດລາວໄວ້
ຕັດສິນໃຈສູ້ຊີງເອົາໄຊ ພາຊາດກ້າວໄປສູ່ຄວາມວັດທະນາ

ສະໄໝປີ 1947 (ພຣະຣາຊອານາຈັກລາວ) ດັດແກ້

ຊາຕລາວຕັ້ງແຕ່ເດີມມາ ຂື້ນຊື່ລືຊາຢູ່ໃນອາຊີ
ຊາວລາວຜູກພັນໄມຕຣີ ຮ່ວມສາມັຄຄີຮັກຫໍ່ໂຮມກັນ
ຮັກຊາຕຮັກປະເທສເຮົາ ຮັກເຈົ້າປົກເກສເກສາ
ໂຮມຮັກຮ່ວມສາສນາ ແຕ່ບູຮານມາຮັກສາດິນແດນ ບໍ່ໃຫ້ຊາຕໃດມາລວນ ຮາວີຮົບກວນຍາດແຍ່ງຊີງເອົາ
ໃຜຂືນເຂົ້າມາລູ່ວຸ່ນວາຍ ສູ້ຈົນຕົວຕາຍຕ້ານທານສັຕຣູ
ຊ່ວຍເຊີດຊູເລືອດເນື້ອເຊື້ອເຜົ່າ ຟື້ນຟູກູ້ເອົາບັຣເທົາທຸກຂ໌ກັນ

ອ້າງອີງ ດັດແກ້

  1. ສົມຈິດ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.

ແຫຼ່ງຂ້ໍມູນອື່ນ ດັດແກ້

  1. ເພງ