ພຣະພຸດທະສາສະໜາ (ຄຳເຄົ້າ: ພຣະພຸທທສາສນາ[1]) ເປັນສາສະໜາເຊິ່ງຖືກຄົ້ນພົບໂດຍພຣະໂຄດົມສຳມາສຳພຸດທະເຈົ້າ ກ່ອນຄຣິດຕະສັກກະລາດ ໕໔໓ ປີ ຢູ່ປະເທດອິນເດຍ. ພຣະນາມເດີມຂອງພະພຸດທະເຈົ້າມີພະນາມວ່າ ສິດທັດຖະ ແປວ່າ ຜູ້ມີຄວາມສຳເລັດທຸກປະການ. ພຣະອົງເປັນພະລາຊະໂອລົດຂອງພຣະເຈົ້າສຸດໂທທະນະ ແລະພຣະມະເຫສີມີນາມວ່າ ສີລິມະຫາມາຍາແຫ່ງກຸງກະບີນລະພັດ(ປັດຈຸບັນເປັນດິນແດນປະເທດເນປານ).

ສາສະໜາພຸດແມ່ນສາສະໜາຂອງທ່ານຜູ້ຮູ້ ຄຳວ່າພຸດທະສາສະໜາ ມາຈາກຄຳວ່າ "ພຸດທະ" ແປວ່າ ຮູ້, ຕື່ນ, ເບີກບານ. ສະນັ້ນ, ພຣະພຸດທະສາສະໜາຈຶ່ງເປັນສາສະໜາຂອງຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ.

ຈຸດສູງສຸດຂອງພຣະພຸດທະສາສະໜາແມ່ນ "ຄວາມດັບບໍ່ເຫຼືອແຫ່ງເຊື້ອ" ຄວາມສິ້ນໄປເຊິ່ງອາສະວະ ຄືກິເລດທີ່ໝັກດອງຢູ່ໃນຂັນທະສັນດານຂອງປຸຖຸະຊົນທັງຫຼາຍ ບໍ່ວຽນວ່າຍຕາຍເກີດໃນໂລກທັງສາມອີກ ເພິ່ນເອີ້ນວ່ານິບພານ.

ການຈະເຂົ້າເຖິງເຊິ່ງຄວາມດັບບໍ່ເຫຼືອແຫ່ງເຊື້ອນີ້ ແມ່ນນິບພານນີ້ ຕ້ອງເປັນໄປຕາມຫຼັກແຫ່ງ ສີນ ສະມາທິ ປັນຍາທີ່ອົງສົມເດັດພະສຳມາສຳພຸດທະເຈົ້າ ໄດ້ຊົງຄົ້ນພົບ ແລະນຳມາເຜີຍແຜ່ໃຫ້ກັບເຫຼົ່າສັດທັງຫຼາຍເຊິ່ງວຽນວ່າຍຕາເກີດໃນສັງສາລະວັດ

ຫຼັກທຳຄຳສອນທາງພຸດທະສາສະໜາ ໄດ້ຖືກບັນທຶກຮວບຮວມໄວ້ໃນຄຳພີຊື່ ພຣະໄຕປິດົກ ອັນປະກອບໄປດ້ວຍ “ພຣະສູດ” ຄື ຄວາມຮູ້ໃນສັດຈະທຳຕ່າງໆ ເຊິ່ງພະພຸດທະເຈົ້າຊົງໄດ້ຕັດສະຮູ້ໄດ້ດ້ວຍພະອົງເອງ ແລ້ວນຳມາສະແດງແກ່ຊາວໂລກ ກັບ “ພຣະວິໄນ” ຄືຂໍ້ບັງຄັບຕ່າງໆ ທີ່ຊົງບັນຍັດໄວ້ສຳລັບຜູ້ທີ່ບວດເປັນສາວົກໃນສາສະໜານີ້ ຜູ້ຖືກເອີ້ນວ່າ ພຣະພິກສຸສົງ (ຊາຍ) ແລະ ພຣະພິກສຸນີສົງ (ຍິງ) ແລະ ພະອະພິທຳ.

ພະພຸດທະເຈົ້າ ໄດ້ລິເລີ່ມອອກເຜີຍແຜ່ຄຳສອນດັງກ່າວໃນພາກພື້ນທີ່ເປັນປະເທດອິນເດຍໃນປັດຈຸບັນ ຕັ້ງແຕ່ເມື່ອ 45 ປີກ່ອນພຸດທະສັກກະລາດ. ປັດຈຸບັນ ສາສະໜາພຸດໄດ້ມີການຖືກເຜີຍແຜ່ທົ່ວໄປໃນທົ່ວ ໂລກ.,,

ອ້າງອີງ

ດັດແກ້
  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.