ສະໜາມບິນສາກົນສາມຫຼ່ຽມຄຳ

ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ບິນ​ສາ­ກົນ​ຢູ່​ເຂດ​ເສດ­ຖະ­ກິດ​ພິ­ເສດ​ສາມ­ຫຼ່ຽມ​ຄຳ ເມືອງ​ຕົ້ນ​ເຜີ້ງ ແຂວງ​ບໍ່​ແກ້ວ ແມ່ນ​ເປົ້າ​ໝາຍ​ໜຶ່ງ​ຂອງ​ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ຢູ່​ທ້ອງ­ຖິ່ນ ແລະ ນອນ​ຢູ່​ແຜນ​ແມ່​ບົດ​ຂອງ​ການ​ພັດ­ທະ­ນາ​ເຂດ​ເສດ­ຖະ­ກິດ​ພິ­ເສດ​ສາມ­ຫຼ່ຽມ​ຄຳ (ຂສພຄ) ເພື່ອ​ແນ­ໃສ່​ການ​ພັດ­ທະ­ນາ ແລະ ສົ່ງ­ເສີມ​ວຽກ​ຄົມ­ມະ­ນາ­ຄົມ​ທາງ​ອາ­ກາດ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ພ້ອມ​ເປັນ​ເສັ້ນ­ທາງ​ເຊື່ອມ​ຕໍ່​ສາ­ກົນ ຫຼື ນັກ​ທ່ອງ​ທ່ຽວ ແລະ ດຶງ​ດູດ​ນັກ​ລົງ­ທຶນ​ເຂົ້າ​ມາ​ຢ້ຽມ­ຢາມ ສປປ ລາວ ໃຫ້​ຫຼາຍ​ຂຶ້ນ​ກ່ວ​າ​ເກົ່າ ຊຶ່ງ​ຈະ​ກາຍ­ເປັນ​ທ່າ­ແຮງ​ໃນ​ການ​ພັດ­ທະ­ນາ​ເຂດ​ພາກ​ເໜືອ​ຂອງ ສປປ ລາວ.

ການ​ສ້າງ​ສະ­ໜາມ​ບິນ​ດັ່ງ­ກ່າວ​ແມ່ນ​ປະ­ຕິ­ບັດ​ຕາມ​ກົດ 4C (Code 4C) ຂອງ​ອົງ­ການ​ການ­ບິນ​ພົນ​ລະ​ເຮືອນ ລະ­ຫວ່າງ​ປະ­ເທດ (ICAO) ຊຶ່ງ​ປະ­ກອບ​ມີ​ເສັ້ນ­ທາງ​ຂຶ້ນ-ລົງ (runway)ຂອງ​ເຮືອນ​ບິນ 2.700 ແມັດ ແລະ ສາ­ມາດ​ຂະ­ຫຍາຍ​ເປັນ 3.000 ແມັດ ໃນ​ນັ້ນ ຈະ​ປະ­ກອບ​ມີ​ອາ­ຄານ​ຜູ້­ໂດຍ­ສານ​ອາ­ຄານ​ຄວບ​ຄຸມ​ການ­ບິນ ແລະ ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ຄົມ­ມະ­ນາ­ຄົມ​ທາງ​ອາ­ກາດ​ຢ່າງ​ເປັນ​ລະ­ບົບ​ຄົບ​ຊຸດ.

ສຳ­ລັບ​ຮູບ​ແບບ​ຂອງ​ໂຄງ­ການ​ລົງ­ທຶນ​ກໍ່­ສ້າງ​ສະ­ໜາມ​ບິນ​ສາ­ກົນ​ເມືອງ​ຕົ້ນ​ເຜີ້ງ ແຂວງ​ບໍ່​ແກ້ວ ແມ່ນ​ພາຍ​ໃຕ້​ຮູບ​ແບບ​ກໍ່­ສ້າງ ແລ້ວ​ມອບ​ໂອນ (Built and Transfer) ແນວ­ໃດ​ກໍ​ດີ ມາ​ຮອດ​ປັດ­ຈຸ­ບັນ​ນີ້ ແຂວງ​ບໍ່​ແກ້ວ ຈະ​ມີ​ສະ­ໜາມ​ບິນ 2 ແຫ່ງ ແຫ່ງ​ທີ 1 ຕັ້ງ​ຢູ່​ໃຈ­ກາງ​ເມືອງ​ຫ້ວຍ​ຊາຍ ແລະ ອີກ 1 ແຫ່ງ ຈະ​ສ້າງ​ຢູ່​ເຂດ​ເສດ­ຖະ­ກິດ​ພິ­ເສດ​ສາມ­ຫຼ່ຽມ​ຄຳ​ຢູ່​ເມືອງ​ຕົ້ນ​ເຜີ້ງ.