ບຸນເຂົ້າພັນສາ

ບຸນເຂົ້າພັນສາ ວັນເຂົ້າພັນສາ ກົງກັບແຮມ 1 ຄ່ຳ ເດືອນ 8 ປະວັຕວັນເຂົ້າພັນສາ ຄວາມສຳຄັນແລະກິດຈະກັມມາຝາກ ຄືວັນສຳຄັນທາງພຸດທະສາສນານັ້ນຄື "ວັນເຂົ້າພັນສາ" ຊຶ່ງເປັນວັນທີ່ພຣະສົງຄ໌ເຖຣະວາທຈະອະທິສຖານວ່າຈະພັກປະຈຳຢູ່ ທີ່ໃດທີ່ຫນຶ່ງ ຕລອດຣະຍະເວລາລະດູຝົນທີ່ມີກຳຫນົດເປັນຣະຍະເວລາ 3 ເດືອນ ຕາມທີ່ພຣະທັມວິນັຍບັນຍັຕໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫລື ທີຮຽກຕິດປາກກັນໂດຍທົ່ວໄປວ່າ "ຈຳພັນສາ" ນັ້ນເອງ. ປະວັຕວັນເຂົ້າພັນສາ "ເຂົ້າພັນສາ" ແປວ່າ "ພັກຝົນ" ຫມາຍເຖິງ ພຣະພິກຂຸສົງຄ໌ຕ້ອງຢູ່ປະຈຳ ໃນວັດໃດວັດຫນຶ່ງຣະຫວ່າງລະດູຝົນ ໂດຍເຫຕທີ່ພຣະພິກຂຸໃນສມັຍພຸດທະກາລ ມີຫນ້າທີ່ຈະຕ້ອງຈາຣິກໂປດສັຕວ໌ ແລະເຜີຍແຜ່ພຣະທັມຄຳສັ່ງສອນແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີທີບ່ອນຢູ່ປະຈຳ ແມ່ນໃນລະດູຝົນ ຊາວບ້ານຈຶ່ງຕຳຫນິວ່າໄປຢຽບເຂົ້າກ້າແລະພືດພັນອື່ນໆ ຈົນເສຍຫາຍ ພຣະພຸດທະເຈົ້າຈຶ່ງຊົງວາງຣະບຽບກາຣຈຳພັນສາໃຫ້ພຣະພິກຂຸຢູ່ປະຈຳທີ່ບ່ອນເກົ່າຕລອດ 3 ເດືອນ ໃນຣະດູຝົນ ຄືເຣີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ຮຽກວ່າ "ປຸຣິມພັນສາ"


ຖ້າປີໃດມີເດືອນ 8 ສອງຄັ້ງ(ສອງຫົນ) ກໍ່ເລື່ອນມາເປັນວັນແຮມ 1 ຄ່ຳ ເດືອນແປດຫລັງ ແລະອອກພັນສາໃນວັນຂຶ້ນ 15 ຄ່ຳ ເດືອນ 11 ຮຽກວ່າ "ປັຈສິມພັນສາ" ເວັ້ນແຕ່ມີກິຈທຸຣະຄືເມື່ອເດີນທາງໄປແລ້ວບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍຊົງອະນຸຍາຕໃຫ້ໄປແຮມຄືນໄດ້ ຄາວຫນຶ່ງບໍ່ເກີນ 7 ຄືນ ຮຽກວ່າ "ສັຕຕາຫະ" ຫາກເກີນກຳຫນົດນີ້ຖືວ່າບໍ່ໄດ້ຮັບປະໂຫຍດແຫ່ງກາຣຈຳພັນສາ ຈັດວ່າພັນສາຂາດ. ສຳຫຼັບຂໍ້ຍົກເວັ້ນໃຫ້ພິກຂຸຈຳພັນສາທີ່ບ່ອນອື່ນໄດ້ ໂດຍບໍ່ຖືເປັນກາຣຂາດພັນສາ ເວັ້ນແຕ່ເກີນ 7 ວັນ ໄດ້ແກ່ 1. ກາຣໄປຮັກສາພະຍາບາລພິກສຸຫຼືຶບິດາມາຣດາທີ່ເຈັບປ່ວຍ 2. ກາຣໄປຣະງັບພິກຂຸສາມະເນຣທີ່ຢາກຈະສິກບໍ່ໃຫ້ສິກໄດ້ 3. ກາຣໄປເພື່ອກິຈທຸຣະຂອງຄະນະສົງຄ໌ເຊັ່ນ ກາຣໄປຫາອຸປະກອນ໌ມາຊ່ອມກຸຕິທີ່ຊຳລຸດເປ່ເພ 4. ຫາກທາຍົກນິມົນຕ໌ໄປທຳບຸນ ກໍໄປສລອງສັທທາໃນກາຣບຳເພັນກຸສົລຂອງເຂົາໄດ້ ນອກຈາກນີ້ຫາກຣະຫວ່າງ ເດີນທາງກົງກັບວັນຢຸດເຂົ້າພັນສາພໍດີ ພຣະພິກຂຸສົງຄ໌ເຂົ້າມາທັນໃນຫມູ່ບ້ານຫຼືໃນເມືອງກໍພໍຈະຫາທີ່ພັກພິງໄດ້ຕາມສົມຄວຣ ແຕ່ຖ້າມາບໍ່ທັນກໍຕ້ອງເພິ່ງອາໃສເຫງົ້າໄມ້ໃຫຍ່ເປັນທີ່ພັກແຮມ ຊາວບ້ານເຫັນພຣະໄດ້ຮັບຄວາມລຳບາກເຊັ່ນນີ້ ຈຶ່ງຊ່ວຍກັນປຸກຕູບ ເພື່ອໃຫ້ທ່ານໄດ້ອາໃສພັກຝົນ ຮວມກັນຫລາຍໆອົງຄ໌ ທີ່ພັກດັງກ່າວນີ້ຮຽກວ່າ "ວິຫາຣ" ແປວ່າ ທີ່ຢູ່ຂອງສົງຄ໌ ເມື່ອຫມົດແລ້ວ ພຣະສົງຄ໌ທ່ານອອກຈາຣິກຕາມກິຈຂອງທ່ານຄັນຍາມ ເຖິງຫນ້າຝົນໃຫມ່ທ່ານກໍກັບມາພັກອີກ ເພາະສະດວກດີ ແຕ່ບາງທ່ານຢູ່ປະຈຳເລີຍ ບາງທີເສສຖີມີຈິຕສັທທາເຫລື້ອມໃສໃນພຣະພຸດທະສາສນາ ກໍເລືອກຫາສະຖານທີ່ສະຫົງບງຽບບໍ່ຫ່າງໄກຈາກຊຸມຊົນປານໄດ ສ້າງທີ່ພັກ ຮຽກວ່າ "ອາຣາມ" ໃຫ້ເປັນທີ່ຢູ່ຂອງສົງຄ໌ດັ່ງເຊັນປັຈຈຸບັນນີ້.


ທັ້ງນີ້ ໂດຍປົກກະຕິເຄື່ອງໃຊ້ສອຍຂອງພຣະຕາມພຸດທານຸຍາຕໃຫ້ມີປະຈຳຕົວນັ້ນ ມີພຽງອັຖຖະບໍຣິຂາຣ ອັນໄດ້ແກ່ ຜ້າສະບົງ ຈີວຣ(ຜ້າຄຸມ) ສັງຄາຕິ(ຜ້າສັງຄາ) ເຂັມ ບາຕ ສາຍປະຄົດ(ສາຍຮັດມັດແອວ) ຫມໍ້ຕອງນ້ຳ ແລະມີດໂກນ ແລະກວ່າພຣະທ່ານຈະຫາທີ່ບ່ອນພັກແຮມໄດ້ ບາງທີກໍຖືກຝົນຕົ້ນຣະດູຕົກຮຳປຽກມາ ຊາວບ້ານທີ່ໃຈບຸນຈຶ່ງຖວາຢຜ້າອາບນ້ຳຝົນສຳຫຼັບໃຫ້ທ່ານໄດ້ຜັດປ່ຽນ ແລະຖວາຍຂອງຈຳເປັນແກ່ກິຈປະຈຳວັນຂອງທ່ານເປັນພິເສສໃນວັນເຂົ້າພັນສາ ນັບເປັນເຫຕໃຫ້ມີປະເພນີທຳບຸນເນື່ອງໃນວັນນີ້ສືບມາ... ຢ່າງໄດກໍຕາມ ແມ່ນກາຣເຂົ້າພັນສາຈະເປັນເຣື່ອງຂອງພຣະພິກສຸ ແຕ່ພຸດທະສາສນິກຊົນກໍຖືເປັນໂອກາສດີທີ່ຈະໄດ້ທຳບຸນຮັກສາສີລ ແລະຊຳຣະຈິຕໃຈໃຫ້ຜ່ອງໃສ ກ່ອນວັນເຂົ້າພັນສາຊາວບ້ານກໍຈະໄປຊ່ວຍພຣະທຳຄວາມສະອາດເສນາສະນະ ສ້ອມແຊມກຸຕິວິຫາຣແລະອື່ນໆ ພໍເຖິງວັນເຂົ້າພັນສາກໍຈະໄປຮ່ວມທຳບຸນຕັກບາຕ ຖວາຍເຄື່ອງສັກກາຣະບູຊາ ດອກໄມ້ ທູບທຽນ ແລະເຄື່ອງໃຊ້ ເຊັ່ນ ສະບູ ຢາຖູແຂ້ວ ເປັນຕົ້ນ ພ້ອມຟັງເທສນ໌ ຟັງທັມ ແລະຮັກສາອຸໂປສົຖສີລກັນຢູ່ທີ່ວັດ ບາງຄົນອາຈຕັ້ງໃຈງົດເວັ້ນອະບາຍຍະມຸຂຕ່າງໆ ເປັນກໍຣະນີພິເສສ ເຊັ່ນ ງົດເສພສຸຣາ ງົດຂ້າສັຕວ໌ ເປັນຕົ້ນ ອະນຶ່ງ ບິດາມາຣດາມັກຈະຈັດພິທີອຸປສົມບົທໃຫ້ລູກຫລານຂອງຕົນ ໂດຍຖືກັນວ່າກາຣເຂົ້າບວດຮຽນແລະຢູ່ຈຳພັນສາໃນຣະຫວ່າງນີ້ຈະໄດ້ຣັບອານິສົງສ໌ ຢ່າງສູງ ວັນເຂົ້າພັນສາ ນອກຈາກນີ້ ຍັງມີປະເພນີສຳຄັນທີ່ຂາດບໍ່ໄດ້ເລີຍ ຄື "ປະເພນີຫລໍ່ທຽນເຂົ້າພັນສາ" ປະເພນີທີ່ກະທຳກັນເມື່ອໃກ້ເຖິງຣະດູເຂົ້າພັນສາ ຊຶ່ງມີມາຕັ້ງແຕ່ບູຮານນະກາລ ກາຣຫລໍ່ທຽນເຂົ້າພັນສານີ້ ມີຢູ່ເປັນປະຈຳທຸກປີ ເພາະໃນຣະຍະເຂົ້າພັນສາ ພຣະພິກຂຸຈະຕ້ອງມີກາຣໄຫວ້ພຣະສູດມົນຕ໌ທຳວັຕຣທຸກເຊົ້າ–ແລງ ແລະໃນກາຣນີ້ຈະຕ້ອງມີທູບ-ທຽນຈູດບູຊາພ້ອມ ພຸດທະສາສະນິກະຊົນທັ້ງຫລາຍຈຶ່ງພ້ອມ ໃຈກັນຫລໍ່ທຽນເຂົ້າພັນສາສຳຫລັບໃຫ້ພຣະພິກຂຸຈູດເປັນກາຣກຸສົລທານຢ່າງຫນຶ່ງ ເພາະເຊື່ອກັນວ່າໃນກາຣໃຫ້ທານດ້ວຍແສງສວ່າງ ຈະມີອານິສົງສ໌ເພີ່ມພູນປັນຍາຫູຕາສວ່າງສະໄຫວ ຕາມຊົນນະບົທນັ້ນ ກາຣຫລໍ່ທຽນເຂົ້າພັນສາເຮັດກັນຢ່າງເອີກກະເຫລີກສະນຸກມ່ວນຊື່ນ ເມື່ອຫລໍ່ສຳເຣັຈແລ້ວ ກໍ່ຈະມີກາຣແຫ່ແຫນອ້ອມຮອບສິມ(ອຸໂປສົຖ) 3 ຮອບ ແລ້ວນຳໄປບູຊາພຣະຕລອດຣະຍະເວລາ 3 ເດືອນ ບາງແຫ່ງກໍ່ມີກາຣປະກວດກາຣຕົກແຕ່ງ ມີກາຣແຫ່ແຫນຮອບເມືອງດ້ວຍຂະບວນທີ່ສວຍງາມ ໂດຍຖືວ່າເປັນງານປະຈຳປີໄປພ້ອມເລີຍ ກິດຈະກັມຕ່າງໆ ທີ່ຄວນປະຕິບັຕໃນວັນເຂົ້າພັນສາ - ຮ່ວມກິດຈະກັມເຮັດທຽນຈຳນຳພັນສາ - ຮ່ວມກິດຈະກັມຖວາຍຜ້າອາບນ້ຳຝົນ ແລະຈະຕຸປັຈໄຈ ແກ່ພຣະພິກຂຸສາມະເນຣ - ຮ່ວມທຳບຸນ ຕັກບາຕຣ ຟັງທັມເທສນາ ຮັກສາອຸໂປສົຖສີລ - ອະທິສຖານງົດເວັ້ນອະບາຍຍະມຸຂຕ່າງໆ

ສຳລັບຜູ້ໃຫ້ທານ ຮັກສາສີລໃນເທສະການເຂົ້າພັນສາ ຈະໄດ້ຜະຫຼາອານິສົງຫຼາຍ ຍ້ອນວ່າພຣະພິກຂຸ ຈຳວັດປະຕິບັດທັມຜູ້ໄດ້ອຸປະຖາກຮັກສາ ຈະປະສົບຜົລສຳເຣັຈ, ຈະເປັນຜູ້ຈະເຣີນໃນທາງທັມ ແລະ ຈົ່ງເອົາຕົນເຂົ້າວັດປະຕິບັດ ເພື່ອຂູດເກົາຈິດໃຈໃຫ້ເປັນຜູ້ຮູ້ໃຫ້ອະໄພ ໃຫ້ຮູ້ເທົ່າທັນປັນຫາອາໃສຫຼັກທັມ ເປັນແສງສວ່າງເຍື່ອງທາງໃນການດຳເນີນຊີວິດ ເພື່ອຄວາມຜາສຸກໃນຊາດນີ້ ແລະ ພົບໜ້າ.