ວັນຊາດ (ຄຳເຄົ້າ: ວັນຊາຕ) ແມ່ນວັນທີ່ກຳໜົດເປັນວາລະສະເຫຼີມສະຫຼອງຄວາມເປັນຊາດຂອງປະເທດນັ້ນໆ ໂດຍສ່ວນຫຼາຍແມ່ນຈະຖືເປັນວັນພັກທາງລັດຖະການນຳ ວັນຊາດສ່ວນໃຫຍ່ຈະເປັນວັນກໍ່ຕັ້ງລັດ ,ເປັນວັນສະຖາປະນາປະເທດ ຫຼື ວັນທີ່ມີເອກະລາດໃນລັດ ( ຫຼື ໄດ້ຮັບເອກະລາດຄືນຈາກຜູ້ຢຶດຄອງ )ນອກຈາກນີ້ຍັງອາດແມ່ນວັນທີ່ມີຄວາມສຳຄັນໃນປະຫວັດສາດ ຫຼື ສາສະໜາ ເປັນວັນຊາດກໍ່ໄດ້ ບາງລັດກໍ່ຖືເອົາວັນເກີດຂອງປະມຸກລັດເປັນວັນຊາດ ໂດຍສະເພາະແມ່ນລະບົບກະສັດເປັນປະມຸກ ໃນກໍລະນີປ່ຽນປະມຸກວັນຊາດກໍ່ປ່ຽນນຳ.

ປະເທດສ່ວນໃຫຍ່ແມ່ນຈະມີວັນຊາດພຽງວັນດຽວໃນ ໜຶ່ງປີ ແຕ່ບາງປະເທດ ເຊັ່ນ ປາກີສະຖານ ມີວັນຊາດຫຼາຍກວ່າໜຶ່ງວັນ, ນອກຈາກນີ້ເຂດບໍລິຫານພິເສດຂອງຈີນ ເຊັ່ນ ຮ່ອງກົງ ແລະ ມາເກົາ ຈະສະຫຼອງວັນທີ່ກໍ່ຕັ້ງເຂດບໍລິຫານພິເສດແລະສະຫຼອງໃນວັນຊາດຈີນນຳ.

ຄວາມສຳຄັນຂອງວັນຊາດແຕ່ລະປະເທດນັ້ນຍ່ອມແຕກຕ່າງກັນໄປ ບາງປະເທດກໍ່ເຫັນວ່າມີຄວາມສຳຄັນຫຼາຍ ສ່ວນບາງປະເທດກໍ່ບໍ່ເນັ້ນຄວາມສຳຄັນປານໃດ ເຊັ່ນ ຈີນ ຫວຽດນາມ ອາເມຣິກາ ແລະ ຝຣັ່ງ ຈະມີການສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ສ່ວນອັງກິດກໍ່ບໍ່ໄດ້ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ແຕ່ຢ່າງໃດ , ນອກຈາກນີ້ວັນຊາດໃນບາງປະເທດອາດປ່ຽນໄດ້ຕາມເຫດການສຳຄັນ.

ສຳຫຼັບປະເທດລາວເຮົາ ແມ່ນ ວັນທີ 02 ທັນວາ ປີ ຄ.ສ 1975 ນັບເປັນ ວັນສະຖາປະນາປະເທດ ຫຼື ວັນຊາດ ,ເພາະເປັນປີທີ່ຍາດໄດ້ເອກະລາດຈາກຈັກກະພັດອາເມຣິກາມາໄດ້.

ອ້າງອີງ ດັດແກ້