ພາສາລາວ
ພາສາລາວ ແມ່ນພາສາຕະກຸນໄຕ-ກະໄດຂອງຄົນລາວ ໂດຍມີຄົນເວົ້າໃນປະເທດລາວ ເຊິ່ງເປັນພາສາລັດຖະການຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງປະຊາກອນປະມານ 7 ລ້ານຄົນ ແລະ ໃນພື້ນທີ່ພາກຕາເວັນອອກສຽງເໜືອຂອງປະເທດໄທທີ່ມີຄົນເວົ້າປະມານ 23 ລ້ານຄົນ ທາງລັດຖະບານປະເທດໄທມີການສະໜັບສະໜູນໃຫ້ເອີ້ນພາສາລາວຖິ່ນໄທວ່າ ພາສາລາວຖິ່ນອີສານ ນອກຈາກນີ້, ຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍກໍມີຄົນເວົ້າພາສາລາວຄືກັນ. ພາສາລາວເປັນແມ່ຂອງຄົນເຊື້ອຊາດລາວທັງຢູ່ພາຍໃນແລະຕ່າງປະເທດ ທັງເປັນພາສາກາງຂອງພົນລະເມືອງໃນປະເທດລາວທີ່ມີພາສາອື່ນອີກຫຼາຍພາສາ ເຊິ່ງບາງພາສາບໍ່ມີຄວາມກ່ຽວຂ້ອງກັບພາສານີ້[3] .
ພາສາລາວ | |
---|---|
ອອກສຽງ | pʰáː.sǎː láːw |
ປະເທດທີ່ມີການເວົ້າ | ລາວ ໄທ (ພາກອີສານ) ກຳປູເຈຍ (ສະຕຶງແຕຣງ (ຊຽງແຕງ), ພຣະວິຫານ ແລະຣັດຕະນະຄີຣີ) |
ຊົນເຜົ່າ | ຊາວລາວ ຊາວອີສານ |
ຈຳນວນຜູ້ເວົ້າ | 30 ລ້ານຄົນ[1] (ບໍ່ພົບວັນທີ) |
ຕະກຸນພາສາ | ກະ-ໄຕ
|
ພາສາຖິ່ນ | ລາວເໜືອ (ລາວຫຼວງພະບາງ)
ລາວຕາເວັນຕົກສຽງເໜືອ
ລາວກາງ (ພວນ)
ລາວໃຕ້
ລາວຕາເວັນຕົກ
|
ລະບົບການຂຽນ | ອັກສອນລາວໃນປະເທດລາວ ອັກສອນໄທໃນປະເທດໄທ ອັກສອນນູນລາວ ແລະ ໄທ |
ສະຖານະພາບທາງການ | |
ພາສາທາງການ | ລາວ
ອາຊຽນ[2] |
ພາສາຊົນກຸ່ມນ້ອຍທີ່ຮັບຮອງໃນ | ໄທ ກຳປູເຈຍ |
ຜູ້ວາງລະບຽບ | ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການແລະກິລາ ແລະ ສະຖາບັນວິທະຍາສາດສັງຄົມ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ |
ລະຫັດພາສາ | |
ISO 639-1 | lo |
ISO 639-2 | lao |
ISO 639-3 | lao |
ພາສາລາວເປັນພາສາທີ່ມີວັນນະຍຸດແລະແຍກໜ່ວຍຄໍາຄືກັບພາສາຕະກຸນໄຕ-ກະໄດອື່ນ ໆ ແລະພາສາຈີນກັບພາສາຫວຽດນາມ[4] ພາສານີ້ສາມາດເຂົ້າໃຈກັນລະຫວ່າງກັບພາສາລາວ ແລະ ພາສາໄທ ເຊິ່ງຢູ່ໃນພາສາໄຕຕາເວັນຕົກສຽງໃຕ້ຄືກັນ ພາສາເຫຼົ່ານີ້ຂຽນດ້ວຍຕົວອັກສອນທີ່ຄ້າຍຄືກັນ ພ້ອມກັບພາສາກໍມີຄວາມໃກ້ຄຽງກັນ ແລະ ກໍ່ໃຫ້ເກີດຄວາມຕໍ່ເນື່ອງຂອງພາສາ[5]
ພາສາລາວສືບທອດມາຈາກພາສາຕະກຸນໄຕ-ກະໄດ ຢູ່ພາກໃຕ້ຂອງປະເທດຈີນ ເຊິ່ງເປັນຈຸດເດີມຂອງຫຼາຍພາສາໃນຕະກຸນນີ້ທີ່ຍັງຖືກໃຊ້ ແລະ ຖືກເວົ້າຢູ່ໂດຍຫຼາຍຊົນເຜົ່າໃນປັດຈຸບັນ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວຂອງອານາຈັກຈີນ, ການບຸກຮຸກຮານຂອງຊາວມົງໂກລີ ແລະ ການປູກຝັງທຳມາຫາກິນ, ຄົນໄຕ (ໄທ) ໄດ້ຍົກຍ້າຍລົງມາທາງໃຕ້ກະຈາຍໄປຕາມແຫຼ່ງທໍາມາຫາກິນທີ່ເໝາະສົມກັບຕົນ. ການອົບພະຍົບຂອງຊາວໄຕກໍໄດ້ມີກ່າວໄວ້ໃນພື້ນຂຸນບູຣົມ.
ເຖິງແມ່ນວ່າພາສາລາວຍັງບໍ່ມີສໍານຽງມາຕະຖານຢ່າງເປັນທາງການກໍຕາມ ແຕ່ໃນຊ່ວງຫຼັງຂອງຄຣິດສະຕະວັດທີ 20 ສໍານຽງວຽງຈັນກາຍເປັນສໍານຽງມາຕະຖານເນື່ອງຈາກຄົນທົ່ວໄປມັກໃຊ້ໃນການເວົ້າລົມປະຈຳວັນແລະຊາວລາວກໍສາມາດສື່ສານ ແລະ ເຂົ້າໃຈໄດ້.
ສໍານຽງທ້ອງຖິ່ນ
ດັດແກ້ສໍານຽງທ້ອງຖິ່ນຂອງພາສາລາວສາມາດແບ່ງໄດ້ 6 ສຳນຽງໃຫຍ່ ຄື
ສໍານຽງ | ຂອບເຂດທີ່ມີການນໍາໃຊ້ |
---|---|
ລາວວຽງຈັນ | ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄຳໄຊ; ຈັງຫວັດໄຊຍະພູມ, ຈັງຫວັດໜອງຄາຍ, ຈັງຫວັດບຶງການ, ຈັງຫວັດໜອງບົວລຳພູ ແລະບາງສ່ວນຂອງຈັງຫວັດຂອນແກ່ນ, ຈັງຫວັດອຸດອນທານີ, ຈັງຫວັດກາລະສິນ |
ລາວເໜືອ | ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ; ຈັງຫວັດເລີຍ ແລະບາງສ່ວນຂອງຈັງຫວັດອຸຕະລະດິດ, ຈັງຫວັດພິສະນຸໂລກ , ຈັງຫວັດເພັດຊະບູນ, ຈັງຫວັດຂອນແກ່ນ, ຈັງຫວັດໄຊຍະພູມ, ຈັງຫວັດໜອງຄາຍ, ຈັງຫວັດອຸດອນທານີ |
ລາວຕາເວັນອອກສຽງເໜືອ | ແຂວງຊຽງຂວາງ, ແຂວງຫົວພັນ; ບາງສ່ວນຂອງຈັງຫວັດອຸດອນທານີ, ຈັງຫວັດສະກົນນະຄອນ |
ລາວກາງ | ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ; ຈັງຫວັດສະກົນນະຄອນ, ຈັງຫວັດນະຄອນພະນົມ, ຈັງຫວັດມຸກດາຫານ ແລະບາງສ່ວນຂອງຈັງຫວັດບຶງການ |
ລາວໃຕ້ | ແຂວງຈຳປາສັກ, ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື; ຈັງຫວັດອຸບົນລາຊະທານີ, ຈັງຫວັດສີສະເກດ, ຈັງຫວັດຍະໂສທອນ, ຈັງຫວັດອຳນາດຈະເຣີນ ແລະບາງສ່ວນຂອງຈັງຫວັດສຸຣິນ) |
ລາວຮ້ອຍເອັດ | (ບໍ່ມີໃຊ້ໃນລາວ); ຈັງຫວັດຮ້ອຍເອັດ, ຈັງຫວັດຂອນແກ່ນ, ຈັງຫວັດມະຫາສາຣະຄາມ, ຈັງຫວັດກາລະສິນ, ຈັງຫວັດອຸດອນທານີ, ຈັງຫວັດບຸຣີຣຳ ແລະບາງສ່ວນຂອງຈັງຫວັດໜອງຄາຍ, ຈັງຫວັດສຸຣິນ, ຈັງຫວັດນະຄອນຣາຊະສີມາ |
ລະບົບສຽງ
ດັດແກ້ເບິ່ງຕື່ມຢູ່ ລະບົບສຽງພາສາລາວ
ພະຍັນຊະນະ
ດັດແກ້ສຽງສັດທະອັກສອນພະຍັນຊະນະໃນພາສາລາວ (ສຽງແປ) ມີຢູ່ນຳກັນ 21 ສຽງ
ຮິມປາກ ທັງສອງ |
ຮິມປາກລຸ່ມ -ແຂ້ວເທິງ |
ປຸ່ມເຫງືອກ | ປຸ່ມເຫງືອກ -ເພດານແຂງ |
ເພດານແຂງ | ເພດານອ່ອນ | ຜະໜັງຄໍ | |||||||||
---|---|---|---|---|---|---|---|---|---|---|---|---|---|---|---|
ສຽງກັກ | /p/ ປ |
/pʰ/ ຜ, ພ |
/b/ ບ |
/t/ ຕ |
/tʰ/ ຖ, ທ |
/d/ ດ |
/k/ ກ |
/kʰ/ ຂ, ຄ |
/ʔ/ ອ* | ||||||
ສຽງນາສິກ | /m/ ໝ, ມ |
/n/ ໜ, ນ |
/ɲ/ ຫຍ, ຍ |
/ŋ/ ຫງ, ງ |
|||||||||||
ສຽງສຽດແຊກ | /f/ ຝ, ຟ |
/s/ ສ, ຊ |
/h/ ຫ, ຮ | ||||||||||||
ສຽງປະສົມສຽດແຊກ | /t͡ɕ/ ຈ |
||||||||||||||
ສຽງລົວລີ້ນ | /r/ ຣ |
||||||||||||||
ສຽງເປີດ | /j/ ຢ |
/w/ ຫວ, ວ |
|||||||||||||
ສຽງຂ້າງລີ້ນ | /l/ ຫຼ, ລ |
- * ສຽງ /ʔ/ ມີປາກົດຢູ່ໃນຄຳທີ່ມີສະຫຼະສຽງສັ້ນແລະບໍ່ມີພະຍັນຊະນະສະກົດ
ສະຫຼະ
ດັດແກ້ສຽງສະຫຼະໃນພາສາລາວແບ່ງອອກເປັນ 3 ຊະນິດແມ່ນ ສະຫຼະດ່ຽວ ສະຫຼະປະສົມ ແລະສະຫຼະເກີນ. ສະກົດດ້ວຍຮູບສະຫຼະພື້ນຖານນຶ່ງໂຕຫຼືຫຼາຍໂຕຮ່ວມກັນ ສະຫຼະດ່ຽວ ຫຼື ສະຫຼະແທ້ ແມ່ນສະຫຼະທີ່ເກີດຈາກຖານພຽງຖານດຽວ ມີທັງໝົດ 18 ສຽງ.
ສະຫຼະດ່ຽວ
ດັດແກ້ລີ້ນສ່ວນໜ້າ | ລີ້ນສ່ວນຫຼັງ | |||||
---|---|---|---|---|---|---|
ປາກຢຽດ | ປາກຢຽດ | ປາກຫໍ່ | ||||
ສັ້ນ | ຍາວ | ສັ້ນ | ຍາວ | ສັ້ນ | ຍາວ | |
ລີ້ນຍໍສູງ | /i/ xິ |
/iː/ xີ |
/ɯ/ xຶ |
/ɯː/ xື |
/u/ xຸ |
/uː/ xູ |
ລີ້ນເຄິ່ງສູງ | /e/ ເxະ, ເxັx |
/eː/ ເx |
/ɤ/ ເxິ |
/ɤː/ ເxີ |
/o/ ໂxະ, xົx |
/oː/ ໂx |
ລີ້ນເຄິ່ງຕ່ຳ | /ɛ/ ແxະ, ແxັx |
/ɛː/ ແx |
/ɔ/ ເxາະ, xັອx |
/ɔː/ xໍ, xອx | ||
ລີ້ນຫຼຸດຕ່ຳ | /a/ xະ, xັx |
/aː/ xາ |
ສະຫຼະປະສົມ
ດັດແກ້ສະຫຼະປະສົມ ແມ່ນສະຫຼະທີ່ເກີດຈາກສະຫຼະດ່ຽວສອງສຽງມາປະສົມກັນ. ເກີດການປ່ຽນບ່ອນຂອງລີ້ນໃນລະດັບສູງຫຼຸດລົງສູ່ລະດັບຕ່ຳ. ດັ່ງນັ້ນຈຶ່ງສາມາດເອີ້ນອີກຊື່ນຶ່ງວ່າ "ສະຫຼະປ່ຽນບ່ອນ" ມີ 3 ສຽງດັ່ງນີ້.
- ເxຍ /ia/ (ມີຕົວສະກົດ: xຽx) ປະສົມຈາກສະຫຼະ ອີ ແລະ ອາ
- ເxືອ /ɯa/ ປະສົມຈາກສະຫຼະ ອື ແລະ ອາ
- xົວ /ua/ (ມີຕົວສະກົດ: xວx) ປະສົມຈາກສະຫຼະ ອູ ແລະ ອາ
ວັນນະຍຸດ
ດັດແກ້ພາສາລາວມີວັນນະຍຸດ 6 ສຽງ ສະແດງໃນຕາລາງດັ່ງຕໍ່ໄປນີ້.[6] ໃນຄໍລັມເສັ້ນສະແດງຮູບຮ່າງສຽງວັນນະຍຸດ 1 ໝາຍເຖິງລະດັບສຽງຕ່ຳ, 3 ໝາຍເຖິງລະດັບສຽງກາງ, ແລະ 5 ໝາຍເຖິງລະດັບສຽງສູງ.
ຊື່ | ສັນຍະລັກໃຊ້ນຳ /e/ | ເສັ້ນສະແດງຮູບຮ່າງສຽງວັນນະຍຸດ | ໂຕຢ່າງ | |
---|---|---|---|---|
ອັກສອນລາວ | ສັດທະອັກສອນສາກົນ | |||
ຈາກຕ່ຳໄປສູງ | ě | 24 ຫຼື 214 | ຂາ | /kʰǎː/ |
ສູງ | é | 4 | ຄາ | /kʰáː/ |
ຈາກສູງໄປຕ່ຳ | ê | 53 | ຄ້າ | /kʰâː/ |
ກາງ | ē | 3 | ຄ່າ, ຂ່າ | /kʰāː/ |
ຕ່ຳ | è | 1 | ກາ | /kàː/ |
ຈາກກາງໄປຕ່ຳ | e᷆ | 31 | ຂ້າ | /kʰa᷆ː/ |
ໄວຍາກອນ
ດັດແກ້ໄວຍາກອນພາສາລາວມີລັກສະນະຄ້າຍຄືກັບພາສາໄຕອື່ນໆ ເຊັ່ນ
- ໃນປະໂຫຍກທຳມະດາ ກັດຕຸວາຈົກ ລຳດັບຄຳຈະລຽນເປັນ ຄຳໂຕຕັ້ງ-ຄຳກຳມະ-ຄຳປະກອບ (subject-verb-object) ເຊັ່ນ: ຂ້ອຍເວົ້າພາສາລາວ ໂດຍ ຂ້ອຍ ເປັນ ຄຳໂຕຕັ້ງ, ເວົ້າ ເປັນຄຳກຳມະ, ແລະ ພາສາລາວ ເປັນຄຳປະກອບ. ສະນັ້ນຕາມຫຼັກໄວຍາກອນລາວ ຈະບໍ່ສາມາດເວົ້າວ່າ ພາສາລາວເວົ້າຂ້ອຍ ຫຼື ເວົ້າຂ້ອຍພາສາລາວ ເພື່ອທີ່ຈະໃຫ້ມີຄວາມໝາຍດຽວກັນ.
- ບໍ່ມີການບົ່ງບອກການ (tense) ຢ່າງຊັດເຈນຄືພາສາເອີລົບທັງຫຼາຍ ເຊັ່ນ ໃນພາສາອັງກິດ go ມີຫຼາຍການ: I go (ຂ້ອຍໄປ), I went (ຂ້ອຍໄປແລ້ວ), I have gone (ຂ້ອຍໄດ້ໄປແລ້ວ).
- ບໍ່ມີເພດໄວຍາກອນ (grammatical gender) ເຊັ່ນ ພາສາຝະຫຼັ່ງ le chien (ໝາຜູ້), la chienne (ໝາແມ່).
ລະບົບການຂຽນ
ດັດແກ້ອັກສອນລາວ ແມ່ນອັກສອນທີ່ລັດຖະບານລາວຮັບຮອງໃຫ້ໃຊ້ຂຽນພາສາລາວ ເຊິ່ງໃຊ້ເປັນພາສາລາຊະການໃນປັດຈຸບັນ.
ຄຳສັບ
ດັດແກ້ຄຳສັບພາສາລາວມີຮາກເຫງົ້າຈາກຫຼາຍບ່ອນ. ຄຳສັບລາວເດີມ ຫຼື ຄຳສັບລາວແທ້ ໄດ້ພັດທະນາມາຈາກພາສາໄຕບູຮານ (proto-Tai language) ໂດຍພັດທະນາພ້ອມໆ ກັບພາສາໃນຕະກູນພາສາໄຕ (Tai languages) ອື່ນໆ ອັນມີພາສາໄທ ພາສາໂຍນ ພາສາພວນ ພາສາໄທລື້ ຯລຯ ເຊິ່ງບັນດາພາສາເຫຼົ່ານີ້ເຄີຍເປັນພາສາດຽວກັນມາກ່ອນກັບພາສາລາວໃນອະດີດ. ຍ້ອນມີຊົນຊາດອື່ນໆ ທີ່ເວົ້າພາສາຕະກູນມອນ-ຂະເໝນ (Mon-Khmer languages) ຢູ່ລ້ອມຮອບຊົນຊາດລາວ ກໍໄດ້ມີຄຳສັບຈາກພາສາເຫຼົ່ານີ້ອີກ ເຊັ່ນພາສາຂະເໝນບູຮານ. ນອກຈາກນັ້ນ ຍ້ອນພຸດທະສາສະໜາ ພາສາລາວຍັງມີຄຳສັບຈາກພາສາບາລີ ແລະ ພາສາສັນສະກິດອີກ. ຕອນຍຸກສະໄໝປະເທດລາວເປັນຫົວເມືອງຂອງຝະລັ່ງ ກໍໄດ້ມີການຢືມຄຳສັບຝະລັ່ງມາຫຼາຍ. ປັດຈຸບັນ ພາສາລາວມີຄຳສັບຈາກພາສາອັງກິດ ແລະ ພາສາໄທ ຜ່ານສື່ຕ່າງໆ ເຊັ່ນ ຈາກໂທລະພາບ ຮູບເງົາ ປຶ້ມ ຯລຯ.
ຕົວຢ່າງ | ແຫຼ່ງຢືມ |
---|---|
ນ້ຳ (ຄຳລາວແທ້) | < ລາວບູຮານ *nam.C |
ຟ້າ (ຄຳລາວແທ້) | < ລາວບູຮານ *va.C |
ສາສະໜາ | < ພາສາບາລີ sāsanā |
ພາສາ | < ພາສາບາລີ bhāsā |
ສະຫຼາມ | < ພາສາຂະເໝນບູຮານ chlaam |
ຊຳນານ | < ພາສາຂະເໝນບູຮານ jamnaan |
ກະແລັມ | < ພາສາຝະລັ່ງ crème glacée |
ແວງ | < ພາສາຝະລັ່ງ vin |
ຄຸກກີ້ | < ພາສາອັງກິດ cookie |
ອ້າງອີງ
ດັດແກ້- ↑ "Lao (Laotien)". Inalco. 20 January 2017. Archived from the original on 5 December 2018. Retrieved 17 October 2018.
- ↑ "Languages of ASEAN". Archived from the original on 5 May 2019. Retrieved 7 August 2017.
- ↑ "Lao". About World Languages. Archived from the original on 2017-12-27. Retrieved 2016-05-25.
- ↑ "Lao". Ethnologue (in ອັງກິດ). Archived from the original on 2020-11-27. Retrieved 2020-12-19.
- ↑ "Ausbau and Abstand languages". Ccat.sas.upenn.edu. 1995-01-20. Archived from the original on 2012-10-17. Retrieved 2012-07-08.
- ↑ Blaine Erickson, 2001. "On the Origins of Labialized Consonants in Lao". Analysis based on T. Hoshino and R. Marcus (1981). Lao for Beginners: An Introduction to the Spoken and Written Language of Laos. Rutland/Tokyo: Tuttle. Accessed 2009-12-19.
ອ່ານຕື່ມ
ດັດແກ້- ANSI Z39.35-1979, System for the Romanization of Lao, Khmer, and Pali; ISBN 0-88738-968-6.
- Hoshino, Tatsuo and Marcus, Russel. (1989). Lao for Beginners: An Introduction to the Spoken and Written Language of Laos. Tuttle Publishing. ISBN 0-8048-1629-8.
- Enfield, N. J. (2007). A Grammar of Lao. Mouton de Gruyter Publishers. ISBN 3-11-018588-1.
- Cummings, Joe. (2002). Lao Phrasebook: A Language Survival Kit. Lonely Planet. ISBN 1-74059-168-2.
- Mollerup, Asger. Thai–Isan–Lao Phrasebook. White Lotus, Bangkok, 2001. ISBN 974-7534-88-6.
- Kerr, Allen. (1994). Lao–English Dictionary. White Lotus. ISBN 974-8495-69-8.
- Simmala, Buasawan and Benjawan Poomsan Becker (2003), Lao for Beginners. Paiboon Publishing. ISBN 1-887521-28-3
ແຫຼ່ງຂໍ້ມູນອື່ນ
ດັດແກ້- ພາສາລາວແລະອັກສອນລາວ ທີ່ Omniglot (ອັງກິດ)
- ວັດຈະນານຸກົມ ພາສາລາວ-ພາສາອັງກິດ (ອັງກິດ)
- ພາສາລາວແລະອັກສອນລາວ ທີ່ SEAsite Laos Archived 2011-10-30 at the Wayback Machine (ອັງກິດ)
- ພາສາລາວແລະອັກສອນລາວ ທີ່ AbcdLaos
- ພາສາລາວແລະອັກສອນລາວ ທີ່ Laocom