ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້
ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ (ອັງກິດ: Association of South East Asian Nations, ຝຣັ່ງ: Association des nations de l'Asie du Sud-Est) ເປັນອົງການຄວາມຮ່ວມມືທາງດ້ານເສດຖະກິດ ໃນຂົງເຂດອາຊຽນຕາເວັນອອກສຽງໃຕ້ ສະມາຊິກປະຈຸບັນ 10 ປະເທດ ມີສຳນັກງານເລຂາທິການອາຊຽນຕັ້ງຢູ່ເມືອງຈາກາຕາ ປະເທດອິນໂດເນເຊຍ ມີເລຂາທິການອາຊຽນເປັນຜູ້ບໍລິຫານ ເຊິ່ງແມ່ນທ່ານ ສຸຣິນ ພິດສຸວັນ ຈາກປະເທດໄທ ເປັນເລຂາທິການຄົນປັດຈຸບັນ.
ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້
| |||||||||||||||||||
---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|
ຄຳຂວັນ: "One Vision, One Identity, One Community" (ໜຶ່ງວິໄສທັດ ໜຶ່ງເອກະລັກ ໜຶ່ງປະຊາຄົມ) | |||||||||||||||||||
![]() | |||||||||||||||||||
ເມືອງຫຼວງ | ບໍ່ມີ ສຳນັກງານໃຫຍ່: ![]() | ||||||||||||||||||
ສຳນັກງານໃຫຍ່ | ![]() | ||||||||||||||||||
ພາສາລັດຖະການ | |||||||||||||||||||
ເດມະນິມ | ຄົນອາຊີຕາເວັນອອກສຽງໃຕ້ | ||||||||||||||||||
ລັດຖະສະມາຊິກ | |||||||||||||||||||
ການປົກຄອງ | ອົງການລະຫວ່າງປະເທດລະດັບພູມິພາກ | ||||||||||||||||||
• ປະທານ | ![]() | ||||||||||||||||||
![]() | |||||||||||||||||||
ກໍ່ຕັ້ງ | |||||||||||||||||||
8 ສິງຫາ ຄ.ສ. 1967 | |||||||||||||||||||
16 ທັນວາ ຄ.ສ. 2008 | |||||||||||||||||||
ປະຊາກອນ | |||||||||||||||||||
• 2021 ປະມານ | ![]() | ||||||||||||||||||
GDP (ອຳນາດຊື້) | 2021 (ປະມານ) | ||||||||||||||||||
• ລວມ | ![]() | ||||||||||||||||||
• ຕໍ່ຫົວ | ![]() | ||||||||||||||||||
GDP (ລາຄາຕະຫຼາດ) | 2021 (ປະມານ) | ||||||||||||||||||
• ລວມ | ![]() | ||||||||||||||||||
• ຕໍ່ຫົວ | ![]() | ||||||||||||||||||
HDI (2019) | ![]() ສູງ | ||||||||||||||||||
ເຂດເວລາ | UTC+6:30 ຫາ UTC+9 (ເວລາມາດຕະຖານອາຊຽນ) | ||||||||||||||||||
ລະຫັດໂທລະສັບ | |||||||||||||||||||
ລະຫັດອິນເຕີເນັດ | |||||||||||||||||||
ເວັບໄຊ www |
ປະຫວັດແກ້ໄຂ
ມີຈຸດເລີ່ມຕົ້ນໃນເດືອນມັງກອນ ປິ ຄ.ສ 1961 ໂດຍປະເທດໄທ ມາເລເຊຍ ແລະ ຟິລິບປີນ ໄດ້ຮ່ວມກັນຈັດຕັ້ງສະມາຄົມອາສາ ຫຼື Association of South East Asia ຂື້ນເພື່ອຮ່ວມມືກັນທາງດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳ ແຕ່ດຳເນີນການໄດ້ພຽງ 2 ກໍ່ຕ້ອງຢຸດຊະງັກລົງ ເນື່ອງຈາກການຜັນແປທາງດ້ານການເມືອງລະຫວ່າງ ອິນໂດເນເຊຍ ກັບ ມາເລເຊຍ.
ໃນໄລຍະຕໍ່ມາ ໄດ້ມີການຟື້ນຟູສາຍພົວພັນລະຫວ່າງປະເທດຂື້ນ ຈຶ່ງໄດ້ຊອກຫາແນວທາງຈັດຕັ້ງ ອົງການຮ່ວມມືທາງດ້ານເສດຖະກິດ ຂື້ນໃນຂົງເຂດ "ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້" ແລະ ພັນເອກ(ພິເສດ) ດຣ.ຖະນັດ ຄໍມັນ ອາດີດລັດຖະມົນຕີກະຊວງການຕ່າງປະເທດສະໄໝລັດຖະບານ ຈອມພົນຖະໜອມ ກິດຕິຂະຈອນ ໂດຍໄດ້ມີການລົງນາມ "ປະລິນຍາບາງກອກ" ທີ່ວັງສະຣານລົມ ໃນຄັ້ງວັນທີ 8 ສິງຫາ ຄ.ສ. 1967 ຈາກ ຄຳປະກາດອາຊຽນ (ASEAN Declaration) ເຊິ່ງລົງນາມໂດຍ ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດສະມາຊິກຜູ້ກໍ່ຕັ້ງ 5 ປະເທດ ໄດ້ແກ່ ໄທ, ອິນໂດເນເຊຍ, ຟິລິບປິນ, ມາເລເຊຍ ແລະ ສິງກະໂປ [໘]
ຕໍ່ມາໃນປີ ຄ.ສ. 1984 ປະເທດບູໄນ ໄດ້ເຂົ້າຮ່ວມສະມາຊິກເປັນປະເທດທີ່ຫົກ ແລະ ມີ ກຳປູເຈຍ, ມຽນມາ, ລາວ, ແລະ ຫວຽດນາມ ເຂົ້າເປັນສະມາຊິກ.
ວັດຖຸປະສົງແກ້ໄຂ
ຈາກສົນທິສັນຍາໄມຕີແລະຄວາມຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ໄດ້ມີການສະຫຼຸບແນວທາງຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ໄວ້ຈຳນວນຫົກຂໍ້ ດັ່ງນີ້[໙]
- ໃຫ້ຄວາມເຄົາລົບແກ່ເອກະລາດ ອຳນາດອະທິປະໄຕ ຄວາມເທົ່າທຽມ ບູລະນະພາບແຫ່ງດິນແດນແລະເອກະລັກ ຂອງຊາດສະມາຊິກທັງໝົດ.
- ລັດສະມາຊິກແຕ່ລະລັດມີສິດທິທີ່ຈະປອດຈາກການແຊກແຊງຈາກພາຍນອກ ການຮຸກຮານດິນແດນແລະການບັງຄັບຂູ່ເຂັນ.
- ຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບກິຈະການພາຍໃນຂອງລັດສະມາຊິກອື່ນ ໆ.
- ຍອມຮັບໃນຄວາມແຕກຕ່າງລະຫວ່າງກັນ ຫຼືແກ້ບັນຫາລະຫວ່າງກັນຢ່າງສັນຕິ.
- ປະນາມຫຼືບໍ່ຍອມຮັບການຄຸກຄາມຫຼືການໃຊ້ກຳລັງ.
- ໃຫ້ຄວາມຮ່ວມມືລະຫວ່າງກັນຢ່າງມີປະສິດທິພາບ.
ສັນຍາລັກແກ້ໄຂ
ສັນຍາລັກ ອາຊຽນ ຄື ຕົ້ນເຂົ້າ ສີເຫຼືອງ 10 ຕົ້ນມັດລວມກັນໄວ້ ໝາຍເຖິງປະເທດສະມາຊິກຮ່ວມກັນເພື່ອມິຕະພາບ ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນ ສີຟ້າ ໝາຍເຖິງ ສັນຕິພາບ ແລະ ຄວາມໝັ້ນຄົງ, ສີແດງ ໝາຍເຖິງ ຄວາມກ້າຫານ ແລະ ຄວາມກ້າວໜ້າ, ສີຂາວ ໝາຍເຖິງ ຄວາມບໍລິສຸດ, ແລະ ສີເຫຼືອງ ໝາຍເຖິງ ຄວາມຈະເລີນຮຸ່ງເຮືອງ.
ປະເທດສະມາຊິກແກ້ໄຂ
ໂດຍມີ ປະເທດປາປົວຊີນູແວນກີເນ ເປັນປະເທດຜູ້ສັງເກດການ ສ່ວນ ປະເທດຕີມໍຕາເວັນອອກ ນັ້ນ ໄດ້ຮັບເຊີນໃຫ້ເຂົ້າຮ່ວມໃນກອງປະຊຸມອາຊຽນໃນຫຼາຍໂອກາດ ແຕ່ຍັງບໍ່ທັນໄດ້ເປັນປະເທດຜູ້ສັງເກດການເທື່ອ.
ເບິ່ງຕື່ມແກ້ໄຂ
ອ້າງອິງແກ້ໄຂ
- ↑ "Ang Saligang Batas ng ASEAN" [The ASEAN Charter] (PDF) (in ຟີລິປີໂນ). Association of Southeast Asian Nations. Archived from the original (PDF) on 2018-01-10. Retrieved 10 January 2018.
- ↑ "Piagam Persatuan Negara Asia Tenggara" [The ASEAN Charter] (PDF) (in ມາເລ). Association of Southeast Asian Nations. Archived from the original (PDF) on 2018-01-10. Retrieved 10 January 2018.
- ↑ "Hiến chương của Hiệp hội các Quốc gia Đông Nam Á" [The ASEAN Charter] (PDF) (in ຫວຽດນາມ). Association of Southeast Asian Nations. Archived from the original (PDF) on 2018-01-10. Retrieved 10 January 2018.
- ↑ "Piagam Perhimpunan Bangsa-Bangsa Asia Tenggara" [The ASEAN Charter] (PDF) (in ອິນໂດເນຊຽນ). Association of Southeast Asian Nations. Archived from the original (PDF) on 2017-12-15. Retrieved 10 January 2018.
- ↑ Aseansec.org, ASEAN-10: Meeting the Challenges, by Termsak Chalermpalanupap, Aseansec.org, ASEAN Secretariat official website. Retrieved 27 June 2008.
- ↑ ໖.໐ ໖.໑ ໖.໒ ໖.໓ ໖.໔ "World Economic Outlook Database, October 2019". IMF.org. International Monetary Fund. Archived from the original on 30 September 2020. Retrieved 4 February 2020.
- ↑ "Selected Basic ASEAN Indicators" (PDF). ASEAN.organisation. ASEANstats. Archived from the original (PDF) on 4 September 2015. Retrieved 9 May 2015.
- ↑ "ສູລິນ ພິດສຸວັນ" ກັບບົດບາດປະທານອາຊຽນຄົນໃໝ່
- ↑ ASEAN at About.com:Geography (ອັງກິດ)
ແຫຼ່ງຂໍ້ມູນອື່ນແກ້ໄຂ
- ASEAN Secretariat - ເວັບທາງການ
- ASEAN News Network
- ASEAN Blog
- ອົງກອນ
- ASEAN Secretariat, retrieved 13 March 2007.
- ASEAN Regional Forum, retrieved 13 March 2007.
- BBC Country Profile/Asean, retrieved 13 March 2007.
- ການປະຊຸມສຸດຍອດ
- 14th ASEAN Summit
- 13th ASEAN Summit official site. Retrieved 16 September 2007.
- 12th ASEAN Summit, retrieved 13 March 2007.
- 11th ASEAN Summit (official site) 12–14 December 2005 in Kuala Lumpur, Malaysia. Retrieved 13 March 2007.
- ອົງກອນອາຊຽນ
- ASEAN's official directory of ASEAN organisations
- ASEAN Architect
- ASEAN Law Association
- ASEAN Ports Association
- US-ASEAN Business Council
- ASEAN-China Free Trade Area
Cite error: <ref>
tags exist for a group named "lower-alpha", but no corresponding <references group="lower-alpha"/>
tag was found