ອັກສອນໄທຍ໌ (ໄທ: อักษรไทย) ແມ່ນອັກສອນທີ່ໃຊ້ຂຽນພາສາໄທ, ພາສາໄທໃຕ້ ແລະພາສາກຸ່ມນ້ອຍອື່ນໆ ໃນປະເທດໄທ. ມີພະຍັນຊະນະ 44 ຮູບ ສະຫຼະ 21 ຮູບ ວັນນະຍຸດ 4 ຮູບ ແລະເຄື່ອງໝາຍອື່ນໆ ອີກຈຳນວນໜຶ່ງ. ພະຍັນຊະນະໄທຈະລຽນໂຕໄປຕາມແນວນອນ ແຕ່ຊ້າຍຫາຂວາ. ສ່ວນສະຫຼະຈະຢູ່ໜ້າ ເທິງ ລຸ່ມ ແລະຫຼັງພະຍັນຊະນະປະກອບຄຳແລ້ວແຕ່ຊະນິດຂອງສະຫຼະ ມີລັກສະນະຄ້າຍຄືອັກສອນລາວ ຊາວໄທມີການດັດແປງຮັບເອົາບາງອັກສອນ ບາງຄຳສັບ ຈາກພາສາລາວ

ອັກສອນໄທ
ຮູບ:ອັກສອນໄທ Sample.svg
ຊະນິດອັກສອນສະຫຼະປະກອບ
ພາສາເວົ້າ'ມາດຕະຖານ:
ພາສາໄທ, ໄທໃຕ້
ບໍ່ເປັນມາດຕະຖານ':
ຄຳເມືອງ, ພາສາອີສານ,
ມາເລປັດຕານີ, ແລະອື່ນໆ.
ຜູ້ປະດິດພໍ່ຂຸນຣາມຄຳແຫງມະຫາລາດ
ຊ່ວງຍຸກ1826 (AD 1283) – ປັດຈຸບັນ
ລະບົບແມ່
ລະບົບອ້າຍນ້ອງອັກສອນລາວ
ຊ່ວງຢູນິໂຄ້ດU+0E00–U+0E7F
ISO 15924ໄທ
ບົດຄວາມນີ້ມີສັນຍາລັກສັກທະສາດສັກທະອັກສອນສາກົນ ຫາກບໍ່ມີການສະໜັບສະໜູນເຣັນເດີທີ່ເໝາະສົມ ທ່ານອາດເຫັນເຄື່ອງໝາຍຄຳຖາມ ກ່ອງ ຫຼື ສັນຍາລັກອື່ນແທນລັກສະນະຢູນິໂຄ້ດ

ຄວາມເປັນມາ ດັດແກ້

ອັກສອນໄທໄດ້ມີການພັດທະນາມາຈາກອັກສອນຂະເໝນບູຮານ (Old Khmer script).

ພະຍັນຊະນະ ດັດແກ້

ອັກສອນໄທມີພະຍັນຊະນະດ່ຽວ ໔໔ ຮູບ ແລະ ພະຍັນຊະນະຜະສົມ ໙ ໂຕ

ພະຍັນຊະນະໄທ
ຮູບໄທ ທໍ່ກັບອັກສອນລາວ
ก ข ฃ ค ฅ ฆ ง ກ ຂ ຄ ງ
จ ฉ ช ซ ฌ ญ ຈ ສ ຊ ຍ
ฎ ฏ ฐ ฑ ฒ ณ ດ ຕ ຖ ທ ນ
ด ต ถ ท ธ น ດ ຕ ຖ ທ ນ
บ ป ผ ฝ พ ฟ ภ ม ບ ປ ຜ ຝ ພ ຟ ມ
ย ร ล ว ศ ษ ส ห ຍ ຢ ຣ ລ ວ ສ ຫ
ฬ อ ฮ ລ ອ ຮ
หง หญ หย หน หม หร หล หว อย ຫງ ຫຍ ໜ ໝ ຫຼ ຫວ ຢ

ໝວດພະຍັນຊະນະ ດັດແກ້

ພະຍັນຊະນະໃນພາສາໄທມີ ໓ ໝວດ

ໝວດພະຍັນຊະນະ
ໝວດ ຮູບໄທ
ອັກສອນກາງ ໙ ໂຕ ก จ ฎ ฏ ด ต บ ป อ
ອັກສອນສູງ ໑໑ ໂຕ ข ฃ ฉ ฐ ถ ผ ฝ ศ ษ ส ห
ອັກສອນຕ່ຳ ໒໔ ໂຕ ค ฅ ฆ ง ช ซ ฌ ญ ฑ ฒ ณ
ท ธ น พ ฟ ภ ม ย ร ล ว ฬ ฮ

ສະຫຼະ ດັດແກ້

ອັກສອນໄທມີສະຫຼະ 24 ໂຕ ແລະ ສະຫຼະພິເສດ 8 ໂຕ

ສະຫຼະໄທ
ສະຫຼະສຽງສັ້ນ ສະຫຼະສຽງຍາວ
ຮູບໄທ ຮູບລາວ ຮູບໄທ ຮູບລາວ
-ะ, -ั -ະ -า -າ
-ิ -ິ -ี -ີ
-ึ -ຶ -ื -ື
-ุ -ຸ -ู -ູ
เ-ะ, เ-็ ເ-ະ เ- ເ-
แ-ะ, แ-็ ແ-ະ แ- ແ-
โ-ะ ໂ-ະ โ- ໂ-
เ-าะ, -็อ ເ-າະ -อ -ໍ
เ-อะ, เ-ิ ເ-ິ เ-อ ເ-ີ
เ-ียะ ເ-ັຍ เ-ีย ເ-ຍ
เ-ือะ ເ-ຶອ เ-ือ ເ-ືອ
-ัวะ -ົວະ -ัว -ົວ
-ำ -ຳ ใ- ໃ-
ไ- ໄ- เ-า ເ-ົາ
ຣຶ ฤๅ ຣື
ລຶ ฦๅ ລື

ວັນນະຍຸດ ດັດແກ້

ອັກສອນໄທມີຕົວວັນນະຍຸດ 4 ຮູບ

ຕົວວັນນະຍຸດ
ຮູບໄທ ຊື່ໄທ ຮູບລາວ ຊື່ລາວ
อ่ ไม้เอก ອ່ ໄມ້ເອກ
อ้ ไม้โท ອ້ ໄມ້ໂທ
อ๊ ไม้ตรี ອ໊ ໄມ້ຕີ
อ๋ ไม้จัตวา ອ໋ ໄມ້ຈັດຕະວາ

ການຜັນສຽງວັນນະຍຸດ ດັດແກ້

ພາສາໄທມີວັນນະຍຸດ 5 ສຽງຄື: ສຽງສາມັນ (Mid tone), ສຽງເອກ (Low tone), ສຽງໂທ (Falling tone), ສຽງຕີ (High tone), ສຽງຈັດຕະວາ (Rising tone).

ຕົວສະກົດແບ່ງອອກເປັນ 2 ຢ່າງ: ຕົວສະກົດເປັນ ແລະ ຕົວສະກົດຕາຍ.

  1. ຕົວສະກົດເປັນມີ 5 ໂຕ: ງ, ຍ, ນ, ມ, ວ (ຕົວຢ່າງ: ກາງ, ສວຍ, ປານ, ກາມ, ນາວ)
  2. ຕົວສະກົດຕາຍມີ 3 ໂຕ: ກ, ດ, ບ (ຕົວຢ່າງ: ພັກ, ຕັດ, ນັບ).
ການຜັນສຽງວັນນະຍຸດ
ຮູບວັນນະຍຸດ ອັກສອນກາງ ອັກສອນສູງ ອັກສອນຕ່ຳ
ອ + ຕົວສະກົດເປັນ M R M
ອ່ ໄມ້ເອກ L L F
ອ້ ໄມ້ໂທ F F H
ອ໊ ໄມ້ຕີ H
ອ໋ ໄມ້ຈັດຕະວາ R
ຕົວສະກົດຕາຍ + ສະຫຼະສຽງສັ້ນ L L H
ຕົວສະກົດຕາຍ + ສະຫຼະສຽງຍາວ L L F

ຕົວເລກ ດັດແກ້

ຕົວເລກ
ເລກໄທ ເລກລາວ ເລກອາລັບ
0
1
2
3
4
5
6
7
8
9

ອ້າງອີງ ດັດແກ້

  • Karoonboonyanan, Theppitak (1999). "Standardization and Implementations of Thai Language". National Electronics and Computer Technology Center. Retrieved 2010-08-04.
  • Tingsabadh, Kalaya; Arthur S. Abramson (1993). "Thai". Journal of the International Phonetic Association 23 (1): 24–28.