ປະເທດລາວ

ປະເທດໃນອາຊີຕາເວັນອອກສຽງໃຕ້
(ປ່ຽນເສັ້ນທາງມາຈາກ ລາວ)

ລາວ ຫຼື ຊື່ຢ່າງເປັນທາງການຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຫຍໍ້ວ່າ: ສ.ປ.ປ.ລາວ)[10] ແມ່ນປະເທດໜຶ່ງທີ່ຕັ້ງຢູ່ໃນອາຊີຕາເວັນອອກສຽງໃຕ້ ມີເນື້ອທີ່ທັງໝົດ 236,800 ຕາລາງກິໂລແມັດ ເຊິ່ງເປັນປະເທດດຽວໃນອາຊີຕາເວັນອອກສຽງໃຕ້ທີ່ບໍ່ມີຊາຍແດນອອກສູ່ທະເລ[11] ໂດຍທາງພາກເໜືອມີຊາຍແດນຕິດກັບປະເທດຈີນ ທິດໃຕ້ຕິດກັບປະເທດກຳປູເຈຍ ທິດຕາເວັນອອກຕິດກັບປະເທດຫວຽດນາມ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ[12]

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ຄຳຂວັນ"ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ"
ທີ່ຕັ້ງຂອງ ປະເທດລາວ  (ຂຽວ)

ໃນອາຊຽນ  (ເທົາເຂັ້ມ)  —  [ຄຳອະທິບາຍສັນຍະລັກ]

ເມືອງຫຼວງນະຄອນຫຼວງວຽງຈັນ
17°58′N 102°36′E / 17.967°N 102.600°E / 17.967; 102.600
ເມືອງໃຫຍ່ທີ່ສຸດເມືອງຫຼວງພຣະບາງ
ພາສາລັດຖະການພາສາລາວ
ພາສາທີ່ເວົ້າ
ກຸ່ມຊົນເຜົ່າ
(2015[2])
ສາສະໜາ
ເດມະນິມຊາວລາວ
ການປົກຄອງເປັນລັດດ່ຽວ ປົກຄອງໂດຍພັກດຽວ ລັດທິມາກ-ເລນິນ ສາທາລະນະລັດສັງຄົມນິຍົມ
ທອງລຸນ ສີສຸລິດ
ສອນໄຊ ສີພັນດອນ
ບຸນທອງ ຈິດມະນີ
ປານີ ຍາທໍ່ຕູ້
ໄຊສົມພອນ ພົມວິຫານ
ສະພານິຕິບັນຍັດສະພາແຫ່ງຊາດ
ກໍ່ຕັ້ງ
1354–1707
1707–1778
• ອານາຈັກລ້ານຊ້າງຖືກປົກຄອງໂດຍສະຫຍາມ
1778–1893
1893–1953
• ຮວມລາຊະອານາຈັກ
11 ພຶດສະພາ 1947
22 ຕຸລາ 1953
2 ທັນວາ 1975
14 ສິງຫາ 1991
2 ທັນວາ
ພື້ນທີ່
• ລວມ
237,955 ຕາລາງກິໂລແມັດ (91,875 ຕາລາງໄມລ໌) (ອັນດັບທີ 82)
2
ປະຊາກອນ
• 2019 ປະມານ
7,123,205 (ອັນດັບທີ 105)
• ສຳມະໂນປະຊາກອນ 2015
6,492,228[5]
26.7 ຕໍ່ຕາລາງກິໂລແມັດ (69.2 ຕໍ່ຕາລາງໄມລ໌) (ອັນດັບທີ 151)
GDP (ອຳນາດຊື້)2023 (ປະມານ)
• ລວມ
Increase 74.309 ຕື້ໂດລາສະຫະລັດ[6] (ອັນດັບທີ 106)
Increase 9,800 ໂດລາສະຫະລັດ[7] (ອັນດັບທີ 125)
GDP (ລາຄາຕະຫຼາດ)2023 (ປະມານ)
• ລວມ
Decrease 17.347 ຕື້ໂດລາສະຫະລັດ[7] (ອັນດັບທີ 145)
Decrease 2,319 ໂດລາສະຫະລັດ[7] (ອັນດັບທີ 152)
ຈີນີ (2012)36.4[8]
ປານກາງ
HDI (2021)Decrease 0.607[9]
ປານກາງ · ອັນດັບທີ 140
ສະກຸນເງິນກີບ (₭) (LAK)
ເຂດເວລາUTC+7 (ເວລາໃນປະເທດລາວ)
ຮູບແບບວັນທີວວ/ດດ/ປປປປ
ຂັບລົດດ້ານຂວາ
ລະຫັດໂທລະສັບ+856
ລະຫັດ ISO 3166LA
ລະຫັດອິນເຕີເນັດ.la

ຫຼັງຈາກຊ່ວງເວລາແຫ່ງຄວາມຂັດແຍ້ງພາຍໃນອານາຈັກລ້ານຊ້າງ ດິນແດນລາວຈຶ່ງໄດ້ແຕກແຍກອອກແມ່ນສາມສ່ວນຄື ຫຼວງພະບາງ ວຽງຈັນ ແລະຈຳປາສັກ[13] ກ່ອນຈະຕົກແມ່ນເມືອງໃນແອກປົກຄອງຂອງສະຫຍາມໃນປີ ຄ.ສ. 1778 ຍາວນານນັບສະຕະວັດຈົນເມື່ອວິກິດການຝຣັ່ງ-ສະຫຍາມໃນປີ ຄ.ສ. 1893 ເຮັດໃຫ້ດິນແດນລາວທັ້ງໝົດຢູ່ພາຍໃຕ້ອານານິຄົມຂອງຝຣັ່ງແລະຮວມຕົວກັນເປັນປະເທດໃນປີ ຄ.ສ. 1949[14] ຫຼັງຈາກການຍຶດຄອງຂອງຍີ່ປຸ່ນ ກໍຖືກຝຣັ່ງຍຶດຄອງອີກຫົນຈົນກະທັ່ງໄດ້ຮັບເອກະລາດໃນປີ ຄ.ສ. 1953.[15] ພາຍຫຼັງສົງຄາມຫວຽດນາມຈົບລົງໃນປີ ຄ.ສ. 1975 ຂະບວນການນັກສຶກສາ 21 ອົງກອນຈຶ່ງຫັນໄປຮ່ວມມືກັບ "ກຸ່ມປະເທດລາວ" ຂະບວນການປະຕິວັດກອມມູນິດທີ່ໄດ້ຄອງອຳນາດຢ່າງເດັດຂາດແລະສົງຄາມກາງເມືອງໄດ້ສິ້ນສຸດລົງ ປະກອບກັບກະແສຮຽກຮ້ອງຂອງປະຊາຊົນແລະນັກສຶກສາໄດ້ມີການລົງມະຕິລົ້ມລ້າງກະສັດຢ່າງສົມບູນ ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາຖືກເຊີນເຂົ້າຄ່າຍກັກກັນໃນວຽງໄຊແລະເສຍຊີວິດຢ່າງລຶກລັບ ມີການປ່ຽນແປງການປົກຄອງມາເປັນລະບອບສັງຄົມນິຍົມກອມມູນິດແລະສ້າງຕັ້ງປະເທດເປັນ "ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ" ຊຶ່ງໃນຊ່ວງແຮກ ລາວຕ້ອງພຶ່ງພາຄວາມຊ່ວຍເຫຼືອທາງເສດຖະກິດຈາກສະຫະພາບໂຊວຽດຈົນກະທັ່ງລົ່ມສະຫຼາຍໃນປີ ຄ.ສ. 1991.[16]

ປະເທດລາວມີສ່ວນຮ່ວມໃນຂໍ້ຕົກລົງການຄ້າອາຊີປາຊີຟິກ, ການປະຊຸມສຸດຍອດອາຊຽນ, ການປະຊຸມອາຊີຕາເວັນອອກ ແລະ ໄດ້ເຂົ້າຮ່ວມແມ່ນສະມາຊິກອົງການການຄ້າໂລກຕັ້ງແຕ່ ຄ.ສ. 1997 ກ່ອນຈະໄດ້ຮັບການຕອບຮັບໃນປີ ຄ.ສ. 2013. ໂດຍລາວເປັນປະເທດທີ່ສາມາດຜະລິດໄຟຟ້າໄດ້ດ້ວຍຕົນເອງ[17] ຊຶ່ງການສ້າງເຂື່ອນເພື່ອຜະລິດພະລັງງານໄຟຟ້າຈາກພະລັງງານນ້ຳແລະສົ່ງຂາຍໄປຍັງປະເທດເພື່ອນບ້ານຢ່າງໄທ ຈີນ ແລະຫວຽດນາມ. ໃນດ້ານເທັກໂນໂລຢີ ລາວໄດ້ເປີດໃຫ້ບໍລິການ 4G ແມ່ນປະເທດທີສອງຂອງອາຊີຕາເວັນອອກສຽງໃຕ້ຕໍ່ຈາກສິງກະໂປ ມາຕັ້ງແຕ່ ຄ.ສ. 2012.[lower-alpha 4] ເສັ້ນທາງລົດໄຟວຽງຈັນ-ບໍ່ເຕັນ ໄດ້ເປີດໃຫ້ບໍລິການໃນປີ 2021.[20]

ທີ່ມາຂອງຄຳວ່າ "ລາວ"

ຄຳວ່າ "ລາວ" ທີ່ໝາຍເຖິງປະເທດລາວນັ້ນ ແມ່ນມີມູນເຫດດັ່ງນີ້:[21]

  1. ຄຳວ່າລາວ ກຳເນີດເກີດຂຶ້ນມາພ້ອມໆກັບການກຳເນີດຂຶ້ນຂອງສັງຄົມລາວ ຫຼື ກຳເນີດເກີດຂຶ້ນພ້ອມໆກັບການກຳເນີດຄົນລາວ.
  2. ຄຳວ່າລາວ ອາດມາຈາກພາສາປາລີ ລາວ ເຊິ່ງໝາຍເຖິງໝາກນ້ຳເຕົ້າ.
  3. ຄຳວ່າລາວ ອາດມາຈາກການເອີ້ນຊົນເຜົ່າລາວ ເຊິ່ງເປັນຊົນເຜົ່າດັ່ງເດີມ ດຳລົງຊີວິດຢູ່ກ່ອນມີປະເທດລາວ
  4. ຄົນລາວ ກຳເນີດຈາກຊົນເຜົ່າໝຶ່ງຢູ່ແຂວງຢູນນ່ານ ເຊິ່ງມີນາມເດີມວ່າ ເກົ້າຫຼວງ (ມາຈາກຄຳວ່າ ເກົ້າຫຼົງ ເປັນມັງກອນ ຫຼື ນາກ ເກົ້າອົງ ຫຼື ຊາຍທັງເກົ້າ). ຕໍ່ມາໄດ້ຍ້າຍມາເລື້ອຍລົງມາທາງພາກໃຕ້ເລື້ອຍໆ ແລະ ຖືກເອີ້ນສັ່ນໆວ່າ ຫຼວງ ແລະ ສຸດທ້າຍກໍກາຍມາເປັນ ລາວ
  5. ແຕ່ກ່ອນ ຄົນທ້ອງຖິ່ນຈະຢູ່ຕາມລຳນ້ຳ, ສ່ວນຄົນລາວຍ້າຍແຕ່ພາກເໜືອມາຢູ່ ຈະອາໄສຢູ່ຕາມບ່ອນສູງກ່ວາ, ຄົນທ້ອງຖິ່ນເອີ້ນຄົນລາວທີ່ມາຢູ່ນີ້ ແມ່ນຄົນດາວ, ເພາະເວລາເບິ່ງຈາກລຸ່ມຂຶ້ນເທິງ ຈະຕິດພັນກັບດວງດາວຢູ່ທ້ອງຟ້າ
  6. ຄົນຈີນບາງພວກບາງໝູ່ໃນເຂດຢູນນານຂອງຈີນມັກອອກສຽງຕົວ "ດ"​ເປັນຕົວ"ລ"​ແລະອອກສຽງຕົວ "ລ"​ເປັນຕົວ "ດ"​ດ້ວຍເຫດນີ້ຈຶ່ງເອີ້ນພວກທີ່ຢູ່ທີ່ສູງອັນມີທ້ອງຟ້າດາວວະດິງສາພ້ຽນຈາກດາວກາຍເປັນລາວອັນພາໃຫ້ມີຄຳວ່າລາວ

ສ່ວນໃນພາສາອັງກິດ ຄຳວ່າລາວ ທີ່ໝາຍເຖິງປະເທດລາວ ສະກົດວ່າ "Laos" ແລະ ລາວທີ່ໝາຍເຖິງຄົນລາວ ໃຊ້ "Lao" ແລະ ບາງເທື່ອຈະມີການໃຊ້ຄຳວ່າ "Laotian" ເພື່ອໃຊ້ກ່າວເຖິງຊາວລາວທ້ອງຖິ່ນທີ່ອາໄສຢູ່ໃນລາວ.[22][23][24][25][26]

ປະຫວັດສາດ

ເບິ່ງບົດຄວາມຫຼັກທີ່: ປະຫວັດສາດລາວ

ຍຸກປະຖົມບູຮານ

 
ພຣະທາດຫຼວງແຫ່ງນະຄອນຫຼວງວຽງຈັນ ອັນເປັນສັນຍະລັກຂອງຊາດລາວ.

ໄດ້ມີການຂຸດຄົ້ນພົບກະໂຫຼກຫົວມະນຸດບູຮານໃນປີ2009ທີ່ຖໍ້າຜາລິງໃນສາຍພູຫຼວງທາງພາກເໜືອຂອງລາວ ໂດຍກະໂຫຼກຫົວດັ່ງກ່າວມີອາຍຸປະມານ 46ພັນປິ ຈຶ່ງກາຍເປັນຊາກດຶກດຳບັນມະນຸດສະໄໜໃໝ່ທີ່ເກົ່າແກ່ທີ່ສຸດໃນພູມິພາກອາຊີຕາເວັນອອກສຽງໃຕ້.[27] ຢູ່ພາກເໜືອມີການຄົ້ນພົບບູຮານວັດຖຸທີ່ເປັນຫີນເຊິ່ງສັນນິຖານວ່າຢູ່ໃນສະໄໜດຽວກັນກັບຊ່ວງປາຍສະໄໜໄພລສະໂຕຊີນ.[28] ຫຼັກຖານທາງບູຮານຄະດີໄດ້ຊີ້ໃຫ້ເຫັນເຖິງສະພາບສັງຄົມກະສິກຳທີ່ເລີ່ມພັດທະນາຂຶ້ນໃນຊ່ວງສະຫະສະວັດທີIV ກ່ອນຄຣິສຕະການ.[29] ຫຼຸມສົບ ແລະ ສຸສານປ່າຊ້າຕ່າງໆບົ່ງບອກໄດ້ເຖິງສະພາບສັງຄົມທີ່ມີຄວາມຊັບຊ້ອຍຂຶ້ນ ມີການຄົ້ນພົບເຄື່ອງທອງແດງໃນຊ່ວງ1500ປີກ່ອນຄຣິສຕະການ ແລະ ເຄື່ອງມືເຫຼັກໃນຊ່ວງ700ປີກ່ອນຄຣິສຕະການ. ໃນສະໄໜປະຖົມບູຮານຂອງປະຫວັດສາດລາວໄດ້ມີການຕິດຕໍ່ກັບອາລິຍະທຳອື່ນໆນຳເຊັ່ນ: ອາລິຍະທຳຈີນ ແລະ ອິນເດຍເປັນຕົ້ນ. ອີງຕາມຫຼັກຖານທາງພາສາສາດ ແລະ ປະຫວັດສາດອື່ນໆ, ໄດ້ບົ່ງຊີ້ໃຫ້ເຫັນວ່າ ກຸ່ມຊົນເຜົ່າທີ່ເວົ້າພາສາກຸ່ມພາສາໄຕໄດ້ເຄີຍມີການອົບພະຍົບຈາກກວາງຊີມາຍັງດິນແດນທາງຕາເວັນຕົກສຽງໃຕ້ ຫຼືກໍຄືດິນແດນໃນຍຸກສະໄໜໃໝ່ຂອງລາວ ແລະ ໄທໃນຊ່ວງລະຫວ່າງຄຣິສຕະສະຕະວັດທີVIII ແລະ X ນັ້ນເອງ.[30]

ຍຸກອານາຈັກລ້ານຊ້າງ

ເບິ່ງບົດຄວາມຫຼັກທີ່: ອານາຈັກລ້ານຊ້າງ

ປະເທດລາວເຮົານີ້ມີປະຫວັດສາດຄວາມເປັນມາທີ່ຍາວນານມາແຕ່ສະຕະວັດທີXIV ຫຼືກໍຄືສະໄໜຂອງອານາຈັກລ້ານຊ້າງ ເຊິ່ງສະຖາປະນາຂຶ້ນໂດຍເຈົ້າຟ້າງຸ່ມ,[31]:223 ເຊິ່ງຜູ້ເປັນບິດາໄດ້ເນລະເທດເພິ່ນມາຢູ່ທີ່ອານາຈັກຂະແມພ້ອມດ້ວຍຄອບຄົວ. ໂດຍໄລຍະເວລາຕໍ່ມາ ເຈົ້າຟ້າງຸ່ມພ້ອມດ້ວຍທະຫານຂະແມໜຶ່ງໝື່ນນາຍ ໄດ້ເຂົ້າຍຶດທ້ອນໂຮມເອົາດິນແດນລາວຕາມແຄມແມ່ນ້ຳຂອງຈົນໃນທ້າຍທີ່ສຸດກໍສາມາດຍຶດຄອງເອົາເມືອງວຽງຈັນໄດ້ສຳເລັດ ນອກນີ້ພຣະເຈົ້າຟ້້າງຸ່ມແມ່ນໄດ້ສືບສາຍມາຈາກກະສັດລາວບູຮານທີ່ສືບເຊື້ອສາຍກັນມາແຕ່ດົນນານຈາກຂຸນບູຣົມ.[32] ພຣະອົງຍັງໄດ້ກະທຳການນຳເອົາພຸດທະສາສະໜາເຖຣະວາດເຂົ້າມາເຜີຍແຜ່ຈົນກາຍເປັນສາສະໜາປະຈຳອານາຈັກ. ແຕ່ໃນເວລາຕໍ່ມາໃນປີ1373 ບັນດາເສນາອາມາດໃຫຍ່ກໍບໍ່ອາດສາມາດທົນຕໍ່ການປະພຶດຕົນທີ່ໂຫດຮ້າຍຂອງພຣະອົງໄດ້ ຈຶ່ງໄດ້ມີການຂັບໄລ່ພຣະອົງອອກຈາກວຽງຈັນ ແລະ ສະເດັດລີ້ໄພໄປຢູ່ທີ່ບໍລິເວນຈັງຫວັດນ່ານຂອງປະເທດໄທໃນປັດຈຸບັນ,[33] ເຊິ່ງເມື່ອພຣະອົງສະເດັດສະຫວັນນະຄົດ, ພຣະຣາຊບຸດຮອງອົງໃຫຍ່ຂອງພຣະອົງນາມວ່າ ທ້າວອຸ່ນເຮືອນ ໄດ້ສະເດັດຂຶ້ນຄອງຣາຊພາຍໃຕ້ນາມ"ພຣະເຈົ້າສາມແສນໄທ" ແລະ ໄດ້ຄອງຣາຊຍາວນານເຖິງ 43ປີ. ນັບແຕ່ນັ້ນ, ອານາຈັກລ້ານຊ້າງໄດ້ກາຍເປັນສູນກາງທາງການຄ້າທີ່ສຳຄັນໃນຣັຊສມັຍຂອງພຣະເຈົ້າສາມແສນໄທ ແຕ່ພາຍຫຼັງການສະຫວັນນະຄົດຂອງພຣະອົງໃນປີ1421, ເມືອງລ້ານຊ້າງກໍເລີ່ມເສື່ອມໂຊມລົງ ແລະ ເກີດຄວາມວຸ່ນວາຍທີ່ຈະຍືດຍາວໄປເປັນສະຕະວັດ.[34]

ໃນປີ1520 ພຣະຍາໂພທິສະຣາຊ ຂຶ້ນຄອງຣາຊ ແລະ ຊົງຍ້າຍຣາຊທານີຈາກເມືອງຊຽງທອງມາທີ່ເມືອງວຽງຈັນເພື່ອຫຼີກລ່ຽງການຮຸກຮານຂອງພະມ້າ. ຕໍ່ມາແມ່ນ ສົມເດັຈພຣະໄຊຍະເສດຖາທິຣາຊ ຂຶ້ນຄອງຣາຊໃນປີ1548 ພາຍຫຼັງການສະຫວັນນະຄົດຂອງພຣະຣາຊບິດາຂອງພຣະອົງ, ໂດຍພຣະອົງໂປຣດເກົ້າໃຫ້ສ້າງພຣະທາດຫຼວງ ເຊິ່ງຕໍ່ມາໄດ້ກາຍເປັນໜຶ່ງໃນສັນຍະລັກຂອງຊາດລາວ. ພຣະໄຊຍະເສດຖາທິຣາຊສະເດັດສະຫວັນນະຄົດລະຫວ່າງທີ່ພຣະອົງຊົງເດີນທັບໄປຜາບກະບົດທີ່ກຳປູເຈຍ ເຮັດໃຫ້ອານາຈັກລ້ານຊ້າງເກີດຄວາມບໍ່ໝັ້ນຄົງຍາວນານກວ່າເຈັດສິບປີ ເຊິ່ງຂ້ອງກ່ຽວກັບການຮຸກຮານຂອງພະມ້າ ແລະ ສົງຄາມກາງເມືອງ.[35]

ຕໍ່ມາໃນປີ1637 ເມື່ອພຣະເຈົ້າສຸຣິຍະວົງສາທັມມິກະຣາຊຂຶ້ນຄອງຣາຊ, ອານາຈັກລ້ານຊ້າງໄດ້ຂະຫຍາຍອານາເຂດ ແລະ ອິດທິພົນຂອງຕົນຢ່າງກວ້າງຂວາງ ເຮັດໃຫ້ຣັຊສມັຍຂອງພຣະອົງຈຶ່ງຖືກຖືວ່າ ເປັນຍຸກທີ່ຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດຂອງປະເທດລາວ. ແຕ່ເມື່ອພຣະອົງສະເດັດສະຫວັນນະຄົດໂດຍໄຮ້ເຊິ່ງຣັຊທາຍາດສືບຣາຊສົມບັດ ໄດ້ເຮັດໃຫ້ລ້ານຊ້າງແຕກອອກເປັນສາມອານາຈັກນັບແຕ່ປີ1763ຫາ1769, ຈົນກອງທັບຂອງພະມ້າໄດ້ເຂົ້າຮຸກຮານທາງພາກເໜືອຂອງລາວ ແລະ ເຂົ້າຍຶດຫຼວງພຣະບາງໄດ້ສຳເລັດ ໃນຂະນະທີ່ອານາຈັກຈຳປາສັກຕົກເປັນປະເທສຣາຊພາຍໃຕ້ການປົກຄອງຂອງສຍາມ.[36]

ໄລຍະຕໍ່ມາ ເຈົ້າອານຸວົງສ໌ໄດ້ຮັບການໂປຣດເກົ້າໃຫ້ເປັນພຣະມະຫາກະສັດແຫ່ງວຽງຈັນໂດຍສຍາມ. ພຣະອົງຊົງສະໜັບສະໜູນການຟື້ນຟູສິລະປະກຳ ແລະ ວັນນະຄະດີລາວ ແລະ ໄດ້ຟື້ນຟູຄວາມສຳພັນອັນດີກັບຫຼວງພຣະບາງ. ແຕ່ຕໍ່ມາຍ້ອນແຮງກົດດັນຈາກຫວຽດນາມ ແລະ ຄວາມຄຽດແຄ້ນຂອງປະຊາຊົນລາວໃນຕອນນັ້ນ ຈຶ່ງເຮັດໃຫ້ພຣະອົງກະທຳການກະບົດຂຶ້ນຕໍ່ຕ້ານສຍາມໃນປີ1826 ເພື່ອຍາດເອົາເອກະລາດ, ແຕ່ຢ່າງໃດກໍຕາມ ການກະບົດຄັ້ງນີ້ບໍ່ປະສົບຄວາມສຳເລັດ ແລະ ວຽງຈັນກໍຖືກທຳລາຍຢ່າງໝັກໝ່ວງ ສິ້ນສະພາບຄວາມເປັນເມືອງ ແລະ ຖືກປະຮ້າງນັບແຕ່ນັ້ນມາ.[37] ສ່ວນເຈົ້າອານຸວົງສ໌ກໍຖືກຈັບຕົວໄປທີ່ກຣຸງເທພໃນຖານະນັກໂທດ ແລະ ຈັບຄັງຈົນໃນທ້າຍທີ່ສຸດກໍສິ້ນພຣະຊົນນະທີ່ບ່ອນນັ້ນ.[38]

ຕໍ່ມາອີກໃນປີ1876 ສຍາມໄດ້ມີການທັບທາງທະຫານໃນດິນແດນລາວ ເຊິ່ງຖືກອະທິບາຍໂດຍນັກສັງເກດການຊາວອັງກິດທີ່ອາໄສຢູ່ຫັ້ນວ່າ "ເປັນການກວາດຕ້ອນຂ້າທາດຂຂະໜານໃຫຍ່".[39]

ຍຸກຕົກເປັນຫົວເມືອງຂຶ້ນຝຣັ່ງເສດ (ຄ.ສ.1893–1953)

 
ຫະຫານທ້ອງຖິ່ນລາວໃນຄ່າຍຂອງພວກລ່າເມືອງຂຶ້ນຝຣັ່ງ, ປ.  1900

ໃນສະຕະວັດທີXIX ຫຼວງພຣະບາງຖືກບຸກປຸ້ນສະດົມໂດຍກອງທັບທຸງດຳຈີນ.[40] ເຊິ່ງຝຣັ່ງເສດໄດ້ຊ່ວຍເຫຼືອເຈົ້າອຸ້ນຄຳເອົາໄວ້ ແລະ ທຳການໂຮມເອົາອານາຈັກຫຼວງພຣະບາງເຂົ້າເປັນສ່ວນໜຶ່ງໃນອາລັກຂາຂອງອິນດູຈີນຝຣັ່ງ. ຕໍ່ມາກໍໄດ້ໂຮມເອົາອານາຈັກຈຳປາສັກ ແລະ ດິນແດນຂອງອານາຈັກວຽງຈັນເຂົ້ານຳ ໂດຍມີເຈົ້າສີສວ່າງວົງສ໌ແຫ່ງອານາຈັກຫຼວງພຣະບາງເປັນຜູ້ປົກຄອງລາວທັງໝົດ ແລະ ໄດ້ມີການຍ້າຍຣາຊທານີມາຍັງເມືອງວຽງຈັນ ຈຶ່ງເຮັດໃຫ້ວຽງຈັນໄດ້ກາຍເປັນເມືອງຫຼວງຂອງລາວອີກຄັ້ງ.[41]

ລາວສາມາດຜະລິດກົ່ວ, ຢາງພາລາ ແລະ ກາເຟໄດ້ ແຕ່ບໍ່ເຄີຍໄດ້ຮັບສ່ວນແບ່ງກາຍ1%ຈັກເທື່ອຈາກການສົ່ງອອກຂອງອິນດູຈີນຝຣັ່ງ. ໃນຊຸມປີ1940 ມີຊາວຝຣັ່ງອາໄສຢູ່ໃນລາວປະມານຫົກຮ້ອຍຄົນ.[42] ພາຍໃຕ້ການນຳພາຂອງຝຣັ່ງ ພວກເຂົາໄດ້ພາຊາວຫວຽດນາມມາຢູ່ລາວຈຳນວນໜຶ່ງ ເພື່ອແກ້ໄຂບັນຫາກຂາດແຄນແຮງງານພາຍໃນອິນດູຈີນຝຣັ່ງ.[43] ໃນປີ1943 ປະຊາກອນຫວຽດໃນລາວເພີ່ມຂຶ້ນຫຼາຍເຖິງສີ່ໝື່ນກວ່າຄົນ ຈິ່ງໄດ້ກາຍເປັນປະຊາກອນສ່ວນໃຫຍ່ໃນບາງຕົວເມືອງໃຫຍ່ຂອງລາວ ແລະ ຍັງໄດ້ຮັບສິດໃນການເລືອກຕັ້ງເອົາຜູ່ນຳຂອງຕົນເອງອີກດ້ວຍ.[44] ໂດຍມີສັດສ່ວນຂອງຊາວຫວຽດນາມທີ່ຢູ່ອາໄສໃນລາວ 53%ຂອງປະຊາກອນທັງໝົດຂອງວຽງຈັນ, 85%ຂອງປະຊາກອນທັງໝົດຂອງທ່າແຂກ ແລະ 62%ຂອງປະຊາກອນທັງໝົດຂອງປາກເຊ. ມີພຽງຕົວເມືອງຫຼວງພຣະບາງເທົ່ານັ້ນທີ່ຄົນລາວຍັງຄົງມີສັດສ່ວນປະຊາກອນຫຼາຍກວ່າໝູ່.[44] ຈົນກະທັ່ງປີ1945 ຝຣັ່ງເສດໄດ້ວາງແຜນຍ້າຍຊາວຫວຽດນາມໄປຕັ້ງຖິ່ນຖານໃນສາມພື້ນທີ່ອັນໄດ້ແກ່: ທົ່ງພຽງວຽງຈັນ, ພູມພາກສະຫວັນນະເຂດ ແລະ ພູພຽງບໍລະເວນ ແຕ່ແຜນດັ່ງກ່າວກໍຕ້ອງຍົກເລີກໄປຍ້ອນການຮຸກຮານຂອງຟາຊິດຍີ່ປຸ່ນ.[44] ບໍ່ຊັ້ນຄົນລາວຄົງຈະສິ້ນເສຍອຳນາດໃນການປົກຄອງຕົວເອງໄປແລ້ວ ອີງຕາມທີ່ມາຣ໌ຕິນ ສະຈວຣ໌ຕ-ຟອກຊ໌ໄດ້ກ່າວໄວ້.[44]

ລາວໃນຊ່ວງສົງຄາມໂລກຄັ້ງທີສອງນັ້ນ, ວິຊີຝຣັ່ງ, ປະເທດໄທ, ຈັກກະພັດຍີ່ປຸ່ນ ແລະ ຝຣັ່ງເສດເສລີໄດ້ຍາດແຍ່ງກັນຍຶດເອົາດິນແດນລາວ.[45] ໃນວັນທີ9 ມີນາປີ1945 ປະຊາຊົນລາວຈຳນວນໜຶ່ງລຸກຮືຂຶ້ນປະກາດເອກະລາດເພື່ອໃຫ້ລາວໄດ້ມີເອກະລາດອີກຄັ້ງ ໂດຍຍຶດເອົາເມືອງຫຼວງພຣະບາງເປັນເມືອງຫຼວງ. ແຕ່ຕໍ່ມາກອງທັບຍີ່ປຸ່ນສອງກອງພັນໄດ້ເຂົ້າຍຶດເອົາໄດ້ໃນວັນທີ7 ເມສາ.[46] ຍີ່ປຸ່ນພະຍາຍາມບັງຄັບໃຫ້ພຣະເຈົ້າສີສວ່າງວົງສ໌ປະກາດເອກະລາດໃຫ້ກັບລາວ ແຕ່ເມື່ອມາຮອດວັນທີ8 ເມສາ ພຣະອົງພັດປະກາດຢຸຸດຕິການເປັນປະເທດອາລັກຂາຂອງຝຣັ່ງແທນ. ຈາກນັ້ນ ພຣະອົງໄດ້ລັກສົ່ງເຈົ້າຊາຍກິດາວົງສ໌ໃຫ້ໄປເປັນຜູ້ແທນລາວຕໍ່ຝ່າຍສຳພັນທະມິດ ແລະ ສົ່ງເຈົ້າຊາຍສີສວ່າງໄປເປັນຜູ້ແທນຕໍ່ຝ່າຍຍີ່ປຸ່ນ.[46] ບາດເມື່ອຍີ່ປຸ່ມພ່າຍແພ້ ປະຊາຊົນລາວພ້ອມທັງເຈົ້າຊາຍເພັຊຣາຊໄດ້ປະກາດເອກະລາດຂຶ້ນ, ແຕ່ໃນປີ1946 ກອງທັບຝຣັ່ງໄດ້ບຸກເຂົ້າຍຶດລາວອີກຄັ້ງ ແລະ ໄດ້ມອບອຳນາດປົກຄອງຕົນເອງໃຫ້ກັບລາວຄືນ.[47]

ໃນຊ່ວງສົງຄາມອິນດູຈີນຄັ້ງທີໜຶ່ງ, ພັກກອມມູນິດອິນດູຈີນໄດ້ຈັດຕັ້ງຂຶ້ນພ້ອມທັງສ້າງຕັ້ງກຸ່ມລາວອິສຣະຂຶ້ນ ເຊິ່ງເອີ້ນກັນວ່າ "ກຸ່ມປະເທດລາວ". ກຸ່ມປະເທດລາວໄດ້ເລີ່ມຕໍ່ສູ້ຕ້ານກອງກຳລັງຝຣັ່ງ ໂດຍໄດ້ຮັບການຊ່ວຍເຫຼືອຈາກກຸ່ມຂອງຫວຽດນາມ ຫຼື ຫວຽດມິນ. ໃນປີ1950 ຝຣັ່ງເສດຖືກບີບບັງຄັບໃຫ້ຍອມມອບສະຖານະເຄິ່ງປົກຄອງຕົນເອງໃຫ້ກັບລາວໃນຖານະປະເທດບໍລິວານພາຍໃຕ້ສະຫະພາບຝຣັ່ງ. ແຕ່ເຖິງວ່າຈະເປັນດັ່ງນັ້ນ ຝຣັ່ງກໍຍັງຄົງກຳອຳນາດສູງສຸດໂດຍພຶດຕິໄນຄືເກົ່າ ຈົນມາຮອດວັນທີ22 ຕຸລາປີ1953 ລາວຈຶ່ງໄດ້ຮັບເອກະລາດອັນສົມບູນຄົບຖ້ວນທົ່ວທັງປະເທດໃນຖານະປະເທດທີ່ມີລະບອບປົກຄອງແບບປະຊາທິປະໄຕອັນມີພຣະມະຫາກະສັດເປັນປະມຸກ ແລະ ຢູ່ພາຍໃຕ້ຣັຖທັມມະນູນ.[48][47]

ຍຸກຫຼັງປະກາດເອກະລາດ ແລະ ສົງຄາມກາງເມືອງ (ຄ.ສ.1953–1975)

ເບິ່ງບົດຄວາມຫຼັກທີ່: ສົງຄາມກາງເມືອງລາວ
 
ນາຍພົນຣາອູນ ຊາລັນແຫ່ງຝຣັ່ງເສສກັບເຈົ້າສີສວ່າງວັທນາ ນະ ພຣະຣາຊວັງທີ່ເມືອງຫຼວງພຣະບາງ, ທີ4 ພຶດສະພາປີ 1953.

ສົງຄາມອິນດູຈີນຄັ້ງທີໜຶ່ງໄດ້ປະທຸຂຶ້ນທົ່ວທັງພາກພື້ນອິນດູຈີນ ໂດຍແມ່ນຝຣັ່ງເສດທີ່ໄດ້ປະຊາໄຊໄປໃນເສິກສົງຄາມ ອັນນຳໄປສູ່ການລົງນາມໃນຂໍ້ຕົກລົງສັນຕິພາບສຳລັບສາມຊາດແຫຼມອິນດູຈີນນະທີ່ກອງປະຊຸມເຈນີວາປີ1954. ໃນປີ1960 ພຣະຣາຊອານາຈັກລາວໄດ້ປະສົບກັບການກໍ່ກະບັດຂຶ້ນຢ່າງລຽນຕໍ່ຂອງກອງກຳລັງປະເທດລາວ ເຊິ່ງໄດ້ຮັບການສະໜັບສະໜຸນຈາກຫວຽດນາມເໜືອ ແລະ ສະຫະພາບໂຊວຽດສູ້ຕ້ານກັບກອງທັບຣາຊອານາຈັກລາວຢ່າງບໍ່ພັກເຊົາ. ໂດຍໃນປີ1962 ໄດ້ມີຄວາມພະຍາຍາມທີ່ຈະໂຮມສອງຝ່າຍເຂົ້າກັນ ຈັດຕັ້ງລັດຖະບານປະສົມເຊິ່ງນຳພາໂດຍເຈົ້າສຸວັນນະພູມາ ແຕ່ກໍບໍ່ປະສົບຜົນສຳເລັດ, ແລະ ຍັງເຮັດໃຫ້ສະຖານະການພິກຜັນກາຍເປັນຈຸດບົ້ງຊີ້ແຫ່ງການເລີ່ມຂຶ້ນຂອງສົງຄາມກາງເມືອງລະຫວ່າງຝ່າຍຣາຊອານາຈັກລາວ ແລະ ປະເທດລາວ ເຊິ່ງໄດ້ຮັບການຊ່ວຍເຫຼືອທາງທະຫານຈາກກອງທັບປະຊາຊົນຫວຽດນາມ ແລະ ຫວຽດກົງ.[48][47]

 
ຊາກເປະເພຂອງເມືອງຄູນ, ອະດີດເມືອງຫຼວງຂອງແຂວງຊຽງຂວາງ. ຖືກທຳລາຍຈາກການຖິ້ມລະເບີດຂອງສະຫະລັດໃນຊຸມປີ1960.

ປະເທດລາວນັ້ນຖືເປັນປະເທດໜຶ່ງທີ່ມີຄວາມກ່ຽວຂ້ອງຢ່າງຫຼາຍກັບສົງຄາມຫວຽດນາມອັນຍ້ອນວ່າກອງທັບຫວຽດນາມເໜືອໄດ້ເຂົ້າ ແລະ ຍຶດເອົາດິນແດນລາວບາງພາກສ່ວນມາຕັ້ງເປັນແຫຼ່ງກົບດານ ແລະ ເສັ້ນທາງລຳລຽງສະບຽງ ແລະ ກຳລັງພົນໄປສູ້ກັບຫວຽດນາມໃຕ້. ດ້ວຍເຫດນີ້ເອງ, ສະຫະລັດຈຶ່ງໄດ້ເຂົ້າມາແຊກແຊງລາວ ເພື່ອຕອບໂຕ້ກັບພວກຫວຽດນາມເໜືອໂດຍການເຂົ້າມາຖິ້ມລະເບີດຈຳນວນຫຼາຍ ໂຈມຕີໃສ່ກອງກຳລັງຫວຽມນາມເໜືອ, ສະໜັບສະໜຸນທັງກອງທັບຣາຊອານາຈັກລາວໂດຍກົງຢ່າງຈະແຈ້ງ ແລະ ກຳລັງຕ້ານອື່ນໆໃນທ້ອງຖິ່ນຕ່າງໆຢ່າງປິດລັບ, ພ້ອມທັງສະໜັບສະໜຸນໃຫ້ກອງທັບຫວຽດນາມໃຕ້ເຂົ້າສູ້ຢູ່ໃນລາວນຳດ້ວຍ.[48][47]

ສະຫະລັດໄດ້ຖິ້ມລະເບິດທາງອາກາດໃສ່ກອງທັບຫວຽດນາມເໜືອ ແລະ ປະເທດລາວຢ່າງຫຼວງຫຼາຍ ເພື່ອປົກປ້ອງບໍ່ໃຫ້ລັດຖະບານຣາຊອານາຈັກລາວພ່າຍແພ້ຕໍ່ກຳລັງປະເທດລາວ ແລະ ຕ້ານບໍ່ໃຫ້ຫວຽດນາມເໜືອນຳໃຊ້ເສັ້ນທາງໂຮ່ຈີມິນໄດ້.[48] ໃນລະຫວ່າງປີ1964-1973 ສະຫະລັດໄດ້ຖິ້ມລະເບີດໃນລາວຫຼາຍກວ່າ2ລ້ານໂຕນ ເຊິ່ງເກືອບຈະເທົ່າກັບລະເບີດທັງໝົດທີ່ສະຫະລັດໄດ້ຖິ້ມໃສ່ເອີຣົບ ແລະ ອາຊີໃນສົງຄາມໂລກຄັ້ງທີສອງຄິດເປັນປະມານ2,1ລ້ານໂຕນ, ຈຶ່ງເຮັດໃຫ້ລາວກາຍເປັນປະເທດທີ່ຖືກຖິ້ມລະເບີດໃສ່ຫຼາຍທີ່ສຸດໃນປະຫວັດສາດເມື່ອທຽບກັບຂະໜາດປະຊາຊົນ. ເດິນິວຢອກທາມສ໌ ໄດ້ລາຍງານໄວ້ວ່າ "ເກືອບນຶ່ງໂຕນຕໍ່ນຶ່ງຄົນໃນລາວ".[49]

ມີລະເບີດປະມານ80ລ້ານລູກທີ່ຍັງບໍ່ລະເບີດຢູ່ທົ່ວປະເທດຕັ້ງເໜືອຮອດໃຕ້ ເຮັດໃຫ້ເກີດໄພອັນຕະລາຍຈາກວັດຖຸລະເບີດທີ່ຍັງບໍ່ທັນແຕກ(Unexploded ordnance, ຫຍໍ້ວ່າ UXO)ເຊັ່ນ: ລະເບີດວ່ານກະຈາຍ ແລະ ກັບລະເບີດ ຫຼື ຮຽກກັນວ່າ ບອມບີ້[lower-alpha 5] ເຊິ່ງໄດ້ເຮັດໃຫ້ຄົນລາວໄດ້ຮັບບາດເຈັບ, ເສຍອົງຄາ ຫຼື ເສຍຊີວິດ50ຄົນຕໍ່ປີ.[50] ຍ້ອນຜົນກະທົບຈາກລະເບີດລູກວ່ານນີ້ເອງ, ລາວຈຶ່ງກາຍເປັນຜູ້ສະໜັບສະໜຸນໃນອະນຸສັນຍາວ່າດ້ວຍການຫ້າມນຳໃຊ້ອາວຸດລະເບີດລູກວ່ານ ແລະ ເປັນເຈົ້າພາບໃນການຈັດຕັ້ງກອງປະຊຸມລະດັບປະເທດຄັ້ງທຳອິດຂອງອະນຸສັນຍາດັ່ງກ່າວໃນເດືອນພະຈິກປີ2010.[51]

 
ທະຫານປະເທດລາວທີ່ວຽງຈັນໃນປີ1973.

ມາຮອດປີ1975, ປະເທດລາວສາມາດໂຄ່ນລົ້ມລັດຖະບານຣາຊອານາຈັກລາວໄດ້ສຳເລັດ ແລະ ບັງຄັບໃຫ້ເຈົ້າສີສວ່າງວັທນາ ສລະຣາຊບັນລັງໃນວັນທີ2 ທັນວາປີ1975 ເຊິ່ງຕໍ່ມາ ພຣະອົງກໍສະຫວັນນະຄົດໃນຄ່າຍສຳມະນາ. ໂດຍສົງຄາມກາງເມືອງຄັ້ງນີ້ໄດ້ພາກຊີວິດຄົນລາວໄປ20000-62000ກວ່າຄົນ.[48][52]

ຍຸກສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ຄ.ສ.1975~)

ເມື່ອວັນທີ2 ທັນວາປີ1975, ພາຍຫຼັງການຍຶດອຳນາດສຳເລັດ ລັດຖະບານປະເທດລາວພາຍໃຕ້ການນຳພາຂອງທ່ານໄກສອນ ພົມວິຫານໄດ້ປ່ຽນຊື່ປະເທດເປັນ "ສາທາລະນະລັດປະຊາທິປະໄຕປະຊາຊົນລາວ" ແລະ ລົງນາມໃນຂໍ້ຕົກລົງໃຫ້ຫວຽດນາມມີສິດໃນກອງທັບ ແລະ ສາມາດແຕ່ງຕັ້ງຕຳແໜ່ງໃນການປົກຄອງປະເທດລາວໄດ້. ໂດຍຄວາມສຳພັນລະຫວ່າງລາວ ແລະ ຫວຽດນາມໄດ້ຮັບການຮັບຮອງຜ່ານສົນທິສັນຍາມິດຕະພາບໃນປີ1977 ເຊິ່ງໄດ້ກາຍເປັນແນວທາງສຳຄັນຂອງນະໂຍບາຍການຕ່າງປະເທດຂອງລາວ ແລະ ເປັນຮາກຖານຂອງອິດທິພົນຂອງຫວຽດນາມໃນດ້ານການເມືອງ ແລະ ເສດຖະກິດຂອງລາວ.[48][53] ຕໍ່ມາໃນປີ1979 ຫວຽດນາມໄດ້ຂໍໃຫ້ລາວທຳການຕັດຄວາມສຳພັນກັບສາທາລະນະລັດປະຊາຊົນຈີນ, ສົ່ງຜົນໃຫ້ຈີນ, ສະຫະລັດ ແລະ ປະເທດອື່ນໆຕັດຄວາມສຳພັນທາງການຄ້າກັບລາວ.[54] ໃນປີດຽວກັນນີ້ ມີທະຫານຂອງຫວຽດນາມຫ້າໝື່ນນາຍ ແລະ ເຈົ້າໜ້າທີ່ຂັ້ນພົນລະເຮືອນປະມານຫົກພັນຄົນໃນລາວ, ແລະ ຍັງມີຄົນຫວຽດນາມເຮັດວຽກໂດຍກົງກັບກະຊວງຕ່າງໆປະມານພັນກວ່າຄົນໃນວຽງຈັນ.[55][56]

ເຖິງສົງຄາມກາງເມືອງຈະຈົບລົງແລ້ວ, ຄວາມຂັດແຍ້ງລະຫວ່າງກຸ່ມກະບົດມົ້ງກັບລັດຖະບານກໍຍັງຄົງດຳເນີນຕໍ່ໄປໃນບາງພື້ນທີ່ຂອງປະເທດເຊັ່ນ: ເຂດທະຫານປິດໄຊສົມບູນໃກ້ແຂວງວຽງຈັນ ແລະ ແຂວງຊຽງຂວາງ. ໃນລະຫວ່າງປີ1975-1996 ສະຫະລັດໄປອົບພະຍົບພາຊາວລາວປະມານ250000ກວ່າຄົນລີ້ໄພມາປະເທດໄທ, ລວມໄປເຖິງຄົນມົ້ງ130000ກວ່າຄົນ.[57]

ໃນວັນທີ3 ທັນວາປີ2021, ເສັ້ນທາງລົດໄຟວຽງຈັນ-ບໍ່ເຕັນ ໄລຍະທາງ422ກິໂລແມັດ ເຊິ່ງເປັນໂຄງການສຳຄັນພາຍໃຕ້ ຂໍ້ຕົກລົງໜຶ່ງແລວໜຶ່ງເສັ້ນທາງ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ.[58]

ພູມສັນຖານ

ລັກສະນະພູມອາກາດ

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫຼວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15-30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫຼວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ.

ຊັບພະຍາກອນທຳມະຊາດ ແລະ ປ່າໄມ້

ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີແຮ່ທາດຕ່າງໆ ເຊັ່ນ: ກົ່ວ, ເຫຼັກ, ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ,ມາດ, ອັງຕີມອນ, ແກ້ວປະເສີດ ແລະ ອື່ນໆ, ຢູ່ເທິງໜ້າດິນກໍມີປ່າໄມ້ກວມເນື້ອທີ່ 47 % ຂອງເນື້ອທີ່ທັງໝົດ, ໃນນັ້ນມີທັງໄມ້ຄ່າສູງທາງດ້ານເສດຖະກິດ ເຊັ່ນ ໄມ້ຄະຍູງ, ໄມ້ດູ່, ໄມ້ເກດສະໜາ, ໄມ້ໂລ່ງເລ່ງ ຢູ່ໃນປ່າກໍມີເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ໂລກຕ້ອງການຫຼາຍເຊັ່ນ: ຄັ່ງ, ຍານ, ໝາກແໜ່ງ, ຢາງແປກ, ຫວາຍ, ຕົ້ນໄມ້ເປັນຢາ ແລະ ອື່ນໆ ນອກນັ້ນ ຍັງມີສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ໝີ, ເມີຍ, ກະທິງ, ກວາງ, ເຍືອງ, ເສົາຫຼາ ໆລໆ.

ປະເພດປ່າ

ປ່າໄມ້ທີ່ອຸດົມສົມບູນຂອງປະເທດລາວແບ່ງອອກເປັນ 5 ປະເພດດັ່ງນີ້:

ທໍ່ສົ່ງນໍ້າມັນ

ປະເທດລາວມີທໍ່ສົ່ງນໍ້າມັນເປຕະໂລນ ຍາວທັງໝົດ 136 ກິໂລແມັດ.

ລັກສະນະພູມອາກາດ

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫຼວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15 - 30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70-85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫຼວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫຼວງນ້ຳທາ ແລະ ບໍ່ແກ້ວ.

ຊື່ເດືອນ ລະດູ
ມັງກອນ ແລ້ງ
ກຸມພາ ແລ້ງ
ມີນາ ແລ້ງ
ເມສາ ແລ້ງ
ພຶດສະພາ ຝົນ
ມິຖຸນາ ຝົນ
ກໍລະກົດ ຝົນ
ສິງຫາ ຝົນ
ກັນຍາ ຝົນ
ຕຸລາ ຝົນ
ພະຈິກ ແລ້ງ
ທັນວາ ແລ້ງ

ການເມືອງ

ນັບຕັ້ງແຕ່ການຍຶດອຳນາດຂອງຂະບວນການມາກ-ເລນິນທີ່ນຳໂດຍພັກປະຊາຊົນປະຕິວັດລາວໃນປີ ຄ.ສ. 1975 ປະເທດລາວຈຶ່ງກາຍເປັນລັດພັກການເມືອງດຽວ ແລະແມ່ນໜຶ່ງໃນຫ້າລັດຂອງໂລກທີ່ຍັງຄົງຢູ່ພາຍໃຕ້ລະບອບຄອມມູນິດຫຼັງຈາກການລົ່ມສະຫຼາຍຂອງລະບອບສັງຄົມນິຍົມໃນຊ່ວງປີ ຄ.ສ. 1989 ແລະປີ ຄ.ສ. 1991 ການເມືອງຂອງປະເທດຖືກຄອບງຳໂດຍໂຄງສ້າງຄູ່ຂອງພັກແລະອຳນາດລັດ ຮວມເຖີງເຈົ້າໜ້າທີ່ລັດທັງໝົດກໍ່ແມ່ນສະມາຊິກພັກປະຊາຊົນປະຕິວັດເຊ່ນກັນ ດ້ວຍເຫດນີ້ ທຳໃຫ້ພັກປະຊາຊົນປະຕິວັດມີອຳນາດໃນການປົກຄອງແບບບໍ່ຈຳກັດ ແລະຄວບຄຸມກິດຈະການຕ່າງໆ ທັງມວນໃນປະເທດ[59] ອົງການນອກພາກລັດຟຣີດອມເຮ້າສ໌ (Freedom House) ໄດ້ຈັດໃຫ້ລະບົບການເມືອງຂອງປະເທດລາວວ່າມີລັກສະນະ "ບໍ່ເສລີ" ແລະໃຫ້ຄະແນນໃນລະດັບຕ່ຳຫຼາຍສຳຫຼັບຫານຄຸ້ມຄອງສິດທິທາງການເມືອງແລະສິດທິຂອງພົນລະເມືອງ[60]

ປະມຸກລັດຂອງລາວ ຄື ປະທານປະເທດ ຊຶ່ງຍັງດຳລົງຕຳແໜ່ງປະທານພັກປະຊາຊົນປະຕິວັນລາວດ້ວຍ ໂດຍປະທານປະເທດແມ່ນຜູ້ແຕ່ງຕັ້ງນາຍົກລັດຖະມົນຕີ ຮອງນາຍົກລັດຖະມົນຕີ ລັດທະມົນຕີ ຫົວໜ້າຜູ້ບໍລິຫານແຂວງ ແລະຫົວໜ້າຜູ້ບໍລິຫານເມືອງ ໂດຍການແຕ່ງຕັ້ງຕຳແໜ່ງທັງໝົດຕ້ອງຜ່ານການຍືນຍັນຈາກສະພາແຫ່ງຊາດ

ອຳນາດນິຕິບັນຍັດ

 
ສະພາແຫ່ງຊາດໃນນະຄອນຫຼວງວຽງຈັນ

ຕາມລັດຖະທຳມະນູນ ໂຄງສ້າງສູງສຸດຂອງລັດລາວແລະສະພານິຕິບັນຍັດ ຄື ສະພາແຫ່ງຊາດ ແມ່ນສະພາດ່ຽວ ມີທັງໝົດ 132 ທີ່ນັ່ງ ຊຶ່ງຈະປ່ຽນແປງໃນທຸກໆ 5 ປີ ຜ່ານການເລືອກຕັ້ງທົ່ວໄປ ສະພາແຜ່ງຊາດຈະປະຊຸມປີລະສອງຫົນເປັນເວລາສອງສາມສັບປະດາ[59] ຫຼັງຈາກນັ້ນ ຄະນະກຳມະການປະຈຳຈະຕິດຕາມການດຳເນີນການຕາມການພິຈາລະນາ ຕີຄວາມລັດຖະທຳມະນູນ ແລະສະເໜີຜູ້ສະມັກຮັບຕຳແໜ່ງສຳຄັນ ໂດຍຄະນະກຳມະການປະຈຳປະກອບດ້ວຍ ປະທານສະພາແຫ່ງຊາດ ຮອງປະທານ ແລະຜູ້ແທນແປດຄົນ ຊຶ່ງຄະນະກຳມະການສະພາແຕ່ລະສ່ວນ ໜົ່ວຍງານພາຍໃນ ແລະສຳນັກງານຂອງທັ້ງ 18 ແຂວງ ກໍ່ຢູ່ພາຍໃຕ້ສະພາແຫ່ງຊາດດ້ວຍ[61]

ໜ້າທີ່ຂອງສະພາແຫ່ງຊາດ ຄື ການເລືອກປະທານປະເທດດ້ວຍສຽງຂ້າງມາກປະມານສອງເຖິງສາມ ເພື່ອແຕ່ງຕັ້ງນາຍົກລັດຖະມົນຕີຕາມຄຳຮ້ອງຂໍຂອງປະທານປະເທດ ເຊ່ນດຽວກັບລັດຖະມົນຕີ ປະທານສານປະຊາຊົນສູງສຸດ ແລະໄອຍະການສູງສຸດ[59] ຢ່າງໃດກໍ່ດີ ໃນທາງປະຕິບັດແລ້ວ ມີພຽງສະເພາະການຕັດສິນໃຈຂອງຄະນະກຳມະການກາງພັກປະຊາຊົນປະຕິວັດເທົ່ານັ້ນ ທີ່ໄດ້ຮັບການອະນຸມັດ[61]

ອົງກອນມວນຊົນຍັງຄົງໄດ້ຮັບອະນຸຍາດໃຫ້ສົ່ງຮ່າງກົດໝາຍພາຍໃຕ້ເງື່ອນໄຂບາງປະການ ແຕ່ສະພາແຫ່ງຊາດເປັນຜູ້ຮັບຜິດຊອບໃນການອະນຸມັດການວາງແຜນເສດຖະກິດ ງົບປະມານ ແລະການປ່ຽນແປງໃນລັດຖະບານ

ຝ່າຍບໍລິຫານ

ອຳນາດບໍລິຫານຢູ່ທີ່ປະທານປະເທດແລະຄະນະລັດຖະມົນຕີ ໂດຍນາຍົກລັດຖະມົນຕີເປັນປະທານຄະນະລັດຖະມົນຕີ ແຕ່ມີອຳນາດການຕັດສິນໃຈພຽງເລັກນ້ອຍ ໃນທາງປະຕິບັດ ການຕັດສິນໃຈຂອງຄະນະກຳມະການກາງຂອງພັກປະຊາຊົນປະຕິວັດດຳເນີນການໂດຍຜູ້ບໍລິຫານ[61]

ເຊ່ນດຽວກັບການບໍລິຫານງານຂອງແຂວງແລະເມືອງ ທີ່ມີໂຄງສ້າງເໝືອນກັນກັບລັດຖະບານກາງ ແຕ່ຕັວແທນເມືອງໄດ້ຮັບເລືອກຈາກປະຊາຊົນແລະແຕ່ງຕັ້ງຢ່າງເປັນທາງການໂດຍຫົວໜ້າຜູ້ບໍລິຫານແຂວງ

ເສດຖະກິດຂອງລາວ

ສະພາບເສດຖະກິດ-ສັງຄົມ

ການພັດທະນາເສດຖະກິດ-ສັງຄົມ 5 ປີ (2016—2018): ຕົວເລກເສດຖະກິດແຫ່ງຊາດ ໂດຍສະເພາະ ແມ່ນລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ບັນລຸ 219.853 ຕື້ກີບ, ລະດັບການເຕີບໂຕສະເລ່ຍ 6,9% ຕໍ່ປີ, ຂະນະທີ່ຕົວເລກການລົງທຶນທັງຫມົດ ບັນລຸເກືອບ 62 ພັນຕື້ກີບ.

ໂຄງປະກອບເສດຖະກິດກໍ່ໄດ້ຫັນປ່ຽນຈາກກະສິກອນທຳມະຊາດ ໄປເປັນອຸດສາຫະກຳ ແລະ ກົນໄກຕະຫຼາດ, ໃນນັ້ນ ຈີດີພີ ໃນຂະແຫນງກະສິກຳ-ປ່າໄມ້ ເພີ່ມຂຶ້ນສະເລ່ຍ 4% ກວມເອົາ 30,4%, ອຸດສາຫະກຳເພີ່ມຂຶ້ນສະເລ່ຍ 12,6% ກວມເອົາ 26% ແລະ ບໍລິການເພີ່ມຂຶ້ນສະເລ່ຍ 8,4% ກວມເອົາ 37,2% ຂອງຈີດີພີ ມີການລົງທຶນທັງຫມົດປະມານ 62 ພັນຕື້ກີບທຽບໃສ່ແຜນ ການ 5 ປີ ຄັ້ງທີ V ເພີ່ມຂຶ້ນສອງເທົ່າ, ໃນນັ້ນຈາກງົບປະມານລັດ 3.980 ພັນຕື້ກີບ, ຈາກທຶນການຊ່ວຍເຫຼືອທາງການເພື່ອການໂ (ODA) 20,76 ພັນຕື້ກີບ ແລະ ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ 37,26 ພັນຕື້ກີບ.

ການຜະລິດເຂົ້າສະເລ່ຍໄດ້ 2,9 ລ້ານໂຕນຕໍ່ປີ, ສາລີໄດ້ 760.000 ໂຕນ, ອ້ອຍໄດ້ 703.000 ມູນຄ່າເພີ່ມຂອງຂະແໜງອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະເລ່ຍ 9,4% ຕໍ່ປີ, ມີ 24.331 ຫົວຫນ່ວຍກວມ 19,2% ຂອງຈຳນວນວິສາຫະກິດທັງຫມົດ.

ເຂື່ອນໄຟຟ້າທັງຫມົດມີ 61 ແຫ່ງ ແລະ ເຂື່ອນຂະໜາດນ້ອຍອີກ 15 ແຫ່ງ ມີກຳລັງຕິດຕັ້ງ 7.207,24 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ທັງໝົດ 37.366,66 ກິກາວັດໂມງຕໍ່ປີ. ມີສາຍສົ່ງ ໄຟຟ້າທັງຫມົດຍາວ 19.503 ກິໂລແມັດ. ຂຸດຄົ້ນ ແລະ ຫຼອມຄຳແທ່ງບັນລຸ 38,01 ໂຕນ, ທອງແຜ່ນ 321.487 ໂຕນ ແລະ ທອງຝຸ່ນ 585.607 ໂຕນ. ການສ້າງເສັ້ນທາງສະເລ່ຍເພີ່ມຂຶ້ນ 4,6% ຕໍ່ປີ ຫຼື ປະມານ 1.846 ກິໂລແມັດຕໍ່ປີ, ປະຈຸບັນທາງມີຄວາມຍາວທັງຫມົດ 52.230 ກິໂລແມັດ ມີນັກທ່ອງທ່ຽວເຂົ້າມາລາວ 4,1 ລ້ານເທື່ອຄົນຕໍ່ປີ ເພີ່ມຂຶ້ນສະເລ່ຍ 15,8% ຕໍ່ປີ ແລະ ສ້າງລາຍຮັບສະເລ່ຍໄດ້ 624,04 ລ້ານໂດລາສະຫະລັດຕໍ່ປີ.

ທາງດ້ານການເກັບລາຍຮັບງົບປະມານ ກໍ່ສາມາດບັນລຸໄດ້ 38.658,26 ຕື້ກີບ ເທົ່າກັບ 17,6% ຂອງຈີດີພີ, ລາຍຈ່າຍ 48.116,41 ຕື້ກີບ ເທົ່າກັບ 21,9% ຂອງຈີດີພີ ເທົ່າກັບ 97% ຂອງແຜນການ; ພ້ອມກັນນັ້ນ ການສົ່ງອອກກໍ່ບັນລຸ 5,69 ຕື້ໂດລາ,ການນຳເຂົ້າ 6,61 ຕື້ໂດລາສະຫະລັດ, ຂາດດຸນ 0,92 ຕື້ໂດລາສະຫະລັດ ເທົ່າກັບ 3,8% ຂອງຈີດີພີ.

(ສະເພາະປີສຸດທ້າຍຂອງການປະຕິບັດແຜນການ 5 ປີ ຄັ້ງທີ VI ຈີດີພີບັນລຸ 7,9%, ເຊິ່ງປີ 2010 ຜ່ານມາສະຫະປະຊາຊາດໄດ້ ຕີລາຄາວ່າ ສປປ ລາວ ເປັນ 1 ໃນ 10 ປະເທດເສດຖະກິດຂະຫຍາຍຕົວສູງຂອງໂລກ).

ການລົງທຶນ

ລັດຖະບານລາວ ຈະສືບຕໍ່ນະໂຍບາຍ ສົ່ງເສີມ ການ​ມີ​ສ່ວນ​ຮ່ວມ​ຂອງ​ທຸກ​ພາກສ່ວນ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ, ພາຍ​ໃນ ແລະ ຕ່າງປະ​ເທດ; ພ້ອມ​ກັນນັ້ນ ກໍ​ຈະປັບປຸງ ສະພາບແວດ ລ້ອມການລົງທຶນ ໃຫ້ດີຂຶ້ນຕື່ມອີກ ທັງໃນດ້ານພື້ນຖານໂຄງລ່າງ ແລະ ດ້ານການບໍລິການ, ດ້ານນິຕິກຳ ແລະ ດ້ານລະບຽບການພິຈາລະນາ​ອະນຸມັດ. ກ່ອນ​ອື່ນ​ຈະ​ໄດ້​ອອກດຳລັດວ່າດ້ວຍການຈັດຕັ້ງ ປະຕິບັດກົດໝາຍລົງທຶນ ສະບັບປັບປຸງໃໝ່ ໃຫ້ລະອຽດຈະແຈ້ງ, ຮັດກຸມ ແລະ ໂປ່ງໄສ. ການ​ລົງທຶນຢູ່ ສປປ ລາວ ຍັງ​ມີ​ຫຼາຍ ​ເປັນຕົ້ນ ແມ່ນ​ໃນ​ ຂົງ​ເຂດ ​ການ​ຜະລິດ ​ແລະ ປຸງ​ແຕ່ງ​ກະສິກຳ ຫຼື ກະສິກຳ- ອຸດສາຫະກຳ; ຂົງ​ເຂດ​ພະລັງງານ​ໄຟຟ້າ​ນ້ຳຕົກ ​ແລະ ​ໄຟຟ້າ​ຄວາມ​ຮ້ອນ, ພະລັງງານ​ຊີວະ​ພາບ ​ແລະ ພະລັງງານ​ທົດ​ແທນ, ຂົງ​ເຂດ​ການ​ຂຸດ​ຄົ້ນ ແລະ ປຸງ​ແຕ່​ແຮ່​ທາດ ​ໃນ​ນັ້ນ ລວມທັງ​ແຮ່​ທາດ​ປະ​ເສີດ ​ແລະ ​ແຮ່​ທາດ​ທີ່​ຫາ​ຍາກ; ຂົງ​ເຂດ​ການ​ບໍລິການ​ໂຮງ​ແຮມ ​ແລະ ທ່ອງ​ທ່ຽວ; ການ​ຂົນ​ສົ່ງ ​ແລະ ລະບົບ logistic, ຕະຫຼອດ ທັງ​ຂົງ​ເຂດ​ການ​ສຶກສາ ວິຊາ​ຊີບ ​ແລະ ການ​ບໍລິການ​ດ້ານ​ສາທາລະນະ​ສຸກ ທີ່​ທັນ​ສະ​ໄຫມ​.

ຕະຫຼາດຫຼັກຊັບ

ຕະຫຼາດຫຼັກຊັບແຫ່ງທຳອິດຂອງລາວ ໄດ້ເປີດຢ່າງເປັນທາງການໃນວັນທີ 10.10.2010 ເວລາ 10.10 ນາທີ,ສຳລັບວັນເປີດການຊື້-ຂາຍ ຢ່າງເປັນທາງການແມ່ນວັນທີ 11.1.2011 ເວລາ 11:11 ນາທີ ນີ້ຢູ່ຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ບັນດາຮອງປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ, ຄະນະຄຸ້ມຄອງຫຼັກຊັບຫວຽດນາມ, ສ. ເກົາຫຼີ, ໄທ ພ້ອມດ້ວຍແຂກຖືກເຊີນພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ. ໂດຍເບື້ອງຕົ້ນມີ 2 ບໍລິສັດເຂົ້າມາຈົດທະບຽນຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນຖືຮຸ້ນ 20 ລ້ານກວ່າຮຸ້ນ,8.000 ກີບຕໍ່ຮຸ້ນ, ບໍລິສັດຜະລິດໄຟຟ້າມະຫາຊົນຖືຮຸ້ນ 200 ກວ່າລ້ານຮຸ້ນ, 4.700 ກີບຕໍ່ຮຸ້ນ. ຄາດວ່າ ຈະມີອີກ 10 ກວ່າບໍລິສັດເຂົ້າມາຈົດທະບຽນຕະຫຼາດຫຼັກຊັບແຫ່ງທຳອິດດ້ວຍ ແລະ ຄວາມເປັນທຳ.

ການຮ່ວມມືໃນພູມມີພາກອາຊຽນ ລາວເຂົ້າເປັນສະມາຊິກອາຊຽນເມື່ອວັນທີ 23 ກໍລະກົດ 1997 ແລະ ໄດ້ເປັນປະທານ ຄະນະກຳມະການອາຊຽນເມື່ອປີ 2004.

  • ຍຸດທະສາດຄວາມຮ່ວມມືທາງດ້ານເສດຖະກິດອິລະວະດີ-ເຈົ້າພະຍາ-ແມ່ນ້ຳຂອງ​ (Ayeyawady-Chao Phraya-Mekong Economic Cooperation Strategy — ACMECS)
  • ຄວາມຮ່ວມມືສາມຫຼ່ຽມມໍລະກົດ

ການຄ້າ

ດ້ານການຄ້າ ອັນພົ້ນເດັ່ນແມ່ນໄດ້ປັບປຸງ ແລະ ຫັນເອົາຫົວຫນ່ວຍທຸລະກິດເຂົ້າສູ່ການຈັດຕັ້ງ, ມີການນຳພາ ແລະ ເຄື່ອນໄຫວເຂົ້າສູ່ລະບົບລະບຽບ, ຕັ້ງເປັນກຸ່ມຕາມໝວດສິນຄ້າ ແລະ ເຄື່ອນໄຫວ ໃຫ້ຕິດພັນກັບການປະຕິບັດ ແຜນດູນສິນຄ້າຢ່າງເຂັ້ມງວດ, ເຮັດໃຫ້ມາດຕະການຄຸ້ມຄອງຂາອອກ-ຂາເຂົ້າ ໄດ້ຮັບການປະຕິບັດດີຂຶ້ນ, ອັດຕາສ່ວນການຂາດດູນການຄ້າກັບຕ່າງປະເທດ ໄດ້ຫຼຸດລົງ ຂາອອກ ໄດ້ຮັບການສົ່ງເສີມ ແລະ ເພີ່ມຂຶ້ນໃນແຕ່ລະປີ, ຊຶ່ງມີຕົວເລກສະແດງອອກ ດັ່ງນີ້: ສົກປີ 1990—1991 ຂາເຂົ້າປະຕິບັດໄດ້ 249,18 ລ້ານໂດລາ, ຂາອອກ 137 ລ້ານໂດລາ; ສົກປີ 2000—2001 ການນຳເຂົ້າ ສາມາດ ປະຕິບັດໄດ້ 528,271 ລ້ານໂດລາ, ການສົ່ງອອກ 324,885 ລ້ານ ໂດລາ; ສົກປີ 2004—2005 ຂາເຂົ້າຄາດຄະເນປະຕິບັດໄດ້ 596 ລ້ານໂດລາ ແລະ ຂາອອກ ຄາດຄະເນປະຕິບັດໄດ້ 420 ລ້ານໂດລາ. ຂອດຂັ້ນ ແລະ ອຸປະສັກຕ່າງໆ ໃນການດຳເນີນ ທຸລະກິດ ຄ່ອຍໆໄດ້ຮັບການແກ້ໄຂເປັນກ້າວໆ, ຊຸກຍູ້ໃຫ້ບັນດາບໍລິສັດ ທີ່ເຮັດຂາເຂົ້າ-ຂາອອກ ຫັນມາເຮັດການຜະລິດ ເປັນສິນຄ້າ. ລາຄາສິນຄ້າປະເພດຕ່າງໆ ໂດຍສະເພາະແມ່ນສິນຄ້າຍຸດທະສາດ ແລະ ສິນຄ້າຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຕິດຕາມ, ກວດກາ, ຄຸ້ມຄອງໃຫ້ດີຂຶ້ນກວ່າເກົ່າ. ການຄຸ້ມຄອງຕາມຂະແໜງການໄດ້ຮັບການຈັດຕັ້ງປະຕິບັດນັບມື້ດີ ຂຶ້ນ. ໄດ້ສົມທົບກັບຂະແຫນງການ ແລະ ທ້ອງຖິ່ນໃນການສ້າງໂຄງການຜະລິດເປັນສິນຄ້າ, ໄດ້ມີການປົກປ້ອງການຜະລິດພາຍໃນສຳລັບບາງປະເພດສິນຄ້າ,​ໄດ້​ວາງມາດຕະການຕ້ານ ແລະ ສະກັດກັ້ນ ການຄ້າຂາຍ ນອກລະບົບ, ການຄຸ້ມຄອງຮ້ານຄ້າປອດພາສີ, ລະບຽບການນຳເຂົ້າ ແລະ ອື່ນໆ. ໝຸນໃຊ້ວິທີການເພື່ອເຈາະຕະຫຼາດຕ່າງປະເທດ ໃຫ້ແກ່ສິນຄ້າລາວ ດ້ວຍຫຼາຍ ຮູບການ: ດຳເນີນການເຈລະຈາ ແລະ ເຊັນສັນຍາການຄ້າກັບຫຼາຍປະເທດ, ຈັດການ ພົບປະຜູ້ແທນຂັ້ນສູງໃນລະດັບມະຫາພາກເປີດໂອກາດໃຫ້ມີການພົບປະລະຫວ່າງນັກ ທຸລະກິດລາວ ກັບ ນັກທຸລະກິດ ແລະ ນັກລົງທຶນຂອງຕ່າງໆປະເທດ ເພື່ອຊອກຊ່ອງທາງພົວພັນຄ້າຂາຍ ແລະ ຮ່ວມມືກັນດ້ານການຜະລິດ, ເຈລະຈາຕໍ່ລອງຍາດແຍ່ງເອົາສິດທິພິເສດ ດ້ານການຄ້າກັບ ບັນດາປະເທດສະຫະພາບ ເອີລົບ (EU), ການພົວພັນການຄ້າແບບປົກກະຕິ ກັບສະຫະລັດ ອາເມລິກາ (NTR), ເຈລະຈາ ກັບປະເທດໃກ້ຄຽງ ເພື່ອໃຫ້ຊ່ວຍຮັບເອົາສິນຄ້າຂອງລາວ, ເຂົ້າຮ່ວມວາງສະແດງສາກົນ ລະດັບຕ່າງໆ ເພື່ອມີໂອກາດສະເໜີສິນຄ້າຂອງລາວ ຕໍ່ຊາວໂລກ, ສ້າງສູນສົ່ງເສີມ ການຄ້າລາວ ໂດຍນຳໃຊ້ລະບົບອິນເຕີເນັດເຂົ້າຊ່ວຍ ໃນການເກັບກຳ ແລະ ເຜີຍແຜ່ຂໍ້ມູນຂ່າວສານໃນວຽກງານການຄ້າກັບຕ່າງປະເທດ, ໄດ້ປະຕິບັດສັນຍາການຮ່ວມມືວ່າດ້ວຍ ເຂດການຄ້າເສລີອາຊຽນ (AFTA) ແລະ ໄດ້ເຂົ້າເປັນສະມາຊິກຂອງ ອົງການການຄ້າໂລກ (WTO) ໃນວັນທີ 2 ກຸມພາ ປີ 2013. ຄາດຫມາຍສູ້ຊົນຕົ້ນຕໍຂອງວຽກງານການຄ້າໃນຕໍ່ຫນ້າແມ່ນການສົ່ງອອກໃນແຜນການ 2006-2010 ສູ້ຊົນໃຫ້ຂະຫຍາຍຕົວສະເລ່ຍໃນອັດຕາ 15,8% ຕໍ່ປີ, ອັດຕາການຂະຫຍາຍ ຕົວດ້ານການນຳເຂົ້າແຕ່ປີ 2006-2010 ຄາດຄະເນໃຫ້ມີການຂະຫຍາຍຕົວໃນລະດັບ 8% ຕໍ່ປີ, ເຮັດໃຫ້ມູນຄ່າຂາອອກ-ຂາເຂົ້າມີຄວາມສົມດູນກັນໃນປີ 2010.

ສື່ມວນຊົນ

  • ໂທລະພາບແຫ່ງຊາດລາວ
  • ໂທລະພາບລາວສະຕາຣ໌
  • ໂທລະພາບປ້ອງກັນຄວາມສະຫງົບ
  • ໂທລະພາບນະຄອນຫຼວງວຽງຈັນ
  • ໂທລະພາບກອງທັບປະຊາຊົນລາວ
  • ໂທລະພາບທີວີລາວ
  • ໂທລະພາບອີເອັມລາວ
  • ວິທະຍຸກະຈາຍສຽງແຫ່ງຊາດ
  • ວິທະຍຸກະຈາຍສຽງປ້ອງກັນຄວາມສະຫງົບ
  • ໜັງສືພິມວຽງຈັນໃໝ່
  • ໜັງສືພິມວຽງຈັນທາມ
  • ໜັງສືພິມປ້ອງກັນຄວາມສະຫງົບ
  • ໜັງສືພິມເສດຖະກິດ-ການຄ້າ
  • ໜັງສືພິມປະຊາຊາຊົນ
  • ໜັງສືພິມກອງທັບ
  • ໜັງສືພິມສະພາແຫ່ງຊາດ

ສັງຄົມ

ປະຊາກອນ

ປະຈຸບັນ ປະຊາກອນລາວ ມີທັງໝົດ 7,588,447 ຄົນ (ຂໍ້ມູນປີ 2016ຂອງກະຊວງປ້ອງກັນຄວາມສະຫງົບ), ໃນນີ້ ກຸ່ມຄົນທີ່ມີອາຍຸແຕ່ 0 ຫາ 14 ປີ ກວມອັດຕາສ່ວນເຖິງ 37.8%, ໝວດອາຍຸແຕ່ 15 ຫາ 59 ປີ ມີ 56.5% ແລະ ໝວດອາຍຸແຕ່ 60 ປີຂື້ນໄປ ມີພຽງແຕ່ 6%. ກຸ່ມອາຍຸຕ່ຳຫາປານກາງກວມອັດຕາສ່ວນສູງຄືແນວນີ້ ບົ່ງບອກໃຫ້ຮູ້ວ່າປະຊາກອນລາວແມ່ນ ປະຊາກອນໜຸ່ມ ແລະ ສ່ວນວ່າກຸ່ມຄົນສູງອາຍຸ ມີພຽງແຕ່ 6% ນັ້ນ ສະແດງວ່າຄົນລາວມີອາຍຸຍືນສະເລ່ຍ ຕ່ຳ 64 ປີ (ຊາຍ 66 ປີ ແລະ ຍິງ 63 ປີ).

ໂຄງສ້າງດ້ານເພດ

ຕາມຕົວເລກຂອງຈຳນວນປະຊາກອນລາວ ໃນປີ 2008 ເພດຍິງມີຈຳນວນຫຼາຍເຖິງ 3.007.339 ຄົນ ເຊິ່ງເທົ່າກັບ 50.11% ແລະ ເພດຊາຍ 2.993.041 ຄົນ ເທົ່າກັບ 49.81%

ໂຄງສ້າງດ້ານອາຊີບ

ກຸ່ມຄົນທີ່ຢູ່ໃນໄວອອກແຮງງານ ຫຼື ໄວກຳລັງແຮງງານ ແມ່ນກຸ່ມຄົນຜູ້ມີອາຍຸແຕ່ 15 ຫາ 60 ປີ ເຊ່ິງກວມເອົາອັດຕາເຖິງ 56.5% ຂອງພົນລະເມືອງລາວທັງໝົດ. ໃນຈຳນວນຜູ້ອອກແຮງງານທັງໝົດນັ້ນ, ເຫັນວ່າຜູ້ຜະລິດ ໂດຍກົງ ກວມເອົາອັດຕາສ່ວນຫຼາຍກວ່າໝູ່ ເຊ່ິງໃນນັ້ນ ຊາວກະສິກອນມີ 85% ແລະ ກຳມະກອນ-ວິສາວະກອນ ມີ 9%. ສ່ວນທີ່ເຫຼືອນັ້ນແມ່ນຜູ້ຜະລິດໂດຍທາງອ້ອມ (ພະນັກງານບໍລິຫານ, ຜູ້ບໍລິການ, ສຶກສາ, ວັດທະນະທຳ, ສາທາລະນະສຸກ) ແລະ ພາກສ່ວນທີ່ບໍ່ມີອາຊີບແນ່ນອນ.

ໂຄງສ້າງດ້ານຊົນເຜົ່າ

  • ໃນປັດຈຸບັນ ສປປ ລາວ ມີ 1 ຊົນຊາດ ຄື ຊາດລາວ, ມີ 50 ຊົນເຜົ່າ(ໃນກອງປະຊຸມສະໄໝສາມັນເທື່ອທີ່6 ຂອງສະພາແຫ່ງຊາດຊຸດທີ່8 ໄດ້ຮັບຮອງ ຊົນເຜົ່າບຣູ ເປັນທາງການ ຊຶ່ງໄດ້ຈຳນວນຊົນເຜົ່າໃນ ສປປ ລາວ ໄດ້ເພີ່ມຈາກ 49 ມາເປັນ 50 ເຜົ່າ ໃນປະຈຸບັນ) ແລະ ມີ 4 ໝວດພາສາ ມີດັ່ງນີ້:
  • ໝວດທີ່ໃຊ້ພາສາຕະກູນ ລາວ-ໄຕ ຄື: ລາວ, ຜູ້ໄທ, ພວນ, ໄທດຳ, ໄທຂາວ, ລື້, ຍວນ, ແຊກ, ເມີ້ຍ, ກະດາບ, ຢັ້ງ, ໂຢ້ຍ, ຍໍ. ບັນດາຊົນເຜົ່າເຫຼົ່ານີ້ ສ່ວນຫຼາຍອາໄສຢູ່ຕາມເຂດລ້ອງແມ່ນ້ຳສາຍ.

ຕ່າງໆ. ເປັນຕົ້ນແມ່ນລ້ອງແມ່ນ້ຳຂອງ​ ໂດຍກວມເອົາ 55% ຂອງຈຳນວນພົນລະເມືອງທັງໝົດໃນທົ່ວປະເທດ.

  • ໝວດທີ່ໃຊ້ພາສາຕະກູນ ມອນ-ຂະແມ: ປະກອບດ້ວຍເຜົ່າຂະມຸ(ກືມມຸ), ລະເມດ, ລະເວນ, ລະແວ, ສ່ວຍ, ມະກອງ, ປະໂກະ, ແຍະ, ຍະເຫີນ, ເຈັງ, ສະລັກ, ຕະໂອ້ຍ,ເມ່ືອງ (ມອນ), ຕຸມ, ສະລາງ, ຕີ, ສີລາ, ງວນ, ງີ້ວ ເຊິ່ງກວມອັດຕາສ່ວນ 27% ຂອງຈຳນວນປະຊາກອນທັງໝົດ ແລະ ອາໄສຢູ່ພູພຽງທາງພາກໃຕ້ ແລະ ຢູ່ລຽບສາຍພູຫຼວງເປັນສ່ວນຫຼາຍ.
  • ໝວດທີ່ໃຊ້ພາສາຕະກູນ ມົ້ງ-ຢ້າວ: ເຜົ່າມົ້ງ (ຂາວ, ດຳ, ລາຍ, ແດງ), ຢ້າວ, ແລນແຕນ, ອາຂາ, ປີລູ, ໂອມາ, ເອີຢາ, ລູມາ. ເຊິ່ງອາໄສຢູ່ພູສູງທາງພາກເໜືອເປັນສ່ວນຫຼາຍ.
  • ໝວດທີ່ໃຊ້ພາສາຕະກູນ ຈີນ-ຕິເບດ: ກໍ້, ກຸ່ຍ, ສີດາ, ພູນ້ອຍ,ມູເຊີ, ຮາຍີ, ໂລໂລ, ຫໍ້. ເຊິ່ງອາໄສຢູ່ບັນດາແຂວງພາກເໜືອ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດກັບຈີນ ແລະ ມຽນມາ (ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ຫົວພັນ).

ນອກຈາກ 4 ໝວດພາສາດັ່ງກ່າວແລ້ວ ພົນລະເມືອງລາວຍັງປະກອບດ້ວຍຊາວຕ່າງດ້າວອີກຈຳນວນໜຶ່ງເຊັ່ນ: ຫວຽດນາມ,ຈີນ, ໄທ, ອິນເດຍ. ເປັນຕົ້ນ ເຊິ່ງສ່ວນຫຼາຍອາໄສຢູ່ຕາມຕົວເມືອງໃຫຍ່ ແລະ ມາຮອດ ປັດຈຸບັນ ຈຳນວນໜຶ່ງກໍໄດ້ປ່ຽນສັນຊາດ ເປັນພົນລະເມືອງລາວຢ່າງຖາວອນແລ້ວ.

 
ຊື່ແຂວງ
ຈໍານວນ ຊື່ແຂວງ ເນື້ອທີ່
ກມ²
ຈຳນວນ
ປະຊາກອນ
ຍິງ ຊາຍ ຄວາມໜາແໜ້ນ
ຄົນ/ກມ²
1 ອັດຕະປື 10.320 121.134 61.740 59.394 12
2 ບໍ່ແກ້ວ 6.196 157.422 79.116 78.306 25
3 ບໍລິຄຳໄຊ 14.863 248.378 122.738 125.641 17
4 ຈຳປາສັກ 15.415 634.756 319.886 314.870 41
5 ຫົວພັນ 16.500 302.809 150.095 152.714 18
6 ຄໍາມ່ວນ 16.315 360.304 183.070 177.234 22
7 ຫຼວງນ້ຳທາ 9.325 156.667 79.109 77.558 17
8 ຫຼວງພະບາງ 16.875 431.439 215.440 215.999 26
9 ອຸດົມໄຊ 15.370 285.874 143.161 142.713 19
10 ຜົ້ງສາລີ 16.270 172.286 85.830 86.456 11
11 ໄຊຍະບູລີ 16.839 360.195 178.301 181.893 22
12 ສາລະວັນ 10.691 349.478 177.856 171.622 33
13 ສະຫວັນນະເຂດ 21.774 874.660 442.866 431.794 40
14 ເຊກອງ 7.665 92.624 46.749 45.830 12
15 ນະຄອນຫຼວງວຽງຈັນ 3.920 740.010 370.293 369.717 189
16 ວຽງຈັນ 22.554 454.660 223.392 231.269 20
17 ຊຽງຂວາງ 16.358 257.683 127.652 130.031 16

ແຂວງທີ່ມີປະຊາກອນຫຼາຍກວ່າໝູ່ແມ່ນ ແຂວງສະຫວັນນະເຂດ (874.660 ຄົນ), ແຂວງທີ່ມີປະຊາກອນໜ້ອຍກວ່າໝູ່ແມ່ນ ແຂວງເຊກອງ (92.624 ຄົນ, ແຂວງທີ່ມີອັດຕາຄວາມໜາແໜ້ນ ສະເລ່ຍຫຼາຍກ່ວາໝູ່ແມ່ນ ນະຄອນຫຼວງວຽງຈັນ (189ຄົນ/ກມ²), ແຂວງທີ່ມີອັດຕາຄວາມໜາແໜ້ນໜ້ອຍກວ່າໝູ່ແມ່ນ ແຂວງຜົ້ງສາລີ (11ຄົນ/ກມ²), ແຂວງທີ່ມີເນື້ອທີ່ຫຼາຍກວ່າໝູ່ແມ່ນແຂວງວຽງຈັນ (22.554 ກມ²) ແລະ ແຂວງທີ່ມີເນື້ອທີ່ໜ້ອຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ (3.920 ກມ²).

ພາສາ

ເບິ່ງຕື່ມຢູ່ ພາສາລາວ
 
ປື້ມຕົວອັກສອນລາວ

ພາສາລາວ ແມ່ນພາສາທາງການຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາສາແມ່ຂອງຊົນຊາດລາວ ແລະ ຊົນເຊື້ອສາຍອື່ນໃນປະເທດລາວ ພາສາລາວມີວັນນະຍຸດ ມີຄວາມສຳພັນຄ້າຍຄຽງກັບພາສາພາກຕາເວັນອອກສຽງເໜືອ( ອີສານ ) ຂອງປະເທດໄທ ລະບົບການຂຽນຈະໃຊ້ ຕົວອັກສອນລາວເຊິ່ງເປັນລະບົບອັກສອນສະຫຼະປະກອບ (ລະບົບການນຂຽນ ທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະ ຕິດຕາມດ້ວຍສະຫຼະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ) ແລະ ມີຄວາມສຳພັນໃກ້ຊິດກັບພາສາໄທ. ພາສາລາວແມ່ນ ພາສາໃນກຸ່ມພາສາລາວ-ໄຕ ອັນເປັນກຸ່ມຍ່ອຍຂອງຕະກູນພາສາໄທ-ກະໄດ

ຄວາມເປັນມາຂອງພາສາລາວ

ພາສາລາວສືບຖອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວ ຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະ ການປູກຝັງທຳມາຫາກີນ, ຄົນໄຕໃດ້ຍົກຍ້າຍລົງມາພາກໃຕ້ ຕາມຮີມຝັ່ງແມ່ນ້ຳຂອງ​. ການອົບພະຍົກຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູລົມລາຊາທິລາດ.

ສາສະໜາ

ຄົນລາວສ່ວນຫຼາຍນັບຖື ສາສະໜາພຸດ ນິກາຍຫິນະຍານ ເຊິ່ງເປັນສາສະໜາປະຈຳຊາດ (60% ຂອງປະຊາກອນທັງໝົດ) ຖັດຈາກ ສາສະໜາພຸດ ແມ່ນ ສາສະໜາ ບັນພະບູລຸດຂອງຊົນເຜົ່າມົ້ງ ຊຶ່ງກວມເອົາ ປະມານ 15% ໃນຂອບເຂດທົ່ວປະເທດ. ນອກຈາກນີ້ແລ້ວ ຍັງມີຊົນເຜົ່າກຸ່ມນ້ອຍອື່ນໆ ລວມທັງເຜົ່າລາວຈຳນວນໜຶ່ງ ນັບຖືສາສະໜາຄິດ ແລະ ອິສະລາມ ແຕ່ວ່າ ກວມເອົາອັດຕາສ່ວນໜ້ອຍຫຼາຍ. ສຳລັບ ສາສະໜາຄິດແລ້ວ, ສ່ວນຫຼາຍ ຈະມີຜູ້ນັບຖືເປັນກຸ່ມຄົນຫວຽດນາມ ທີ່ອົບພະຍົບເຂົ້າຢູ່ລາວ ແຕ່ສະໄໝສົງຄາມ, ສ່ວນສາສະໜາອິສະລາມ ພົບວ່າມີການນັບຖືໃນໝູ່ຊົນເຜົ່າສ່ວນໜ້ອຍ (ຊົນເຜົ່າຫ້ໍ) ທີ່ອາໄສຕາມຊາຍແດນດ້ານຕິດກັບປະເທດມຽນມາ ແລະ ຊຸມຊົນມຸສະລິມທີ່ມີເສື້ອສາຍ ອາຊີໃຕ້ ແລະ ຈາມໃນນະຄອນຫຼວງວຽງຈັນ ສາສະໜາ: ສາສະໜາພຸດ ນິກາຍເຖລະວາດ 60%

ວັດທະນະທຳ

ພຸດທະສາສະໜານິກາຍເຖລະວາດ ນັບເປັນແບບແຜນຫຼັກຂອງວັດທະນະທຳລາວ ເຊິ່ງປາກົດໃຫ້ເຫັນທົ່ວປະເທດ ທັງໃນດ້ານພາສາ ແລະ ສິລະປະ, ວັນນະຄະດີ, ສິລະປະການສະແດງ ຯລຯ ສຳຫຼັບດົນຕີລາວນັ້ນ ຍັງຄົງມີອິດທິພົນຂອງແຄນ ເຊິ່ງເປັນເຄື່ອງດົນຕີປະຈຳຊາດ ວົງດົນຕີຂອງລາວແມ່ນວົງໝໍລຳ ມີ ໝໍລຳ ແລະ ໝໍແຄນ ທຳນອງການຂັບຈະແຕກຕ່າງກັນໄປຕາມທ້ອງຖິ່ນ ທາງພາກເໜືອເອິ້ນວ່າ ຂັບ ພາກໃຕ້ຈາກ ບໍລິຄຳໄຊລົງໄປເອິ້ນວ່າ ລຳ ເຊ່ັນ: ຂັບງຶ່ມວຽງຈັນ, ຂັບພວນຊຽງຂວາງ, ລຳສາລະວັນຂອງແຂວງສະລະວັນ, ລຳພູໄທ, ລຳຕັງຫວາຍ, ລຳຄອນສະຫວັນ, ລຳບ້ານຊອກຂອງແຂວງສະຫວັນນະເຂດ, ລໍາໂສມ, ລຳສີພັນດອນຂອງແຂວງຈຳປາສັກ, ລຳມະຫາໄຊຂອງແຂວງຄຳມ່ວນ, ຂັບທຸ້ມຂອງແຂວງຫຼວງພະບາງ, ຂັບລື້ຂອງຊາວລື້ ເປັນຕົ້ນ ການແຕ່ງກາຍທີ່ເປັນເອກະລັກຢ່າງໜຶ່ງຂອງຄົນລາວແມ່ນ ຜູ້ຍິງຈະນຸ່ງສິ້ນ,ເກົ້າຜົມ,ບ່ຽງແພ. ອາຫານຂອງຄົນລາວຈະກິນເຂົ້າໜຽວເປັນຫຼັກ ອາຫານທີ່ເປັນເອກະລັກແມ່ນ: ແຈ່ວ, ຕຳໝາກຮຸ່ງ, ປິ້ງໄກ່, ສົ້ມປາ ເປ້ນຕົ້ນ.

ອະລິຍະທຳເກົ່າແກ່ຂອງລາວນັ້ນ ມີປາກົດຈາກຫຼັກຖານດ້ານບູຮານຄະດີຍຸກຫີນ ຢູ່ ທົ່ງໄຫຫີນ ແຂວງຊຽງຂວາງ

ແຄນລາວ ມໍລະດົກໂລກ

ແຄນ ແມ່ນເຄື່ອງດົນຕີ ອຳມະຕະຂອງຊາວລາວ ເຊິ່ງເປັນສິ່ງຕິດພັນຢ່າງສະໜິດແໜ້ນກັບຊີວິດຂອງຄົນລາວ. ແຄນສາມາດກ່ອມອາລົມຄົນໃຫ້ມ່ວນ ແລະ ໃຫ້ຄວາມມ່ວນຊື່ນສຸກສັນໃນຍາມມີໄຊຊະນະ ແລະ ປະສົບຜົນສຳເລັດອັນ ແຄນຍັງກ່ອມຈິດໃຈໃຫ້ຄົນຄິດຮອດບ້ານເກົ່າເມືອງຫຼັງ ແລະ ເຮັກໃຫ້ຄິດຮອດບ້ານທີ່ເຄີຍພັກອາໄສ, ເຮັດໃຫ້ຄຶດຮອດອະດີດຜູ້ເຖົ້າຜູ້ແກ່ເມື່ອໄດ້ຟັງສຽງແຄນລາວຕ່າງໆ ເຊັ່ນ: ລຳສັ້ນ, ລຳລ່ອງ ແລະ ອື່ນໆ. ແຄນເປັນເຄື່ອງດົນຕີປະເພດໃຊ້ປາກເປົ່າດ້ວຍວິທີສູບລົມເຂົ້າ-ອອກຕາມຈັງຫວະ ແລະ ທຳນອງ ຫຼື ລາຍທີ່ໄດ້ກຳນົດໄວ້ຢ່າງຄັກແນ່.

ແຄນເຮັດດ້ວຍໄມ້ອໍ້ (ໄມ້ປາວ) ເຊິ່ງໄດ້ປະກອບດ້ວຍວັດຖຸ 4 ຢ່າງ ແມ່ນໄມ້ລູກແຄນ, ໄມ້ອໍ້ (ໄມ້ປາວ), ເຕົ້າແຄນ (ໄມ້ດູ່), ລີ້ນແຄນເຮັດດ້ວຍທອງ ຫຼື ເງີນສະເພາະຂີ້ສູດ ໃຊ້ໄວ້ຕິດຮູແຄນ. ແຄນມີ 4 ຊະນິດ ຄື: (1) ແຄນຫົກ ເປັນແຄນສຳ່ນ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີ ສຽງນຳກັນ 5 ສຽງຄື ຟາ-ຊອນ-ລາ-ໂດ-ເຣ; (2) ແຄນເຈັດ ເປັນແຄນສຳ່ກາງມີລູກຂ້າງລະ 7 ລູກ, ແຄນສຳ່ກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ; (3) ແຄນແປດ ເປັນແຄນສຳ່ກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ ໃຊ້ສຳລັບເປົ່າດ່ຽວໂດຍປະສົບປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມໃຊ້ຫຼາຍກວ່າໝູ່; (4) ແຄນເກົ້າ ເປັນແຄນທີ່ມີລູກຂ້າງລະເກົ້າ ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມໃຊ້ເປົ່າໃສ່ລຳໂສມ, ສີພັນດອນ, ລຳພື້ນເມືອງ, ລຳນິທານເກົ່າແກ່ ໃນປະຈຸບັນໝໍລຳບໍ່ມັກໃຊ້ກັນແລ້ວ ແຕ່ໃນບາງເຂດກໍມີການຂັບງັບບຸນປະເພນີດ້ວຍສຽງແຄນຢູ່.

ອາຫານລາວ

 
ລາບເປັນອາຫານລາວທີ່ມີຊື່ສຽງທົ່ວໂລກ.
ເບິ່ງຕື່ມຢູ່ ອາຫານລາວ

ປາແດກ, ຂ່າ, ຫົວສີໄຄ, ໝາກຂີ້ຫູດ ແມ່ນສ່ວນປະກອບທີ່ສຳຄັນໃນປຸງແຕ່ງອາຫານລາວ. ອາຫານລາວທີ່ມີຊື່ສຽງທີ່ສຸດແມ່ນ ລາບ ແລະ ຕຳໝາກຫຸ່ງ. ລາບ ເປັນອາຫານທີ່ມີການນຳຊີ້ນທີ່ຍັງດິບມາປະສົມເຂົ້າກັບເຄື່ອງເທດ, ສ່ວນ ຕຳໝາກຫຸ່ງ ເປັນອາຫານທີ່ນຳໝາກຫຸ່ງ ມາຕຳລົງພ້ອມໝາກເຜັດ ຜັກທຽມ ໝາກເລັ່ນ ໝາກນາວ ແລະອື່ນໆ.

ອາຫານລາວໄດ້ມີການພັດທະນາມາດົນນານ ພ້ອມກັບການຂະຫຍັບຂະຫຍາຍຂອງຊົນຊາດລາວທີ່ໄດ້ຍ້າຍໄປກໍ່ຮ່າງສ້າງໂຕໃນທ້ອງຖິ່ນຕ່າງໆ ໃນອາຊີຕາເວັນອອກສຽງໃຕ້. ອາຫານລາວມີອິດທິພົນຕໍ່ຊົນຊາດໃກ້ຄຽງ ເຊັ່ນ ໃນອາຫານໄທປັດຈຸບັນກໍໄດ້ມີອາຫານລາວເປັນສ່ວນປະກອບນຳ ເຊັ່ນ ລາບ ໂດຍມີການບໍລິໂພກໂດຍຄົນເຊື້ອສາຍລາວທີ່ຢູ່ໃນພາກຕາເວັນອອກສຽງເໜືອຂອງໄທ ແລະນອກຈາກນີ້ ລາບ ກໍໄດ້ມີການເຜີຍແພ່ໄປຮອດພາກກາງຂອງໄທ ເຊັ່ນ ບາງກອກ ຯລຯ ໂດຍມີການປຸງແຕ່ງທີ່ອາດຕ່າງຈາກລາບລາວແດ່. ໃນຂະນະດຽວກັນ ອາຫານລາວກໍໄດ້ຮັບອິດທິພົນຈາກຊົນຊາດລ້ອມຮອບຄືກັນ. ລາວໄດ້ຮັບວິທີການຂົ້ວ (ຈີນກາງ: 炒 chǎo) ແລະ ອາຫານຈຳພວກເຂົ້າເສັ້ນເຊັ່ນ ເຝີ ເຂົ້າຊອຍ ຈາກຊາວຈີນ ແລະ ຊາວຫວຽດນາມ (ເຊິ່ງກໍໄດ້ຮັບອິດທິພົນຈາກຊາວຈີນຄືກັນ). ນອກຈາກນີ້ ອາຫານຕາເວັນຕົກກໍໄດ້ມີສ່ວນຮ່ວມໃນພັດທະນາການຂອງອາຫານລາວຄືກັນ. ໝາກເຜັດເປັນສິ່ງນຶ່ງທີ່ຊາວປອກຕຸຍການໄດ້ນຳເຂົ້າມາໃນອະດີດ. ຕັ້ງແຕ່ປະເທດລາວເປັນຫົວເມືອງຂອງຝະລັ່ງກໍໄດ້ມີການບໍລິໂພກເຂົ້າຈີ້ ກະແລັມ ແວງ ເນີຍແຂງ ຯລຯ ແລະອາຫານຕາເວັນຕົກຫຼາຍຂຶ້ນ.

ເຄື່ອງດື່ມຫຼັກທີ່ນິຍົມຊົມຊື່ນໃນປະເທດລາວມັກຂຶ້ນຢູ່ກັບອາຍຸຂອງຜູ້ບໍລິໂພກ. ໄວລຸ້ນໜຸ່ມລາວນິຍົມດື່ມນ້ຳເຕົ້າຮູ້[62][63] ເຊິ່ງເປັນເຄື່ອງດື່ມທີ່ຜະລິດຈາກໝາກຖົ່ວເຫຼືອງ. ສ່ວນເຄື່ອງດື່ມມຶນເມົາທີ່ຂຶ້ນຊື່ລືຊາໃນປະເທດແມ່ນເບຍລາວ[64] ເຊິ່ງເປັນເບຍທີ່ຜະລິດໃນປະເທດລາວ.

 
ພະທາດຫຼວງ ນະຄອນຫຼວງວຽງຈັນ ສາສະໜາສະຖານທີ່ສຳຄັນທີ່ສຸດໃນສປປ ລາວ
 
ດ່ານຊ່ອງເມັກ ຊາຍແດນລາວ-ໄທ

ສະບາຍດີທຸກໆ ທ່ານ ຂ້າພະເຈົ້າເຫັນດີນຳຄຳວ່າອາຫານລາວ ແຕ່ວ່າຢາກມີຄຳເຫັນຢູ່ບ່ອນວ່າ "ຮູບພາບ ທີ່ບອກວ່າລາບ ນັ້ນ ໃນຈານບໍ່ແມ່ນລາບ ເພາະວ່າ ມີນໍ້າຫຼາຍໂພດ ແລະ ອອກແນວແບບຕ່າງປະເທດໂພດ ຖ້າເປັນລາບຂອງຄົນລາວ ຄົນລາວ ຕ້ອງເບີ່ງອອກໂລດ" ຂອບໃຈ.

ການແບ່ງເຂດການປົກຄອງ

ເບິ່ງບົດຄວາມຫຼັກທີ່: ແຂວງຂອງປະເທດລາວ

 

ຕາຕະລາງ​ຂໍ້ມູນ,​ແຂວງ,​ພົນລະເມືອງ​ລາວ ຄ.ສ.​ 2020
ແຜນທີ່ ແຂວງ ເມືອງເອກ ເນື້່ອທີ່
​ພົນລະເມືອງ ​(2015) ພົນລະເມືອງ (2018)[65] ພົນລະເມືອງ​ (2020) ຄາດຄະເນ​ ຄວາມໜາແໜ້ນຂອງພົນລະເມືອງ
(ຄົນຕໍ່km2)​
  01. ແຂວງຄໍາມ່ວນ ທ່າແຂກ 16,315 392,100 420,950 433,570 26.57 LA-KH
  02. ແຂວງຈໍາປາສັກ ປາກເຊ 15,415 694,000 733,582 752,688 48.83 LA- CH
  03. ແຂວງສາລະວັນ ເມືອງສາລະວັນ 10,691 397,000 426,991 442,200 41.39 LA-SL
  04. ແຂວງສະຫວັນນະເຂດ ​ໄກສອນພົມວິຫານ 21,774 969,700 1,037,553 1,070,035 49.14 LA-SV
  05. ແຂວງຊຽງຂວາງ ໂພນສະຫວັນ 14,751 244,100 261,686 267,172 18.11 LA-XI
  06. ແຂວງໄຊຍະບູລີ ໄຊຍະບູລີ 16,389 381,300 411,893 423,496 25.84 LA-XA
  07. ແຂວງໄຊສົມບູນ ອະນຸວົງ 8,551 85,200 102,041 107,926 12.62 LA-XS
  08. ແຂວງເຊກອງ ເຊກອງ 7,665 113,200 124,570 129,398 16.88 LA-XE
  09. ແຂວງບໍລິຄໍາໄຊ ປາກຊັນ 14,863 237,700 303,794 315,956 21.19 LA-BL
  10. ແຂວງບໍ່ແກ້ວ ຫ້ວຍຊາຍ 6,196 179,300 196,641 203,468 32.84 LA-BK
  11. ແຂວງຜົ້ງສາລີ ຜົ້ງສາລີ 16,270 178,000 189,777 193,145 11.87 LA-PH
  12. ແຂວງຫຼວງນ້ຳທາ ຫຼວງນ້ຳທາ 9,325 175,700 192,392 199,090 21.35 LA-LM
  13. ແຂວງຫຼວງພະບາງ ຫຼວງພະບາງ 16,875 431,900 459,189 467,157 27.68 LA-LP
  14. ແຂວງວຽງຈັນ ໂພນໂຮງ 15,610 419,100 450,475 462,142 29.61 LA-VI
  15. ແຂວງຫົວພັນ ຊຳເໜືອ 16,500 289,400 306,247 310,976 18.85 LA-HO
  16. ແຂວງອັດຕະປື ອັດຕະປື 10,320 139,600 153,656 159,885 15.49 LA-AT
  17. ແຂວງອຸດົມໄຊ ເມືອງໄຊ 15,370 307,600 334,702 345,425 22.47 LA-OU
  18. ນະຄອນຫຼວງວຽງຈັນ ຈັນທະບູລີ 3,920 820,900 906,859 948,447 242.0 LA-VT
  • ໂດຍແບ່ງອອກເປັນຍິງ ແລະ ຊາຍ

ຊາຍ:3,622,​983ຄົນ[66]

ຍິງ:3,608,​170ຄົນ[67]

ລວມທັງໝົດ:7,231,153ຄົນ[67]

  • ຈາກການສຳຫລວດສຳໂນຄົວ,​

ໃນວັນທີ່ 27 ກຸມພາ ຄ.ສ. 2006 ໄດ້ມີການຍຸບເຂດພິເສດໄຊສົມບູນ ໝາຍເລກ 13 ໃນແຜນທີ່ ຢ່າງເປັນທາງການ ອີງຕາມດຳລັດນາຍົກລັດຖະມົນຕີທີ 10/ນຍ. ລົງວັນທີ່ 13 ມັງກອນ ຄ.ສ. 2006 ໂດຍເມືອງທ່າໂທມ ຖືກລວມເຂົ້າກັບ ແຂວງຊຽງຂວາງ ແລະ ເມືອງໄຊສົມບູນ ຖືກລວມເຂົ້າກັບ ແຂວງວຽງຈັນ.

ຕໍ່ມາໃນວັນທີ 31 ທັນວາ ປີ2013 ໄດ້ຈັດຕັ້ງແຂວງໃໝ່ໃນບໍລິເວນທີ່ເຄີຍເປັນເຂດພິເສດໄຊສົມບູນ ກັບສອງໝູ່ບ້ານຈາກເມືອງວັງວຽງໃນແຂວງວຽງຈັນ ໂດຍໃສ່ຊື່ວ່າ "ແຂວງໄຊສົມບູນ" ມີ 5 ເມືອງໄດ້ແກ່ ເມືອງອານຸວົງ (ຊື່ເກົ່າ: ໄຊສົມບູນ), ເມືອງຫົ່ມ,ເມືອງທ່າໂທມ,ເມືອງລ້ອງຊານ, ເມືອງລອງແຈ້ງ.

ວັນສຳຄັນ

 
ວັນຊາດ 2 ທັນວາ
 
ວັນປີໃຫມ່ລາວ

ໃນປະເທດລາວມີວັນພັກລັດຖະການ, ເທດສະການ ແລະ ພິທີຕ່າງໆເຊັ່ນ:

ເທດສະການ ແລະ ວັນພັກລັດຖະການ
ວັນທີ ຊື່ ໝາຍເຫດ
1 ມັງກອນ ບຸນປີໃໝ່ສາກົນ ວັນພັກທາງລັດຖະການ
20 ມັງກອນ ວັນສ້າງຕັ້ງກອງທັບ ວັນພັກທາງລັດຖະການ
ປາຍເດືອນມັງກອນ/ຕົ້ນເດືອນກຸມພາ ວັນກຸດຈີນ ແລະ ກຸດຫວຽດ ວັນຂື້ນປີໃໝ່ຂອງຄົນຈີນ ແລະ ຫວຽດນາມຕາມປະຕິທິນຈັນທະຄະຕິ ປະເທດລາວຂ້ອນຂ້າງໃຫ້ຄວາມສຳຄັນກັບວັນນີ້ ເພາະວ່າລາວເຮົາມີຄວາມສຳພັນໃກ້ຊິດກັບຫວຽດນາມ ແລະ ຈີນ. ມີຄົນຫວຽດນາມ

ແລະ ຄົນຈີນ ຫຼາຍສົມຄວນເຂົ້າມາອາໃສຢູ່ໃນປະເທດລາວ

ກຸມພາ ມາຄະບູຊາ ບຸນວັດພູ ແລະ ບຸນພະທາດສີໂຄດຕະບອງ ຂື້ນກັບປະຕິທິນຈັນທະຄະຕິ
ກຸມພາ ບຸນເຂົ້າຈີ່ ຂື້ນກັບປະຕິທິນຈັນທະຄະຕິ ເປັນບຸນທີ່ຈັດຂື້ນຫຼັງຈາກເກັບກ່ຽວສຳເລັດແລ້ວ
ມີນາ ບຸນພະເວດ ນິຍົມກັນຈັດໃນເດືອນ 4 ຕາມປະຕິທິນຈັນທະຄະຕິຂອງລາວ
8 ມີນາ ວັນແມ່ຍິງສາກົນ ວັນພັກທາງລັດຖະການ
22 ມີນາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນພັກທາງລັດຖະການ
ເມສາ ປະມານວັນທີ 14-16 ບຸນປີໃໝ່ລາວ ມື້ທຳອິດຂອງວັນປີໃໝ່ເອີ້ນວ່າ ວັນສັງຂານລ່ວງ ມື້ທີສອງເອີ້ນວ່າ ວັນເນົາ ມື້ທີ່ສາມເອີ້ນວ່າ ວັນສັງຂານຂື້ນ ບາງປີມີວັນເນົາ 2 ວັນ

ເຮັດໃຫ້ເລີ່ມບຸນວັນທີ 13-16 ກໍມີ ຫຼື ບາງປີກໍເລີ່ມ ວັນທີ 14-17 ກໍມີ ແລ້ວແຕ່ການຄຳນວນຕາມປະຕິທິນຈັນທະຄະຕິຂອງລາວ ແລະ ເປັນວັນພັກທາງລັດຖະການ

1 ພຶດສະພາ ວັນກຳມະກອນສາກົນ ວັນພັກທາງລັດຖະການ
ພຶດສະພາ ວັນວິສາຂະບູຊາ ຂື້ນກັບປະຕິທິນຈັນທະຄະຕິ
ພຶດສະພາ ບຸນບັ້ງໄຟ ມັກຈັດໃນເດືອນ 6 ຫຼືເດືອນ 7 ຕາມປະຕິທິນຈັນທະຄະຕິ ເປັນເທດສະການກ່ຽວກັບການຂໍຝົນ
1 ມິຖຸນາ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເປັນວັນທີ່ລັດສົ່ງເສີມໃຫ້ປະຊາຊົນປູກຕົ້ນໄມ້
ກໍລະກົດ ບຸນອາສາລະຫະບູຊາ ຂື້ນກັບປະຕິທິນຈັນທະຄະຕິ
ກໍລະກົດ ບຸນເຂົ້າພັນສາ ຂື້ນກັບປະຕິທິນຈັນທະຄະຕິ
ສິງຫາ ບຸນຫໍ່ເຂົ້າປະດັບດິນ ຈັດຂື້ນໃນວັນແຮມ 14 ຄ່ຳເດືອນ 9 ຕາມປະຕິທິນຈັນທະຄະຕິ ເປັນການລະນຶກເຖິງຜູ້ທີ່ລ່ວງລັບໄປແລ້ວ
ກັນຍາ ບຸນຫໍ່ເຂົ້າສະຫຼາກ ຈັດຂື້ນໃນວັນຂື້ນ 15 ຄ່ຳເດືອນ 10 ຕາມປະຕິທິນຈັນທະຄະຕິ
7 ຕຸລາ ວັນຄູແຫ່ງຊາດ ເປັນວັນລະນຶກເຖິງຄຸນຂອງຄູ (ນາຍຄູຄຳ)
ຕຸລາ ບຸນອອກພັນສາ ສີ້ນສຸດລະດູຝົນ ມີການແຂ່ງເຮືອ ແລະ ໄຫຼເຮືອໄຟ (ມີທັງ ເຮືອໄຟໂຄກ ແລະ ເຮືອໄຟນ້ຳ)
ພະຈິກ ບຸນທາດຫຼວງ ເປັນນະມັດສະການພະທາດຫຼວງວຽງຈັນ
ພະຈິກ ບຸນທອດກະຖິນ ຈັດຂື້ນໃນເດືອນ 12 ຕາມປະຕິທິນຈັນທະຄະຕິ
2 ທັນວາ ວັນຊາດ ເປັນວັນສະຖາປະນາ ສ.ປ.ປ ລາວ ແລະ ວັນພັກທາງລັດຖະການ
31 ທັນວາ ວັນສີ້ນປີ

ການຄົມມະນາຄົມ

ການ​ພັດທະນາ​ລະ ບົບ​ຄົມມະນາຄົມ-​ຂົນ​ສົ່ງ ​ເປັນ​ລະບົບ​ທັນ​ສະ​ໄຫມ​ນັ້ນ ຈະ​ເປັນ​ປັດ​​ໄຈ​ສຳຄັນ ​ແຫ່ງ​ການ​ຫັນປ່ຽນ ປະ​ເທດ​ລາວ ຈາກ​ການ​ເປັນ Land Lock ສູ່​ການ​ເປັນ Land Link ຫຼື ເຮັດ​ໃຫ້​ປະ​ເທດ​ລາວ​ເປັນ​ໃຈກາງ​ເຊື່ອມ​ໂຍງ ດ້ານ​ການ​ຄົມມະນາຄົມ-ຂົນ​ສົ່ງ,​ ການ​ຄ້າ,​ ການທ່ອງທ່ຽວ ​ແລະ ດ້ານ​ອື່ນໆອີກ ​ໃນ​ອະນຸ​ພາກພື້ນ. ສ່ວນ ​ແຜນການ​ ພັດທະນາ ຂະແໜງກະສິກຳ ໄປຕາມ ທິດຍົກສູງສະມັດຖະພາບ ແລະ ຄຸນນະພາບ ຂອງຜົນຜະລິດ, ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ ຈະ​ສົ່ງເສີມ​ການ​ ກະສິກຳ​ ອີນຊີ-ປອດ​ສານພິດ ​ແລະ ການ​ປູກ​ພືດ​ສີນ​ຄ້າ​ມູນ​ຄ່າ​ສູງ;​ ພ​້ອມກັນນັ້ນ ກໍ​ຈະປະຕິບັດຍຸດທະ ສາດດ້ານປ່າໄມ້ໃຫ້ເປັນຈິງ ໂດຍສະເພາະ ແມ່ນການເພີ່ມເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃຫ້ກວມເຖິງ 65% ຂອງ ເນື້ອທີ່ທົ່ວປະເທດ ໃນປີ 2015.

ເສັ້ນທາງບົກ

ປະເທດລາວມີທາງຫຼວງດ້ວຍກັນທັງໝົດ 52.201 ກິໂລແມ້ດ ໃນນັ້ນ, ທາງປູຢາງ ກວມເອົາ 18,326.5 ກິໂລແມັດ ແລະ ທີ່ເຫຼືອອີກ 27,089 ກິໂລແມ້ດ ແມ່ນເປັນທາງດີນແດງ ແລະ ປູຫີນອ່ອນ. ບັນດາເສັ້ນທາງທີ່ສຳຄັນຂອງ ສປປ ລາວເຮົາ ແມ່ນ ເສັ້ນທາງເລກທີ່ 13 ທີ່ເຊື່ອມຕໍ່ແຕ່ເໜືອສຸດ ຮອດໃຕ້ສຸດ, ເລກທີ 9 ທີ່ເຊື່ອມຕໍ່ແຂວງ ສະຫວັນນະເຂດ ໄປຫາ ຊາຍແດນ ລາວບ່າວ, ເລກທີ 12 ຈາກແຂວງຈຳມ່ວນ ໄປຫາ ຊາຍແດນລາວ-ຫວຽດນາມ, ແລະ ທາງເລກທີ່ 8 ຈາກບໍລິຄຳໄຊ ຫາຊາຍແດນ ລາວ-ຫວຽດນາມ. ນອກຈາກນີ້, ຍັງມີເສັ້ນທາງເລກທີ່ 11 ທີ່ເຊື່ອມຕໍ່ ຈາກນະຄອນຫຼວງວຽງຈັນ ລຽບຕາມແຄມແມ່ນ້ຳຂອງ ໄປຫາແຂວງໄຊຍະບູລີ ຊຶ່ງມີລວງຍາວທັງໝົດ ປະມານ 400 ກິໂລແມັດ, ຊຶ່ງໃນນີ້ 80% ແມ່ນໄດ້ປູຢາງມາດຕະຖານແລ້ວ, ສ່ວນທີ່ເຫຼືອ ແມ່ນຢູ່ໃນຂັ້ນຕອນ ກຳລັງປັບປຸງການກໍ່ສ້າງ. ນອກຈາກນີ້ແລ້ວ, ຍັງມີເສັ້ນທາງ ເລກທີ 11A ທີ່ເຊື່ອມຕໍ່ຈາກ ແຂວງໄຊຍະບູລີ ໄປຫາຊາຍແດນ ພູດູ່ ລາວ-ໄທ, ເສັ້ນທາງ ເລກທີ່ 7 ທີ່ເຊື່ອມຕໍ່ ແຕ່ເມືອງພູຄູນ ຂອງແຂວງຫຼວງພະບາງ ໄປຫາ ແຂວງຊຽງຂວາງ ແລະ ເຊື່ອມຕໍ່ ໄປຫາ ດ່ານນ້ຳກັ່ນ ຊາຍແດນ ລາວ-ຫວຽດນາມ.

ເສັ້ນທາງລົດໄຟ

 
ລົດໄຟລາວ-ຈີນ (ຂະບວນລ້ານຊ້າງ)
 
ທາງລົດໄຟລາວ-ຈີນ

ໃນປັດຈຸບັນປະເທດລາວເກືອບບໍ່ມີລະບົບລົດໄຟ ໃນປີ ຄ.ສ. 2007 ຈຶງໄດ້ມີການກໍ່ສ້າງລາງຕໍ່ຈາກເຄືອຂ່າຍລົດໄຟປະເທດໄທ ອອກໄປ 3.5 ກິໂລແມັດ ຂ້າມຂົວມິດຕະພາບລາວ — ໄທ ແຫ່ງທຳອິດ ເຂົ້າສູ່ປະເທດລາວ ແລະ ໄດ້ມີການສຳຫຼວດເພື່ອສ້າງຕໍ່ໄປອີກ 12 ກິໂລແມ້ດ ໄປຍັງວຽງຈັນ ນອກຈາກນັ້ນ ປະເທດລາວ ກໍ່ຍັງບໍ່ມີການຄົມມະນາຄົມຕິດຕໍ່ກັບປະເທດອື່ນອີກທາງລົດໄຟ ເຖິງວ່າ ຈະມີຂໍ້ສະເໜີໃນການສ້າງລົດໄຟຕິດຕໍ່ກັບປະເທດຫວຽດນາມ ມາກ່ອນກໍ່ຕາມ ປະເທດເພື່ອນບ້ານຕ່າງໆ ໃຊ້ຮາງຂະໜາດ 1000 ມິນລິແມ້ດ ຮວມທັ້ງຮາງທີ່ໄປຮອດຍູນນານໃນປະເທດຈີນ.

  • ການກໍ່ສ້າງທາງລົດໄຟລາວ — ຈີນ

ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ — ຈີນ ອີງໃສ່ການພົວພັນລະຫວ່າງອາຊຽນ — ຈີນທີ່ນັບມື້ຂະຫຍາຍຕົວທັງໄດ້ຕົກລົງສ້າງເຂດການຄ້າເສລີອາຊຽນ — ຈີນນັບແຕ່ປີ 2010 ເປັນຕົ້ນໄປ. ການສ້າງເສັ້ນທາງລົດໄຟເຊື່ອມຕໍ່ກັບບັນດາປະເທດອາຊຽນ, ສປ ຈີນ ໄດ້ເລືອກເອົາເສັ້ນທາງທີ່ຜ່ານປະເທດລາວທີ່ເຫັນວ່າມີໄລຍະທາງ ສັ້ນທີ່ສຸດໃນຈຳນວນ 3 ເສັ້ນທາງທີ່ໄດ້ປຶກສາຫາລືກັນໃນປີ 1996.

ເສັ້ນທາງລົດໄຟທີ່ຖືກເລືອກແມ່ນເປັນເສັ້ນຜ່ານກາງເລີ່ມແຕ່ສິງກະໂປ ຜ່ານມາເລເຊຍເຂົ້າບາງກອກ ປະເທດໄທ ແລ້ວຕໍ່ໃສ່ນະຄອນຫຼວງວຽງຈັນຂອງ ສປປ ລາວ ຂຶ້ນໄປຫາຊາຍແດນລາວ-ຈີນແລ້ວກ້າວສູ່ ຄຸນມິງລວມຄວາມຍາວ 3.640 ກິໂລແມັດ ແຕ່ດ້ວຍການຕົກລົງເຫັນດີຂອງການນຳສອງປະເທດເພື່ອຍົກລະດັບການພົວພັນລາວ — ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຈະສ້າງເສັ້ນທາງເຊື່ອມຕໍ່ແຕ່ຊາຍແດນຈີນ — ລາວເຂົ້າຫາ ນະຄອນຫຼວງວຽງຈັນ ແລະ ເຊື່ອມຕໍ່ກັບໄທກ່ອນ ຫຼັງຈາກນັ້ນ ຈິ່ງຂະຫຍາຍຕໍ່ຈາກນະຄອນຫຼວງວຽງຈັນ ລົງໄປທ່າແຂກຕໍ່ໃສ່ຊາຍແດນລາວ — ຫວຽດນາມ.

ໄລຍະທາງແຕ່ຈຸດຊາຍແດນລາວ — ຈີນ ເຖິງນະຄອນຫຼວງວຽງຈັນ ມີລວງຍາວທັງຫມົດປະມານ 427ກິໂລແມັດ ໃນນັ້ນ ເສັ້ນທາງຕ້ອງຜ່ານອຸບມຸງໃນຄວາມຍາວ 190 ກວ່າກິໂລແມັດ ແລະ ໄດ້ສ້າງຂົວຍາວ 90 ກິໂລແມັດ ຫຼືສະເລ່ຍເສັ້ນທາງຜ່ານທັງອຸບມຸງ-ຂົວກວມເອົາ 2/3 ຂອງເສັ້ນທາງທັງຫມົດ ແລະ ຈະໄດ້ໃຊ້ທຶນສູງເຖິງ 7 ຕື້ໂດລາສະຫະລັດ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງຕາມແຜນ ຈະເລີ່ມລົງມືກໍ່ສ້າງໃນວັນທີ 25 ເມສາປີ 2011 ທີ່ຈະມາເຖິງ ໂດຍຈະໃຊ້ເວລາ 4 ປີໃຫ້ສໍາເລັດເພື່ອເປັນຂອງຂວັນຮັບຕ້ອນວັນສະຖາ ປະນາ ສປປ ລາວ ຄົບຮອບ 40 ປີ. ເພື່ອກໍ່ສ້າງເສັ້ນທາງສາຍສຳຄັນນີ້ ໃຫ້ສຳເລັດຕາມແຜນໄດ້ສ້າງຕັ້ງບໍລິສັດຮ່ວມທຶນລາວ — ຈີນໂດຍແບ່ງອັດຕາສ່ວນ ໃນການປະກອບຮຸ້ນຄື: ຝ່າຍຈີນປະກອບເປັນເງິນສົດ, ອຸປະກອນ ແລະ ຖືຮຸ້ນ 70%, ສ່ວນຝ່າຍລາວກໍ່ປະກອບເປັນເງິນສົດ, ວັດຖຸກໍ່ ສ້າງຈຳນວນຫນຶ່ງຖືຄອງຮຸ້ນ 30% ແລະ ຍັງສາມາດເພີ່ມຮຸ້ນໄດ້ຕາມການພັດທະນາເສດຖະກິດສັງຄົມ. ລາງລົດໄຟໃນສາຍນີ້ ແມ່ນເອົາຕາມມາດຕະຖານສາກົນທີ່ມີລວງກວ້າງ 1,435 ແມັດ, ແລ່ນດ້ວຍກະແສໄຟຟ້າສາ ມາດປ້ອງກັນການສັ່ນສະເທືອນຂອງແຜ່ນດິນໄຫວ ໃນລະດັບ 7 ລິກເຕີ. ສຳລັບມາດຕະຖານຄວາມໄວແມ່ນກຳນົດ 200 ກິໂລແມັດຕໍ່ ຊົ່ວໂມງ (ສະເພາະລົດໄຟໂດຍສານ) ແລະ 120 ກິໂລແມັດຕໍ່ຊົ່ວໂມງ (ສຳລັບລົດໄຟຂົນສົ່ງສິນຄ້າ). ດ້ານການກໍ່ສ້າງແມ່ນອີງໃສ່ມາດ ຖານເຕັກນິກຂອງຈີນທີ່ໂລກຍອມຮັບແລ້ວ ແລະຈະມີດ້ວຍກັນ 5 ສະຖານີໃຫຍ່ຄື: ສະຖານີບໍ່ເຕັມ, ເມືອງໄຊ, ຫຼວງພະບາງ, ວັງວຽງ, ນະຄອນຫຼວງວຽງຈັນ ພ້ອມນັ້ນ ກໍ່ຈະມີສະຖານີນ້ອຍອີກຈຳນວນຫນຶ່ງລວມ 21 ສະຖານີ. ຫຼັງຈາກເສັ້ນທາງສ້າງສຳເລັດຈະກາຍເປັນແຮງດັນອັນສຳຄັນຕໍ່ການຍູ້ການເຕີບໂຕທາງເສດຖະກິດຂອງສປປ ລາວ ຫຼື ແມ່ນແຕ່ ເວລາກໍ່ສ້າງກໍ່ເປັນຜົນດີບໍ່ໜ້ອຍສຳລັບພະນັກງານວິຊາການ, ກຳມະກອນ ເພາະໂຄງການດັ່ງກ່າວ ຄາດຈະຕ້ອງການແຮງງານຫຼາຍ ເຖິງ 50 ພັນ ຄົນເຂົ້າຮ່ວມ. ເຖິງຢ່າງໃດກໍ່ຕາມ ສາຍທາງເສັ້ນປະຫວັດສາດນີ້ ແມ່ນແນໃສ່ສ້າງເພື່ອຂົນສົ່ງສິນຄ້າເປັນຄວາມຫວັງໃຫຍ່ ແຕ່ປະຈຸບັນລາວຍັງມີສິນຄ້າບໍ່ຫຼາຍເທົ່າທີີ່ຄວນ ສະນັ້ນ ປະຊາຊົນລາວຕ້ອງເພີ່ມການຜະລິດໃຫ້ຫຼາຍຂຶ້ນ.

ເສັ້ນທາງນ້ຳ

ປະເທດລາວມີແມ່ນ້ຳທີ່ໃຊ້ໃນການຄົມມະນາຄົມໄດ້ 4,587 ກິໂລແມ້ດ ສ່ວນໃຫຍ່ແມ່ນນ້ຳຂອງ ແລະ ສາຂາຂອງມັນທີ່ແຍກອອກໄປ ແລະ ອີກ 2,897 ກິໂລແມັດ ທີ່ບາງສ່ວນໃຊ້ໃນການຄົມມະນາຄົມໄດ້ ດ້ວຍເຮືອທີ່ເລິກໄປຈາກຜິວນ້ຳບໍ່ກາຍເຄິ່ງແມັດ.

ທາງອາກາດ

ປະເທດລາວມີສະໜາມບິນທັງໝົດ 52 ແຫ່ງເຊິ່ງມີຢູ່ພຽງ 9 ແຫ່ງເທົ່ານັ້ນທີ່ມີລັນເວລາດຍາງ ສ່ວນອີກ 43 ແຫ່ງບໍ່ມີ ແລະ ສະໜາມບິນທີ່ລາດຍາງ ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນປາກເຊ ແລະ ສະໜາມສາກົນຫຼວງພະບາງ ທີ່ມີລະຍະທາງຫຼາຍກ່ວາ 2,438 ແມັດ ສ່ວນທີ່ເຫຼືອມີລັນເວລາດຍາງ ສະໜາມບິນສີ່ແຫ່ງມີລັນເວຍາວ 1,524 — 2,437 ແມັດ ແລະ ສີ່ແຫ່ງທີ່ເຫຼືອມີລະຍະທາງລະຫວ່າງ 914 — 1,523 ແມ້ດ ສະໜາມບິນທີ່ເຫຼືອບໍ່ມີລັນເວຍ໌ລາດຍາງມີຈຳນວນ 43 ແຫ່ງ ມີສະໜາມບິນພຽງແຫ່ງດຽວເທົ່ານັ້ນທີ່ມີຄວາມຍາວຫຼາຍກ່ວາ 1,524 ແມ້ດ; 17 ແຫ່ງມີຄວາມຍາວລະຫວ່າງ 914 — 1,523 ແມ້ດ ສ່ວນອີກ 25 ແຫ່ງສຸດທ້າຍມີຄວາມຍາວນ້ອຍກວ່າ 914 ແມ້ດ.

ສາຍການບິນ

ສະໜາມບິນ

ອັນດັບເວທີລະຫວ່າງປະເທດແລະໂລກ

ອົງກອນ ຫົວຂໍ້ສຳຫຼວດ ອັນດັບທີ
Heritage Foundation/
The Wall Street Journal
ດັດຊະນີເສລີພາບທາງດ້ານເສດຖະກິດ
(Index of Economic Freedom)
149 ຈາກ 157
ອົງການສື່ໄຮ້ພົມແດນ ດັດຊະນີເສລີພາບສື່ໂລກ
(Worldwide Press Freedom Index)
156 ຈາກ 167
ອົງການຄວາມໂປ່ງໃສນາໆຊາດ ດັດຊະນີການຮັບຮູ້ເຖິງການທຸດຈະລິດ
(Corruption Perceptions Index)
163 ຈາກ 179
ອົງການສະຫະປະຊາຊາດເພື່ອການພັດທະນາ ດັດຊະນີພັດທະນາມະນຸດ
(Human Development Index)
130 ຈາກ 177
  • ໝາຍເຫດ:ຂໍ້ມູນປະເທດໃນການຈັດລຽງທີ່ນີ້ແມ່ນຖືກຮອງຮັບເອົາ179ປະເທດທົ່ວໂລກ.​

ເຫດການສຳຄັນ

ເພີ່ມເຕີມ

ຂໍ້ຄວາມຂະຫຍາຍ

  1. ລວມກຸ່ມຊົນເຜົ່າຂະໜາດນ້ອຍຫຼາຍກວ່າກຸ່ມຊົນເຜົ່າຂະໜາດຫຼາຍກວ່າ 100 ກຸ່ມ
  2. ລັດໃຫ້ກຽດ ແລະ ປົກປ້ອງກິດຈະກຳຂອງສາສະໜາພຸດ ແລະ ຜູ້ນັບຖືສາສະໜາອື່ນ [ແລະ] ລວມຫົວກັບໃຫ້ກຳລັງໃຈໃຫ້ພຣະສົງ ແລະ ຈົວ ເຊັ່ນດຽວກັນກັບນັກບວດສາສະໜາອື່ນໃນການມີສ່ວນຮ່ວມທີ່ກໍ່ໃຫ້ເກີດຜົນປະໂຫນດຕໍ່ປະເທດ ແລະ ປະຊາຊົນ[3]
  3. ປະເທດລາວເປັນລັດດ່ຽວທີ່ເປັນລັດ​ກອມ​ມູນິດແບບລັດທິມາກ-ເລນິນ ຕຳແໜ່ງທີ່ຊົງອຳນາດຫຼາຍທີ່ສຸດແມ່ນເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ບໍ່ແມ່ນປະທານປະເທດ ເລຂາທິການໃຫຍ່ຄວບຄຸມກົມການເມືອງ ແລະ ເລຂາທິການ ເຮັດໃຫ້ຜູ້ດຳລົງຕຳແໜ່ງກາຍເປັນຜູ້ນຳລາວໂດຍພຶດຕິໄນ
  4. ບໍລິການລາວໂທລະຄົມໄດ້ເປີດນຳໃຊ້ໃນເດືອນພະຈິກ ປີ2012 ແຕ່ບາງແຫລ່ງກໍບອກວ່າເປັນພຽງການທົດລອງ [18] 4G ອາດຈະນຳເປີດໃຫ້ທຸກຄົນນຳໃຊ້ໄດ້ໃນເດືອນມິຖຸນາ 2015 ໂດຍຢູນິເທວ: [19]
  5. Bombie ໝາຍເຖິງລະເບີດ ເຊິ່ງເປັນຊື່ຫຼິ້ນທີ່ຄົນລາວຕັ້ງໃຫ້ ແລະ ໃຊ້ກັນຢ່າງແຜ່ຫຼາຍ.

ອ້າງອີງ​

  1. "The Languages spoken in Laos". Studycountry. Retrieved 16 September 2018.
  2. "Results of Population and Housing Census 2015" (PDF). Lao Statistics Bureau. Retrieved 1 May 2020.
  3. "Lao People's Democratic Republic's Constitution of 1991 with Amendments through 2003" (PDF). constituteproject.org. Retrieved 29 October 2017. Article 9: The State respects and protects all lawful activities of Buddhists and of followers of other religions, [and] mobilises and encourages Buddhist monks and novices as well as the priests of other religions to participate in activities that are beneficial to the country and people.
  4. https://assets.pewresearch.org/wp-content/uploads/sites/11/2012/12/globalReligion-tables.pdf
  5. "Laos". Lao Department of Statistics. Archived from the original on 13 November 2016.
  6. "World Economic Outlook Database, April 2023". IMF.org. International Monetary Fund. Retrieved 12 April 2023.
  7. 7.0 7.1 7.2 Cite error: Invalid <ref> tag; no text was provided for refs named IMF database 2023
  8. "Gini Index". World Bank. Retrieved 2 March 2011.
  9. "Human Development Report 2021/2022" (PDF) (in ອັງກິດ). United Nations Development Programme. 8 September 2022. Retrieved 8 September 2022.
  10. https://laopedia.gov.la/index.php/%E0%BA%9B%E0%BA%B0%E0%BB%80%E0%BA%97%E0%BA%94%E0%BA%A5%E0%BA%B2%E0%BA%A7
  11. http://www.lmcchina.org/lao/2021-03/12/content_41494652.html
  12. https://www.nia.go.th/media/almanac/2022/01/Lao_2022.pdf
  13. "Laos - Under foreign rule". Encyclopedia Britannica (in ອັງກິດ).
  14. "Laos History". www.asia-discovery.com. Archived from the original on 2021-04-16. Retrieved 2021-07-07.
  15. "Laos profile - timeline", BBC News, 2018-01-09 (in en-GB)
  16. http://www.timelinesdb.com/listevents.php?subjid=129&title=Laos
  17. https://www.bangkokpost.com/business/1980027/chinese-firm-to-run-lao-electric-grid
  18. https://www.bangkokpost.com/world/318681/laos-to-launch-4g
  19. https://international.viettel.vn/news-detail/unitel-launches-4g-service-in-laos
  20. รถไฟจีน-ลาว เปิดให้บริการวันนี้ (3 ธ.ค.) ควรรู้อะไรบ้าง? ก่อนตกขบวน
  21. ມະຫາ ສີລາ ວີຣະວົງສ໌, pp. 7–9.
  22. Rodgers, Greg. "How to Say "Laos"". TripSavvy. Archived from the original on 3 March 2021. Retrieved 18 March 2020.
  23. Ragusa, Nina (4 April 2019). "10 Things You Need to Know Before Visiting Laos". Fodors. Archived from the original on 23 March 2021. Retrieved 18 March 2020.
  24. "Meaning of Laos in English". Cambridge Dictionary. Archived from the original on 8 March 2021. Retrieved 7 October 2019.
  25. "Laos – definition and synonyms". Macmillan Dictionary. Archived from the original on 8 March 2021. Retrieved 7 October 2019.
  26. "Definition of Laos by Merriam-Webster". Merriam-Webster. Archived from the original on 8 March 2021. Retrieved 27 March 2020.
  27. Demeter, F; et al. (2012). "Anatomically modern human in Southeast Asia (Laos) by 46 ka". Proceedings of the National Academy of Sciences. 109 (36): 14375–14380. Bibcode:2012PNAS..10914375D. doi:10.1073/pnas.1208104109. ISSN 0027-8424. PMC 3437904. PMID 22908291.
  28. White, J.C.; Lewis, H.; Bouasisengpaseuth, B.; Marwick, B.; Arrell, K (2009). "Archaeological Investigations in northern Laos: New contributions to Southeast Asian prehistory". Antiquity. 83 (319). Archived from the original on 10 October 2017. Retrieved 18 September 2016.
  29. Marwick, Ben; Bouasisengpaseuth, Bounheung (2017). "History and Practice of Archaeology in Laos". In Habu, Junko; Lape, Peter; Olsen, John (eds.). Handbook of East and Southeast Asian Archaeology. Springer. Archived from the original on 6 July 2019. Retrieved 20 January 2018.
  30. Pittayaporn, Pittayawat (2014). Layers of Chinese Loanwords in Proto-Southwestern Tai as Evidence for the Dating of the Spread of Southwestern Tai Archived 27 ມິຖຸນາ 2015 at the Wayback Machine. MANUSYA: Journal of Humanities, Special Issue No 20: 47–64.
  31. Coedès, George (1968). Walter F. Vella (ed.). The Indianized States of Southeast Asia. trans. Susan Brown Cowing. University of Hawaii Press. ISBN 978-0-8248-0368-1.
  32. "Fa Ngum". Encyclopædia Britannica. Archived from the original on 8 March 2021. Retrieved 23 December 2019.
  33. "Fa Ngum". History.com. Archived from the original on 8 March 2010. Retrieved 23 January 2011.
  34. Sanda Simms, ch. 3, "Through Chaos to a New Order", in The Kingdoms of Laos (London: Taylor & Francis, 2013). ISBN 9781136863370
  35. Sanda Simms, ch. 6, "Seventy Years of Anarchy", in The Kingdoms of Laos (London: Taylor & Francis, 2013). ISBN 9781136863370; see also P.C. Sinha, ed., Encyclopaedia of South East and Far East Asia, vol. 3 (Anmol, 2006).
  36. Askew, Marc. (2010) [2007]. Vientiane : transformations of a Lao landscape. Logan, William Stewart, 1942–, Long, Colin, 1966–. London: Routledge. ISBN 978-0-415-59662-6. OCLC 68416667.
  37. "Let's hope Laos hangs on to its identity". Asianewsnet.net. Archived from the original on 26 November 2010. Retrieved 23 January 2011.{{cite web}}: CS1 maint: unfit URL (link)
  38. Showalter, Dennis, ed. (2013). Imperial Wars 1815–1914. Encyclopedia of Warfare Series. London: Amber Books. ISBN 978-1-78274-125-1. OCLC 1152285624.
  39. "Slavery in Nineteenth-Century Northern Thailand: Archival Anecdotes and Village Voices". The Kyoto Review of Southeast Asia
  40. Librios Semantic Environment (11 August 2006). "Laos: Laos under the French". Culturalprofiles.net. Archived from the original on 18 July 2007. Retrieved 23 January 2011.
  41. Carine Hahn, Le Laos, Karthala, 1999, pp. 69–72
  42. "History of Laos". Lonely Planet. 9 August 1960. Archived from the original on 25 February 2021. Retrieved 23 January 2011.
  43. Ivarsson, Søren (2008). Creating Laos: The Making of a Lao Space Between Indochina and Siam, 1860–1945 Archived 10 ເມສາ 2023 at the Wayback Machine. NIAS Press, p. 102. ISBN 978-8-776-94023-2.
  44. 44.0 44.1 44.2 44.3 Stuart-Fox, Martin (1997). A History of Laos Archived 5 ເມສາ 2023 at the Wayback Machine. Cambridge University Press, p. 51. ISBN 978-0-521-59746-3.
  45. Paul Lévy, Histoire du Laos, PUF, 1974.
  46. 46.0 46.1 Savada, Andrea Matles (editor) (1994). "Events in 1945". A Country Study: Laos Archived 21 ກໍລະກົດ 2015 at the Wayback Machine. Federal Research Division, Library of Congress.
  47. 47.0 47.1 47.2 47.3 "Laos – Overview". Encyclopædia Britannica. Archived from the original on 11 May 2011. Retrieved 23 January 2011.
  48. 48.0 48.1 48.2 48.3 48.4 48.5 "Laos profile", 9 January 2018
  49. Kiernan, Ben; Owen, Taylor (26 April 2015). "Making More Enemies than We Kill? Calculating U.S. Bomb Tonnages Dropped on Laos and Cambodia, and Weighing Their Implications". The Asia-Pacific Journal. Archived from the original on 1 March 2017. Retrieved 18 September 2016.
  50. Wright, Rebecca (6 September 2016). "'My friends were afraid of me': What 80 million unexploded US bombs did to Laos". CNN. Archived from the original on 17 January 2019. Retrieved 18 September 2016.
  51. "Disarmament". The United Nations Office at Geneva. United Nations. November 2011. Archived from the original on 21 September 2013. Retrieved 20 September 2013.
  52. Obermeyer, Ziad; Murray, Christopher J. L.; Gakidou, Emmanuela (2008). "Fifty years of violent war deaths from Vietnam to Bosnia: analysis of data from the world health survey programme". BMJ. 336 (7659): 1482–1486. doi:10.1136/bmj.a137. PMC 2440905. PMID 18566045. See Table 3.
  53. Stuart-Fox, Martin (1980). LAOS: The Vietnamese Connection Archived 13 ຕຸລາ 2021 at the Wayback Machine. In Suryadinata, L (Ed.), Southeast Asian Affairs (1980). Singapore: Institute of Southeast Asian Stuides, pg. 191.
  54. Kingsbury, Damien (2016). Politics in Contemporary Southeast Asia: Authority, Democracy and Political Change Archived 10 ເມສາ 2023 at the Wayback Machine. Taylor & Francis;ISBN 978-1-317-49628-1, pg. 50.
  55. Savada, Andrea M. (1995). Laos: a country study Archived 19 ເມສາ 2018 at the Wayback Machine. Federal Research Division, Library of Congress, p. 271. ISBN 0-8444-0832-8
  56. Prayaga, M. (2005). Renovation in Vietnam since 1988 a study in political, economic and social change Archived 19 ເມສາ 2018 at the Wayback Machine (PhD thesis). Sri Venkateswara University. Chapter IV: The Metamorphosed Foreign Relations, pg. 154.
  57. Laos (04/09) Archived 24 ຕຸລາ 2020 at the Wayback Machine. U.S. Department of State.ແມ່ແບບ:Failed verification
  58. "The Completed China-Laos Railway". ASEAN Business News (in ອັງກິດ). 21 December 2021. Archived from the original on 12 May 2022. Retrieved 18 May 2022.
  59. 59.0 59.1 59.2 Aurel Croissant (2016). Die politischen Systeme Südostasiens: eine Einführung. Wiesbaden: Springer VS. p. 211. ISBN 978-3-531-14349-1.
  60. "Freedom in the World 2017 – Laos" (in ອັງກິດ). Freedom House. 2018-01-02. Archived from the original on 2019-09-25. Retrieved 2024-03-12.
  61. 61.0 61.1 61.2 Aurel Croissant (2016). Die politischen Systeme Südostasiens: eine Einführung. Wiesbaden: Springer VS. p. 212. ISBN 978-3-531-14349-1.
  62. รวมทริปท่องเที่ยวเวียงจันทน์ ลาว - BlogGang.com
  63. "คนลาว" ....เรียบง่ายแต่มีความสุข
  64. Just Another Beer? Not to Those in Laos - NYTimes.com
  65. /ref>laosis.lsb.gov.la
  66. https://www.lsb.gov.la
  67. 67.0 67.1 https://www.lsb.gov.la

ບັນນານຸກົມ

  • ມະຫາ ສີລາ ວີຣະວົງສ໌. ສຸເນດ ບຸນຍາວົງ; ດວງເດືອນ ໂພທິສານ (eds.). (ພົງສາວະດານລາວ)ປວັດສາດລາວ ແຕ່ບູຮານເຖິງ 1946 (ຕົ້ນສະບັບ1958) (ພິມຄັ້ງທີ3 2001). ສ.ປ.ປ. ລາວ, ນະຄອນຫຼວງວຽງຈັນ: ຫໍສະໝຸດແຫ່ງຊາດ.