ທະວີບເອີຣົບ

ທະວີບ​ໃນ​ຊີກ​ໂລກ​ເໜືອ
(ປ່ຽນເສັ້ນທາງມາຈາກ ທະວີບເອີລົບ)

ເອີຣົບ (ອັງກິດ: Europe) ແມ່ນທະວີບໃນທິດຕາເວັນຕົກ. ມີຖານະເປັນທະວີບທັງໃນທາງປະຫວັດສາດ ແລະ ວັດທະນະທຳ. ໃນທາງພູມສາດ ແມ່ນອະນຸທະວີບທີ່ຢູ່ທາງດ້ານຕາເວັນຕົກຂອງມະຫາທະວີບເອີລາຊີ. ມີພົມແດນທາງເໜືອຕິດກັບມະຫາສະໝຸດອາກຕິກ ທາງຕາເວັນຕົກຕິດກັບມະຫາສະໝຸດອັດລັງຕິກ ທາງໃຕ້ຕິດກັບທະເລເມດີແຕຣາເນ ແລະ ທະເລດຳ ດ້ານຕາເວັນອອກຕິດກັບພູອູລັນ ແລະ ທະເລກາສະປຽນ[9].

ເອີຣົບ
ພື້ນທີ່10,180,000 ຕາລາງກິໂລແມັດ (3,930,000 ຕາລາງໄມລ໌)[1]  (ອັນດັບທີ 6)[a]
ປະຊາກອນ741,447,158 (2017; ອັນດັບທີ 3)[2]
ຄວາມໜາແໜ້ນ72.9 ຄົນຕໍ່ຕາລາງກິໂລແມັດ (188 ຄົນຕໍ່ຕາລາງໄມລ໌) (ອັນດັບທີ 2)
GDP (ອຳນາດຊື້)30.37 ພັນຕື້ໂດລາສະຫະລັດ (ປະມານປີ 2021; ອັນດັບທີ 2)[3]
GDP (ລາຄາຕະຫຼາດ)23.05 ພັນຕື້ໂດລາສະຫະລັດ (ປະມານປີ 2021; ອັນດັບທີ 3)[4]
GDP ຕໍ່ຫົວ31,020 ໂດລາສະຫະລັດ (ປະມານປີ 2021; ອັນດັບທີ 3)[c][5]
HDIIncrease 0.845[6]
ສາສະໜາ
ເດມະນິມຊາວເອີຣົບ
ປະເທດ50 ລັດເອກະລາດ
ໄດ້ຮັບການຮັບຮອງບາງສ່ວນ 6 ແຫ່ງ
ດິນແດນ6 ດິນແດນ
ພາສາພາສາແມ່ທີ່ມີຜູ້ເວົ້າຫຼາຍທີ່ສຸດ:
ເຂດເວລາUTC−1 ເຖິງ UTC+5
ເມືອງໃຫຍ່ພື້ນທີ່ເມືອງໃຫຍ່ທີ່ສຸດ:
  • a. ^ ສຳລັບປະເທດຂ້າມທະວີບ (transcontinental country) ຈະນັບພື້ນທີ່ສະເພາະສ່ວນທີ່ຢູ່ໃນທະວີບເອີຣົບ[n]
  • b. ^ ອິສະຕັນບູນຖືເປັນເມືອງຂ້າມທະວີບ (ອາຊີ ແລະ ເອີຣົບ) ປະມານສອງສ່ວນສາມຂອງປະຊາກອນຂອງເມືອງແມ່ນອາໄສຢູ່ໃນຝັ່ງທະວີບເອີຣົບ
  • c. ^ "ເອີຣົບ" ອີງຕາມຄໍານິຍາມຂອງກອງທຶນການເງິນລະຫວ່າງປະເທດ

ເອີຣົບມີພື້ນທີ່ 10,180,000 ຕລ.ກມ. ນ້ອຍທີ່ສຸດເປັນອັນດັບສອງຮອງຈາກທະວີບອົດສະຕຣາລີ ແຕ່ມີຈຳນວນປະຊາກອນຫຼາຍທີ່ສຸດເປັນອັນດັບ 3 ຮອງຈາກອາຊີ ແລະ ອາຟຣິກາ ປີ ຄ.ສ 2003 ເອີຣົບມີປະຊາກອນປະມານ 799,566,000 ຄົນ ຫຼື ປະມານ 1 ໃນ 8 ຂອງປະຊາກອນໂລກ.

ລາຍຊື່ປະເທດ ດັດແກ້

 
frame
 
 
 
ທຸງຊາດ ປະເທດ[10] ພາສາຝະຣັ່ງ

(Français)

ພື້ນທີ່
(km2)
ປະຊາກອນ
ຄວາມໜາແໜ້ນ
(per km2)
ນະຄອນຫຼວງ ຊື່ປະເທດໃນພາສາລັດຖະການ
  ອານບານີ Albanie 28,748 2,876,591 98.5 ຕີຣານາ Shqipëria
  ເຢຍລະມັນ Allemagne 357,168 82,800,000 232 ແບກແລັງ Deutschland
  ອັງໂດລາ Andorre 468 77,281 179.8 ອັງໂດລາລາເວຍາ Andorra
  ອາກເມນີ Arménie 29,743 2,924,816 101.5 ເຢເຣວານ Հայաստան (Hayastan)
  ໂອຕຣິດ Autriche 83,858 8,823,054 104 ວຽນ Österreich
  ອາແຊກໄບຊານ Azerbaïdjan 86,600 9,911,646 113 ບາກູ Azǝrbaycan
  ແບນຊິກ Belgique 30,528 11,358,357 372.06 ບຣູແຊລ België/Belgique/Belgien
  ເບລາຣຸດຊີ Biélorussie 207,560 9,504,700 45.8 ມິນ Беларусь (Belaruś)
  ບົດສະນີ ແຮກເຊໂກວິນາ Bosnie-Herzégovine 51,129 3,531,159 68.97 ຊາຣາເຍໂວ Bosna i Hercegovina/Боснa и Херцеговина
  ບູນກາລີ Bulgarie 110,910 7,101,859 64.9 ໂຊເຟຍ България (Bǎlgariya)
  ຊີບ (ໄຊປຣັດ) Chypre 9,251 1,170,125 123.4 ນີໂກຊີ Kýpros/Kıbrıs
  ກຣົວຊີ Croatie 56,542 4,284,889 75.8 ຊາເກັບ Hrvatska
  ດານມາກ Danemark 43,094 5,748,796 133.9 ໂກເພິ່ນນາກ Danmark
  ແອັດສະປາຍ Espagne 505,990 46,698,151 92 ມາດິດ España
  ແອັດສະໂຕນີ Estonie 45,226 1,319,133 28 ຕານລີນ Eesti
  ແຟງລັງ Finlande 336,593 5,509,717 16 ເຮນຊິນກີ Suomi/Finland
  ຝຣັ່ງ France 547,030 67,348,000 116 ປາຣີ France
  ຊອກຊີ Géorgie 69,700 3,718,200 53.5 ຕະບີລີຊີ საქართველო (Sakartvelo)
  ເກຣັກ Grèce 131,957 10,718,565[11] 82 ອາ​ແຕນ Ελλάδα (Elláda)
  ຮົງກາລີ Hongrie 93,030 9,797,561 105.3 ບູດາເປດ Magyarország
  ອຽກລັງ Irlande 70,280 4,761,865 67.7 ດູບລັງ Éire/Ireland
  ອິດສະລັງ Islande 103,000 350,710 3.2 ເຣກຍາວິກ Ísland
  ອິຕາລີ Italie 301,338 60,589,445 201.3 ໂຣມ Italia
  ກາຊັກສະຖານ Kazakhstan 2,724,900 17,987,736 6.49 ນວນຊຸນຕານ Қазақстан (Qazaqstan)
  ເລດໂຕນີ (ລັດເວຍ) Lettonie 64,589 1,925,800 34.3 ຣີກາ Latvija
  ເລັກເຕນສະເຕນ Liechtenstein 160 38,111 227 ວາດຸຊ Liechtenstein
  ລິດຕັວນີ Lituanie 65,300 2,800,667 45.8 ວີນນີອຸສ Lietuva
  ລຸກຊຳບວກ Luxembourg 2,586 602,005 233.7 ລຸກຊຳບວກ Lëtzebuerg/Luxemburg/Luxembourg
  ມາເຊໂດນີເໜືອ Macédoine du Nord 25,713 2,103,721 80.1 ສະໂກບເຊ Северна Македонија (Severna Makedonija)
  ມານຕາ Malte 316 445,426 1,410 ລາວາເລດ Malta
  ໂມນດາວີ Moldavie 33,846 4,434,547 131.0 ຊີຊືເນົາ Moldova
  ໂມນາໂກ Monaco 2.020 38,400 18,713 ໂມນາໂກ Monaco
  ມົງເຕເນໂກຣ Monténégro 13,812 642,550 45.0 ປອດໂກຣີກາ Crna Gora/Црна Гора
  ນອກແວ Norvège 385,203 5,295,619 15.8 ອຸສໂລ Norge/Noreg/Norga
  ໂຮນລັງ Pays-Bas (Hollande) 41,543 17,271,990 414.9 ອຳສະເຕີດຳ Nederland
  ໂປໂລຍ Pologne 312,685 38,422,346 123.5 ວາຊໍວີ Polska
  ປອກຕຸຍການ Portugal 92,212 10,379,537 115 ລີຊະບົນ Portugal
  ຣູມານີ Roumanie 238,397 19,638,000 84.4 ບູກາເຮດ România
  ສະຫະຣາຊອານາຈັກ Royaume-Uni 244,820 66,040,229 270.7 ລອນດອນ United Kingdom
  ຣຸດຊີ (ລັດເຊຍ) Russie 17,098,246 144,526,636 8.4 ມົດສະກູ Россия (Rossiya)
  ຊັງມາລີໂນ Saint-Marin 61.2 33,285 520 ຊັງມາລີໂນ San Marino
  ແຊັກບີ Serbie 88,361 7,040,272 91.1 ເບນກາດ Srbija/Србија
  ສະໂລວາກີ Slovaquie 49,035 5,435,343 111.0 ບາຕິດສະລາວາ Slovensko
  ສະໂລເວນີ Slovénie 20,273 2,066,880 101.8 ຍູບເຢຍນາ Slovenija
  ຊູແອດ Suède 450,295 10,151,588 22.5 ສະຕ໋ອກໂຮມ Sverige
  ສະວິດ Suisse 41,285 8,401,120 202 ແບນ (ພຶດຕິໄນ) Schweiz/Suisse/Svizzera/Svizra
  ເຊັກກີ Tchéquie 78,866 10,610,947 134 ປຣາກ Česko
  ຕວັກກີ Turquie 783,356 80,810,525 105 ອັງກາລາ Türkiye
  ອູແກຣນ Ukraine 603,628 42,418,235 73.8 ກຽບ Україна (Ukraina)
  ວາຕິກັງ Vatican 0.44 1000 2,272 ວາຕິກັງ Città del Vaticano/Civitas Vaticana
Total 50 10,180,000 743,000,000 73

ເມືອງສຳຄັນ ດັດແກ້

ເອີລົບມີຫຼາຍເມືອງທີ່ແມ່ນສູນກາງທາງການເງິນຂອງໂລກ. ຈຶ່ງແມ່ນທະວີບທີ່ມີການຂົນສົ່ງທີ່ສະດວກຫຼາຍ ໂດຍສ່ວນຫຼາຍແມ່ນລະບົບຮາງ ເຊັ່ນ ລົດໄຟຟ້າ ລົດໄຟໃຕ້ດິນ ແລະລົດໄຟຄວາມໄວສູງ ເຊິ່ງຖືເປັນຫົວໃຈຫຼັກຂອງການຂົນສົ່ງລະຫວ່າງເມືອງແລະປະເທດ.

ເສດຖະກິດ ດັດແກ້

ເອີລົບມີຄວາມກ້າວໜ້າທາງເສດຖະກິດຫຼາຍ ໂດຍມີການລວມກຸ່ມເປັນປະຊາຄົມເສດຖະກິດຂະໜາດໃຫຍ່ທີ່ສຸດໃນໂລກ ເອີ້ນວ່າ ກຸ່ມສະຫະພາບເອີລົບ ເຊິ່ງມີບົດບາດຫຼາຍຕໍ່ເສດຖະກິດໂລກ. ນອກຈາກນີ້ ສະມາຊິກຈີ 8 ຈຳນວນ 8 ປະເທດ ມີສະມາຊິກໃນເອີລົບຫຼາຍເຖິງ 5 ປະເທດ ແມ່ນ ລັດເຊຍ ດອຍລັນ ຝະລັ່ງ ອິຕາເລຍ ແລະສະຫະລາຊະອານາຈັກ.

ອ້າງອີງ ດັດແກ້

  1. "Largest Countries In Europe 2020". worldpopulationreview.com.
  2. "ການປະເມີນປະຊາກອນໂລກ 2017". ESA.UN.org (custom data acquired via website). United Nations Department of Economic and Social Affairs, Population Division. Retrieved 10 September 2017.
  3. "GDP PPP, current prices". International Monetary Fund. 2021. Retrieved 16 January 2021.
  4. "GDP Nominal, current prices". Internatonal Monetary Fund. 2021. Retrieved 16 January 2021.
  5. "Nominal GDP per capita". International Monetary Fund. 2021. Retrieved 16 January 2021.
  6. "Reports – Human Development Reports". hdr.undp.org. Archived from the original on 9 July 2012. Retrieved 21 July 2017.
  7. 7.0 7.1 7.2 7.3 Cite error: Invalid <ref> tag; no text was provided for refs named Survey
  8. "Demographia World Urban Areas" (PDF). Demographia. Retrieved October 28, 2020.
  9. National Geographic Atlas of the World (7th ed.). Washington, DC: National Geographic. 1999. ISBN 0-7922-7528-4. "Europe" (pp. 68-9); "Asia" (pp. 90-1): "A commonly accepted division between Asia and Europe ... is formed by the Ural Mountains, Ural River, Caspian Sea, Caucasus Mountains, and the Black Sea with its outlets, the Bosporus and Dardanelles."
  10. ປະກາດ ຊື່ທາງການຂອງບັນດາປະເທດຕ່າງໆ ເປັນພາສາລາວ ທີ່ຖືກຕ້ອງຕ້ອງແມ່ນແບບນີ້ !. Facebook Lao Youth Radio FM 90.0 Mhz. ສືບຄົ້ນ 15 ພະຈິກ 2019
  11. Elstat, Estimated population, 2020 Archived 2021-08-05 at the Wayback Machine
ບັນນານຸກົມ

ແຫຼ່ງຂໍ້ມູນອື່ນ ດັດແກ້