ປະເທດເກຣັກ

ປະ​ເທດ​ໃນ​ເອີ​ຣົບ​ໃຕ້​
(ປ່ຽນເສັ້ນທາງມາຈາກ ເກຣັກ)

ເກຣັກ (ອັງກິດ: Greece; ເກຣັກ: Ελλάδα, ອອກສຽງ [e̞ˈlaða]) ຫຼື ເອີ້ນຢ່າງເປັນທາງການວ່າ ສາທາລະນະລັດ ເກຣັກ (ອັງກິດ: Hellenic Republic; ເກຣັກ: Ελληνική Δημοκρατία [e̞ˌliniˈci ðimo̞kraˈtiˌa]) ເປັນປະເທດທີ່ຕັ້ງຢູ່ທາງຕາເວັນອອກສຽງໃຕ້ຂອງທະວີບເອີຣົບ ພາກໃຕ້ສຸດຂອງແຫຼມບານຄານ ມີຊາຍແດນທາງພາກເໜືອຕິດກັບປະເທດບູນກາລີ, ມາເຊໂດນີ ແລະ ອານບານີ ມີຊາຍແດນທາງຕາເວັນອອກຕິດກັບປະເທດຕວັກກີ ຢູ່ຕິດທະເລອີຈຽນທາງຕາເວັນອອກຕິດທະເລໄອໂອນຽນ ແລະ ທະເລເມດີແຕຣາເນທາງດ້ານຕາເວັນຕົກ ແລະ ໃຕ້ ມີປະຊາກອນປະມານ 10.7 ລ້ານຄົນ.[12] ມີເມືອງຫຼວງແມ່ນ ເອເທນ ເຊິ່ງຍັງເປັນເມືອງທີ່ໃຫຍ່ທີ່ສຸດໃນປະເທດ ໂດຍມີ ເທສະໂລນີກີ ແລະ ເພທຣຸດເປັນນະຄອນໃຫຍ່ຮອງລົງມາ.

ສາທາລະນະລັດ ເກຣັກ

Ελληνική Δημοκρατία (ເກຣັກ)
Ellinikí Dimokratía
ທຸງຊາດເກຣັກ
ທຸງຊາດ
ເຄື່ອງໝາຍຊາດຂອງເກຣັກ
ເຄື່ອງໝາຍຊາດ
ຄຳຂວັນΕλευθερία ή Θάνατος
ເອເລຟເທຣິອາ ອິທານາທອສ
("ອິດສະຫຼະພາບ ຫຼື ຄວາມຕາຍ")
ທີ່ຕັ້ງຂອງ ປະເທດເກຣັກ  (ສີຂຽວເຂັ້ມ)

– ໃນເອີຣົບ  (ສີຂຽວອ່ອນ & ສີເທົາເຂັ້ມ)
– ໃນສະຫະພາບເອີຣົບ  (ສີຂຽວອ່ອນ)

ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ເອເທນ
37°58′N 23°43′E / 37.967°N 23.717°E / 37.967; 23.717
ພາສາລັດຖະການ
ແລະ ພາສາປະຈຳຊາດ
ເກຣັກ
ສາສະໜາ
(2017)
ເດມະນິມຊາວເກຣັກ
ການປົກຄອງສາທາລະນະລັດລວມລັດຖະສະພາ
ກາເຕຣີນາ ຊາເກລາໂຣປູລູ
Kyriakos Mitsotakis
Konstantinos Tasoulas
ສະພານິຕິບັນຍັດລັດຖະສະພາເກຣັກ
ປະຕິວັດການສະຖາປະນາ
25 ມີນາ ຄ.ສ 1821 (ວັນທີຂອງສົງຄາມປະກາດອິດສະຫຼະພາບເກຣັກແບບດັ້ງເດີມ) 15 ມັງກອນ ຄ.ສ 1822 (ວັນທີປະກາດຢ່າງເປັນທາງການ)
3 ກຸມພາ ຄ.ສ 1830
11 ມິຖຸນາ ຄ.ສ 1975
ພື້ນທີ່
• ລວມ
131,957 ຕາລາງກິໂລແມັດ (50,949 ຕາລາງໄມລ໌)[4] (ອັນດັບທີ 95)
1.51 (ໃນປີ ຄ.ສ 2015)[5]
ປະຊາກອນ
• 2020 ປະມານ
ຫຼຸດລົງເປັນກາງ 10,718,565[6] (ອັນດັບທີ 85)
• ສຳມະໂນປະຊາກອນ 2011
10,816,286[7]
82[8] ຕໍ່ຕາລາງກິໂລແມັດ (212.4 ຕໍ່ຕາລາງໄມລ໌) (ອັນດັບທີ 98)
GDP (ອຳນາດຊື້)2021 (ປະມານ)
• ລວມ
Increase 339.668 ຕື້ໂດລາສະຫະລັດ[9]
Increase 31,821 ໂດລາສະຫະລັດ[9]
GDP (ລາຄາຕະຫຼາດ)2021 (ປະມານ)
• ລວມ
Increase 211.645 ຕື້ໂດລາສະຫະລັດ[9]
Increase 19,827 ໂດລາສະຫະລັດ[9]
ຈີນີ (2020)Negative increase 31.4[10]
ປານກາງ
HDI (2019)Increase 0.888[11]
ສູງຫຼາຍ · ອັນດັບທີ 32
ສະກຸນເງິນເອີໂຣ () (EUR)
ເຂດເວລາUTC+02:00 (EET)
• ລະດູຮ້ອນ (ເວລາອອມແສງ)
UTC+03:00 (EEST)
ຮູບແບບວັນທີວວ-ດດ-ປປປປ (AD)
ຂັບລົດດ້ານຂວາ
ລະຫັດໂທລະສັບ+30
ລະຫັດອິນເຕີເນັດ
  1. ນອກຈາກນີ້ຍັງໃຊ້ໂດເມນ .eu ເຊັ່ນດຽວກັບປະເທດສະມາຊິກສະຫະພາບເອີຣົບອື່ນໆ

ຊາວເກຣັກເອີ້ນປະເທດຕົນເອງວ່າ Hellas ເຊິ່ງພາສາເກຣັກໃນປັດຈຸບັນອອກສຽງວ່າ Ellas ໂດຍໃນການເວົ້າທົ່ວໄປຈະໃຊ້ຄຳວ່າ Ellada ແລະ ມັກຈະເອີ້ນຕົນເອງວ່າ Hellenes. ຄຳໃນພາສາອັງກິດແມ່ນ "Greece" ມາຈາກຊື່ລາຕິນວ່າ Graecia ໝາຍເຖິງພື້ນທີ່ທາງເໜືອຂອງເກຣັກໃນປັດຈຸບັນ ເຊິ່ງມີກຸ່ມຄົນທີ່ເອີ້ນວ່າ Graikos ອາໄສຢູ່.

ປະເທດເກຣັກໄດ້ຮັບການຍອມຮັບວ່າເປັນຕົ້ນກຳເນີດຂອງອາລະຍະທຳຕາເວັນຕົກ ແລະ ຍັງເປັນເປັນຕົ້ນກຳເນີດຂອງປະຊາທິປະໄຕ, ປັດຊະຍາ, ວັນນະຄະດີບູຮານ, ປະຫວັດສາດ, ວິທະຍາສາດການເມືອງ, ທິດສະດີທາງວິທະຍາສາດ ແລະ ຄະນິດສາດ, ໂຮງລະຄອນ ແລະ ການແຂ່ງຂັນໂອລິມປິກ ນັບຕັ້ງແຕ່ສະຕະວັດທີ 8 ກ່ອນຄຣິດສັກກະລາດ ຊາວເກຣັກຢູ່ຮ່ວມກັນເປັນນະຄອນລັດອິດສະຫຼະຫຼາຍແຫ່ງເອີ້ນວ່າ poleis ເຊິ່ງຍາວຕິດທະເລເມດີແຕຣາເນ ແລະ ທະເລດຳ, ຟີລິບໂປດທີ 2 ແຫ່ງມາເຊໂຊນີ ໄດ້ລວມດິນແດນສ່ວນໃຫຍ່ໃນປັດຈຸບັນເຂົ້າດ້ວຍກັນໃນສະຕະວັດທີ 4 ອາເລັກຊານເດີ ມະຫາລາດ ໂອລົດຂອງພະອົງສ້າງຊື່ດ້ວຍການເອົາຊະນະໂລກບູຮານໃນໄລຍະເວລາອັນສັ້ນ ຕັ້ງແຕ່ທະເລເມດີແຕຣາເນໄປຈົນເຖິງອິນເດຍ ກ່ອນຈະເຂົ້າສູ່ສະໄໝເຮເລນິກສະກີ ເຊິ່ງວັດທະນະທຳເກຣັກບູຮານຂະຫຍາຍອິດທິພົນໄປທົ່ວ ກ່ອນທີ່ດິນແດນທັງໝົດຈະຖືກລວມເຂົ້າກັບສາທາລະນະລັດໂຣມັນ ໃນສະຕະວັດທີ 2 ກ່ອນຄຣິດສັກກະລາດໂດຍກາຍເປັນສ່ວນໜຶ່ງຂອງຄວາມຍິ່ງໃຫຍ່ໃນຍຸກຈັກກະວັດໂຣມັນ ແລະ ຈັກກະວັດບີຊັງຕານ ເຊິ່ງໄດ້ຮັບອິດທິພົນຈາກເກຣັກທັງໃນດ້ານວັດທະນະທຳ ແລະ ພາສາ[13][14] ຄຣິດຕະຈັກອໍໂທດອກເຊິ່ງໃນຄຣິດສະຕະວັດທີ 1 ຊ່ວງສ້າງເອກະລັກຂອງຍຸກເກຣັກສະໄໝໃໝ່ ແລະ ຖ່າຍທອດວັດທະນະທຳເກຣັກສູ່ອໍໂທດອກຕາເວັນອອກ ແລະ ຫຼັງຈາກຕົກຢູ່ພາຍໃຕ້ການປົກຄອງໂດຍຈັກກະວັດໂອໂຕມັນ ໃນຊ່ວງກາງສະຕະວັດທີ 15 ເກຣັກໄດ້ກາຍສະພາບເປັນລັດ​ປະ​ເທດ​ຊາດ​ສະໄໝໃໝ່ໃນປີ ຄ.ສ 1830 ຫຼັງສິ້ນສຸດສົງຄາມປະກາດອິດສະຫຼະພາບ[15].

ໃນຊ່ວງສະຕະວັດທຳອິດຂອງການກໍ່ຕັ້ງລາຊະອານາຈັກເກຣັກ ຜູ້ປົກຄອງອານາຈັກສະແຫວງຫາການຂະຫຍາຍດິນແດນເຊິ່ງປະສົບຜົນສຳເລັດໃນຊ່ວງສະຕະວັດທີ 20 ໃນລະຫວ່າງສົງຄາມບອນຄານ ກ່ອນທີ່ຈະສິ້ນສຸດດ້ວຍຄວາມປະລາໄຊຢ່າງເສຍຫາຍໃນສົງຄາມສົງຄາມເກຣັກ-ຕວັກກີ ປີ ຄ.ສ 1919–1922 ເຊິ່ງສົງຜົນຕໍ່ຄວາມເສື່ອມໂຊມຂອງອານາຈັກອີກຫຼາຍປີ ສາທາລະນະລັດ ເກຣັກ ທີສອງກໍ່ຕັ້ງຂຶ້ນໃນເວລາອັນສັ້ນ ເຊິ່ງຕ້ອງປະເຊີນກັບຄວາມຂັດແຍ້ງທາງການເມືອງລວມເຖິງການຕັ້ງຖິ່ນຖານໂດຍຜູ້ລີ້ໄພຊາວຕວັກກີ ລະບອບຜະເດັດການກະສັດມີຈຸດເລີ່ມຕົ້ນໃນປີ ຄ.ສ 1936 ແລະ ຄອບງຳປະເທດເຊິ່ງຕາມມາດ້ວຍການຍຶດຄອງເກຣັກຂອງຝ່າຍອັກສະໃນລະຫວ່າງສົງຄາມໂລກຄັ້ງທີສອງ, ສົງຄາມການເມືອງເກຣັກ ແລະ ນຳໄປສູ່ການຍຶດອຳນາດໂດຍຄະນະຜູ້ຍຶດອຳນາດການປົກຄອງໃນປີ ຄ.ສ 1967. ແນວໃດກໍ່ຕາມ ເກຣັກມີອັດຕາການເຕີບໂຕເສດຖະກິດສູງເປັນປະຫວັດຕິການໃນຊ່ວງລະຫວ່າງທົດສະວັດທີ 1950–70 ແລະ ກາຍສະພາບເປັນປະເທດພັດທະນາແລ້ວ ລະບອບປະຊາທິປະໄຕໄດ້ຮັບການຟື້ນຟູໃນປີ ຄ.ສ 1974 ການລົ້ມລ້າງລະບອບກະສັດໃນຊ່ວງເວລາດັ່ງກ່າວນຳໄປສູ່ການກໍ່ຕັ້ງສາທາລະນະລັດ ເກຣັກ ທີສາມເຊິ່ງກິນເວລາມາເຖິງປັດຈຸບັນ.

ປະເທດເກຣັກ ປົກຄອງແບບສາທາລະນະລັດລະບົບລັດຖະສະພາ ຖືເປັນປະເທດພັດທະນາ ແລະ ເປັນປະເທດອຳນາດປານກາງ ໂດຍມີລາຍຮັບສູງ ແລະ ແລະ ຄຸນນະພາບຊີວິດທີ່ດີຂອງປະຊາກອນ[16] ໂດຍຢູ່ໃນອັນດັບທີ 32 ໃນດັດຊະນີການພັດທະນາມະນຸດ ເສດຖະກິດຂອງປະເທດມີຂະໜາດໃຫຍ່ທີ່ສຸດໃນກຸ່ມປະເທດແຫຼມບານຄານ ເຊິ່ງເປັນແຫຼ່ງລົງທຶນລະດັບພາກພື້ນທີ່ສຳຄັນ ເກຣັກເປັນສະມາຊິກຜູ້ກໍ່ຕັ້ງສະຫະປະຊາຊາດ, ເປັນສະມາຊິກລຳດັບທີ 10 ຂອງສະຫະພາບເອີຣົບ ແລະ ເປັນສ່ວນໜຶ່ງຂອງເອີໂຣໂຊນຕັ້ງແຕ່ປີ ຄ.ສ 2001 ລວມທັງເປັນສະມາຊິກຂອງອົງການລະຫວ່າງປະເທດອື່ນໆ ອີກຫຼາກຫຼາຍເຊັ່ນ: ສະພາເອີຣົບ, ນາໂຕ, ອົງການເພື່ອຮ່ວມມື ແລະ ການພັດທະນາທາງເສດຖະກິດ, ອົງການການຄ້າໂລກ ແລະ ອົງການວ່າດ້ວຍຄວາມໝັ້ນຄົງ ແລະ ຄວາມຮ່ວມມືໃນເອີຣົບ. ເກຣັກມີເອກະລັກໃນດ້ານມໍລະດົກທາງປະຫວັດສາດ ແລະ ວັດທະນະທຳທີ່ມີຊື່ສຽງໄປທົ່ວໂລກ ມີມໍລະດົກໂລກທີ່ຮັບຮອງໂດຍອຸຍແນສໂກຈຳນວນ 19 ແຫ່ງ.[17] ລວມທັງຂຶ້ນຊື່ໃນດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການເດີນເຮືອ[18].

ອ້າງອີງ

  1. [1] The Constitution of Greece: Section II Relations of Church and State: Article 3, Hellenic Resources network.
  2. Enyedi, Zsolt; Madeley, John T.S. (2 August 2004). Church and State in Contemporary Europe. Routledge. p. 228. ISBN 9781135761417. Both as a state church and as a national church, the Orthodox Church of Greece has a lot in common with Protestant state churches, and even with Catholicism in some countries.
  3. "Religious Belief and National Belonging in Central and Eastern Europe". Pew Research Center. 10 May 2017. Retrieved 9 September 2017.
  4. "Country Comparison: Area". The World Factbook. Central Intelligence Agency. Archived from the original on 2020-11-13. Retrieved 7 January 2013.
  5. "Surface water and surface water change". Organisation for Economic Co-operation and Development (OECD). Retrieved 11 October 2020.
  6. "Statistics - ELSTAT". www.statistics.gr. Archived from the original on 2021-08-05. Retrieved 30 April 2021.
  7. Απογραφή Πληθυσμού – Κατοικιών 2011. ΜΟΝΙΜΟΣ Πληθυσμός [Results of Population-Housing Census 2011 concerning the permanent population of the country] (in ກຣີກ). 20 March 2014. Archived from the original (PDF) on 2017-11-24. Retrieved 25 October 2016.
  8. "Announcement of the results of the 2011 Population Census for the Resident Population" (PDF). Hellenic Statistical Authority. 28 December 2012. Archived from the original (PDF) on 13 November 2013. Retrieved 24 August 2013.
  9. 9.0 9.1 9.2 9.3 "World Economic Outlook Database: October 2021". Washington, D.C.: International Monetary Fund. 12 October 2021. Retrieved 12 October 2021.
  10. "Income inequality, 2020". Piraeus: Hellenic Statistical Authority. 23 September 2021. Archived from the original on 2021-10-29. Retrieved 23 September 2021.
  11. Human Development Report 2020 The Next Frontier: Human Development and the Anthropocene (PDF). United Nations Development Programme. 15 December 2020. pp. 343–346. ISBN 978-92-1-126442-5. Retrieved 16 December 2020.
  12. "Greece Population 2022 (Demographics, Maps, Graphs)". worldpopulationreview.com.
  13. Editors, History com. "Ancient Greece". HISTORY (in ອັງກິດ). {{cite web}}: |last= has generic name (help)
  14. "Greek History". ancient-greece.org.
  15. "War of Greek Independence | History, Facts, & Combatants | Britannica". www.britannica.com (in ອັງກິດ).
  16. "Greece Economy: Population, Facts, GDP, Unemployment, Trade, Corruption". www.heritage.org (in ອັງກິດ). Archived from the original on 2024-01-18. Retrieved 2024-01-20.
  17. Centre, UNESCO World Heritage. "Greece - UNESCO World Heritage Convention". UNESCO World Heritage Centre (in ອັງກິດ).
  18. "ancient Greek civilization | History, Map, Culture, Politics, Religion, Achievements, & Facts | Britannica". www.britannica.com (in ອັງກິດ).
ບັນນານຸກົມ

ແຫຼ່ງຂໍ້ມູນອື່ນ


Cite error: <ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found