ລົດໄຟຄວາມໄວສູງ
ລົດໄຟຄວາມໄວສູງ ຫຼື ລະບົບຄວາມໄວສູງ (ອັງກິດ : High-Speed Rail) ແມ່ນລະບົບຂົນສົ່ງທາງລາງທີ່ແລ່ນນຳຄວາມໄວສູງ ຄວາມໄວຫຼາຍກວ່າລະບົບຂົນສົ່ງທາງລາງທົ່ວໄປ ເຊີ່ງຄວາມໄວບໍ່ຕໍ່າກວ່າ 250 ກິໂລແມັດ/ຊົ່ວໂມງ ລະບົບລໍ້ເລື່ອນຖືກອອກແບບມາຢ່າງພິເສດ ສ່ວນໃຫຍ່ລົດໄຟຄວາມໄວສູງຈະແລ່ນບົນຂະໜາດລາງ 1.435 ແມັດ (ສະແຕນດາດເກດ (ອັງກິດ: Standard gauge)).
ຫຼາຍປະເທດໄດ້ສ້າງແລະພັດທະນາໂຄງສ້າງພື້ນຖານທາງລົດໄຟຄວາມໄວສູງເພື່ອເຊື່ອມຕໍ່ໂຕເມືອງໃຫຍ່ສຳຄັນ ໂຕຢ່າງເຊັ່ນ ຍີ່ປຸ່ນ ,ຝະລັ່ງ ,ເຢຍລະມັນ ,ອັງກິດ, ຈີນ ແລະໃນຫຼາຍປະເທດ ຈາກສະຖິຕິທີ່ຜ່ານມາມີລົດໄຟຄວາມໄວສູງທີ່ສາມາດແລ່ນໄດ້ຄວາມໄວສູງທີ່ສຸດເຖີງ 574.8 ກິໂລແມັດ/ຊົ່ວໂມງ[1] ສຳລັບລົດໄຟເຕເຊເວ TGV ຈາກປະເທດຝະຣັ່ງ
ປະຫວັດ
ດັດແກ້ໃນຊ່ວງຕົ້ນ-ກາງສັດຕະວັດທີ່ 20 ໃນທະວີບເອີຣົບຕ່າງພັດທະນາຄວາມໄວຂອງລົດໄຟເພື່ອຫຼຸດເວລາການເດິນທາງໄປສູ່ຈຸດໝາຍປາຍທາງ ໃນປີ 1939 ອິຕາລີສາມາດສ້າງຄວາມໄວສູງເຖີງ 203 ກິໂລແມັດ/ຊົ່ວໂມງ ແຕ່ການວິໄຈຕ້ອງຢຸດໄປໃນຊ່ວງສົງຄາມໂລກຄັ້ງທີ່ສອງ
ຕໍ່ມາໃນປີ 1964 ປະເທດຍີ່ປຸ່ນໄດ້ເປິດການໃຫ້ບໍລິການເດີນລົດໄຟຄວາມໄວສູງສາຍທຳອິດຂອງໂລກ "ຊິນກັນເຊັນ" ຫຼື ເອີ້ນອີກຢ່າງວ່າ ລົດໄຟຫົວກະສຸນ (Bullet Train) ເພາະວ່າດ້ານໜ້າຂະບວນລົດໄຟຄ້າຍຄືກັບກະສຸນປືນ
ສຳລັບເສັ້ນທາງທຳອິດຊ່ວງ ໂຕກຽວ - ຊິນໂອຊາກ້າ ບົນເສັ້ນທາງພິເສດທີ່ສ້າງຂຶ້ນມາໂດຍສະເພາະເສັ້ນທາງທຳອິດໃນໂລກ ສາມາດແລ່ນ ຮັບ-ສົ່ງໂດຍສານຄວາມໄວເຖີງ 210 ກິໂລແມັດ/ຊົ່ວໂມງ ແລະມີຂີດຄວາມສາມາດແລ່ນໄດ້ສູງສຸດເຖີງ 256 ກິໂລແມັດ/ຊົ່ວໂມງ ເຊີ່ງຕໍ່ມາໃນຫຼາຍປະເທດຜູ້ນຳດ້ານເຕັກໂນໂລຢີເລີ່ມຕື່ນຕົວ ແລະພັດທະນາເຕັກໂນໂລຢີລົດໄຟຄວາມໄວສູງຂອງໂຕເອງ ທັງໃນທະວີບເອີຣົບ ແລະທະວີບອາຊີ
ອ້າງອີງ
ດັດແກ້- ↑ "2007 record attempt". BBC News Online. 2007-04-03. Retrieved 2014-09-22.