ປະເທດປອກຕຸຍການ

(ປ່ຽນເສັ້ນທາງມາຈາກ Portugal)

ປອກຕຸຍການ[1] (ປອກຕຸຍການ: Portugal) ຫຼືຊື່ທາງການແມ່ນ ສາທາລະນະລັດປອກຕຸຍການ (ປອກຕຸຍການ: República Portuguesa) ແມ່ນສາທາລະນະລັດເຊິ່ງມີລະບອບການປົກຄອງແບບປະຊາທິປະໄຕ. ຕັ້ງຢູ່ໃນພາກຕາເວັນຕົກແລະຕາເວັນຕົກສຽງໃຕ້ຂອງຄາບສະໝຸດອີເບລີທາງຕອນໃຕ້ຂອງທະວີບເອີລົບ ແລະຖືວ່າເປັນປະເທດທີ່ຢູ່ທາງທິດຕາເວັນຕົກຫຼາຍທີ່ສຸດໃນບັນດາປະເທດໃນທະວີບເອີລົບທັງຫຼາຍ (ຍົກເວ້ນໝູ່ເກາະບະເຣຕາຍໃຫຍ່ແລະໝູ່ເກາະໃກ້ຄຽງ). ປອກຕຸຍການມີພົມແດນຕິດກັບແອສະປາຍໃນທາງທິດເໜືອແລະທິດຕາເວັນອອກ ແລະຢູ່ຕິດກັບມະຫາສະໝຸດອັດລັງຕີກໃນທາງທິດຕາເວັນຕົກແລະທິດໃຕ້. ນອກຈາກນີ້ ປອກຕຸຍການຍັງປະກອບໄປດ້ວຍອານາເຂດໝູ່ເກາະຢູ່ຫຼາຍໝູ່ເກາະດ້ວຍກັນໃນມະຫາສະໝຸດອັດລັງຕີກ ເຊັ່ນ ອາຊອກ (Azores ຫຼື Açores) ແລະເກາະມາເດລາແລະປອກຕຸຍຊັນຕູ (ລວມເຖິງໝູ່ເກາະຊາເວດດ້ວຍ).

ສາທະລະນະລັດປອກຕຸຍການ

República Portuguesa (ປອກຕຸຍການ)
ທຸງຊາດປອກຕຸຍການ
ທຸງຊາດ
ເຄື່ອງໝາຍຊາດຂອງປອກຕຸຍການ
ເຄື່ອງໝາຍຊາດ
ຄຳຂວັນບໍ່ມີ
ທີ່ຕັ້ງຂອງປອກຕຸຍການ
ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ລີຊະບົນ
ພາສາລັດຖະການພາສາປອກຕຸຍການ1
ການປົກຄອງປະຊາທິປະໄຕລະບົບລັດຖະສະພາ
ອານີບານ ກາວາກູ ຊີນວາ
ເປດູ ປາຊູດ ກູເອນຢູ
ການສ້າງຊາດ 
• ເອກະລາດ
24 ມິຖຸນາ ຄ.ສ. 1128
• ເປັນທີ່ຍອມຮັບ
5 ຕຸລາ ຄ.ສ. 1143
0.5%
ປະຊາກອນ
• ກ.ຄ. 2005 ປະມານ
10,495,000 (76)
• ສຳມະໂນປະຊາກອນ 2544
10,148,259
GDP (ອຳນາດຊື້)2548 (ປະມານ)
• ລວມ
203.4 ພັນລ້ານໂດລາສະຫະລັດ (41)
19,335 ໂດລາສະຫະລັດ (37)
HDI (2546)0.904
ສູງຫຼາຍ · 27
ສະກຸນເງິນຢູໂລ (€) 2 (EUR)
ເຂດເວລາWET3
• ລະດູຮ້ອນ (ເວລາອອມແສງ)
UTC+1 (EST)
ລະຫັດໂທລະສັບ351
ລະຫັດອິນເຕີເນັດ.pt
1ພາສາມີລັງແມ່ນພາສາທາງການຮ່ວມພື້ນທີ່ທາງຕາເວັນອອກສຽງເໜືອ
2ກ່ອນປີ ຄ.ສ. 1999: ອິດກູດູປອກຕຸຍການ
3ອາຊໍເລດ: UTC-1; UTC ໃນລະດູຮ້ອນ

ປະຊາກອນສາດ ດັດແກ້

ປອກຕຸການມີປະຊາກອນປະມານ 10,927,250 ຄົນ (ປີ ຄ.ສ. 2013) ໃນຈຳນວນນີ້ 3.13 % ເປັນຜູ້ຍ້າຍຖີ່ນເຂົ້າປະເທດຢ່າງຖືກກົດໝາຍ ເຊິ່ງສ່ວນຫຼາຍມາຈາກ ບະເຣຊິນ ອູກະແລນ ແລະ ອັງໂກລາ ໂດຍສ່ວນຫຼາຍນັບຖືສາສະໜາຄະຣິດນິກາຍໂລມັງກາໂຕລິກມີຄົນນັບຖືປະມານ 94 % ແລະຍັງມີນິກາຍປະໂລແຕສະຕັງແລະອື່ນ ໆ ລວມ 6 % ໂດຍທຸກສາສະໜາຢູ່ດ້ວຍກັນຢ່າງສະຫງົບ.

ພາສາ ດັດແກ້

ພາສາປອກຕຸຍການແມ່ນພາສາທາງການຂອງປະເທດປອກຕຸຍການ. ແມ່ນພາສາຈັດຢູ່ໃນກຸ່ມພາສາໂຣມັງ ເຊິ່ງໃນກຸ່ມພາສານີ້ມີແອສະປາໂຍນ ຝະລັ່ງ ແລະ ອິຕາລີ ນຳ. ມີຜູ້ເວົ້າປະມານ 10,000,000 ຄົນ ພາຍໃນປະເທດປອກຕຸຍການ (ປີ ຄ.ສ. 2012) ແລະປະມານ 203,349,200 ຄົນ ທົ່ວໂລກ.[2]

ອ້າງອີງ ດັດແກ້

  1. ຈາກ ຝຣັ່ງ: Portugal, ປອກຕຸຍກາລ
  2. Lewis, M. Paul, Gary F. Simons, and Charles D. Fennig (eds.). 2014. Ethnologue: Languages of the World, Seventeenth edition. Dallas, Texas: SIL International. Online version: http://www.ethnologue.com.

ແຫຼ່ງຂໍ້ມູນອື່ນ ດັດແກ້

ລັດຖະບານ
ການທ່ອງທ່ຽວ