ເຂດພະນະຄອນ

ເຂດໃນບາງກອກ ປະເທດໄທ
(ປ່ຽນເສັ້ນທາງມາຈາກ ອຳເພີພະນະຄອນ)
ເຂດພະນະຄອນ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດພະນະຄອນ
ກຸງລັດຕະນະໂກສິນວັງວັດກະສັດສ້າງ
ສູນກາງສະໜາມຫຼວງກະຊວງສານ
ປ້ອມປະຕູຄູຄອງຂອງໂບຮານ
ແຫຼ່ງສະຖາບັນການສຶກສາປະຊາທິປະໄຕ
ຮວມດວງໃຈໄທທັ້ງປະເທດ… ເຂດພະນະຄອນ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດພະນະຄອນ
ອັກສອນໂລມັງ Khet Phra Nakhon
ລະຫັດພູມິສາດ 1001
ລະຫັດໄປສະນີ 10200
ຂໍ້ມູນສະຖິຕິ
ພື້ນທີ່ 5.536 ຕລ.ກມ.
ປະຊາກອນ 52,522[1] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 9,487.36 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 78 ຊອຍສາມເສນ 3 (ວັດສາມພະຍາ) ຖະໜົນສາມເສນ ແຂວງວັດສາມພະຍາ ເຂດພະນະຄອນ ບາງກອກ 10200
ພິກັດ 13°45′52″N 100°29′57″E / 13.76444°N 100.49917°E / 13.76444; 100.49917
ໝາຍເລກໂທລະສັບ 0 2628 9066
ໝາຍເລກໂທລະສານ 0 2281 5579
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດພະນະຄອນ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດພະນະຄອນ (ໄທ: เขตพระนคร) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກກາງ ຖືເປັນເຂດອະນຸລັກເມືອງເກົ່າ ແຫຼ່ງທ່ອງທ່ຽວເຊິງປະຫວັດສາດແລະສິລະປະວັດທະນະທຳທາງຝັ່ງພະນະຄອນ ເນື່ອງຈາກມີບ່ອນທີ່ສຳຄັນທາງດ້ານວັດທະນະທຳແລະດ້ານການເມືອງປົກຄອງຕັ້ງຢູ່ເປັນຈຳນວນຫຼາຍ ເຊິ່ງເຂດພະນະຄອນເປັນທີ່ຕັ້ງຂອງເກາະລັດຕະນະໂກສິນໃນປັດຈຸບັນ

ບ່ອນຕັ້ງແລະອານາເຂດ ດັດແກ້

ຕັ້ງຢູ່ບົນເກາະລັດຕະນະໂກສິນ ເຊິ່ງເປັນບໍລິເວນຕາເວັນຕົກສຸດຂອງຝັ່ງພະນະຄອນ ມີອານາເຂດຕິດຕໍ່ກັບເຂດຂ້າງຄຽງ ດັງນີ້

ປະຫວັດ ດັດແກ້

ເຂດພະນະຄອນ ເດີມມີຖານະເປັນ ອຳເພີຊະນະສົງຄາມ ຂຶ້ນກັບກົມນະຄອນບານ ມີທີ່ວ່າການອຳເພີຕັ້ງຢູ່ທີ່ຖະໜົນຈັກກະພົງ ຕິດກັບວັດຊະນະສົງຄາມດ້ານເໜືອ

ໃນວັນທີ່ 15 ຕຸລາ ຄ.ສ. 1915 ໄດ້ມີປະກາດຍົກເລີກອຳເພີຊັ້ນໃນແຕ່ເດີມແລະຕັ້ງອຳເພີຊັ້ນໃນຂຶ້ນໃໝ່ 25 ອຳເພີ ໄດ້ແກ່ ອຳເພີພະລາຊະວັງ ອຳເພີຊະນະສົງຄາມ ອຳເພີສຳລານລາດ ອຳເພີພາຫຸລັດ ອຳເພີຈັກກະຫວັດ ອຳເພີສັມພັນທະວົງ ອຳເພີສາມແຍກ ອຳເພີປ້ອມປາບສັດຕູພ່າຍ ອຳເພີສາມຍອດ ອຳເພີນາງເລິ້ງ ອຳເພີບາງຂຸນພົມ ອຳເພີສາມເສນ ອຳເພີດຸສິດ ອຳເພີພະຍາໄທ ອຳເພີປະແຈຈີນ ອຳເພີປະທຸມວັນ ອຳເພີບາງຮັກ ອຳເພີສາທອນ ອຳເພີບ້ານທະວາຍ ອຳເພີບາງພັດ ອຳເພີອະມະລິນ ອຳເພີຫົງສາຮາມ ອຳເພີລາຊະຄຶກ ອຳເພີບຸບຜາຮາມ ແລະອຳເພີບຸກຄະໂລ

ການແບ່ງເຂດປົກຄອງ ດັດແກ້

ເຂດພະນະຄອນແບ່ງເຂດການປົກຄອງຍ່ອຍອອກເປັນ 12 ແຂວງ (khwaeng) ໄດ້ແກ່

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ມັງກອນ 2016)
ຈຳນວນບ້ານ
(ມັງກອນ 2016)
ຄວາມໜາແໜ້ນປະຊາກອນ
(ມັງກອນ 2016)
ພຣະບໍລົມມະຫາລາຊະວັງ Phra Borom Maha Ratchawang
1.647
4,263
1,305
2,588.34
ວັງບູລະພາພິຣົມ Wang Burapha Phirom
0.720
11,658
5,361
16,191.66
ວັດລາຊະບໍພິດ Wat Ratchabophit
0.220
3,484
984
15,836.36
ສຳລານລາດ Samran Rat
0.230
3,513
1,138
15,273.91
ສານເຈົ້າພໍ່ເສືອ San Chao Pho Suea
0.144
3,351
998
23,270.83
ເສົາຊິງຊ້າ Sao Chingcha
0.153
2,440
709
15,947.71
ບໍວອນນິເວດ Bowon Niwet
0.496
5,302
1,636
10,689.51
ຕະຫຼາດຍອດ Talat Yot
0.193
2,672
1,211
13,844.55
ຊະນະສົງຄາມ Chana Songkhram
0.339
2,074
825
6,117.99
ບ້ານພານຖົມ Ban Phan Thom
0.414
7,120
2,031
17,198.06
ບາງຂຸນພົມ Bang Khun Phrom
0.458
4,856
2,106
10,602.62
ວັດສາມພຣະຍາ Wat Sam Phraya
0.522
3,064
972
5,869.73
ທັງໝົດ
5.536
53,797
19,276
9,717.66

ສະຖານທີ່ສຳຄັນໃນເຂດພະນະຄອນ ດັດແກ້

 
ເຂດພະນະຄອນ (ພາສາສະແປນ - ພາສາໄທ)
 
ສານຫຼັກເມືອງ
 
ວັດພະສີລັດຕະນະສາດສະດາລາມ (ວັດພະແກ້ວ)
 
ອະນຸສາວະຣີປະຊາທິປະໄຕ

ບ່ອນທຳການລັດຖະບານ ດັດແກ້

ໄດ້ແກ່

ວັດ ດັດແກ້

ມີຈຳນວນ 24 ແຫ່ງ ໄດ້ແກ່

ມັດສະຍິດ ດັດແກ້

ມີຈຳນວນ 2 ແຫ່ງ ໄດ້ແກ່

ສານເຈົ້າ ດັດແກ້

ມີຈຳນວນ 7 ແຫ່ງ ໄດ້ແກ່

ພະລາຊະວັງແລະວັງ ດັດແກ້

ພະບໍລົມລາຊານຸສາວະລີແລະອະນຸສາວະລີ ດັດແກ້

ບູຮານນະສະຖານແລະສະຖານທີ່ສຳຄັນຕ່າງ ໆ ດັດແກ້

ໃນຕອນເລິ່ມແຮກນັ້ນ ສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ໂປດເກົ້າໃຫ້ສ້າງ14 ປ້ອມປາການ ເພື່ອຮັກສາພະນະຄອນ ແຕ່ຖືກລື້ລົງເກືອບໝົດໃນສະໄໝຕໍ່ມາ ປັດຈຸບັນຫຼົງເຫຼືອຢູ່ພຽງ 2 ປ້ອມ ໄດ້ແກ່ ປ້ອມພະສຸເມນແລະປ້ອມມະຫາການ ແຕ່ເດີມນັ້ນ ບໍລິເວນຮອບ ໆ ປ້ອມພະສຸເມນ ເປັນແຄ່ຖະໜົນທຳມະດາ ແຕ່ໃນປີ ຄ.ສ. 2000 ໄດ້ສ້າງສວນສາທາລະນະສວນສັນຕິໄຊປາການ

ເມື່ອປີ ຄ.ສ. 2005 ທາງລັດຖະບານໄດ້ອະພິປາຍພື້ນທີ່ບໍລິເວນຕັ້ງແຕ່ສະພານພະພຸດທະຍອດຟ້າຈນຮອດທ່າວາສຸກີ ສົ່ງໄປໃຫ້ອົງການຍູເນສໂກເພື່ອໃຫ້ເປັນແຫຼ່ງມໍລະດົກໂລກໃນອະນາຄົດ

ໂຮງຮຽນ ມະຫາວິທະຍາໄລ ແລະວິທະຍາໄລຂອງລັດ ດັດແກ້

ຕະຫຼາດແລະສູນການຄ້າ ດັດແກ້

ການຄົມມະນາຄົມ ດັດແກ້

ເປັນເຂດດຽວທີ່ມີບໍລິການລົດຮາງຣອບເກາະລັດຕະນະໂກສິນ[2] ມີຖະໜົນສາຍຫຼັກໃນເຂດພະນະຄອນ ໄດ້ແກ່

ແລະມີຂົວຂ້າມແມ່ນ້ຳເຈົ້າພະຍາ 4 ແຫ່ງ ໄດ້ແກ່

ແລະກຳລັງມີການກໍ່ສ້າງສະຖານີລົດໄຟຟ້າ ໃນໂຄງການລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ

ເບິ່ງຕື່ມ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້

ອ້າງອີງ ດັດແກ້

  1. สำนักบริหารการทะเบียน กรมการปกครอง กระทรวงมหาดไทย, กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/. สืบค้น 11 มีนาคม 2560.
  2. "รถรางรอบเกาะรัตนโกสินทร์". Archived from the original on 2016-03-07. Retrieved 2016-07-30.