ພະບໍລົມມະຫາລາຊະວັງ

ພະບໍລົມມະຫາລາຊະວັງ (ໄທ: พระบรมมหาราชวัง, ພຣະບຣມມຫາຣາຊວັງ) ແມ່ນທີ່ປະທັບຢ່າງເປັນທາງການຂອງພະມະຫາກະສັດແຫ່ງລາຊະອານາຈັກໄທໃນສະໄໝກຸງຣັດຕະນະໂກສິນ ຕັ້ງຢູ່ທີ່ແຂວງພະບໍລົມມະຫາລາຊະວັງ ເຂດພະນະຄອນ ບາງກອກ ແມ້ປັດຈຸບັນເຈົ້າຊີວິດຈະບໍ່ໄດ້ມາປະທັບທີ່ນີ່ແລ້ວ ແຕ່ພະບໍລົມມະຫາລາຊະວັງກົຍັງຄົງຖຶກໃຊ້ງານໃນພະລາຊະພິທີສຳຄັນຕ່າງໆ ຈົນເຖິງປັດຈຸບັນ ແລະຍັງເປັນບ່ອນທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມມາກທີ່ສຸດໃນປະເທດໄທ ໂດຍມີຜູ້ເຂົ້າຊົມໃນ ຄ.ສ. 2006 ເຖິງ 8,995,000 ຄົນ

ປະຫວັດ ດັດແກ້

ເມື່ອພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດປາບດາພິເສກຂຶ້ນເປັນປະຖົມກະສັດແຫ່ງລາຊະວົງຈັກກີ ພະອົງຊົງຍ້າຍລາຊະທານີຈາກກຸງທົນບຸລີມາຍັງຕຳບົນບາງກອກ ຊຶ່ງຕົ້ງຢູ່ບໍລິເວນຝັ່ງຕົງຂ້າມແມ່ນ້ຳເຈົ້າພະຍາ ແລະຊົງພະກະລຸນາໂປດເກົ້າຯ ໃຫ້ສ້າງພະລາຊະວັງຫຼວງຂຶ້ນເພື່ອເປັນສູນກາງການປົກຄອງອານາຈັກ ແລະເປັນທີ່ປະທັບຂອງເຈົ້າຊີວິດທຸກພະອົງໃນລາຊະວົງຈັກກີ ການກໍ່ສ້າງພະລາຊະວັງຫຼວງເລີ່ມພ້ອມກັບການສ້າງພະນະຄອນເມື່ອ ຄ.ສ. 1782 ໂດຍສ້າງຂຶ້ນໃນບໍລິເວນທີ່ເຄຍເປັນທີ່ຢູ່ຂອງພະຍາຣາຊາເສດຖີແລະຊາວຈີນທັ້ງຫຼາຍ ດັງນັ້ນ ພະອົງຈຶງໂປດເກົ້າຯ ໃຫ້ຍ້າຍໄປຢູ່ບ່ອນທີ່ແຫ່ງໃໝ່ຕັ້ງແຕ່ຄອງໃຕ້ວັດສາມປື້ມຈົນເຖິງຄອງເໜືອວັດສາມເພັງ ເລີ່ມດຳເນີນການໃນວັນທີ່ 22 ເມສາ ຫຼັງພະລາຊະພິທີຍົກເສົາເມືອງ 1 ວັນ ແລະເລີ່ມກໍ່ສ້າງພະລາຊະວັງຫຼວງໃນວັນທີ່ 6 ພຶດສະພາ ກ່ອນຈະມີການຊະເຫຼີມພະລາຊະມົນທຽນໃນວັນທີ່ 13 ມິຖຸນາ ແຕ່ຂະໜະນັ້ນພະລາຊະມົນທຽນສ້າງດ້ວຍເຄື່ອງໄມ້ແລະສ້າງເສົາລະນຽດອ້ອມຮອບພະລາຊະວັງ ເພື່ອປະກອບພະລາຊະພິທີປາບດາພິເສກ

ຕໍ່ມາໃນປີ ຄ.ສ. 1783 ພະອົງຈຶງຊົງໂປດເກົ້າຯ ໃຫ້ສ້າງພະລາຊະມົນທຽນ ພະມະຫາປາສາດ ປ່ຽນເສົາລະນຽດຈາກເຄື່ອງໄມ້ເປັນກ່ໍກຳແພງອິດ ສ້າງປະຕູອ້ອມຮອບພະລາຊະວັງ ຕະຫຼອດຈົນສ້າງພະອາຮາມໃນພະລາຊະວັງຫຼວງຄືວັດພຣະສີຣັດຕະນະສາດສະດາຣາມ ເພື່ອປະດິດສະຖານພະພຸດທະມະຫາມະນີຣັດຕະນະປະຕິມາກອນ (ພະແກ້ວມໍລະກົດ) ເມື່ອສ້າງພະລາຊະນິເວດມົນທຽນເປັນການຖາວອນ ແລ້ວໂປດເກົ້າຯ ໃຫ້ມີການພະລາຊະພິທີບໍລົມລາຊາພິເສກເຕັມຕາມແບບແຜນລາຊະປະເພນີອີກຄັ້ງໜຶ່ງໃນປີ ຄ.ສ. 1785

ພະລາຊະວັງຫຼວງໄດ້ມີການກ່ໍສ້າງເພີ່ມເຕີມ ຂະຫຍາຍອານາເຂດ ແລະບູລະນະປະຕິສັງຂອນມສໃນທຸກລາຊະການ ໃນລາຊະສະໄໝພະບາທສົມເດັດພະຈອມເກົ້າເຈົ້າຢູ່ຫົວ ຊົງພະກະລຸນາໂປດເກົ້າຯ ໃຫ້ສະຖາປະນາສົມເດັດພະເຈົ້ານ້ອງຍາເທີ ເຈົ້າຟ້າອິດສະເຣດຈຸທາມະນີ ກົມຂຸນອິດສະເຣດຣັງສັນ ພະລາຊະອະນຸຊາ ຂຶ້ນເປັນພະບາດສົມເດັດພະປິ່ນເກົ້າເຈົ້າຢູ່ຫົວ ຈຶງຊົງບັນຍັດໃຫ້ຮຽກພະລາຊະວັງຫຼວງວ່າ "ພະບໍລົມມະຫາລາຊະວັງ" ນັ້ນຄືຊົງບັນຍັດໃຫ້ໃຊ້ຄຳວ່າ "ບໍລົມ" ສຳຫຼັບຝ່າຍວັງຫຼວງ ແລະ "ບໍວອນ" ສຳຫຼັບຝ່າຍວັງໜ້າ ພະລາຊະວົງບໍວອນສະຖານມົງຄົນ ຫຼື ວັງໜ້າ ຈຶງຮຽກວ່າ "ພະບໍວອນລາຊະວັງ" ເມື່ອພະບາດສົມເດັດພະປິ່ນເກົ້າເຈົ້າຢູ່ຫິວສະເດັດສະຫວັນຄົດແລ້ວ ພະລາຊະວັງຫຼວງກົຍັງຄົງໃຊ້ຄຳວ່າ "ພະບໍລົມມະຫາລາຊະວັງ" ມາຈົນກະທັ່ງປັດຈຸບັນ

ໃນຊ່ວງປາຍສົງຄາມໂລກຄັ້ງທີ່ສອງ ເຄື່ອງບິນຈາກຝ່າຍສຳພັນມະມິດເຂົ້າທິ້ງລະເບີດໂຈມຕີບ່ອນອັນເປັນຈຸດຍຸດທະສາດອັນຮວມເຖິງພະບໍລົມມະຫາລາຊະວັງ ໂດຍເມື່ອວັນທີ່ 19 ມັງກອນ ຄ.ສ. 1944 ລູກລະເບີດມາຕົກໃນເຂດພະບໍລົມມະຫາລາຊະວັງຂ້າງໆ ພະພຸດທະຣັດຕະນະສະຖານ ທຳໃຫ້ໂຄງສ້າງຫຼັງຄາໄດ້ຮັບຄວາມເສຍຫາຍ

ປັດຈຸບັນເຈົ້າຊີວິດບໍ່ໄດ້ມາປະທັບທີ່ພະບໍລົມມະຫາລາຊະວັງອີກແລ້ວ ເນື່ອງຈາກມີສິ່ງປູກສ້າງຢູ່ຢ່າງແອອັດ ທຳໃຫ້ຊວາງທາງລົມໃນລະດູຮ້ອນ ທີ່ປະທັບໃນພະບໍລົມມະຫາລາຊະວັງຈຶງຮ້ອນຈັດ ທຳໃຫ້ພະມະຫາກະສັດແລະພະບໍລົມວົງສານຸວົງປະຊວນກັນຢູ່ສະເໝອ ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວຈຶງຊົງພະກະລຸນາໂປດເກົ້າຯ ໃຫ້ຍ້າຍທີ່ປະທັບໄປຢູ່ທາງມິດຕະເວັນອອກສຽງເໜືອຮະຫວ່າງຄອງຜະດຸງກຸງກະເສມກັບຄອງສາມເສນ ຄືພະລາຊະວັງດຸສິດແລະເປັນທີ່ປະທັບຈວບຈົນປັດຈຸບັນ

ເຂດພະລາຊະຖານ ດັດແກ້

ພະບໍລົມມະຫາລາຊະວັງສາມາດແບ່ງພື້ນທີ່ອອກເປັນບໍລິເວນວັດພະສີຣັດຕະນະສາດສະດາຣາມແລະເຂດພະລາຊະຖານອັນເປັນພື້ນທີ່ສຳຫຼັບເປັນທີ່ປະທັບແລະບໍລິຫານລາຊະການແຜ່ນດິນຂອງເຈົ້າຊີວິດ ໂດຍເຂດພະລາຊະຖານສາມາດແບ່ງອອກເປັນ 3 ສ່ວນ ໄດ້ແກ່

ເຂດພະລາຊະຖານຊັ້ນໜ້າ ດັດແກ້

ເຂດພະລາຊະຖານຊັ້ນໜ້າ ນັບຕັ້ງແຕ່ປະຕູວິເສດໄຊສີເຖິງປະຕູພິມານໄຊສີ (ບໍ່ນັບຮວມວັດພະສີຣັດຕະນະສາດສະດາຣາມ) ຮວມທັ້ງ ບໍລິເວນຮອບນອກກຳແພງຊັ້ນໃນຂອງພະບໍລົມມະຫາລາຊະວັງ ແມ່ນທີ່ຕັ້ງຂອງໜ່ວຍລາຊະການຕ່າງໆ ແລະທີ່ທຳການຂອງທະຫານຮັກສາພະລາຊະວັງ ເຊ່ນ ສຳນັກພະລາຊະວັງ ກົມລາຊະເລຂານຸການໃນພະອົງ ເປັນຕົ້ນ

ເຂດພະລາຊະຖານຊັ້ນກາງ ດັດແກ້

ເຂດພະລາຊະຖານຊັ້ນກາງ ເປັນທີ່ປະດິດສະຖານຂອງ ພະທີ່ນັ່ງບຸດສະບົກມາລາະຫາຈັກກະພັດພິມານ ພະທີ່ນັ່ງພຸດຕານການຈະນະສິງຫາດ ໃນພະທີ່ນັ່ງອຳມະຣິນທະຣະວິນິດໄຊ ພະທີ່ນັ່ງຈັກກີມະຫາປາສາດ ແລະພະທີ່ນັ່ງອາພອນພິໂມກປາສາດ

ເຂດພະລາຊະຖານຊັ້ນການ ນັບຕັ້ງແຕ່ປະຕູພິມານໄຊສີເຖິງປະຕູສະໜາມຣາດຊະກິດ ແມ່ນທີ່ຕັ້ງຂອງປາສາດລາຊະມົນທຽນທັ້ງສະຖາປັດຕະຍະກຳໄທແລະຕະເວັນຕົກ ໃຊ້ປະກອບພະລາຊະພິທີສຳຄັນໆ ເຊ່ນ ພະລາຊະພິທີບໍລົມລາຊາພິເສກ ພະລາຊະພິທີຊັດມົງຄົນ ປະກອບໄປດ້ວຍ

ໝູ່ພະມະຫາມົນທຽນ ດັດແກ້

ໝູ່ພະມະຫາມົນທຽນ ແມ່ນໝູ່ພະທີ່ນັ່ງທີ່ສ້າງຂຶ້ນໂດຍພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ເພື່ອຊົງໃຊ້ເປັນທີ່ປະທັບແລະເປັນພະລາຊະພິທີມົນທົນໃນພະລາຊະພິທີປາບດາພິເສກ ຕັ້ງຢູ່ໃນເຂດພະລາຊະຖານຊັ້ນກາງແລະຊັ້ນໃນ ປັດຈຸບັນໃຊ້ເປັນພະລາຊະພິທີມົນທົນສຳຫຼັບປະກອບພະລາຊະພິທີບໍລົມລາຊາພິເສກແລະພະລາຊະພິທີສຳຄັນອື່ນໆ ໃນເຈົ້າຊີວິດທຸກພະອົງໃນລາຊະວົງຈັກກີສືບເນື່ອງກັນມາ ໂດຍພະທີ່ນັ່ງສຳຄັນຂອງພະມະຫາມົນທຽນ ໄດ້ແກ່ ພະທີ່ນັ່ງຈັກກະພັດພິມານ ພະທີ່ນັ່ງໄພສານທັກສິນ ແລະພະທີ່ນັ່ງອຳມະຣິນທະຣະວິນິດໄສ

ໝູ່ພະທີ່ນັ່ງຈັກກີມະຫາປາສາດ ດັດແກ້

ໝູ່ພະທີ່ນັ່ງຈັກກີມະຫາປາສາດ ສ້າງຂຶ້ນໃນລາຊະສະໄໝພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວເພື່ອໃຊ້ເປັນສະຖານທີ່ອອກວ່າລາຊະການແລະເປັນທີ່ປະທັບສ່ວນພະອົງ ຕັ້ງຢູ່ໃນເຂດພະລາຊະການຊັ້ນກາງແລະຊັ້ນໃນ ປະກອບດ້ວຍໝູ່ພະທີ່ນັ່ງ 11 ອົງ ປັດຈຸບັນໃນໝູ່ພະທີ່ນັ່ງຈັກກີມະຫາປາສາດຢູ່ໃນສະພາບທີ່ຊຳລຸດຈົນເກີນກວ່າການບູລະນະຈຶງໄດ້ລື້ພະທີ່ນັ່ງລົງຫຼາຍອົງ ຢ່າງໄຮກົຕາມພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດໂປດເກົ້າຯ ໃຫ້ສ້າງຂຶ້ນໃໝ່ບົນສະຖານທີ່ເດີມ ພະທີ່ນັ່ງທີ່ສຳຄັນຂອງໝູ່ພະທີ່ນັ່ງຈັກກີມະຫາປາສາດ ໄດ້ແກ່ ພະທີ່ນັ່ງຈັກກີມະຫາປາສາດ ພະທີ່ນັ່ງມູນລະສະຖານບໍຣົມມະອາດ ພະທີ່ນັ່ງສົມມົດຕິເທວະຣາດອຸບປະບັດ ແລະພະທີ່ນັ່ງບໍຣົມມະຣາດຊະສະຖິດຕະຍະມະໂຫລານ

ໝູ່ພະມະຫາປາສາດ ດັດແກ້

ໝູ່ພະມະຫາປາສາດ ແມ່ນໝູ່ພະທີ່ນັ່ງທີ່ສ້າງຂຶ້ນໂດຍພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ເພື່ອໃຊ້ເປັນສະຖານທີ່ປະກອບພະລາຊະພິທີສຳຄັນແລະເປັນພະລາຊະມົນທຽນທີ່ປະທັບ ຕັ້ງຢູ່ໃນເຂດພະລາຊະການຊັ້ນກາງແລະຊັ້ນໃນ ປັດຈຸບັນໝູ່ພະມະຫາປາສາດໃຊ້ເປັນສະຖານທີ່ປະກອບພະລາຊະພິທີສຳຄັນ ເຊ່ນ ພະລາຊະພິທີຊັດມົງຄົນ ຮວມທັ້ງເປັນສະຖານທີ່ສຳຫຼັບສົງນ້ຳພະບໍລົມສົບແລະປະດິດສະຖານພະບໍລົມສົບຂອງພະບໍລົມວົງຊັ້ນສູງ ພະທີ່ນັ່ງທີ່ສຳຄັນ ໄດ້ແກ່ ພະທີ່ນັ່ງດຸສິດມະຫາປາສາດ ພະທີ່ນັ່ງພິມານຣັດຕະຍາ ພະທີ່ນັ່ງອາພອນພິໂມກປາສາດ ແລະພະທີ່ນັ່ງຣາດຊະກະຣັນຍະສະພາ

ພະທີ່ນັ່ງບໍລິເວນສວນສິວາໄລ ດັດແກ້

ສວນສິວາໄລ ແມ່ນສວນພາຍໃນພະບໍລົມມະຫາລາຊະວັງ ຕັ້ງຢູ່ທາງດ້ານທິດຕະເວັນອອກ ໃນອະດີດເຄຍເປັນທີ່ຕັ້ງຂອງພະອະພິເນົານິເວດອັນເປັນພະລາຊະມົນທຽນທີ່ປະທັບຂອງພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວຕາບຈົນສະເດັດສະຫວັນຄົດ ແຕ່ພະລາຊະມົນທຽນດັງກ່າວຊຳລຸດຊຸດໂຊມຈົນຍາກຕໍ່ການບູລະນະຊ່ອມແຊມ ດັງນັ້ນ ຈຶງຈຳຕ້ອງລື້ອຖອນໄປເກືອບໝົດສິ້ນໃນລາຊະສະໄໝພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ປັດຈຸບັນສວນສິວາໄລແລະບໍລິເວນໃກ້ຄຽງມີພະທີ່ນັ່ງທີ່ສຳຄັນຕັ້ງຢູ່ ໄດ້ແກ່ ພະພຸດທະຣັດຕະນະສະຖານ ພະທີ່ນັ່ງມະຫິສອນປາສາດ ພະທີ່ນັ່ງບໍຣົມມະພິມານ ແລະພະທີ່ນັ່ງສິວາໄລມະຫາປາສາດ

ເຂດພະລາຊະຖານຊັ້ນໃນ ດັດແກ້

ເຂດພະລາຊະຖານຊັ້ນໃນ ນັບຕັ້ງແຕ່ປະຕູສະໜາມຣາດຊະກິດຈົນເຖິງແຖວເຕົ໊ງທາງທິດໃຕ້ ແມ່ນເຂດສຳຫຼັບຜູ້ຢິງລ້ວນ ຜູ້ຊາຍທີ່ອາຍຸມາກກວ່າ 13 ປີ ຫ້າມເຂົ້າ (ຍົກເວັ້ນອົງເຈົ້າຊີວິດ) ຫາກຈະເຂົ້າຂ້າງໃນຕ້ອງມີໂຂນກຳກັບດູແລ (ໂຂນ ແມ່ນຕຳຫຼວດຢິງທີ່ຄອຍກຳກັບດູແລຄວາມຮຽບຮ້ອຍໃນເຂດພະລາຊະຖານຊັ້ນໃນ) ເປັນທີ່ຕັ້ງຂອງ ພະຕຳໜັກ ຕຳໜັກ ເຮືອນ ຂອງພະມະເຫສີ ພະລາຊະເທວີ ພະຊາຍາ ພະລາຊະທິດາ ເຈົ້າຈອມມານດາ ເຈົ້າຈອມ ຂ້າລາຊະບໍລິພານ ແລະຂ້າລາຊະການຝ່າຍໃນ

ແຜນຜັງ ດັດແກ້

ແຜນຜັງພາຍໃນພະບໍລົມມະຫາລາຊະວັງ
 
  1. ວັດພະສີຣັດຕະນະສາດສະດາຣາມ
  2. ອາຄານທີ່ທຳການສຳນັກພະລາຊະວັງ
  3. ພິພິດທະພັນຜ້າໃນສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ
  4. ສາລາລູກຂຸນໃນ
  5. ສາລາສະຫະໄທສະມາຄົມ
  6. ພິພິດທະພັນວັດພະສີຣັດຕະນະສາດສະດາຣາມ
  7. ສາລາເຄື່ອງລາຊະອິສະລິຍະຍົດ ເຄື່ອງລາຊະອິສະຣິຍາພອນ ແລະຫຽນກະສາບ
  8. ພະທີ່ນັ່ງອຳມະຣິນທະຣະວິນິດໄສ
  9. ພະທີ່ນັ່ງໄພສານທັກສິນ
  10. ພະທີ່ນັ່ງຈັກກະພັກພິມານ
  11. ພະທີ່ນັ່ງດຸສິຕາພິຣົມ
  12. ພະທີ່ນັ່ງຣາດຊະຣຶດີ
  13. ພະທີ່ນັ່ງສະໜາມຈັນ
  14. ຫໍສາດຕາຄົມ
  15. ຫໍພະສຸຣາໄລພິມານ
  16. ຫໍພະທາດມົນທຽນ
  17. ພະທີ່ນັ່ງຈັກກີມະຫາປາສາດ
  18. ພະທີ່ນັ່ງມູລະສະຖານບໍຣົມມະອາດ
  19. ພະທີ່ນັ່ງສົມມົດຕິເທວະຣາດອຸບປະບັດ
  20. ພພທີ່ນັ່ງບໍຣົມມະຣາດຊະສະຖິດຕະຍະມະໂຫລານ
  21. ພະທີ່ນັ່ງດຸສິດມະຫາປາສາດ
  22. ພະທີ່ນັ່ງພິມານຣັດຕະຍາ
  23. ພະທີ່ນັ່ງອາພອນພິໂມກປາສາດ
  24. ພະທີ່ນັ່ງຣາດຊະກະຣັນຍະສະພາ
  25. ສາລາເປື້ອງເຄື່ອງ
  26. ເຂົາໄກລາດຈຳລອງ
  27. ສວນສິວາໄລ
  28. ພະທີ່ນັ່ງບໍຣົມມະພິມານ
  29. ພະທີ່ນັ່ງມະຫິສອນປາສາດ
  30. ພະທີ່ນັ່ງສິວາໄລມະຫາປາສາດ
  31. ພະທີ່ນັ່ງສີຕະລາພິຣົມ
  32. ພະພຸດທະຣັດຕະນະສະຖານ
  33. ພະທີ່ນັ່ງໄຊຊຸມພົນ
  34. ພະທີ່ນັ່ງສຸດໄທສະຫວັນປາສາດ
  35. ເຂດພະລາຊະຖານຊັ້ນໃນ