ເຂດລາຊະເທວີ

ເຂດໃນບາງກອກ ປະເທດໄທ
ເຂດລາຊະເທວີ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດລາຊະເທວີ
ນາມລາຊະເທວີສີສະຫງ່າ ລ້ຳຄຸນຄ່າວັງພະຍາໄທ ອະນຸສາວະລີໄຊ ທະຫານຫານ ສິລະປະໂບຮານ
ວັງສວນຜັກກາດ ເດັ່ນຜະຫງາດໃບຫຍົກຕຶກຣະຟ້າ
ງາມຈັບຕາຜ້າໄໝທີ່ບ້ານຄົວ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດລາຊະເທວີ
ອັກສອນໂລມັງ Khet Ratchathewi
ລະຫັດພູມິສາດ 1037
ລະຫັດໄປສະນີ 10400
ຂໍ້ມູນສະຖິຕິ
ພື້ນທີ່ 7.126 ຕລ.ກມ.
ປະຊາກອນ 72,436 [1] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 10,165.03 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 10 ຖະໜົນພະຍາໄທ ແຂວງທຸ່ງພະຍາໄທ ເຂດລາຊະເທວີ ບາງກອກ 10400
ພິກັດ 13°45′32″N 100°32′04″E / 13.75889°N 100.53444°E / 13.75889; 100.53444
ໝາຍເລກໂທລະສັບ 0 2354 4201 ຕໍ່ 6756-8
ໝາຍເລກໂທລະສານ 0 2354 4210 ຕໍ່ 6757
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດລາຊະເທວີ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດລາຊະເທວີ (ໄທ: เขตราชเทวี) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກກາງ ສະພາບໂດຍທົ່ວໄປເປັນແຫຼ່ງການຄ້າ ການບໍລິການ ແລະແຫຼ່ງທີ່ຢູ່ອາໄສໜາແໜ້ນຫຼາຍ

ບ່ອນຕັ້ງແລະອານາເຂດ ດັດແກ້

ຕັ້ງຢູ່ທາງທິດຕາເວັນຕົກຂອງຝັ່ງພະນະຄອນ ມີອານາເຂດຕິດຕໍ່ກັບພື້ນທີ່ການປົກຄອງຕ່າງໆ ຮຽງຕາມເຂັມໂມງ ດັງນີ້

ທີ່ມາຂອງຊື່ເຂດ ດັດແກ້

 
ສົມເດັດພະລາຊະປິຕຸດສາເຈົ້າສຸຂຸມານມາລະສີ ພະອັກຄະລາຊະເທວີ

ຊື່ເຂດຕັ້ງຕາມສີ່ແຍກລາຊະເທວີເຊິ່ງແມ່ນຈຸດຕັດລະຫວ່າງຖະໜົນພະຍາໄທກັບຖະໜົນເພັດຊະບຸລີ ໂດຍມາຈາກຊື່ ຂົວພະລາຊະເທວີ ເຊິ່ງຂ້າມຄອງຄອງປະແຈຈີນ (ປະຈຸບັນຖືກຖົມໄປແລ້ວ) ເທິງຖະໜົນພະຍາໄທກ່ອນເຂົ້າຖະໜົນເພັດຊະບຸລີ

ໂດຍຄຳວ່າ "ພະລາຊະເທວີ" ຕັ້ງຕາມພະນາມພະນາງເຈົ້າສຸຂຸມານມາລະສີ ພະອັກຄະລາຊະເທວີໃນພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ (ພະຍົດໃນຂະນະນັ້ນ; ພະຍົດຕໍ່ມາຄື ສົມເດັດພະປິຕຸດສາເຈົ້າສຸຂຸມານມາລະສີ ພະອັກຄະລາຊະເທວີ)

ປະຫວັດສາດ ດັດແກ້

ພື້ນທີ່ເຂດລາຊະເທວີເດີມມີຖານະເປັນຕຳບົນ 4 ຕຳບົນ ໄດ້ແກ່ ຕຳບົນທຸ່ງພະຍາໄທ ຕຳບົນຖະໜົນພະຍາໄທ ຕຳບົນຖະໜົນເພັດຊະບຸລີ ແລະຕຳບົນມັກກະສັນ ເຊິ່ງເກີດຈາການຍຸບຮວມຕຳບົນນ້ອຍໆ ເຂົ້ານຳກັນ ຂຶ້ນຢູ່ກັບອຳເພີດຸສິດ ແລະຕໍ່ມາໃນປີ ຄ.ສ. 1966ຈຶງຍ້າຍມາຂຶ້ນກັບອຳເພີພະຍາໄທ

ເມື່ອ ຄ.ສ. 1972 ໄດ້ມີປະກາດຄະນະປະຕິວັດຈັດຕັ້ງບາງກອກຂຶ້ນແທນທີ່ນະຄອນຫຼວງກຸງເທບທົນບຸລີເຊິ່ງເກີດຈາກການຮວມກັນຂອງຈັງຫວັດພະນະຄອນແລະຈັງຫວັດທົນບຸລີ ອຳເພີພະຍາໄທປ່ຽນຖານະເປັນເຂດພະຍາໄທ ຕຳບົນຕ່າງໆ ໃນທ້ອງທີ່ຈຶງມີຖານະເປັນແຂວງ

ຕໍ່ມາໃນທ້ອງທີ່ເຂດພະຍາໄທມີຄວາມຈະເລີນແລະມີຜູ້ຄົນໜາແໜ້ນຂຶ້ນ ເພື່ອປະສິດທິພາບໃນການປົກຄອງ ການບໍລິຫານລາຊະການ ແລະການອຳນວຍຄວາມສະດວກແກ່ປະຊາຊົນ ໃນວັນທີ 6 ພະຈິກ ຄ.ສ. 1989 ກະຊວງມະຫາດໄທຈຶງມີປະກາດໃຫ້ແບ່ງພື້ນທີ່ 4 ແຂວງທາງທິດໃຕ້ຂອງເຂດພະຍາໄທຈັດຕັ້ງເປັນ ເຂດລາຊະເທວີ ຈົນຮອດໃນປີຄ.ສ. 1993 ໄດ້ມີການຈັດຕັ້ງເຂດດິນແດງຂຶ້ນ ໂດຍນຳພື້ນທີ່ບາງສ່ວນຂອງແຂວງມັກກະສັນໄປຮວມນຳ

ການແບ່ງເຂດການປົກຄອງ ດັດແກ້

ເຂດລາຊະເທວີແບ່ງໜ່ວຍການປົກຄອງຍ່ອຍອອກເປັນ 4 ແຂວງ (khwaeng) ໄດ້ແກ່

ອັກສອນໄທ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ພະຈິກ 2016)
ຈຳນວນບ້ານ
(ພະຈິກ 2016)
ຄວາມໜາແໜ້ນປະຊາກອນ
(ພະຈິກ 2016)
ທຸ່ງພະຍາໄທ Thung Phaya Thai
2.559
32,007
10,372
12,507.62
ຖະໜົນພະຍາໄທ Thanon Phaya Thai
1.136
9,053
9,487
7,969.19
ຖະໜົນເພັດຊະບຸລີ Thanon Phetchaburi
1.148
14,867
10,549
12,950.34
ມັກກະສັນ Makkasan
2.283
16,456
15,112
7,208.05
ທັງໝົດ
7.126
72,383
45,520
10,157.59

ປະຊາກອນ ດັດແກ້

ສະຖິຕິປະຊາກອນຕາມທະບຽນລາຊະດອນ
ເຂດລາຊະເທວີ[2]
ປີ (ຄ.ສ.) ປະຊາກອນ ການເພີ່ມແລະການລົດ
1992 138,583 ບໍ່ຊາບ
1993 111,037 -27,546
1994 109,303 -1,734
1995 163,210 +53,907
1996 133,872 -29,338
1997 109,016 -24,856
1998 108,085 -931
1999 106,728 -1,357
2000 104,816 -1,912
2001 102,997 -1,819
2002 102,663 -334
2003 101,892 -771
2004 103,086 +1,194
2005 99,827 -3,259
2006 98,601 -1,226
2007 97,747 -854
2008 78,147 -19,600
2009 77,078 -1,069
2010 76,233 -845
2011 72,900 -3,333
2012 73,280 +380
2013 73,550 +270
2014 73,790 +240

ການຄົມມະນາຄົມ ດັດແກ້

ຖະໜົນສາຍສຳຄັນຂອງເຂດລາຊະເທວີ ໄດ້ແກ່

ຖະໜົນສາຍຮອງລົງໄປ ເຊັ່ນ ຖະໜົນນິຄົມມັກກະສັນ ຊອຍສຸຂຸມວິດ 3 (ນານາເໜືອ) ຖະໜົນໂຍທີ ຖະໜົນຮາງນ້ຳ ຖະໜົນກຳແພງເພັດ 5 ເປັນຕົ້ນ

ນອກຈາກນີ້ ໃນພື້ນທີ່ເຂດຍັງມີ ທາງລົດໄຟສາຍເໜືອ ແລະ ທາງລົດໄຟສາຍຕາເວັນອອກ ຕັດຜ່ານຮວມທັງມີເສ້ນທາງລົດໄຟຟ້າບີທີເອສ ລົດໄຟໃຕ້ດິນ ແລະລົດໄຟຟ້າເຊື່ອມທ່າອາກາດຍານນຳ

ໃນສ່ວນຂອງລົດໄຟ ໃນພື້ນທີ່ເຂດມີ ສະຖານີລົດໄຟມັກກະສັນ ເຊິ່ງຕັ້ງຢູ່ເທິງເສ້ນທາງລົດໄຟສາຍຕາເວັນອອກ ໄກ້ກັບໂຮງງານລົດໄຟມັກກະສັນຂອງການລົດໄຟແຫ່ງປະເທດໄທໃນສ່ວນຂອງລົດໄຟລອຍຟ້າແລະໃຕ້ດິນມີສະຖານີລົດໄຟຟ້າບີທີເອສ 3 ສະຖານີ ໄດ້ແກ່ ສະຖານີລາຊະເທວີ ສະຖານີພະຍາໄທ ແລະສະຖານີອະນຸສາວະລີໄຊສະໝໍລະພູມ ກັບສະຖານີລົດໄຟຟ້າໃຕ້ດິນ ໄດ້ແກ່ ສະຖານີເພັດຊະບຸລີ ແລະມີສະຖານີລົດໄຟຟ້າເຊື່ອມທ່າອາກາດຍານສຸວັນນະພູມ 3 ສະຖານີ ໄດ້ແກ່ ສະຖານີມັກກະສັນ ສະຖານີພະຍາໄທ ແລະສະຖານີລາຊະປາລົບ

ສ່ວນການສັນຈອນທາງນ້ຳ ໃນພື້ນທີ່ເຂດມີຄອງແສນແສບ ແມ່ນຄອງເຂດແດນທາງທິດໃຕ້ຂອງເຂດ ໃນອະດີດທ່າເຮືອທີ່ບໍລິເວນປະຕູນ້ຳ ແມ່ນແຫຼ່ງຂົນສົ່ງສິນຄ້າທາງນ້ຳທີ່ມາທາງເຮືອຕາມຄອງແສນແສບທີ່ເຄີຍຄຶກຄັກຫຼາຍ ໃນປະຈຸບັນການສັນຈອນທາງນ້ຳກໍຍັງມີຢູ່ ຄື ເຮືອໂດຍສານຄອງແສນແສບ

ອະນຸສາວະລີໄຊສະໝໍລະພູມ ອັນເປັນຈຸດຊຸມທາງສຳຄັນທີ່ມີລົດປະຈຳທາງຜ່ານຫຼາຍສາຍ ແລະຍັງເປັນຈຸດຜ່ານຂອງລົດໄຟຟ້າບີທີເອສນຳ ກໍຕັ້ງຢູ່ໃນພື້ນທີ່ເຂດລາຊະເທວີ ນອກຈາກນັ້ນໃນບໍລິເວນຮອບອະນຸສາວະລີໄຊສະໝໍລະພູມຍັງມີທ່າລົດຕູ້ຈາກບາງກອກ ໄປຍັງຈັງຫວັດຕ່າງໆ ນຳ

ສະຖານທີ່ສຳຄັນ ດັດແກ້

ເຂດລາຊະເທວີແມ່ນທີ່ຕັ້ງຂອງຍ່ານບ່ອນທຳການລັດຖະບານຍ່ານທຸລະກິດການຄ້າແລະການທ່ອງທຽວ ສະຖານທີ່ສຳຄັນທາງປະຫວັດສາດແລະວັດທະນະທຳ ແລະຍ່ານສະຖານສຶກສາທີ່ສຳຄັນ ນອກຈາກນັ້ນຍັງເປັນສູນກາງຄົມມະນາຄົມ ມີປະຊາກອນອາໄສໃນເຂດນີ້ຄ່ອນຂ້າງໜາແໜ້ນແລະຍັງມີຊຸມຊົນທີ່ມີເອກະລັກທາງວັດທະນະທຳພິເສດສະເພາະນຳ

ສະຖານທີ່ສຳຄັນທີ່ກ່າວເຖິງໃນຄຳຂວັນຂອງເຂດຄື

  • ພະລາຊະວັງພະຍາໄທ ເຊິ່ງແມ່ນທີ່ມາຂອງຊື່ ເຂດພະຍາໄທ ຫຼືອຳເພີພະຍາໄທເດີມ ກ່ອນໜ້າທີ່ຈະມີການປັບປຸງອານາເຂດຂອງເຂດພະຍາໄທໃໝ່ ຈົນເຮັດໃຫ້ພື້ນທີ່ພະລາຊະວັງພະຍາໄທກາຍມາເປັນຢູ່ໃນເຂດລາຊະເທວີ ແລະແມ່ນສ່ວນໜຶ່ງຂອງວິທະຍາໄລແພດສາດພະມຸງກຸດເກົ້າ
  • ອະນຸສາວະລີໄຊສະໝໍລະພູມ ສ້າງຂຶ້ນເປັນທີ່ລະລຶກເຖິງທະຫານບົກ ທະຫານເຮືອ ທະຫານອາກາດ ຕຳລວດ ແລະເຈົ້າໜ້າທີ່ພົນລະເຮືອນທີ່ມີສ່ວນຮ່ວມຕໍ່ສູ້ເພື່ອປົກປ້ອງອະທິປະໄຕຂອງປະເທດໃນຍາມສົງຄາມ ຕັ້ງຢູ່ ນະ ບໍລິເວນທີ່ເຄີຍເປັນສີ່ແຍກລະຫວ່າງຖະໜົນລາຊະວິຖີກັບຖະໜົນພະຫົນໂຍທິນ ເຊິ່ງໃນອະດີດເອິ້ນວ່າ ສີ່ແຍກສະໜາມເປົ້າ
  • ພິພິດທະພັນວັງສວນຜັກກາດ ເທິງຖະໜົນອະຍຸທະຍາ
  • ອາຄານໃບຫຍົກ 1 ເຊິ່ງເຄີຍແມ່ນອາຄານທີ່ສູງທີ່ສຸດໃນປະເທດໄທ ແລະອາຄານໃບຫຍົກ 2 ເຊິ່ງຄອງອັນດັບອາຄານທີ່ສູງທີ່ສຸດໃນປະເທດໄທຢູ່ໃນປະຈຸບັນນີ້ ທັງສອງອາຄານຢູ່ໃນບໍລິເວນຍ່ານປະຕູນ້ຳ
  • ຊຸມຊົນຊາວໄທມຸດສະລິມເຊື້ອສາຍຈາມທີ່ບ້ານຄົວ ເຊິ່ງອົບພະຍົບເຂົ້າມາຈາກກຳປູເຈຍຕັ້ງແຕ່ສະໄໝຕົ້ນກຸງລັດຕະນະໂກສິນ ແລະມີອຸດສາຫະກຳໃນຄົວເຮືອນທີເຄີຍເລື່ອງລືໃນອະດີດຄື ການທໍຜ້າໄໝ ໃນຊ່ວງຫຼັງສົງຄາມໂລກຄັ້ງທີສອງ ນາຍ ຈິມ ທອມສັນ ນັກທຸລະກິດຊາວອາເມລິກັນໄດ້ຟື້ນຟູການທໍຜ້າໄໝທີ່ຂະນະນັ້ນກຳລັງຊົບເຊົາ ແລະນຳຜ້າໄໝໄທອອກໄປເຜີຍແພ່ໃນລະດັບໂລກຈົນກາຍເປັນຜະລິດຕະພັນທີ່ຊື່ສຽງຍິ່ງຂອງປະເທດໄທ ໂດຍໄດ້ຮ່ວມມືກັບຊ່າງທໍຜ້າໄໝໃນຊຸມຊົນບ້ານຄົວນີ້

ສະຖານທີ່ລາຊະການແລະລັດວິສາຫະກິດ ດັດແກ້

ສະຖານພະຍາບານ ດັດແກ້

  • ໂຮງໝໍຮາມາທິບະດີ
  • ໂຮງໝໍລາຊະວິຖີ
  • ໂຮງໝໍພະມຸງກຸດເກົ້າເຈົ້າຢູ່ຫົວ
  • ໂຮງໝໍເວດຊະສາດເຂດຮ້ອນ
  • ໂຮງໝໍເດັກ
  • ສະຖາບັນໂລກຜິວໜັງ
  • ໂຮງໝໍສົງ
  • ໂຮງໝໍພະຍາໄທ 1
  • ໂຮງໝໍເດຊາ
  • ໂຮງໝໍລາຊະເວດ
  • ໂຮງໝໍບຸລະສັດໄຊຍາກອນ
  • ໂຮງໝໍທັນຕະກຳ ຄະນະທັດຕະແພດສາດ ມະຫາວິທະຍາໄລມະຫິດົນ
  • ສະຖາບັນປະສາດວິທະຍາ
  • ສະຖາບັນມະເລັງແຫ່ງຊາດ

ແຫຼ່ງຂໍ້ມູນອື່ນ ດັດແກ້

ອ້າງອິງ ດັດແກ້

  1. สำนักบริหารการทะเบียน กรมการปกครอง กระทรวงมหาดไทย,กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/. สืบค้น 11 มีนาคม 2560.
  2. สำนักบริหารการทะเบียน. กรมการปกครอง. กระทรวงมหาดไทย. "จำนวนประชากรและบ้าน." [ออนไลน์]. เข้าถึงได้จาก: http://stat.dopa.go.th/xstat/popyear.html 2556. สืบค้น 3 เมษายน 2556.