ເຂດບາງກອກນ້ອຍ

ເຂດໃນບາງກອກ ປະເທດໄທ
ເຂດບາງກອກນ້ອຍ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດບາງກອກນ້ອຍ
ສົມເດັດໂຕວັດຣະຄັງ ວັງຫຼັງຕັ້ງຢູ່
ອູ່ເຮືອພະລາຊະພິທີ ສະຖານີລົດໄຟ
ຄອງໃຫຍ່ມີຊື່ ເລື່ອງລືເຄື່ອງລົງຫິນ
ນາມລະບິນຊ່າງຫລ່ອ ງາມລະອໍວັດວາ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດບາງກອກນ້ອຍ
ອັກສອນໂລມັງ Khet Bangkok Noi
ລະຫັດພູມິສາດ 1020
ລະຫັດໄປສະນີ 10700
ຂໍ້ມູນສະຖິຕິ
ພື້ນທີ່ 11.944 ຕລ.ກມ.
ປະຊາກອນ 112,581[1] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 9,425.74 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 9/99 ຖະໜົນບາງຂຸນນົນ ແຂວງບາງຂຸນນົນ ເຂດບາງກອກນ້ອຍ ບາງກອກ 10700
ພິກັດ 13°46′15.12″N 100°28′04.56″E / 13.7708667°N 100.4679333°E / 13.7708667; 100.4679333
ໝາຍເລກໂທລະສັບ 0 2424 0056
ໝາຍເລກໂທລະສານ 0 2424 6847
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດບາງກອກນ້ອຍ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດບາງກອກນ້ອຍ (ໄທ: เขตบางกอกน้อย) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດກຸງທົນບຸລິເໜືອ ເຊິ່ງຖືເປັນເຂດອະນຸລັກເມືອງເກົ່າ ແຫຼ່ງທ່ອງທ່ຽວເຊິງປະຫວັດສາດແລະສິລະປະວັດທະນະທຳທາງຝັ່ງທົນບຸລີ ໂດຍມີຄຳຂວັນປະຈຳເຂດວ່າ "ສົມເດັດໂຕວັດຣະຄັງ ວັງຫຼັງຕັ້ງຢູ່ອູ່ເຮືອພະລາຊະພິທີ ສະຖານີລົດໄຟ ຄອງໃຫຍ່ມີຊື່ ເລື່ອງລືເຄື່ອງລົງຫິນນາມລະບິນຊ່າງຫຼ່ອ ງາມອະລໍວັດວາ"

ບ່ອນຕັ້ງແລະອານາເຂດ ດັດແກ້

ຕັ້ງຢູ່ທາງທິດຕາເວັນອອກຄ່ອນໄປທາງເໜືອຂອງຝັ່ງທົນບຸລີ ມີອານາເຂດຕິດຕໍ່ກັບເຂດຕ່າງໆ ຮຽງຕາມເຂັມໂມງ ດັງນີ້

ປະຫວັດສາດ ດັດແກ້

ເຂດບາງກອກນ້ອຍເດີມມີຊື່ວ່າ ອຳເພີອະມະລິນ ເປັນອຳເພີທີ່ 21 ໃນ 25 ອຳເພີຊັ້ນໃນຂອງພະນະຄອນຕາມປະກາດກະຊວງນະຄອນບານ ຄ.ສ. 1915

ຈາກນັ້ນໃນປີ ຄ.ສ. 1916 ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວໂປດເກົ້າໃຫ້ປ່ຽນຊື່ອຳເພີອະມະລິນເປັນ ອຳເພີບາງກອກນ້ອຍ (ພ້ອມກັບປ່ຽນຊື່ອຳເພີຫົງສາຣາມເປັນອຳເພີບາງກອກໃຫຍ່ ປ່ຽນຊື່ອຳເພີລາຊະຄຶກເປັນອຳເພີບາງຍີ່ເຮືອ ແລະປ່ຽນຊື່ອຳເພີບຸບຜາຣາມເປັນອຳເພີຄອງສານ) ເນື່ອງຈາກຊື່ເດີມຍັງບໍ່ເໝາະສົມກັບຕຳບົນທີ່ຕັ້ງອັນເປັນຫຼັກຖານໂບຮານ ໃນຂະນະນັ້ນອຳເພີບາງກອກນ້ອຍມີເຂດປົກຄອງ 8 ຕຳບົນ ຄື ຕຳບົນບາງອໍ້ ຕຳບົນບາງພັດ ຕຳບົນບາງບຳຫລຸ ຕຳບົນບາງຍີ່ຂັນ ຕຳບົນບາງຂຸນນົນ ຕຳບົນບາງຂຸນສີ ຕຳບົນສິລິລາດ ແລະຕຳບົນບ້ານຊ່າງຫລ່ອ

ຕໍ່ມາເມື່ອ ຄ.ສ. 1972 ໄດ້ມີປະກາດຄະນະປະຕິວັດ ບົກເລີກໜ່ວຍການປົກຄອງຈັງຫວັດ ເທດສະບານ ສຸຂາພິບານໃນເຂດຈັງຫວັດພະນະຄອນແລະຈັງຫວັດທົນບຸລີເປັນໜ່ວຍການປົກຄອງດຽວ ຄື "ກຸງເທບມະຫານະຄອນ" ເຊິ່ງໄດ້ປ່ຽນຄຳວ່າອຳເພີເປັນ "ເຂດ" ແລະຕຳບົນເປັນ "ແຂວງ" ດັງນັ້ນ ອຳເພີບາງກອກນ້ອຍຈຶ່ງໄດ້ຮັບການປ່ຽນແປງຖານະແມ່ນ ເຂດບາງກອກນ້ອຍ ບາງກອກ

ໃນປີ ຄ.ສ. 1989 ກະຊວງມະຫາດໄທໄດ້ປະກາດປ່ຽນແປງພື້ນທີ່ເຂດບາງກອກນ້ອຍ ໂດຍແບ່ງພື້ນທີ່ແຂວງບາງພັດ ແຂວງບາງອໍ້ ແຂວງບາງຍີ່ຂັນ ແລະແຂວງບາງບຳຫລຸ ໄປຈັດຕັ້ງເປັນເຂດບາງພັດ ເພື່ອໃຫ້ໜ່ວຍງານລາຊະການດູແລປົກຄອງພື້ນທີ່ໃຫ້ສະດວກຂຶ້ນ

ແລະໄດ້ມີປະກາດກະຊວງມະຫາດໄທອິກຄັ້ງໃນປີ ຄ.ສ. 1991 ຕັດພື້ນທີ່ເຂດບາງພັດສະເພາະຝັ່ງໃຕ້ຖະໜົນບໍລົມລາດຊະຊົນນະນີແລະຖະໜົນສົມເດັດພະປິ່ນເກົ້າ ກັບມາເປັນພື້ນທີ່ຂອງເຂດບາງກອກນ້ອຍ ແລະໄດ້ຮັບການຈັດຕັ້ງເປັນແຂວງອະລຸນອະມະລິນ

ການແບ່ງເຂດການປົກຄອງ ດັດແກ້

 
ແຜນທີ່ເຂດ

ເຂດບາງກອກນ້ອຍແບ່ງເຂດການປົກຄອງຍ່ອຍອອກເປັນ 5 ແຂວງ (khwaeng) ໄດ້ແກ່

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ພຶດສະພາ 2016)
ຈຳນວນບ້ານ
(ພຶດສະພາ 2016)
ຄວາມໜາແໜ້ນ
(ພຶດສະພາ 2016)
ສິລິລາດ Siri Rat
1.258
16,763
4,333
13,325.11
ບ້ານຊ່າງຫລ່ອ Ban Chang Lo
2.076
32,261
11,776
15,539.98
ບາງຂຸນນົນ Bang Khun Non
1.492
9,537
4,426
6,392.09
ບາງຂຸນສີ Bang Khun Si
4.360
33,110
14,684
7,594.04
ອະລຸນອະມະລິນ Arun Ammarin
2.758
20,579
13,514
7,461.56
ທັງໝົດ
11.944
112,250
48,733
9,398.02

ປະຊາກອນ ດັດແກ້

ການຄົມມະນາຄົມ ດັດແກ້

ຖະໜົນສາຍຫຼັກໃນເຂດບາງກອກນ້ອຍ ໄດ້ແກ່

ສ່ວນທາງສາຍຮອງແລະທາງລັດ ໄດ້ແກ່

ຂົວ ດັດແກ້

ທາງນ້ຳ ດັດແກ້

  • ແມ່ນ້ຳເຈົ້າພະຍາ
  • ຄອງບາງກອກນ້ອຍ
  • ຄອງຊັກພຣະ
  • ຄອງມອນ

ສະຖານທີ່ສຳຄັນ ດັດແກ້

 
ໂຮງໝໍສິລິລາດ
 
ສະຖານີລົດໄຟທົນບຸລີໃນອະດີດ (ປັດຈຸບັນຖືກປັບປຸງເປັນໂຮງໝໍສິລິລາດແລ້ວ)

ອ້າງອິງ ດັດແກ້

ແມ່ແບບ:ລາຍການອ້າງອິງ

ແຫຼ່ງຂໍ້ມູນອື່ນ ດັດແກ້


ອ້າງອິງ ດັດແກ້

  1. สำนักบริหารการทะเบียน กรมการปกครอง กระทรวงมหาดไทย,กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/. สืบค้น 14 กุมภาพันธ์ 2560.
  2. สำนักบริหารการทะเบียน. กรมการปกครอง. กระทรวงมหาดไทย. "จำนวนประชากรและบ้าน." [ออนไลน์]. เข้าถึงได้จาก: http://stat.dopa.go.th/xstat/popyear.html 2556. สืบค้น 16 พฤศจิกายน 2559.