ເຂດປ້ອມປາບສັດຕູພ່າຍ

ເຂດໃນບາງກອກ ປະເທດໄທ
ເຂດປ້ອມປາບສັດຕູພ່າຍ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດປ້ອມປາບສັດຕູພ່າຍ
ຢ່ານທຸລະກິດດັງ ຄັງແຫ່ງຄວາມຮູ້
ສູງເລີດຫຼູພູເຂົາທອງ ວົງວຽນ 22 ກໍລະກົດ
ເສີມສາດສະໜາບ້ານບາດ ເຊິດຊູຊາດມວຍໄທ
ລວຍນ້ຳໃຈຫຼາຍມູນນິທິ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດປ້ອມປາບສັດຕູພ່າຍ
ອັກສອນໂລມັງ Khet Pom Prap Sattru Phai
ລະຫັດພູມິສາດ 1008
ລະຫັດໄປສະນີ 10100
ຂໍ້ມູນສະຖິຕິ
ພື້ນທີ່ 1.931[1] ຕລ.ກມ.
ປະຊາກອນ 39,310[2] ຄົນ (ຄ.ສ. 2022)
ຄວາມໜາແໜ້ນ 20,357.33 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 50 ຖະໜົນສຸພະມິດ ແຂວງວັດໂສມະນັດ ເຂດປ້ອມປາບສັດຕູພ່າຍ ບາງກອກ 10100
ພິກັດ 13°45′29″N 100°30′47″E / 13.75806°N 100.51306°E / 13.75806; 100.51306
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດປ້ອມປາບສັດຕູພ່າຍ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດປ້ອມປາບສັດຕູພ່າຍ (ໄທ: เขตป้อมปราบศัตรูพ่าย) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກກາງ ຖືເປັນເຂດອະນຸລັກເມືອງເກົ່າ ແຫຼ່ງທ່ອງທ່ຽວເຊິງປະຫວັດສາດແລະສິລະປະວັດທະນະທຳທາງຝັ່ງພະນະຄອນ

ບ່ອນຕັ້ງແລະອານາເຂດ ດັດແກ້

ຕັ້ງຢູ່ບໍລິເວນທາງທິດຕາເວັນຕົກຂອງຝັ່ງພະນະຄອນ ມີອານາບໍລິເວນຕິດຕໍ່ກັບເຂດໄກ້ຄຽງ ດັງນີ້

ທີ່ມາຂອງຊື່ເຂດ ດັດແກ້

ຊື່ເຂດ "ປ້ອມປາບສັດຕູພ່າຍ" ຕັ້ງຂຶ້ນເພື່ອເປັນອະນຸສອນແກ່ປ້ອມປ້ອງກັນຂ້າສຶກທີ່ຕັ້ງຢູ່ໃຕ້ຕະຫຼາດນາງເລິ້ງບ້ານຍວນ[3] ໄກ້ຂົວນົບພະວົງ[4] ເຊິ່ງເປັນໜຶ່ງໃນເຈັດປ້ອມທີ່ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວໂປດເກົ້າໃຫ້ສ້າງຂຶ້ນຕະຫຼອດຝັ່ງຄອງຜະດຸງກຸງກະເສມ (ຄູພະນະຄອນໃໝ່ໃນສະໄໝນັ້ນ) ຕໍ່ມາເມື່ອຕົວເມືອງຂະຫຍາຍອອກໄປຫຼາຍຂຶ້ນແລະຄວາມຈຳເປັນໃນການປ້ອງກັນສັດຕູດ້ວຍປ້ອມປາການກໍໝົດໄປ ປ້ອມນີ້ຈຶງຖືກລື້ລົງພ້ອມກັບປ້ອມອື່ນໆ

ປະຫວັດສາດ ດັດແກ້

ອຳເພີປ້ອມປາບສັດຕູພ່າຍ ຕັ້ງຂຶ້ນຕາມປະກາດກະຊວງນະຄອນບານເມື່ອວັນທີ 15 ຕຸລາ ຄ.ສ. 1915 [5] (ລາຊະສະໄໝພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ) ແມ່ນອຳເພີຊັ້ນໃນອຳເພີໜຶ່ງຂອງບາງກອກ (ປ່ຽນຊື່ມາຈາກມົນທົນກຸງເທບ) ບ່ອນທີ່ທຳການຢູ່ບໍລິເວນຖະໜົນຫຼວງ ຫຼັງວັດເທບສິລິນທາວາດ ຕຳບົນປ້ອມປາບສັດຕູພ່າຍ[3] ຕໍ່ມາໃນວັນທີ 21 ຕຸລາ ປີດຽວກັນ ໄດ້ມີປະກາດກະຊວງນະຄອນບານກຳໜົດເຂດການປົກຄອງໃນບາງກອກຂຶ້ນໃໝ່ ໂດຍກຳໜົດໃຫ້ອຳເພີປ້ອມປາບສັດຕູພ່າຍຮວມຢູ່ໃນທ້ອງທີ່ຈັງຫວັດພະນະຄອນ[6]

ໃນວັນທີ 1 ເມສາ ຄ.ສ. 1926 (ລາຊະສະໄໝພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ) ທາງການໄດ້ປ່ຽນແປງຖານະເຂດການປົກຄອງຂະໜາດນ້ອຍທີ່ມີອານາເຂດຕິດຕໍ່ກັນໄກ້ຊິດຈັງຫວັດພະນະຄອນ ເພື່ອເປັນການປະຫຍັດງົບປະມານແຜ່ນດິນ ອຳເພີປ້ອມປາບສັດຕູພ່າຍຈຶງຖືກລົດຖານະເປັນ ກິ່ງອຳເພີປ້ອມປາບສັດຕູພ່າຍ ຂຶ້ນກັບອຳເພີສາມຍອດ[7] ແບ່ງເຂດການປົກຄອງອອກເປັນ 22 ຕຳບົນ[8]

ໃນປີ ຄ.ສ. 1938 (ລາຊະສະໄໝພະບາດສົມເດັດພະເຈົ້າຢູ່ຫົວອານັນທະມະຫິດົນ) ທາງການໄດ້ປັບປຸງເຂດການປົກຄອງໃໝ່ເພື່ອໃຫ້ເໝາະສົມກັບສະພາບພື້ນທີ່ໂດຍຍຸບຮວມອຳເພີທີ່ມີຂະໜາດເນື້ອທີ່ນ້ອຍແລະຈຳນວນປະຊາກອນບໍ່ຫຼາຍເຂົ້ານຳກັນ ສຳລັບອຳເພີປ້ອມປາບສັດຕູພ່າຍໄດ້ຮັບໂອນພື້ນທີ່ຕຳບົນວັດໂສມມະນັດ ຕະຫຼາດນາງເລິ້ງ ແລະມະຫານາກຈາກອຳເພີນາງເລິ້ງເຊິ່ງຍຸບລົງໃນຄາວນີ້[9] ແລະໄດ້ຍ້າຍທີ່ວ່າການອຳເພີໄປຕັ້ງທີ່ສາມແຍກຖະໜົນຫຼານຫຼວງຕັດກັບຖະໜົນພະນຽງຕຳບົນວັດໂສມມະນັດ ເຊິ່ງເຄີຍເປັນບ່ອນຕັ້ງທີ່ວ່າການອຳເພີນາງເລິ້ງ

ໃນປີ ຄ.ສ. 1940 ມີປະກາດປ່ຽນແປງເຂດຕຳບົນແລະອຳເພີໃນຈັງຫວັດພະນະຄອນແລະຈັງຫວັດທົນບຸລີ ຕຳບົນມະຫານາກແລະຕະຫຼາດນາງເລິ້ງຖືກຍຸບເຂົ້າກັບຕຳບົນວັດໂສມມະນັດ ຕຳບົນບ້ານບາດຖືກຍຸບໄປຮວມກັບຕຳບົນວັດເທບສິລິນແລະປ້ອມປາບສັດຕູພ່າຍ ຕຳບົນໂຮງລ້ຽງເດັກແລະສວນມະລິຖືກຍຸບເຂົ້າກັບຕຳບົນວັດເທບສິລິນແລະຕຳບົນວໍລະຈັກຖືກຍຸບຮວມເຂົ້າກັບຕຳບົນປ້ອມປາບສັດຕູພ່າຍ[10] ຈາກນັ້ນກະຊວງມະຫາດໄທໄດ້ມີປະກາດປ່ຽນແປງການປົກຄອງໃນຈັງຫວັດພະນະຄອນໃໝ່ອີກຄັ້ງເມື່ອປີ ຄ.ສ. 1947 ຄັ້ງນີກຳໜໄດໃຫ້ອຳເພີປ້ອມປາບສັດຕູພ່າຍແບ່ງເຂດການປົກຄອງຍ່ອຍອອກເປັນ 5 ຕຳບົນ[11]

ຕໍ່ມາມີປະກາດຄະນະປະຕິວັດໃຫ້ຮວມຈັງຫວັດພະນະຄອນກັບຈັງຫວັດທົນບຸລີເຂົ້ານຳກັນເປັນນະຄອນຫຼວງກຸງເທບທົນບຸລີໃນປີ ຄ.ສ. 1971 ເຊິ່ງເປັນດຽວກັບທີ່ອຳເພີປ້ອມປາບສັດຕູພ່າຍໄດ້ຍ້າຍທີ່ວ່າການຈາກຖະໜົນຫຼານຫຼວງໄປຕັ້ງຢູ່ທີ່ຖະໜົນສູພະມິດ ຕຳບົນວັດໂສມມະນັດ (ທີ່ຕັ້ງປັດຈຸບັນ) ແລະໃນປີຕໍ່ມາ (ຄ.ສ. 1972) ກໍມີປະກາດຄະນະປະຕິວັດປ່ຽນຮູບແບບການບໍລິຫານນະຄອນຫຼວງໃໝ່ອີກຄັ້ງຈາກນະຄອນຫຼວງກຸງເທບທົນບຸລີເປັນກຸງເທບມະຫານະຄອນ ແບ່ງພື້ນທີ່ອອກເປັນເຂດແລະແຂວງແທນອຳເພີແລະຕຳບົນ ອຳເພີປ້ອມປາບສັດຕູພ່າຍຈຶງໄດ້ຮັບການປ່ຽນແປງຖານະເປັນ ເຂດປ້ອມປາບສັດຕຸພ່າຍ ນັບແຕ່ນັ້ນ

ການແບ່ງເຂດການປົກຄອງ ດັດແກ້

ເຂດປ້ອມປາບສັດຕູພ່າຍແບ່ງເຂດການປົກຄອງຍ່ອຍອອກເປັນ 5 ແຂວງ (khwaeng) ໄດ້ແກ່

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ມັງກອນ 2016)
ຈຳນວນບ້ານ
(ມັງກອນ 2016)
ຄວາມໜາແໜ້ນ
(ມັງກອນ 2016)
ປ້ອມປາບ Pom Prap
0.475
16,267
6,441
34,246.31
ວັດເທບສິລິນ Wat Thep Sirin
0.340
7,482
2,748
22,005.88
ຄອງມະຫານາກ Khlong Maha Nak
0.355
9,953
5,505
28,036.61
ບ້ານບາດ Ban Bat
0.316
7,407
2,594
23,439.87
ວັດໂສມມະນັດ Wat Sommanat
0.445
7,398
2,227
16,624.71.43
ທັງໝົດ
1.931
48,507
19,515
25,120.14

ການຄົມມະນາຄົມ ດັດແກ້

ຖະໜົນສາຍຫຼັກໃນພື້ນທີ່ເຂດປ້ອມປາບສັດຕູພ່າຍ ໄດ້ແກ່

ສະຖານທີ່ສຳຄັນ ດັດແກ້

 
ພູເຂົາທອງ

ຕະຫຼາດ ດັດແກ້

  • ຕະຫຼາດຄອງຖົມ ແມ່ນຕະຫຼາດນັດວັນເສົາ-ອາທິດ ເຊິ່ງສ່ວນຫຼາຍຈະຂາຍກ່ຽວກັບຊິ້ນສ່ວນໄຟຟ້າລາຄາຖືກ
  • ຕະຫຼາດໂບ໊ເບ໊ ຕະຫຼາດທີ່ຂາຍເສື້ອຜ້າລາຄາຖືກ
  • ຕະຫຼາດນາງເລິ້ງ ຕະຫຼາດບົກແຫ່ງທຳອິດຂອງໄທ ແລະເປັນຊຸມຊົນທີ່ມີປະຫວັດສາດຍາວນານ

ແຫຼ່ງຂໍ້ມູນອື່ນ ດັດແກ້

ພິກັດພູມສາດ: 13°45′29″N 100°30′47″E / 13.758°N 100.513°E / 13.758; 100.513


ອ້າງອິງ ດັດແກ້

  1. ศูนย์ข้อมูลกรุงเทพมหานคร. สถิติจำนวนประชากรและบ้านในกรุงเทพมหานคร จำแนกตามรายแขวงและเขต ณ เดือน ธันวาคม 2550. Archived 2009-02-14 at the Wayback Machine สืบค้น 21 กันยายน 2552.
  2. สำนักบริหารการทะเบียน. กรมการปกครอง. กระทรวงมหาดไทย. "สถิติประชากรและบ้าน - จำนวนประชากรแยกรายอายุ." [ออนไลน์]. เข้าถึงได้จาก: http://stat.dopa.go.th/stat/statnew/upstat_age.php. สืบค้น 9 มกราคม 2566.
  3. 3.0 3.1 สำนักงานเขตป้อมปราบศัตรูพ่าย. "ประวัติสำนักงานเขตป้อมปราบศัตรูพ่าย." [ออนไลน์]. เข้าถึงได้จาก: http://203.155.220.239/subsite/index.php?strOrgID=001046&strSection=aboutus&intContentID=413 Archived 2011-05-10 at the Wayback Machine 2548. สืบค้น 22 กันยายน 2552.
  4. กนกวลี ชูชัยยะ. พจนานุกรมวิสามานยนามไทย : วัด วัง ถนน สะพาน ป้อม. พิมพ์ครั้งที่ 2. กรุงเทพฯ : ราชบัณฑิตยสถาน, 2548, หน้า 180.
  5. "ประกาศยกเลิกอำเภอชั้นใน ๗ อำเภอ และตั้งอำเภอชั้นในขึ้นใหม่ ๒๕ อำเภอ" (PDF). ราชกิจจานุเบกษา. 32: 335–348. 31 ตุลาคม 2458. Archived from the original (PDF) on 2011-11-08. Retrieved 2016-12-01. {{cite journal}}: Check date values in: |date= (help)
  6. "ประกาศกระทรวงนครบาล เรื่อง กำหนดเขตร์ท้องที่การปกครองกรุงเทพพระมหานคร" (PDF). ราชกิจจานุเบกษา. 32: 325–334. 31 ตุลาคม 2458. {{cite journal}}: Check date values in: |date= (help)
  7. "ประกาศ เรื่องยุบเลิกอำเภอและลดลงเปนกิ่งในจังหวัดพระนคร" (PDF). ราชกิจจานุเบกษา. 42: 431–432. 31 มีนาคม 2468. {{cite journal}}: Check date values in: |date= (help)
  8. ศูนย์ข้อมูลกรุงเทพมหานคร. "วิวัฒนาการของกรุงเทพมหานคร". [ออนไลน์]. เข้าถึงได้จาก: http://203.155.220.230/passbkk/frame.asp Archived 2009-02-27 at the Wayback Machine [ม.ป.ป.]. สืบค้น 22 กันยายน 2552.
  9. "ประกาศสำนักนายกรัฐมนตรี เรื่อง ยุบรวมอำเภอ และยุบอำเภอลงเป็นกิ่งอำเภอ" (PDF). ราชกิจจานุเบกษา. 22: 1840–1842. 29 สิงหาคม 2481. Archived from the original (PDF) on 2011-11-08. Retrieved 2016-12-02. {{cite journal}}: Check date values in: |date= (help)
  10. "ประกาศกระทรวงมหาดไทย เรื่อง เปลี่ยนแปลงเขตต์ตำบลและอำเภอในจังหวัดพระนครและธนบุรี" (PDF). ราชกิจจานุเบกษา. 57: 2598–2606. 29 ตุลาคม 2483. {{cite journal}}: Check date values in: |date= (help)
  11. "ประกาศกระทรวงมหาดไทย เรื่อง ตั้งและเปลี่ยนแปลงเขตต์ตำบลในจังหวัดพระนคร" (PDF). ราชกิจจานุเบกษา. 64 (62): 3433–3469. 23 ธันวาคม 2490. {{cite journal}}: Check date values in: |date= (help)