ຖະໜົນເຂົ້າສານ

ຖະໜົນໃນບາງກອກ

ຖະໜົນເຂົ້າສານ (Thanon Khao San, ถนนข้าวสาร) ເປັນຖະໜົນໃນທ້ອງທີ່ແຂວງຕະຫຼາດຍອດ, ເຂດພະນະຄອນ, ບາງກອກ. ມີລະຍະທາງເລີ່ມຕັ້ງແຕ່ຖະໜົນຈັກກະພົງໜ້າວັດຊະນະສົງຄາມ ໄປທາງທິດຕາເວັນອອກສຽງໃຕ້ ຈົນຮອດເຖິງຖະໜົນຕະນາວ ເຊິ່ງຢູ່ໃກ້ສີ່ແຍກຄອກວົວ.

ປະຫວັດ ດັດແກ້

ຖະໜົນເຂົ້າສານ ແມ່ນສ້າງຂຶ້ນເມື່ອປີ ຄ.ສ. 1882 ໃນສະໄໝພະບາດສົມເດັດພະຈຸນລະຈອມເກົ້າເຈົ້າຢູ່ຫົວ ໂດຍກົມໂຍທາທິການໄດ້ກາບບັງຄົມທູນໃຫ້ຕັດຖະໜົນຕອກເຂົ້າສານ. ໂດຍເລີ່ມຕັ້ງແຕ່ຖະໜົນໜ້າວັດຊະນະສົງຄາມ (ເຊິ່ງໄດ້ຊື່ວ່າຖະໜົນຊະນະສົງຄາມ) ຕັດມາທາງຕາເວັນອອກຕາມຕອກເຂົ້າສານ, ແລ້ວກໍໄດ້ສ້າງຂົວຂ້າມຄອງມາປະຈົບກັບຖະໜົນເຟື່ອງນະຄອນຕອນໜ້າສະໜາມຫຼວງຕຶກດິນ ໂດຍໄດ້ຊົງພະລາຊະທານຊື່ຖະໜົນຕາມເດີມວ່າ ຖະໜົນເຂົ້າສານ.