ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້

ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອັງກິດ: Association of South East Asian Nations) ຫຼື ອາຊຽນ (ASEAN) ເປັນອົງການທາງພູມສາດການເມືອງ ແລະ ເສດຖະກິດໃນອາຊີຕາເວັນອອກສຽງໃຕ້ ມີປະເທດສະມາຊິກທັງໝົດ 10 ປະເທດ ເຊັ່ນ: ກຳປູເຈຍ, ໄທ, ບຣູໄນ, ມຽນມາ, ຟີລິບປິນ, ມາເລເຊຍ, ລາວ, ຫວຽດນາມ, ສິງກະໂປ, ແລະ ອິນໂດເນເຊຍ. ອາ​ຊຽນ​ມີ​ພື້ນທີ່ປະ​ມານ​ 4,479,210 ຕາລາງກິໂລແມັດ ມີປະຊາກອນປະມານ 625 ລ້ານຄົນ[9] ໃນປີ 2010 ຈີດີພີຂອງປະເທດສະມາຊິກລວມກັນຄິດເປັນມູນຄ່າປະມານ 1.8 ພັນຕື້ໂດລາສະຫະລັດ[10] ຄິດເປັນລຳດັບທີ 9 ຂອງໂລກຮຽງຕາມຈີດີພີ ອາຊຽນມີພາສາອັງກິດເປັນພາສາທາງການ[5]

ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້
ຄຳຂວັນ"One Vision, One Identity, One Community"
(ໜຶ່ງວິໄສທັດ ໜຶ່ງເອກະລັກ ໜຶ່ງປະຊາຄົມ)
ເມືອງຫຼວງບໍ່ມີ
ສຳນັກງານໃຫຍ່:
ປະເທດອິນໂດເນເຊຍ ຈາກາຕາ, ອິນໂດເນເຊຍ
ສຳນັກງານໃຫຍ່ປະເທດອິນໂດເນເຊຍ ຈາກາຕາ, ອິນໂດເນເຊຍ
ພາສາລັດຖະການ
ເດມະນິມຄົນອາຊີຕາເວັນອອກສຽງໃຕ້
ລັດຖະສະມາຊິກ


ຜູ້ນຳ
ປະເທດອິນໂດເນເຊຍ ໂຈໂກ ວີໂດໂດ
ປະເທດກຳປູເຈຍ ເກົາ ກືມຮວນ[6]
ກໍ່ຕັ້ງ
8 ສິງຫາ 1967
• ຮັບສະມາຊິກຫຼ້າສຸດ
30 ເມສາ 1999
16 ທັນວາ 2008
ພື້ນທີ່
• ລວມ
4,522,518[7] ຕາລາງກິໂລແມັດ (1,746,154 ຕາລາງໄມລ໌)
ປະຊາກອນ
• 2021 ປະມານ
Increase 667,393,019[8]
144 ຕໍ່ຕາລາງກິໂລແມັດ (373.0 ຕໍ່ຕາລາງໄມລ໌)
GDP (ອຳນາດຊື້)2021 (ປະມານ)
• ລວມ
Increase $8.993 ພັນຕື້[8]
Increase $13,475[8]
GDP (ລາຄາຕະຫຼາດ)2021 (ປະມານ)
• ລວມ
Increase $3.356 ພັນຕື້[8]
Increase $4,849[8]
HDI (2019)Increase 0.729[lower-alpha 1]
ສູງ
ເຂດເວລາUTC+6:30 ຫາ UTC+9 (ເວລາມາດຕະຖານອາຊຽນ)
ລະຫັດໂທລະສັບ
ລະຫັດອິນເຕີເນັດ
ເວັບໄຊ
www.asean.org

ອາຊຽນມີຈຸດເລີ່ມຕົ້ນຈາກສະມາຄົມອາສາ ເຊິ່ງກໍ່ຕັ້ງຂຶ້ນເມື່ອເດືອນກໍລະກົດ ປີ 1961 ໂດຍ ໄທ, ມາເລເຊຍ ແລະ ຟີລິບປິນ ຕໍ່ມາໃນປີ 1967 ໄດ້​ມີການ​ລົງ​ນາມ​ໃນ ຖະແຫຼງການບາງກອກ ອາຊຽນໄດ້ຖືກຳເນີດຂຶ້ນໂດຍມີລັດສະມາຊີກເລີ່ມຕົ້ນ 5 ປະເທດ ໂດຍມີວັດຖຸປະສົງເພື່ອການຮ່ວມມືໃນການເພີ່ມອັດຕາການເຕີບໂຕທາງດ້ານເສດຖະກິດ ການພັດທະນາສັງຄົມວັດທະນະທຳໃນກຸ່ມປະເທດສະມາຊິກ ແລະ ການບຳລຸງຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ​ເປີດ​ໂອ​ກາດ​ໃຫ້ແກ້​ໄຂ​ຂໍ້​ຂັດ​ແຍ້ງລະຫວ່າງປະເທດສະມາຊິກຢ່າງສັນຕິ[11] ຫຼັງຈາກປີ 1984 ເປັນຕົ້ນມາອາຊຽນມີລັດສະມາຊິກເພີ່ມຂຶ້ນຈົນມີ 10 ປະເທດໃນປັດຈຸບັນ ກົດບັດອາຊຽນໄດ້ມີການລົງນາມເມື່ອເດືອນທັນວາ ປີ 2008 ເຊິ່ງເຮັດໃຫ້ອາຊຽນມີສະຖານະຄ້າຍຄືກັບສະຫະພາບເອີຣົບຫຼາຍຍິ່ງຂຶ້ນ

ເຂດການຄ້າເສລີອາຊຽນໄດ້ເລີ່ມປະກາດໃຊ້ຕັ້ງແຕ່ຕົ້ນປີ 2010 ແລະ ກຳລັງກ້າວສູ່ຄວາມເປັນປະຊາຄົມອາຊຽນ ເຊິ່ງຈະປະກອບດ້ວຍສາມດ້ານ ຄື: ປະຊາຄົມອາຊຽນດ້ານການເມືອງ ແລະ ຄວາມໝັ້ນຄົງ ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມສັງຄົມ ແລະ ວັນທະນະທຳອາຊຽນ ໃນປີ 2015[12]

ປະຫວັດ ດັດແກ້

ມີຈຸດເລີ່ມຕົ້ນໃນເດືອນມັງກອນ ປິ ຄ.ສ 1961 ໂດຍປະເທດໄທ ມາເລເຊຍ ແລະ ຟິລິບປີນ ໄດ້ຮ່ວມກັນຈັດຕັ້ງສະມາຄົມອາສາ ຫຼື Association of South East Asia ຂື້ນເພື່ອຮ່ວມມືກັນທາງດ້ານເສດຖະກິດ ສັງຄົມ ແລະ ວັດທະນະທຳ ແຕ່ດຳເນີນການໄດ້ພຽງ 2 ກໍ່ຕ້ອງຢຸດຊະງັກລົງ ເນື່ອງຈາກການຜັນແປທາງດ້ານການເມືອງລະຫວ່າງ ອິນໂດເນເຊຍ ກັບ ມາເລເຊຍ.

ໃນໄລຍະຕໍ່ມາ ໄດ້ມີການຟື້ນຟູສາຍພົວພັນລະຫວ່າງປະເທດຂື້ນ ຈຶ່ງໄດ້ຊອກຫາແນວທາງຈັດຕັ້ງ ອົງການຮ່ວມມືທາງດ້ານເສດຖະກິດ ຂື້ນໃນຂົງເຂດ "ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້" ແລະ ພັນເອກ(ພິເສດ) ດຣ.ຖະນັດ ຄໍມັນ ອາດີດລັດຖະມົນຕີກະຊວງການຕ່າງປະເທດສະໄໝລັດຖະບານ ຈອມພົນຖະໜອມ ກິດຕິຂະຈອນ ໂດຍໄດ້ມີການລົງນາມ "ປະລິນຍາບາງກອກ" ທີ່ວັງສະຣານລົມ ໃນຄັ້ງວັນທີ 8 ສິງຫາ ຄ.ສ. 1967 ຈາກ ຄຳປະກາດອາຊຽນ (ASEAN Declaration) ເຊິ່ງລົງນາມໂດຍ ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດສະມາຊິກຜູ້ກໍ່ຕັ້ງ 5 ປະເທດ ໄດ້ແກ່ ໄທ, ອິນໂດເນເຊຍ, ຟິລິບປິນ, ມາເລເຊຍ ແລະ ສິງກະໂປ [13]

ຕໍ່ມາໃນປີ ຄ.ສ. 1984 ປະເທດບູໄນ ໄດ້ເຂົ້າຮ່ວມສະມາຊິກເປັນປະເທດທີ່ຫົກ ແລະ ມີ ກຳປູເຈຍ, ມຽນມາ, ລາວ, ແລະ ຫວຽດນາມ ເຂົ້າເປັນສະມາຊິກ.

ວັດຖຸປະສົງ ດັດແກ້

 
ທຸງຂອງຊາດອາຊີຕາເວັນອອກສຽງໃຕ້ 10 ຊາດ

ຈາກສົນທິສັນຍາໄມຕີ ແລະ ຄວາມຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ໄດ້ມີການສະຫຼຸບແນວທາງຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ໄວ້ຈຳນວນຫົກຂໍ້ ດັ່ງນີ້[14]

  1. ໃຫ້ຄວາມເຄົາລົບແກ່ເອກະລາດ ອຳນາດອະທິປະໄຕ ຄວາມເທົ່າທຽມ ບູລະນະພາບແຫ່ງດິນແດນ ແລະ ເອກະລັກ ຂອງຊາດສະມາຊິກທັງໝົດ.
  2. ລັດສະມາຊິກແຕ່ລະລັດມີສິດທິທີ່ຈະປອດຈາກການແຊກແຊງຈາກພາຍນອກ ການຮຸກຮານດິນແດນ ແລະ ການບັງຄັບຂູ່ເຂັນ.
  3. ຈະບໍ່ເຂົ້າໄປຫຍຸ້ງກ່ຽວກັບກິດຈະການພາຍໃນຂອງລັດສະມາຊິກອື່ນໆ.
  4. ຍອມຮັບໃນຄວາມແຕກຕ່າງລະຫວ່າງກັນ ຫຼື ແກ້ບັນຫາລະຫວ່າງກັນຢ່າງສັນຕິ.
  5. ປະນາມ ຫຼື ບໍ່ຍອມຮັບການຄຸກຄາມ ຫຼື ການໃຊ້ກຳລັງ.
  6. ໃຫ້ຄວາມຮ່ວມມືລະຫວ່າງກັນຢ່າງມີປະສິດທິພາບ.

ສັນຍະລັກ ດັດແກ້

ສັນຍະລັກ ອາຊຽນ ຄື ຕົ້ນເຂົ້າ ສີເຫຼືອງ 10 ຕົ້ນມັດລວມກັນໄວ້ ໝາຍເຖິງປະເທດສະມາຊິກຮ່ວມກັນເພື່ອມິດຕະພາບ ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນ ສີຟ້າ ໝາຍເຖິງ ສັນຕິພາບ ແລະ ຄວາມໝັ້ນຄົງ, ສີແດງ ໝາຍເຖິງ ຄວາມກ້າຫານ ແລະ ຄວາມກ້າວໜ້າ, ສີຂາວ ໝາຍເຖິງ ຄວາມບໍລິສຸດ, ແລະ ສີເຫຼືອງ ໝາຍເຖິງ ຄວາມຈະເລີນຮຸ່ງເຮືອງ.

ເບິ່ງຕື່ມ ດັດແກ້

ອ້າງອີງ ດັດແກ້

  1. "Ang Saligang Batas ng ASEAN" [The ASEAN Charter] (PDF) (in ຟີລິປີໂນ). Association of Southeast Asian Nations. Archived from the original (PDF) on 2018-01-10. Retrieved 10 January 2018.
  2. "Piagam Persatuan Negara Asia Tenggara" [The ASEAN Charter] (PDF) (in ມາເລ). Association of Southeast Asian Nations. Archived from the original (PDF) on 2018-01-10. Retrieved 10 January 2018.
  3. "Hiến chương của Hiệp hội các Quốc gia Đông Nam Á" [The ASEAN Charter] (PDF) (in ຫວຽດນາມ). Association of Southeast Asian Nations. Archived from the original (PDF) on 2018-01-10. Retrieved 10 January 2018.
  4. "Piagam Perhimpunan Bangsa-Bangsa Asia Tenggara" [The ASEAN Charter] (PDF) (in ອິນໂດເນຊຽນ). Association of Southeast Asian Nations. Archived from the original (PDF) on 2017-12-15. Retrieved 10 January 2018.
  5. 5.0 5.1 Aseansec.org, ASEAN-10: Meeting the Challenges, by Termsak Chalermpalanupap, Aseansec.org, ASEAN Secretariat official website. Retrieved 27 June 2008. Cite error: Invalid <ref> tag; name "Eng" defined multiple times with different content
  6. "Secretary-General of ASEAN Le Luong Minh". ASEAN.org. ASEAN. Retrieved 9 May 2015.
  7. "Selected Basic ASEAN Indicators" (PDF). ASEAN.organisation. ASEANstats. Archived from the original (PDF) on 4 September 2015. Retrieved 9 May 2015.
  8. 8.0 8.1 8.2 8.3 8.4 "World Economic Outlook Database, October 2019". IMF.org. International Monetary Fund. Archived from the original on 30 September 2020. Retrieved 4 February 2020.
  9. "Selected basic ASEAN indicators" (PDF). Archived from the original (PDF) on 20 May 2012. Retrieved 5 September 2010.
  10. EC.Europa.eu Archived 2010-04-14 at the Wayback Machine, European Union Relations with ASEAN. Retrieved 29 October 2010.
  11. "ASEAN - Overview" (in ອັງກິດ). Archived from the original on 5 November 2012.
  12. ນັບຖອຍຫຼັງສູ່ ປະຊາຄົມອາຊຽນ. (8 ສິງຫາ 2010). ໂພສທູເດ. ສືບຄົ້ນ 05-09-2010. (ໄທ)
  13. "ສູລິນ ພິດສຸວັນ" ກັບບົດບາດປະທານອາຊຽນຄົນໃໝ່
  14. ASEAN at About.com:Geography (ອັງກິດ)

ແຫຼ່ງຂໍ້ມູນອື່ນ ດັດແກ້

ກ່ຽວກັບອາຊຽນ
ການປະຊຸມສຸດຍອດອາຊຽນ
ອົງກອນອາຊຽນ


Cite error: <ref> tags exist for a group named "lower-alpha", but no corresponding <references group="lower-alpha"/> tag was found