ປະເທດມຽນມາ
ມຽນມາຣ໌ ຫຼື ພະມ້າ (ອັງກິດ: Myanmar, ພະມ້າ: မြန်မာ ເມຍໝ້າ) ມີຊື່ທາງການວ່າ ສາທາລະນະລັດແຫ່ງສະຫະພາບມຽນມາຣ໌ ຫຼື ສາທາລະນະລັດແຫ່ງສະຫະພາບພະມ້າ (ອັງກິດ: Republic of the Union of Myanmar; ພະມ້າ: ပြည်ထောင်စု သမ္မတ မြန်မာနိုင်ငံတော် [pjìdà̀uɴzṵ θà̀ɴməda̯ mjəmà nàiɴŋàɴdɔ̀] ປີ່ເດົ່າງ໌ຊຸ ຕຳມະດະ ມຍະໝ້າ ໄໜ້ຫງັ້ນດໍ່) ແມ່ນລັດເອກະລາດໃນອາຊີຕາເວັນອອກສຽງໃຕ້. ມີພົມແດນຕິດກັບອິນເດຍ ບັງກະລາເທດ ຈີນ ລາວ ແລະໄທ. ໜຶ່ງໃນສາມຂອງພົມແດນພະມ້າທີ່ມີຄວາມຍາວ 1,930 ກິໂລແມັດເປັນແນວຊາຍຝັ່ງຕາມອ່າວເບງກອນແລະທະເລອັນດາມັນ ດ້ວຍພື້ນທີ່ 676,578 ຕາລາງກິໂລແມັດ. ປະເທດມຽນມາແມ່ນປະເທດທີ່ໃຫຍ່ເປັນອັນດັບທີ 40 ຂອງໂລກ ແລະໃຫຍ່ເປັນອັນດັບທີ 2 ໃນອາຊີຕາເວັນອອກສຽງໃຕ້. ມຽນມາຍັງເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບທີ 24 ຂອງໂລກ ໂດຍມີປະຊາກອນກວ່າ 60.28 ລ້ານຄົນ. ນັບແຕ່ໄດ້ຮັບເອກະລາດໃນ ຄ.ສ. 1948 ປະເທດມຽນມາຜະເຊີນກັບໜຶ່ງໃນສົງຄາມກາງເມືອງທີ່ຍືດເຍື້ອທີ່ສຸດທ່າມກາງກຸ່ມຊາຕິພັນທີ່ມີຢູ່ຫຼາຍຫຼວງເຊິ່ງຍັງແກ້ບໍ່ຕົກ. ຕັ້ງແຕ່ ຄ.ສ. 1962 ຫາ 2011 ປະເທດມຽນມາຢູ່ພາຍໃຕ້ລະບອບຜະເດັດການທະຫານ. ຄະນະຜູ້ຍຶດອຳນາດການປົກຄອງຖືກຍຸບຢ່າງເປັນທາງການໃນ ຄ.ສ. 2011 ຫຼັງການເລືອກຕັ້ງທົ່ວໄປໃນ ຄ.ສ. 2010 ແລະມີການຕັ້ງລັດຖະບານພົນລະເຮືອນໃນນາມແທນ ແຕ່ທະຫານຍັງມີອິດທິພົນຢູ່ຫຼາຍ.
ပြည်ထောင်စု သမ္မတ မြန်မာနိုင်ငံတော် ສາທາລະນະລັດແຫ່ງສະຫະພາບມຽນມາ
| |
---|---|
Location of Burma (green) and within ASEAN (dark grey) | |
ເມືອງຫຼວງ | ເນປິດໍ |
ເມືອງໃຫຍ່ທີ່ສຸດ | ຢ່າງກຸ້ງ (Rangoon) |
ພາສາລັດຖະການ | ພາສາພະມ້າ |
Jingpho, Kayah, Karen, Chin, Mon, Rakhine, Shan | |
Official scripts | Burmese script |
ເດມະນິມ | Burmese/Myanma |
ການປົກຄອງ | ລະບອບປະທານປະເທດ |
ທ່ານ ທີນຈໍ | |
ທ່ານ ຕຽນ ອອງ ມິນ ຈາຍໝອກຄຳ(ຄົນໄທໃຫຍ່) | |
ສະພານິຕິບັນຍັດ | Pyidaungsu Hluttaw |
• ສະພາສູງ | Amyotha Hluttaw |
• ສະພາລຸ່ມ | Pyithu Hluttaw |
ການລວມຕົວ | |
23 ທັນວາ ຄ.ສ 849 | |
16 ຕຸລາ ຄ.ສ 1510 | |
21 ມີນາ ຄ.ສ 1752 | |
4 ມັງກອນ ຄ.ສ 1948 (ຈາກ ອັງກິດ) | |
2 ມີນາ ຄ.ສ 1962 | |
3.06 | |
ປະຊາກອນ | |
• 2010 ປະມານ | 60,280,000 (24) |
• ສຳມະໂນປະຊາກອນ 1983 | 33,234,000 |
GDP (ອຳນາດຊື້) | 2010 (ປະມານ) |
• ລວມ | $76.473 ຕື້ (59) |
• ຕໍ່ຫົວ | $1,250 |
GDP (ລາຄາຕະຫຼາດ) | 2010 (ປະມານ) |
• ລວມ | $42.953 billion |
• ຕໍ່ຫົວ | $702 |
HDI (2012) | 0.498 ຕ່ຳ · 149 |
ສະກຸນເງິນ | ຈຽດ (K) (MMK) |
ເຂດເວລາ | UTC+6:30 (MST) |
ຂັບລົດດ້ານ | ຂວາ |
ລະຫັດໂທລະສັບ | 95 |
ລະຫັດອິນເຕີເນັດ | .mm |
|
ບົດຄວາມນີ້ມີອັກສອນພະມ້າປາກົດຢູ່ ທ່ານອາດເຫັນເຄື່ອງໝາຍຄຳຖາມຫຼືສັນຍາລັກອື່ນແທນຕົວອັກສອນ ຫາກຄອມພິວເຕີຂອງທ່ານບໍ່ສາມາດສະແດງຜົນອັກສອນພະມ້າໄດ້ຢ່າງຖືກຕ້ອງ |
ອາລະຍະທຳຊ່ວງຕົ້ນຂອງປະເທດພະມ້າມີນະຄອນລັດປະຍູທີ່ເວົ້າພາສາຕະກູນທິເບດ-ພະມ້າໃນພະມ້າຕອນເທິງ ແລະລາຊະອານາຈັກມອນໃນພະມ້າຕອນລຸ່ມ ໃນຄິດສະຕະວັດທີ 9 ຊາວພະມ້າໄດ້ເຂົ້າຄອບຄອງບໍລິເວນລຸ່ມແມ່ນ້ຳອິຣະວະດີຕອນເທິງ ແລະສະຖາປະນາລາຊະອານາຈັກພຸກາມໃນຊ່ວງຄິດທົດສະວັດທີ 1050 ພາສາແລະວັດທະນະທຳພະມ້າພ້ອມດ້ວຍສາສະໜາພຸດນິການເຖຣະວາດຄ່ອຍໆ ຄອບງຳໃນປະເທດ ອານາຈັກພຸກາມລົ່ມສະຫຼາຍເພາະການບຸກຄອງຂອງມອງໂກລແລະລັດຫຼາຍລັດເກີດຂຶ້ນ ໃນຄິດສະຕະວັດທີ 16 ລາຊະວົງຕອງອູສ້າງເອກະພາບອີກຄັ້ງ ແລະຊ່ວງສັ້ນໆ ເປັນຈັກກະວັດໃຫຍ່ສຸດໃນປະຫວັດສາດອາຊີຕາເວັນອອກສຽງໃຕ້[1] ຕົ້ນສະຕະວັດທີ 19 ລາຊະວົງຄອງບອງໄດ້ປົກຄອງພື້ນທີ່ປະເທດພະມ້າແລະຄວບຄຸມມະນີປຸຣະແລະອັດສັມໃນຊ່ວງສັ້ນໆ ດ້ວຍ ອັງກິດພິຊິດພະມ້າຫຼັງສົງຄາມອັງກິດ-ພະມ້າທັງສາມຄັ້ງໃນຄິດສະຕະວັດທີ 19 ແລະປະເທດກາຍເປັນອານານິຄົມບິຕິດ ປະເທດພະມ້າໄດ້ຮັບເອກະລາດໃນ ຄ.ສ. 1948 ຊ່ວງປົກຄອງແບບຊາດປະຊາທິປະໄຕ ແລະຫຼັງລັດຖະປະຫານໃນ ຄ.ສ. 1962 ເປັນການປົກຄອງແບບຜະເດັດການທະຫານ ແມ້ນຜະເດັດການທະຫານສິ້ນສຸດລົງຢ່າງເປັນທາງການໃນ ຄ.ສ. 2011 ແຕ່ຜູ້ນຳພັກການເມືອງສ່ວນໃຫຍ່ຍັງເປັນອະດີດນາຍທະຫານ
ປະເທດພະມ້າຢູ່ພາຍໃຕ້ການຕໍ່ສູ້ຊາດພັນທີ່ຮຸນແຮງ ກຸ່ມຊາດພັນມາກມາຍຂອງພະມ້າກ່ຽວກັບສົງຄາມກາງເມືອງທີ່ດຳເນິນຍາວທີ່ສຸດສົງຄາມໜຶ່ງຂອງໂລກ ລະຫວ່າງຊ່ວງນີ້ ສະຫະປະຊາຊາດແລະອີກຫຼາຍອົງການລາຍງານລະເມີດສິດທິມະນຸດສະຍະຊົນຢ່າງຕໍ່ເນື່ອງພາຍໃນປະເທດ[2][3][4] ໃນ ຄ.ສ. 2011 ມີການຍຸບຄະນະທະຫານຜູ້ຍຶດອຳນາດການປົກຄອງຢ່າງເປັນທາງການຫຼັງການເລືອກຕັ້ງທົ່ວໄປ ຄ.ສ. 2010 ແລະມີການຕັ້ງລັດຖະບານໃນນາມພົນລະເຮືອນ ແຕ່ອະດີດຜູ້ນຳທະຫານຍັງມີອຳນາດພາຍໃນປະເທດ ກອງທັບພະມ້າດຳເນິນການສະລະການຄວບຄຸມລັດຖະບານ ລວມເຖິງການປ່ອຍຕົວອອງ ຊານ ຊູຈີແລະນັກໂທດທາງການເມືອງ ມີການປັບປຸງສິດທິມະນຸດສະຍະຊົນແລະຄວາມສັມພັນລະຫວ່າງປະເທດ ຈົນນຳໄປສູ່ການຜ່ອນປົນການລົງໂທດທາງການຄ້າແລະເສດຖະກິດອື່ນໆ[5][6] ແຕ່ຍັງມີການວິຈານການປະຕິບັດຕໍ່ຊຸມຊົນກຸ່ມນ້ອຍໂຣຮິງຍາຂອງລັດຖະບານແລະການສະໜອງຕໍ່ການປະທະກັນທາງສາສະໜາ[7][8][9]
ປະເທດພະມ້າອຸດົມດ້ວຍຫຍົກ ອັນຍະມະນີ ນ້ຳມັນ ແກ໊ສທຳມະຊາດແລະຊັບພະຍາກອນແຣ່ອື່ນໆ ໃນ ຄ.ສ. 2013 ຈີດີພີ (ລາຄາຕະຫຼາດ) ຢູ່ທີ່ 56,700 ລ້ານດອລລາຣ໌ສະຫະລັດ ແລະຈີດີພີ (ອຳນາດຊື້) ຢູ່ທີ່ 221,500 ລ້ານດອລລາຣ໌ສະຫະລັດ.[10] ຊ່ອງວ່າງຮາຍໄດ້ຂອງປະເທດພະມ້າກວ້າງທີ່ສຸດປະເທດໜຶ່ງໃນໂລກ ເພາະເສດຖະກິດສັດສ່ວນໃຫຍ່ຖືກຜູ້ສະໜັບສະໜຸນອະດີດລັດຖະບານທະຫານຄວບຄຸມ[11][12] ໃນ ຄ.ສ. 2014 ຈາກດັດຊະນີການພັດທະນາມະນຸດ (HDI) ປະເທດພະມ້າມີລະດັບການພັດທະນາມະນຸດຕ່ຳ ໂດຍຈັດອັນດັບຢູ່ທີ່ 148 ຈາກ 188 ປະເທດ[13]
ປະຫວັດສາດ
ດັດແກ້ປະຫວັດສາດຂອງພະມ້ານັ້ນມີຄວາມຍາວນານແລະຊັບຊ້ອນ ມີປະຊາຊົນຫຼາຍເຜົ່າພັນເຄີຍອາໄສຢູ່ໃນດິນແດນແຫ່ງນີ້ ເຜົ່າພັນເກົ່າແກ່ທີ່ສຸດທີ່ປາກົດໄດ້ແກ່ຊາວມອນ ຕໍ່ມາຮາວພຸດສະຕະວັດທີ 13 ຊາວພະມ້າໄດ້ອົບພະຍົບລົງມາຈາກບໍລິເວນພົມແດນລະຫວ່າງຈີນແລະທິເບດ ເຂົ້າສູ່ທີ່ຣາບລຸ່ມແມ່ນ້ຳອິຣະວະດີ ແລະໄດ້ກາຍເປັນຊົນເຜົ່າເປັນຊົນເຜົ່າສ່ວນໃຫຍ່ທີ່ປົກຄອງປະເທດໃນເວລາຕໍ່ມາ ຄວາມຊັບຊ້ອນຂອງປະຫວັດສາດພະມ້າບໍ່ໄດ້ເກີດຂຶ້ນຈາກກຸ່ມຊົນທີ່ອາໄສຢູ່ໃນດິນແດນພະມ້າເທົ່ານັ້ນ ແຕ່ເກີດຈາກຄວາມສັມພັນກັບເພື່ອນບ້ານໄດ້ແກ່ ຈີນ ອິນເດຍ ບັງກະລາເທດ ລາວ ແລະໄທ
ມອນ
ດັດແກ້ມະນຸດໄດ້ເຂົ້າມາອາໄສຢູ່ໃນດິນແດນຂອງປະເທດພະມ້າເມື່ອຮາວ 11,000 ປີມາແລ້ວ ແຕ່ມະນຸດທີ່ສາມາດສ້າງອາລະຍະທຳຂຶ້ນເປັນເອກະລັກຂອຝຕົນໄດກໍຄືຊາວມອນ ຊາວມອນໄດ້ອົບພະຍົບເຂົ້າມາອາໄສຢູ່ໃນດິນແດນແຫ່ງນີ້ເມື່ອຮາວ 2,400 ປີກ່ອນພຸດທະການ ແລະສະຖາປະນາອານາຈັກສຸທຳວະດີ ອັນເປັນອານາຈັກແຫ່ງທຳອິດຂຶ້ນໃນຮາວພຸດສະຕະວັດທີ 2 ນະ ບໍລິເວນໄກ້ເມືອງທ່າຕອນ (Thaton) ຊາວມອນໄດ້ຮັບອິດທິພົນຂອງສາສະໜາພຸດຜ່ານທາງອິນເດຍໃນຮາວພຸດສະຕະວັດທີ 2 ເຊິ່ງເຊື່ອວ່າມາຈາກການເຜີຍແຜ່ພະພຸດທະສາສະໜາໃນລັດຊະສະໄໝຂອງພະເຈົ້າອະໂສກມະຫາລາດ ບັນທຶກຂອງຊາວມອນສ່ວນໃຫຍ່ຖືກທຳລາຍໃນລະຫວ່າງສົງຄາມ ວັດທະນະທຳຂອງຊາວມອນເກີດຂຶ້ນຈາກການຜະສົມເອົາວັດທະນະທຳຈາກອິນເດຍເຂົ້າກັບວັດທະນະທຳອັນເປັນເອກະລັກຂອງຕົນເອງຈົນກາຍເປັນວັດທະນະທຳລັກສະນະລູກຜະສົມ ໃນຮາວພຸດສະຕະວັດທີ 14 ຊາວມອນໄດ້ເຂົ້າຄອບຄອງແລະມີອິດທິພົນໃນດິນແດນຕອນໃຕ້ຂອງພະມ້າ
ປະຍູ
ດັດແກ້ຊາວປະຍູເຂົ້າມາອາໄສຢູ່ໃນດິນແດນປະເທດພະມ້າຕັ້ງແຕ່ຮາວພຸດສະຕະວັດທີ 4 ແລະໄດ້ສະຖາປະນານະຄອນລັດຂຶ້ນຫຼາຍແຫ່ງ ເຊັ່ນທີ່ ພິນນາຄາ (Binnaka) ມອງກະໂມ້ (Mongamo) ອານາຈັກສີກະເສດ (Sri Ksetra) ເປຍທະໂນມະໂຍ (Peikthanomyo) ແລະຮະລີນຈີ (Halingyi) ໃນຊ່ວງເວລາດັງກ່າວ ດິນແດນພະມ້າເປັນສ່ວນໜຶ່ງຂອງເສັ້ນທາງການຄ້າລະຫວ່າງຈີນກັບອິນເດຍ ຈາກເອກະສານຂອງຈີນພົບວ່າ ມີເມືອງຢູ່ພາຍໃຕ້ອຳນາດປົກຄອງຂອງຊາວປະຍູ 18 ເມືອງ ແລະຊາວປະຍູເປັນຊົນເຜົ່າທີ່ຮັກສະຫງົບ ບໍ່ປາກົດວ່າມີສົງຄາມເກີດຂຶ້ນລະຫວ່າງຊົນເຜົ່າປະຍູ ຂໍ້ຂັດແຍ້ງມັກຍຸດຕິດ້ວຍການຄັດເລືອກຕົວແທນໃຫ້ເຂົ້າປະລອງຄວາມສາມາດກັນ ຊາວປະຍູສວມໃສ່ເຄື່ອງແຕ່ງກາຍທີ່ເຮັດຈາກຝ້າຍ ອາດຊະຍາກອນມັກຖືກລົງໂທດດ້ວຍການໂບຍຫຼືຈຳຂັງ ເວັ້ນແຕ່ໄດ້ກະທຳຄວາມຜິດອັນຮ້າຍແຮງຈຶ່ງຕ້ອງໂທດປະຫານຊີວິດ ຊາວປະຍູນັບຖືພະພຸດທະສາສະໜານິກາຍເຖຣະວາດ ເດັກໆ ໄດ້ຮັບການສຶກສາທີ່ວັດຕັ້ງແຕ່ອາຍຸ 7 ຂວບຈົນເຖິງ 20 ປີ
ນະຄອນລັດຂອງຊາວປະຍູບໍ່ເຄີຍຮວມຕົວເປັນອັນໜຶ່ງອັນດຽວກັນ ແຕ່ນະຄອນລັດຂະໜາດໃຫຍ່ມັກມີອິດທິພົນເໜືອນະຄອນລັດຂະໜາດນ້ອຍເຊິ່ງສະແດງອອກໂດຍການສົ່ງເຄື່ອງບັນນາການໃຫ້ ນະຄອນລັດທີ່ມີອິດທິພົນຫຼາຍທີ່ສູດໄດ້ແກ່ສີກະເສດ ເຊິ່ງມີຫຼັກຖານເຊື່ອໄດ້ວ່າ ເປັນເມືອງໂບຮານທີ່ມີຂະໜາດໃຫຍ່ທີ່ສຸດໃນປະເທດພະມ້າ ບໍ່ປາກົດຫຼັກຖານວ່າອານາຈັກສີກະເສດຖືກສະຖາປະນາຂຶ້ນເມື່ອໃດ ແຕ່ມີການກ່າວເຖິງໃນພົງສາວະດານວ່າມີການປ່ຽນລາຊະວົງເກີດຂຶ້ນໃນປີພຸດສັກກະຫຼາດ 637 ເຊິ່ງສະແດງໃຫ້ເຫັນວ່າອານາຈັກສີກະເສດຕ້ອງໄດ້ຮັບການສະຖາປະນາຂຶ້ນກ່ອນໜ້ານັ້ນ ມີຄວາມຊັດເຈນວ່າ ອານາຈັກສີກະເສດຖືກລະທິ້ງໄປໃນປີພຸດສັກກະຫຼາດ 1199 ເພື່ອອົບພະຍົບຍ້າຍຂຶ້ນໄປສະຖາປະນານະຄອນຫຼວງໃໝ່ທາງຕອນເໜືອ ແຕ່ຍັງບໍ່ຊາບຢ່າງແນ່ຊັດວ່າເມືອງດັງກ່າວຄືເມືອງໃດ ນັກປະຫວັດສາດບາງທ່ານເຊື່ອວ່າເມືອງດັງກ່າວຄືເມືອງຮະລີນຈີ ຢ່າງໃດກໍຕາມເມືອງດັງກ່າວຖືກຮຸກຮານຈາກອານາຈັກນ່ານເຈົ້າໃນຮາວພຸດສະຕະວັດທີ 15 ຈາກກະບໍ່ປາກົດຫຼັກຖານກ່າວເຖິງຊາວປະຍູອີກ
ອານາຈັກພຸກາມ
ດັດແກ້ອ້າງອີງ
ດັດແກ້- ↑ Lieberman, p. 152
- ↑ "Burma". Human Rights Watch. Retrieved 6 July 2013.
- ↑ "Myanmar Human Rights". Amnesty International USA. Retrieved 6 July 2013.
- ↑ "World Report 2012: Burma". Human Rights Watch. Archived from the original on 30 ມິຖຸນາ 2013. Retrieved 6 July 2013.
{{cite web}}
: Unknown parameter|deadurl=
ignored (|url-status=
suggested) (help) - ↑ Madhani, Aamer. "Obama administration eases Burma sanctions before visit", 16 November 2012
- ↑ "European Union Suspends Most Myanmar Sanctions", 23 April 2012
- ↑ Greenwood, Faine (27 May 2013). "The 8 Stages of Genocide Against Burma's Rohingya | UN DispatchUN Dispatch". Undispatch.com. Retrieved 13 April 2014.
- ↑ "EU welcomes "measured" Myanmar response to rioting", Retuer, 11 June 2012
- ↑ "Q&A: Communal violence in Burma", BBC. ຮຽກຂໍ້ມູນວັນທີ 14 October 2013
- ↑ "Burma (Myanmar)". World Economic Outlook Database. International Monetary Fund.
- ↑ Eleven Media. "Income Gap 'world's widest'", The Nation, 4 September 2013. ຮຽກຂໍ້ມູນວັນທີ 15 September 2014 Archived 2014-09-15 at the Wayback Machine
- ↑ McCornac, Dennis. "Income inequality in Burma", Democratic Voice of Burma, 22 October 2013. ຮຽກຂໍ້ມູນວັນທີ 15 September 2014
- ↑ "2015 Human Development Report Summary" (PDF). United Nations Development Programme. 2015. p. 210. Retrieved 9 November 2016.