ປະເທດອັງກິດ

(ປ່ຽນເສັ້ນທາງມາຈາກ ອັງກິດ)
ລະວັງສັບສົນກັບ ສະຫະຣາຊອານາຈັກ


ປະເທດອັງກິດ (England, ຄຳເຄົ້າ: ປະເທດອັງກລິສ[2]) ຕັ້ງຢູ່ໃນເອີລົບເໜືອ. ໃຊ້ພາສາອັງກິດເປັນພາສາທາງການ. ມີລອນດອນເປັນນະຄອນຫຼວງ. ແມ່ນສ່ວນໜຶ່ງຂອງສະຫະລາຊະອານາຈັກ[3][4][5]. ມີພົມແດນທາງບົກຕິດກັບເອກົດທາງເໜືອ, ການທາງຕາເວັນຕົກ, ທະເລອຽກລັງທາງຕາເວັນຕົກສຽງເໜືອ, ທະເລເກນຕິກທາງຕາເວັນຕົກສຽງໃຕ້, ແລະທະເລເໜືອທາງຕາເວັນອອກ. ນອກຈາກນີ້ຍັງຕິດກັບຊ່ອງແຄບອັງກິດເຊິ່ງຂັ້ນລະຫວ່າງອັງກິດກັບເອີລົບແຜ່ນດິນໃຫຍ່. ພື້ນທີ່ປະເທດສ່ວນໃຫຍ່ຕັ້ງຢູ່ທາງຕອນກາງແລະໃຕ້ຂອງເກາະບະເລີຕາຍໃຫຍ່ໃນມະຫາສະໝຸດອັດລັງຕິກເໜືອ. ປະເທດຍັງລວມເຖິງເກາະອື່ນເຊິ່ງນ້ອຍກວ່າອີກປະມານ 100 ເກາະ ເຊັ່ນ ໝູ່ເກາະຊິນລີແລະເກາະໄວ.

ອັງກິດ
ທຸງຊາດອັງກິດ
ທຸງຊາດ
ຄຳຂວັນGod and my right
ເພງຊາດໃຊ້ "ກັອດເຊຟເດິຄວີນ" (God Save the Queen) ຕາມສະຫະລາຊາອານາຈັກໂດຍພຶດຕິໄນ
ແຕ່ບໍ່ມີເພງຊາດໃນທາງນິຕິໄນ
ທີ່ຕັ້ງຂອງປະເທດອັງກິດ (ຂຽວເຂັ້ມ) – ໃນທະວີບເອີຣົບ (ຂຽວອ່ອນແລະເທົາເຂັ້ມ) – ໃນສະຫະລາຊາອານາຈັກ (ຂຽວອ່ອນ)
ທີ່ຕັ້ງຂອງປະເທດອັງກິດ (ຂຽວເຂັ້ມ)
– ໃນທະວີບເອີຣົບ (ຂຽວອ່ອນແລະເທົາເຂັ້ມ)
– ໃນສະຫະລາຊາອານາຈັກ (ຂຽວອ່ອນ)
ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ລອນດອນ
ພາສາລັດຖະການບໍ່ໄດ້ກຳໜົດ
ພາສາອັງກິດ (ໂດຍພຶດຕິໄນ)
ສະຖາປະນາ
• ແມ່ນສ່ວນໜຶ່ງຂອງສະຫະລາຊາອານາຈັກ
ຄ.ສ. 1707
ພື້ນທີ່
• ລວມ
130,395 ຕາລາງກິໂລແມັດ (50,346 ຕາລາງໄມລ໌) (-)
ປະຊາກອນ
• 2008 ປະມານ
51,446,000[1]
• ສຳມະໂນປະຊາກອນ 2001
49,138,831
395 ຕໍ່ຕາລາງກິໂລແມັດ (1,023.0 ຕໍ່ຕາລາງໄມລ໌)
ເຂດເວລາUTC+0
ລະຫັດໂທລະສັບ44
ລະຫັດອິນເຕີເນັດ.uk

ພູມປະເທດສ່ວນຫຼາຍປະກອບດ້ວຍພູຕ່ຳໆ ແລະບ່ອນພຽງ ໂດຍສະເພາະແມ່ນທາງຕອນກາງແລະໃຕ້. ຢ່າງໃດກໍດີ ທາງເໜືອແລະຕາເວັນຕົກສຽງໃຕ້ແມ່ນບ່ອນສູງ. ມີວິນເຊສະເຕີເປັນນະຄອນຫຼວງເກົ່າຈົນເທົ້າປ່ຽນມາເປັນລອນດອນໃນ ຄ.ສ. 1066. ລອນດອນໃນປັດຈຸບັນແມ່ນເຂດມະຫານະຄອນໃຫຍ່ທີ່ສຸດໃນສະຫະລາຊະອານາຈັກ ແລະ ແມ່ນເມືອງທີ່ມີພື້ນທີ່ທີ່ໃຫຍ່ທີ່ສຸດໃນສະຫະພາບເອີລົບເມື່ອວັດແທກດ້ວຍເກນສ່ວນສາກົນ. ປະຊາກອນປະເທດມີຢູ່ປະມານ 51 ລ້ານຄົນ ເຊິ່ງຄິດເປັນ 84% ຂອງປະຊາກອນສະຫະລາຊະອານາຈັກ ໂດຍສ່ວນໃຫຍ່ອາໄສຢູ່ໃນລອນດອນ. ພາກຕາເວັນອອກສຽງໃຕ້ແລະເຂດເມືອງໄດ້ຂະຫຍາຍໂຕໄປເຖິງພາກມິດແລນ, ພາກຕາເວັນຕົກສຽງເໜືອ ແລະ ຢອກເຊີ ເຊິ່ງໄດ້ຮັບການພັດທະນາເປັນພື້ນທີ່ອຸດສາຫະກຳສໍາຄັນລະຫວ່າງຄະລິດສັດຕະວັດທີ 19.

ຫຼັງຈາກ ຄ.ສ. 1284 ລາຊະອານາຈັກອັງກິດໄດ້ລວມກັບປະເທດການເປັນລັດອະທິປະໄຕຈົນເທົ້າວັນທີ 1 ພຶດສະພາ ຄ.ສ. 1707 ເມື່ອພະລາຊະບັນຍັດໃຫ້ລວມກັບລາຊະອານາຈັກເອກົດເປັນລັດໃໝ່ ແລະສະຖາປະນາລັດໃໝ່ນີ້ເປັນລາຊະອານາຈັກບະເລີຕາຍໃຫຍ່[6][7]. ລັດໃໝ່ນີ້ ໄດ້ລວມກັບລາຊະອານາຈັກອຽກລັງເປັນລັດໃໝ່ໃນປີ ຄ.ສ. 1801 ໂດຍຜ່ານພະລາຊະບັນຍັດສະຫະພາບອີກສະບັບໜຶ່ງ. ລັດໃໝ່ນີ້ມີຊື່ວ່າ ສະຫະລາຊະອານາຈັກບະເລີຕາຍໃຫຍ່ແລະອຽກລັງ. ພໍເຖິງປີ ຄ.ສ. 1922 ລັດອິດສະຫຼະອຽກລັງໄດ້ຮັບການສະຖາປະນາເປັນລັດແຍກ. ແຕ່ Royal and Parliamentary Titles Act 1927 ໄດ້ລວມອຽກລັງເໜືອເຂົ້າກັບສະຫະລາຊະອານາຈັກອີກເທື່ອ ເປັນສະຫະລາຊະອານາຈັກບະເລີຕາຍໃຫຍ່ແລະອຽກລັງເໜືອ ເຊິ່ງແມ່ນສະຫະລາຊະອານາຈັກໃນປັດຈຸບັນ.

ອ້າງອີງ

ດັດແກ້
  1. Office for National Statistics. "Population estimates for UK, England and Wales, Scotland and Northern Ireland – current datasets". statistics.gov.uk. Retrieved 2009-06-05.
  2. ສົມຈິດ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
  3. Office for National Statistics. "The Countries of the UK". statistics.gov.uk. Archived from the original on 2008-12-20. Retrieved 2009-02-01.
  4. "Countries within a country". number-10.gov.uk. Archived from the original on 2008-02-09. Retrieved 2009-02-01. {{cite web}}: Unknown parameter |unused_data= ignored (help)
  5. "Changes in the list of subdivision names and code elements (Page 11)" (PDF). International Organization for Standardization. Retrieved 2009-02-01.
  6. William E. Burns, A Brief History of Great Britain, p. xxi
  7. Acts of Union 1707 parliament.uk, accessed 27 January 2011