ປະທານປະເທດ

ປະທານປະເທດ (ຄຳເຄົ້າ:ປທານປເທສ) ເປັນປະມຸກລັດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແມ່ນສະພາແຫ່ງຊາດເປັນຜູ້ເລືອກຕັ້ງໂດຍຮັບຄະແນນສຽງ ຢ່າງໜ້ອຍສອງສ່ວນສາມຂອງຈຳນວນ ສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊູມ ປະທານປະເທດມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ

ປະທານປະເທດ ມີຮອງປະທານປະເທດຊື່ງແມ່ນສະພາແຫ່ງຊາດເປັນຜູ້ເລືອກຕັ້ງໂດຍໄດ້ຮັບຄະແນນສຽງຫລາຍກ່ວາ ເຄີ່ງໜື່ງຂອງຈຳນວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊູມ ຮອງປະທານປະເທດປະຕິບັດຕາມໜ້າທີ່ການມອບໝາຍຂອງປະທານປະເທດ ແລະ ຕາງໜ້າໃຫ້ປະທານປະເທດໃນເວລາປະທານປະເທດຕິດຂັດ