ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ

ພະມະຫາກະສັດໄທລຳດັບທີ 5 ແຫ່ງລາຊະວົງຈັກກີ
(ປ່ຽນເສັ້ນທາງມາຈາກ ລາຊະການທີ່ 5)

ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ (ໄທ:พระบาทสมเด็จพระปรมินทรมหาจุฬาลงกรณ์ พระจุลจอมเกล้าเจ้าอยู่หัว) ແມ່ນພະມະຫາກະສັດສະຫຍາມ ລາຊະການທີ່ 5 ແຫ່ງລາຊະວົງຈັກກີ ສະເດັດພະລາຊະສົມພົບເມື່ອວັນອັງຄານ ເດືອນ 10 ແຮມ 3 ຄ່ຳ ປີສະຫຼູ 20 ກັນຍາ ຄ.ສ.1853 ແມ່ນພະລາຊະໂອລົດພະອົງທີ 9 ໃນພະບາດສົມເດັດພະຈອມເກົ້າຢູ່ຫົວ ແລະເປັນພະອົງທີ່ 1 ໃນສົມເດັດພະເທບສິຣິນທາບໍຣົມລາຊິນີ ຂຶ້ນຄອງລາດເມື່ອວັນພະຫັດ ເດືອນ 11 ຂຶ້ນ 15 ຄ່ຳ ປີມະໂຮງ (ຄ.ສ.1868) ຮວມສິຣິດຳລົງລາຊະສົມບັດ 42 ປີ 22 ວັນ ສະເດັດສະຫວັນຄົດເມື່ອວັນເສົາ ເດືອນ 11 ແຮມ 4 ຄ່ຳ ປີຈໍ (23 ຕຸລາ ຄ.ສ.1910) ດ້ວຍໂຮກພະວັກກະ (ໄຕ) ສິຣິຮວມພະຊົນມາຍຸ 58 ພັນສາ ພະອົງໄດ້ຮັບສົມຍານາມວ່າ "ປິຍະມະຫາລາດ"ແປວ່າ ມະຫາລາດຜູ້ເປັນທີ່ຮັກ ແລະວ່າ " ພະພຸດທະເຈົ້າຫຼວງ"

ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ

ພະບໍລົມນາມາພິໄທ ພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ
ພະປໍລະມາພິໄທ ພະບາດສົມເດົດພະປໍຣະມິນທະຣະມະຫາຈຸລາລົງກອນ ບໍດິນທະຣະເທບພະຍະມະຫາມະກຸດ ບຸຣຸດສະຍະຣັດຕະນະຣາດຊະຣະວິວົງ ປໍຣະມິນທັນມິກະຫາຣາຊາທິຣາດ ບໍຣົມນາດບໍພິດ ພະຈຸລະຈອມເກົ້າເຈົ້າຢູ່ຫົວ
ພະລາຊະອິສະລິຍະຍົດ ພະເຈົ້າກຸງສະຫຍາມ
ລາຊະວົງ ຈັກກີ
ຄອງລາດ 1 ຕຸລາ ຄ.ສ. 1868 - 23 ຕຸລາ ຄ.ສ. 1910
ບໍລົມລາຊາພິເສກ 11 ພະຈິກ ຄ.ສ. 1868
ໄລຍະຄອງລາດ 42 ປີ
ລາຊະການກ່ອນໜ້າ ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ
ລາຊະການຕໍ່ໄປ ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ
ພະບໍລົມມະອັດຖິ ພະທີ່ນັ່ງຈັກກີມະຫາປາສາດ ໃນພະບໍລົມມະຫາລາຊະວັງ
ຂໍ້ມູນສ່ວນພະອົງ
ພະລາຊະສົມພົບ 20 ກັນຍາ ຄ.ສ. 1853
ບ່ອນທີ່ພະລາຊະສົມພົບ ນະ ພະບໍລົມມະຫາລາຊະວັງ ອຳເພີພະນະຄອນ ພະນະຄອນ ປະເທດສະຫຍາມ
ສະຫວັນຄົດ 23 ຕຸລາ ຄ.ສ. 1910 (57 ພັນສາ)
ບ່ອນທີ່ສິ້ນພະຊົນ ນະ ພະລາຊະວັງດຸສິດ ອຳເພີດຸສິດ ຈັງຫວັດພະນະຄອນ ປະເທດສະຫຍາມ
ພະລາດຊະບິດາ ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ
ພະລາດຊະມານດາ ສົມເດັດພະເທບສິຣິນທາບໍລົມລາຊິນີ
ພະມະເຫສີ ພະເຈົ້ານ້ອງນາງເທີ ພະອົງເຈົ້າເສົາວະພາຜ່ອງສີ
ພະເຈົ້ານ້ອງນາງເທີ ພະອົງເຈົ້າສະຫວ່າງວັດທະນາ
ພະເຈົ້ານ້ອງນາງເທີ ພະອົງເຈົ້າສຸນັນທາກຸມາຣີຣັດ
ພະເຈົ້ານ້ອງນາງເທີ ພະອົງເຈົ້າສຸຂຸມານມາຣະສີ
ພະເຈົ້າພີ່ນາງເທີ ພະອົງເຈ້າທັກສິນຊາ ນະຣາທິຣາດຊະບຸດຕີ
ໝ່ອມເຈົ້າປິ໋ວ ລະດາວັນ
ໝ່ອມເຈົ້າບົວ ລະດາວັນ
ໝ່ອມເຈົ້າສາຍ ລະດາວັນ
ເຈົ້າດາລາລັດສະໝີ
ພະສະໜົມ 143 ທ່ານ
ພະລາດຊະບຸດ 97 ພະອົງ
ລາຍພະອະພິໄທ

ພະລາຊະປະຫວັດ

ດັດແກ້
 
ທູນກະໝ່ອມຈຸລາລົງກອນ

ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວສະເດັດພະລາຊະສົມພົບເມື່ອ 20 ກັນຍາ ຄ.ສ.1853 ແມ່ນພະລາຊະໂອລົດໃນພະບາດສົມເດັດພະຈອມເກົ້າຢູ່ຫົວ ທີ່ປະສູດແຕ່ ພະນາງເທີ ພະອົງເຈົ້າຮຳເພີຍພະມະລາພິຣົມ (ໃນລັດຊະການທີ່ 6 ໄດ້ມີການປ່ຽນແປງພະນາມເຈົ້ານາຍຝ່າຍໃນຕາມພະລາຊະປະເພນີນິຍົມເປັນ ສົມເດັດພະເທບສິຣິນທາບໍຣົມລາຊິນີ) ໄດ້ຮັບພະລາຊະທານນາມວ່າ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ບໍດິນທໍລະເທບມະຫາມຸງກຸດ ບຸລຸດຍະລັດຕະລາດລະວິວົງວະລຸດພົງບໍລິພັດສິຣິວັດທະນະລາຊະກຸມານ ເຊິ່ງຄຳວ່າ "ຈຸລາລົງກອນ" ແປວ່າ ພະກ້ຽວ ທີ່ມີຮູບເປັນສ່ວນຍອດຂອງພະມະຫາມຸງກຸດຫຼືຍອດຊະດາ

ພະອົງມີພະຂະນິດຖາແລະພະອະນຸຊາຮ່ວມພະມານດາ 3 ພະອົງ ໄດ້ແກ່ ສົມເດັດເຈົ້າຟ້າຈັນທອນມົນທົນ ,ສົມເດັດເຈົ້າຟ້າຈາຕຸລົນລັດສະໝີແລະສົມເດັດເຈົ້າຟ້າພານຸຮັງສີ

ການສຶກສາ

ດັດແກ້

ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວຊົງໄດ້ຮັບການສຶກສາເບື້ອງຕົ້ນໃນສຳນັກພະເຈົ້າໄອຍິກາເທີ ກົມມະຫຼວງວໍລະເສດສຸດາ ຊົງໄດ້ການສຶກສາພາສາຂະເໝນຈາກຫຼວງລາຊາພິຣົມ ຊົງໄດ້ການສຶກສາການຍິງປືນໄຟຈາກພະຍາອະໄພເພີງສອນ ວັນທີ່ 20 ມີນາ ຄ.ສ. 1861 ສົມເດັດເຈົ້າຟ້າຈຸລາລົງກອນ ໄດ້ຮັບການສະຖາປະນາເປັນເຈົ້າຕ່າງກົມທີ່ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ກົມມະໝື່ນພິຄະເນດວໍລະສຸລະສັງກາດ[1] ແລະເມື່ອ ຄ.ສ. 1866 ພະອົງຜະໜວດຕາມລາຊະປະເພນີ ນະ ວັດບໍວອນນິເວດວິຫານ ພາຍຫຼັງຈາກການຜະໜວດ ພະອົງໄດ້ຮັບການສະເຫຼີມພະນານາພິໄທຂຶ້ນເປັນ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ກົມມະຂຸນພິນິດປະຊານາດ ເມື່ອປີ ຄ.ສ. 1867 ໂດຍຊົງກຳກັບລາຊະການກົມມະຫາດເລັກ ກົມພະຄັງມະຫາສົມບັດ ແລະກົມທະຫານບົກວັງໜ້າ[2]

ບໍລົມລາຊາພິເສກຄັ້ງທີ່ 1

ດັດແກ້

ວັນທີ່ 1 ຕຸລາ ຄ.ສ. 1868 ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວສະເດັດສະຫວັນຄົດພາຍຫຼັງສະເດັດອອກທອດພະເນດສຸລິຍຸປະລາຄາ ໂດຍກ່ອນທີ່ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວຈະສະຫວັນຄົດນັ້ນ ໄດ້ມີພະລາຊະຫັດຖະເລຂາໄວ້ວ່າ "ພະດຳລິຊົງເຫັນວ່າ ເຈົ້ານາຍເຊິ່ງຈະສືບພະລາຊະວົງຕໍ່ໄປພາຍໜ້າ ພະເຈົ້ານ້ອງຍາເທີກໍໄດ້ ພະເຈົ້າລູກຍາເທີກໍໄດ້ ໃຫ້ທ່ານຜູ້ຫຼັກຜູ້ໃຫຍ່ປຶກສາກັນຈົງພ້ອມ ສຸດແລ້ວແຕ່ຈະເຫັນດີພ້ອມກັນເຖິດ ທ່ານຜູ້ໃດມີປີຊາຄວນຄວນຈະຮັກສາແຜ່ນດິນໄດ້ກໍໃຫ້ເລືອກເບິ່ງຕາມສົມຄວນ" ດັງນັ້ນ ເມື່ອພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວສະເດັດສະຫວັນຄົດຈຶງໄດ້ມີການປະຊຸມປຶກສາເລື່ອງການຖະຫວາຍສິລິລາຊະສົມບັດແດ່ພະເຈົ້າແຜ່ນດິນພະອົງໃໝ່ ເຊິ່ງໃນບ່ອນປະຊຸມນັ້ນປະກອບດ້ວຍພະບໍລົມວົງສານຸວົງ ຂ້າລາຊະການຊັ້ນຜູ້ໃຫຍ່ ແລະພະສົງ ໂດຍພະເຈົ້ານ້ອງຍາເທີ ກົມມະຫຼວງເທເວດວັດຊະລິນ ໄດ້ສະເໜີສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ກົມມະຂຸນພິນິດປະຊານາດພະລາຊະໂອລົດພະອົງໃຫຍ່ໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວຂຶ້ນເປັນພະເຈົ້າແຜ່ນດິນເຊິ່ງບ່ອນປະຊຸມນັ້ນມີຄວາມເຫັນພ້ອງເປັນເອກະສັນ ດັງນັ້ນພະອົງຈຶງໄດ້ຮັບການທູນເຊີນໃຫ້ຂຶ້ນຄອງລາຊະສົມບັດຕໍ່ຈາກສົມເດັດພະລາຊະບິດາ[3] ໂດຍໃນຂະນະນັ້ນມີພະຊົນມາຍຸພຽງ 15 ພັນສາ ດັງນັ້ນຈຶ່ງໄດ້ແຕ່ງຕັ້ງສົມເດັດເຈົ້າພະຍາມະຫາສີສຸລິຍະວົງ (ຊ່ວງ ບຸນນາກ) ເປັນຜູ້ສຳເລັດລາຊະການແທນພະອົງ ຈົນກວ່າພະອົງຈະມີພະຊົນມະພັນສາຄົບ 20 ພັນສາ ໂດຍຊົງປະກອບພະລາຊະພິທີບໍລົມລາຊາພິເສກຄັ້ງທຳອິດເມື່ອວັນທີ່ 11 ພະຈິກ ຄ.ສ. 1868 ໂດຍໄດ້ຮັບການສະເຫຼີມພະປໍຣະມາພິໄທວ່າ ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ ໂດຍມີພະນາມຕາມຈາຣຶກໃນພະສຸພັນນະບັດວ່າ

"ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ບະດິນເທບມະຫາມຸງກຸດ ບຸລຸດລັດຕະນະລາດລະວິວົງ ວະລຸດພົງບໍລິພັດ ວໍລະຂັດຍະລາຊະນິກໂຣດົມ ຈາຕຸລັນບໍລົມມະຫາຈັກກະພັດລັງກາດ ອຸພະໂຕສຸຊາດ ສັງສຸດເຄາະຫະນີ ຈັກກີບໍລົມມະນາດ ອະດິດວໍລະລາຊະວະຣັງກູນ ສຸພາທິການລັງສະລິດ ທັນຍະລັກວິຈິດໂສພາກສັບພາງມະຫາຊະໂນຕະມາງປະນົດບາດບົງກົດຍຸຄົນ ປະສິດສັບສຸພະຜົນອຸດົມ ບໍລົມສຸຂຸມມານ ທິບເທພາວະຕານໄພສານກຽດຕິຄຸນອະດຸນວິເສດສັບເທເວດສະລານຸລັກ ວິສິດຖະສັກສະມະຍາພິນິດປະຊານາດ ເປມກະມົນຂັດຕິຍະລາຊະປະຍູນ ມູນມຸກລາຊະດິຫຼົກ ມະຫາປະລິວານນາຍົກອະນັນ ມະຫັນຕະວໍລະລິດເດດ ສັບວິເສດສິລິນທອນ ອະເນກຊົນນິກອນສະໂມສອນສົມມຸດ ປະສິດວໍລະຍົດມະໂຫດົມບໍລົມລາຊະສົມບັດ ນົບປະດົນສະເຫວດສັດຕາດິສັດ ສິຣິລັດຕະໂນປັກມະຫາບໍລົມລາຊາພິເສກາພິລິດ ສັບທົດສະທິດວິຊິດໄຊ ສະກົນມະຫັດສະວະລິຍະມະຫາສະຫວາມິນມະເຫດວໍລະມະຫິນ ມະຫາລາຊາທິລາດວະໂຣດົມ ບໍລົມມະນາດຊາດອາຊາວະໄສ ພຸດທາທິໄຕລັດຕະນະສໍລະນາລັກ ອະດຸນຍະສັກອັກຄະນະເຣດສະຣາທິບະດີ ເມດຕາກະລຸນາສີຕົນຫະລະໄທ ອະໂນປະໄມບຸນການສະກົນໄພສານ ມະຫາລັດຊະດາທິບະດິນ ປໍຣະມິນທຳມິກກະຫາລາຊາທິລາດ ບໍລົມມະນາດບໍພິດ ພະຈຸລາລົງກອນເກົ້າເຈົ້າຢູ່ຫົວ"

ຜະໜວດແລະບໍລົມລາຊາພິເສກຄັ້ງທີ່ 2

ດັດແກ້
 
ບໍລົມລາຊາພິເສກຄັ້ງທີ່ສອງ

ເມື່ອພະອົງມີພະຊົນມາຍຸຄົບ 20 ພັນສາແລ້ວ ເມື່ອວັນທີ່ 15 ກັນຍາ ຄ.ສ. 1873 ຈຶງຜະໜວດເປັນພະພິກສຸ ນະ ວັດພະສີລັດຕະນະສາດສະດາລາມແລ້ວສະເດັດໄປປະທັບ ນະ ວັດບໍວອນນິເວດວິຫານເປັນເວລາ 15 ວັນ ຫຼັງຈາກຊົງລາສິກຂາແລ້ວໄດ້ມີການຈັດພະລາຊະພິທີບໍລົມລາຊາພິເສກຄັ້ງທີ 2 ຂຶ້ນ ເມື່ອວັນທີ່ 16 ພະຈິກ ຄ.ສ. 1873 ໂດຍໄດ້ຮັບການສະເຫຼີມພະປໍຣະມາພິໄທໃນຄັ້ງນີ້ວ່າ ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ ມີພະນາມຕາມຈາລຶກໃນພະສຸພັນນະບັດວ່າ[4]

"ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ບະດິນເທບມະຫາມຸງກຸດ ບຸລຸດຍະລັດຕະນະລາດລະວິວົງ ວະລຸດພົງບໍລິພັດ ວໍລະຂັດຍະລາຊະນິກໂຣດົມ ຈາຕຸລັນບໍລົມມະຫາຈັກກະພັດລາຊະລັງກາດ ອຸພະໂຕສຸຊາດສັງສຸດເຄາະຫະນີ ຈັກກີບໍລົມມະນາດ ມະຫາມຸງກຸດລາຊະວະຣາງກູນ ສຸຈະລິດມູນສຸສາທິດ ອັກອຸກິດໄພບູນ ບຸລະພາດູນກິດສະດາພິນິຫານ ສຸພາທິການຣັງສະລິດ ທັນຍະລັກວິຈິດ ໂສພາກສັບພາງ ມະຫາຊະໂນມາງຄະປະນົດ ບາດບົງກົດຍຸຄົນ ປະສິດສັບສຸພະຜົນອຸດົມບໍລົມສຸຂຸມມານ ທິບເທພາວະຕານໄພສານກຽດຕິຄຸນອະດຸນຍະເດດ ສັບເທເວດລານຸລັກ ວິສິດຖະສັກສະມະຍາພິນິດປະຊານາດ ເປມກະມົນຂັດຕິຍະລາຊະປະຍູນ ມູນມຸກມາດຕະຍາພິຣົມ ອຸດົມເດຊາທິການ ບໍລິບູນຄຸນນະສານສະຫຍາມາທິນະຄອນວະລຸດເມກລາຊະດິຫຼົກ ມະຫາປໍລິວານນາຍົກອະນັນມະຫັນຕະວໍລະລິດທິເດດ ສັບວິເສດສິລິນທອນ ອະເນກກະຊົນນິກອນສະໂມສອນສົມມຸດ ປະສິດວໍລະຍົດມະໂຫດົມບໍລົມລາຊະສົມບັດ ນົບປະດົນສະເຫວດຕະສັດຕາດິສັດ ສິຣິລັດຕະໂນປະລັກມະຫາບໍລົມລາຊະພິເສກພິລິດ ສັບທົດສະທິດວິຊິດໄຊ ສະກົນມະຫັດສະວະລິຍະມະຫາສະຫວາມິນ ມະເຫສວນມະຫິນມະລາມາທິລາຊະວະໂຣດົມ ບໍລົມມະນາດຊາດອາຊາວະໄສ ພຸດທາທິໄຕລັດສໍລະນາລັກ ອະດຸນຍະສັກອັກນະເຣດສະລາທິບະດີ ເມດຕາກະລຸນາສີຕົນຫະລະໄທ ອະໂນປະໄມບຸນການ ສະກົນໄພສານມະຫາລັດຊະດາບະດິນ ປໍຣະມິນທຳມິກກະຫາລາຊາທິລາດ ບໍລົມມະນາດບໍພິດ ພະຈຸລະຈອມເກົ້າເຈົ້າຢູ່ຫົວ"

ສະຫວັນຄົດ

ດັດແກ້

ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວສະເດັດສະຫວັນຄົດດ້ວຍໂຮກພະວັກກະ (ໄຕ) ເມື່ອວັນທີ່ 23 ຕຸລາ ຄ.ສ. 1910 ເວລາ 02.45 ໂມງ ນະ ພະທີ່ນັງອຳພອນສະຖານ ພະລາຊະວັງດຸສິດ ຮວມພະຊົນມະພັນສາໄດ້ 57 ພັນສາ[5] ທັງນີ້ ລັດຖະບານໄດ້ຈັດໃຫ້ວັນທີ່ 23 ຕຸລາຂອງທຸກປີ ເປັນວັນປິຍະມະຫາລາດ ແລະເປັນວັນຫຍຸດລາຊະການ

ພະລາຊະກໍລະນີຍະກິດ

ດັດແກ້
 
ຕົ້ນສະຕະວັດທີ່ 20 ຊົງຖືກຈັດໃຫ້ເປັນ 1 ໃນຜູ້ນຳຂອງ 16 ຊາດຜູ້ຈະຊີ້ນຳໂລກ (ໂປດສັງເກດວ່າພະອົງຊົງປະທັບພະທີ່ນັ່ງທີ່ມີໝາຍເລກ 6

ພະລາຊະກໍລະນີຍະກິດທີ່ສຳຄັນຂອງລັດຊະການທີ່ 5 ໄດ້ແກ່ ຊົງພະກະລຸນາໂປດເກົ້າ ໃຫ້ມີການເລີກທາດແລະໄພ່ໃນປະເທດໄທ ການປ້ອງກັນການເປັນອານານິຄົມຂອງຈັກກະວັດຝະລັ່ງແລະຈັກກະວັດອັງກິດ ໄດ້ມີການປະກາດອອກມາໃຫ້ມີການນັບຖືສາດສະໜາໂດຍອິສະຫຼະໃນປະເທດ ໂດຍບຸກຄົນສາສະໜາຄິດແລະສາສະໜາອິສະລາມສາມາດປະຕິບັດສາສະນະກິດໄດ້ຢ່າງອິສະຫຼະ ນອກຈາກນີ້ໄດ້ມີການນຳລະບົບຈາກທາງເອີລົບມາໃຊ້ປະເທດໄທ ໄດ້ແກ່ລະບົບການໃຊ້ທະນະບັດແລະຫຼຽນບາດ ໃຊ້ລະບົບເຂດການປົກຄອງໃໝ່ ເຊັ່ນ ມົນທົນເທສາພິບານ ຈັງຫວັດແລະອຳເພີ ແລະໄດ້ມີການສ້າງລົດໄຟ ສາຍທຳອິດຄື ນະຄອນຫຼວງບາງກອກ ຮອດ ເມືອງນະຄອນລາຊະສີມາ ລົງວັນທີ່ 1 ມີນາ ລ.ສ. 109 ເຊິ່ງກົງກັບ ພຸດທະສັກກະຫຼາດ 2433 ນອກຈາກນີ້ໄດ້ມີງານພະລາຊະນິພົນ ທີ່ສຳຄັນ ການກໍ່ຕັ້ງການປະປາ ການໄຟຟ້າ ໄປສະນີໂທລະເລກ ໂທລະສັບ ການສື່ສານ ການລົດໄຟ ສ່ວນການຄົມມະນາຄົມ ໃຫ້ມີການຂຸດຄອງຫຼາຍແຫ່ງ ເຊັ່ນ ຄອງປະເວດບຸລີລົມ ຄອງສຳໂຣງ ຄອງແສນແສບ ຄອງນະຄອນເນື່ອງເຂດ ຄອງຮັງສິດປະຍູນລະສັກ ຄອງເປມປະຊາກອນແລະຄອງທະວີວັດທະນາ ແລະຍັງຊົງໂປດເກົ້າ ໃຫ້ຂຸດຄອງສົ່ງນ້ຳປະປາ ຈາກຊຽງຣາກ ສູ່ສາມເສນ ອຳເພີດຸສິດ ຈັງຫວັດພະນະຄອນ ເຊິ່ງຄອງນີ້ສົ່ງນ້ຳຈາກແຫຼ່ງນ້ຳດິບຊຽງຣາກ ຜ່ານອຳເພີສາມໂຄກ ອຳເພີເມືອງປະທຸມທານີ ອຳເພີຄອງຫຼວງ ອຳເພີທັນຍະບຸລີແລະອຳເພີລຳລູກກາ ຈັງຫວັດປະທຸມທານີ,ອຳເພີປາກເກັດແລະອຳເພີເມືອງນົນທະບຸລີ ຈັງຫວັດນົນທະບຸລີ ແລະ ເຂດສາຍໄໝ ເຂດບາງເຂນ ເຂດດອນເມືອງ ເຂດຫຼັກສີ່ ເຂດຈະຕຸຈັກ ເຂດບາງຊື່ ເຂດດຸສິດ ເຂດພະຍາໄທ ແລະ ເຂດລາຊະເທວີ ບາງກອກ

ພະລາຊະກໍລະນີຍະກິດດ້ານສັງຄົມ ຊົງຍົກເລີກລະບົບໄພ່ ໂດຍໃຫ້ໄພ່ເສຍເງິນແທນການຖືກເກນ ນັບເປັນການເກີດລະບົບທະຫານອາຊີບໃນປະເທດໄທ ນອກຈາກນີ້ພະອົງຍັງຊົງດຳເນິນການເລີກທາດແບບຄ່ອຍເປັນຄ່ອຍໄປ ເລິ່ມຈາກອອກກົດໝາຍໃຫ້ລູກທາດອາຍຸຄົບ 20 ປີເປັນອິສະຫຼະຈົນກະທັ່ງອອກພະລາຊະບັນຍັດເລີກທາດ ລ.ສ. 124 (ພ.ສ. 2448) ເຊິ່ງປ່ອຍທາດທຸກຄົນໃຫ້ເປັນອິສະຫຼະແລະຫ້າມມີການຊື້ຂາຍທາດ[6]

ການປະຕິຮູບການປົກຄອງ

ດັດແກ້

ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວຊົງຕະໜັກເຖິງຄວາມຄຸກຄາມຈາກຈັກກະວັດນິຍົມຕາເວັນຕົກທີ່ມີຕໍ່ປະເທດໃນແຖບອາຊີ ໂດຍມັກອ້າງຄວາມຊອບທຳໃນການເຂົ້າຍຶດຄອງດິນແດນແຖບນີ້ວ່າເປັນການເຮັດໃຫ້ບ້ານເມືອງຈະເລີນກ້າວໜ້າອັນເປັນ "ພາລະຂອງຄົນຂາວ"[7] ເຮັດໃຫ້ຕ້ອງຊົງປະຕິຮູບບ້ານເມືອງໃຫ້ທັນສະໄໝ ໂດຍພະລາຊະກໍລະນີຍະກິດຂຶ້ນຕັ້ງແຕ່ ຄ.ສ. 1873

ພະລາຊະສັນຕະຕິວົງ

ດັດແກ້
  • ສົມເດັດພະສີພັດຊະຣິນທາບໍລົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ (ພະເຈົ້າລູກເທີ ພະອົງເຈົ້າເສົາວະພາຜ່ອງສີ)
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າພາຫຸຣັດມະນີໄມ ກົມພະເທບນາຣີຣັດ
    • ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຕີເພັດຣຸດທຳຣົງ
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຈັກກະພົງພູວະນາດ ກົມຫຼວງພິສະນຸໂລກປະຊານາດ
      • ພະເຈົ້າວໍລະວົງເທີ ພະອົງເຈົ້າຈຸລະຈັກກະພົງ
        • ໝ່ອມລາຊະວົງນະຣິດສາ ຈັກກະພົງ
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າສິຣິຣາຊະກະກຸທະພັນ
    • ສົມເດັດເຈົ້າຟ້າຍິງ (ສິ້ນພະຊົນເມື່ອປະສູດ)
    • ສົມເດັດພະອະນຸຊາທິລາດ ເຈົ້າຟ້າອັດສະດາງເດຊາວຸດ ກົມຫຼວງນະຄອນລາຊະສີມາ
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຈຸທາທຸດທະຣາດິລົກ ກົມຂຸນເພັດຊະບູນອິນທະຣາໄຊ
      • ພະວໍລະວົງເທີ ພະອົງເຈົ້າສຸດທະສິຣິໂສພາ
        • ໝ່ອມລາຊະວົງສຸນິດາ ກິຕິຍາກອນ
        • ໝ່ອມລາຊະວົງເສົາວະນິດ ກິຕິຍາກອນ
      • ພະວໍລະວົງເທີ ພະອົງເຈົ້າວະຣານົນທະວັດ
        • ໝ່ອມລາຊະວົງດິລົກ ຈຸທາທຸດ
        • ໝ່ອມລາຊະວົງດາຣາ ຈຸທາທຸດ
    • ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ
  • ສົມເດັດພະນາງເຈົ້າສຸນັນທາກຸມາຣີຣັດ ພະບໍລົມລາຊະເທວີ (ພະເຈົ້າລູກເທີ ພະອົງເຈົ້າສຸນັນທາກຸມາຣີຣັດ)
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າກັນນາພອນເພັດຊະຣັດ ໂສພາງຄະທັດສະນິຍະລັກ ອັກຄະວໍຣະຣາຊະກຸມາຣີ
  • ສົມເດັດພະສີສະວະຣິນທິຣາບໍລົມລາຊະເທວີ ພະພັນວັດສາໄອຍິກາເຈົ້າ (ພະເຈົ້າລູກເທີ ພະອົງເຈົ້າສະຫວ່າງວັດທະນາ)
    • ສົມເດັດພະບໍລົມໂອລະສາທິລາດ ເຈົ້າຟ້າມະຫາວະຊິຣຸນນະຫິດ ສະຫຍາມມຸງກຸດລາຊະກຸມານ
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າອິສະຣິຍາລົງກອນ
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າວິຈິດຈິຣະປະພາ ອະດຸນລະຍາດິເຣກຣັດ ຂັດຕິຍະຣາຊະກຸມາຣີ
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າສົມມະຕິວົງວະໂຣໄທ ກົມຂຸນສີທຳມະລາດທຳຣົງຣິດ
    • ສົມເດັດພະລາຊະປິຕຸສາ ເຈົ້າຟ້າວະໄລອະລົງກອນ ກົມຫຼວງເພັດຊະບຸລີຣາຊະສິຣິນທອນ
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າສິຣາພອນໂສພົນ ພິມົນຣັດຕະນະວະດີ
    • ສົມເດັດພະມະຫິຕະລາທິເບດ ອະດຸນຍະເດດວິກົມ ພະບໍລົມລາຊະຊະນົກ
      • ສົມເດັດພະເຈົ້າພີ່ນາງເທີ ເຈົ້າຟ້າກັນລະຍານິວັດທະນາ ກົມຫຼວງນະລາທິວາດຣາຊະນະຄະຣິນ
        • ທ່ານຜູ້ຍິງ ທັດສະນາວະໄລ ສອນສົງຄາມ
      • ພະບາດສົມເດັດພະປໍລະເມນທະລະມະຫາອານັນທະມະຫິດົນ ພະອັດຖະມະຣາມາທິບໍດິນ
      • ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍລົມມະນາດບໍພິດ
    • ສົມເດັດເຈົ້າຟ້າຍິງ (ສິ້ນພະຊົນເມື່ອປະສູດ)
  • ສົມເດັດພະປິຕຸສາເຈົ້າ ສຸຂຸມານມາຣະສີ ພະອັກຄະລະລາຊະເທວີ (ພະເຈົ້າລູກເທີ ພະອົງເຈົ້າສຸຂຸມານມາຣະສີ)
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າສຸດທາທິພະຍະຣັດ ກົມຫຼວງສີລັດຕະນະໂກສິນ
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າບໍຣິພັດສຸຂຸມພັນ ກົມພະນະຄອນສະຫວັນວໍຣະພິນິດ
      • ພະເຈົ້າວໍລະວົງເທີ ພະອົງເຈົ້າຈຸມພົດພົງບໍຣິພັດ ກົມໝື່ນນະຄອນສະຫວັນສັກດິພິນິດ
        • ໝ່ອມເຈົ້າມາຣະສີສຸຂຸມພັນ ບໍຣິພັດ
      • ພະເຈົ້າວໍລະວົງເທີ ພະອົງເຈົ້າສິຣິຣັດຕະນະບຸສະບົງ
      • ພະເຈົ້າວໍລະວົງເທີ ພະອົງເຈົ້າສຸດທະວົງສະວິຈິດ
      • ພະເຈົ້າວໍລະວົງເທີ ພະອົງເຈົ້າພິສິດສົບສະໄໝ
        • ໝ່ອມລາຊະວົງພິລາດລັກ ບຸນຍະປານະ
      • ພະເຈົ້າວໍລະວົງເທີ ພະອົງເຈົ້າຈຸໄຣຣັດຕະນະສິຣິມານ
        • ໝ່ອມລາຊະວົງອາຍຸມົງຄົນ ໂສນະກຸນ
        • ໝ່ອມລາຂະວົງຖະຫວັນມົງຄົນ ໂສນະກຸນ
        • ໝ່ອມລາຊະວົງສຸມານຍະມົງຄົນ ໂສນະກຸນ
        • ໝ່ອມລາຊະວົງຈັດຕຸມົງຄົນ ໂສນະກຸນ
      • ພະເຈົ້າວໍລະວົງເທີ ພະອົງເຈົ້າຈັນທະຣະການຕະມະນີ
        • ໝ່ອມລາຊະວົງເດືອນເດົ່ນ ກິຕິຍາກອນ
        • ໝ່ອມລາຊະວົງຊິສະນຸສັນ ສະຫວັດດິວັດ
      • ພະເຈົ້າວໍລະວົງເທີ ພະອົງເຈົ້ານ້ອງ
      • ພະເຈົ້າວໍລະວົງເທີ ພະອົງເຈົ້າປີຍະຊາດສຸຂຸມພັນ
      • ພະອົງຍິງ ອິນທຸຣັດຕະນາ ບໍຣິພັດ
        • ທ່ານ ທໍຣະນິນ ສາຣະສາດ
        • ທ່ານນາງ ສິນນະພາ ສາຣະສາດ
        • ທ່ານ ສັນຕິ ສາຣະສາດ
      • ພະວໍລະວົງເທີ ພະອົງເຈົ້າສຸຂຸມາພິນັນ
        • ໝ່ອມລາຊະວົງສຸຂຸມພັນ ບໍຣິພັດ
        • ໝ່ອມລາຊະວົງວະໂຣຣົດ ບໍຣິພັດ
      • ໝ່ອມເຈົ້າຊາຍ (ສິ້ນຊີພິຕັກໄສເມື່ອປະສູດ)
  • ພະເຈົ້າບໍລົມວົງເທີ ພະອົງເຈົ້າທັກສິນະຊາ ນະຣາທິຣາຊະບຸດຕີ (ພະເຈົ້າລູກເທີ ພະອົງເຈົ້າທັກສິນະຊາ ນະຣາທິຣາຊະບຸດຕີ)
    • ສົມເດັດເຈົ້າຟ້າຊາຍ (ສິ້ນພະຊົນເມື່ອປະສູດ)
  • ພະອັກຄະຊາຍາເທີ ພະອົງເຈົ້າເສົາວະພາກນາຣີຣັດ (ໝ່ອມເຈົ້າປິ໋ວ ລະດາວັນ)
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຈັນທາສະຣັດວານ ກົມຂຸນພິຈິດເຈດຈັນ
  • ພະອັກຄະຊາຍາເທີ ພະອົງເຈົ້າອຸບົນຣັນນາຣີນາກ ກົມຂຸນອັກຄະວໍຣະຣາຊະກັນຍາ (ໝ່ອມເຈົ້າບົວ ລະດາວັນ)
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າເຍົາວະມານນະຣຶມົນ ກົມຂຸນສະຫວັນຄະໂລກລັກສະນະວະດີ
  • ພະວິມາດາເທີ ພະອົງເຈົ້າສາຍສະວະລີພິຣົມ ກົມພະສຸດທາສິນີນາດ ປິຍະມະຫາລາດປະດິວະຣັດດາ (ໝ່ອມເຈົ້າສາຍ ລະດາວັນ)
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າຍຸຄົນທິຄຳພອນ ກົມຫຼວງລົບບຸລີຣາເມດ
      • ພະເຈົ້າວໍລະວົງເທີ ພະອົງເຈົ້າພານຸພັນຍຸຄົນ
        • ທ່ານຍິງ ພັນສະວະລີ ກິຕິຍາກອນ
        • ໝ່ອມເຈົ້າພູຣິພັນ ຍຸຄົນ
        • ໝ່ອມເຈົ້າຖິຕິພັນ ຍຸຄົນ
        • ທ່ານຍິງ ຣັງສີນົບພະດົນ ຍຸຄົນ
        • ໝ່ອມເຈົ້ານະວະພັນ ຍຸຄົນ
        • ທ່ານຍິງ ພານຸມາ ຍຸຄົນ
      • ພະເຈົ້າວໍລະວົງເທີ ພະອົງເຈົ້າສະເຫຼີມພົນທິຄຳພອນ
        • ໝ່ອມເຈົ້າຈາມະເທພີ ຍຸຄົນ
        • ໝ່ອມເຈົ້າມົງຄົນສະເຫຼີມ ຍຸຄົນ
        • ໝ່ອມເຈົ້າວິສາຂະ ຍຸຄົນ
        • ທ່ານຍິງ ສີສະຫວ່າງວົງ ບຸນຈິຕາດຸນ
        • ໝ່ອມເຈົ້າຍິງ (ສິ້ນຊີພິຕັກໄສເມື່ອປະສູດ)
        • ພະວໍລະວົງເທີ ພະອົງເຈົ້າສະເຫຼີມສຶກຍຸຄົນ
        • ໝ່ອມເຈົ້າທິຄຳພອນ ຍຸຄົນ
      • ພະເຈົ້າວໍລະວົງເທີ ພະອົງເຈົ້າອະນຸສອນມົງຄົນການ
        • ທ່ານຍິງ ຈັນທະຣະຈະຣັດສີ ໄພບູນເລີດ
        • ທ່ານຍິງ ພຸມມະຣີພິຣົມ ເຊລລ໌
        • ທ່ານຍິງ ມາລິນີມົງຄົນ ອະໝາດຕະຍະກຸນ
        • ທ່ານຍິງ ປັດທະມົນຣັງສິ ເສນານະຣົງ
        • ໝ່ອມເຈົ້າຊາຕີສະເຫຼີມ ຍຸຄົນ
        • ໝ່ອມເຈົ້າຈຸລະເຈີມ ຍຸຄົນ
        • ໝ່ອມເຈົ້ານົບພະດົນສະເຫຼີມສີ ຍຸຄົນ
    • ພະເຈົ້າບໍລົມວົງເທີ ເຈົ້າຟ້ານະພາຈອນຈຳຣັດສີ ພັດທະຣະວະດີຣາຊະທິດາ
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າມາລິນີນົບພະດາຣາ ສິຣິນິພາພັນນະວະດີ ກົມຂຸນສີສັດຊະນາໄລສຸຣະກັນຍາ
    • ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້ານິພານົບພະດົນ ວິມົນປະພາວະດີ ກົມຂຸນອູ່ທອງເຂດຂັດຕິຍະນາຣີ
  • ເຈົ້າດາຣາຣັດສະໝີ ພະລາຊະຊາຍາ (ເຈົ້າດາຣາຣັດສະໝີ)
    • ພະເຈົ້າບໍລົມວົງເທີ ພະອົງເຈົ້າວິມົນນາກນະພີສີ
  • ເຈົ້າຄຸນພະປະຍຸຣະວົງ (ແພ ບຸນນາກ)
    • ພະເຈົ້າບໍລົມວົງເທີ ພະອົງເຈົ້າສີວິໄລລັກ ກົມຂຸນສຸພັນພາກຄະວະດີ
    • ພະເຈົ້າບໍລົມວົງເທີ ພະອົງເຈົ້າສຸວະພັກວິໄລພັນ
    • ພະເຈົ້າບໍລົມວົງເທີ ພະອົງເຈົ້າບັນທະວັນວະໂຣພາດ

ພະນາມ

ດັດແກ້
  • ພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ
    พระเจ้าลูกยาเธอ เจ้าฟ้าจุฬาลงกรณ์ (20 ກັນຍາ ຄ.ສ.​ 1853 — 20 ມີນາ ຄ.ສ. 1861)
  • ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ບໍດິນທະຣະເທບພະຍະມະຫາມະກຸດ ບຸຣຸດສະຍະຣັດຕະນະລາຊະຣະວິວົງ ວະຣຸດຕະມະພົງສະບໍຣິພັດ ສິຣິວັດຖະນະລາຊະກຸມານ ກົມໝື່ນພິຄະເນສວນສຸຣະສັງກາດ
    สมเด็จพระเจ้าลูกยาเธอ เจ้าฟ้าจุฬาลงกรณ์ บดินทรเทพยมหามกุฎ บุรุษยรัตนราชรวิวงศ์ วรุตมพงศบริพัตร สิริวัฒนราชกุมาร กรมหมื่นพิฆเนศวรสุรสังกาศ (20 ມີນາ ຄ.ສ.​ 1861 — 15 ມີນາ ຄ.ສ. 1867)
  • ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ບໍດິນທະຣະເທບພະຍະມະຫາມະກຸດ ບຸຣຸດສະຍະຣັດຕະນະລາຊະຣະວິວົງ ວະຣຸດຕະມະພົງສະບໍຣິພັດ ສິຣິວັດຖະນະລາຊະກຸມານ ກົມຂຸນພິນິດປະຊານາດ
    สมเด็จพระเจ้าลูกยาเธอ เจ้าฟ้าจุฬาลงกรณ์ บดินทรเทพยมหามกุฎ บุรุษยรัตนราชรวิวงศ์ วรุตมพงศบริพัตร สิริวัฒนราชกุมาร กรมขุนพินิตประชานาถ (15 ມີນາ ຄ.ສ. 1867 — 11 ພະຈິກ ຄ.ສ. 1868)
  • ພະບາດສົມເດັດພະປໍຣະມິນທະຣະມະຫາຈຸລາລົງກອນ ບໍດິນທະຣະເທບພະຍະມະຫາມຸງກຸດ ບຸຣຸດຣັດຕະນະລາຊະຣະວິວົງ ວະຣຸຕະມະພົງບໍຣິພັດ ວໍລະຂັດຕິຍະລາຊະນິກະໂຣດົມ ຈາຕຸຣັນບໍຣົມມະຫາຈັກກະພັດດິລາຊະສັງກາດ ອຸພະໂຕສຸຊາດສັງສຸດທະເຄາະຫະນີ ຈັກກີບໍຣົມນາດ ອະດິສວນລາຊະຣາມວະຣັງກູນ ສຸພາທິການຣັງສະຣິດ ທັນຍະລັກວິຈິດໂສພາຄະຍະສັນພາງ ມະຫາຊະໂນດມາງຄະປະນົດບາດບົງກົດຍຸຄົນ ປະສິດທິສັບສຸພະຜົນອຸດົມ ບໍຣົມສຸຂຸມມານ ທິບພະຍະເທພາວະຕານໄພສານກຽດຕິຄຸນອະດຸນລະຍະວິເສດ ສັບພະເທເວດສະຣານຸຣັກ ວິສິດສັກສະມະຍາພິນິດປະຊານາດ ເປມກະມົນຂັດຕິຍະລາຊະປະຍູນ ມູນມຸກຂະລາຊະດິລົກ ມະຫາປະຣິວານນາຍົກອະນັນ ມະຫັນຕະວໍລະຣິດທິເດດ ສັບພະວິເສດສິຣິນທອນ ອະເນກຊົນນິກອນສະໂມສອນສົມມຸດ ປະສິດວໍລະຍົດມະໂຫດົມບໍຣົມລາຊະສົມບັດ ນົບປະດົນສະເຫວດຕະຊັດຕາດິຊັດ ສິຣິຣັດຕະໂນປະລັກສະນະມະຫາບໍຣົມລາຊາພິເສກາພິລິດ ສັບພະທົດສະທິດວິຊິດໄຊ ສະກົນມະໄຫສະວະຣິຍະມະຫາສະຫວາມິນ ມະເຫສວນມະຫິນ ມະຫາຣາມາທິລາດວະໂຣດົມ ບໍຣົມນາດຊາດອາຊາວະໄສ ພຸດທາທິໄຕຍະຣັດຕະນະສໍຣະນາຣັກ ອະດຸນຍະສັກອັກຄະນະເຣດສະຣາທິບໍດີ ເມດຕາກະຣຸນາສີຕະລະຫະລຶໄທ ອະໂນປະໄມບຸນຍະການສະກົນໄພສານ ມະຫາຣັດສະດາທິບໍດິນ ປໍຣະມິນທະຣະທັນມິກະຫາລາຊາທິລາດ ບໍຣົມນາດບໍພິດ ພະຈຸລາລົງກອນເກົ້າເຈົ້າຢູ່ຫັວ
    พระบาทสมเด็จพระปรมินทรมหาจุฬาลงกรณ์ บดินทรเทพยมหามงกุฏ บุรุษรัตนราชรวิวงศ วรุตมพงศบริพัตร์ วรขัติยราชนิกโรดม จาตุรันบรมมหาจักรพรรดิราชสังกาศ อุภโตสุชาติสังสุทธเคราะหณี จักรีบรมนาถ อดิศวรราชรามวรังกูร สุภาธิการรังสฤษดิ์ ธัญลักษณวิจิตรโสภาคยสรรพางค์ มหาชโนตมางคประนตบาทบงกชยุคล ประสิทธิสรรพศุภผลอุดม บรมสุขุมมาลย์ ทิพยเทพาวตารไพศาลเกียรติคุณอดุลยวิเศษ สรรพเทเวศรานุรักษ์ วิสิษฐศักดิ์สมญาพินิตประชานาถ เปรมกระมลขัติยราชประยูร มูลมุขราชดิลก มหาปริวารนายกอนันต มหันตวรฤทธิเดช สรรพวิเศษสิรินทร อเนกชนนิกรสโมสรสมมติ ประสิทธิ์วรยศมโหดมบรมราชสมบัติ นพปดลเศวตฉัตราดิฉัตร สิริรัตโนปลักษณมหาบรมราชาภิเษกาภิลิต สรรพทศทิศวิชิตชัย สกลมไหสวริยมหาสวามินทร์ มเหศวรมหินทร มหารามาธิราชวโรดม บรมนาถชาติอาชาวศรัย พุทธาทิไตยรัตนสรณารักษ์ อดุลยศักดิ์อรรคนเรศราธิบดี เมตตากรุณาสีตลหฤทัย อโนปมัยบุญการสกลไพศาล มหารัษฎาธิบดินทร ปรมินทรธรรมิกหาราชาธิราช บรมนาถบพิตร พระจุฬาลงกรณ์เกล้าเจ้าอยู่หัว (11 ພະຈິກ ຄ.ສ. 1868 — 16 ພະຈິກ ຄ.​ສ. 1873)
  • ພະບາດສົມເດັດພະປໍຣະມິນທະຣະມະຫາຈຸລາລົງກອນ ບໍດິນທະຣະເທບພະຍະມະຫາມຸງກຸດ ບຸຣຸສະຍະຣັດຕະນະລາຊະຣະວິວົງ ວະຣຸດຕະມະພົງບໍຣິພັດ ວໍຣະຂັດຕິຍະລາຊະນິກະໂຣດົມ ຈາຕຸຣັນຕະບໍຣົມມະຫາຈັກກະພັດດິລາຊະສັງກາດ ອຸພະໂຕສຸຊາດສັງສຸດທະເຄາະຫະນີ ຈັກກີບໍຣົມນາດ ມະຫາມົງກຸດລາຊະວະຣາງກູນ ສຸຈະຫຣິດມູນສຸສາທິດ ອັກຄະອຸກິດໄພບູນ ບຸຮະພາດູນກິດສະດາພິນິຫານ ສຸພາທິການຣັງສະຫຣິດ ທັນຍະລັກວິຈິດ ໂສພາຄະຍະສັນພາງ ມະຫາຊະໂນດມາງຄະປະນົດ ບາດບົງກົດຍຸຄົມ ປະສິດທິສັບພະສຸພະຜົນອຸດົມບໍຣົມສຸຂຸມມານ ທິບພະຍະເມພາວະຕານໄພສານກຽດຕິຄຸນອະດຸນຍະພິເສດ ສັບພະເທເວດສະຣານຸຣັກ ວິສິດຖະສັກສະມະຍາພິນິດປະຊານາດ ເປມກະມົນຂັດຕິຍະລາຊະປະຍູນ ມູນມຸກຂະມາຕະຍາພິຣົມ ອຸດົມເດຊາທິການ ບໍຣິບູນຄຸນະສານສະຫຍາມາທິນະຄະຣະວະຣຸດເມກະລາຊະດິລົກ ມະຫາປະຣິວານນາຍົກອະນັນມະຫັນຕະວໍລະຣິດທິເດດ ສັບພະວິເສດສິຣິນທອນ ອະເນກຊົນນິກອນສະໂມສອນສົມມຸດ ປະສິດວໍລະຍົດມະໂຫດົມບໍຣົມລາຊະສົມບັດ ນົບປະດົນສະເຫວດຕະຊັດຕາດິຊັດ ສິຣິຣັດຕະໂນປະລັກສະນະມະຫາບໍຣົມລາຊາພິເສກາພິລິດ ສັບພະທົດສະທິດວິຊິດໄຊ ສະກົນມະໄຫສະວະຣິຍະມະຫາສະຫວາມິນ ມະເຫສວນມະຫິນທະຣະມະຫາຣາມາທິລາດວະໂຣດົມ ບໍຣົມນາດຊາດອາຊາວະໄສ ພຸດທາທິໄຕຮັດຕະນະສໍຣະນາຣັກ ອະດຸນລະຍະສັກອັກຄະນະເຣດສະຣາທິບໍດີ ເມດຕາກຣຸນາສີຕະລະຫະລຶໄທ ອະໂນປະໄມບຸນຍະການ ສະກົນໄພສານມະຫາຣັດສະດາທິບໍດິນ ປໍຣະມິນທະຣະທັນມິກະຫາລາຊາທິລາດ ບໍຣົມນາດບໍພິດ ພະຈຸລະຈອມເກົ້າເຈົ້າຢູ່ຫັວ
    พระบาทสมเด็จพระปรมินทรมหาจุฬาลงกรณ์ บดินทรเทพยมหามงกุฏ บุรุษยรัตนราชรวิวงศ์ วรุตมพงศบริพัตร วรขัติยราชนิกโรดม จาตุรันตบรมมหาจักรพรรดิราชสังกาศ อุภโตสุชาติสังสุทธเคราะหณี จักรีบรมนาถ มหามงกุฎราชวรางกูร สุจริตมูลสุสาธิต อรรคอุกฤษฏไพบูลย์ บุรพาดูลย์กฤษฎาภินิหาร สุภาธิการรังสฤษดิ์ ธัญลักษณวิจิตร โสภาคยสรรพางค์ มหาชโนตมางคประณต บาทบงกชยุคล ประสิทธิสรรพศุภผลอุดมบรมสุขุมมาลย์ ทิพยเทพาวตารไพศาลเกียรติคุณอดุลยพิเศษ สรรพเทเวศรานุรักษ์ วิสิษฐศักดิ์สมญาพินิตประชานาถ เปรมกระมลขัติยราชประยูร มูลมุขมาตยาภิรมย์ อุดมเดชาธิการ บริบูรณ์คุณสารสยามาทินครวรุตเมกราชดิลก มหาปริวารนายกอนันต์มหันตวรฤทธิเดช สรรพวิเศษสิรินธร อเนกชนนิกรสโมสรสมมติ ประสิทธิ์วรยศมโหดมบรมราชสมบัติ นพปฎลเศวตฉัตราดิฉัตร สิริรัตโนปลักษณมหาบรมราชาภิเษกาภิลิต สรรพทศทิศวิชิตชัย สกลมไหศวริยมหาสวามินทร์ มเหศวรมหินทรมหารามาธิราชวโรดม บรมนาถชาติอาชาวศรัย พุทธาทิไตรรัตนสรณารักษ์ อดุลยศักดิ์อรรคนเรศราธิบดี เมตตากรุณาสีตลหฤทัย อโนปมัยบุญการ สกลไพศาลมหารัษฎาธิบดินทร ปรมินทรธรรมิกหาราชาธิราช บรมนาถบพิตร พระจุลจอมเกล้าเจ้าอยู่หัว (16 ພະຈິກ ຄ.​ສ. 1873 — 23 ຕຸລາ ຄ.ສ. 1910)

ຫຼັງສະຫວັນຄົດ

ດັດແກ້
  • ພະບາດສົມເດັດພະຣາມາທິບໍດີສີສິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫັວ
    พระบาทสมเด็จพระรามาธิบดีศรีสินทรมหาจุฬาลงกรณ์ พระจุลจอมเกล้าเจ้าอยู่หัว (11 ພະຈິກ ຄ.ສ. 1916)

ອ້າງອິງ

ດັດແກ້

1.กก.ชำระประวัติศาสตร์ เผยหลักฐาน ร.5 ทรงครองราชย์ 42 ปี จากหนังสือพิมพ์ไทยรัฐ ฉบับวันที่ 23 ตุลาคม พ.ศ. 2553

2.จิรวัฒน์ อุตตมะกุล, สมเด็จพระภรรยาเจ้าและสมเด็จเจ้าฟ้าในรัชกาลที่ 5, สำนักพิมพ์มติชน, 2546 ISBN 974-322-964-7

3.วุฒิชัย มูลศิลป์ และคณะ, พระมหากษัตริย์แห่งกรุงรัตนโกสินทร์, อัลฟ่า มิเล็นเนียม, ISBN 974-91048-5-4

4.แน่งน้อย ศักดิ์ศรี, หม่อมราชวงศ์, พระอภิเนาว์นิเวศน์ พระราชนิเวศน์ในพระบาทสมเด็จพระจอมเกล้าเจ้าอยู่หัว, สำนักพิมพ์มติชน, 2549 ISBN 974-323-641-4 5.ประมวลกฎหมายลักษณะอาญา ร.ศ. ๑๒๗

6.ราชกิจจานุเบกษา, ข่าวสวรรคต พระบาทสมเด็จพระจุลจอมเกล้าเจ้าอยู่หัว, เล่ม 27, ตอน 0ง, 30 ตุลาคม พ.ศ. 2453, หน้า 1782

  1. จิรวัฒน์ อุตตมะกุล, สมเด็จพระภรรยาเจ้าและสมเด็จเจ้าฟ้าในรัชกาลที่ 5, สำนักพิมพ์มติชน, 2546 ISBN 974-322-964-7
  2. วุฒิชัย มูลศิลป์ และคณะ, พระมหากษัตริย์แห่งกรุงรัตนโกสินทร์, อัลฟ่า มิเล็นเนียม, ISBN 974-91048-5-4
  3. แน่งน้อย ศักดิ์ศรี, หม่อมราชวงศ์, พระอภิเนาว์นิเวศน์ พระราชนิเวศน์ในพระบาทสมเด็จพระจอมเกล้าเจ้าอยู่หัว, สำนักพิมพ์มติชน, 2549 ISBN 974-323-641-4
  4. ประมวลกฎหมายลักษณะอาญา ร.ศ. ๑๒๗
  5. ราชกิจจานุเบกษา, ข่าวสวรรคต พระบาทสมเด็จพระจุลจอมเกล้าเจ้าอยู่หัว, เล่ม 27, ตอน 0ง, 30 ตุลาคม พ.ศ. 2453, หน้า 1782
  6. โกวิท วงศ์สุรวัฒน์. การเมืองการปกครองไทย: หลายมิติ. หน้า 43-44.
  7. โกวิท วงศ์สุรวัฒน์. การเมืองการปกครองไทย: หลายมิติ. หน้า 34.