ພະລາຊະວັງດຸສິດ

ພະລາຊະວັງໄທ

ພະລາຊະວັງດຸສິດ ຕັ້ງຢູ່ທີ່ເຂດດຸສິດ ບາງກອກ ສ້າງຂຶ້ນລັດຊະສະໄໝພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ເພື່ອເປັນທີ່ສະເດັດປະທັບຊົ່ວຄາວ ເນື່ອງຈາກພາຍໃນພະບໍລົມມະຫາລາຊະວັງ ເຊິ່ງເປັນພະລາຊະນິເວດທີ່ປະທັບນັ້ນ ປະກອບດ້ວຍ ພະລາຊະມົນທຽນ ໝູ່ພະຕຳໜັກ ໝູ່ເຮືອນໃນເຂດພະລາຊະຖານຊັ້ນໃນແລະໝູ່ເຮືອນຂ້າລາຊະບໍລິພານ ປູກສ້າງຢູ່ກັນຢ່າງແອອັດ ປິດທາງລົມ ເຮັດໃຫ້ທີ່ປະທັບຮ້ອນຈັດ ດັງນັ້ນ ພະບາດສົມເດັດພະເຈົ້າຢູ່ຫົວຕະຫຼອດພະບໍຣົມວົງສານຸວົງຊົງພະປະຊວນກັນສະເໝີ ຕໍ່ມາ ຈຶງສ້າງຂຶ້ນເພື່ອເປັນທີ່ປະທັບຖາວອນຈົນຕະຫຼອດລັດຊະການ ໂດຍໄດ້ສ້າງແລ້ວເສັດໃນລັດຊະສະໄໝພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ

ພະລາຊະວັງດຸສິດ
Dusit Palace
Map
ສະຖິຕິຄວາມສູງ
ຂໍ້ມູນທົ່ວໄປ
ປະເພດພະລາຊະວັງ
ເມືອງເຂດດຸສິດ, ນະຄອນຫຼວງບາງກອກ
ປະເທດປະເທດໄທ
ເລີ່ມສ້າງຄ.ສ. 1899

ປະຫວັດ ດັດແກ້

ພະລາຊະວັງດຸສິດແມ່ນພະລາຊະວັງທີ່ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວໂປດເກົ້າຯ ໃຫ້ສ້າງຂຶ້ນ ພາຍຫຼັງສະເດັດກັບ ຈາກການສະເດັດປະພາດເອີລົບຄັ້ງທີ 1 ພະອົງມີພະລາຊະດຳຣິວ່າ ພະບໍຣົມມະຫາລາຊະວັງໃນລະດູຮ້ອນຈະຮ້ອນຈັດເພາະມີຕຶກບັງຢູ່ໂດຍຮອບເຮັດໃຫ້ຂວາງທາງລົມ ຮວມທັງ ພະອົງໂປດຯ ພະລາຊະດຳເນິນດ້ວຍພະບາດໃນໄລຍະໜຶ່ງພໍສົມຄວນແກ່ພະກຳລັງ ຄັນປະທັບຢູ່ບົນ ພະທີມັ່ງບໍ່ໄດ້ສະເດັດພະລາຊະດຳເນິນແຫ່ງໃດຫຼາຍເດືອນກໍບໍ່ຢາກຊົງສະບາຍ[1]ນອກຈາກນີ້ ນາຍແພດປະຈຳພະອົງໄດ້ກາບບັງຄົມທູນວ່າ ໃນພະບໍລົມມະຫາລາຊະວັງເຊິ່ງເປັນພະລາຊະນິເວດທີປະທັບມາແຕ່ເດີມບໍ່ຖືກສຸກຂະລັກສະນະ ເຮັດໃຫ້ພະບາດສົມເດັດພະເຈົ້າຢູ່ຫົວ ຕະຫຼອດພະບໍລົມວົງສານຸວົງຊົງພະປະຊວນກັນສະເໝີ

ເມື່ອ ຄ.ສ. 1898 ພະອົງໄດ້ສະເດັດພະລາຊະດຳເນິນທອດພະເນດພື້ນທີ່ສວນແລະທົ່ງນາບໍລິເວນຕາເວັນອອກສຽງເໜືອຂອງພະບໍລົມມະຫາລາຊະວັງແລ້ວຊົງພໍພະລາຊະຫະລະໄທ ຈຶງຊົງພະກະລຸນາໂປດເກົ້າ ໃຫ້ຊື້ທີ່ດິນລະຫວ່າງຄອງຜະດຸງກຸງກະເສມຈົນຮອດຄອງສາມເສນດ້ວຍເງິນພະຄັງຂ້າງທີ່ອັນເປັນພະລາຊະຊັບສ່ວນພະອົງ ພະລາຊະທານຊື່ຕຳບົນແຫ່ງນີ້ວ່າ "ສວນດຸສິດ" ແລະໂປດເກົ້າ ໃຫ້ສ້າງພັບພາຂຶ້ນເປັນບ່ອນສະເດັດປະທັບແຮມຊົ່ວຄາວແລະໃຫ້ເອິ້ນທີ່ປະທັບແຫ່ງນີ້ວ່າ "ວັງສວນດຸສິດ"

ເມື່ອມີການຂະຫຍາຍພະນະຄອນໄປທາງທິດຕາເວັນອອກສຽງເໜືອ ພະອົງໂປດເກົ້າໃຫ້ຕັດຖະໜົນສາມເສນ, ຖະໜົນລາຊະດຳເນິນໃນ, ຖະໜົນລາຊະດຳເນິນນອກແລະໂປດໃຫ້ລື້ພະທີ່ນັ່ງມັນທາດລັດຕະນະໂລດທີ່ເກາະສີຊັງ ຈັງຫວັດຊົນບຸລີ ມາສ້າງທີ່ວັງສວນດຸສິດແລະພະລາຊະທານນາມວ່າ "ພະທີ່ນັ່ງວິມານເມກ"[2] ໂດຍໂປດເກົ້າໃຫ້ສົມເດັດພະເຈົ້າບໍລົມວົງເທີ ເຈົ້າຟ້າກົມພະຍານະລິດສະລານຸວັດຕິວົງ ຊົງກຳກັບການອອກແບບແລະຊົງພະກະລຸນາໂປດເກົ້າໃຫ້ມີການສະເຫຼີມພະທີ່ນັ່ງວິມານເມກເມື່ອວັນທີ່ 27 ມີນາ ຄ.ສ. 1902[3] ພ້ອມກັນນີ້ ພະອົງຍັງໂປດເກົ້າໃຫ້ສ້າງເຮືອນໄທໝູ່ໜຶ່ງ ພະລາຊະທານນາມວ່າ "ເຮືອນຕົ້ນ" ເພື່ອໃຊ້ເປັນທີ່ສະເດັດໃຫ້ປະຊາຊົນທີ່ພະອົງໄດ້ຊົງຮູ້ຈັກເມື່ອຄັ້ງສະເດັດປະພາດຕົ້ນມາເຝົ້າ

ເມື່ອມີການສ້າງບ່ອນປະທັບຖາວອນຂຶ້ນແລະສະເດັດມາປະທັບບ່ອຍຄັ້ງ ຈຶງມີພະລາຊະດຳລິທີ່ຈະສ້າງພະທີ່ນັ່ງຕ່າງໆ ຂຶ້ນເພື່ອໃຊ້ປະກອບພະລາຊະພິທີເຊັ່ນດຽວກັບພະບໍລົມມະຫາລາຊະວັງ ຈຶງໂປດເກົ້າໃຫ້ປະກາດປ່ຽນນາມວັງສວນດຸສິດເປັນ "ພະລາຊະວັງສວນດຸສິດ"[4]

ນອກຈາກສ້າງພະທີ່ນັ່ງຕ່າງ ໆ ຂຶ້ນໃນພະລາຊະວັງສວນດຸສິດແລ້ວ ຍັງໂປດເກົ້າໃຫ້ສ້າງສວນແລະພະຕຳໜັກພະລາຊະທານໃຫ້ເປັນບ່ອນປະທັບຂອງສົມເດັດອັກຄະລະມະເຫສີ, ພະລາຊະເທວີ, ພະອັກຄະຊາຍາ, ພະລາຊະຊາຍາ, ເຈົ້າຈອມ ແລະ ພະທິດາ ຍັງມີສວນອີກຫຼາຍໄດ້ແກ່ ສວນສີ່ລະດູ, ສວນຫົງ, ສວນບົວ, ສວນຝະລັ່ງກັງໄສ, ສວນນົກໄມ້, ສວນມ້າສົນ, ສວນຜັກຊີເຂັ້ມ, ສວນຍີ່ປຸ່ນ, ສວນວິລັນດາ ແລະ ສວນໂປ໊ຍຊຽນ ແລະໂປດເກົ້າໃຫ້ຈັດລະບຽບພະລາຊະວັງດຸສິດເປັນເຂດພະລາຊະຖານຝ່າຍໜ້າ ຝ່າຍໃນ ຢ່າງຖາວອນ

ຕໍ່ມາເມື່ອສະເດັດກັບຈາກປະພາດທະວີບເອີລົບເປັນຄັ້ງທີ 2 ໃນ ຄ.ສ. 1908 ໂປດເກົ້າ ໃຫ້ຂະຫຍາຍເຂດພະລາຊະຖານດ້ານຫຼັງພະລາຊະວັງດຸສິດ ແມ່ນເຂດພະລາຊະອຸທະຍານສ່ວນພະອົງ ພ້ອມທັງເປັນທີ່ປະທັບຖາວອນຂອງພະລາຊະທິດາ ເຈົ້າຈອມມານດາ ທີ່ຢູ່ຂອງເຈົ້າຈອມແລະຂ້າລາຊະບໍລິພານໃນພະອົງ ເມື່ອສະເດັດສະຫວັນຄົດແລ້ວ ພະລາຊະອຸທະຍານນີ້ພະລາຊະທານນາມວ່າ "ສວນສຸນັນທາ" ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວສະເດັດປະທັບທີ່ພະລາຊະວັງແຫ່ງນີ້ຈົນກະທັ່ງສະເດັດສະຫວັນຄົດທີ່ພະທີ່ນັ່ງອຳພອນສະຖານ ເຊິ່ງເປັນພະທີ່ນັ່ງອົງໜຶ່ງໃນພະລາຊະວັງດຸສິດ

ໃນລັດຊະສະໄໝພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວໂປດເກົ້າ ໃຫ້ຮຽກພະລາຊະວັງສວນດຸສິດວ່າ "ພະລາຊະວັງດຸສິດ" [5]ແລະໂປດໃຫ້ສ້າງສວນຈິດລະດາໃນບໍລິເວນລະຫວ່າງພະລາຊະວັງດຸສິດກັບວັງພະຍາໄທ ເພື່ອເປັນທີ່ສະເດັດປະພາດແລະປະທັບແຮມ ແລະສ້າງພະຕຳໜັກຂຶ້ນຫຼັງໜຶ່ງ ພະລາຊະທານນາມວ່າພະຕຳໜັກຈິດລະດາລະໂຫຖານ ເຊິ່ງໃນລັດຊະສະໄໝພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວໂປດເກົ້າ ໃຫ້ຮວມສວນຈິດລະດາເຂົ້າເປັນໜຶ່ງຂອງພະລາຊະວັງດຸສິດ [6]

ອ້າງອີງ ດັດແກ້

  1. ราชกิจจานุเบกษา, แจ้งความเรื่องสวนดุสิต, เล่ม ๑๕, ตอน ๕๐, ๑๒ มีนาคม พ.ศ. ๒๔๔๑, หน้า ๕๔๓
  2. ราชกิจจานุเบกษา, พระบรมราชโองการ ประกาศ พระบรมราชโองการสร้างพระที่นั่งวิมาณเมฆ, เล่ม ๑๗, ตอน ๒๔, ๙ มิถุนายน พ.ศ. ๑๙๐๐, หน้า ๓๐๓
  3. ราชกิจจานุเบกษา, การเฉลิมพระที่นั่งวิมานเมฆ, เล่ม ๑๙, ตอน ๒, ๑๓ เมษายน พ.ศ. ๒๔๔๕, หน้า ๒๕
  4. ราชกิจจานุเบกษา, ประกาศเรียกวังสวนดุสิตเป็นพระราชวัง, เล่ม ๒๖, ตอน ๐ง, ๑๑ เมษายน พ.ศ. ๒๔๕๒, หน้า ๔๕
  5. ราชกิจจานุเบกษา, พระบรมราชโองการ ประกาศ ขนานนามประตูพระราชวังสวนดุสิต, เล่ม ๓๓, ตอน ๐ก, ๓๐ กรกฎาคม พ.ศ. ๒๔๕๙, หน้า ๑๑๓
  6. ราชกิจจานุเบกษา, ประกาศสวนจิตรลดา, เล่ม ๔๒, ตอน ๐ก, ๕ เมษายน พ.ศ. ๒๔๖๘, หน้า ๔

ແຫຼ່ງຂໍ້ມູນອື່ນ ດັດແກ້

 
Commons
ຄອມມອນສ໌ ມີຮູບແລະສື່ອື່ນ ໆ ກ່ຽວກັບ :
ພະລາຊະວັງດຸສິດ