ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ
ເຖິງແກ່ກຳ: 23 ຕຸລາ 1910; Amphorn Sathan Residential Hall
ປະເທດ: ສະຫຍາມ
ຊື່ເກິດ: จุฬาลงกรณ์ บดินทรเทพยมหามกุฎ บุรุษยรัตนราชรวิวงศ์ วรุตมพงศบริพัตร สิริวัฒนราชกุมาร, Chulalongkorn Bodindradeva Mahamongkut Burusayaratana Rajravivongse Varutamabhong Paripatra Sirivatana Rajakumar
ຂໍ້ມູນຢ່າງເປັນທາງການ
ອາຊີບ: monarch, ນັກການເມືອງ, diplomat, statesperson, military officer, writer
ສະມາຄົມ
ຄອບຄົວ
ຄູ່ສົມລົດ: ສົມເດັດພະນາງເຈົ້າສຸນັນທາກຸມາຣີຣັດ ພະບໍຣົມລາຊະເທວີ, Chum Krairiksh, Savang Vadhana, ສົມເດັດພະສີພັດຊະຣິນທາບໍລົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ, Sukhumala Marasri, Dara Rasmi, Saovabhak Nariratana, Talab Ketudat, Daksinajar, Ubolratana Narinaga, Saisavali Bhiromya, Khae Phungbun, Prayuravongse, Seang Kalayanamitr, Sud Sukumolchan, Morakot Phenkul, Yoi Isarankura, Uam Bisalayaputra, Cham Kalayanamitr, Tabtim Rojanadis, Chao Chom Manda Bua, Mod Bunnag, Chan Sukumolchan, Sai Sukumolchan, Ruan Sundarasardula, Wad Kalayanamitr, Thipkeson Na Chiengmai, Nueang Sanidvongs, On Bunnag, Chao Chom Manda Phrom, Wong Netrayana, Sae Rojanadis, Kesorn Sanidvongs, Luan Niyavanonda, Jiw Kapittha, Hem Amatayakul, Khian Kalayanamitr, Auan Bunnag, Kimniaw, Charoui Pramoj, Chan Saeng-Chuto, Nuang Bunyarattapan, Yuan Bunnag, Yuan Saeng-Chuto, Lamai Suwannathat, Sawang Na Nagara, Sangwan Amatayakul, Kho Snidvongs, Chiad Ladavalya, Pis Bunnag, Paw Malakul, Puk Bunnag, Pum Malakul, Prakong Amatayakul, Nom Jotikasthira, Phoem Sucharitakul, Phandhasarnurak, Narivarakanarak, Tham Bunnag, Liam Bunnag, Sadab Ladavalya, Somburn Manprasert, Keaw Bunnag, Sae Bunnag, Arb Bunnag, Aiam Bunnag, Erb Bunnag, Pan Malakul
ເດັກ: Phongpraphai of Siam, Ajrabarni Rajkanya of Siam, Chudharatana Rajakumari of Siam, Chandra Saradavara, Princess of Phichit, Raphi Phatthanasak, Prince of Ratchaburi, Pravitra Vadhanodom, Bandhavanna Varobhas, Beatrice Bhadrayuvadi, Vajirunhis, Bahurada Manimaya, Charoensri Chanamayu, Isariyalongkorn, Abhakara Kiartivongse, Chudadhuj Dharadilok, Isaravongs Vorarajakumara, Kannabhorn Bejaratana, Khajera Chirapradidha, Komala Saovamala, Lavad Voraong, Praves Vorasamai, Prabai Bannabilas, Nabhanka Nibandhabongs, Vimolnaka Nabisi, Prabha Bannabilaya, Voralaksanavadi, Vapi Busbakara, Yaovabha Bongsanid, Isariyabhorn, Hemvadi, Suvabaktra Vilayabanna, Oraprabandh Rambai, Srivilailaksana, Suchitra Bharani, ພະເຈົ້າບໍລົມວົງເທີ ພະອົງເຈົ້າອຸລຸພົງລັດຊະສົມໂພດ, Orabindu Benyabhak, Samaya Vudhirodom, Oraongka Ankayuba, Sasibongse Prabai, Malini Nobhadara, Nibha Nobhadol, Sirabhorn Sobhon, Tribejrutama Dhamrong, Yaovamalaya Narumala, Vichitra Chiraprabha, Chirapravati Voradej, Asdang Dejavudh, Suddha Dibyaratana, Siriraj Kakudhabhand, Rangsit Prayurasakdi, Nabhachara Chamrassri, Suriyong Prayunraphan, Sommatiwongse Varodaya, ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ, Paribatra Sukhumbandhu, Bismai Bimalasataya, Purachatra Jayakara, Benbadhanabongse, Chakrabongse Bhuvanadh, Yugala Dighambara, Vudhijaya Chalermlabha, Valaya Alongkorn, Dilok Noppharat, Adorndibyanibha, Abbhantripaja, Adisaya Suriyabha, Dibyalangkarn, Mahidol Adulyadej, Prince Father, Anusara Siriprasadh, ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ
ນາມສະກຸນ: ລາຊະວົງຈັກກີ
ຄວາມຊງຈຳ
ຝັງ: ວັດເບນຈະມະບໍພິດດຸສິດວະນາຮາມລາຊະວໍລະມະຫາວິຫານ, Chakri Maha Prasat Throne Hall
ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ (ໄທ:พระบาทสมเด็จพระปรมินทรมหาจุฬาลงกรณ์ พระจุลจอมเกล้าเจ้าอยู่หัว) ແມ່ນພະມະຫາກະສັດສະຫຍາມ ລາຊະການທີ່ 5 ແຫ່ງລາຊະວົງຈັກກີ ສະເດັດພະລາຊະສົມພົບເມື່ອວັນອັງຄານ ເດືອນ 10 ແຮມ 3 ຄ່ຳ ປີສະຫຼູ 20 ກັນຍາ ຄ.ສ.1853 ແມ່ນພະລາຊະໂອລົດພະອົງທີ 9 ໃນພະບາດສົມເດັດພະຈອມເກົ້າຢູ່ຫົວ ແລະເປັນພະອົງທີ່ 1 ໃນສົມເດັດພະເທບສິຣິນທາບໍຣົມລາຊິນີ ຂຶ້ນຄອງລາດເມື່ອວັນພະຫັດ ເດືອນ 11 ຂຶ້ນ 15 ຄ່ຳ ປີມະໂຮງ (ຄ.ສ.1868) ຮວມສິຣິດຳລົງລາຊະສົມບັດ 42 ປີ 22 ວັນ ສະເດັດສະຫວັນຄົດເມື່ອວັນເສົາ ເດືອນ 11 ແຮມ 4 ຄ່ຳ ປີຈໍ (23 ຕຸລາ ຄ.ສ.1910) ດ້ວຍໂຮກພະວັກກະ (ໄຕ) ສິຣິຮວມພະຊົນມາຍຸ 58 ພັນສາ ພະອົງໄດ້ຮັບສົມຍານາມວ່າ "ປິຍະມະຫາລາດ"ແປວ່າ ມະຫາລາດຜູ້ເປັນທີ່ຮັກ ແລະວ່າ " ພະພຸດທະເຈົ້າຫຼວງ"
ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ | |
---|---|
ພະມະຫາກະສັດແຫ່ງສະຫຍາມ | |
ສະເວີຍລາດ | 1 ຕຸລາ ຄ.ສ.1868 |
Coronation | 11 ພະຈິກ ຄ.ສ.1868 16 ພະຈິກ ຄ.ສ. 1873 |
ກ່ອນໜ້າ | ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ |
ປະສູດ | 20 ກັນຍາ ຄ.ສ. 1853 ບາງກອກ ປະເທດສະຫຍາມ |
ສິ້ນພະຊົນ | 23 ຕຸລາ ຄ.ສ. 1910 (57 ປີ) |
ພະມະເຫສີ | ສົມເດັດພະນາງເຈົ້າສຸນັນທາກຸມາຣີຣັດ ສົມເດັດພະນາງເຈົ້າສະຫວ່າງວັດທະນາ ພະນາງເຈົ້າສຸຂຸມານມາຣະສີ |
House | ລາຊະວົງຈັກກີ |
ພະລາຊະປະຫວັດແກ້ໄຂ
ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວສະເດັດພະລາຊະສົມພົບເມື່ອ 20 ກັນຍາ ຄ.ສ.1853 ແມ່ນພະລາຊະໂອລົດໃນພະບາດສົມເດັດພະຈອມເກົ້າຢູ່ຫົວ ທີ່ປະສູດແຕ່ ພະນາງເທີ ພະອົງເຈົ້າຮຳເພີຍພະມະລາພິຣົມ (ໃນລັດຊະການທີ່ 6 ໄດ້ມີການປ່ຽນແປງພະນາມເຈົ້ານາຍຝ່າຍໃນຕາມພະລາຊະປະເພນີນິຍົມເປັນ ສົມເດັດພະເທບສິຣິນທາບໍຣົມລາຊິນີ) ໄດ້ຮັບພະລາຊະທານນາມວ່າ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ບໍດິນທໍລະເທບມະຫາມຸງກຸດ ບຸລຸດຍະລັດຕະລາດລະວິວົງວະລຸດພົງບໍລິພັດສິຣິວັດທະນະລາຊະກຸມານ ເຊິ່ງຄຳວ່າ "ຈຸລາລົງກອນ" ແປວ່າ ພະກ້ຽວ ທີ່ມີຮູບເປັນສ່ວນຍອດຂອງພະມະຫາມຸງກຸດຫຼືຍອດຊະດາ
ພະອົງມີພະຂະນິດຖາແລະພະອະນຸຊາຮ່ວມພະມານດາ 3 ພະອົງ ໄດ້ແກ່ ສົມເດັດເຈົ້າຟ້າຈັນທອນມົນທົນ ,ສົມເດັດເຈົ້າຟ້າຈາຕຸລົນລັດສະໝີແລະສົມເດັດເຈົ້າຟ້າພານຸຮັງສີ
ການສຶກສາແກ້ໄຂ
ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວຊົງໄດ້ຮັບການສຶກສາເບື້ອງຕົ້ນໃນສຳນັກພະເຈົ້າໄອຍິກາເທີ ກົມມະຫຼວງວໍລະເສດສຸດາ ຊົງໄດ້ການສຶກສາພາສາຂະເໝນຈາກຫຼວງລາຊາພິຣົມ ຊົງໄດ້ການສຶກສາການຍິງປືນໄຟຈາກພະຍາອະໄພເພີງສອນ ວັນທີ່ 20 ມີນາ ຄ.ສ. 1861 ສົມເດັດເຈົ້າຟ້າຈຸລາລົງກອນ ໄດ້ຮັບການສະຖາປະນາເປັນເຈົ້າຕ່າງກົມທີ່ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ກົມມະໝື່ນພິຄະເນດວໍລະສຸລະສັງກາດ[1] ແລະເມື່ອ ຄ.ສ. 1866 ພະອົງຜະໜວດຕາມລາຊະປະເພນີ ນະ ວັດບໍວອນນິເວດວິຫານ ພາຍຫຼັງຈາກການຜະໜວດ ພະອົງໄດ້ຮັບການສະເຫຼີມພະນານາພິໄທຂຶ້ນເປັນ ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ກົມມະຂຸນພິນິດປະຊານາດ ເມື່ອປີ ຄ.ສ. 1867 ໂດຍຊົງກຳກັບລາຊະການກົມມະຫາດເລັກ ກົມພະຄັງມະຫາສົມບັດ ແລະກົມທະຫານບົກວັງໜ້າ[2]
ບໍລົມລາຊາພິເສກຄັ້ງທີ່ 1ແກ້ໄຂ
ວັນທີ່ 1 ຕຸລາ ຄ.ສ. 1868 ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວສະເດັດສະຫວັນຄົດພາຍຫຼັງສະເດັດອອກທອດພະເນດສຸລິຍຸປະລາຄາ ໂດຍກ່ອນທີ່ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວຈະສະຫວັນຄົດນັ້ນ ໄດ້ມີພະລາຊະຫັດຖະເລຂາໄວ້ວ່າ "ພະດຳລິຊົງເຫັນວ່າ ເຈົ້ານາຍເຊິ່ງຈະສືບພະລາຊະວົງຕໍ່ໄປພາຍໜ້າ ພະເຈົ້ານ້ອງຍາເທີກໍໄດ້ ພະເຈົ້າລູກຍາເທີກໍໄດ້ ໃຫ້ທ່ານຜູ້ຫຼັກຜູ້ໃຫຍ່ປຶກສາກັນຈົງພ້ອມ ສຸດແລ້ວແຕ່ຈະເຫັນດີພ້ອມກັນເຖິດ ທ່ານຜູ້ໃດມີປີຊາຄວນຄວນຈະຮັກສາແຜ່ນດິນໄດ້ກໍໃຫ້ເລືອກເບິ່ງຕາມສົມຄວນ" ດັງນັ້ນ ເມື່ອພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວສະເດັດສະຫວັນຄົດຈຶງໄດ້ມີການປະຊຸມປຶກສາເລື່ອງການຖະຫວາຍສິລິລາຊະສົມບັດແດ່ພະເຈົ້າແຜ່ນດິນພະອົງໃໝ່ ເຊິ່ງໃນບ່ອນປະຊຸມນັ້ນປະກອບດ້ວຍພະບໍລົມວົງສານຸວົງ ຂ້າລາຊະການຊັ້ນຜູ້ໃຫຍ່ ແລະພະສົງ ໂດຍພະເຈົ້ານ້ອງຍາເທີ ກົມມະຫຼວງເທເວດວັດຊະລິນ ໄດ້ສະເໜີສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ກົມມະຂຸນພິນິດປະຊານາດພະລາຊະໂອລົດພະອົງໃຫຍ່ໃນພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວຂຶ້ນເປັນພະເຈົ້າແຜ່ນດິນເຊິ່ງບ່ອນປະຊຸມນັ້ນມີຄວາມເຫັນພ້ອງເປັນເອກະສັນ ດັງນັ້ນພະອົງຈຶງໄດ້ຮັບການທູນເຊີນໃຫ້ຂຶ້ນຄອງລາຊະສົມບັດຕໍ່ຈາກສົມເດັດພະລາຊະບິດາ[3] ໂດຍໃນຂະນະນັ້ນມີພະຊົນມາຍຸພຽງ 15 ພັນສາ ດັງນັ້ນຈຶ່ງໄດ້ແຕ່ງຕັ້ງສົມເດັດເຈົ້າພະຍາມະຫາສີສຸລິຍະວົງ (ຊ່ວງ ບຸນນາກ) ເປັນຜູ້ສຳເລັດລາຊະການແທນພະອົງ ຈົນກວ່າພະອົງຈະມີພະຊົນມະພັນສາຄົບ 20 ພັນສາ ໂດຍຊົງປະກອບພະລາຊະພິທີບໍລົມລາຊາພິເສກຄັ້ງທຳອິດເມື່ອວັນທີ່ 11 ພະຈິກ ຄ.ສ. 1868 ໂດຍໄດ້ຮັບການສະເຫຼີມພະປໍຣະມາພິໄທວ່າ ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ ໂດຍມີພະນາມຕາມຈາຣຶກໃນພະສຸພັນນະບັດວ່າ
"ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ບະດິນເທບມະຫາມຸງກຸດ ບຸລຸດລັດຕະນະລາດລະວິວົງ ວະລຸດພົງບໍລິພັດ ວໍລະຂັດຍະລາຊະນິກໂຣດົມ ຈາຕຸລັນບໍລົມມະຫາຈັກກະພັດລັງກາດ ອຸພະໂຕສຸຊາດ ສັງສຸດເຄາະຫະນີ ຈັກກີບໍລົມມະນາດ ອະດິດວໍລະລາຊະວະຣັງກູນ ສຸພາທິການລັງສະລິດ ທັນຍະລັກວິຈິດໂສພາກສັບພາງມະຫາຊະໂນຕະມາງປະນົດບາດບົງກົດຍຸຄົນ ປະສິດສັບສຸພະຜົນອຸດົມ ບໍລົມສຸຂຸມມານ ທິບເທພາວະຕານໄພສານກຽດຕິຄຸນອະດຸນວິເສດສັບເທເວດສະລານຸລັກ ວິສິດຖະສັກສະມະຍາພິນິດປະຊານາດ ເປມກະມົນຂັດຕິຍະລາຊະປະຍູນ ມູນມຸກລາຊະດິຫຼົກ ມະຫາປະລິວານນາຍົກອະນັນ ມະຫັນຕະວໍລະລິດເດດ ສັບວິເສດສິລິນທອນ ອະເນກຊົນນິກອນສະໂມສອນສົມມຸດ ປະສິດວໍລະຍົດມະໂຫດົມບໍລົມລາຊະສົມບັດ ນົບປະດົນສະເຫວດສັດຕາດິສັດ ສິຣິລັດຕະໂນປັກມະຫາບໍລົມລາຊາພິເສກາພິລິດ ສັບທົດສະທິດວິຊິດໄຊ ສະກົນມະຫັດສະວະລິຍະມະຫາສະຫວາມິນມະເຫດວໍລະມະຫິນ ມະຫາລາຊາທິລາດວະໂຣດົມ ບໍລົມມະນາດຊາດອາຊາວະໄສ ພຸດທາທິໄຕລັດຕະນະສໍລະນາລັກ ອະດຸນຍະສັກອັກຄະນະເຣດສະຣາທິບະດີ ເມດຕາກະລຸນາສີຕົນຫະລະໄທ ອະໂນປະໄມບຸນການສະກົນໄພສານ ມະຫາລັດຊະດາທິບະດິນ ປໍຣະມິນທຳມິກກະຫາລາຊາທິລາດ ບໍລົມມະນາດບໍພິດ ພະຈຸລາລົງກອນເກົ້າເຈົ້າຢູ່ຫົວ"
ຜະໜວດແລະບໍລົມລາຊາພິເສກຄັ້ງທີ່ 2ແກ້ໄຂ
ເມື່ອພະອົງມີພະຊົນມາຍຸຄົບ 20 ພັນສາແລ້ວ ເມື່ອວັນທີ່ 15 ກັນຍາ ຄ.ສ. 1873 ຈຶງຜະໜວດເປັນພະພິກສຸ ນະ ວັດພະສີລັດຕະນະສາດສະດາລາມແລ້ວສະເດັດໄປປະທັບ ນະ ວັດບໍວອນນິເວດວິຫານເປັນເວລາ 15 ວັນ ຫຼັງຈາກຊົງລາສິກຂາແລ້ວໄດ້ມີການຈັດພະລາຊະພິທີບໍລົມລາຊາພິເສກຄັ້ງທີ 2 ຂຶ້ນ ເມື່ອວັນທີ່ 16 ພະຈິກ ຄ.ສ. 1873 ໂດຍໄດ້ຮັບການສະເຫຼີມພະປໍຣະມາພິໄທໃນຄັ້ງນີ້ວ່າ ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ ມີພະນາມຕາມຈາລຶກໃນພະສຸພັນນະບັດວ່າ[4]
"ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ບະດິນເທບມະຫາມຸງກຸດ ບຸລຸດຍະລັດຕະນະລາດລະວິວົງ ວະລຸດພົງບໍລິພັດ ວໍລະຂັດຍະລາຊະນິກໂຣດົມ ຈາຕຸລັນບໍລົມມະຫາຈັກກະພັດລາຊະລັງກາດ ອຸພະໂຕສຸຊາດສັງສຸດເຄາະຫະນີ ຈັກກີບໍລົມມະນາດ ມະຫາມຸງກຸດລາຊະວະຣາງກູນ ສຸຈະລິດມູນສຸສາທິດ ອັກອຸກິດໄພບູນ ບຸລະພາດູນກິດສະດາພິນິຫານ ສຸພາທິການຣັງສະລິດ ທັນຍະລັກວິຈິດ ໂສພາກສັບພາງ ມະຫາຊະໂນມາງຄະປະນົດ ບາດບົງກົດຍຸຄົນ ປະສິດສັບສຸພະຜົນອຸດົມບໍລົມສຸຂຸມມານ ທິບເທພາວະຕານໄພສານກຽດຕິຄຸນອະດຸນຍະເດດ ສັບເທເວດລານຸລັກ ວິສິດຖະສັກສະມະຍາພິນິດປະຊານາດ ເປມກະມົນຂັດຕິຍະລາຊະປະຍູນ ມູນມຸກມາດຕະຍາພິຣົມ ອຸດົມເດຊາທິການ ບໍລິບູນຄຸນນະສານສະຫຍາມາທິນະຄອນວະລຸດເມກລາຊະດິຫຼົກ ມະຫາປໍລິວານນາຍົກອະນັນມະຫັນຕະວໍລະລິດທິເດດ ສັບວິເສດສິລິນທອນ ອະເນກກະຊົນນິກອນສະໂມສອນສົມມຸດ ປະສິດວໍລະຍົດມະໂຫດົມບໍລົມລາຊະສົມບັດ ນົບປະດົນສະເຫວດຕະສັດຕາດິສັດ ສິຣິລັດຕະໂນປະລັກມະຫາບໍລົມລາຊະພິເສກພິລິດ ສັບທົດສະທິດວິຊິດໄຊ ສະກົນມະຫັດສະວະລິຍະມະຫາສະຫວາມິນ ມະເຫສວນມະຫິນມະລາມາທິລາຊະວະໂຣດົມ ບໍລົມມະນາດຊາດອາຊາວະໄສ ພຸດທາທິໄຕລັດສໍລະນາລັກ ອະດຸນຍະສັກອັກນະເຣດສະລາທິບະດີ ເມດຕາກະລຸນາສີຕົນຫະລະໄທ ອະໂນປະໄມບຸນການ ສະກົນໄພສານມະຫາລັດຊະດາບະດິນ ປໍຣະມິນທຳມິກກະຫາລາຊາທິລາດ ບໍລົມມະນາດບໍພິດ ພະຈຸລະຈອມເກົ້າເຈົ້າຢູ່ຫົວ"
ສະຫວັນຄົດແກ້ໄຂ
ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວສະເດັດສະຫວັນຄົດດ້ວຍໂຮກພະວັກກະ (ໄຕ) ເມື່ອວັນທີ່ 23 ຕຸລາ ຄ.ສ. 1910 ເວລາ 02.45 ໂມງ ນະ ພະທີ່ນັງອຳພອນສະຖານ ພະລາຊະວັງດຸສິດ ຮວມພະຊົນມະພັນສາໄດ້ 57 ພັນສາ[5] ທັງນີ້ ລັດຖະບານໄດ້ຈັດໃຫ້ວັນທີ່ 23 ຕຸລາຂອງທຸກປີ ເປັນວັນປິຍະມະຫາລາດ ແລະເປັນວັນຫຍຸດລາຊະການ
ພະລາຊະກໍລະນີຍະກິດແກ້ໄຂ
ພະລາຊະກໍລະນີຍະກິດທີ່ສຳຄັນຂອງລັດຊະການທີ່ 5 ໄດ້ແກ່ ຊົງພະກະລຸນາໂປດເກົ້າ ໃຫ້ມີການເລີກທາດແລະໄພ່ໃນປະເທດໄທ ການປ້ອງກັນການເປັນອານານິຄົມຂອງຈັກກະວັດຝະລັ່ງແລະຈັກກະວັດອັງກິດ ໄດ້ມີການປະກາດອອກມາໃຫ້ມີການນັບຖືສາດສະໜາໂດຍອິສະຫຼະໃນປະເທດ ໂດຍບຸກຄົນສາສະໜາຄິດແລະສາສະໜາອິສະລາມສາມາດປະຕິບັດສາສະນະກິດໄດ້ຢ່າງອິສະຫຼະ ນອກຈາກນີ້ໄດ້ມີການນຳລະບົບຈາກທາງເອີລົບມາໃຊ້ປະເທດໄທ ໄດ້ແກ່ລະບົບການໃຊ້ທະນະບັດແລະຫຼຽນບາດ ໃຊ້ລະບົບເຂດການປົກຄອງໃໝ່ ເຊັ່ນ ມົນທົນເທສາພິບານ ຈັງຫວັດແລະອຳເພີ ແລະໄດ້ມີການສ້າງລົດໄຟ ສາຍທຳອິດຄື ນະຄອນຫຼວງບາງກອກ ຮອດ ເມືອງນະຄອນລາຊະສີມາ ລົງວັນທີ່ 1 ມີນາ ລ.ສ. 109 ເຊິ່ງກົງກັບ ພຸດທະສັກກະຫຼາດ 2433 ນອກຈາກນີ້ໄດ້ມີງານພະລາຊະນິພົນ ທີ່ສຳຄັນ ການກໍ່ຕັ້ງການປະປາ ການໄຟຟ້າ ໄປສະນີໂທລະເລກ ໂທລະສັບ ການສື່ສານ ການລົດໄຟ ສ່ວນການຄົມມະນາຄົມ ໃຫ້ມີການຂຸດຄອງຫຼາຍແຫ່ງ ເຊັ່ນ ຄອງປະເວດບຸລີລົມ ຄອງສຳໂຣງ ຄອງແສນແສບ ຄອງນະຄອນເນື່ອງເຂດ ຄອງຮັງສິດປະຍູນລະສັກ ຄອງເປມປະຊາກອນແລະຄອງທະວີວັດທະນາ ແລະຍັງຊົງໂປດເກົ້າ ໃຫ້ຂຸດຄອງສົ່ງນ້ຳປະປາ ຈາກຊຽງຣາກ ສູ່ສາມເສນ ອຳເພີດຸສິດ ຈັງຫວັດພະນະຄອນ ເຊິ່ງຄອງນີ້ສົ່ງນ້ຳຈາກແຫຼ່ງນ້ຳດິບຊຽງຣາກ ຜ່ານອຳເພີສາມໂຄກ ອຳເພີເມືອງປະທຸມທານີ ອຳເພີຄອງຫຼວງ ອຳເພີທັນຍະບຸລີແລະອຳເພີລຳລູກກາ ຈັງຫວັດປະທຸມທານີ,ອຳເພີປາກເກັດແລະອຳເພີເມືອງນົນທະບຸລີ ຈັງຫວັດນົນທະບຸລີ ແລະ ເຂດສາຍໄໝ ເຂດບາງເຂນ ເຂດດອນເມືອງ ເຂດຫຼັກສີ່ ເຂດຈະຕຸຈັກ ເຂດບາງຊື່ ເຂດດຸສິດ ເຂດພະຍາໄທ ແລະ ເຂດລາຊະເທວີ ບາງກອກ
ພະລາຊະກໍລະນີຍະກິດດ້ານສັງຄົມ ຊົງຍົກເລີກລະບົບໄພ່ ໂດຍໃຫ້ໄພ່ເສຍເງິນແທນການຖືກເກນ ນັບເປັນການເກີດລະບົບທະຫານອາຊີບໃນປະເທດໄທ ນອກຈາກນີ້ພະອົງຍັງຊົງດຳເນິນການເລີກທາດແບບຄ່ອຍເປັນຄ່ອຍໄປ ເລິ່ມຈາກອອກກົດໝາຍໃຫ້ລູກທາດອາຍຸຄົບ 20 ປີເປັນອິສະຫຼະຈົນກະທັ່ງອອກພະລາຊະບັນຍັດເລີກທາດ ລ.ສ. 124 (ພ.ສ. 2448) ເຊິ່ງປ່ອຍທາດທຸກຄົນໃຫ້ເປັນອິສະຫຼະແລະຫ້າມມີການຊື້ຂາຍທາດ[6]
ການປະຕິຮູບການປົກຄອງແກ້ໄຂ
ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວຊົງຕະໜັກເຖິງຄວາມຄຸກຄາມຈາກຈັກກະວັດນິຍົມຕາເວັນຕົກທີ່ມີຕໍ່ປະເທດໃນແຖບອາຊີ ໂດຍມັກອ້າງຄວາມຊອບທຳໃນການເຂົ້າຍຶດຄອງດິນແດນແຖບນີ້ວ່າເປັນການເຮັດໃຫ້ບ້ານເມືອງຈະເລີນກ້າວໜ້າອັນເປັນ "ພາລະຂອງຄົນຂາວ"[7] ເຮັດໃຫ້ຕ້ອງຊົງປະຕິຮູບບ້ານເມືອງໃຫ້ທັນສະໄໝ ໂດຍພະລາຊະກໍລະນີຍະກິດຂຶ້ນຕັ້ງແຕ່ ຄ.ສ. 1873
ພະນາມແກ້ໄຂ
- ພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ
พระเจ้าลูกยาเธอ เจ้าฟ้าจุฬาลงกรณ์ (20 ກັນຍາ ຄ.ສ. 1853 — 20 ມີນາ ຄ.ສ. 1861) - ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ບໍດິນທະຣະເທບພະຍະມະຫາມະກຸດ ບຸຣຸດສະຍະຣັດຕະນະລາຊະຣະວິວົງ ວະຣຸດຕະມະພົງສະບໍຣິພັດ ສິຣິວັດຖະນະລາຊະກຸມານ ກົມໝື່ນພິຄະເນສວນສຸຣະສັງກາດ
สมเด็จพระเจ้าลูกยาเธอ เจ้าฟ้าจุฬาลงกรณ์ บดินทรเทพยมหามกุฎ บุรุษยรัตนราชรวิวงศ์ วรุตมพงศบริพัตร สิริวัฒนราชกุมาร กรมหมื่นพิฆเนศวรสุรสังกาศ (20 ມີນາ ຄ.ສ. 1861 — 15 ມີນາ ຄ.ສ. 1867) - ສົມເດັດພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ ບໍດິນທະຣະເທບພະຍະມະຫາມະກຸດ ບຸຣຸດສະຍະຣັດຕະນະລາຊະຣະວິວົງ ວະຣຸດຕະມະພົງສະບໍຣິພັດ ສິຣິວັດຖະນະລາຊະກຸມານ ກົມຂຸນພິນິດປະຊານາດ
สมเด็จพระเจ้าลูกยาเธอ เจ้าฟ้าจุฬาลงกรณ์ บดินทรเทพยมหามกุฎ บุรุษยรัตนราชรวิวงศ์ วรุตมพงศบริพัตร สิริวัฒนราชกุมาร กรมขุนพินิตประชานาถ (15 ມີນາ ຄ.ສ. 1867 — 11 ພະຈິກ ຄ.ສ. 1868) - ພະບາດສົມເດັດພະປໍຣະມິນທະຣະມະຫາຈຸລາລົງກອນ ບໍດິນທະຣະເທບພະຍະມະຫາມຸງກຸດ ບຸຣຸດຣັດຕະນະລາຊະຣະວິວົງ ວະຣຸຕະມະພົງບໍຣິພັດ ວໍລະຂັດຕິຍະລາຊະນິກະໂຣດົມ ຈາຕຸຣັນບໍຣົມມະຫາຈັກກະພັດດິລາຊະສັງກາດ ອຸພະໂຕສຸຊາດສັງສຸດທະເຄາະຫະນີ ຈັກກີບໍຣົມນາດ ອະດິສວນລາຊະຣາມວະຣັງກູນ ສຸພາທິການຣັງສະຣິດ ທັນຍະລັກວິຈິດໂສພາຄະຍະສັນພາງ ມະຫາຊະໂນດມາງຄະປະນົດບາດບົງກົດຍຸຄົນ ປະສິດທິສັບສຸພະຜົນອຸດົມ ບໍຣົມສຸຂຸມມານ ທິບພະຍະເທພາວະຕານໄພສານກຽດຕິຄຸນອະດຸນລະຍະວິເສດ ສັບພະເທເວດສະຣານຸຣັກ ວິສິດສັກສະມະຍາພິນິດປະຊານາດ ເປມກະມົນຂັດຕິຍະລາຊະປະຍູນ ມູນມຸກຂະລາຊະດິລົກ ມະຫາປະຣິວານນາຍົກອະນັນ ມະຫັນຕະວໍລະຣິດທິເດດ ສັບພະວິເສດສິຣິນທອນ ອະເນກຊົນນິກອນສະໂມສອນສົມມຸດ ປະສິດວໍລະຍົດມະໂຫດົມບໍຣົມລາຊະສົມບັດ ນົບປະດົນສະເຫວດຕະຊັດຕາດິຊັດ ສິຣິຣັດຕະໂນປະລັກສະນະມະຫາບໍຣົມລາຊາພິເສກາພິລິດ ສັບພະທົດສະທິດວິຊິດໄຊ ສະກົນມະໄຫສະວະຣິຍະມະຫາສະຫວາມິນ ມະເຫສວນມະຫິນ ມະຫາຣາມາທິລາດວະໂຣດົມ ບໍຣົມນາດຊາດອາຊາວະໄສ ພຸດທາທິໄຕຍະຣັດຕະນະສໍຣະນາຣັກ ອະດຸນຍະສັກອັກຄະນະເຣດສະຣາທິບໍດີ ເມດຕາກະຣຸນາສີຕະລະຫະລຶໄທ ອະໂນປະໄມບຸນຍະການສະກົນໄພສານ ມະຫາຣັດສະດາທິບໍດິນ ປໍຣະມິນທະຣະທັນມິກະຫາລາຊາທິລາດ ບໍຣົມນາດບໍພິດ ພະຈຸລາລົງກອນເກົ້າເຈົ້າຢູ່ຫັວ
พระบาทสมเด็จพระปรมินทรมหาจุฬาลงกรณ์ บดินทรเทพยมหามงกุฏ บุรุษรัตนราชรวิวงศ วรุตมพงศบริพัตร์ วรขัติยราชนิกโรดม จาตุรันบรมมหาจักรพรรดิราชสังกาศ อุภโตสุชาติสังสุทธเคราะหณี จักรีบรมนาถ อดิศวรราชรามวรังกูร สุภาธิการรังสฤษดิ์ ธัญลักษณวิจิตรโสภาคยสรรพางค์ มหาชโนตมางคประนตบาทบงกชยุคล ประสิทธิสรรพศุภผลอุดม บรมสุขุมมาลย์ ทิพยเทพาวตารไพศาลเกียรติคุณอดุลยวิเศษ สรรพเทเวศรานุรักษ์ วิสิษฐศักดิ์สมญาพินิตประชานาถ เปรมกระมลขัติยราชประยูร มูลมุขราชดิลก มหาปริวารนายกอนันต มหันตวรฤทธิเดช สรรพวิเศษสิรินทร อเนกชนนิกรสโมสรสมมติ ประสิทธิ์วรยศมโหดมบรมราชสมบัติ นพปดลเศวตฉัตราดิฉัตร สิริรัตโนปลักษณมหาบรมราชาภิเษกาภิลิต สรรพทศทิศวิชิตชัย สกลมไหสวริยมหาสวามินทร์ มเหศวรมหินทร มหารามาธิราชวโรดม บรมนาถชาติอาชาวศรัย พุทธาทิไตยรัตนสรณารักษ์ อดุลยศักดิ์อรรคนเรศราธิบดี เมตตากรุณาสีตลหฤทัย อโนปมัยบุญการสกลไพศาล มหารัษฎาธิบดินทร ปรมินทรธรรมิกหาราชาธิราช บรมนาถบพิตร พระจุฬาลงกรณ์เกล้าเจ้าอยู่หัว (11 ພະຈິກ ຄ.ສ. 1868 — 16 ພະຈິກ ຄ.ສ. 1873) - ພະບາດສົມເດັດພະປໍຣະມິນທະຣະມະຫາຈຸລາລົງກອນ ບໍດິນທະຣະເທບພະຍະມະຫາມຸງກຸດ ບຸຣຸສະຍະຣັດຕະນະລາຊະຣະວິວົງ ວະຣຸດຕະມະພົງບໍຣິພັດ ວໍຣະຂັດຕິຍະລາຊະນິກະໂຣດົມ ຈາຕຸຣັນຕະບໍຣົມມະຫາຈັກກະພັດດິລາຊະສັງກາດ ອຸພະໂຕສຸຊາດສັງສຸດທະເຄາະຫະນີ ຈັກກີບໍຣົມນາດ ມະຫາມົງກຸດລາຊະວະຣາງກູນ ສຸຈະຫຣິດມູນສຸສາທິດ ອັກຄະອຸກິດໄພບູນ ບຸຮະພາດູນກິດສະດາພິນິຫານ ສຸພາທິການຣັງສະຫຣິດ ທັນຍະລັກວິຈິດ ໂສພາຄະຍະສັນພາງ ມະຫາຊະໂນດມາງຄະປະນົດ ບາດບົງກົດຍຸຄົມ ປະສິດທິສັບພະສຸພະຜົນອຸດົມບໍຣົມສຸຂຸມມານ ທິບພະຍະເມພາວະຕານໄພສານກຽດຕິຄຸນອະດຸນຍະພິເສດ ສັບພະເທເວດສະຣານຸຣັກ ວິສິດຖະສັກສະມະຍາພິນິດປະຊານາດ ເປມກະມົນຂັດຕິຍະລາຊະປະຍູນ ມູນມຸກຂະມາຕະຍາພິຣົມ ອຸດົມເດຊາທິການ ບໍຣິບູນຄຸນະສານສະຫຍາມາທິນະຄະຣະວະຣຸດເມກະລາຊະດິລົກ ມະຫາປະຣິວານນາຍົກອະນັນມະຫັນຕະວໍລະຣິດທິເດດ ສັບພະວິເສດສິຣິນທອນ ອະເນກຊົນນິກອນສະໂມສອນສົມມຸດ ປະສິດວໍລະຍົດມະໂຫດົມບໍຣົມລາຊະສົມບັດ ນົບປະດົນສະເຫວດຕະຊັດຕາດິຊັດ ສິຣິຣັດຕະໂນປະລັກສະນະມະຫາບໍຣົມລາຊາພິເສກາພິລິດ ສັບພະທົດສະທິດວິຊິດໄຊ ສະກົນມະໄຫສະວະຣິຍະມະຫາສະຫວາມິນ ມະເຫສວນມະຫິນທະຣະມະຫາຣາມາທິລາດວະໂຣດົມ ບໍຣົມນາດຊາດອາຊາວະໄສ ພຸດທາທິໄຕຮັດຕະນະສໍຣະນາຣັກ ອະດຸນລະຍະສັກອັກຄະນະເຣດສະຣາທິບໍດີ ເມດຕາກຣຸນາສີຕະລະຫະລຶໄທ ອະໂນປະໄມບຸນຍະການ ສະກົນໄພສານມະຫາຣັດສະດາທິບໍດິນ ປໍຣະມິນທະຣະທັນມິກະຫາລາຊາທິລາດ ບໍຣົມນາດບໍພິດ ພະຈຸລະຈອມເກົ້າເຈົ້າຢູ່ຫັວ
พระบาทสมเด็จพระปรมินทรมหาจุฬาลงกรณ์ บดินทรเทพยมหามงกุฏ บุรุษยรัตนราชรวิวงศ์ วรุตมพงศบริพัตร วรขัติยราชนิกโรดม จาตุรันตบรมมหาจักรพรรดิราชสังกาศ อุภโตสุชาติสังสุทธเคราะหณี จักรีบรมนาถ มหามงกุฎราชวรางกูร สุจริตมูลสุสาธิต อรรคอุกฤษฏไพบูลย์ บุรพาดูลย์กฤษฎาภินิหาร สุภาธิการรังสฤษดิ์ ธัญลักษณวิจิตร โสภาคยสรรพางค์ มหาชโนตมางคประณต บาทบงกชยุคล ประสิทธิสรรพศุภผลอุดมบรมสุขุมมาลย์ ทิพยเทพาวตารไพศาลเกียรติคุณอดุลยพิเศษ สรรพเทเวศรานุรักษ์ วิสิษฐศักดิ์สมญาพินิตประชานาถ เปรมกระมลขัติยราชประยูร มูลมุขมาตยาภิรมย์ อุดมเดชาธิการ บริบูรณ์คุณสารสยามาทินครวรุตเมกราชดิลก มหาปริวารนายกอนันต์มหันตวรฤทธิเดช สรรพวิเศษสิรินธร อเนกชนนิกรสโมสรสมมติ ประสิทธิ์วรยศมโหดมบรมราชสมบัติ นพปฎลเศวตฉัตราดิฉัตร สิริรัตโนปลักษณมหาบรมราชาภิเษกาภิลิต สรรพทศทิศวิชิตชัย สกลมไหศวริยมหาสวามินทร์ มเหศวรมหินทรมหารามาธิราชวโรดม บรมนาถชาติอาชาวศรัย พุทธาทิไตรรัตนสรณารักษ์ อดุลยศักดิ์อรรคนเรศราธิบดี เมตตากรุณาสีตลหฤทัย อโนปมัยบุญการ สกลไพศาลมหารัษฎาธิบดินทร ปรมินทรธรรมิกหาราชาธิราช บรมนาถบพิตร พระจุลจอมเกล้าเจ้าอยู่หัว (16 ພະຈິກ ຄ.ສ. 1873 — 23 ຕຸລາ ຄ.ສ. 1910)
ຫຼັງສະຫວັນຄົດແກ້ໄຂ
- ພະບາດສົມເດັດພະຣາມາທິບໍດີສີສິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫັວ
พระบาทสมเด็จพระรามาธิบดีศรีสินทรมหาจุฬาลงกรณ์ พระจุลจอมเกล้าเจ้าอยู่หัว (11 ພະຈິກ ຄ.ສ. 1916)
ອ້າງອິງແກ້ໄຂ
1.กก.ชำระประวัติศาสตร์ เผยหลักฐาน ร.5 ทรงครองราชย์ 42 ปี จากหนังสือพิมพ์ไทยรัฐ ฉบับวันที่ 23 ตุลาคม พ.ศ. 2553
2.จิรวัฒน์ อุตตมะกุล, สมเด็จพระภรรยาเจ้าและสมเด็จเจ้าฟ้าในรัชกาลที่ 5, สำนักพิมพ์มติชน, 2546 ISBN 974-322-964-7
3.วุฒิชัย มูลศิลป์ และคณะ, พระมหากษัตริย์แห่งกรุงรัตนโกสินทร์, อัลฟ่า มิเล็นเนียม, ISBN 974-91048-5-4
4.แน่งน้อย ศักดิ์ศรี, หม่อมราชวงศ์, พระอภิเนาว์นิเวศน์ พระราชนิเวศน์ในพระบาทสมเด็จพระจอมเกล้าเจ้าอยู่หัว, สำนักพิมพ์มติชน, 2549 ISBN 974-323-641-4 5.ประมวลกฎหมายลักษณะอาญา ร.ศ. ๑๒๗
6.ราชกิจจานุเบกษา, ข่าวสวรรคต พระบาทสมเด็จพระจุลจอมเกล้าเจ้าอยู่หัว, เล่ม 27, ตอน 0ง, 30 ตุลาคม พ.ศ. 2453, หน้า 1782
- ↑ จิรวัฒน์ อุตตมะกุล, สมเด็จพระภรรยาเจ้าและสมเด็จเจ้าฟ้าในรัชกาลที่ 5, สำนักพิมพ์มติชน, 2546 ISBN 974-322-964-7
- ↑ วุฒิชัย มูลศิลป์ และคณะ, พระมหากษัตริย์แห่งกรุงรัตนโกสินทร์, อัลฟ่า มิเล็นเนียม, ISBN 974-91048-5-4
- ↑ แน่งน้อย ศักดิ์ศรี, หม่อมราชวงศ์, พระอภิเนาว์นิเวศน์ พระราชนิเวศน์ในพระบาทสมเด็จพระจอมเกล้าเจ้าอยู่หัว, สำนักพิมพ์มติชน, 2549 ISBN 974-323-641-4
- ↑ ประมวลกฎหมายลักษณะอาญา ร.ศ. ๑๒๗
- ↑ ราชกิจจานุเบกษา, ข่าวสวรรคต พระบาทสมเด็จพระจุลจอมเกล้าเจ้าอยู่หัว, เล่ม 27, ตอน 0ง, 30 ตุลาคม พ.ศ. 2453, หน้า 1782
- ↑ โกวิท วงศ์สุรวัฒน์. การเมืองการปกครองไทย: หลายมิติ. หน้า 43-44.
- ↑ โกวิท วงศ์สุรวัฒน์. การเมืองการปกครองไทย: หลายมิติ. หน้า 34.