ເຂດພາສີຈະເລີນ

ເຂດໃນບາງກອກ ປະເທດໄທ
ເຂດພາສີຈະເລີນ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດພາສີຈະເລີນ
ແຫ່ພະທາດວັດນາງຊີ ບາລະມີຫຼວງພໍ່
ວັດປາກນ້ຳ ສິລະປະກຳອາລາມມາກມີ
ສານຂຸນດ່ານເຈົ້າພໍ່ເສືອເກື້ອໜຸນຄວາມດີ
ຊົມຂອງດີທີ່... ພາສີຈະເລີນ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດພາສີຈະເລີນ
ອັກສອນໂລມັງ Khet Phasi Charoen
ລະຫັດພູມິສາດ 1022
ລະຫັດໄປສະນີ 10160
ຂໍ້ມູນສະຖິຕິ
ພື້ນທີ່ 17.834[1] ຕລ.ກມ.
ປະຊາກອນ 127,582[2] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 7,153.86 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 46 ຊອຍເພັດກະເສມ 54 (ທິບນິຍົມ 2) ຖະໜົນເພັດກະເສມ ແຂວງບາງຫວ້າ ເຂດພາສີຈະເລີນ ບາງກອກ 10160
ພິກັດ 13°42′53″N 100°26′14″E / 13.71472°N 100.43722°E / 13.71472; 100.43722
ໝາຍເລກໂທລະສັບ 0 2413 0565 ຕໍ່ 6607-6610
ໝາຍເລກໂທລະສານ 0 2413 0565 ຕໍ່ 6610
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດພາສີຈະເລີນ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດພາສີຈະເລີນ (ໄທ: เขตภาษีเจริญ) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກຢູ່ໃນກຸ່ມເຂດກຸງທົນໃຕ້ ສະພາບໂດຍທົ່ວໄປມີລັກສະນະກຶ່ງຊົນນະບົດກຶ່ງຊຸມຊົນເມືອງ ແຕ່ໃນພື້ນທີ່ເນື່ອງຈາກມີການຂະຫຍາຍຕົວຂອງລະບົບສາທາລະນູປະໂພກ (ໂດຍສະເພາະດ້ານການຄົມມະນາຄົມ) ຈຶງເກີດການປ່ຽນແປງຈາກຊຸມຊົນກະເສດເປັນຊຸມຊົນເມືອງຫຼາຍຂຶ້ນ

ບ່ອນຕັ້ງແລະອານາເຂດ ດັດແກ້

ຕັ້ງຢູ່ບໍລິເວນຝັ່ງຕາເວັນຕົກຂອງແມ່ນ້ຳເຈົ້າພະຍາ ຫຼື ຝັ່ງທົນບຸລີ ມີອານາເຂດຕິດຕໍ່ກັບພື້ນທີ່ການປົກຄອງໄກ້ຄຽງ ຮຽງຕາມເຂັມໂມງ ດັງນີ້

  • ທິດເໜືອ ຕິດຕໍ່ກັບເຂດຕະລິ່ງຊັນ ມີຄອງບາງເຊືອກໜັງເປັນເສ້ນແບ່ງເຂດ
  • ທິດຕາເວັນອອກ ຕິດຕໍ່ກັບເຂດບາງກອກໃຫຍ່ແລະເຂດທົນບຸລີ ມີຄອງບາງກອກໃຫຍ່ແລະຄອງດ່ານເປັນເສ້ນແບ່ງເຂດ
  • ທິດໃຕ້ ຕິດຕໍ່ກັບເຂດຈອມທອງແລະເຂດບາງບອນ ມີຄອງວັດນາງຊີ (ຄອງວັດເພງ) ຄອງຕາມ່ວງ ຄອງວັດໂຄນອນ (ຄອງວັດອ່າງແກ້ວ) ຄອງບາງຫວ້າ ຄອງສວນຫຼວງໃຕ້ ຄອງຮາງບົວ ຄອງຕາສ່ຳ ຄອງບາງປະທຸນ ລຳລາງສາທາລະນະ ຄອງວັດສິງ ແລະຄອງບາງໂຄລັດເປັນເສ້ນແບ່ງເຂດ
  • ທິດຕາເວັນຕົກ ຕິດຕໍ່ກັບເຂດບາງແຄ ມີຄອງພະຍາລາຊະມົນຕີ ຄອງບາງແວກ ຄອງບາງໄຜ່ ແລະຄອງລັດຕາກັ່ນເປັນເສ້ນແບ່ງເຂດ

ທີ່ມາຂອງຊື່ເຂດ ດັດແກ້

ຊື່ຂອງເຂດນັ້ນມາຈາກຊື່ຂອງ ຄອງພາສີຈະເລີນ ທີ່ຂຸດຂຶ້ນເຊື່ອມແມ່ນ້ຳທ່າຈີນ (ທີ່ຕຳບົນດອນໄກ່ດີ ອຳເພີກະທຸ່ມແບນ ແຂວງເມືອງສະໝຸດສາຄອນ ກັບຄອງບາງກອກໃຫຍ່ ເພື່ອເປັນການສັນຈອນທາງນ້ຳເຊິ່ງເນັ້ນການສົ່ງອ້ອຍແລະນ້ຳຕານຈາກຕ່າງຈັງຫວັດເຂົ້າສູ່ນະຄອນຫຼວງ ໂດຍເລິ່ມຂຸດຕັ້ງແຕ່ປີ ຄ.ສ. 1858 ເສັດສົມບູນໃນປີ ຄ.ສ. 1872 ແລະຊື່ຄອງຕັ້ງຕາມຊື່ພະພາສີສົມບັດບໍລິບູນ (ຕໍ່ມາແມ່ນພະຍາພິດສົມບັດບໍລິບູນ ຕົ້ນສະກຸນພິສົນຍະບຸດ ແລະບັນພະບຸລຸດຂອງລາຊະສະກຸນກິຕິຍາກອນ) ຜູ້ເປັນແມ່ກອງເບິ່ງແຍງງານຂຸດຄອງນີ້

ປະຫວັດສາດ ດັດແກ້

ນັບຈາກນັ້ນໄດ້ມີຜູ້ຄົນຍ້າຍມາຕັ້ງຖິ່ນຖານຢູ່ຮິມຄອງພາສີຈະເລີນຫຼາຍຂຶ້ນຈົນເປັນຊຸມຊົນໃຫຍ່ທາງລາຊະການຈຶງໄດ້ຈັດຕັ້ງ ອຳເພີພາສີຈະເລີນ ຂຶ້ນໃນປີ ຄ.ສ. 1899 ມີຖານະເປັນອຳເພີໜຶ່ງຂອງຈັງຫວັດທົນບຸລີ ແລະໃນປີ ຄ.ສ. 1955 ກະຊວງມະຫາດໄທໄດ້ຈັດຕັ້ງສຸຂາພິບານບາງແຄໃນພື້ນທີ່ບາງສ່ວນຂອງຕຳບົນບາງແຄ ບາງຫວ້າ ແລະບາງດ້ວນທີ່ຕັ້ງຢູ່ຮິມຄອງສາຍນີ້ ແລະໃນປີ ຄ.ສ. 1970 ໄດ້ຂະຫຍາຍເຂດອອກໄປຈົນຄອບຄຸມພື້ນທີ່ເກືອບທັງອຳເພີ (ເຫຼືອພຽງຕຳບົນບາງໄຜ່ ຕຳບົນບາງແວກ ສ່ວນຕຳບົນຄູຫາສະຫວັນແລະຕຳບົນປາກຄອງພາສີຈະເລີນຢູ່ໃນເຂດເທດສະບານນະຄອນທົນບຸລີມາຕັ້ງແຕ່ປີ ຄ.ສ 1936)

ພາຍຫຼັງໄດ້ມີການຮວມຈັງຫວັດທົນບຸລີກັບຈັງຫວັດພະນະຄອນເຂົ້ານຳກັນເປັນຈັງຫວັດນະຄອນຫຼວງກຸງເທບທົນບຸລີ ແລະປ່ຽນເປັນກຸງເທບມະຫານະຄອນໃນປີ ຄ.ສ. 1972 ເຊິ່ງໄດ້ຍຸບການປົກຄອງທ້ອງຖິ່ນແບບສຸຂາພິບານແລະເທດສະບານ ຮວມທັງໄດ້ປ່ຽນການເອິ້ນຕຳບົນແລະອຳເພີໃໝ່ ອຳເພີພາສີຈະເລີນຈຶງໄດ້ຮັບການປ່ຽນແປງຖານະເປັນ ເຂດພາສີຈະເລີນ ບາງກອກ ຕັ້ງແຕ່ປີ ຄ.ສ. 1972 ມີໜ່ວຍການປົກຄອງຍ່ອຍ 10 ແຂວງ

ຕໍ່ມາພື້ນທີ່ທາງທິດຕາເວັນຕົກຂອງເຂດພາສີຈະເລີນມີຄວາມຈະເລີນແລະມີປະຊາກອນໜາແໜ້ນ ບາງກອກໄດ້ຈັດຕັ້ງສຳນັກງານເຂດພາສີຈະເລີນ ສາຂາ 1 ເບິ່ງແຍງແຂວງບາງແຄ ບາງແຄເໜືອ ແລະບາງໄຜ່ ແລະໃນປີ ຄ.ສ. 1997 ກະຊວງມະຫາດໄທໄດ້ມີປະກາດແບ່ງພື້ນທີ່ເຂດການປົກຄອງຂອງສຳນັກງານເຂດພາສີຈະເລີນ ສາຂາ 1 ດັງກ່າວອອກໄປຕັ້ງເປັນເຂດບາງແຄ

ການແບ່ງເຂດການປົກຄອງ ດັດແກ້

ເຂດພາສີຈະເລີນແບ່ງພື້ນທີ່ການປົກຄອງອອກເປັນ 7 ແຂວງ ຄື

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ຕຸລາ 2016)
ຈຳນວນບ້ານ
(ຕຸລາ 2016)
ຄວາມໜາແໜ້ນ
(ຄົນ/ຕລ.ກມ.)
ບາງຫວ້າ Bang Wa
5.105
38,014
19,774
7,446.42
ບາງດ້ວນ Bang Duan
2.514
29,604
9,197
11.775.65
ບາງຈາກ Bang Chak
1.394
8,193
3,585
5,877.33
ບາງແວກ Bang Waek
3.022
18,993
8,151
6,284.91
ຄອງຂວາງ Khlong Khwang
2.992
11,248
3,572
3,759.35
ປາກຄອງພາສີຈະເລີນ Pak Khlong Phasi Charoen
1.898
15,147
7,226
7,980.50
ຄູຫາສະຫວັນ Khuha Sawan
0.909
6,542
1,901
7,196.91
ທັງໝົດ
17.834
127,741
53,406
7,162.77

ປະຊາກອນ ດັດແກ້

ສະຖິຕິປະຊາກອນຕາມທະບຽນ
ເຂດພາສີຈະເລີນ[3]
ປີ (ຄ.ສ.) ປະຊາກອນ ການເພີ່ມແລະການລົດ
1992 260,595 ບໍ່ຊາບ
1993 268,020 +7,425
1994 273,109 +5,089
1995 274,552 +1,443
1996 144,114 ແບ່ງເຂດ
1997 143,113 -1,001
1998 142,694 -419
1999 142,174 -520
2000 141,063 -1,111
2001 140,293 -770
2002 140,254 -39
2003 140,051 -203
2004 137,473 -2,578
2005 136,240 -1,233
2006 135,149 -1,091
2007 134,407 -742
2008 133,622 -785
2009 132,670 -952
2010 131,363 -1,307
2011 130,493 -870
2012 129,800 -693
2013 129,559 -241
2014 129,238 -321

ການຄົມມະນາຄົມ ດັດແກ້

ຖະໜົນ ດັດແກ້

ຖະໜົນສາຍຫຼັກ ດັດແກ້

ຖະໜົນສາຍຮອງ ດັດແກ້

ລົດໄຟຟ້າ ດັດແກ້

ລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ ຫຼືສາຍສີນ້ຳເງິນ (ຢູ່ລະຫວ່າງການກໍ່ສ້າງ) ດັດແກ້
ລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ (ໂຄງການສ່ວນຕໍ່ຂະຫຍາຍ ຊ່ວງຫົວລຳໂພງ-ບາງແຄ) ແມ່ນໂຄງການຍົກລະດັບຕາມແນວເກາະກາງຖະໜົນເພັດກະເສມ ຕໍ່ເນື່ອງມາຈາກເຂດບາງກອກໃຫຍ່ ຜ່ານພື້ນທີ່ເຂດພາສີຈະເລີນ ມຸ່ງໜ້າໄປທາງທິດຕາເວັນຕົກແລະເຂົ້າສູ່ເຂດບາງແຄ ມີສະຖານີທີ່ຢູ່ໃນພື້ນທີ່ເຂດພາສີຈະເລີນທັງໝົດ 4 ສະຖານີ ໂດຍເປັນສະຖານີຍົກລະດັບທັງໝົດ ໄດ້ແກ່ ສະຖານີບາງໄຜ່ ສະຖານີບາງຫວ້າ ສະຖານີເພັດກະເສມ 48 ແລະ ສະຖານີພາສີຈະເລີນ ເຊິ່ງໃນຂະນະນີ້ຢູ່ລະຫວ່າງການກໍ່ສ້າງ ມີກຳໜົດແລ້ວເສັດແລະເປີດໃຫ້ບໍລິການຕາມແຜນງານໄດ້ໃນເດືອນກຸມພາ ຄ.ສ. 2016
ລົດໄຟຟ້າບີທີເອສ ສາຍສີລົມ (ເປີດໃຫ້ບໍລິການ) ດັດແກ້
ລົດໄຟຟ້າບີທີເອສ ສາຍສີລົມ ທີ່ຕັດຜ່ານໃນເຂດພາສີຈະເລີນ ແມ່ນໂຄງການສ່ວນຕໍ່ຂະຫຍາຍວົງວຽນໃຫຍ່-ບາງຫວ້າ ໂດຍເລິ່ມຕົ້ນເຂົ້າສູ່ພື້ນທີ່ເຂດພາສີຈະເລີນຈາກເຂດທົນບຸລີ ແມ່ນໂຄງການຍົກລະດັບຕາມແນວຖະໜົນລາຊະພຶກ ສຳລັບລົດໄຟຟ້າບີທີເອສ ສາຍສີລົມນັ້ນ ມີສະຖານີຢູ່ໃນເຂດພາສີຈະເລີນ 1 ສະຖານີແລະເປັນສະຖານີປາຍທາງ ຄື ສະຖານີບາງຫວ້າ

ສະຖານທີ່ສຳຄັນ ດັດແກ້

ສະຖານສຶກສາ ດັດແກ້

(ລະດັບອະນຸບານ-ປະຖົມສຶກສາ-ມັດຖະຍົມສຶກສາ)

ອ້າງອິງ ດັດແກ້

  1. ศูนย์ข้อมูลกรุงเทพมหานคร. สถิติจำนวนประชากรและบ้านในกรุงเทพมหานคร จำแนกตามรายแขวงและเขต ณ เดือน ธันวาคม 2550. สืบค้น 21 กันยายน 2552.
  2. สำนักบริหารการทะเบียน กรมการปกครอง กระทรวงมหาดไทย,กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/. สืบค้น 14 กุมภาพันธ์ 2560.
  3. สำนักบริหารการทะเบียน. กรมการปกครอง. กระทรวงมหาดไทย. "จำนวนประชากรและบ้าน." [ออนไลน์]. เข้าถึงได้จาก: http://stat.dopa.go.th/xstat/popyear.html 2556. สืบค้น 3 เมษายน 2556.