ເຂດຄອງເຕີຍ

ເຂດໃນບາງກອກ ປະເທດໄທ
ເຂດຄອງເຕີຍ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດຄອງເຕີຍ
ທ່າເຮືອສິນຄ້າ ທ້ອງຟ້າຈຳລອງ ອຸທະຍານ
ນ່າມອງ ຊຸມຊົນຫຼາກຫຼາຍ ສູນປະຊຸມ
ເກີກໄກ ຕະຫຼາດໃຫຍ່ຄອງເຕີຍ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດຄອງເຕີຍ
ອັກສອນໂລມັງ Khet Khlong Toei
ລະຫັດພູມິສາດ 1033
ລະຫັດໄປສະນີ 10110, 10260 (ແຂວງພະຂະໂໜງ ສະເພາະຊອຍສຸຂຸມວິດ 48/1-50 ແລະຖະໜົນທາງລົດໄຟເກົ່າສາຍປາກນ້ຳ ເລກຄີ່ 6021-6689, ເລກຄູ່ 1928-2422)
ຂໍ້ມູນສະຖິຕິ
ພື້ນທີ່ 13.000 ຕລ.ກມ.
ປະຊາກອນ 104,211 [1] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 8,016.23 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 599 ສາມແຍກກ້ວຍນ້ຳໄທ ແຂວງຄອງເຕີຍ ເຂດຄອງເຕີຍ ບາງກອກ 10110
ພິກັດ 13°42′29″N 100°35′2″E / 13.70806°N 100.58389°E / 13.70806; 100.58389
ໝາຍເລກໂທລະສັບ 0 2240 2121, 0 2249 0071, 0 2249 9708
ໝາຍເລກໂທລະສານ 0 2249 0260
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດຄອງເຕີຍ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດຄອງເຕີຍ (ໄທ: เขตคลองเตย) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດແມ່ນ້ຳເຈົ້າພະຍາ ເຊິ່ງຖືເປັນເຂດເສດຖະກິດໃໝ່ແລະການພັດທະນາຕາມແນວວົງແຫວນອຸສາຫະກຳ

ຕະຫຼາດຄອງເຕີຍໃນບາງກອກ

ບ່ອນຕັ້ງແລະອານາເຂດ ດັດແກ້

ເຂດຄອງເຕີຍຕັ້ງຢູ່ຣິມຝັ່ງແມ່ນ້ຳເຈົ້າພະຍາ ທາງຕອນກາງໄປທາງຕາເວັນຕົກຂອງຝັ່ງພະນະຄອນ ມີອານາເຂດຕິດຕໍ່ກັບເຂດຕ່າງໆ ຮຽງຕາມເຂັມໂມງດັງນີ້

ປະຫວັດ ດັດແກ້

ຍ້ອນໄປຮອດປະມານພຸດທະສະຕະວັດທີ່ 14 (ຄິດສະຕະວັດທີ່ 9) ບໍລິເວນເຂດຄອງເຕີຍເຄີຍເປັນທີ່ຕັ້ງຂອງ ເມືອງປາກນ້ຳພະປະແດງ ແມ່ນເມືອງໜ້າດ່ານປາກນ້ຳເຈົ້າພະຍາ ກ່ອນທີ່ຈະຂຶ້ນໄປສູ່ເມືອງອື່ນໆ (ຢູ່ກົງຂ້າມກັບເມືອງພະປະແດງ (ອຳເພີ) ພະປະແດງໃນປະຈຸບັນ ເຊິ່ງສ້າງຂຶ້ນໃນສະໄໝລາຊະການທີ່ 1)

ເມື່ອມີການຈັດການປົກຄອງສ່ວນພູມິພາກໃນສະໄໝລາຊະການທີ່ 5 ບໍລິເວນນີ້ຈຶງຢູ່ໃນເຂດການປົກຄອງຂອງ ເມືອງ (ຈັງຫວັດ) ພະປະແດງ ໂດຍມີຖານະເປັນ ຕຳບົນຄອງເຕີຍ ອຳເພີພະຂະໂໜງ ຕໍ່ມາອຳເພີພະຂະໂໜງໄດ້ຍ້າຍມາຂຶ້ນກັບຈັງຫວັດພະນະຄອນ ແລະໄດ້ມີການຍຸບຮວມຈັງຫວັດທົນບຸລີກັບຈັງຫວັດພະນະຄອນປ່ຽນຖານະເປັນນະຄອນຫຼວງກຸງເທບທົນບຸລີແລະກຸງເທບມະຫານະຄອນ ເຊິ່ງໄດ້ປ່ຽນການຮຽກໜ່ວຍການປົກຄອງໃໝ່ນຳ ຕຳບົນຄອງເຕີຍຈຶງປ່ຽນແປງຖານະເປັນແຂວງຄອງເຕີຍ ເປັນພື້ນທີ່ການປົກຄອງສຳນັກງານເຂດພະຂະໂໜງ

ພາຍຫຼັງເຂດພະຂະໂໜງມີຄວາມຈະເລີນແລະມີປະຊາກອນໜາແໜ້ນຂຶ້ນ ພື້ນທີ່ບາງແຫ່ງຢູ່ໄກຈາກສຳນັກງານເຂດ ໃນວັນທີ່ 27 ເມສາ ຄ.ສ. 1989 ບາງກອກຈຶງໄດ້ຈັດຕັ້ງສຳນັກງານເຂດພະຂະໂໜງ ສາຂາ 1 (ຄອງເຕີຍ) ຂຶ້ນເບິ່ງແຍງແຂວງຄອງເຕີຍ ແຂວງຄອງຕັນ ແລະແຂວງພະຂະໂໜງ ແລະໃນວັນທີ່ 9 ພະຈິກ ຄ.ສ. 1989 ກະຊວງມະຫາດໄທໄດ້ແບ່ງພື້ນທີ່ 3 ແຂວງດັງກ່າວຕັ້ງເປັນ ເຂດຄອງເຕີຍ ບາງກອກ

ຈົນກະທັ່ງໃນວັນທີ່ 31 ມີນາ ຄ.ສ. 1995 ບາງກອນໄດ້ຈັດຕັ້ງແຂວງຄອງເຕີຍເໜືອ ແຂວງຄອງຕັນເໜືອ ແລະແຂວງພະຂະໂໜງເໜືອ ໂດຍໃຊ້ຖະໜົນສຸຂຸມວິດເປັນເສັ້ນແບ່ງເຂດອອກຈາກແຂວງເດີມແລະໃຫ້ສຳນັກງານເຂດຄອງເຕີຍ ສາຂາ 1 ເບິ່ງແຍງພື້ນທີ່ແຂວງໃໝ່ດັງກ່າວເຊິ່ງຕໍ່ມາໄດ້ແຍກອອກໄປເປັນເຂດວັດທະນາໃນປີ ຄ.ສ. 1997

ການແບ່ງເຂດການປົກຄອງ ດັດແກ້

ເຂດຄອງເຕີຍມີໜ່ວຍການປົກຄອງຍ່ອຍ 3 ແຂວງ (Khwaeng) ໄດ້ແກ່

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ມີນາ 2016)
ຈຳນວນບ້ານ
(ມີນາ 2016)
ຄວາມໜາແໜ້ນປະຊາກອນ
(ມີນາ 2016)
ຄອງເຕີຍ Khlong Toei
7.249
70,365
32,199
9,706.85
ຄອງຕັນ Khlong Tan
1.901
11,491
11,914
6,044.71
ພະຂະໂໜງ Phra Khanong
3.850
24,048
21,476
6,246.23
ທັງໜົດ
13.000
105,904
65,589
8,146.46

ສະຖານທີ່ສຳຄັນ ດັດແກ້

 
ທ່າເຮືອບາງກອກ

ການຄົມມະນາຄົມ ດັດແກ້

ທາງບົກ ດັດແກ້

ທາງນ້ຳ ດັດແກ້

ລະບົບຂົນສົ່ງມວນຊົນ ດັດແກ້

ລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດມົງຄົນ

ເສດຖະກິດຊຸມຊົນ ດັດແກ້

ທີ່ຊຸມຊົນເກາະກາງນ້ຳ ເຂດຄອງເຕີຍ ຜູ້ທີ່ອາໄສຢູ່ຍັງຊຸມຊົນນີ້ປະກອບອາຊີບກະເສຕະກຳ ດ້ວຍການປູກຜັກແລະເພາະເຫັດຫຼາຍຊະນິດ ເຊັ່ນ ເຫັດນາງຟ້າ, ເຫັດນາງຟ້າພູຕານ,ເຫັດເປົ໋າຮື້,ເຫັດຫູໜູ[2]

ແຫຼ່ງຂໍ້ມູນອື່ນ ດັດແກ້

ພິກັດພູມສາດ: 13°42′29″N 100°35′02″E / 13.70815°N 100.58382°E / 13.70815; 100.58382

ອ້າງອີງ ດັດແກ້

  1. สำนักบริหารการทะเบียน กรมการปกครอง กระทรวงมหาดไทย,กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/. สืบค้น 11 มีนาคม 2560.
  2. "Ob'Road 06 01 58 เบรก 2". ฟ้าวันใหม่. 6 January 2015. Retrieved 10 January 2015.