ສະຖານີສູນການປະຊຸມແຫ່ງຊາດສິຣິກິດ

ສະຖານີສູນການປະຊຸມແຫ່ງຊາດສິຣິກິດ (ອັງກິດ: Queen Sirikit National Convention Centre Station, ລະຫັດ SRI, ໄທ: สถานีศูนย์การประชุมแห่งสิริกิติ์) ຫຼືສະຖານີສູນສິຣິກິດ ແມ່ນສະຖານີລົດໄຟຟ້າໃຕ້ດິນ ໃນເສັ້ນທາງລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ ທີ່ຖະໜົນລັດຊະດາພິເສກ-ພະຮາມທີ່ 4 ບາງກອກ ບໍລິເວນດ້ານສູນການປະຊຸມແຫ່ງຊາດສິຣິກິດ ມີທຳເລຢູ່ໃຈກາງຢ່ານທຸລະກິດ ໄກ້ກັບຕະຫຼາດຫຼັກຊັບແຫ່ງປະເທດໄທ, ສວນເບນຈະກິຕິ ແລະຕະຫຼາດຄອງເຕີຍ ສະຖານີຫັວລຳໂພງ

ສູນການປະຊຸມແຫ່ງຊາດສິຣິກິດ
Queen Sirikit National Convention Centre
ຊັ້ນຊານຊາລາສະຖານີສູນການປະຊຸມແຫ່ງຊາດສິຣິກິດ
ຂໍ້ມູນສະຖານີ
ເສັ້ນທາງລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ

ລະຫັດສະຖານີSIR, BS4
ບ່ອນຕັ້ງເຂດຄອງເຕີຍ
ຖະໜົນລັດຊະດາພິເສກ
ແຜນທີ່ເວັບໄຊຕ໌ BEM
ຂໍ້ມູນອື່ນໆ
ວັນທີ່ເປີດໃຫ້ບໍລິການ3 ກໍລະກົດ 2004
ເວລາໃຫ້ບໍລິການ06.00 - 24.00ນ.
ຜູ້ໃຫ້ບໍລິການບໍລິສັດ ທາງດ່ວນແລະລົດໄຟຟ້າກຸງເທບ ຈຳກັດ (ມະຫາຊົນ)
ຮູບແບບສະຖານີໃຕ້ດິນ
ຮູບແບບຊານຊາລາເກາະກາງ
ຈຳນວນຊານຊາລາ2
ທາງອອກ4
ບັນໄດເລື່ອນ16
ລິຟຕ໌5
ຈຸດເຊື່ອມຕໍ່
ລົດໂດຍສານປະຈຳທາງ

ບ່ອນຕັ້ງ ດັດແກ້

ຖະໜົນລັດຊະດາພິເສກ-ພະຮາມທີ່ 4 ດ້ານໜ້າສູນການປະຊຸມແຫ່ງຊາດສິຣິກິດ ບໍລິເວນທິດເໜືອຂອງສີ່ແຍກພະຮາມທີ່ 4 ຈຸດບັນຈົບຂອງຖະໜົນລັດຊະດາພິເສກ ຖະໜົນພະຮາມທີ່ 4 ແລະຖະໜົນພະຮາມທີ່ 3 ໃນພື້ນທີ່ແຂວງຄອງເຕີຍ ເຂດຄອງເຕີຍ ບາງກອກ

ສະຖານີສູນສິຣິກິດແຫ່ງນີ້ມີຄວາມສຳຄັນເນື່ອງຈາກເປັນສະຖານີທີ່ສາມາດໃຊ້ເດິນທາງເຂົ້າສູ່ສູນການປະຊຸມແຫ່ງຊາດສິຣິກິດ ເຊິ່ງເປັນສະຖານທີ່ຈັດງານປະຊຸມແລະກິດຈະກຳຕ່າງໆ ໃນລະດັບປະເທດແລະລະດັບນານາຊາດໄດ້ໂດຍກົງ ຈຶ່ງມີຜູ້ໂດຍສານໃຊ້ບໍລິການຈຳນວນຫຼາຍເມື່ອມີການຈັດກິດຈະກຳຕ່າງໆ ພາຍໃນສູນ ສິຣິກິດ ໂດຍສະເພາະ ງານສັບດາໜັງສືແຫ່ງຊາດ ແລະ ມະຫະກຳໜັງສືລະດັບຊາດ ເຊິ່ງຈັດເປັນປະຈຳທຸກປີ ນອກຈາກນີ້ຍັງເປັນສະຖານີທີ່ຜູ້ໂດຍສານສາມາດໃຊ້ເດິນທາງມາຍັງຕະຫຼາດຄອງເຕີຍເຊິ່ງແມ່ນຢ່ານຕະຫຼາດສົດຂະໜາດໃຫຍ່ໃຈກາງບາງກອກໄດ້ສະດວກທີ່ສຸດ ດ້ວຍລະຍະທາງປະມານ 300 ແມັດຈາກທາງເຂົ້າ-ອອກທີ່ 1 ແລະ 2 ຂອງສະຖານີ ຂ້າມຂົວລອຍບໍລິເວນສີ່ແຍກພະຮາມທີ່ 4 ມາຍັງບໍລິເວນຕະຫຼາດ ໃນຂະນະທີ່ສະຖານີຄອງເຕີຍເຊິ່ງຢູ່ຖັດອອກໄປນັ້ນຢູ່ຫ່າງຈາກຢ່ານຕະຫຼາດຄອງເຕີຍບໍ່ຕ່ຳກວ່າ 600 ແມັດ ແລະໄດ້ຕັ້ງຊື່ສະຖານີຄອງເຕີຍໂດຍຄຳນຶງເຖິງທີ່ຕັ້ງໃນເຂດຄອງເຕີຍ ແລະຢູ່ໃຕ້ແນວຄອງເຕີຍເດີມ ແຕ່ກັບບໍ່ໄດ້ໝາຍຄວາມເຖິງຢ່ານຕະຫຼາດຄອງເຕີຍຢ່າງສະເພາະເຈົາະຈົງ

ແຜນຜັງສະຖານີ ດັດແກ້

G
ລະດັບຖະໜົນ
- ປ້າຍລົດປະຈຳທາງ, ຕະຫຼາດຫຼັກຊັບແຫ່ງປະເທດໄທ
ສູນການປະຊຸມແຫ່ງຊາດສິຣິກິດ, ສວນເບນຈະກິຕິ
B1
ທາງເດິນລອດຖະໜົນ
ທາງເດິນລອດຖະໜົນ ທາງອອກ 1-4
B2
ຊັ້ນຂາຍບັດໂດຍສານ
ຊັ້ນຂາຍບັດໂດຍສານ ຫ້ອງຂາຍບັດໂດຍສານ, ເຄື່ອງຂາຍບັດໂດຍສານ
B3
ຊານຊາລາ
ຊານຊາລາ 2 ລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ ມຸ່ງໜ້າ ສະຖານີເຕົາປູນ
ຊານຊາລາເກາະກາງ, ປະຕູລົດຈະເປີດທາງດ້ານຂວາ
ຊານຊາລາ 1 ລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ ມຸ່ງໜ້າ ສະຖານີຫົວລຳໂພງ

ລາຍລະອຽດສະຖານີ ດັດແກ້

ສັນຍາລັກຂອງສະຖານີ ດັດແກ້

 
"ສາມຫ່ຽມຂອງອາຄານ" ສັນຍາລັກຂອງສະຖານີ

ໃຊ້ສັນຍາລັກຮູບສາມຫ່ຽມຂອງອາຄານສູນການປະຊຸມແຫ່ງຊາດສິຣິກິດ ໂດຍໃຊ້ສີເຫຼືອງເຊິ່ງເປັນສີທີ່ມີຄວາມກ່ຽວຂ້ອງກັບລາຊະວົງ[1]

ຮູບແບບຂອງສະຖານີ ດັດແກ້

ເປັນສະຖານີໃຕ້ດິນ ກວ້າງ 23 ແມັດ ຍາວ 196 ແມັດ ລະດັບຊານຊາລາຢູ່ເລິກ 20 ແມັດຈາກຜິວດິນ ເປັນຊານຊາລາແບບກາງ (Station with Central Platform)

ທາງເຂົ້າ-ອອກສະຖານີ ດັດແກ້

 
ທາງເຂົ້າ-ອອກທີ່ 3 ສູນການປະຊຸມແຫ່ງຊາດສິຣິກິດ
  • 1 ຊຸມຊົນໄຜ່ສິງໂຕ, ຕະຫຼາດຄອງເຕີຍ, ປ້າຍລົດປະຈຳທາງໄປຕະຫຼາດຄອງເຕີຍ
  • 2 ຕະຫຼາດຫຼັກຊັບແຫ່ງປະເທດໄທ, ຕະຫຼາດຄອງເຕີຍ, ປ້າຍລົດປະຈຳທາງໄປສີ່ແຍກອະໂສກມົນຕີ
  • 3 ສູນການປະຊຸມແຫ່ງຊາດສິຣິກິດ, ສວນເບນຈະກິຕິ
  • 4 ຊຸມຊົນໄຜ່ສິງໂຕ, ປ້າຍລົດປະຈຳທາງໄປຕະຫຼາດຄອງເຕີຍ

ການຈັດພື້ນທີ່ໃນຕົວສະຖານີ ດັດແກ້

ແບ່ງເປັນ 3 ຊັ້ນ ປະກອບດ້ວຍ

  • 1 ຊັ້ນສູນການຄ້າ ເມໂທຣມອລ໌
  • 2 ຊັ້ນອອກບັດໂດຍສານ
  • 3 ຊັ້ນຊານຊາລາ

ສິ່ງອຳນວຍຄວາມສະດວກ ດັດແກ້

  • ລິຟທ໌ສຳລັບຜູ້ພິການ ທີ່ທາງເຂົ້າ-ອອກທີ່ 1 ແລະ 2
  • ພື້ນທີ່ຈອດລົດບໍລິເວນທາງເຂົ້າ-ອອກທີ່ 2 ຫົວມຸມສີ່ແຍກພະຮາມທີ່ 4

ສູນການຄ້າພາຍໃນສະຖານີ ດັດແກ້

ພາຍໃນສະຖານີສູນການປະຊຸມແຫ່ງຊາດສິຣິກິດ ໄດ້ຈັດໃຫ້ມີສ່ວນຮ້ານຄ້າຫຼື ເມໂທຣມອລລ໌ ທີ່ຊັ້ນເທິງສຸດຂອງສະຖານີ ແຕ່ຍັງບໍ່ເປີດໃຫ້ບໍລິການ

รถโดยสารประจำทาง ດັດແກ້

  • ถนนรัชดาภิเษก-พระรามที่ 4 สาย 136 185
  • ถนนสุนทรโกษา ข้างตลาดคลองเตย, พระหฤทัยคอนแวนต์ สาย 4 13 14 47 74 136 141 180 (มุ่งหน้า ม.ราม 2) 185
  • ถนนสุนทรโกษา หลังตลาดคลองเตย, สนามกีฬาการท่าเรือฯ สาย 4 13 47 74 136 141 205 180 (มุ่งหน้าสาธุประดิษฐ์) 185 519
  • ถนนพระรามที่ 4 หน้าตลาดคลองเตย สาย 22 45 46 109 115 116 149507 519

ສະຖານທີ່ສຳຄັນໄກ້ຄຽງ ດັດແກ້

 
ແຜນຜັງບໍລິເວນສະຖານີ

อาคารสำนักงานและโรงแรม ດັດແກ້

ອ້າງອິງ ດັດແກ້

ແມ່ແບບ:ລາຍການອ້າງອິງ

ແຫຼ່ງຂໍ້ມູນອື່ນ ດັດແກ້

ພິກັດພູມສາດ: 13°43′23″N 100°33′36″E / 13.723067°N 100.5601°E / 13.723067; 100.5601


ສະຖານີໄກ້ຄຽງ ດັດແກ້

ສະຖານີກ່ອນໜ້າ ຂະບວນລົດໄຟ ສະຖານີຕໍ່ໄປ
ສະຖານີຄອງເຕີຍ
ມຸ່ງໜ້າ ສະຖານີຫົວລຳໂພງ
  ລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ   ສະຖານີສຸຂຸມວິດ
ມຸ່ງໜ້າ ສະຖານີເຕົາປູນ
  1. จุดเริ่มต้นของคนเดินทาง: ดำดินเดินทาง. คอลัมน์นายรอบรู้ นิตยสารสารคดี เดือนตุลาคม 2548