ສວນເບນຈະກິຕິ

ສວນສາທາລະນະໃນບາງກອກ

ລະວັງສັບສົນກັບ: ສວນເບນຈະສິຣິ

ແມ່ແບບ:Infobox/topic

ສວນເບນຈະກິຕິໃນບາງກອກ
ສວນເບນຈະກິຕິໃນບາງກອກ
ປະເພກ ສວນຊຸມຊົນ
ທີ່ຕັ້ງ ຖະໜົນລັດຊະດາພິເສກ
ພິກັດພູມິສາດ 13°43′44″N 100°33′33″E / 13.729005°N 100.559084°E / 13.729005; 100.559084

ເນື້ອທີ່ 130 ໄຣ່
ວັນເປີດທຳການ 9 ທັນວາ ຄ.ສ. 2004
ສະຖານະທຳການ 05.00 - 21.00 ນ. ທຸກວັນ
ຜູ້ດຳເນິນການ ແມ່ແບບ:Icon name bma

ສວນເບນຈະກິຕິ ຫຼືສະກົດອີກຢ່າງວ່າ ສວນເບນຈະກິດຕິ (ໄທ: สวนเบญจกิติ) (ອັງກິດ: Benchakitti Park) ແມ່ນສວນສາທາລະນະເພື່ອສະເຫຼີມພະກຽດສົມເດັດພະນາງເຈົ້າສິຣິກິດ ພະບໍລົມລາຊິນີນາດ ໃນວາລະພະຊົນມາຍຸຄົບ 60 ພັນສາເມື່ອປີ ຄ.ສ. 1992 ຕັ້ງຢູ່ໃນບໍລິເວນພື້ນທີ່ໂຮງງານຍາສູບເດີມຂ້າງສູນປະຊຸມແຫ່ງຊາດສິຣິກິດ ຖະໜົນລັດຊະດາພິເສກຊ່ວງລະຫວ່າງຖະໜົນພະຮາມທີ່ 4 ກັບ ຖະໜົນສຸຂຸມວິດ ແຂວງຄອງເຕີຍ ເຂດຄອງເຕີຍ ບາງກອກ

ສວນເບນຈະກິຕິ ເປັນການພັດທະນາພື້ນທີ່ໂດຍຮອບ "ບຶງຍາສູບ" ຂະໜາດ 200x800 ແມັດ ທີ່ເກີດຈາກການຂຸດດິນຖົມທີ່ ບໍລິເວນອາຄານໂຮງງານຍາສູບ ໂຄງການສວນສາທາລະນະນີ້ເປັນສ່ວນຂອງໂຄງການພັດທະນາທົດແທນໂຮງງານຍາສູບລະຍະທີ 1 ຕາມມັດຕິຄະນະລັດຖະມົນຕີໃນລັດທະບານທ່ານອານັນ ປັນຍາຣະຊຸນ ທີ່ໃຫ້ຍ້າຍໂຮງງານຍາສູບອອກໄປນອກບາງກອກ

ຊື່ສວນເບນຈະກິຕິໄດ້ຮັບພະລາຊະທານຈາກສົມເດັດພະນາງເຈົ້າສິຣິກິດ ພະບໍລົມລາຊິນີນາດ ສະເດັດມາຊົງເຮັດພິທີເປີດເມື່ອວັນທີ 9 ທັນວາ ຄ.ສ. 2004[1]

ໃນວັນທີ 1-9 ທັນວາ ຄ.ສ. 2014 ສວນເບນຈະກິດຕິໄດ້ໃຊ້ເປັນສະຖານທີ່ຈັດສະແດງລະຄອນເວທີປະກອບເພງ ແລະເທັກນິກຕະການຕາສະເຫຼີມພະກຽດພະບາດສົມເດັດພະເຈົ້າຢູ່ຫົວ ເລື່ອງ "ພະມະຫາຊະນົກ ເດີຟີໂນມີນອລ ໄລຟ໌ໂຊວ໌" ໂດຍເວທີສະແດງຢູ່ກາງບຶງຄວາມຍາວກວ່າ 100 ແມັດ[2]

ຕໍ່ມາໂຮງງານຍາສູບໄດ້ມອບພື້ນທີ່ເພີ່ມຂຶ້ນອີກ 61 ໄຣ່ ເພື່ອເຮັດເປັນ "ສວນປ່າເບນຈະກິຕິ" ສຳລັບໃຊ້ເປັນພື້ນທີ່ປູກໄມ້ຍືນຕົ້ນຂະໜາດໃຫຍ່ ເຊັ່ນ ແຄນາ, ເສລາ ແລະກະໂດນ ໃນລັກສະນະຂອງສວນປ່າທີ່ມີຄວາມຮົ່ມຮື່ນ ແຕ່ໂປ່ງແສງສະຫວ່າງສ່ອງເຖິງ ໃນວະໂຣກາດທີ່ສົມເດັດພະນາງເຈົ້າສິຣິກິດ ພະບໍລົມລາຊິນີນາດ ຈະເລີນພະຊົນມະພັນສາຄົບ 7 ຮອບ ໃນປີ ຄ.ສ. 2016 ໂດຍມີກຳໜົດເປີດໃນວັນທີ 12 ສິງຫາ ຄ.ສ. 2016 ຈຶ່ງນັບວ່າສວນເບນຈະກິຕິເປັນສວນທາລະນະແຫ່ງທຳອິດໃນບາງກອກທີ່ມີສວນປ່າ [3]

ອ້າງອິງ ດັດແກ້

ແມ່ແບບ:ລາຍການອ້າງອິງ

ແຫຼ່ງຂໍ້ມູນອື່ນ ດັດແກ້

 
Commons
ຄອມມອນສ໌ ມີຮູບແລະສື່ອື່ນ ໆ ກ່ຽວກັບ :
ສວນເບນຈະກິດຕິ

ພິກັດພູມສາດ: 13°43′44″N 100°33′33″E / 13.729005°N 100.559084°E / 13.729005; 100.559084

ແມ່ແບບ:สวนสาธารณะในกรุงเทพมหานคร ແມ່ແບບ:สร้างปี

  1. [dead link] เที่ยวสวนกลางเมือง ที่"สวนเบญจกิติ" จากผู้จัดการออนไลน์
  2. "1-9 ธ.ค.นี้ ชมฟรี!!! "พระมหาชนกฯไลฟ์ โชว์" ละครเพลงกลางน้ำสุดอลังการ". ผู้จัดการออนไลน์. 30 November 2014. Archived from the original on 9 ພະຈິກ 2017. Retrieved 2 December 2014.
  3. "รายงานพิเศษ : สวนป่าเบญจกิติ ปอดใหญ่แห่งใหม่ของคนกรุง", ช่อง 7, June 28, 2016. ຮຽກຂໍ້ມູນວັນທີ August 13, 2016